ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ
ເອກະພາບ ວັດທະນະຖາວອນ
----------------------
ພະແນກແຮງງານແລະສະຫັວດດີການສັງຄົມແຂວງ
ຂະແໜງສັງຄົມສົງເຄາະ
ເລກທີ......../ຮສສ,ສສຄ
ທີ່ ສາລະວັນ, ວັນທີ.........................
ບົດສະຫຼຸບ
ການຈັດຕັ້ງປະຕິບັດວຽກງານສັງຄົມສົງເຄາະ
ສົກປີ 2012-2013
ແລະ ແຜນການ ສົກປີ 2013-2014.
-
ອີງຕາມ: ຂໍ້ຕົກລົງຂອງກະຊວງ ຮສສ, ສະບັບເລກທີ 4890/ຮສສ, ລົງວັນທີ 18/10/2007
ວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວຂອງພະແນກແຮງງານແລະສະຫວັດດີການສັງຄົມແຂວງ
ແລະ ນະຄອນ.
-
ອີງຕາມ: ແຜນພັດທະນາວຽກງານແຮງງານແລະສະຫັວດດີການສັງຄົມ ສົກປີ 2012-2013,
ສະບັບເລກທີ 378/ຮສສຂ.ສວ,
ລົງວັນທີ 03/8/2011.
-
ອີງຕາມ: ການຈັດຕັ້ງປະຕິບັດວຽກງານສັງຄົມສົງເຄາະ ໃນໄລຍະ 1 ປີຜ່ານມາ ສົກປີ 2012-2013
ພາກທີ I
ສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດ
ວຽກງານສັງຄົມສົງເຄາະ ສົກປີ 2012-2013
I.
ວຽກການເມືອງແນວຄິດ:
-
ພະນັກງານ-ລັດຖະກອນພາຍໃນຂະແໜງສັງຄົມສົງເຄາະ ປະກອບ ມີ 3 ຄົນ, ຍິງ 0 ຄົນ, ໃນນັ້ນ ມີຫົວໜ້າຂະແໜງ 1 ຄົນ, ວິຊາການ 2 ຄົນ.
-
ພະນັກງານ-ລັດຖະກອນພາຍໃນຂະແໜງໄດ້ເຂົ້າຮວ່ມສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ
ເຊື່ອມຊືມບັນດາມະຕິຄໍາສັ່ງ, ລະບຽບກົດໝາຍທີ່ຕິດພັນກັບການສຶກສາ-ອົບຮົມແນວຄິດໃຫ້ມີທັດສະນະຫຼັກໝັ້ນ,
ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ແລະ
ຫ້າວຫັນປະຕິບັດໜ້າທີ່ວິຊາສະເພາະຂອງຕົນໃຫ້ມີປະສິດທິຜົນສູງ.
II.
ຜົນສໍາເລັດການຈັດຕັ້ງປະຕິບັດວຽກງານ
ວິຊາສະເພາະ.
1.
ວຽກງານ
ສົງເຄາະ ແລະ ພັດທະນາ.
- ໄດ້ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະ ແມ່ນຫ້ອງການແຮງງານແລະສະຫັວດດີການເມືອງ
ເພື່ອເກັບກໍາຂໍ້ມູນຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆ ທີ່ເກີດຂື້ນພາຍໃນແຂວງສາລະວັນ
ເປັນຕົ້ນ: ອັກຄີໄພ, ລົມພາຍຸພັດ ແລະ ອື່ນໆ
ເຊິ່ງສາມາດເກັບກໍາຂໍ້ມູນໄດ້ລະອຽດ ດັ່ງລຸ່ມນີ້:
·
ອັກຄີໄພ: ມີ 7 ເມືອງ ຄື: ເມືອງສາລະວັນ,
ວາປີ, ຄົງເຊໂດນ, ຕຸ້ມລານ, ເລົ່າງາມ, ຕະໂອ້ຍ ແລະ ເມືອງລະຄອນເພັງ, ລວມມີ
44 ບ້ານ, 70 ຄອບຄົວ, ຈໍານວນຜູ້ທີ່ໄດ້ຮັບຜົນກະທົບ 506 ຄົນ, ຍິງ 219 ຄົນ,
ມູນຄ່າການເສຍຫາຍ 1,696,442,000 ກີບ.
·
ລົມພາຍຸພັດ: ມີ 5 ເມືອງ ຄື:
ເມືອງ ວາປີ, ຕຸ້ມລານ, ຄົງເຊໂດນ, ລະຄອນເພັງ ແລະ ເມືອງ ສາລະວັນ ລວມມີ 32
ບ້ານ, 408 ຄອບຄົວ, ຈໍານວນຜູ້ທີ່ໄດ້ຮັບຜົນກະທົບ 2,572 ຄົນ, ຍິງ 1,326 ຄົນ,
ມູນຄ່າການເສຍຫາຍ 850,728,000 ກີບ.
