ໜ້າຈໍ ຖ້າຕ້ອງການອານາໄມລະຫວ່າງວັນອາດຈະໃຊ້ລູກກິ້ງທີ່ເປັນຂອບກາວສຳລັບກຳຈັດຂົນນ້ອຍໆເທິງເສື້ອຜ້າ ມາກິ້ງໄປກິ້ງມາທີ່ໜ້າຈໍ ເພື່ອກຳຈັດຝຸ່ນກໍໄດ້ ຫຼືຖ້າໃຜມີອັນປັດຝຸ່ນລົດທີ່ເປັນແບບໄມໂຄຣໄຟເບີກໍສາມາດນຳມາປັດໄດ້ຄືກັນແຕ່ຕ້ອງແນ່ໃຈວ່າໄມໂຄຣໄຟເບີແຫ້ງພໍ ແລະຈະບໍ່ມີນ້ຳຢາມາຕິດຕາມໜ້າຈໍຫຼັງຈາກປັດແລ້ວ
ສຳລັບຂອບພາສຕິກຂອງຈໍບາງຮຸ່ນອາດຈະເຮັດປະຕິກິລິຍາກັບສານເຄມີໄດ້ ດັ່ງນັ້ນຄວນຈະເລືອກນ້ຳຢາໃຫ້ດີ ແຕ່ໂດຍປົກກະຕິໃຫ້ໃຊ້ຜ້າຊຸ່ມ ນ້ຳອຸ້ນແລ້ວບິດໃຫ້ແຫ້ງມາເຊັດກໍໄດ້ແລ້ວ ຖ້າຕ້ອງການໃຊ້ນ້ຳຢາທີ່ມີຂາຍທົ່ວໄປກໍໃຫ້ລອງກັບພື້ນທີ່ນ້ອຍໆ ເບິ່ງກ່ອນວ່າມີຜົນຫຍັງ ຫຼືບໍ່ ຄ້າຍກັບ ລົດກ່ອນທີ່ຈະລົງນ້ຳຢາກໍໃຫ້ລອງກັບພື້ນທີ່ນ້ອຍໆກ່ອນ ວ່າມີົຜົນຕໍ່ພື້ນຜິວຫຼາຍປານໃດສ່ວນການເຊັດໃຫ້ໃຊ້ຜ້າ ຫຼືເສື້ອເກົ່າໆ ມາທານ້ຳຢາແລ້ວ ເຊັດສ່ວນທີ່ເປັນຫຼືບນ້ອຍໆໃຫ້ໃຊ້ແປງຖູແຂ້ວຄ່ອຍໆເຊາະເຂົ້າໄປກໍພຽງພໍຫຼັງຈາກໃຊ້ນ້ຳຢາເຊັດແລ້ວໃຫ້ໃຊ້ຜ້າແຫ້ງສະອາດ ເຊັດອີກເທື່ອນຶ່ງ ເພື່ອເຊັດນ້ຳຢາອອກ ອາດຈະເລືອກຄຣີມ ຫຼືນ້ຳຢາບາງຕົວຈະມີສ່ວນປະສົມທີ່ຮັກສາຄວາມຊຸ່ມຊື່ນຂອງພາສຕິກໄວ້ແດ່ ກໍຈະຢືດອາຍຸການໃຊ້ ງານໄປໄດ້ອີກ
ຫາກເປັນເຄສຄອມພິວເຕີຄວນຖອດສາຍໄຟຕ່າງອອກກ່ອນແລ້ວຈຶ່ງໃຊ້ຜ້າຊູ່ມນ້ຳເຊັດ ສ່ວນບ່ອນທີ່ເປິເປື້ອນໃຫ້ໃຊ້ຄຣີມອານາໄມເຊັດເປັນຈຸດໆ ບໍ່ຈຳເປັນຕ້ອງຖູໃຫ້ທົ່ວເຄສສ່ວນທີ່ເປັນພາສຕິກເກືອບຈະບໍ່ຕ່າງຈາກຂອບຈໍພາບ ແຕ່ສ່ວນທີ່ເປັນໂລຫະກໍອາດເບິ່ງເປັນສ່ວນໆໄປວ່າຄວາມເປິ ເປື້ອນຫຼາຍປານໃດລວມເຖິງຄາບທີ່ຝັງແໜ້ນ ຈະໄດ້ແຍກຮູ້ແບບການອານາໄມອອກຈາກກັນ
