ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Thursday, July 31, 2014

ເກີດເຫດຄົນຮ້າຍ (ບໍ່ຮູ້ຈໍານວນ)! ທໍາຮ້າຍຮ່າງກາຍ ແລະ ປຸ້ນຊັບ ຢູ່ສວນມອນ…! ເສຍຊີວິດ 1 ສາຫັດ 3

By: laboursalavane Province On: 3:47 PM
  • Share The Gag
  • รูปภาพ : ເກີດເຫດຄົນຮ້າຍ (ບໍ່ຮູ້ຈໍານວນ)! ທໍາຮ້າຍຮ່າງກາຍ ແລະ ປຸ້ນຊັບ ຢູ່ສວນມອນ…! ເສຍຊີວິດ 1 ສາຫັດ 3
ຂ່າວນີ້ຕ້ອງອ່ານຕໍ່ທີ່ >>> http://www.lao-dd.com/forum.php?mod=viewthread&tid=570
____________________________________________________
www.l3lackarmy.com | ເພື່ອຕິດຕາມຂ່າວສານເທັກໂນໂລຢີໃຫ້ທັນຍຸກທັນສະໃໝ
____________________________________________________
www.lao-dd.com | ເວັບດີດີຂອງຄົນລາວ
____________________________________________________
Lao-dd.com | ເພຈດີດີຂອງຄົນລາວ
    ເກີດເຫດຄົນຮ້າຍ (ບໍ່ຮູ້ຈໍານວນ) ທໍາຮ້າຍຮ່າງກາຍ ແລະ ປຸ້ນຊັບຄອບຄົວທີ່ເຝົ້າ ແລະ ອະນາໄມຕະຫຼາດສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ວັນທີ 27 ກໍລະກົດ 2014 ທີ່ຜ່ານມາ; ຕໍ່ມາ 2 ວັນ, ຜູ້ເຄາະຮ້າຍທີ່ເປັນເມຍໄດ້ເສຍຊີວິດຍ້ອນຖືກຂອງແຂງທຸບຕີຢ່າງຮຸນແຮງບໍລິເວນຫົວ, ຜົວ ແລະ ລູກສາວ 2 ຄົນຖືກທຸບຕີໄດ້ຮັບບາດເຈັບສາຫັດກໍາລັງປິ່ນປົວຢູ່ໂຮງໝໍ 150 ຕຽງ.
    ທ່ານ ພັທ ທອງສະຫວັດແສນສຸວາດ ຮອງກອງບັນຊາການ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ຂ້ອນແຈ້ງຂອງວັນທີ 25 ກໍລະກົດຜ່ານມານີ້, ພະນັກງານກອງບັນຊາການ ປກສ ເມືອງໄດ້ຮັບແຈ້ງວ່າ: ຄອບຄົວພະນັກງານເຝົ້າ ແລະ ອະນາໄມຕະຫຼາດຈໍານວນ 4 ຄົນ ຖືກຄົນຮ້າຍບຸກເຂົ້າທໍາຮ້າຍຮ່າງກາຍ ແລະ ປຸ້ນເອົາຊັບຈົນໄດ້ຮັບບາດເຈັບສາຫັດ ໂດຍໃຊ້ຂຽງທຸບຕີໃສ່ບໍລິເວນໃບໜ້າ ແລະ ຫົວຈົນສະຫຼົບນອນອາບເລືອດຄາບ່ອນນອນ.
    ຜ່ານການກວດກາ ແລະ ຊັນນະສູດສະຖານທີ່ເກີດເຫດພົບເຫັນທ້າວ ສຸກັນ ອາຍຸ 48 ປີ, ນາງ ມະນີວັນ (ເມຍ) ພ້ອມລູກສາວ 2 ຄົນ ຊື່ນາງ ເປບຊີ ອາຍຸ 12 ປີ ແລະ ນາງ ມິລິນດາ ອາຍຸ 7 ປີ ຖືກທຸບຕີດ້ວຍຂຽງ ຈົນໄດ້ຮັບບາດເຈັບສາຫັດເຊັ່ນກັນ, ຈາກການກວດຈຸດເກີດເຫດພົບວ່າຊັບສິນຈໍານວນໜຶ່ງຖືກຄົນຮ້າຍປຸ້ນໄປປັດຈຸບັນ ຄະດີລາຍນີ້ ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ພວມເລັ່ງດໍາເນີນເກັບກໍາຂໍ້ມູນຂັດຈ້ອນເປົ້າໝາຍທີ່ສົງໄສ ເພື່ອສືບຫາຜູ້ທີ່ລົງມືກໍ່ເຫດຕົວຈິງມາດໍາເນີນຄະດີຕາມກົດໝາຍ.
    ທ່ານຮອງກອງບັນຊາການໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 26 ກໍລະກົດ 2014, ເວລາປະມານ 3 ໂມງເຊົ້າ ເກີດເຫດຄາດຕະກໍາທ້າວ ສຸດໃຈ ຫຼື ແອ ອາຍຸ 30 ປີ, ບ້ານໂພນສະອາດ ເມືອງປາກເຊແຂວງຈໍາປາສັກ ຖືກຍິງດ້ວຍປືນສັ້ນ ຈໍານວນ 1 ລູກເຂົ້າບໍລິເວນທ້ອງນ້ອຍເບື້ອງຊ້າຍເສຍຊີວິດ.
    ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ເສຍຊີວິດເປັນຄົນໄບ້ບ້າເສຍຈິດ ເລ້ລ້ອນຢູ່ແຖວຕະຫຼາດເຊົ້າ, ກ່ອນເກີດເຫດຜູ້ກ່ຽວໄດ້ເປືອຍກາຍເລາະໄປ-ມາຢູ່ແຖວຕະຫຼາດ, ຜູ້ພົບເຫັນໄດ້ເອົາເຄື່ອງໃຫ້ນຸ່ງ; ຈາກນັ້ນກໍ່ເລ້ລ້ອນໄປຂອບເຂດຕະຫຼາດສວນມອນ, ດ້ວຍການອາລະວາດເອົາພ້າໄລ່ຟັນຜູ້ທີ່ທຽວທາງໄປມາ-, ທາງ ປກສ ບ້ານໄດ້ພາກັນຈັບກຸມແຕ່ຜູ້ກ່ຽວເອົາຕົວຫຼົບໜີ,ຈົນເລີຍມາຮອດເວລາຂ້ອນແຈ້ງຈຶ່ງມີຄົນພົບເຫັນຜູ້ກ່ຽວຖືກຍິງເສຍຊີວິດຢູ່ກາງທາງ.
    ຕາມການສັນນິຖານໃນເບື້ອງຕົ້ນຂອງເຈົ້າໜ້າທີ່, ຜູ້ກ່ຽວອາດຈະລັດລົດຄົນໃດຄົນໜຶ່ງຢູ່ກາງທາງຈຶ່ງຖືກຍິງ, ເພາະໃນສະຖານທີ່ເກີດເຫດພົບເຫັນກະສອບລູກປືນສັ້ນຈໍານວນ 3 ລູກ, ແຕ່ຖືກຜູ້ເຄາະຮ້າຍຈໍານວນ 1 ລູກ, ປັດຈຸບັນ ທາງ ປກສ ເມືອງກໍາລັງຕິດຕາມມືຍິງມາລົງໂທດ.