-
ໄດ້ສັງລວມຂໍ້ມູນ
ເພື່ອຂໍການຊ່ວຍເຫຼືອປະເພດເຄື່ອງອຸປະໂພກ
ແລະ ບໍລິໂພກ ຈາກກະຊວງ
ຮສສ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກລົມພາຍຸພັດ ແລະ
ອັກຄີໄພ ໃນສົກປີ 2012-2013 ໄດ້ 3 ງວດ, ລວມມີ 7 ເມືອງ ຄື:
ເມືອງສາລະວັນ, ເລົ່າງາມ, ຄົງເຊໂດນ, ລະຄອນເພັງ, ວາປີ, ຕຸ້ມລານ
ແລະ ເມືອງ ຕະໂອ້ຍ ມີ 66 ບ້ານ, 360
ຄອບຄົວ, ຈໍານວນຜູ້ທີ່ໄດ້ຮັບຜົນກະທົບ 2,333 ຄົນ, ຍິງ
1,169 ຄົນ, ມູນຄ່າເສຍຫາຍ 2,057,080,000 ກີບ.
-
ໄດ້ຮັບງົບປະມານຈາກກະຊວງ
ຮສສ ອະນຸມັດໃຫ້ແຂວງສາລະວັນ ເພື່ອຊ່ວຍເຫຼືອສົງເຄາະ ໃຫ້ແກ່ຄອບຄົວທີ່ໄດ້ຮັບເຄາະຮ້າຍຈາກ ລົມພາຍຸພັດ ແລະ
ອັກຄີໄພ ສົກປີ 2012-2013 ມີ 3 ງວດ
ມີ 7 ເມືອງ: ເມືອງ ສາລະວັນ, ວາປີ, ເລົ່າງາມ, ຄົງເຊໂດນ, ລະຄອນເພັງ, ຕຸ້ມລານ ແລະ ເມືອງ ຕະໂອ້ຍ, ມູນຄ່າການຊ່ວຍເຫຼືອ 209,650,000 ກີບ, ມີຜູ້ໄດ້ຮັບຜົນປະໂຫຍດຈໍານວນ
64 ບ້ານ, 375 ຄອບຄົວ, ຈໍານວນພົນ 2,315 ຄົນ, ຍິງ 1,165 ຄົນ.
-
ໄດ້ສັງລວມຂໍ້ມູນ
ເພື່ອຂໍການຊ່ວຍເຫຼືອປະເພດເຄື່ອງນຸ່ງຫົ່ມ ຈາກກະຊວງ ຮສສ ໃຫ້ແກ່ປະຊາຊົນເຂດເມືອງພູດອຍສໍາລັບຜູ້ທີ່ຂາດເຄື່ອງນຸ່ງຮົ່ມໃນລະດູໜາວ
ຈໍານວນ 3
ເມືອງ ຄື: ເມືອງ ຕຸ້ມລານ, ຕະໂອ້ຍ ແລະ ເມືອງ ສະໝ້ວຍ ມີ 127 ບ້ານ, 6.279 ຄອບຄົວ,
ຈໍານວນພົນ 44.673 ຄົນ, ຍິງ 23.004 ຄົນ.
-
ໄດ້ສັງລວມຂໍ້ມູນ
ເພື່ອຂໍການຊ່ວຍເຫຼືອປະເພດເຂົ້າກິນ ຈາກກະຊວງ ຮສສ ໃຫ້ແກ່ປະຊາຊົນຜູ້ທີ່ຍົກຍ້າຍບ້ານ
( ຍົກ ຍ້າຍຖິ່ນຖານ ) ຢູ່ພາຍໃນແຂວງສາລະວັນ ມີ 2 ເມືອງ ຄື: ເມືອງ ຕະໂອ້ຍ ແລະ
ເມືອງ ສະໝ້ວຍ ຈໍານວນ 16 ບ້ານ, 948 ຄອບຄົວ, ຈໍານວນພົນ 5,599 ຄົນ, ຍິງ 2,804 ຄົນ.
- ໄດ້ຮັບງົບປະມານ ໃນການລົງຕິດຕາມ
ແລະ ເກັບກໍາຂໍ້ມູນຜູ້ລອດຊີວິດຈາກລະເບີດບໍ່ທັນແຕກໃນປາງສົງຄາມ ຈາກຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ
ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ.ລາວ ໃຫ້ຫ້ອງການ ຮສສ ເມືອງ
5 ຕົວເມືອງ ຄື: ເມືອງສາລະວັນ, ເລົ່າງາມ, ລະຄອນເພັງ, ວາປີ
ແລະ ເມືອງຕຸ້ມລານ ສົກປີ 2012-2013
ໃນມູນຄ່າ 11.035,000 ກີບ,
ຈໍານວນ 92 ບ້ານ, ຈໍານວນຜູ້ລອດຊີວິດຈາກປາງສົງຄາມ 289 ຄົນ.
-
ໄດ້ມອບອຸປະກອນເຄື່ອງຮັບໃຊ້
ປະເພດຈົກ ແລະ ຊວ້ານ (ອົງການອາຫານໂລກ ແລະ ອົງການອ໋ອກສະຟາມ ອົດສະຕາລີ )
ໃຫ້ເມືອງ ຕະໂອ້ຍ ມີ 2 ບ້ານ ຄື: ບ້ານ ປະຈຸດອນ ແລະ ບ້ານ ຕະຮວກ ມີ ຈໍານວນ 210
ຄອບຄົວ, ຈໍານວນຈົກ ແລະ ຊວ້ານ ມີທັງໝົດ 420 ອັນ.
