ໃນຕອນເຊົ້າ ຂອງວັນທີ 1 ສິງຫາ 2014 ນີ້,
ທ່ານ ສີສຸວັນ ວົງຈອມສີ ຮອງເຈົ້າແຂວງໆສາລະວັນ, ປະທານຄະນະກໍາມະການປ້ອງກັນ ແລະ ແກ້ໄຂໄພພິບັດຂັ້ນແຂວງ, ລົງມອບເຂົ້າສານໜຽວ ໃຫ້ບັນດາເມືອງທີ່ຖືກຜົນກະທົບ
ເພື່ອຟື້ນຟູຊີວິດການເປັນຢູ່ພາຍຫຼັງຈາກພາຍຸດີເຟຣດຊັນ ໃນທ້າຍປີ 2013 ເປັນຕົ້ນ:
ເມືອງສາລະວັນ, ວາປີ ແລະ ເມືອງຄົງເຊໂດນ. ຊຶ່ງພິທີມອບ-ຮັບ
ເຂົ້າ ຊ່ວຍເຫຼືອແມ່ນໄດ້ຈັດຂື້ນ ທີ່ກຸ່ມບ້ານທີ 5ເມືອງສາລະວັນ, ກຸ່ມບ້ານທີ2 ເມືອງວາປີ
ແລະ ຫ້ອງວ່າການປົກຄອງເມືອງຄົງເຊໂດນຫຼັງເກົ່າ. ໂດຍເປັນກຽດກ່າວຮັບຂອງທ່ານການນໍາ
ຂອງທັງ ສາມເມືອງ. ໂດຍຊອງໜ້າຂອງທ່ານ ບຸນຍົງ ພາສີ ຫົວໜ້າພະແນກ ແຮງງານ
ແລະສະຫວັດ ດີການສັງຄົມແຂວງ. ພ້ອມດ້ວຍຄະນະກໍາມະການຈາກພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນແຂວງ,ຂັ້ນເມືອງ ພ້ອມພໍ່ແມ່ປະຊາຊາຊົນເຂົ້າຮ່ວມ ເປັນສັກຂິພີຍານ.
ສໍາລັບເຂົ້າສານໜຽວ ທີ່ 3
ເມືອງໄດ້ຮັບໃນຄັ້ງນີ້ ມີທັງໝົດ 150 ໂຕນ 465 ກິໂລກະກຼາມ, ມູນຄ່າ 1,421,856,000 ກີບ,
ໃນນັ້ນ, ເມືອງສາລະວັນ ມີຜູ້ໄດ້ຮັບຜົນປະໂຫຍດ
200 ຄອບຄົວ, ມີ 4 ບ້ານ, ໄດ້ຮັບເຂົ້າຈໍານວນ 11 ໂຕນ, 200 ກິໂລກະກຼາມ, ເມືອງວາປີ
ມີຜູ້ໄດ້ຮັບຜົນປະໂຫຍດ 216 ຄອບຄົວ, ມີ 15
ບ້ານ, ໄດ້ຮັບເຂົ້າຈໍານວນ 20 ໂຕນ, 250
ກິໂລກະກຼາມ ແລະ ເມືອງຄົງເຊໂດນ ມີຜູ້ໄດ້ຮັບຜົນປະໂຫຍດ 1.829 ຄອບຄົວ, ມີ 64 ບ້ານ,
ໄດ້ຮັບເຂົ້າຈໍານວນ 119 ໂຕນ, 15
ກິໂລກະກຼາມ. ສ່ວນເຂົ້າຊ່ວຍເຫຼືອ ແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແຫ່ງ ສປປລາວ. ທັງນີ້ກໍ່ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ
ໃນ 3 ຕົວເມືອງ ທີ່ຖືກຜົນກະທົບໄດ້ມີ ຊີວິດນັນມື້ນັບດີຂື້ນເທື່ອລະກ້າວ ແລະ
ເປັນກໍາລັງແຮງຜັກດັນແກ້ໄຂຄວາມທຸກຍາກ ໃນປີ 2015
ຕາມແນວທາງນະໂຍບາຍຂອງພັກ-ລັດໄດ້ວາງໄວ້ ແລະ ເຮັດໃຫ້ປະຊາຊົນຫຼຸດພົ້ນຈາກຄວາມດ້ອຍພັດທະນາ
ໃນປີ 2020 ໂດຍຊີ້ນເຊີງ.
ໃນຕອນທ້າຍຂອງພິທີ ທ່ານຄະນະກໍາມະການປ້ອງກັນ
ແລະ ແກ້ໄຂໄພພິບັດຂັ້ນແຂວງ ຍັງໄດ້ເນັ້ນໃຫ້ຄະນະກໍາມະການແຈກຢາຍເຂົ້າຂັ້ນແຂວງ ແລະ
ຂັ້ນເມືອງ ໃນຄັ້ງນີ້ຕື່ມອີກວ່າ: ການແຈກ ຢາຍຊ່ວຍເຫຼືອເຂົ້າພໍ່ແມ່ປະຊາຊົນ
ຕ້ອງຫລີກລ້ຽງການສໍ້ລາດບັງຫຼວງຕ້ອງເຖີງມືພໍ່ແມ່ປະຊາຊົນຄົບຕາມຈໍານວນຕົວຈິງ,
ດ້ານຄຸນນະພາບ ແລະ ປະລິມານ ຕ້ອງມີການກວດກາຈາກຄະນະກໍາມະການ ຕາມຂັ້ນຕອນຢ່າງລະອຽດ,
ຫຼີກເວັ້ນການ ຈົ່ມວ່າຫ່າງສຽງຈາກສັງຄົມ ແລະ
ຫ່າງສຽງທີ່ຈະຕາມມາທີ່ມີເນື້ອໃນລັກສະນະເຊື່ອມເສຍກຽດ ສັກສີຂອງການນໍາທຸກຂັ້ນ.
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