    ຂໍ້ມູນດີດີຈາກ ໜັງສືພິມຄວາມສະຫງົບ
    Cr. lao-lanexang.com

    ຕິດການພະນັນຈົນລົງມືຂ້າຄົນປົ້ນຊັບ

    By: laboursalavane Province On: 3:43 PM
  • Share The Gag

  • ເກີດເຫດຄາດຕະກໍາແມ່ຕູ້ໝໍດູອາຍຸ 75 ປີ ເພື່ອປຸ້ນເອົາຄໍາຮູບປະພັນນໍ້າໜັກ 7 ບາດ, ແລ້ວຫຼາກສົບຖິ້ມລົງຫ້ວຍນໍ້າ ເຂດບ້ານນາແຫກ ເມືອງປາເຊ ແຂວງຈໍາປາສັກ ໃນວັນທີ 25 ກໍລະກົດນີ້.
    ທ່ານ ພັຕ ສີນໍາ ຈິດປັນຍາ ຮອງກອງບັນຊາການ ປກສ ເມືອງປາກເຊ ແຂວງຈໍາປາສັກ ເວົ້າວ່າ: ຜູ້ເສຍຊີວິດຄື: ແມ່ຕູ້ດວງໃສ ອາຍຸ 75 ປີ, ປະຊາຊົນ ບ້ານດົງເວີນທອງ ເມືອງ ແລະ ແຂວງຈໍາປາສັກ ມາພັກເຊົາຢູ່ເຮືອນນ້ອງສາວ ຢູ່ບ້ານນາແຫກ ເມືອງປາກເຊ ເພື່ອຊອກຫາດູດວງຊາຕາໃຫ້ປະຊາຊົນໃນເຂດດັ່ງກ່າວ; ມື້ເກີດເຫດ, ນ້ອງສາວຂອງຜູ້ເສຍຊີວິດ ເຂົ້າແຈ້ງຄວາມວ່າ: ເອື້ອຍຂອງຜູ້ກ່ຽວຫາຍໄປຈາກບ້ານ; ດັ່ງນັ້ນ, ຈຶ່ງນໍາກໍາລັງສົມທົບກັບອໍານາດການປົກຄອງບ້ານດັ່ງກ່າວຄົ້ນຫາ, ແຕ່ບໍ່ພົບ. ວັນຕໍ່ມາ ( 26 ກໍລະກົດ) ຈຶ່ງພົບເຫັນແມ່ຕູ້ດວງໃສ ເສຍຊີວິດດ້ວຍສະພາບສົບຟູນໍ້າໄຫຼມາຕາມລໍາຫ້ວຍຫ່າງຈາກບ້ານນາແຫກ ປະມານ 1 ກິໂລແມັດ ໃນສະພາບສົບຖືກແທງດ້ວຍຂອງມີຄົມບໍລິເວນດ້ານຫຼັງ ແລະ ຄໍຫອຍຖືກປາດເລິກກວ່າ 2 ຊັງຕີແມັດ ພວກເຮົາໄດ້ຂຶ້ນເປົ້າໝາຍ ແລ້ວຂັດຈ້ອນເຂົ້າ. ຮອດເວລາ 15:00 ໂມງຂອງວັນດຽວ ຈຶ່ງສາມາດກັກຕົວຄາດຕະກອນມາດໍາເນີນຄະດີ; ຜູ້ຖືກຫາຊື່ ນາງ ຄອນສະຫວັນ ຫຼື ຫຼ້າ ອາຍຸ 24 ປີ, ປະຊາຊົນບ້ານນາແຫກ ເມືອງປາກເຊ ແຂວງຈໍາປາສັກ.
    ຄາດຕະກອນ ສາລະພາບວ່າ: ຕົນເປັນຄົນລົງມືຄາດຕະກໍາແທ້ເພາະຢາກໄດ້ສາຍຄໍຄໍາ ແລະ ສາຍແຂນຄໍາຂອງແມ່ຕູ້ ເພື່ອເອົາໄປໃຊ້ໜີ້ການພະນັນ ທີ່ຕົນເອງໄດ້ສ້າງໄວ້ ແລະ ມື້ເກີດເຫດຕົນເອງໄດ້ໄປເບິ່ງດວງຊາຕານໍາຜູ້ເສຍຊີວິດ ເພາະຜູ້ກ່ຽວເປັນໝໍດູທີ່ປະຊາຊົນພາຍໃນບ້ານໃຫ້ການເຊື່ອຖືກັນວ່າ ເບິ່ງດວງຊາຕາຄິ້ວ ແລະ ຖືກໃຈຫຼາຍໆຄົນ; ແຕ່ໃນຂະນະທີ່ໃຫ້ຜູ້ກ່ຽວເບິ່ງດວງຊາຕາໃຫ້ນັ້ນ, ກໍ່ໄດ້ແນມເຫັນສາຍຄໍຄໍາ ແລະ  ສາຍແຂນຄໍາ ທີ່ສວມໃສ່ເປັນຈໍານວນຫຼາຍບາດ ແລະ ເກີດຄວາມຄິດຢາກໄດ້ ຈຶ່ງຫາວິທີທາງວາງແຜນຄາດຕະກໍາເອົາຄໍາດັ່ງກ່າວນັ້ນ.
    ພາຍຫຼັງເບິ່ງດວງຊາຕາແລ້ວ, ນາງ ຫຼ້າຈຶ່ງຊວນຜູ້ກ່ຽວມາຫຼິ້ນເຮືອນ ເພາະເຮືອນຢູ່ໃກ້ກັນ. ຫຼັງຈາກນັ້ນ, ຈຶ່ງຊວນເຂົ້າໄປຫາໜໍ່ໄມ້ແຄມເຮືອນປະມານ 10 ແມັດ; ໂດຍຕົນເອງໄດ້ຖືມີດຍາວປະມານ 30 ຊັງຕີແມັດໄປນໍາ ແລະ ສວຍໂອກາດໃນຂະນະທີ່ແມ່ຕູ້ດວງໃສ ກໍາລັງກົ້ມລົງຫັກໜໍ່ໄມ້ຢູ່ນັ້ນ, ໄດ້ເອົາມີດທີ່ກຽມມາແທງເຂົ້າດ້ານຫຼັງ 1 ບາດ ເຮັດໃຫ້ຜູ້ຕາຍລົ້ມພຸບລົງກັບຟື້ນດິນເພື່ອໃຫ້ແນ່ໃຈຕົນເອງ ຈຶ່ງປາດຄໍຊໍ້າອີກ 1 ບາດ ຈົນເຮັດໃຫ້ແມ່ຕູ້ຂາດໃຈຕາຍ; ຫຼັງຈາກນັ້ນ, ຜູ້ກ່ຽວໄດ້ປົດເອົາສາຍຄໍ ແລະ ສາຍແຂນນໍ້າໜັກລວມ 7 ບາດ ແລ້ວລາກສົບຖິ້ມລົງນໍ້າຫ້ວຍ ແລ້ວກໍ່ກັບມາເຮືອນ; ມື້ຕໍ່ມາ, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີ.