-
ໄດ້ສັງລວມບັນດານິຕິກໍາ ແລະ
ຮ່າງເກັບກໍາຂໍ້ມູນຕ່າງໆ ຂອງວຽກງານ ສັງຄົມ-ສົງເຄາະ ທີ່ຕິດພັນກັບວຽກງານ 3
ສ້າງ ເພື່ອສົ່ງໃຫ້ຫ້ອງການ ຮສສ ເມືອງ.
-
ປະສານສົມທົບ ກັບຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງຊາດ
ເພື່ອແກ້ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປລາວ
ຈັດພິທີມອບ-ຮັບໂຄງການເກັບກູ້ລະເບີດແຂວງສາລະວັນ ລະຫວ່າງ ພະແນກແຮງງານ
ແລະ ສະຫວັດດີການສັງຄົມແຂວງ ໃຫ້ຂື້ນກັບ ຫ້ອງການພັດທະນາຊົນນະບົດ ແລະ
ລຶບລ້າງຄວາມທຸກຍາກປະຈໍາແຂວງສາລະວັນ.
2. ວຽກງານຊ່ວຍເຫຼືອເດັກ.
1)
ໄດ້ຈັດກອງປະຊຸມ
ເຜີຍແຜ່ວຽກງານຕາໜ່າງປົກປ້ອງເດັັັກຂັ້ນແຂວງ, ມີຜູ້ເຂົ້ົຮ່ວມ ຈໍານວນ 26 ຄົນ, ຍິງ 8
ຄົນ, ຊຶ່ງໄດ້ຮັບງົບປະມານຈາກ ກົມສັງຄົມສົງເຄາະ ກະຊວງ ຮສສ, ໃນມູນຄ່າ 2,300,000 ກີບ.
2)
ປະສານສົມກັບກະຊວງ
ຮສສ ແລະ ຫ້ອງການ ຮສສ ເມືອງ ຊ່ວຍເຫຼືອຈັດສົ່ງເດັກນ້ອຍທີ່ຖືກເຄາະຮ້າຍຈາກການຄ້າມະນຸດກັບຄືນພູມລຳເນົາສົ່ງໃຫ້ອຳນາດການປົກຄອງບ້ານ
ແລະ ຜູ້ປົກຄອງ ຈຳນວນ 24 ຄົນ; ຍິງ 14 ຄົນ, ໃນນັ້ນ ເມືອງ ສາລະວັນ ມີ 7 ຄົນ, ຍິງ 3 ຄົນ, ເມືອງ ເລົ່າງາມ
ມີ 9 ຄົນ, ຍິງ 4 ຄົນ, ຄົງເຊໂດນ 7 ຄົນ, ຍິງ 7 ຄົນ ແລະ ເມືອງ ຕຸ້ມລານ ມີ 1
ຄົນ, ຍິງ 0 ຄົນ.
3)
ໄດ້ຮ່ວມກັບ
ກົມສັງຄົມສົງເຄາະ ກະຊວງ ຮສສ ລົງມອບເງີນໃຫ້ເດັກນ້ອຍຜູຸ້ຖືກເຄາະຮ້າຍຈາກການຄ້າມະນຸດ
ທີ່ສົ່ງກັບພູມລໍາເນົາ ( ກຸ່ມຜັກກາດດອງ ) ມູນຄ່າ 21,000 ບາດ, ຈໍານວນ 7
ຄົນ. ຜູ້ລະ 3,000 ບາດ. ( ເງິນກອງທຶນຄ້າມະນຸດ ກົມພັດທະນາສັງຄົມ ແລະ
ສະຫັວດດີການ ຂອງປະເທດໄທ ).
4)
ໄດ້ຮ່ວມກັບໂຄງການ
ຊ່ວຍເຫຼືອເດັກຂ້າງຖະໜົນ ແລະ ຫ້ອງການ ຮສສ ເມືອງ ຄົງເຊໂດນ ລົງຕິດຕາມຄວາມຄືບໜ້າ
ການເປີດຮ້ານສ້ອມແປງລົດຈັກ ທີ່ໂຄງການໄດ້ຊ່ວຍເຫຼືອໃນເມື່ອກອ່ນ ມີ 1
ຄັ້ງ, ມີ 1 ຄົນ, ຍິງ 0 ຄົນ. ເຫັນວ່າຜູູ້ກ່ຽວມີຄວາມສາມາດໃນການດໍາເນີນກິດຈະກໍາ
ແລະ ໄດ້ຮັບຜົນດີມາຮອດປະຈຸບັນຜູ້ກ່ຽວສາມາດກຸ້ມຕົນເອງທາງດ້ານທຶນຮອນ.
ທາງໂຄງການຈິ່ງໄດ້ປິດການຊ່ວຍເຫຼືອ.
