ຂ່າວໃໝ່
Loading...
Tuesday, August 19, 2014
Monday, August 18, 2014
ການອອກກຳລັງກາຍສຳລັບຄົນບໍ່ມີເວລາ
By:
laboursalavane Province
On:
2:58 PM
ຫຼາຍໆ ຄົນຈະໃຊ້ຄຳອ້າງວ່າ “ບໍ່ມີເວລາອອກກຳລັງກາຍ” ແຕ່ເພື່ອສຸຂະພາບ ແລະຮ່າງກາຍທີ່ແຂງແຮງຂອງເຮົາ ລອງມາໃຊ້ຊີວິດປະຈຳວັນຂອງທ່ານ ໃນການອອກກຳລັງກາຍເບິ່ງດຸ .
1. ຕື່ນນອນ : ຂະຍັບຮ່າງກາຍ ຢຽດໂຕສຸດໆ ໃຫ້ຄາຍເສັ້ນ ຫາຍໃຈເລິກໆ ໃຫ້ສົດຊື່ນ .
2. ຖູແຂ້ວ : ກາງຂາກວ້າງໆ ຢໍ້ແລ້ວຢືດ ຢໍ້ແລ້ວຢືດ .
3. ອາບນ້ຳ : ໝຸນແອວໄປມາ ຊ້າຍແລ້ວຂວາ ຊ້າຍແລ້ວຂວາ .
4. ເຖິງບ່ອນເຮັດວຽກ : ຍ່າງໄວໆ
5. ນັ່ງເຮັດວຽກ : ຢຽດໂຕຕົງ ກຶງທ້ອງ ກຶງ-ປ່ອຍ ກຶງ-ປ່ອຍ .
6. ຫຼັງພົກທ່ຽງ : ຍ່າງໄປຊື້ໝາກໄມ້ ໄວ້ເປັນຂອງວ່າງຍາມບ່າຍ .
7. ເມື່ອເຮືອນ : ອາບນ້ຳອຸ່ນໆ ກົ້ມ-ເງີຍຫົວ ໝຸນຄໍ ແກ່ງແຂນ ບິດແອວ .
8. ເຂົ້ານອນ : ຫາຍໃຈເລິກໆ ໃຫ້ເຖິງທ້ອງ ປ່ອຍກາຍ ແລະໃຈໃຫ້ຜ່ອນຄາຍ ຫຼັບຕາລົງໃຫ້ສະບາຍ ຫາຍກັງວົນ .
ຖ້າເຮັດຢ່າງຈິ່ງຈັງ ແລະສະໝ່ຳສະເໝີ ວິທີອອກກຳລັງກາຍ ຄວບຄູ່ໄປກັບການໃຊ້ຊີວິດປະຈຳວັນ ຕັ້ງແຕ່ຕື່ນນອນ ຈົນເຂົ້ານອນ ຈະຊ່ວຍເສີມສ້າງກ້າມຊີ້ນ ລະບົບເຜົາຜານຈະດີຂື້ນ ຮ່າງກາຍຈະແຂງແຮງ ແລະຄວາມເມື່ອຍທັ້ງໝົດ ຈະລົດໄຂມັນທີ່ສະສົມ ຮູບຮ່າງສວຍງາມ ສະບາຍກາຍສະບາຍໃຈ ບໍ່ຕ່າງຈາກການອອກກຳລັງກາຍແບບປະຈຳວັນ
10 ຂະໜົມອັນຕະລາຍ !
By:
laboursalavane Province
On:
2:55 PM
ຟັງແລ້ວກໍ່ເປັນຕາຢ້ານ ແຕ່ຈິ່ງແລ້ວຂະໜົມທີ່ເຮົາຮູ້ໆກັນຢູ່ ເບື້ອງຕົ້ນແລ້ວມັນມີແປ້ງນົວຫຼາຍ ກິນໄປບໍ່ດີຕໍ່ຮ່າງກາຍຢູ່ແລ້ວ ແຕ່ມັນກໍ່ຫ້າມຍາກຄືກັນ ເດັກນ້ອຍກໍ່ເກິດມາຄູ່ກັບຂະໜົມ ບາງເທື່ອຜູ້ໃຫຍ່ຢ່າງພວກເຮົານີ້ແລະມັກກິນ ຖືວ່າຫຼີກຍາກຫຼາຍໆ ຈັງໃດຊະເພື່ອສຸຂະພາບ ກໍ່ຄວນບໍລິໂພກໃຫ້ມັນນ້ອຍໆ ເລິກໃດ້ກໍ່ເລິກໄປ…
10.ເຂົ້າກຽບ ຄາ F F ລົດໝາກເລັ່ນ
9. ເຂົ້າກຽບກຸ້ງ ຕາໂນລາ
8. ເຂົ້າກຽບປາ ຕາໂນລາ
7. ເຂົ້າກຽບກຸ້ງ ຕາຄາບີ້ ລົດຕົ້ມຍຳແຊບ
6. ແປ້ງສາລີອົບກອບ ຕາໂຈໂຕ້ ລົດປາໝຶກ
5. ແປ້ງມັນຝຣັ່ງອົບກອບ ຕາໂລເລີ່ ໂຄສເຕີ ລົດຫົວຫອມສົງເຄື່ອງ
4. ເຂົ້າກຽບກຸ້ງ ຕາຮານາມິ ລົດເມັກຊິກັນຊິວລີ່
3. ເຂົ້າກຽບທອດ ຕາເອັຟບີ ລົດໝາກເພັດຢວກ
2. ຂະໜົມທອດກອບຕາປູໄທຍ
1. ເຂົ້າກຽບປາໝຶກ ຕາອາຣິງາໂຕ
ຂີງ ຢາອາຍຸວັດທະນະ
By:
laboursalavane Province
On:
2:31 PM
ຂີງ ເປັນພືດຜັກສວນຄົວລົດເຜັດຮ້ອນ ທີ່ມີສັບພະຄຸນຫຼາຍປະການທີ່ໃຫ້ປະໂຫຍດຕໍ່ກັບຮ່າງກາຍ ແລະ
ທີ່ສຳຄັນຍັງມອບປະໂຫຍດໃນດ້ານຄວາມງາມ ໃຫ້ແກ່ສາວໆອີກດ້ວຍ, ສຳລັບໃຜທີ່ປູກຂີງໄວ້ໃນຮົ້ວເຮືອນ
ຫຼື ມັກກິນຂີງ ກໍລອງແບ່ງມາໃຊ້ແກ້ບັນຫາຮ່ອງຮອຍສິວເທິງໃບໜ້າລອງເບິ່ງ.
ຂີງ ສາມາດເຮັດໃຫ້ຜິວພັນຂອງທ່ານເບິ່ງອ່ອນເຍົາ ແລະ ຊ່ວຍປັບສີຜິວໃຫ້ສະໝ່ຳສະເໝີກັນໄດ້ອີກດ້ວຍ
ສະນັ້ນ ຫາກສາວໆທ່ານໃດທີ່ຫາກໍເຊົາຈາກປັນຫາສິວແລ້ວ ເຊິ່ງມັນຈະປະຮ່ອງຮອຍດ່າງດຳໄວ້ເຕັມໄປໝົດ
ກໍລອງເອົາຂີງມາມາກໜ້າເບິ່ງ ໂດຍນຳຜົງຂີງມາປະສົມກັບນ້ຳໝາກນາວ ໃນປະລິມານເທົ່າກັນ ແລ້ວໃສ່
ນ້ຳເຜິ້ງຕື່ມລົງໄປປະສົມອີກ ຈາກນັ້ນກໍນຳມາທາເທິງໜ້າ ແລ້ວນວດໄປມາປະມານ 5 ນາທີ ຈິ່ງຄ່ອຍລ້າງ
ອອກ ໂດຍເຮັດປະທານ 1 – 2 ຄັ້ງຕໍ່ອາທິດ ຜິວຂອງທ່ານກໍຈະງາມສົດໄສເປັ່ງປັ່ງຂຶ້ນທັນຕາ.
ໃນເມື່ອຮູ້ຄືແນວນີ້ແລ້ວ ກໍລອງເອົາຂີງມາບຳລຸງຜິວພັນຂອງຕົນເອງ ເຊິ່ງນອກຈາກຈະເຫັນຜົນແທ້, ເຮັດ
ໃຫ້ຜິວງາມຂຶ້ນແລ້ວ ຍັງປະຢັດເງິນນຳອີກ.
ການເປິດໄຟນອນຈະເຮັດໃຫ້ອ້ວນຂື້ນງ່າຍ
By:
laboursalavane Province
On:
2:26 PM
ການເປິດໄຟນອນຈະເຮັດໃຫ້ອ້ວນຂື້ນງ່າຍ ຫາກເປັນຜູ້ຍິງແລ້ວ ການເປິດໄຟນອນຈະເຮັດໃຫ້ພຸງໃຫຍ່ຂື້ນ
ທີມນັກວິໃຈຂອງສະຖາບັນ ວິໃຈໂລກມະເຮັງໃນລອນດອນ ໃດ້ສຶກສາກັບແມ່ຍິງຈຳນວນຫຼາຍ ໂດຍໃຫ້ທຸກບັນຍາຍເຖິງຄວາມສະຫວ່າງຂອງໄຟໃນຫ້ອງນອນ ແລະນຳໄປປຽບທຽບກັບຄວາມອ້ວນຂອງຮ່າງກາຍ.
ສາດສະດາຈານ Anthony Edward Lowe ຫົວໜ້າຂະນະວິໃຈ ກ່າວວ່າ : ໃນກຸ່ມຄົນຫຼາຍໆ ເຮັດໃຫ້ເຫັນເຖິງຄວາມກ່ຽວພັນລະຫວ່າງ ການຖຶກແສງສະຫວ່າງຍາມກາງຄືນ ກັບການມີນ້ຳໜັກເກິນແລະອ້ວນ ແຕ່ຍັງບໍ່ມີຫຼັກຖານ ຫຼາຍພໍທີ່ຈະລົງຄວາມເຫັນໃດ້ວ່າ ຫາກດັບໄຟນອນຈະເຮັດໃຫ້ນ້ຳໜັກໂຕລົດລົງໃດ້ ອາດຈະມີເຫດຜົນອື່ນກ່ຽວຂ້ອງດ້ວຍ ແຕ່ການຄົ້ນພົບທີ່ໜ້າສົນໃຈ ຈຶ່ງຄວນຈະມີການຄົ້ນຄວ້າຕໍ່ໄປ .
ກຸ່ມນັກວິຊາການໃຫ້ຄວາມເຫົນເພີ່ມວ່າ ເຫດທີ່ແສງສະຫວ່າງກ່ຽວພັນກັບຄວາມອ້ວນ ອາດຈະເປັນເພາະແສງໄຟໄປລົບກວນ ໂມງຊີວະພາບ ເຊິ່ງການພັດທະນາການຕັ້ງແຕ່ມະນຸດຍຸກຕົ້ນໆ ຄອຍປຸກໃຫ້ມະນຸດແຂ່ງຂັນຍາມກາງເວັນ ແລະພັກຜ່ອນຕອນກາງຄືນ .ນອກຈາກນີ້ ສະແດງວ່າຍັງມີອິດທິພົນຕໍ່ອາລົມ ຄວາມແຂງແຮງ ແລະ ແມ້ແຕ່ການກິນອາຫານດ້ວຍ.
ໝາກຫວ້າ” ໝາກໄມ້ພື້ນເມືອງຊ່ວຍຢຸດມະເຮັງ"
By:
laboursalavane Province
On:
2:22 PM
ໝາກຫວ້າ ເມື່ອສຸກຈະມີສີມ່ວງເຂັ້ມຈົນເຖິງດຳ ຄ້າຍໝາກອະງຸ່ນ ລົດຊາດຈະອອກຫວານແລະມີລົດຝາດເລັກໜ້ອຍ ນິຍົມເອົາມາກິນເລີຍ ຫຼື ເອົາມາເຮັດນ້ຳໝາກຫວ້າ, ເຢລລີ່ ແລະແຢມ ສານທີ່ມີຢູ່ໃນໝາກຫວ້າຈະເປັນສານກຸ່ມແອນໂທໄຊຍານິນ (ໄຊຍານິດິນ) ກົດເອລລາຈິກ ກົດເຟີຣູລິກ ເຊິ່ງສານກຸ່ມນີ້ຈະມີລິດຕ້ານອະນຸມູນອິດສະລະ ຕ້ານລິດຂອງສານກໍ່ມະເຮັງໂດຍພົບວ່າ ສາມາດຢຸດເຊລມະເຮັງປາກ ແລະມະເຮັງເຕົ້ານົມໄດ້.