    ຂໍ້ມູນຈາກ: ໜັງສືພິມຄວາມສະຫງົບ

    Wednesday, July 30, 2014

    ຢາອູດຍຸງ ຄືຄາຕະກອນງຽບ

    By: laboursalavane Province On: 2:45 PM
  • Share The Gag
  • ຢາອູດຍຸງ ຄືຄາຕະກອນງຽບ

    2819
    ຢາອູດຍຸງ ຊື່ກໍບົ່ງບອກຢ່າງຊັດເຈນແລ້ວວ່າໃຊ້ປະໂຫຍດສຳລັບອູດຍຸງ ກັນຍຸງ. ຢາອູດຍຸງມີໃຫ້ເລືອກຫຼາກຫຼາຍ ແຕ່ສຳລັບຢູ່ບ້ານເຮົານັ້ນມັກຈະເປັນຢາອູດຍຸງກາຫ່ານຟ້າ, ກາໄບກອນ ແລະກາເສືອ ສາມາດຫາຊື້ໄດ້ງ່າຍ ພຽງແຕ່ກັບລະ 5,000 ກີບ ເວລາໄຕ້ອູດແລ້ວ ຖ້າອູດໃນເຮືອນ ຍຸງຈະຕົກລົງມາພື້ນຕາຍໃຫ້ເຫັນກັບຕາຢ່າງງ່າຍດາຍ. ແຕ່ຄຽງຄູ່ກັນນັ້ນ ຢາອູດຍຸງສ່ວນຫຼາຍພັດປະກອບດ້ວຍສານ d_Allethrin ເຊິ່ງສານເຄມີຊະນິດນີ້ສາມາດເຮັດໃຫ້ເກີດອັນຕະລາຍຕໍ່ຄົນໄດ້ ໂດຍສະເພາະແມ່ນລະບົບເຮັດວຽກຂອງຢາກັນຍຸງຈະເປັນການປະສົມສານອອກລິດລວມກັບຂີ້ເລື່ອຍ ຖ້າຈູດຢາກັນຍຸງກໍຈະເກີດຄວາມຮ້ອນ ແລ້ວສົ່ງຜົນໃຫ້ສານອອກລິດກາຍເປັນຄວັນ ຫຼືອາຍລະເຫີຍ ອອກມາເຮັດໜ້າທີ່ໃນການກຳຈັດຍຸງ ເຊິ່ງສານລະເຫີຍອອກມານັ້ນຈະມີຜົນເສຍຕໍ່ສຸຂະພາບຂອງຄົນເຊັ່ນກັນ.
    ອັນຕະລາຍຂອງຢາອູດຍຸງ
    ຫຼາຍໆ ຄົນມັກຈູດຢາກັນຍຸງເພື່ອໄລ່ຍຸງໃນບໍລິເວນທີ່ມີຄົນຢູ່ ເຊິ່ງເຮັດໃຫ້ເກີດການສູດດົມສານທີ່ລະເຫີຍຈາກຢາກັນຍຸງເຂົ້າໄປໃນຮ່າງກາຍ ໂດຍອາການເບື້ອງຕົ້ນຂອງການສູດດົມສານລະເຫີຍນີ້ອາດຈະບໍ່ຮຸນແຮງ ເຮົາອາດຈະຮູ້ສຶກຫາຍໃຈຕິດໆຂັດໆ ຫາຍໃຈບໍ່ສະດວກເທົ່ານັ້ນ ແຕ່ຜົນຮ້າຍແຮງກວ່ານັ້ນຈະເກີດຂຶ້ນໃນອະນາຄົດອັນບໍ່ດົນ ເພາະມັນຈະເຂົ້າໄປສະສົມໃນຮ່າງກາຍຂອງເຮົາເລື້ອຍໆ ເຊິ່ງຄວາມຮ້າຍແຮງຂອງສານລະເຫີຍຈາກຢາຈູກກັນຍຸງນີ້ທຽບເທົ່າກັບການສູດດົມຄວັນຈາກຢາສູບໂດຍອັດຕາຈາກສານລະເຫີຍຂອງຢາຈູດກັນຍຸງທີ່ຫຼາຍກວ່າ ພຽງແຕ່ຮູ້ສຶກຫາຍໃຈບໍ່ສະດວກ ຄືສານລະເຫີຍຈາກຢາອູດຍຸງຈະເຂົ້າໄປທຳລາຍເຍື່ອບຸເມືອກ ແລະທາງເດິນຫາຍໃຈສ່ວນເທິງ ຈະເຮັດໃຫ້ຫຼອດລົມແລະກ່ອງສຽງອັກເສບ ອີກທັງຍັງເຂົ້າທຳລາຍປອດ ຊວງອົກ ທາງເດິນອາຫານ ໝາກໄຂ່ຫຼັງ ທໍ່ໝາກໄຂ່ຫຼັງ ພົກຍ່ຽວ ນອກຈາກນັ້ນຍັງເຮັດໃຫ້ເກີດອາການຫາຍໃຈຖີ່ໆ ຮູ້ສຶກວິນວຽນປວດຫົວ ປວດຮາກ ການສຳຜັດທາງຜິວໜັງເຮັດໃຫ້ເກີດການລະຄາຍເຄືອງຢ່າງແຮງ ສາມາດຊຶມຜ່ານຜິວໜັງເຂົ້າສູ່ຮ່າງກາຍໄດ້ງ່າຍ ການກືນຫຼືກິນເຂົ້າໄປເຮັດໃຫ້ເກີດອາການປວດຮາກ ແລະອາດຈະເປັນອັນຕະລາຍເຖິງຊີວິດໄດ້. ນອກຈາກນັ້ນແລ້ວຖ້າຫາກສານຈາກຢາອູດຍຸງເຂົ້າຕາຈະເຮັດໃຫ້ແສບຕາ ຄັນຄາຍຕາ ເຮັດໃຫ້ຕາແດງ ແລະສານຈາກຢາອູດຍຸງນີ້ຍັງເປັນອັນຕະລາຍຕໍ່ລູກໃນທ້ອງຂອງແມ່ອີກດ້ວຍ.
    ດັ່ງນັ້ນ, ທາງທີ່ດີແລ້ວຄວນຈະປັບສະພາບແວດລ້ອມໃນເຮືອນແລະນອກເຮືອນໃຫ້ດີ ບໍ່ໃຫ້ເປັນບ່ອນເພາະພັນຂອງຍຸງ, ອູດດ້ວຍການຈູດເປືອກໝາກກ້ຽງ, ຫົວສີໃຄແຫ້ງ, ໃບວິກແຫ້ງ… ຈະເປັນການດີກວ່າ ຫຼືຖ້າມີຄວາມຈຳເປັນຕ້ອງໃຊ້ຢາອູດຍຸງຢ່າງຫຼີກລ້ຽງບໍ່ໄດ້ ຂໍ້ແນະນຳທີ່ດີທີ່ສຸດ ຄື ໃຫ້ຈູດຢາກັນຍຸງໃນບໍລິເວນທີ່ບໍ່ມີຄົນຢູ່ເທ່ົານັ້ນ, ຈູດຢູ່ໃນບໍລິເວັນນອກເຮືອນທີ່ມີອາກາດລ່ວງດີ ຫຼືຈູດໃຫ້ໄກຈາກບໍລິເວນທີ່ມີຄົນຢູ່ເພື່ອຈະໄດ້ບໍ່ສູດດົມສານຈາກຢາກັນຍຸງເຂົ້າສູ່ຮ່າງກາຍ ທັງຫຼັງການສຳຜັດໂດຍຢາຈູດກັນຍຸງຕ້ອງລ້າງໃຫ້ສະອາດທັນທີ.

    ນ້ຳ ຢາວິເສດທີ່ສາມາດ ປົວໄດ້ເກືອບທຸກໂລກ

    By: laboursalavane Province On: 2:42 PM
  • Share The Gag
  • ນ້ຳ ຢາວິເສດທີ່ສາມາດ ປົວໄດ້ເກືອບທຸກໂລກ