5)
ໄດ້ຮ່ວມກັບ
ກົມສັງຄົມສົງເຄາະ ກະຊວງ ຮສສ, ອົງການ VFI, IOM ແລະ ຫ້ອງການ ຮສສ ເມືອງ ລົງຕິດຕາມ ແລະ
ຢ້ຽມຢາມ ເດັກນ້ອຍຜູ້ທີ່ຖືກເຄາະຮ້າຍຈາກການຄ້າມະນຸດ
ທີ່ສົ່ງກັບພູມລໍາເນົາໃນເມື່ອກ່ອນ ຈໍານວນ 25 ຄົນ,
ຍິງ 11 ຄົນ, ມີ 3 ເມືອງ: ເມືອງ ສາລະວັນ 10 ຄົນ, ຍິງ 3 ຄົນ, ເມືອງ ຄົງເຊໂດນ 7 ຄົນ, ຍິງ 7
ຄົນ, ເມືອງ ເລົ່າງາມ 7 ຄົນ, ຍິງ 1 ຄົນ ແລະ ເມືອງ ຕຸ້ມລານ
1 ຄົນ, ຍິງ 0 ຄົນ.
- ເດັກນ້ອຍໄດ້ຮັບການຊ່ວຍເຫຼືອ ຈໍານວນ 3 ຄົນ. (
ເຂົ້າຝຶກອົບຮົມ ຢູ່ສູນ VFI ແຂວງຈໍາປາສັກ
ມີ ຕັດຫຍິບ ແລະ ປຸງແຕ່ງອາຫານ )
- ຍັງບໍ່ທັນຕັດສິນໃຈ ເຂົ້າຝືກອົບຮົມ ມີ ຈໍານວນ 17
ຄົນ.
- ແຕ່ງງານແລ້ວ ບໍ່ໄດ້ຮັບການຊ່ວຍເຫຼືອ 2 ຄົນ.
- ກັບຄືນປະເທດໄທ 3 ຄົນ.
6)
ໄດ້ເຂົ້າຮ່ວມກອງປະຊຸມ
ວຽກງານປົກປ້ອງ ແລະ ຊ່ວຍເຫຼືອເດັກ 1 ຄັ້ງ, ຢູ່ແຂວງຈໍາປາສັກ.
7)
ໄດ້ສົ່ງຂໍ້ມູນເດັກກໍາພ້າ
ແລະ ກໍາພອຍ ໃຫ້ສູນ SOS ແຂວງຈໍາປາສັກ
ເພື່ອມາສໍາພາດເອົາເຂົ້ົາສູນ ໄດ້ 3 ຄັ້ັງ, ມີ ເມືອງ: ເມືອງ ສາລະວັນ, ຕຸ້ມລານ, ເມືອງ ວາປີ,
ຕະໂອ້ຍ, ສະໝ້ວຍ ແລະ ເມືອງ ລະຄອນເພັງ, ຈໍານວນ 48 ບ້ານ, 191 ຄອບຄົວ, ຈໍານວນ 206
ຄົນ, ຍິງ 85 ຄົນ ( ຍັງສືບຕໍ່ ເກັບກໍາຂໍ້ມູນ ).
8)
ໄດ້ຂຽນບົດສະເໜີໂຄງການ
( ສົ່ງເສີມວິຊາການ ) ໂຄງການປົກປ້ອງ ແລະ ສະກັດກັ້ນເດັກນ້ອຍທີ່ມີຄວາມສ່ຽງຕໍ່ການຄ້າມະນຸດ
ຢູ່ ແຂວງສາລະວັນ, ໃນມູນຄ່າ 150,295,000 ກີບ ເພື່ອຂໍງົບປະມານ ສົກປີ
2013-2014.
9)
ເກັບກໍາຂໍ້ມູນ
ເດັກກໍາພ້າ-ກໍາພອຍ, ຜູ້ດ້ອຍໂອກາດ, ບ້າໃບເສຍຈິດ, ຜູ້ປ່ຽວພອຍ-ອານາຖາ, ຜູ້ຍົກຍ້າຍຖິ່ນຖານ
ແລະ ຜູ້ມີບັນຫາຢູ່ໃນສັງຄົມອື່ນໆ
ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:
- ເດັກກໍາພ້າ-ກໍາພອຍ ມີ 3
ເມືອງ ຄື: ເມືອງ ວາປີ, ຕຸ້ມລານ ແລະ ເມືອງ ລະຄອນເພັງ ມີ 108 ບ້ານ, 216 ຄອບຄົວ, ຈໍານວນພົນ 280 ຄົນ, ຍິງ 116 ຄົນ.
- ຜູ້ເຖົ້າປ່ຽວປອຍ-ອານາຖາ
ຢູ່ ເມືອງ ລະຄອນເພັງ ມີ 10 ບ້ານ, ຈໍານວນພົນ 23 ຄົນ, 16 ຄົນ.
- ຄົນພິການ ຢູ່ ເມືອງ ລະຄອນເພັງ,
ມີ 20 ບ້ານ, 72 ຄອບຄົວ, ຈໍານວນພົນ 90 ຄົນ, ຍິງ 31 ຄົນ.
- ບ້າໃບເສຍຈິດ ຢູ່ ເມືອງ ລະຄອນເພັງ
ມີ 4 ບ້ານ, 22 ຄອບຄົວ, ຈໍານວນພົນ 23 ຄົນ, ຍິງ 9 ຄົນ.
3. ວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ:
-
ໄດ້ຮ່ວມກັບ
ຫ້ອງການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ກະຊວງ ຮສສ ຈັດກອງປະຊຸມ
ປະເມີນຜົນການຈັດຕັ້ງປະຕິບັດ ວຽກງານປ້ອງກັນ ແລະ ຄວມຄຸມໄພພິບັດ
ທີ່ຈັດຕັ້ງປະຕິບັດ ຢູ່ແຂວງສາລະວັນ.
-
ໄດ້ສ້າງຂໍ້ຕົກລົງ
ວ່າດ້ວຍການແຕ່ງຕັ້ງ ຄະນະຮັບຜິດຊອບພາຫານະ ແລະ ເຄື່ອງອຸປະກອນ
ຮັບໃຊ້ຕອບໂຕ້ໄພພິບັດຂັ້ນແຂວງ ທີ່ ຫ້ອງການປ້ອງກັນ ແລະ
ຄວບຄຸມໄພພິບັດແຫ່ງຊາດ ກະຊວງ ຮສສ ໄດ້ມອບໃຫ້.
-
ໄດ້ຮ່ວມກັບອົງການອ໋ອກສະຟາມ
ອົດສະຕາລີ ຈັດກອງປະຊຸມກະກຽມ ຕອບໂຕ້ ວຽກງານປ້ອງກັນ ແລະ
ຄວບຄຸມໄພພິບັດຂັ້ນແຂວງໆສາລະວັນ ໂດຍສະເພາະ ແມ່ນການສ້າງຕັ້ງກອງທຶນສົງເຄາະຂັ້ນແຂວງ
( ສະໜັບສະໜູນທຶນໂດຍອົງການ ອ໋ອກສະຟາມ ອົດສະຕາລີ ຈໍານວນເງີນ 22,045,000
ກີບ ).
- ສ້າງຕັ້ງກອງທຶນສົງເຄາະຂັ້ນແຂວງ
ແລະ ກອງທຶນສົງເຄາະຂັ້ນເມືອງ.
-
ໄດ້ຮັບພາຫານະ
ແລະ ວັດຖຸອຸປະກອນຈາກຫ້ອງການກອງເລຂາຄະນະກໍາມະການ ປ້ອງກັນ ແລະ
ຄວບຄຸມໄພພິບັດແຫ່ງຊາດ ກະຊວງ ຮສສ ( ຊ່ວຍເຫຼືອລ້າຈາກລັດຖະບານ ແລະ
ປະຊາຊົນຍີ່ປຸ່ນ ) , ເຊິ່ງປະກອບມີ ດັ່ງລຸ່ມນີ້:
1.
ລົດບັນທຸກນໍ້າ ຈໍານວນ 1
ຄັນ.
2.
ເຕັນທີ່ພັກຊົ່ວຄາວ
ຈໍານວນ 10
ຫຼັງ
3.
ເຮືອກູ້ໄພແບບສູບລົມມີເຄື່ອງຈັກ ຈໍານວນ 1 ລໍາ
4.
ເຮືອກູ້ໄພແບບສູບລົມແບບພາຍເອົາ ຈໍານວນ 2 ລໍາ
5.
ເຄື່ອງຈັກປັ່ນໄຟຟ້າສຸກເສີນ ຈໍານວນ 1 ເຄື່ອງ
6.
ເຊືອກກູ້ໄພ ຈໍານວນ
2 ກໍ້
7.
ຖັງເກັບນໍ້າ ຈໍານວນ
7 ໜ່ວຍ
-
ໄດ້ຮັບອຸປະກອນ
ຈາກຫ້ອງການກອງເລຂາຄະນະກໍາມະການ ປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ
ກະຊວງ ຮສສ ( ທຶນຂອງທະນາຄານໂລກ ) ມີລະອຽດ ດັ່ງນີ້:
1.
ໂທລະສັບ+ແຟ໋ກ ຈໍານວນ
3 ໜ່ວຍ.
2.
ນ໋ອດບຸກ (acer ) ຈໍານວນ
1 ເຄື່ອງ.
4. ວຽກງານຮ່ວມມືກັບອົງການຈັດຕັ້ງສາກົນ ( NGO )
ໄດ້ປະສານສົມທົບກັບອົງການຈັດຕັ້ງສາກົນ
ເພື່ອຈັດຕັ້ງປະຕິບັດວຽກງານ ໂດຍສະເພາະ ແມ່ນອົງການອອ໋ກສະຟາມ ອົດສະຕາລີປະຈໍາແຂວງສາລະວັນ. ອົງການດັ່ງກ່າວ ປະກອບມີພະນັກງານຈໍານວນ 8 ຄົນ, ຍິງ 3 ຄົນ, ຊຶ່ງໄດ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຢູ່ ເມືອງ ຕະໂອ້ຍ ມີຈໍານວນ 30
ບ້ານເປົ້າໝາຍ ( ໂຄງການ ເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດເຂດຊຸມຊົນພູດອຍ )
ມີລາຍລະອຽດ ດັ່ງລຸ່ມນີ້:
1)
ຝຶກອົບຮົມໃຫ້ໝໍຕໍາແຍ
ມີ 5 ກຸ່ມບ້ານ, ຈໍານວນພົນ 36 ຄົນ, ໃນ 18
ບ້ານເປົ້າໝາຍ, 1 ຄັ້ງ/ບ້ານ.