ແອບເປີ້ນ ຕ້ານພະຍາດ ມະເຮັງເຕົ້ານົມ
By:
laboursalavane Province
On:
2:20 PM
ນັກວິໄຈຜູ້ມີຊື່ສຽງຂອງມະຫາວິທະຍາໄລ ຄໍເນນຊື່ດັງຂອງອາເມຣິກາ ໄດ້ຫລັກຖານຈາກການສຶກສາເຖິງ 6ເລື່ອງ ຢືນຢັນວ່າ ຖ້າຫາກກິນ ແອບເປີ້ນ ມື້ລະ 1ໜ່ວຍ ຈະບໍ່ຕ້ອງເພິ່ງໝໍ ເລື່ອງພະຍາດມະເຮັງເຕົ້ານົມ
ວາລະສານວິຊາການ ກະເສດກະສິກຳ ແລະ ເຄມີອາຫານ ລາຍງານວ່າ ລາຍງານຜົນການສຶກສາຂອງຮອງສາດສະດາຈານ ລຸຍ ໄອ ລິວ ອາຈານວິຊາວິທະຍາສາດການອາຫານກ່າວວ່າ ນ້ຳສະກັດຈາກແອບເປີ້ນ ມີສັບພະຄຸນຊ່ວຍສະກັດກັ້ນ ຂະໜາດຂອງເນື້ອຮ້າຍຕ່ອມນ້ຳນົມ ຂອງໜູທົດລອງຢ່າງເຫັນໄດ້ແຈ້ງ ແລະ ຍິ່ງໃຫ້ກິນຫລາຍ ກໍຍິ່ງກີດກັ້ນໄດ້ຫລາຍຂຶ້ນເທົ່ານັ້ນ ເຮົາບໍ່ແຕ່ພຽງສັງເກດວ່າ ໜູທີ່ຜ່ານການປິ່ນປົວມີເນື້ອຮ້າຍຫລົງເຫລືອພຽງບໍ່ຈັກແຫ່ງ ຫາກແຕ່ຍັງພົບວ່າເນື້ອຮ້າຍໄດ້ຫົດຕົວລົງນໍາອີກ ຫລຸດຄວາມຮຸນແຮງລົງ ແລະ ຂະຫຍາຍຕົວໄດ້ຊ້າໆ ເມື່ອທຽບກັບເນື້ອຮ້າຍໃນໜູໂຕທີ່ບໍ່ໄດ້ຮັກສາ
ອາຫານທີ່ຫ້າມຮັບປະທານໃນຕອນສວາຍ ໃນວັນເຮັດວຽກ
By:
laboursalavane Province
On:
2:16 PM
- ຊັອກໂກແລັດ ນອກຈາກຈະແຊບແບບບໍ່ມີລິມິດແລ້ວ ຊັອກໂກແລດຍັງມີສານ Phenylethylamine ຢູ່ຢ່າງຫລວງຫລາຍ ແລະ ຈະເຮັດໃຫ້ເຈົ້າຢາກນອນໄດ້ໃນທັນທີ ນີ້ຍັງບໍ່ນັບນ້ຳຕານ ແລະ ໄຂມັນອີກມະຫາສານ
- ຂະໜົມປັງຂາວ ແລະ ເຂົ້າຂາວ ໃນແປ້ງຂັດສີຈະມີຄາໂບໄຮເດດຊະນິດຮີບດ່ວນ ຊຶ່ງຈະເຂົ້າສູ່ຕັບອ່ອນໄດ້ທັນທີ ຈາກນັ້ນຕັບອ່ອນກໍຈະຫລັ່ງ ອິນຊູລິນ ອອກມາ ເຮັດໃຫ້ເລືອດມີນ້ຳຕານເພີ່ມຂຶ້ນ ທີນີ້ສະຫມອງເຮົາກໍຈະລົງໆລືມໆ ແລະ ຫລັບ
- ຜະລິດຕະພັນ ບໍ່ວ່າຈະເປັນນົມສົ້ມ ໂຢເກີດ ຫລື ຊາໃສ່ນົມ ເນື່ອງຈາກໂປຕີນໃນນົມຈະຫລັ່ງກົດ ອະມິໂນອອກມາ ແລະ ເມື່ອຮ່າງກາຍມີກົດຫລາຍເກີນໄປເຮົາກໍຈະຢາກນອນ
- ກ້ວຍ ກ້ວຍເປັນອາຫານທີ່ກິນແລ້ວຜ່ອນຄາຍ ເພາະມັນອຸດົມໄປດ້ວຍ ຮໍໂມນ ເຊໂລໂທນິນ ແລະ ນໍເອພິນຟຣິນ ຊຶ່ງເຮັດໃຫ້ຮ່າງກາຍຫລັ່ງສານແຫ່ງຄວາມສຸກອອກມາ ແຕ່ໃນສະຖານນະການນີ້ ຄວາມສຸກທີ່ເຈົ້າໄດ້ຮັບຈະມາພ້ອມຄວາມທຸກ ຖ້າຫົວໜ້າຜ່ານມາເຫັນຕອນທ່ານຫລັບຄາໂຕະເຮັດວຽກ
ໄຂ່ຕົ້ມ ສາລະພັດປະໂຫຍດເພື່ອສຸຂະພາບ
By:
laboursalavane Province
On:
2:11 PM
ໄຂ່ຕົ້ມ ເມນູອາຫານທີ່ບໍ່ຄ່ອຍມີໃຜຄິດຮອດ ແຕ່ຮູ້ກັນບໍ່ວ່າ ປະໂຫຍດຂອງ ໄຂ່ຕົ້ມ ນັ້ນ ມີຫລາຍກວ່າທີ່ທ່ານເຫັນ ນອກຈາກຈະໃຫ້ໂປຕີນສູງແລ້ວ ໄຂ່ຕົ້ມ ໜ່ວຍນ້ອຍໆ ທີ່ທ່ານເຫັນນັ້ນ ຍັງເຕັມໄປດ້ວຍ ກົດອະມິໂນ ທີ່ມີຄວາມຈຳເປັນຕໍ່ຮ່າງກາຍເປັນຢ່າງຫລວງຫລາຍມີຜົນການວິໄຈອອກມາແລ້ວ ຈາກການວິໄຈຂອງມະຫາວິທະຍາໄລ ຮາເວີດ ພົບວ່າ ໃນໄຂ່ຂາວຈະມີໂປຕີນສູງ ແລະ ເປັນໂປຕີນ ທີ່ມີຄຸນນະພາບສູງ ຄືມີກົດ ອະມິໂນ ທີ່ຈຳເປັນຕໍ່ຮ່າງກາຍ (Essential Amino Acid) ສ່ວນໃນໄຂ່ແດງນັ້ນ ກໍຍັງມີສານອາຫານຫລາຍຊະນິດ ບໍ່ວ່າຈະເປັນໂປຕີນ ໄຂມັນ ວິຕາມິນ ແລະ ແຮ່ທາດ ຊຶ່ງມີຄຸນຄ່າເຊັ່ນດຽວກັບ ໄຂມັນໃນປາແຊວມອນ ແລະ ປາທະເລ . ເພາະໃນໄຂ່ຕົ້ມນັ້ນ ຍັງມີ ໄຂມັນຊະນິດບໍ່ອິ່ມຕົວ ຫລື ເອດດີແອນ (HDL Cholesterol) ຊຶ່ງເປັນໄຂມັນຊະນິດດີ ບໍ່ມີຜົນຕໍ່ການເພີ່ມຄໍເລດເຕີລໍ ຊຶ່ງສົ່ງຜົນດີີຕໍ່ຮ່າງກາຍ ຖ້າຫາກວ່າ ທ່ານເລືອກກິນໄຂ່ຕົ້ມເປັນປະຈຳມື້ລະ 1 ໜ່ວຍ ກໍຈະສາມາດຊ່ວຍປ້ອງກັນທ່ານ ໃຫ້ຫ່າງໄກຈາກ ພະຍາດຫົວໃຈ ໄດ້ຢ່າງແນ່ນອນ ໂດຍ ໄຂ່ຕົ້ມ 1ໜ່ວຍ ຈະມີນ້ຳໜັກປະມານ 30ກຣາມ ຊຶ່ງຈະໃຫ້ພະລັງງານ 80ກິໂລແຄລໍລີ ປະໂຫຍດຂອງ ໄຂ່ຕົ້ມ ຍັງບໍ່ໝົດພຽງແຕ່ເທົ່ານັ້ນ ເພາະມີຄວາມເຊື່ອກັນວ່າ ໄຂ່ຕົ້ມ ສາມາດໃຫ້ປະໂຫຍດ ໄດ້ຫລາຍ ເທົ່າກັບການທີ່ທຸກຄົນ ກິນຮັງນົກ 10ກ່ອງ
ກອງປະຊຸມຝຶກອົບຮົມ ວຽກງານ ການກຳນົດຕຳແໜ່ງງານ,ທີ 18 ສິງຫາ 2014
By:
laboursalavane Province
On:
11:19 AM
ທີ່ຫ້ອງປະຊຸມໃຫຍ່ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ,ຄັ້ງວັນທີ 18 ສິງຫາ 2014. ໄດ້ຈັດກອງປະຊຸມຝຶກອົມຮົມ ວຽກງານ ກຳນົດຕຳແໜ່ງງານ ໂດຍການເປັນຄະນະປະທານ ຂອງ ທ່ານ ສຸດດາໄລ ອິນ ດາວົງ ຮອງພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ແລະ ທ່ານ ນາງ ຄຳພາບ ຮອງກົມ ຈັດຕັ້ງ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ມີຫົວໜ້າຫ້ອງການ ,ຫົວໜ້າຂະແໜງ,ຮອງຂະແໜງ ທີ່ສັງກັດໃນພະແນກ ແລະ ມີ ຫົວໜ້າ ຫ້ອງການ ມາຈາກ ຮສສ ເມືອງ ໃນ 8 ຕົວເມືອງ ຕະຫລອດຮອດ ພະນັກງານ ວິຊາການ ຈາກພະແນກ ຮສສ ແຂວງ ແລະ ວິຊາການ ຈາກ ຮສສ ຂັ້ນ ເມືອງ ເຂົ້າຮ່ວມ ຢ່າງ ພ້ອມພຽງ ລວມທັງໝົດ 30 ທ່ານ ,ຍິງ 6 ທ່ານ . ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ເຊິ່ງແມ່ນ ກົມຈັດຕັ້ງ ຂອງກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ່ລົງມາ ຝຶກອົບຮົມ ໃຫ້ພະນັກງານ ຂັ້ນແຂວງ ແລະ ເມືອງ ໂດຍກົງ.ບົດຮຽນທີ່ນຳມາເຜີຍແຜ່ ແມ່ນຟອມເອກະສານ ໃນການກຳນົດຕຳແໜ່ງງານ ໂດຍສ່ວນໃຫຍ່ ແມ່ນ ອີງໃສ່ຕາມຟອມເອກະສານ ທີ່ໄດ້ກຳນົດມາແລ້ວ ແລະ ອີງໃສ່ໜ້າວຽກຕົວຈິງ ຕາມຄວາມຮັບຜິດຊອບ ຂອງຂະແໜງການໃຜລາວ.ທັງນີ້ກໍ່ເພື່ອໃຫ້ ມີຄວາມ ຈະແຈ້ງ ແລະ ຊັດເຈນ ທາງດ້ານ ໜ້າວຽກ ສອດຄ່ອງ ຕາມຄວາມຮູ້ ຄວາມສາມາດ , ເຮັດວຽກເປັນໝູ່ຄະນະ ມອບວຽກ ມອບຄວາມຮັບຜິດຊອບ ຢ່າງຂາດຕົວ ໃຫ້ແຕ່ລະບຸກຄົນ.
ກອງປະຊຸມໄດ້ກຳເນີນໄປເປັນເວລາ 1 ມື້ ແລະ ໄດ້ອັດລົງ ໃນຕອນແລງ ຂອງມື້ດຽວກັນ.