    MediaFile_503drink-water-8-glass_460x345

    ການ​ດື່ມນ້ຳ​ເມື່ອ​ທ້ອງ​ວ່າງ​ຜ່ານ​ກະເພາະ​ອາຫານ​ເພື່ອ​ຮັກສາ​ສຸຂະພາບ​ທີ່ ​ດີ​ນັ້ນ​ແມ່ນ​ໄດ້​ມີ​ການ​ທົດ​ລອງ​ທາງ​ວິ​ທະຍາ​ສາດ​ພົບ​ວ່າ: ນ້ຳ​ສາມາດໃຊ້​ ຢັບ​ຢັ້ງ​ການ​ແກ່​ຊະລາ ແລະ ສາມາດ​ບຳບັດຮັກສາ ​ໂລກ​ຕ່າງໆ​ໄດ້ຜົນ 100% ເຊັ່ນ: ໂລກ​ມັກ​ເຈັບ​ຫົວ, ປວດ​ຕາມ​ຕົນ​ໂຕ, ໂລກ​ລະບົບ​ຫົວໃຈ, ໂລກ​ຂໍ້​ອັກ ເສບ, ໂລກ​ຫົວໃຈ​ເຕັ້ນ​ໄວ, ໂລກ​ລົມ​ບ້າໝູ, ໂລກ​ຕຸ້ຍ, ໂລກ​ຫຼອດລົມອັກເສບ, ໂລກ​ຫືດ, ວັນນະໂລກ, ອາການ​ເຍື່ອ​ຫຸ້ມ​ສະໝອງ​ອັກເສບ, ໄຂ່​ສັນຫຼັງ​ອັກ ເສບ, ໂລກ​ໝາກ​ໄຂ່ຫຼັງ, ໂລກ​ກະເພາະ​ອາການ, ໂລກ​ຖອກທ້ອງ, ໂລກ​ສະ​ດວງ​ກົ້ນ, ໂລກ​ເບົາຫວານ, ໂລກ​ຕໍ້​ຕາ, ໂລກ​ພາຍ​ໃນ​ແມ່ຍິງ, ມະ​ເຮັງ, ຮອບ​ເດືອນ​ບໍ່​ປົກກະຕິ, ໂລກ​ຄໍ, ຫູ ແລະ ດັງ.
    ວິທີ​ປະຕິບັດ: ເວລາ​ຕື່ນ​ນອນ​ຕອນ​ເຊົ້າ(ກ່ອນ​ຖູແຂ້ວ)ໃຫ້​ດື່ມນ້ຳ 4 ຈອກ (640 ຊີ​ຊີ), ຫຼັງ​ຈາກ​ນັ້ນ​ອາບນ້ຳ ແລະ ລ້າງ​ໜ້າ​ໄດ້​ແຕ່​ຕ້ອງ​ບໍ່​ດື່ມ​ຫຼື​ຮັບ​ປະທານ​ຫຍັງ​ຈົນ​ກວ່າ 45 ນາທີ​ຜ່ານ​ໄປ​ ຈິ່ງ​ຮັບ​ປະທານ​ໄດ້​ຕາມ​ປົກກະຕິ, ຫຼັງ​ຮັບ​ປະທານ​ອາຫານ​ເຊົ້າ, ທ່ຽງ, ແລະ ຄ່ຳ​ໄປ​ແລ້ວ​ປະມານ15 ນາທີ ແມ່ນ​ບໍ່​ຄວນ​ດື່ມນ້ຳ​ຫຼື​ຮັບ​ປະທານ​ຫຍັງ​ຕໍ່​ຈົນ​ກວ່າ 2 ຊົ່ວໂມງ​ຜ່ານ​ໄປ, ຜູ້​ປ່ວຍ​ຫຼື​ຄົນ​ຊະລາ​ທີ່​ບໍ່​ສາມາດ​ດື່ມນ້ຳ 4 ຈອກ​ໄດ້ ກໍໃຫ້​ຄ່ອຍໆ​ດື່ມ​ໄປ​ເລື້ອຍໆ​ຈົນ​ໄດ້​ຄົບ 4 ຈອກ.
    ຈາກ​ສະຖິຕິ​ທີ່​ສາມາດ​ຮັກສາ ແລະ ບຳບັດ​ໂລກ​ທີ່​ກ່າວ​ມາ​ນັ້ນ​ໃຫ້​ຫາຍ​ເຊົາ​ໄດ້​ພາຍ​ໃນ​ເວລາ​ທີ່​ຈະ​ຕ້ອງ​ ປະຕິບັດ​ດັ່ງນີ້: ໂລກ​ຄວາມດັນເລືອດສູງ 30 ມື້, ໂລກ​ກະເພາະ 10 ມື້, ໂລກ​ເບົາຫວານ 30 ມື້, ໂລກ​ທ້ອງບິດ 10 ມື້, ໂລກ​ມະ​ເຮັງ 180 ມື້, ໂລກ​ຕຸ້ຍ 90 ມື້, ໂລກ​ຂໍ້​ອັກເສບ​ຕ່າງໆ​ຈະ​ເຫັນ​ຜົນ​ພາຍ​ໃນ​ເວລາ 3 ມື້.
    ຂໍ້ມູນຈາກ ໜັງສືພິມເສດຖະກິດ-ສັງຄົມ