2)
ຕິດຕາມທຶນໜູນວຽນ
ຈໍານວນ 14 ບ້ານ.
3)
ຝຶກອົບຮົມໃຫ້ອາສາສະໝັກຂັ້ນບ້ານ
ກ່ຽວກັບການໂຄສະນາ ຜົນຮ້າຍຂອງລູກລະເບີດບໍ່ທັນແຕກ ໄດ້ຈໍານວນ 80
ຄົນ, ຍິງ 20 ຄົນ, ໃນ 30 ບ້ານເປົ້າໜາຍ 2 ຄັ້ງ
( 15 ບ້ານ / ຄັ້ງ ).
4)
ປັບປຸງ
ຄະນະກໍາມະການ ປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນບ້ານ ໃນ 30 ບ້ານເປົ້າໝາຍ,
ຊຶ່ງມີຜູ້ເຂົ້າຮ່ວມ 88 ທ່ານ, ຍິງ 23 ຄົນ.
5)
ກວດແມ່ຫຼັງເກີດ
ໄດ້ 793 ຄົນ.
6)
ສໍາຫຼວດ
ຊົນລະປະທານຂະໜາດຄອບຄົວ ຈໍານວນ 3 ຄອບຄົວ.
7)
ສະໜັບສະໜູນທຶນ
ຈັດລາຍການວິທະຍຸ ຢູ່ຫ້ອງການຖະແຫຼ່ງຂ່າວວັດທະນະທໍາແລະທ່ອງທ່ຽວເມືອງຕະໂອ້ຍ
ຈໍານວນ 3 ຄັ້ງ.
8)
ຝຶກອົບຮົມການລ້ຽງແບ້ 19 ບ້ານ 1 ຄັ້ງ.
9)
ລົງຕິດຕາມການປ່ອຍທຶນລ້ຽງແບ້
ໃນຈໍານວນ 9 ບ້ານ.
10) ຝຶກອົບຮົມການຄຸ້ມຄອງນໍາໃຊ້ທະນາຄານເຂົ້າ 3 ບ້ານ.
11)
ຝຶກອົບຮົມ
ອາສາສະໝັກ HIV/AID ຈໍານວນ
30
ບ້ານ, ຈໍານວນ 60 ຄົນ, 2 ຄັ້ງ ( 15ບ້ານ/ຄັ້ງ
)
12) ຝຶກອົບຮົມ ການຕິດຕາມ - ປະເມີນຜົນ ຂອງໂຄງການອ໋ອກສະຟາມ ອົດສະຕາລີ.
13) ຝືກອົບຮົມ ໃຫ້ອາສາສະໝັກ ກ່ຽວກັບການໂຄສະນາ ເພື່ອຮັກສາສຸຂະພາບ ຈໍານວນ 30 ບ້ານ, ຈັດ 3 ຄັ້ງ
(1 ຄັ້ງ/10ບ້ານ ).
14) ຢາຍຄູ່ມືໝໍຕໍາແຍ ໃຫ້ຈໍານວນ 18 ບ້ານ.
15) ຕິດຕາມການຍ້າຍທຶນລ້ຽງສັດໃຫ້ຄອບຄົວໄໝ່ 19 ບ້ານ.
16) ຕອບສະໜອງນໍ້າບາດານຈໍານວນ 3 ບໍ
ໃນ 3 ບ້ານ.
17) ຝຶກອົບຮົມການຄຸ້ມຄອງນໍາໃຊ້ນໍ້າບາດານ 3 ບ້ານ 1 ຄັ້ງ.
18) ຝຶກອົບຮົມເລື່ອງສິດທິຄົນພິການໃຫ້ແກ່ພະນັກງານເມືອງ ຈໍານວນ 38 ຄົນ, ມີ 5 ຫ້ອງການ.
19) ລົງເອົາຂໍ້ມູນ ແລະ ສະຫຼຸບຜົນການຈັດຕັ້ງປະຕິບັດແຕ່ລະກິດຈະກໍາ
ຈໍານວນ 10 ບ້ານ.
20) ຕິດຕາມການຈັດຕັ້ງປະຕິບັດ ຂອງທະນາຄານເຂົ້າ ຈໍານວນ 3 ບ້ານ.
21) ຝຶກອົບຮົມບົດບາດຍິງ-ຊາຍໃຫ້ພະນັກງານຂັ້ນເມືອງມີຜູ້ເຂົ້າຮ່ວມ 16 ຄົນ.
22) ຈັດກອງປະຊຸມຄະນະຄຸ້ມຄອງໄພພິບັດຂັ້ນບ້ານ 2 ກຸ່ມ
ຄື: ກຸ່ມປະໂສມ, ກຸ່ມຕະປືນພູ ມີ 7 ບ້ານເຂົ້າຮ່ວມ ຈໍານວນ 16 ຄົນ.