Thursday, August 14, 2014
ເອກະສານການປູກຝັງ ແລະ ລ້ຽງສັດ
By:
laboursalavane Province
On:
10:24 AM
![]() |
ພາບປະກອບ |
1.ການລ້ຽງແບ້......................ດາວໂຫຼດ 2.ການລ້ຽງໝູ.......................ດາວໂຫຼດ 3.ການລ້ຽງໄກ່ລາດ..................ດາວໂຫຼດ 4.ການລ້ຽງໄກ່ພື້ນບ້ານ...............ດາວໂຫລດ 5.ການລ້ຽງປາຮ່ວມກັບການລ້ຽງໄກ່..ດາວໂຫລດ 6.ການລ້ຽງປາໃນນາເຂົ້າ.............ດາວໂຫລດ 7.ການລ້ຽງປາກະຊັງ.................ດາວໂຫລດ 8.ການລ້ຽງປາຈີນ....................ດາວໂຫລດ 9.ການລ້ຽງກົບໃນກະຊັງ..............ດາວໂຫລດ 10.ການລ້ຽງປາດຸກພັນ(ອຸຍ)..........ດາວໂຫລດ 11.ການປູກຜັກຊູ.....................ດາວໂຫລດ
12.ການປູກຜັກບົ່ວແບ່ງ..............ດາວໂຫລດ
13.ການປູກຜັກບົ່ວ..................ດາວໂຫລດ
14.ການປູກຜັກກາດຫົວ.............ດາວໂຫລດ
15.ການປູກຜັກກາດຂາວ............ດາວໂຫລດ
16.ການປູກຜັກກະຫລ່ຳດອກ........ດາວໂຫລດ
17.ການປູກຜັກກາດນາ..............ດາວໂຫລດ
ການນຳໃຊ້ Microsoft Office ( word,excel,powerpoint ) ຂັ້ນພື້ນຖານ
By:
laboursalavane Province
On:
9:01 AM
ທ່ານ ສາມາດ ດາວໂຫລດໄປສຶກສາຄົ້ນຄວ້າ ເພື່ອເປັນບົດຮຽນຂັ້ນພື້ນຖານລາຍລະອຽດດັ່ງລຸ່ມນີ້:
Tuesday, August 12, 2014
ວິທີຮັກສາແບັດເຕີຣີ ສຳລັບອຸປະກອນພົກພາ
By:
laboursalavane Province
On:
2:28 PM
ດຽວນີ້ໄປໃສມາໃສກໍເຫັນຫລາຍໆຄົນໃຊ້ໂນດບຸກ ໂທລະສັບມືຖື ຫລືວ່າອຸປະກອນທີ່ກຳລັງເລີ່ມນິຍົມກັນຢ່າງ
Tablet ແຕ່ວ່າສາລະພັດອຸປະກອນທີ່ເຫມາະແກ່ການພົກພາໄປໃຊ້ນອກສະຖານທີ່ເຫລົ່ານັ້ນ ມີສິ່ງນຶ່ງທີ່ຈຳ
ເປັນແລະຂາດບໍ່ໄດ້ຄື ແບັດເຕີຣີ ແລະແບັດເຕີຣີນີ້ເອງທີ່ເປັນບັນຫາກວນໃຈແກ່ຜູ່ໃຊ້ຫລາຍຄົນ ເຊັ່ນວ່າ
ແບັດຫມົດໄວແທ້ ແບັດເຊື່ອມໄວໃຊ້ບໍ່ຮອດປີກໍເຊື່ອມແລ້ວ ຊື້ໃຫມ່ກໍແພງແສນແພງ. ເຊິ່ງບັນຫາຂອງແບັດ
ເຕີຣີນັ້ນ ຜູ່ໃຊ້ທຸກຄົນຕ້ອງພໍ້ຢ່າງຫລີກລ່ຽງບໍ່ໄດ້ ແລະຮ້າຍແຮງໄປກວ່ານັ້ນ ຍັງມີຄວາມເຊື່ອຜິດໆຫລາຍຢ່າງ
ກ່ຽວກັບການໃຊ້ແບັດເຕີຣີ ເຊິ່ງຄວາມເຊື່ອເຫລົ່ານັ້ນອາດເຮັດໃຫ້ທ່ານເສຍແບັດສຸດທີ່ຮັກໄປກ່ອນໄວອັນຄວນ.
+ ມາເລີ່ມຮູ້ຈັກກ່ຽວກັບແບັດເຕີຣີ
ແບັດທີ່ເຮົາໃຊ້ກັນທຸກມື້ນີ້ເອີ້ນວ່າ ແບັດແບບ Lithium ເຊິ່ງທີ່ພົບເຫັນຫລາຍມີຢູ່ 2 ແບບຄື:
- Lithium-ion ຫລືຫຍໍ້ໆວ່າ Li-ion ເປັນແບັດທີ່ພົບເຫັນຫລາຍ ໃນອຸປະກອນເອເລັກໂຕຣນິກ ເຊັ່ນໂນ໋ດບຸກ, ມືຖື…
- Lithium-ion polymer ຫລືຫຍໍ້ໆວ່າ Li-Poly ເປັນແບບທີ່ພັດທະນາມາຈາກ Li-on ເຊິ່ງມີຄວາມຈຸໄຟຟ້າຫລາຍກວ່າແບບເກົ່າ 20% ໃນຂະນະທີ່ຂະຫນາດທໍ່ເກົ່າ ເຊິ່ງມີຈຸດເດັ່ນບ່ອນວ່າສາມາດເຮັດເປັນຮູບຮ່າງໄດ້ຫລາກຫລາຍແບບ ເຮັດໃຫ້ບາງໄດ້ ຫລືເປັນຮູບຊົງຕ່າງໆ
ໄດ້ຕາມໃຈ.
- Lithium-ion ຫລືຫຍໍ້ໆວ່າ Li-ion ເປັນແບັດທີ່ພົບເຫັນຫລາຍ ໃນອຸປະກອນເອເລັກໂຕຣນິກ ເຊັ່ນໂນ໋ດບຸກ, ມືຖື…
- Lithium-ion polymer ຫລືຫຍໍ້ໆວ່າ Li-Poly ເປັນແບບທີ່ພັດທະນາມາຈາກ Li-on ເຊິ່ງມີຄວາມຈຸໄຟຟ້າຫລາຍກວ່າແບບເກົ່າ 20% ໃນຂະນະທີ່ຂະຫນາດທໍ່ເກົ່າ ເຊິ່ງມີຈຸດເດັ່ນບ່ອນວ່າສາມາດເຮັດເປັນຮູບຮ່າງໄດ້ຫລາກຫລາຍແບບ ເຮັດໃຫ້ບາງໄດ້ ຫລືເປັນຮູບຊົງຕ່າງໆ
ໄດ້ຕາມໃຈ.
+ Cycle ແມ່ນຫຍັງ? ນັບແນວໃດ?
ປົກກະຕິແລ້ວແບັດເຕີມີອາຍຸການໃຊ້ງານຂອງມັນ ເຊິ່ງເມື່ອໃຊ້ຄົບຕາມອາຍຸ ມັນກໍຈະເສື່ອມໄປຕາມມາດຕະຖານເອງ ບໍ່ສາມາດຫ້າມບໍ່ໃຫ້ມັນເສື່ອມ
ໄດ້ ແຕ່ເຮົາຈະໃຊ້ແນວໃດໃຫ້ມັນຢູ່ໄດ້ເຕັມອາຍຸການໃຊ້ງານ ເຊິ່ງວິທີກວດວ່າແບັດເຕີຣີເຮົາໃຊ້ໄປແລ້ວຈັກເປີເຊັນຂອງອາຍຸມັນສາມາດນັບຈາກ
ຮອບການສາກໄດ້ ຫລືເອີ້ນວ່າ Cycle.
ປົກກະຕິແລ້ວແບັດເຕີມີອາຍຸການໃຊ້ງານຂອງມັນ ເຊິ່ງເມື່ອໃຊ້ຄົບຕາມອາຍຸ ມັນກໍຈະເສື່ອມໄປຕາມມາດຕະຖານເອງ ບໍ່ສາມາດຫ້າມບໍ່ໃຫ້ມັນເສື່ອມ
ໄດ້ ແຕ່ເຮົາຈະໃຊ້ແນວໃດໃຫ້ມັນຢູ່ໄດ້ເຕັມອາຍຸການໃຊ້ງານ ເຊິ່ງວິທີກວດວ່າແບັດເຕີຣີເຮົາໃຊ້ໄປແລ້ວຈັກເປີເຊັນຂອງອາຍຸມັນສາມາດນັບຈາກ
ຮອບການສາກໄດ້ ຫລືເອີ້ນວ່າ Cycle.
ຈຳນວນ Cycle ແມ່ນໂຕເລກທີ່ບອກອາຍຸການນຳໃຊ້ Battery ວ່າແບັດເຮົານັ້ນຈະເລີ່ມເສື່ອມຕອນໃດ ການນັບ Cycle ຈະຂຶ້ນກັບຈຳນວນຮອບທີ່
ເຮົາສາກ ແຕ່ບໍ່ແມ່ນວ່າທຸກຄັ້ງທີ່ສາກຈະເປັນ 1Cycle ຢ່າເຂົ້າໃຈຜິດແບບນັ້ນ ເພາະການນັບ Cycle ທີ່ແທ້ຈິງແມ່ນຈະໄດ້ 1 ຮອບ ເທົ່າກັບການ
ສາກໄຟຈາກ 0% ໄປຈົນເຕັມ 100% ເຊັ່ນວ່າ: ແບັດຍັງເຫລືອ 40% ແລ້ວສາກໃຫ້ເຕັມ 100% ກໍຈະເປັນ 0,6 Cycle ຖ້າໃຊ້ໄປອີກຈົນແບັດ
ຫລຸດລົງມາເຫລືອ 60% ແລ້ວສາກໃຫ້ເຕັມ ກໍຈະເປັນ 0,6+0,4 = 1 Cycle ຫວັງວ່າຈະບໍ່ງົງສຳລັບການນັບ Cycle ສະນັ້ນກໍຕ້ອງເບິ່ງວ່າ ແບັດ
ທີ່ເຮົາໃຊ້ຢູ່ມີຈຳນວນ Cycle ຈັກຮອບ ເຊິ່ງຈະບົ່ງບອກວ່າເຮົາໃຊ້ມັນຈົນໃກ້ຈະຫມົດອາຍຸການໃຊ້ງານຫລືຍັງ
ເຮົາສາກ ແຕ່ບໍ່ແມ່ນວ່າທຸກຄັ້ງທີ່ສາກຈະເປັນ 1Cycle ຢ່າເຂົ້າໃຈຜິດແບບນັ້ນ ເພາະການນັບ Cycle ທີ່ແທ້ຈິງແມ່ນຈະໄດ້ 1 ຮອບ ເທົ່າກັບການ
ສາກໄຟຈາກ 0% ໄປຈົນເຕັມ 100% ເຊັ່ນວ່າ: ແບັດຍັງເຫລືອ 40% ແລ້ວສາກໃຫ້ເຕັມ 100% ກໍຈະເປັນ 0,6 Cycle ຖ້າໃຊ້ໄປອີກຈົນແບັດ
ຫລຸດລົງມາເຫລືອ 60% ແລ້ວສາກໃຫ້ເຕັມ ກໍຈະເປັນ 0,6+0,4 = 1 Cycle ຫວັງວ່າຈະບໍ່ງົງສຳລັບການນັບ Cycle ສະນັ້ນກໍຕ້ອງເບິ່ງວ່າ ແບັດ
ທີ່ເຮົາໃຊ້ຢູ່ມີຈຳນວນ Cycle ຈັກຮອບ ເຊິ່ງຈະບົ່ງບອກວ່າເຮົາໃຊ້ມັນຈົນໃກ້ຈະຫມົດອາຍຸການໃຊ້ງານຫລືຍັງ
ຕົວຢ່າງ: MacBook Pro ຂອງຂ້າພະເຈົ້າ ໃຊ້ມາໄດ້ປະມານເກືອບເດືອນນຶ່ງ ສາກໄປແລ້ວ 13Cycle ເຊິ່ງໃນສະເປັກລະບຸວ່າແບັດໂຕນີ້ມີຮອບ
1000 ຮອບ ສະເລ່ຍການໃຊ້ຂອງເຮົາປະມານ 15cycle ຕໍ່ເດືອນ ເອົາ 1000/15 = 66/12=5.5 ຫລືຫມາຍຄວາມວ່າ ຕົກຢູ່ປະມານ 5 ປິ ເຄິ່ງ
ແບັດຈຶ່ງຫມົດອາຍຸການໃຊ້ງານ ອັນນີ້ໄລ່ແບບລວກໆເນາະ ເພາະການໃຊ້ງານໂຕຈິງບໍ່ຮອດແນ່ນອນ ເນື່ອງຈາກມີຫລາຍປັດໄຈກວ່ານີ້ທີ່ຈະເຮັດ
ໃຫ້ແບັດເສື່ອມ ຕິດຕາມໃນຂໍ້ຕໍ່ໄປ.
1000 ຮອບ ສະເລ່ຍການໃຊ້ຂອງເຮົາປະມານ 15cycle ຕໍ່ເດືອນ ເອົາ 1000/15 = 66/12=5.5 ຫລືຫມາຍຄວາມວ່າ ຕົກຢູ່ປະມານ 5 ປິ ເຄິ່ງ
ແບັດຈຶ່ງຫມົດອາຍຸການໃຊ້ງານ ອັນນີ້ໄລ່ແບບລວກໆເນາະ ເພາະການໃຊ້ງານໂຕຈິງບໍ່ຮອດແນ່ນອນ ເນື່ອງຈາກມີຫລາຍປັດໄຈກວ່ານີ້ທີ່ຈະເຮັດ
ໃຫ້ແບັດເສື່ອມ ຕິດຕາມໃນຂໍ້ຕໍ່ໄປ.