    ອາຫານ 10 ຢ່າງ ທີ່ຄວນກິນຫຼັງອອກກຳລັງກາຍ

    By: laboursalavane Province On: 2:35 PM
  • Share The Gag
  • ອາຫານ 10 ຢ່າງ ທີ່ຄວນກິນຫຼັງອອກກຳລັງກາຍ


    ຫຼາຍຄົນທີ່ລົດນ້ຳໜັກອາດຈະເຂົ້າໃຈຜິດວ່າ ຫຼັງອອກກຳລັງກາຍນັ້ນບໍ່ຄວນກິນອາຫານໃດໆ ທັ້ງສິ້ນເພາະຈະເຮັດໃຫ້ອ້ວນ ແຕ່ຫາກຮູ້ບໍ່ວ່າຊ່ວງຫຼັງອອກກຳລັງກາຍນີ່ແຫຼະ ເປັນຊ່ວງເວລາທີ່ຮ່າງກາຍຕ້ອງການອາຫານເຊັ່ນ: ນ້ຳ, ໂປຕີນ ແລະທາດແປ້ງ ທັ້ງນີ້ກໍ່ເພື່ອນຳເອົາໄປຊ່ອມແຊມ ເສີມສ້າງກ້າມຊີ້ນນັ້ນເອງເຮົາເບິ່ງອາຫານທີ່ຄວນຮັບປະທານ ຫຼັງອອກກຳລັງກາຍກັນດີກວ່າວ່າມີຫຍັງແດ່ ກ່ອນຈະກິນຫຍັງເຂົ້າໄປກໍ່ຕ້ອງຂື້ນຢູ່ກັບປະລິມານຂອງແຄໂລຣີ ທີ່ທ່ານໃດ້ກິນເຂົ້າໄປແຕ່ລະມື້ນຳ ເອົາເປັນວ່າບໍ່ຫຼາຍບໍ່ນ້ອຍດີທີ່ສຸດ ທີ່ສຳຄັນຄວນກິນອາຫານຫຼັງອອກກຳລັງກາຍແລ້ວ 30ນາທີ່ ຂື້ນໄປ.
    1. ໄຂ່
    ดาวน์โหลด
    ໂປຕີນແລະ carbohydrate ເປັນອາຫານທີ່ດີໂດຍສະເພາະກັບຜູ້ທີ່ມັກອອກກຳລັງກາຍ ເຊິ່ງໄຂ່ໃບນ້ອຍໆ ທີ່ເຮົາເຫັນຢູ່ນັ້ນອຸດົມໄປດ້ວຍ ໂປຕີນ 6.3 ກຼາມ ອີກທັ້ງ 1 ໜ່ວຍຍັງມີພຽງ 70 ແຄໂລຣີນັ້ນເອງ ເວົ້າໃດ້ວ່າໄຂ່ເປັນໜຶ່ງໃນອາຫານຈາກທຳມະຊາດ ທີ່ດີມີແຕ່ປະໂຫຍດລ້ວນໆ.
    2. ນ້ຳໝາກກຽງ
    ดาวน์โหลด (1)
    ນອກຈາກທ່ານຈະໃດ້ຮັບວິຕາມິນຊີໃນນ້ຳໝາກກຽງຄັ້ນແລ້ວ ທ່ານຍັງໃດ້ຮັບ potassium ອີກ ເຊິ່ງສາມາດເຮັດໃຫ້ຮ່າງກາຍສົດຊື່ນຂື້ນໃດ້ ນ້ຳໝາກກຽງຄັ້ນຈຶ່ງເປັນສິ່ງທີ່ຄວນດື່ມຫຼັງອອກກຳລັງກາຍເຊັ່ນກັນ.
    3. ກ້ວຍ
    500x376x557000006551203.JPG.pagespeed.ic.Dd5fRJ9eqF
    ກ້ວຍຈັດເປັນອາຫານທີ່ມີຄຸນຄ່າທາງໂຄຊະນາການສູງເພາະອຸດົມໄປດ້ວຍ ໂປຕີນ,carbohydrate,phosphorus,ທາດເຫຼັກ,ວິຕາມິນເອ ອີກທັ້ງຍັງມີ magnesium ທີ່ສຳຄັນນັ້ນ carbohydrate ໃນກ້ວຍ ສາມາດດູດຊືມໃດ້ຢ່າງໄວເມື່ອກິນເຂົ້າໄປ ຫຼັງອອກກຳລັງກາຍ ຈຶ່ງສາມາດຟື້ນຟູຮ່າງກາຍໃດ້ດີ.
    4. ປາsalmon