23) ລົງຊຸກຍູ້ຕິດຕາມການກໍ່ສ້າງນໍ້າລິນທີ່ບໍ່ທັນສໍາເລັດ
ຈໍານວນ 2 ບ້ານ.
24) ລົງຕິດຕາມຊຸກຍູ້ ຕິດຕາມການນໍາໃຊ້ວິດຖ່າຍ ຈໍານວນ
4 ບ້ານ.
25) ສືບຕໍ່ ຝຶກອົບຮົມຕູ້ຢາປະຈໍາບ້ານ ຈໍານວນ 20 ບ້ານ/ຄັ້ງ.
26) ສົ່ງເສີມການລ້ຽງປາ ຈໍານວນ 15 ບ້ານ.
27) ຝຶກອົບຮົມການນໍາໃຊ້ຊົນລະປະທານ ຈໍານວນ 5 ບ້ານ.
28) ລົງສົມທົບກັບອົງການຈັດຕັ້ງຂັ້ນບ້ານເພື່ອຂະຫຍາຍທຶນໃຫ້ສະມາຊິກໃນການລ້ຽງແບ້
4 ບ້ານ.
29) ລົງຕິດຕາມທະນາຄານເຂົ້າຈໍານວນ 11 ບ້ານ.
30) ລົງຕິດຕາມການລ້ຽງປາ ຈໍານວນ 9 ບ້ານ.
III.
ຕີລາຄາດ້ານດີ, ດ້ານອ່ອນ ແລະ
ບົດຮຽນຖອດຖອນໄດ້
1.
ດ້ານດີ
-
ຍ້ອນມີການຊີ້ນໍາໆພາຈາກຂັ້ນເທິງຢ່າງໃກ້ຊິດ
ນັບທັງສາຍຕັ້ງ, ສາຍຂວາງ ໂດຍສະເພາະ ແມ່ນຄະນະນໍາຂອງພະແນກ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ
ໄດ້ຮັບຜົນສໍາເລັດ.
-
ພະນັກງານ-ລັດຖະກອນພາຍໃນຂະແໜງ ແມ່ນຢືດໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ
ແລະ ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງຄະນະພັກ, ສະຕິເຄົາລົບລະບຽບກົດໝາຍຂອງພະນັກງານ-ລັດຖະກອນກໍໄດ້ຮັບການປັບປຸງດີຂື້ນເປັນລໍາດັບ, ວຽກງານວິຊາສະເພາະກໍໄດ້ຮັບການຈັດຕັ້ງປະຕິບັດຜັນຂະຫຍາຍແລະມີຜົນສໍາເລັດດີໃນແຕ່ລະວຽກງານ
ເປັນຕົ້ນ: ວຽກງານສົງເຄາະ ແລະ ພັດທະນາ, ວຽກງານຄຸ້ມຄອງໄພພິບັດ
ແລະ ວຽກງານຊ່ວຍເຫຼືອເດັກ.
-
ການປະສານສົມທົບ
ລະຫວ່າງ ພະນັກງານພາກລັດ ກັບ ພະນັກງານອົງການຈັດຕັ້ງສາກົນ ເຫັນວ່າເຮັດໄດ້ດີພໍສົມຄວນ.
-
ພະນັກງານ-ລັດຖະກອນພາຍໃນຂະແໜງມີຄວາມສາມັກຄີແລະມີຄວາມຮັບຜິດຊອບສູງຕໍ່ວຽກງານທີ່ຖືກມອບໝາຍ.
2.
ດ້ານອ່ອນ
- ພະນັກງານ-ລັດຖະກອນຈໍານວນໜຶ່ງພາຍໃນຂະແໜງ ການຄົ້ນຄວ້າສຶກສາຮໍ່າຮຽນບັນດານິຕິກໍາຕ່າງໆ
ຍັງບໍ່ທັນກວ້າງຂວາງເທົ່າທີ່ຄວນ.
- ການຊ່ວຍເຫຼືອບັນເທົາທຸກສຸກເສີນ ໃຫ້ແກ່ຄອບຄົວຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆທີ່ເກີດຂື້ນ
ຍັງຊັກຊ້າບໍ່ທັນເວລາ.
3.
ບາງບົດຮຽນທີ່ຖອດຖອນໄດ້
1.
ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໄປພ້ອມກັບການເຊື່ອມຊືມ, ກໍາແໜ້ນແນວທາງນະໂຍບາຍຂອງພັກຢ່າງເລິກເຊິ່ງຈຶ່ງເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີປະສິດທິຜົນສູງຂື້ນ.
2.
ສ້າງກົນໄກ ແລະ ປັບປຸງລະບຽບແບບແຜນວິທີເຮັດວຽກໃຫ້ມີມາດຕະຖານ
ແລະ ມີຄວາມຄ່ອງຕົວໃຫ້ດີຂື້ນກ່ວາເກົ່າ.
ພາກທີ II
ທິດທາງແຜນການວຽກງານສັງຄົມສົງເຄາະ
ສົກປີ 2013-2014.