+ ສາເຫດທີ່ເຮັດໃຫ້ແບັດເຕີຣີເສື່ອມ
1. ເມື່ອໃຊ້ວຽກຈົນຄົບຈຳນວນ Cycle ແບັດກໍຈະເລີ່ມເສື່ອມເອງຕາມປົກກະຕິ (ບໍ່ມີຫຍັງຢູ່ຍົງຄົງກະພັນແມ່ນແຕ່ມະນຸດກະຍັງຕາຍ)
2. ເມື່ອຮອດເວລາແບັດເສື່ອມມັນກໍຈະເສື່ອມເຊິ່ງເວລານັ້ນເລີ່ມນັບຕັ້ງແຕ່ມື້ທີ່ຜະລິດ ບໍ່ແມ່ນມື້ເລີ່ມນຳໃຊ້ ສະນັ້ນໃຜທີ່ຄຶດວ່າຊື້ແບັດມາສຳຮອງ
ໄວ້ດົນໆເວລາກ້ອນນຶ່ງເພກໍໃຊ້ກ້ອນທີ່ຊື້ໄວ້ນັ້ນແທນແມ່ນຄຶດຜິດ ເພາະເມື່ອຊື້ມາປະໄວ້ແບັດເຕີຣີກໍຈະເສື່ອມໄປຕາມເວລາທີ່ເຮົາຊື້ມານັ້ນ ຄວນຊື້
ແລ້ວໃຊ້ເລີຍດີກວ່າ.
3. ການສາກໄຟຂອງຫົວສາກໄຟ ຫມາຍຄວາມວ່າຖ້າເຮົາສາກໄຟດ້ວຍກະແສໄຟສູງໆ ໃນເວລາສັ້ນ ຫລືໃຊ້ໄຟຈາກແບັດໃນປະລິມານສູງ
(ໃຊ້ວຽກປະມວນຜົນຫນັກໆຕໍ່ເນື່ອງກັນ) ໃນເວລາສັ້ນໆ ຈະເຮັດໃຫ້ແບັດແບບLithium ເສື່ອມໄວຂຶ້ນ. ນີ້ເປັນສາເຫດທີ່ອຸປະກອນແຕ່ລະໂຕບໍ່
ທາງບໍລິສັດເຂົາຈະເຮັດຫົວສາກໄຟ ທີ່ຂະຫນາດການຈ່າຍແຮງໄຟແຕກຕ່າງກັນ ຮຸ່ນທີ່ແບັດເຕີຣີບັນຈຸຂະຫນາດໄຟໄດ້ຫນ້ອຍກໍຈະໄດ້ຫົວສາກທີ່
ຈ່າຍໄຟໄດ້ຫນ້ອຍ ຮຸ່ນທີ່ແບັດເຕີຣີບັນຈຸໄຟຫລາຍກໍໄດ້ຫົວສາກທີ່ຈ່າຍໄຟແຮງກວ່າ ສະນັ້ນເຖິງວ່າຫົວສາກຈະໃຊ້ນຳກັນໄດ້ ແຕ່ບໍ່ຄວນຢືມຫມູ່ໃຊ້
ຕົວຢ່າງ ທ່ານມີໂທລະສັບມືຖືຮຸ່ນຈໍຂາວດຳ ກິນໄຟຫນ້ອຍໆ ແຕ່ໄປຢືມຫົວສາກໄຟນຳຫມູ່ທີ່ມືຖືຈໍສີໃຫຍ່ແລະເປັນຈໍສຳຜັດເຊິ່ງກິນໄຟຫລາຍ ເມື່ອໃຊ້ສາຍສາກທີ່ຈ່າຍໄຟແຮງ ຈະສັງເກດວ່າສາກເຕັມໄວ ເຮັດໃຫ້ບາງຄົນຕິດໃຈ ຢືມຫມູ່ໃຊ້ເລື້ອຍໆ ແຕ່ຍິ່ງເຮັດແບບນັ້ນຫລາຍຄັ້ງທໍ່ໃດ
ແບັດເຕີຣີກໍຈະເສື່ອມໄວທໍ່ນັ້ນ ທາງທີ່ດີທີ່ສຸດຖ້າບໍ່ຈຳເປັນບໍ່ຄວນໃຊ້ວິທີນີ້.
4. ອຸນຫະພູມຂອງແບັດ ຖ້າແບັດຢູ່ໃນສະພາບແວດລ້ອມທີ່ມີຄວາມຮ້ອນສູງ ມັນກໍຈະເສື່ອມໄວ ດັ່ງນັ້ນບໍ່ຄວນປະຄອມຫລືແບັດໄວ້ໃນລົດທີ່ຈອດ
ຕາກແດດ ອັນຕະລາຍເດີ້ອັນນີ້
![how-to-save-iphone-battery](https://lh3.googleusercontent.com/blogger_img_proxy/AEn0k_s_Kl9p0zRc1_FUMuEBTxGOfviQdthsCU1fNz2v-RUC38R3NngRdPuBsAvz5IUh6HJXZIsfET4SoBV2k5uFX_wwpGa7IUYhAkg3pMJliljXlxTnZquZ0eJUyfocMQdn5G9PlAlkogYBy2Y1uCApeDxVCOdx6ZQ=s0-d)
ໄດ້ຮູ້ຈັກກັບແບັດເຕີຣີ ແລະສາເຫດທີ່ພາໃຫ້ແບັດເສື່ອມໄປແລ້ວ ບາດນີ້ຂ້າພະເຈົ້າໄດ້ຮວບຮວມ ຄວາມເຂົ້າໃຈຜິດໆ ທີ່ມັກພົບພໍ້ເລື້ອຍໆໃນປະເທດ
ລາວພວກເຮົາຄວາມເຂົ້າໃຈຜິດອັນທີ 1: ຊື້ໂທລະສັບຫລືໂນ໋ດບຸກມາໃຫມ່ຄວນສາກປະໄວ້ປະມານ 8 ຊົ່ວໂມງຈັ່ງໃຊ້
1. ເມື່ອໃຊ້ວຽກຈົນຄົບຈຳນວນ Cycle ແບັດກໍຈະເລີ່ມເສື່ອມເອງຕາມປົກກະຕິ (ບໍ່ມີຫຍັງຢູ່ຍົງຄົງກະພັນແມ່ນແຕ່ມະນຸດກະຍັງຕາຍ)
2. ເມື່ອຮອດເວລາແບັດເສື່ອມມັນກໍຈະເສື່ອມເຊິ່ງເວລານັ້ນເລີ່ມນັບຕັ້ງແຕ່ມື້ທີ່ຜະລິດ ບໍ່ແມ່ນມື້ເລີ່ມນຳໃຊ້ ສະນັ້ນໃຜທີ່ຄຶດວ່າຊື້ແບັດມາສຳຮອງ
ໄວ້ດົນໆເວລາກ້ອນນຶ່ງເພກໍໃຊ້ກ້ອນທີ່ຊື້ໄວ້ນັ້ນແທນແມ່ນຄຶດຜິດ ເພາະເມື່ອຊື້ມາປະໄວ້ແບັດເຕີຣີກໍຈະເສື່ອມໄປຕາມເວລາທີ່ເຮົາຊື້ມານັ້ນ ຄວນຊື້
ແລ້ວໃຊ້ເລີຍດີກວ່າ.
3. ການສາກໄຟຂອງຫົວສາກໄຟ ຫມາຍຄວາມວ່າຖ້າເຮົາສາກໄຟດ້ວຍກະແສໄຟສູງໆ ໃນເວລາສັ້ນ ຫລືໃຊ້ໄຟຈາກແບັດໃນປະລິມານສູງ
(ໃຊ້ວຽກປະມວນຜົນຫນັກໆຕໍ່ເນື່ອງກັນ) ໃນເວລາສັ້ນໆ ຈະເຮັດໃຫ້ແບັດແບບLithium ເສື່ອມໄວຂຶ້ນ. ນີ້ເປັນສາເຫດທີ່ອຸປະກອນແຕ່ລະໂຕບໍ່
ທາງບໍລິສັດເຂົາຈະເຮັດຫົວສາກໄຟ ທີ່ຂະຫນາດການຈ່າຍແຮງໄຟແຕກຕ່າງກັນ ຮຸ່ນທີ່ແບັດເຕີຣີບັນຈຸຂະຫນາດໄຟໄດ້ຫນ້ອຍກໍຈະໄດ້ຫົວສາກທີ່
ຈ່າຍໄຟໄດ້ຫນ້ອຍ ຮຸ່ນທີ່ແບັດເຕີຣີບັນຈຸໄຟຫລາຍກໍໄດ້ຫົວສາກທີ່ຈ່າຍໄຟແຮງກວ່າ ສະນັ້ນເຖິງວ່າຫົວສາກຈະໃຊ້ນຳກັນໄດ້ ແຕ່ບໍ່ຄວນຢືມຫມູ່ໃຊ້
ຕົວຢ່າງ ທ່ານມີໂທລະສັບມືຖືຮຸ່ນຈໍຂາວດຳ ກິນໄຟຫນ້ອຍໆ ແຕ່ໄປຢືມຫົວສາກໄຟນຳຫມູ່ທີ່ມືຖືຈໍສີໃຫຍ່ແລະເປັນຈໍສຳຜັດເຊິ່ງກິນໄຟຫລາຍ ເມື່ອໃຊ້ສາຍສາກທີ່ຈ່າຍໄຟແຮງ ຈະສັງເກດວ່າສາກເຕັມໄວ ເຮັດໃຫ້ບາງຄົນຕິດໃຈ ຢືມຫມູ່ໃຊ້ເລື້ອຍໆ ແຕ່ຍິ່ງເຮັດແບບນັ້ນຫລາຍຄັ້ງທໍ່ໃດ
ແບັດເຕີຣີກໍຈະເສື່ອມໄວທໍ່ນັ້ນ ທາງທີ່ດີທີ່ສຸດຖ້າບໍ່ຈຳເປັນບໍ່ຄວນໃຊ້ວິທີນີ້.
4. ອຸນຫະພູມຂອງແບັດ ຖ້າແບັດຢູ່ໃນສະພາບແວດລ້ອມທີ່ມີຄວາມຮ້ອນສູງ ມັນກໍຈະເສື່ອມໄວ ດັ່ງນັ້ນບໍ່ຄວນປະຄອມຫລືແບັດໄວ້ໃນລົດທີ່ຈອດ
ຕາກແດດ ອັນຕະລາຍເດີ້ອັນນີ້
ໄດ້ຮູ້ຈັກກັບແບັດເຕີຣີ ແລະສາເຫດທີ່ພາໃຫ້ແບັດເສື່ອມໄປແລ້ວ ບາດນີ້ຂ້າພະເຈົ້າໄດ້ຮວບຮວມ ຄວາມເຂົ້າໃຈຜິດໆ ທີ່ມັກພົບພໍ້ເລື້ອຍໆໃນປະເທດ
ລາວພວກເຮົາຄວາມເຂົ້າໃຈຜິດອັນທີ 1: ຊື້ໂທລະສັບຫລືໂນ໋ດບຸກມາໃຫມ່ຄວນສາກປະໄວ້ປະມານ 8 ຊົ່ວໂມງຈັ່ງໃຊ້
ອັນນີ້ໄດ້ຍິນມາເລື້ອຍໆ ຮ້າຍແຮງໄປກວ່ານັ້ນ ຄົນຂາຍຫລືເຈົ້າຂອງຮ້ານເອງທີ່ເປັນຄົນແນະນຳລູກຄ້າ ຄວາມເຊື່ອແບບນີ້ມັນກໍຖືກຖ້າເປັນແບັດ
ເຕີຣີສະໄຫມກ່ອນ ແຕ່ໃນປັດຈຸບັນແບັດທີ່ເປັນແບບ Lithium ນັ້ນບໍ່ຈຳເປັນຕ້ອງສາກກາຍໂມງກາຍເວລາໄປໃສດອກ ສາກໃຫ້ມັນເຕັມກໍພໍ ແລະທີ່ສຳຄັນບໍ່ຈຳເປັນຕ້ອງປະໃຫ້ແບັດຫມົດແລ້ວຄ່ອຍສາກ ເຮົາສາມາດສາກໄດ້ທຸກຄັ້ງທີ່ຢາກສາກ ບໍ່ວ່າແບັດສິເຫລືອ 90% 80% 50% 40%
ກໍສາກໄດ້ໂລດ ກົງກັນຂ້າມຖ້າປ່ອຍໃຫ້ແບັດຫມົດຈົນເຫລືອ 0% ຈະເຮັດໃຫ້ແບັດເສື່ອມໄວກວ່າເກົ່າ ດັ່ງນັ້ນຖ້າໃຜບອກວ່າໃຫ້ສາກປະໄວ້ 8ຊົ່ວໂມງ
ກໍຢ່າເຮັດຕາມເຂົາບອກ.