    00
    ການຮັບປະທານປາ salmon ນັ້ນຮ່າງກາຍບໍ່ພຽງແຕ່ຈະໃດ້ຮັບໂປຕີນເທົ່ານັ້ນ ຍັງໃດ້ຮັບສານ Omega3 ອີກດ້ວຍ ເຊິ່ງສານOmega3 ທີ່ພົບໃນປາsalmonນັ້ນຍັງສາມາດຊ່ວຍສ້າງກ້າມຊີ້ນແລະເພີ່ມປະສິດທິພາບໃນການທຳງານຂອງກ້າມຊີ້ນໃຫ້ຫຼາຍຂື້ນອີກດ້ວຍ.
    5. blueberries
    500x334x557000006551205.JPG.pagespeed.ic.yBrfajA_S8
    blueberries ຈັດເປັນໝາກໄມ້ທີ່ມີສານຕ້ານ oxidants ທີ່ຄ່ອນຂ້າງສູງເລີຍທີດຽວ ເຊິ່ງມີງານວິໃຈອອກມາວ່າ blueberries ສາມາດເພີ່ມອັດຕາການຟື້ນໂຕຫຼັງອອກກຳລັງກາຍຢ່າງໜັກໆໃດ້.
    6. ຖົ້ວແລະໝາກໄມ້ອົບແຫ້ງ
    500x334x557000006551206.JPG.pagespeed.ic.blpRCS95nV
    ຫາກທ່ານເກິດຢາກກິນເຂົ້າໜົມຫຼັງອອກກຳລັງກາຍລະກໍ້ ນຶກເຖິງຖົ່ວແລະຜົນລະໄມ້ອົບແຫ້ງໄວ້ເປັນອັນດັບທຳອິດ ເພາະເນືອງຈາກວ່າທັ້ງສອງສິ່ງທີ່ເຮົາກ່າວເຖິງນີ້ມີໂປຕີນແລະcarbohydrate ທີ່ຮ່າງກາຍສາມາດດູດຊືມໃດ້ຢ່າງໄວ ດັ່ງນັ້ນຫຼັງອອກກຳລັງກາຍທ່ານຄວນຈະກິນສິ່ງເຫຼົ່ານີ້ຈັກໜຶ່ງຫຼືສອງກຳມື ເຊິ່ງຖົ່ວມີປະໂຫຍດຕໍ່ການສ້າງກ້າມຊີ້ນຫຼາຍທີ່ສຸດນັ້ນກໍ່ຄື ຖົ່ງເຫຼືອງ ເພາະເຄິ່ງຖ້ວຍມີໂປຕີນເຖິງ 34 ກຼາມ.
    7. ໝາກນັດ
    426x481x557000006551207.JPG.pagespeed.ic.hmdl4w6XKF
    ໝາກນັດ ຖືໃດ້ວ່າເປັນໝາກໄມ້ທີ່ມີວິຕາມິນສູງ ອີກທັ້ງໃນໝາກນັດຍັງມີສານ (bromelain)ເຊິ່ງສານນີ້ນອກຈາກຊ່ວຍຍ່ອຍໂປຕີນໃດ້ ແລ້ວຍັງສາມາດຊ່ວຍຕ້ານການອັກເສບ ທີ່ສຳຄັນວິຕາມິນຊີໃນໝາກນັດຍັງເປັນອົງປະກອບສຳຄັນໃນການຊ່ວຍຊ່ອມແຊມ ເນື້ອເຍື່ອໃດ້ອີກ.