ເມົ້າ ແລະຄີບອດ ວິທີງ່າຍໆທີ່ສາມາດເຮັດໄດ້ໄວກໍຄື ປີ້ນຄີບອດລົງແລ້ວໃຊ້ມືຕົບຄ່ອຍໆດ້ານຫຼັງໃຫ້ເສດຂີ້ເຫຍື້ອທີ່ຢູ່ຕາມຊອກດ່ານໃນຫຼົ່ນລົງມາ ຈາກນ້ຳໃຊ້ຜ້າຊຸ່ມນ້ຳເຊັດໃຫ້ທົ່ວ ຫຼືຖ້າຢາກຈະໃຫ້ສະອາດ ແລະບໍ່ມີເຊື້ອໂຣກກໍອາດຈະໃຊ້ນ້ຳຢາຂ້າເຊື້ອໂຣກປະສົມນ້ຳແລ້ວເຊັດ ວິທີນີບໍ່ແນະນຳ ສຳລັບຄີບອດເຮືອງແສງ ຫຼືຈຸດທີ່ມີຄວາມອ່ອນໄຫວເປັນພິເສດ
ແຕ່ໃນລະຫວ່າງມື້ເຊັ່ນ: ຕອນເຊົ້າທີ່ຈະໃຊ້ຄີບອດເທື່ອທຳອິດ ອາດຈະເລືອກໃຊ້ເຄື່ອງມືອະນາໄມທີ່ມີລັກສະນະຄ້າຍຊິລິໂຄນກ້ອນອ່ອນໆ ກິ້ງໄປມາ ເທິງຄີບອດໃຫ້ທົ່ວ ເພື່ອເປັນການອານາໄມ ແລະເກັບເສດຂີ້ເຫຍື້ອນ້ອຍໆ ທີ່ຢູ່ຕາມຊອກອອກໄປ ເນື່ອງຈາກເຮັດໄດ້ງ່າຍ ແລະໃຫ້່ທ່ານເລີ່ມວຽກ ໄດ້ໄວຂື້ນ
ແຕ່ຖ້າມີເວລາຫຼາຍ ຫຼືການອະນາໄມປະຈຳປີ ອາດຈະເລືອກໃຊ້ວິທີລ້າງຄີບອດ ໂດຍການຖອດປຸ່ມຄີບອດອອກໃຫ້ໝົດ ຈາກນັ້ນອະນາໄມໂຕ ຄີບອດດ້ວຍຜ້າຊຸ່ມນ້ຳ ຫຼືການໃຊ້ແປງກຳຈັດສິ່ງເປິເປື້ອນ ທີ່ຕົກລົງໄປໃນຊ່ອງລະຫວ່າງປຸ່ມ ຈາກນັ້ນຖ້າມີນ້ຳຢາເຮັດຄວາມສະອາດກໍໃຊ້ຕາມຫຼັງ ໄດ້ຂໍ້ຄວນລະວັງກໍຄື ໃຫ້ລະວັງບໍໃຫ້ຖືກໜ້າສຳຜັດຂອງຄືບອດແຮງຈົນເກີນໄປ ລວງເຖິງບັນດາຂາລ໊ອກຂອງປຸ່ມແຕ່ລະໂຕອີກ ຈະໄດ້ບໍມີປັນຫາ ເວລາຕິດຕັ້ງກັບເຂົ້າໄປພາຍຫຼັງ ສ່ວນປຸ່ມທີ່ປກະອອກມາກໍໃຫ້ແຊ່ນ້ຳໄວ້ບຶດນຶ່ງແລ້ວຈຶ່ງນຳມາຕາກໃຫ້ແຫ້ງ ແລ້ວໆນຳໄປປະກອບເຂົ້າບ່ອນເກົ່າ
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