ເຕີຣີສະໄຫມກ່ອນ ແຕ່ໃນປັດຈຸບັນແບັດທີ່ເປັນແບບ Lithium ນັ້ນບໍ່ຈຳເປັນຕ້ອງສາກກາຍໂມງກາຍເວລາໄປໃສດອກ ສາກໃຫ້ມັນເຕັມກໍພໍ ແລະທີ່ສຳຄັນບໍ່ຈຳເປັນຕ້ອງປະໃຫ້ແບັດຫມົດແລ້ວຄ່ອຍສາກ ເຮົາສາມາດສາກໄດ້ທຸກຄັ້ງທີ່ຢາກສາກ ບໍ່ວ່າແບັດສິເຫລືອ 90% 80% 50% 40%
ກໍສາກໄດ້ໂລດ ກົງກັນຂ້າມຖ້າປ່ອຍໃຫ້ແບັດຫມົດຈົນເຫລືອ 0% ຈະເຮັດໃຫ້ແບັດເສື່ອມໄວກວ່າເກົ່າ ດັ່ງນັ້ນຖ້າໃຜບອກວ່າໃຫ້ສາກປະໄວ້ 8ຊົ່ວໂມງ
ກໍຢ່າເຮັດຕາມເຂົາບອກ.
ຄວາມເຂົ້າໃຈຜິດອັນທີ 2: ເວລາໃຊ້ Notebook ຖ້າສຽບປັກໃຊ້ຄວນປົດແບັດເຕີຣີອອກດີບໍ່
ອັນນີ້ຕອບຍາກວ່າດີຫລືບໍ່ດີ ເອົາເປັນວ່າເຮົາເບິ່ງຂໍ້ດີແລະບໍ່ດີຂອງທັງສອງກໍລະນີກັນກ່ອນ ແລ້ວໃຫ້ທ່ານພິຈາລະນາວ່າອັນໃດດີແລະບໍ່ດີ
ສຳລັບທ່ານ
1. ສຽບໄຟໃຊ້ວຽກ ແຕ່ບໍ່ປົດແບັດ
ຂໍ້ດີ:
- ຫາກລະບົບໄຟຟ້າມີບັນຫາ ກໍບໍ່ມີຜົນຕໍ່ການເຮັດວຽກ ເນື່ອງຈາກມີແບັດຈ່າຍໄຟຢູ່ ຄືກັບເຮົາໃຊ້ PC ທີ່ມີ UPS ນັ້ນລະ
- ຂົ້ວແບັດເຕີຣີ ຈະບໍ່ເກີດບັນຫາ ຂີ້ຝຸ່ນໄປຈັບ ຫລືມີຄວາມຊຸ່ມຢູ່ບໍລິເວນດັ່ງກ່າວ ເຮັດໃຫ້ປອດໄພຕໍ່ໂຕແບັດເອງ
- ມີຄວາມສະດວກສະບາຍໃນການນຳໃຊ້ ບໍ່ຕ້ອງປົດເຂົ້າປົດອອກ
ບໍ່ດີ:
- ແບັດອາດໄດ້ຮັບຄວາມຮ້ອນຈາກໂຕເຄື່ອງຄອມພິວເຕີ ເຮັດໃຫ້ແບັດເສື່ອມໄວກວ່າປົກກະຕິເລັກນ້ອຍ
ສຳລັບທ່ານ
1. ສຽບໄຟໃຊ້ວຽກ ແຕ່ບໍ່ປົດແບັດ
ຂໍ້ດີ:
- ຫາກລະບົບໄຟຟ້າມີບັນຫາ ກໍບໍ່ມີຜົນຕໍ່ການເຮັດວຽກ ເນື່ອງຈາກມີແບັດຈ່າຍໄຟຢູ່ ຄືກັບເຮົາໃຊ້ PC ທີ່ມີ UPS ນັ້ນລະ
- ຂົ້ວແບັດເຕີຣີ ຈະບໍ່ເກີດບັນຫາ ຂີ້ຝຸ່ນໄປຈັບ ຫລືມີຄວາມຊຸ່ມຢູ່ບໍລິເວນດັ່ງກ່າວ ເຮັດໃຫ້ປອດໄພຕໍ່ໂຕແບັດເອງ
- ມີຄວາມສະດວກສະບາຍໃນການນຳໃຊ້ ບໍ່ຕ້ອງປົດເຂົ້າປົດອອກ
ບໍ່ດີ:
- ແບັດອາດໄດ້ຮັບຄວາມຮ້ອນຈາກໂຕເຄື່ອງຄອມພິວເຕີ ເຮັດໃຫ້ແບັດເສື່ອມໄວກວ່າປົກກະຕິເລັກນ້ອຍ
2. ສຽບໄຟໃຊ້ວຽກ ແຕ່ປົດແບັດ
ຂໍ້ດີ:
- ແບັດຈະປອດໄພຈາກຄວາມຮ້ອນຂອງຄອມພິວເຕີ
ບໍ່ດີ:
- ຂົ້ວແບັດອາດເກີດມີຂີ້ຝຸ່ນໄປຈັບ ແລະເຮັດໃຫ້ຄວາມຊຸ່ມ ເຊິ່ງອາດສົ່ງຜົນເວລາເອົາແບັດໄປສຽບເຂົ້າເຄື່ອງແລ້ວໄຟບໍ່ເຂົ້າ (ຕາມປະສົບການໂຕຈິງ ເຄີຍພົບມາຄືຄອມພິວເຕີຂອງໂຄງການເພິ່ນໃຫ້ຖອດແບັດໂນດບຸກປະໄວ້ ສຸດທ້າຍເມື່ອຢາກເອົາມາໃຊ້ ປາກົດວ່າແບັດເຫລົ່ານັ້ນໃຊ້ບໍ່ໄດ້ເລີຍ)
- ຫາກໄຟຟ້າມີບັນຫາວຽກທີ່ເຮັດຢູ່ Save ບໍ່ທັນແນ່ນອນ. XD
ຂໍ້ດີ:
- ແບັດຈະປອດໄພຈາກຄວາມຮ້ອນຂອງຄອມພິວເຕີ
ບໍ່ດີ:
- ຂົ້ວແບັດອາດເກີດມີຂີ້ຝຸ່ນໄປຈັບ ແລະເຮັດໃຫ້ຄວາມຊຸ່ມ ເຊິ່ງອາດສົ່ງຜົນເວລາເອົາແບັດໄປສຽບເຂົ້າເຄື່ອງແລ້ວໄຟບໍ່ເຂົ້າ (ຕາມປະສົບການໂຕຈິງ ເຄີຍພົບມາຄືຄອມພິວເຕີຂອງໂຄງການເພິ່ນໃຫ້ຖອດແບັດໂນດບຸກປະໄວ້ ສຸດທ້າຍເມື່ອຢາກເອົາມາໃຊ້ ປາກົດວ່າແບັດເຫລົ່ານັ້ນໃຊ້ບໍ່ໄດ້ເລີຍ)
- ຫາກໄຟຟ້າມີບັນຫາວຽກທີ່ເຮັດຢູ່ Save ບໍ່ທັນແນ່ນອນ. XD
ວິທີໃດດີຫລືບໍ່ດີ ກໍໃຫ້ທ່ານຜູ່ອ່ານເລືອກເອົາເອງວ່າຄວນໃຊ້ແນວໃດ ຕາມປະສົບການໂຕຈິງຂອງຂ້າພະເຈົ້າ ແບັດເຕີຣີຈະເສື່ອມໄວເສື່ອມຊ້າ ແມ່ນຂຶ້ນກັບລັກສະນະການສາກໄຟຂອງຜູ່ໃຊ້ເອງ ຂ້າພະເຈົ້າແນະນຳວ່າ ບໍ່ຄວນສຽບໄຟໄວ້ແລ້ວນັ່ງຫລິ້ນໂນດບຸກຫມົດມື້ ຄວນສາກໃຫ້ເຕັມ
ເຕັມແລ້ວກໍປົດໄຟ ເມື່ອໃຊ້ໄປຈົນແບັດເຫລືອປະມານ 30-40% ຈຶ່ງສາກໃຫມ່ ເຕັມແລ້ວກໍປົດຄືເກົ່າ ຖ້າເຮັດແບບນີ້ຮັບຮອງວ່າແບັດເຕີຣີ
ທ່ານຈະຢູ່ນຳທ່ານດົນກວ່າເກົ່າ.
ເຕັມແລ້ວກໍປົດໄຟ ເມື່ອໃຊ້ໄປຈົນແບັດເຫລືອປະມານ 30-40% ຈຶ່ງສາກໃຫມ່ ເຕັມແລ້ວກໍປົດຄືເກົ່າ ຖ້າເຮັດແບບນີ້ຮັບຮອງວ່າແບັດເຕີຣີ
ທ່ານຈະຢູ່ນຳທ່ານດົນກວ່າເກົ່າ.
ເຕັກນິກພິເສດອັດທ້າຍ: ການ Calibrate Battery
ປົກກະຕິແລ້ວພາຍໃນແບັດຈະມີວົງຈອນທີ່ຈະກວດສອບສະຖານະການເຮັດວຽກຂອງແບັດວ່າຍັງເຫລືອທໍ່ໃດ ໃຊ້ໄປແລ້ວດົນປານໃດ ສາກໄດ້ຈັກ
Cycle ແລ້ວ ເຊິ່ງເມື່ອເຮົາໃຊ້ໄປດົນໆ ການກວດສອບສະຖານະຕ່າງໆຫລືການເກັບຄ່າຕ່າງໆຈະບໍ່ເປັນປົກກະຕິ ບາງຄົນເມື່ອໃຊ້ໄປດົນໆອາດພົບ
ບັນຫາສາກເທົ່າໃດກໍບໍ່ເຕັມ 100% ຫລືໃຊ້ໄດ້ບໍ່ຫລາຍຊົ່ວໂມງຄືຕອນຊື້ມາໃຫມ່ໆ ເຊິ່ງອາດເປັນຍ້ອນການເກັບຄ່າຂອງວົງຈອນກວດສອບນີ້ ບໍ່ປົກ
ກະຕິສະນັ້ນເຮົາກໍມາ Calibrate ມັນ ຫລືປຽບທຽບງ່າຍໆວ່າເຮົາ Reset ແບັດເພື່ອໃຫ້ການກວດສອບເປັນໄປຢ່າງປົກກະຕິນັ້ນເອງ
ວິທີ Calibrate ແບັດເຕີຣີ (ຂໍຍົກຕົວຢ່າງສຳລັບ Notebook ສ່ວນອຸປະກອນອື່ນໆກໍສາມາດປະຕິບັດໄດ້ຄ້າຍຄືກັນ)
1. ສຽບປັກໄຟ ສາກໄຟໃຫ້ເຕັມ 100%
2. ຫລັງຈາກເຕັມແລ້ວບໍ່ຟ້າວປົດປັກໄຟອອກ ໃຫ້ສຽບຕໍ່ໄປອີກປະມານ 1-2 ຊົ່ວໂມງ (ໃນລະຫວ່າງນີ້ເຮົາສາມາດໃຊ້ວຽກໄປນຳກໍໄດ້)
3. ປົດສາຍສາກອອກ ແລ້ວໃຊ້ວຽກໂດຍໃຊ້ໄຟຈາກແບັດໃຊ້ຈົນຫມົດ ມັນຈະມີຫນ້າເຕືອນວ່າແບັດອ່ອນ ບໍ່ຕ້ອງສົນໃຈ ໃຊ້ຕໍ່ໄປຈົນມັນຄອມດັບ
ເລີຍ (ແຕ່ຢ່າລືມ Save ວຽກແນ່ເດີ້)
4. ປ່ອຍໃຫ້ຄອມດັບຕໍ່ໄປອີກ ປະມານ 5 ຊົ່ວໂມງຂຶ້ນໄປ (ສາມາດນອນຖ້າໄດ້)
5. ສຽບສາຍສາກ ແລ້ວສາກຈົນເຕັມ ກໍເປັນອັນສຳເລັດການ Calibrate Battery ແລ້ວ
1. ສຽບປັກໄຟ ສາກໄຟໃຫ້ເຕັມ 100%
2. ຫລັງຈາກເຕັມແລ້ວບໍ່ຟ້າວປົດປັກໄຟອອກ ໃຫ້ສຽບຕໍ່ໄປອີກປະມານ 1-2 ຊົ່ວໂມງ (ໃນລະຫວ່າງນີ້ເຮົາສາມາດໃຊ້ວຽກໄປນຳກໍໄດ້)
3. ປົດສາຍສາກອອກ ແລ້ວໃຊ້ວຽກໂດຍໃຊ້ໄຟຈາກແບັດໃຊ້ຈົນຫມົດ ມັນຈະມີຫນ້າເຕືອນວ່າແບັດອ່ອນ ບໍ່ຕ້ອງສົນໃຈ ໃຊ້ຕໍ່ໄປຈົນມັນຄອມດັບ
ເລີຍ (ແຕ່ຢ່າລືມ Save ວຽກແນ່ເດີ້)
4. ປ່ອຍໃຫ້ຄອມດັບຕໍ່ໄປອີກ ປະມານ 5 ຊົ່ວໂມງຂຶ້ນໄປ (ສາມາດນອນຖ້າໄດ້)
5. ສຽບສາຍສາກ ແລ້ວສາກຈົນເຕັມ ກໍເປັນອັນສຳເລັດການ Calibrate Battery ແລ້ວ
ຫມາຍເຫດ: ຄວນເຮັດ Calibrate Battery ປະມານ 2 ເດືອນຕໍ່ຄັ້ງ ບໍ່ຄວນເຮັດຖີ່ໆກັນເພາະຈະເຮັດໃຫ້ແບັດເສື່ອມໄວ ດັ່ງທີ່ຂຽນໄວ້ທາງເທິ່ງວ່າບໍ່
ຄວນປ່ອຍໃຫ້ແບັດຫມົດແລ້ວຄ່ອຍສາກເລື້ອຍໆ.