    8. ມັນດ່າງ
    500x318x557000006551208.JPG.pagespeed.ic.TzrnGyFTNn
    ມັນດ່າງຖືວ່າເປັນອາຫານເພື່ອສຸກຂະພາບ ໃນມັນດ່າງປະກອບດ້ວຍວິດຕາມິນຕ່າງໆ ຫຼາກຫຼາຍ ເຊັ່ນ: ວິຕາມິນB6, ວິຕາມິນC, ວິຕາມິນD, ນີຊຽມ, potassium ແລະທາດແປ້ງ ເໝາະສົມຫຼາຍທີ່ຈະນຳມາກິນຫຼັງອອກກຳລັງກາຍ.
    9. kiwi
    500x375x557000006551209.JPG.pagespeed.ic.4FlO3FhvJG
    kiwi ເປັນໝາກໄມ້ຊະນິດໜຶ່ງ ທີ່ເຕັມໄປດ້ວຍວິດຕາມິນຊີ ແລະ potassium ມີສ່ວຍຊ່ວຍຕ້ານoxidants ສາມາດຊ່ອມແຊມກ້າມຊີ້ນ ຫຼັງຈາກອອກກໍາລັງກາຍ ໃດ້ດີບໍ່ແພ້ອາຫານຊະນິດອື່ນໆ.
    10. ນ້ຳ
    500x325x557000006551210.JPG.pagespeed.ic.44biyCnJfS
    ຜິວສູນເສຍຄວາມຊຸ່ມຊື່ນ ອາດເກິດຂື້ນໃດ້ຫຼັງຈາກທີ່ເຮົາອອກກຳລັງກາຍ ດັ່ງນັ້ນເພື່ອດຶງເອົາຄວາມສົດຊື່ນກັບຄືນມາ ຫຼັງອອກກຳລັງກາຍ ໃຫ້ສັງເກດເບິ່ງວ່ານ້ຳໜັກໂຕເຮົານັ້ນລົດລົງເທົ່າໃດ ຫາກຫາຍໄປເທົ່າໃດກໍ່ດື່ມນ້ຳກັບໄປເທົ່ານັ້ນ ເຊິ່ງປະລິມານນ້ຳທີ່ແນະນຳໃຫ້ດື່ມ ຫຼັງອອກກຳລັງກາຍນັ້ນກໍ່ຄື: 2-3 ຈອກນັ້ນເອງ.

    ຜັກຫອມປ້ອມ ຊ່ວຍກະຕຸນການໄຫຼວຽນຂອງເລືອດ

    By: laboursalavane Province On: 2:05 PM
  • Share The Gag
  • ຜັກຫອມປ້ອມ ຊ່ວຍກະຕຸນການໄຫຼວຽນຂອງເລືອດ

    000111000

    ໃບສົດ ປະກອບດ້ວຍ ໂປຕີນ ໃຍອາຫານ ໂຟສຟໍ Beta – carotene ແລະ ວິຕາມິນC ຖ້າກິນຜັກຫອມປ້ອມ 1 ຂີດ ຈະເຮັດໃຫ້ຮ່າງກາຍຮັບ ວິຕາມິນC ເທົ່າກັບປະລິມານທີ່ຮ່າງກາຍຄວນໃດ້ຮັບແຕ່ລະມື້.
    ນອກຈາກນີ້ຍັງມີນ້ຳມັນຫອມລະເຫີຍໃນກຸ່ມ Terpenes ເຊິ່ງເຮັດໃຫ້ເກິດກິ່ນຫອມສະເພາະຕົ້ນຫຼືເມັດ ຈັດເປັນຜັກທີ່ມີກິ່ນແຮງ ເພາະເມື່ອປຽບທຽບກັບໃບສົດ ຈະມີນ້ຳມັນຫອມລະເຫີຍໃນປະລິມານທີ່ຫຼາຍກວ່າ ໂດຍສະເພາະຊະນິດ Linalool.
    ດ້ານສັບພະຄຸນທາງຢາ ຊ່ວຍແກ້ໄຂ້ ຂັບເງື່ອ ຂັບລົມ ຈະເລີນອາຫານ ແກ້ອາການທ້ອງອືດ ກະຕຸ້ນການຍໄຫຼວຽງຂອງເລືອດ ບຳລຸງກະເພາະອາຫານ ແລະບັນເທົາອາການໂລກຂໍ້ອັກເສບ.

    ກິນອາຫານຕອນແລງ ແບບໃດບໍ່ໃຫ້ອ້ວນ

    By: laboursalavane Province On: 2:02 PM
  • Share The Gag
  • ກິນອາຫານຕອນແລງ ແບບໃດບໍ່ໃຫ້ອ້ວນ


    26_20140312144444.

    ສາວໆ ຫຼາຍຄົນເລືອກລົດນ້ຳໜັກ ດ້ວຍການອົດອາຫານ ຢາກບອກວ່າມັນເປັນວິທີທີ່ຜິດ ການລົດນ້ຳໜັກທີ່ດີ ຄວນກິນອາຫານທຸກຄາບ ແຕ່ໃນປະລິມານທີ່ນ້ອຍ ແລະເລືອກກິນ ອາຫານຕອນແລງ ເປັນອາຫານທີ່ເປັນຕາຢ້ານທີ່ສຸດ ແມ່ນບໍ…
    ຫຼັກການຖືກຕ້ອງ ໃນການກິນອາຫານທີ່ດີ ຕໍ່ສຸຂະພາບ ຄວນໃຊ້ປະໂຫຍກທີ່ວ່າ ” ເຊົ້າກິນຢ່າງລາຊາ ທ່ຽງກິນຢ່າງຄົນທຳມະດາ ແລງກິນຢ່າງຍາກຈົນ ”
    ຫຼັກການກິນອາຫານຕອນແລງ
    1. ບໍ່ຄວນອົດອາຫານຕອນແລງ 
    ການອົດອາຫານຈະເຮັດໃຫ້ຢາກເວລາດຶກໆ ສົ່ງຜົນໃຫ້ນອນບໍ່ຫຼັບ ຫຼືຈະເຮັດໃຫ້ຕະບະແຕກໄປຫາຂອງກິນມື້ດຶກອີກດ້ວຍ ທາງທີ່ດີຄວນເລືອກອາຫານເບົາໆ ແຄລໍຣີ່ນ້ອຍໆ ຈະດີກວ່າ ເນັ້ນຜັກແລະໝາກໄມ້ .