-
ອິງຕາມ: ແຜນພັດທະນາວຽກງານແຮງງານແລະສະຫັວດດີການສັງຄົມ ສົກປີ 2012-2013,
ສະບັບເລກທີ 378/ຮສສຂ.ສວ,
ລົງວັນທີ 03/8/2011.
ຂະແໜງສັງຄົມສົງເຄາະ ໄດ້ກໍານົດທິດທາງໃນການຈັດຕັ້ງປະຕິບັດ
ວຽກງານສັງຄົມສົງເຄາະ ສົກປີ 2013-2014 ຊຶ່ງສະແດງອອກດັ່ງນີ້:
I.
ແຜນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ
-
ສືບຕໍ່
ປະສານສົບທົບກັບ ອໍານາດການປົກຄອງຂັ້ນເມືອງ ເພື່ອຈັດພິທີມອບ-ຮັບເງີນຊ່ວຍເຫຼືອສົງເຄາະໃຫ້ແກ່ຄອບຄົວທີ່ໄດ້ຮັບເຄາະຮ້າຍຈາກ ລົມພາຍຸພັດ ແລະ
ອັກຄີໄພ ສົກປີ 2012-2013 ມີ 5 ເມືອງ: ເມືອງ ສາລະວັນ, ວາປີ, ເລົ່າງາມ, ຄົງເຊໂດນ ແລະ ເມືອງ ລະຄອນເພັງ, ມີຈໍານວນ 32 ບ້ານ, 301 ຄອບຄົວ, 1,956 ຄົນ, ຍິງ 984 ຄົນ, ມູນຄ່າການຊ່ວຍເຫຼືອ 167,100,000 ກີບ.
-
ສືບຕໍ່ ລະດົມທຶນຊ່ວຍເຫຼືອບັນເທົ່າທຸກ
ຜູ້ໄດ້ຮັບຜົນກະທົບ ຈາກສາທາລະນະໄພ ໃຫ້ໄດ້ 85 ບ້ານ, 586 ຄອບຄົວ, ຈໍານວນ 1.650 ຄົນ, ມູນຄ່າ 160 ລ້ານກີບ.
-
ຟື້ນຟູ-ຊ່ວຍເຫຼືອເດັກທີ່ຖືກເຄາະຮ້າຍ
ຈາກການຄ້າມະນຸດ ໃຫ້ໄດ້ 25 ຄົນ, ໃນມູນຄ່າ
25 ລ້ານກີບ.
-
ສືບຕໍ່ ປະສານສົມທົບກັບບັນດາຫ້ອງການ
ຮສສ ເມືອງທົ່ວແຂວງ ເກັບກໍາຂໍ້ມູນເດັກອານາຖາ ເພື່ອສະໜອງເຂົ້າໂຮງຮຽນບ້ານ SOS ໃຫ້ໄດ້ 8 ຄົນ.
-
ສືບຕໍ່
ສ້າງຕັ້ງກອງທຶນສົງເຄາະຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ສໍາເລັດ.
II.
ມາດຕະການຈັດຕັ້ງປະຕິບັດ:
1.
ສຶກສາ-ອົບຮົມວຽກງານການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນ ພາຍໃນຂະແໜງ ດ້ວຍຮູບການເຜີຍແຜ່,
ຮໍ່າຮຽນບັນດາແນວທາງນະໂຍບາຍຂອງພັກ-ລັດ ທີ່ວາງອອກ.
2.
ຂະແໜງຕ້ອງຫັນເອົາແຜນຍຸດທະສາດໄປຜັນຂະຫຍາຍໃຫ້ລະອຽດ ເປັນຕົ້ນ: ແຜນປີ,
ແຜນງວດ ແລະ ແຜນເດືອນ.
3.
ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເກັບກໍາຂໍ້ມູນໄພພິບັດຕ່າງໆທີ່ເກີດຂື້ນພາຍໃນແຂວງໃຫ້ທ່ວງທັນກັບສະພາບການ
ເພື່ອຂໍການຊ່ວຍເຫຼືອຈາກ ອົງການຈັດຕັ້ງພາກລັດ, ເອກະຊົນ ແລະ
ອົງການຈັດຕັ້ງສາກົນ
4.
ເອົາໃຈໃສ່ຊ່ວຍເຫຼືອຜູ້ປະສົບໄພພິບັດແລະຜູ້ດ້ອຍໂອກາດໃນສັງຄົມໃຫ້ທົ່ວເຖິງ
ແລະ ທັນການ
5.
ຕ້ອງມີການຕິດຕາມ, ກວດກາ, ປະເມີນຜົນ,
ສະຫລຸບສັງລວມລາຍງານຜົນການຈັດຕັ້ງປະຕິບັດໃນແຕ່ລະໄລຍະໃຫ້ເປັນປົກກະຕິ
ຕາມສາຍຕັ້ງ ແລະ ສາຍຂວາງ.
ຫົວໜ້າພະແນກ ຮສສ ແຂວງສາລະວັນ
ຫົວໜ້າຂະແໜງສັງຄົມ-ສົງເຄາະ
ເອົາປະກອບດ້ວຍເດີ
ReplyDelete