ຄວນປ່ອຍໃຫ້ແບັດຫມົດແລ້ວຄ່ອຍສາກເລື້ອຍໆ.
ເຄັດລັບຄອມພິວເຕີສະອາດ…….ປັດສະຈາກເຊື້ອໂຣກ!!
By:
laboursalavane Province
On:
2:20 PM
ໜ້າຈໍ ຖ້າຕ້ອງການອານາໄມລະຫວ່າງວັນອາດຈະໃຊ້ລູກກິ້ງທີ່ເປັນຂອບກາວສຳລັບກຳຈັດຂົນນ້ອຍໆເທິງເສື້ອຜ້າ ມາກິ້ງໄປກິ້ງມາທີ່ໜ້າຈໍ ເພື່ອກຳຈັດຝຸ່ນກໍໄດ້ ຫຼືຖ້າໃຜມີອັນປັດຝຸ່ນລົດທີ່ເປັນແບບໄມໂຄຣໄຟເບີກໍສາມາດນຳມາປັດໄດ້ຄືກັນແຕ່ຕ້ອງແນ່ໃຈວ່າໄມໂຄຣໄຟເບີແຫ້ງພໍ ແລະຈະບໍ່ມີນ້ຳຢາມາຕິດຕາມໜ້າຈໍຫຼັງຈາກປັດແລ້ວ
ສຳລັບຂອບພາສຕິກຂອງຈໍບາງຮຸ່ນອາດຈະເຮັດປະຕິກິລິຍາກັບສານເຄມີໄດ້ ດັ່ງນັ້ນຄວນຈະເລືອກນ້ຳຢາໃຫ້ດີ ແຕ່ໂດຍປົກກະຕິໃຫ້ໃຊ້ຜ້າຊຸ່ມ ນ້ຳອຸ້ນແລ້ວບິດໃຫ້ແຫ້ງມາເຊັດກໍໄດ້ແລ້ວ ຖ້າຕ້ອງການໃຊ້ນ້ຳຢາທີ່ມີຂາຍທົ່ວໄປກໍໃຫ້ລອງກັບພື້ນທີ່ນ້ອຍໆ ເບິ່ງກ່ອນວ່າມີຜົນຫຍັງ ຫຼືບໍ່ ຄ້າຍກັບ ລົດກ່ອນທີ່ຈະລົງນ້ຳຢາກໍໃຫ້ລອງກັບພື້ນທີ່ນ້ອຍໆກ່ອນ ວ່າມີົຜົນຕໍ່ພື້ນຜິວຫຼາຍປານໃດສ່ວນການເຊັດໃຫ້ໃຊ້ຜ້າ ຫຼືເສື້ອເກົ່າໆ ມາທານ້ຳຢາແລ້ວ ເຊັດສ່ວນທີ່ເປັນຫຼືບນ້ອຍໆໃຫ້ໃຊ້ແປງຖູແຂ້ວຄ່ອຍໆເຊາະເຂົ້າໄປກໍພຽງພໍຫຼັງຈາກໃຊ້ນ້ຳຢາເຊັດແລ້ວໃຫ້ໃຊ້ຜ້າແຫ້ງສະອາດ ເຊັດອີກເທື່ອນຶ່ງ ເພື່ອເຊັດນ້ຳຢາອອກ ອາດຈະເລືອກຄຣີມ ຫຼືນ້ຳຢາບາງຕົວຈະມີສ່ວນປະສົມທີ່ຮັກສາຄວາມຊຸ່ມຊື່ນຂອງພາສຕິກໄວ້ແດ່ ກໍຈະຢືດອາຍຸການໃຊ້ ງານໄປໄດ້ອີກ
ຫາກເປັນເຄສຄອມພິວເຕີຄວນຖອດສາຍໄຟຕ່າງອອກກ່ອນແລ້ວຈຶ່ງໃຊ້ຜ້າຊູ່ມນ້ຳເຊັດ ສ່ວນບ່ອນທີ່ເປິເປື້ອນໃຫ້ໃຊ້ຄຣີມອານາໄມເຊັດເປັນຈຸດໆ ບໍ່ຈຳເປັນຕ້ອງຖູໃຫ້ທົ່ວເຄສສ່ວນທີ່ເປັນພາສຕິກເກືອບຈະບໍ່ຕ່າງຈາກຂອບຈໍພາບ ແຕ່ສ່ວນທີ່ເປັນໂລຫະກໍອາດເບິ່ງເປັນສ່ວນໆໄປວ່າຄວາມເປິ ເປື້ອນຫຼາຍປານໃດລວມເຖິງຄາບທີ່ຝັງແໜ້ນ ຈະໄດ້ແຍກຮູ້ແບບການອານາໄມອອກຈາກກັນ
ເມົ້າ ແລະຄີບອດ ວິທີງ່າຍໆທີ່ສາມາດເຮັດໄດ້ໄວກໍຄື ປີ້ນຄີບອດລົງແລ້ວໃຊ້ມືຕົບຄ່ອຍໆດ້ານຫຼັງໃຫ້ເສດຂີ້ເຫຍື້ອທີ່ຢູ່ຕາມຊອກດ່ານໃນຫຼົ່ນລົງມາ ຈາກນ້ຳໃຊ້ຜ້າຊຸ່ມນ້ຳເຊັດໃຫ້ທົ່ວ ຫຼືຖ້າຢາກຈະໃຫ້ສະອາດ ແລະບໍ່ມີເຊື້ອໂຣກກໍອາດຈະໃຊ້ນ້ຳຢາຂ້າເຊື້ອໂຣກປະສົມນ້ຳແລ້ວເຊັດ ວິທີນີບໍ່ແນະນຳ ສຳລັບຄີບອດເຮືອງແສງ ຫຼືຈຸດທີ່ມີຄວາມອ່ອນໄຫວເປັນພິເສດ
ແຕ່ໃນລະຫວ່າງມື້ເຊັ່ນ: ຕອນເຊົ້າທີ່ຈະໃຊ້ຄີບອດເທື່ອທຳອິດ ອາດຈະເລືອກໃຊ້ເຄື່ອງມືອະນາໄມທີ່ມີລັກສະນະຄ້າຍຊິລິໂຄນກ້ອນອ່ອນໆ ກິ້ງໄປມາ ເທິງຄີບອດໃຫ້ທົ່ວ ເພື່ອເປັນການອານາໄມ ແລະເກັບເສດຂີ້ເຫຍື້ອນ້ອຍໆ ທີ່ຢູ່ຕາມຊອກອອກໄປ ເນື່ອງຈາກເຮັດໄດ້ງ່າຍ ແລະໃຫ້່ທ່ານເລີ່ມວຽກ ໄດ້ໄວຂື້ນ
ແຕ່ຖ້າມີເວລາຫຼາຍ ຫຼືການອະນາໄມປະຈຳປີ ອາດຈະເລືອກໃຊ້ວິທີລ້າງຄີບອດ ໂດຍການຖອດປຸ່ມຄີບອດອອກໃຫ້ໝົດ ຈາກນັ້ນອະນາໄມໂຕ ຄີບອດດ້ວຍຜ້າຊຸ່ມນ້ຳ ຫຼືການໃຊ້ແປງກຳຈັດສິ່ງເປິເປື້ອນ ທີ່ຕົກລົງໄປໃນຊ່ອງລະຫວ່າງປຸ່ມ ຈາກນັ້ນຖ້າມີນ້ຳຢາເຮັດຄວາມສະອາດກໍໃຊ້ຕາມຫຼັງ ໄດ້ຂໍ້ຄວນລະວັງກໍຄື ໃຫ້ລະວັງບໍໃຫ້ຖືກໜ້າສຳຜັດຂອງຄືບອດແຮງຈົນເກີນໄປ ລວງເຖິງບັນດາຂາລ໊ອກຂອງປຸ່ມແຕ່ລະໂຕອີກ ຈະໄດ້ບໍມີປັນຫາ ເວລາຕິດຕັ້ງກັບເຂົ້າໄປພາຍຫຼັງ ສ່ວນປຸ່ມທີ່ປກະອອກມາກໍໃຫ້ແຊ່ນ້ຳໄວ້ບຶດນຶ່ງແລ້ວຈຶ່ງນຳມາຕາກໃຫ້ແຫ້ງ ແລ້ວໆນຳໄປປະກອບເຂົ້າບ່ອນເກົ່າ
ມືຖື SAMSUNG ເສຍຢ່າຕົກໃຈ! ສາມາດຄົ້ນຫາໄດ້ດ້ວຍ FIND MY MOBILE
By:
laboursalavane Province
On:
1:57 PM
ມືຖື Samsung ເສຍຢ່າຕົກໃຈ! ສາມາດຄົ້ນຫາໄດ້ດ້ວຍ Find my mobile.ໃນຍຸກທີ່ Smartphone ເປັນອຸປະກອນອຳນວຍຄວາມສະດວກຂອງຊີວິດ ຝັນຮ້າຍຂອງຄົນໃຊ້ Smartphone ທີ່ທຸກຄົນບໍ່ຢາກພົບ ນອກຈາກເຄື່ອງມີການເປ່ເພແລ້ວ ຍັງມີເລື່ອງການສູນຫາຍ ບໍ່ວ່າຈະສູນຫາຍຈາກຄວາມ ປະໝາດຂອງຜູ່ໃຊ້ ຫາຍຈາກການຖືກລັກຕ່າງໆ ບໍ່ມີໃຜຢາກພົບເຈິແນ່ນອນ ດັ່ງນັ້ນ, ເຮົາມາກຽມປ້ອງກັນເຫດ ການທີ່ບໍ່ຄາດຄິດ ໂດຍການຕັ້ງຄ່າ Find my mobile ເຊິ່ງເປັນລູກຫຼິ້ນທີ່ Samsung ສ້າງມາເພື່ອນຳຫາເຄື່ອງ Samsung Galaxy ຂອງເຮົາໃຫ້ໄດ້ກັບຄືນມາ ສ່ວນການຕັ້ງຄ່ານັ້ນຕ້ອງເຮັດແນວໃດແດ່ ໃຊ້ງານແນວໃດ ມາເບິ່ງກັນເລີຍ..
ວິທີຕັ້ງຄ່າໃຊ້ງານ Find my mobile
ການຕັ້ງຄ່າ Find my mobile ພຽງແຕ່ສະໝັກ ແລະ ຕັ້ງຄ່າ Samsung Account ເອົາໄວ້ໃນ Settings -> Accounts -> Samsung Account ພຽງເທົ່ານີ້ກໍ່ສາມາດນຳໃຊ້ Samsung Account ເຂົ້າໄປຄົ້ນຫາ Samsung Galaxy ຂອງເຮົາໄດ້ໃນ http://findmymobile.samsung.com/login.do
Find my mobile ສາມາດຈັດການຫຍັງກັບເຄື່ອງທີ່ເສຍໄດ້ແດ່
ສິ່ງທີ່ໜ້າສົນໃຈໃນ Find my mobile ທີ່ຈະແນະນຳໃຫ້ໃຊ້ງານກັນມີ່ທັງໝົດ 4 ຢ່າງດັ່ງນີ້:
1 ສະແດງຕຳແໜ່ງລ່າສຸດຂອງເຄື່ອງ.
Find my mobile ສາມາດສະແດງຕຳແໜ່ງລ່າສຸດຂອງໂທລະສັບມືຖືທີ່ໃຊ້ງານຢູ່ໄດ້ໂດຍສະແດງຕຳແໜ່ງລົງໃນ Google Maps ເຊິ່ງໃຫ້ຄວາມລະອຽດຂອງຕຳແໜ່ງ ສາມາດບອກຕຳແໜ່ງລ່າໃນຮອບ 12 ຊົ່ວໂມງ ຫາກໂທລະສັບມີການປ່ຽນສະຖານທີ່ຈາກຈຸດເກົ່າໄປ ຜູ້ໃຊ້ງານຕ້ອງເປີດ GPS ແລະ 3G ຂອງເຄື່ອງເອົາໄວ້ຕະຫຼອດເວລາເພື່ອສະແດງຕຳແໜ່ງຂອງເຄື່ອງ ແລະ ຫາກເຄື່ອງມີການຕໍ່ Wifi ຕຳແໜ່ງທີ່ໄດ້ຈະແນ່ນອນກວ່າເກົ່າ.
2 ສັ່ງລ໋ອກເຄື່ອງ.
ຫຼາຍຄົນບໍ່ໄດ້ຕັ້ງຄ່າໃຫ້ໃສ່ລະຫັດກ່ອນປົດລ໋ອກໜ້າຈໍເພື່ອສ້າງປະການຄວາມປອດໄພດ່ານທຳອິດໃນການປ້ອງກັນການເຂົ້າເຖິງຂໍ້ມູນໃນເຄື່ອງ Find my mobile ສາມາດສ້າງລະຫັດລ໋ອກໜ້າຈໍເປັນໂຕເລກ 4 ໂຕ ພ້ອມກັບຂຽນຂໍ້ຄວາມສົ່ງໄປສະແດງຜົນທີ່ໜ້າຈໍເຄື່ອງເຮົາໄດ້ທັນທີ ນອກຈາກນີ້ ຜູ່ໃຊ້ສາມາດໃສ່ເບີໂທລະສັບຮູ້ຄວາມເຄື່ອນໄຫວຂອງເຄື່ອງທີ່ເສຍໄປ ຫາກມີການປ່ຽນຊິມ ຈະມີການສົ່ງ SMS ແຈ້ງກັບມາທີ່ເບີໂທລະສັບທີ່ແຈ້ງ ກັບລະບົບໄວ້ເພື່ອຮູ້ເຖິງການເຄື່ອນໄຫວຂອງເຄື່ອງເຊັ່ນດຽວກັນ.
3 ບັນທຶກການໂທ.
ຄວາມສາາດນີ້ ຖືວ່າເປັນຈຸດທີ່ແຕກຕ່າງຈາກລະບົບຄົ້ນຫາ Smartphone ຂອງລະບົບອື່ນໆ ເພາະ Find my mobile ສາມາດດຶງຂໍ້ມູນການ ໃຊ້ໂທລະສັບກັບມາສະແດງໃນ Account ຂອງເຮົາ ການດຶງຂໍ້ມູນທີ່ນີ້ ອາດເປັນຂໍ້ມູນທີ່ສຳຄັນທີ່ເຮັດໃຫ້ສາມາດຊອກຫາເຄື່ອງໄດ້ເຊັ່ນດຽວກັນ.
4 ສັ່ງລ້າງຂໍ້ມູນທັງໝົດ.
ໃນບາງກໍລະນີທີ່ຂ້ມູນອາດສຳຄັນກວ່າລາຄາເຄື່ອງ ການຍອມສະລະຖິ້ມເຄື່ອງເພື່ອຮັກສາຄວາມປອດໄພຂອງຂໍ້ມູນ ອາດເປັນທາງອອກ ທີ່ດີກວ່າການຊອກຫາເຄື່ອງ ໃນ Find my mobile ສາມາດສັ່ງລ້າງຂໍ້ມູນໃນເຄື່ອງ ແລະ MicroSD ທັງໝົດໄດ້ທັນທີ ພ້ອມກັບການ ສັ່ງລ້າງເຄື່ອງໃຫ້ເປັນຄ່າມາດຕະຖານຈາກໂຮງງານຜ່ານເມນູນີ້ເຊັ່ນກັນ.
ທີ່ມາຂໍ້ມູນ:Samsung
Saturday, August 9, 2014
ລວມໂປຣແກຣມຂ້າໄວຣັດ
By:
laboursalavane Province
On:
3:58 PM
1.Eset smart security ເປັນໂປຣມແກຣມຂ້າໄວຣັດ ຄອມພິວເຕີ້ ທີ່ຈັດໃນປະເພດດີເດັ່ນຂອງໂລກ.ທ່ານສາມາດ ດາວໂຫລດ ໄປໃຊ້ຟຣີ ມີລາຍເຊັນຕະຫລອດຊີບ,ອັບເດດໄດ້ຕະຫລອດ.
2.
Friday, August 8, 2014
ຂໍ້ມູນເບື້ອງຕົ້ນກ່ຽວກັບນ້ຳຖ້ວມເມືອງຄົງເຊໂດນ ແຂວງສາລະວັນ ໃນຊ້ວງທ້າຍເດືອນ 7 ຫາ ຕົ້ນເດືອນ 8 ປິ 2014
By:
laboursalavane Province
On:
3:53 PM
ຂໍ້ມູນເບື້ອງຕົ້ນ ສະພາບນ້ຳຖ້ວມ ເມືອງຄົນໂດນ ວັນທີ
30 ກໍລະກົດ- ທີ 6 ສິງຫາ 2014
![](https://fbcdn-sphotos-a-a.akamaihd.net/hphotos-ak-xpa1/v/t1.0-9/10426817_746692632059112_923718347657452065_n.jpg?oh=5fb4eab182d8586f84c714261b0c5567&oe=5475CC28&__gda__=1415259669_ee89d62255e393edc8b83b9c32fb6c15)
ອີງໃສ່ ບົດລາຍງານຂອງ
ຫ້ອງວ່າການປົກຄອງເມືອງຄົງເຊໂດນ,ສະບັບເລກທີ 08/ຫປມ.ຄດ,ລົງວັນທີ 07 ສິງຫາ 2014.
ຍ້ອນສາເຫດຝົນຕົກຢ່າງຕໍ່ເນື່ອງນິດລຽນຕິດ
ເປັນເວລາຫລາຍວັນ,ຍ້ອນສະພາບທີ່ຕັ້ງພູມສັນຖານ
ຂອງເມືອງຄົງເຊໂດນທີ່ມີລັກສະນະຕ່ຳ.
ດັ່ງນັ້ນ,ຈິ່ງເຮັດໃຫ້ນ້ຳຖ້ວມສູງພໍສົມຄວນ
ປະມານ 12.60 ມ. ປະລິມານນ້ຳຝົນວັດແທກໄດ້ 1.683,7 ມມ.
ຕໍ່ເຫດການດັ່ງກ່າວ
ທາງອຳນາດການປົກຄອງບ້ານ,ເມືອງ
ສົມທົບກັບຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງໄດ້ເກັບກຳຂໍ້ມູນສາມາດເກັບກຳໄດ້ຂັ້ນພື້ນຖານດັ່ງນີ້:
-
ນ້ຳຖ້ວມທັງໝົດລວມມີ
9 ກຸ່ມບ້ານ.
-
ບ້ານທີ່ຖືກຜົນກະທົບ
60 ບ້ານ.
-
ເນື້ອທີ່ຖ້ວມທັງໝົດ
7.153 ເຮັກຕາ.
-
ຈຳນວນຄອບຄົວທີ່ຖືກຜົນກະທົບ
ແລະ ເສຍຫາຍ 8.325 ຄອບຄົວ.
-
ພົນລະເມືອງທີ່ຖືກຜົນສະທ້ອນເສຍຫາຍ
46.092; ຍິງ24,043 ຄົນ,ລາຍລະອຽດດັ່ງນີ້:
1.
ຂົງເຂດກະສິກຳ
-
ຖ້ວມເນື້ອທີ່ທຳການຜະລິດກະສິກຳ
6,251 ເຮັກຕາ, ມີ 4,664 ຄອບຄົວ, ມີພົນລະເມືອງ 24,050 ຄົນ, ຍິງ 13,397 ຄົນ.
-
ຊົນລະປະທ່ານ
29 ແຫ່ງ, ໃນນັ້ນຝາຍລົ້ນ 03 ແຫ່່ງ .
-
ໜອງປາ 273
ໜອງ, ຈຳນວນປາ 112,560 ໂຕ.
2.
ຂົງເຂດສາທາ
-
ພື້ນທີ່ນ້ຳຖ້ວມບໍ່ນ້ຳບາດານມີ
1,121ບໍ່, ວິດຖ່າຍ 828 ໜ່ວຍ.
3. ຂົງເຂດສຶກສາ
-
ໂຮງຮຽໜທີ່ຖືກນ້ຳຖ້ວມມີ
09 ໂຮງຮຽນຄື: ມໍຕ ແກ້ງໂຄນ, ປະຖົມແກ້ງໂຄນ, ປະຖົມສະໂອ, ປະຖົມຮັງແຮ້ງ,
ໂຮງຮຽນມູນດອນແກ້ວ, ໂຮງຮຽນມູນໜອງຫອຍ, ປະຖົມຕ່ານດ່ຽວ, ປະຖົມຫາດຊາຍຄຳ
ແລະ ປະຖົມໜອງແຕງ.
4.
ຂົງເຂດໂຍທາທິການ
ແລະ ຂົນສົ່ງ
-
ເສັ້ນທາງທີ່ຖືກຖ້ວມມີ
33 ເສັ້ນທາງ, ມີລວງຍາວ 111 ກມ.
v
ໃນວັນທີ
03 ສິງຫາ 2014 ນີ້ ມີປະຊາຊົນຍົກຍ້າຍອອກມາ ຈາກບ້ານ ມາປະຈຳຢູ່ບ່ອນຈຸດສູງ
ມີທັງຫມົດ 02 ບ້ານ, ມີ 154 ຄອບຄົວ ມີຈຳນວນພົນ 1,065ຄົນ, ຍິງ 517 ຄົນ.
# ການຈັດຕັ້ງປະຕິບັດການຊ່ວຍເຫຼືອສຸກເສີນ
ຈາກສະພາບຜົນກະທົບດັ່ງກ່າວ ທາງອຳນາດການປົກຄອງເມືອງ
ກໍຄືຄະນະຄຸ້ມຄອງໄພພິບັດຂອງເມືອງໄດ້ສະເຫນີໄປຍັງ
ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ກົມກອງທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ
ອຳນາດການປົກຄອງແຂວງ, ທະຫານແຂວງ, ປກສ ແຂວງ, ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ
ແຂວງ ເຊິ່ງພວກເພິ່ນກ່ໍໄດ້ລົງມາຊ່ວຍເຫຼືອ ພ້ອມທັງນຳເອົາພາຫະນະ ແລະ
ເຄື່ອງຊ່ວຍເຫລືອບັນເທົາທຸກຢ່າງຮີບດ່ວນ ແລະ ທັນການ.
# ການຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ
ໄດ້ມີທັງພາກລັດ ແລະ ເອກະຊົນ, ບໍລິສັດຫ້າງຮ້ານ
ແລະ ນັກທຸລະກິດ ນັບແຕ່ວັນທີ 03 ສິງຫາ 2014 ຫາວັນທີ 06 ສິງຫາ 2014, ລວມມີ ເຂົ້າສານ,
ອາຫານແຫ້ງ, ນ້ຳດື່ມ, ເງິນສົດ ແລະ ແຮງງານຈຳນວນໜຶ່ງ ສາມາດສະຫລຸບການຊ່ວຍເຫລືອໄດ້ດັ່ງນີ້:
ລວມມູນຄ່າທັງໝົດ =
80,518,000 ກີບ
ເປັນວັດຖຸ = 44,518,000 ກີບ
ເງິນສົດ =
36,000,000 ກີບ
ໃນນັ້ນມີ:
ເຂົ້າສານຫນຽວຈຳນວນ
30 ກິໂລ, ໝີ່ 217 ແກັດ, ນ້ຳດື່ມ 635 ແກັດ, ກັບ 140 ໂຫຼ , ປາປ໋ອງ 10 ແຟັກ, ເຄື່ອງນຸ່ງຫົ່ມ
15 ສອບ , ສະບູກ້ອນ 100 ກ້ອນ, ກະຕຸກ 100 ຫນ່ວຍ, ແຜ່ນພັບ 50 , ຢາ 300 ເມັດ.
Tuesday, August 5, 2014
ມອບເຂົ້າຊ່ວຍຫຼືອ ໃຫ້ສາມຕົວເມືອງເພື່ອຟື້ນຟູຊີວິດການເປັນຢູ່ພາຍຫຼັງພາຍຸດີເຟຮດຊັນ
By:
laboursalavane Province
On:
4:03 PM
ໃນຕອນເຊົ້າ ຂອງວັນທີ 1 ສິງຫາ 2014 ນີ້,
ທ່ານ ສີສຸວັນ ວົງຈອມສີ ຮອງເຈົ້າແຂວງໆສາລະວັນ, ປະທານຄະນະກໍາມະການປ້ອງກັນ ແລະ ແກ້ໄຂໄພພິບັດຂັ້ນແຂວງ, ລົງມອບເຂົ້າສານໜຽວ ໃຫ້ບັນດາເມືອງທີ່ຖືກຜົນກະທົບ
ເພື່ອຟື້ນຟູຊີວິດການເປັນຢູ່ພາຍຫຼັງຈາກພາຍຸດີເຟຣດຊັນ ໃນທ້າຍປີ 2013 ເປັນຕົ້ນ:
ເມືອງສາລະວັນ, ວາປີ ແລະ ເມືອງຄົງເຊໂດນ. ຊຶ່ງພິທີມອບ-ຮັບ
ເຂົ້າ ຊ່ວຍເຫຼືອແມ່ນໄດ້ຈັດຂື້ນ ທີ່ກຸ່ມບ້ານທີ 5ເມືອງສາລະວັນ, ກຸ່ມບ້ານທີ2 ເມືອງວາປີ
ແລະ ຫ້ອງວ່າການປົກຄອງເມືອງຄົງເຊໂດນຫຼັງເກົ່າ. ໂດຍເປັນກຽດກ່າວຮັບຂອງທ່ານການນໍາ
ຂອງທັງ ສາມເມືອງ. ໂດຍຊອງໜ້າຂອງທ່ານ ບຸນຍົງ ພາສີ ຫົວໜ້າພະແນກ ແຮງງານ
ແລະສະຫວັດ ດີການສັງຄົມແຂວງ. ພ້ອມດ້ວຍຄະນະກໍາມະການຈາກພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນແຂວງ,ຂັ້ນເມືອງ ພ້ອມພໍ່ແມ່ປະຊາຊາຊົນເຂົ້າຮ່ວມ ເປັນສັກຂິພີຍານ.
ສໍາລັບເຂົ້າສານໜຽວ ທີ່ 3
ເມືອງໄດ້ຮັບໃນຄັ້ງນີ້ ມີທັງໝົດ 150 ໂຕນ 465 ກິໂລກະກຼາມ, ມູນຄ່າ 1,421,856,000 ກີບ,
ໃນນັ້ນ, ເມືອງສາລະວັນ ມີຜູ້ໄດ້ຮັບຜົນປະໂຫຍດ
200 ຄອບຄົວ, ມີ 4 ບ້ານ, ໄດ້ຮັບເຂົ້າຈໍານວນ 11 ໂຕນ, 200 ກິໂລກະກຼາມ, ເມືອງວາປີ
ມີຜູ້ໄດ້ຮັບຜົນປະໂຫຍດ 216 ຄອບຄົວ, ມີ 15
ບ້ານ, ໄດ້ຮັບເຂົ້າຈໍານວນ 20 ໂຕນ, 250
ກິໂລກະກຼາມ ແລະ ເມືອງຄົງເຊໂດນ ມີຜູ້ໄດ້ຮັບຜົນປະໂຫຍດ 1.829 ຄອບຄົວ, ມີ 64 ບ້ານ,
ໄດ້ຮັບເຂົ້າຈໍານວນ 119 ໂຕນ, 15
ກິໂລກະກຼາມ. ສ່ວນເຂົ້າຊ່ວຍເຫຼືອ ແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແຫ່ງ ສປປລາວ. ທັງນີ້ກໍ່ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ
ໃນ 3 ຕົວເມືອງ ທີ່ຖືກຜົນກະທົບໄດ້ມີ ຊີວິດນັນມື້ນັບດີຂື້ນເທື່ອລະກ້າວ ແລະ
ເປັນກໍາລັງແຮງຜັກດັນແກ້ໄຂຄວາມທຸກຍາກ ໃນປີ 2015
ຕາມແນວທາງນະໂຍບາຍຂອງພັກ-ລັດໄດ້ວາງໄວ້ ແລະ ເຮັດໃຫ້ປະຊາຊົນຫຼຸດພົ້ນຈາກຄວາມດ້ອຍພັດທະນາ
ໃນປີ 2020 ໂດຍຊີ້ນເຊີງ.
ໃນຕອນທ້າຍຂອງພິທີ ທ່ານຄະນະກໍາມະການປ້ອງກັນ
ແລະ ແກ້ໄຂໄພພິບັດຂັ້ນແຂວງ ຍັງໄດ້ເນັ້ນໃຫ້ຄະນະກໍາມະການແຈກຢາຍເຂົ້າຂັ້ນແຂວງ ແລະ
ຂັ້ນເມືອງ ໃນຄັ້ງນີ້ຕື່ມອີກວ່າ: ການແຈກ ຢາຍຊ່ວຍເຫຼືອເຂົ້າພໍ່ແມ່ປະຊາຊົນ
ຕ້ອງຫລີກລ້ຽງການສໍ້ລາດບັງຫຼວງຕ້ອງເຖີງມືພໍ່ແມ່ປະຊາຊົນຄົບຕາມຈໍານວນຕົວຈິງ,
ດ້ານຄຸນນະພາບ ແລະ ປະລິມານ ຕ້ອງມີການກວດກາຈາກຄະນະກໍາມະການ ຕາມຂັ້ນຕອນຢ່າງລະອຽດ,
ຫຼີກເວັ້ນການ ຈົ່ມວ່າຫ່າງສຽງຈາກສັງຄົມ ແລະ
ຫ່າງສຽງທີ່ຈະຕາມມາທີ່ມີເນື້ອໃນລັກສະນະເຊື່ອມເສຍກຽດ ສັກສີຂອງການນໍາທຸກຂັ້ນ.
Monday, August 4, 2014
ກອງປະຊຸມ ປຶກສາຫາລື ວຽກງານການຮອງຮັບຜູ້ອອກແຮງານລາວ ທີ່ກັບມາຈາກໄທ
By:
laboursalavane Province
On:
2:06 PM
ໂດຍປະຕິບັດຕາມ ແຈ້ງການຂອງ ກະຊວງ ຮສສ,ສະບັບເລກທີ 2329/ຮສສ
,
ໃນຕອນເຊົ້າ
ຂອງວັນທີ 4 ສິງຫາ 2014 ທີ່ພະແນກແນງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ ໄດ້ໄຂກອງປະຊຸມປຶກສາຫາລືວຽກງານ ການຮອງຮັບຜູ້ອອກແຮງງານລາວ
ທີ່ຖືກທາງການໄທຜັກດັນກັບຄືນປະເທດ ຂຶ້ນ. ໂດຍການເປັນປະທານ ຂອງທ່ານ
ສີສຸວັນ ວົງຈອມສີ ຄະນະປະຈຳພັກແຂວງ,ຮອງເຈົ້າແຂວງສາລະວັນ.ມີ
ທ່ານ ນາງ ບຸນທະວີ
ດວງລາສີ ກຳມະການພັກແຂວງ ປະທານ ສະຫາພັນແມ່ຍິງແຂວງ,ທ່ານ
ບຸນຍົງ ພາສີ ເລຂາໜ່ວຍ
ຫົວໜ້າພະແນກ ຮສສ ແຂວງ ແລະ ມີບັນດາທ່ານ ທີ່ຢູ່ໃນຄະນະກຳມະການ ແກ້ໄຂບັນຫາແຮງງານລາວທີ່ລັກລອບໄປທຳງານຢູ່ປະເທດໄທແບບຜິດກົດໝາຍ
ຕະຫລອດຮອດ ພະນັກງານວິຊາການ ຢູ່ໃນ
ພະແນກ ເຂົ້າຮ່ວມຢ່າງພ້ອມພຽງ
ລວມທັງໝົດ 19 ທ່ານ,ຍິງ 7 ທ່ານ.
ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສາລະວັນ,ສະບັບເລກ…………..ວ່າດ້ວຍ
ການແຕ່ງຕັ້ງຄະນະຊີ້ນຳຂັ້ນແຂວງ ແລະ ຄະນະປະຕິບັດງານຂັ້ນແຂວງ ປັບສະຖານະພາບໃຫ້ແຮງງານລາວທີ່ໄປອອກແຮງງານຜິດກົດໝາຍ
ແລະ ແຈ້ງການຂອງກະຊວງ ຮສສ,ສະບັບເລກທີ 2329/ຮສສ,ເລື່ອງການຮອງຮັບຜູ້ອອກແຮງງານລາວ
ທີ່ກັບມາຈາກປະເທດໄທ ສະເໜີ ໂດຍທ່ານ ບຸນຍົງ ພາສີ ເລຂາໜ່ວຍ
ຫົວໜ້າພະແນກ ຮສສ ແຂວງ.ແລະ ກອງປະຊຸມຍັງໄດ້ຮັບຟັງທ່ານ ຂັນໄຊ
ຣັດຖະເຮົ້າ ຫົວໜ້າພະແນກ ການຕ່າງປະເທດ ຜ່ານ
ແຈ້ງການຂອງກະຊວງການຕ່າງປະເທດ ສະບັບເລກທີ 1479/ຕປທ.ກກສ.1,ລົງວັນທີ 15,ກໍລະກົດ 2014.
ເລື່ອງ ທາງການໄທຈະເພີ່ມມາດຕະການຕໍຜູ້ຈະເດີນທາງເຂົ້າປະເທດຕົນ.ກອງປະຊຸມນຳເອົາເນື້້ອໃນຈິດໃຈຂອງເອກະສານທີ່ໄດ້ຜ່ານມາຂ້າງເທິງນັ້ນ
ມາປຶກສາຫາລື ແລກປ່ຽນຄຳຄິດເຫັນ ແລະ
ໄດ້ຕົກລົງເຫັນດີເປັນເອກະພາບຄື:ໃຫ້ຄະນະກຳມະການຊີ້ນຳຂັ້ນ
ແຂວງ ແລະ ຄະນະປະຕິບັດງານຂັ້ນແຂວງ ຮີບຮ້ອນ ເອົາໃຈໃສ່ ຈັດຕັ້ງປະຕິບັດ
ໂດຍຖືເອົາສອງເມືອງທີ່ມີຊາຍແດນຕິດຈອດກັບປະເທດໄທຄື:
ເມືອງຄົງເຊໂດນ ແມ່ນ ດ່ານ ຄັນທຸງໄຊ ແລະ ເມືອງລະຄອນເພັງ ແມ່ນ ດ່ານ ຕະພານ
ເປັນຈຸດປະຕິບັດງານ ເຊິ່ງສອງເມືອງນີ້ ກວມຜູ້ອອກແຮງງານລາວ
ທີ່ລັກລອບລອບໄປທຳງານຢູ່ໄທຫລາຍທີ່ສຸດ ແລະ
ຈະໄດ້ມີການກວດກາສຸຂະພາບໃຫ້ຈຳນວນແຮງງານລາວທີ່ກັບຄືນປະເທດນັ້ນ
ໂດຍບໍ່ເສຍຄ່າໃດໆເລີຍ.
ຕອນທ້າຍຂອງກອງປະຊຸມ ທ່ານ ປະທານ ກອງປະຊຸມ ກໍ່ໄດ້ ເນັ້ນໜັກ
ກ່ຽວກັບວິທີການຈັດຕັ້ງປະຕິບັດຂອງຄະນະກຳມະການ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງປະສານງານກັນຢ່າງກົມກຽວ
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກໄດ້ຮັບປະສິດພາບ
ຢ່າງສູງສຸດ,ກອງປະຊຸມດຳເນີນໄປ 1 ຄາບ ແລະ
ໄດ້ອັດລົງໃນຕອນທ່ຽງຂອງວັນດຽວກັນ.
ຂຽນໂດຍ:ນັກຂ່າວພະແນກ ຮສສ ແຂວງສາລະວັນ
Subscribe to:
Posts
(
Atom
)
Labels
- IT ( 4 )
- ກະສິກຳ ( 8 )
- ຂ່າວກະຊວງ ( 6 )
- ຂ່າວເສດຖະກິດ ( 1 )
- ຂ່າວເດັ່ນ ( 2 )
- ຂ່າວຕ່າງປະເທດ ( 3 )
- ຂ່າວທົ່ວໄປ ( 5 )
- ຂ່າວພາຍໃນປະເທດ ( 5 )
- ຂ່າວພາຍໃນພະແນກ ( 87 )
- ຂ້າໄວຣັດ ( 1 )
- ຄລິບຕະຫລົກ ( 15 )
- ຈາກເລື່ອງເລົ່າເຊົ້ານີ້ ( 2 )
- ເພງວີດີໂອ ( 1 )
- ເພື່ອສຸຂະພາບ ( 14 )
- ຮູບພາບ ( 1 )