      2. ຫຼັງກິນເຂົ້າແລງບໍ່ຄວນອອກກຳລັງກາຍທັນທີ
    ຫຼັງກິນເຂົ້າແລ້ວ ໄປອອກກຳລັງກາຍທັນທີອາດຈະເຮັດໃຫ້ຈຸກໃດ້ ປ່ຽນເປັນການຍ່າງຊ້າໆ ໄປເລື່ອຍໆ ຈະດີກວ່າ .

     3. ຫຼັງກິນອາຫານບໍ່ຄວນອາບນ້ຳທັນທີ
    ເພາະເມື່ອເຮົາກິນອາຫານ ຂະນະທີ່ອາຫານກຳລັງຍ່ອຍ ກະເພາະຕ້ອງເຮັດງານ ເລືອດຕ້ອງຖືກໄປຫຼໍ່ລ້ຽງກະເພາະ ເພື່ອຊ່ວຍໃນການຍ່ອຍ ຖ້າເຮົາໄປອາບນ້ຳທັນທີຫຼັງກິນເຂົ້າ ເຊິ່ງໂດຍປົກກະຕິມະນຸດເຮົາເປັນສັດເລືອດອຸ່ນ ດັ່ງນັ້ນເລືອດຈຶ່ງແບ່ງອອກເປັນ 2 ສ່ວນ ເຊິ່ງແນ່ນອນວ່າມັນຕ້ອງຖືກແບ່ງ ມາທີ່ຜິວໜັງກ່ອນເປັນອັນດັບໜຶ່ງ ເຮັດໃຫ້ເລືອດສົ່ງໄປທີ່ກະເພາະໃດ້ນ້ອຍ .

      4. ກິນຜັກ ແລະ ໝາກໄມ້ແທນເຂົ້າແລງ
    ອາດຈະແທນອາຫານດ້ວຍຜັກ ແລະ ໝາກໄມ້ ແຕ່ຕ້ອງເປັນໝາກໄມ້ທີ່ບໍ່ມີກົດ ເພາະທ້ອງວ່າງມີກົດຢູ່ແລ້ວ .

     5. ອາຫານຕອນແລງ ທີ່ຄວນຫຼີກລ່ຽງ
    ຄວນຫຼີກລ່ຽງອາຫານຍ່ອຍຍາກ ຂອງມັນ ຂອງທອດ ອາຫານທີ່ມີຄໍເລັສເຕີລອນສູງ ຄວນເລືອກກິນປະເພດ ຜັກລວກ ຜັກຕົ້ມ.


    ກຸ້ງຄຳ ແສນມະນີ

    ໝາກນັດ ສາມາດລົດລິ້ວລອຍເທິງໃບໜ້າໃດ້

    By: laboursalavane Province On: 1:56 PM
  • Share The Gag
  • ໝາກນັດ ສາມາດລົດລິ້ວລອຍເທິງໃບໜ້າໃດ້

    426x481x557000006551207.JPG.pagespeed.ic.hmdl4w6XKF
    ໃຜທີ່ມັກກິນໝາກນັດ ຮູ້ບໍ່ວ່າ ໝາກນັດສາມາດລົດລິ້ວລອຍເທິງໃບໜ້າໃດ້ ມື້ນີ້ເຮົານຳຄວາມຮູ້ມາຝາກ.
    ວິທີຄື: ຄັ້ນໝາກນັດສົດໆ ເອົາແຕ່ນ້ຳມາພອກທີ່ໃບໜ້າ ຍົກເວັນບໍລິເວນລອບຕາແລະສົບ ປະໄວ້ປະມານ  15 – 20 ນາທີ ຈາກນັ້ນລ້າງອອກດ້ວຍນ້ຳສະອາດ.
    ສູດນີ້ເໝາະກັບສາວໆ ທີ່ມີໃບໜ້າມັນ ນອກຈາກນີ້ໝາກນັດຍັງຊ່ວຍລົດຈຸດດ່າງດຳຕ່າງໆເທິງໃບໜ້າໃດ້ດີ
    ຂໍ້ແນະນຳວິທີນີ້ ເໝາະສຳລັບຄົນທີ່ບໍ່ເປັນສິວ ຖ້າເປັນສິວໝາກນັດອາດຈະກັດໜ້າໃດ້
    ຖ້າຢາກມີໃບໜ້າທີ່ສວຍງາມ ກໍ່ລອງນຳວິທີທີແນະນຳໄປປະຕິບັດໃດ້.

    ເກີດເຫດຄາດຕະກຳຢູ່ຕະຫຼາດສວນມອນ ເຈົ້າໜ້າທີ່ກຳລັງຕິດຕາມຄົນຮ້າຍ

    By: laboursalavane Province On: 1:35 PM
  • Share The Gag

  • 28e8bba78ff92ebdc5625d9abe485710

    ວັນ​ທີ 25 ກໍ­ລະ­ກົດ​ຜ່ານ​ມາ ໄດ້​ມີເຫດ​ຄາ­ຕະ­ກຳ​ເກີດ​ຂຶ້ນ​ຢູ່​ບໍ­ລິ­ເວນ​ຕະຫຼາດ​ສວນ​ມອນ ຊຶ່ງ​ໄດ້​ເຮັດ​ໃຫ້​ຄອບ­ຄົວ​
    ຜູ້​ທີ່​ຖືກ​ເຄາະ​ຮ້າຍ​ໄດ້​ຮັບ​ບາດ­ເຈັບ​ສາ­ຫັດ 3 ຄົນ ເສຍ​ຊີ­ວິດ 1 ຄົນ ສ່ວນ​ສາ­ເຫດ​ປະ­ຈຸ​ບັນ​ຢູ່​ໃນ​ຂັ້ນ​ຕອນ​ການ​ສືບ
    ສວນŒສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່​ທີ່​ກ່ຽວ­ຂ້ອງ.
    ທ່ານ ພັນ​ໂທ ທອງ​ສະ­ຫວາດ ແສນສຸ​ວາດ ຮອງ​ກອງ​ບັນ­ຊາ​ການ ປກສ ເມືອງ​ສີ​ສັດ­ຕະ​ນາກ ນະ­ຄອນ­ຫຼວງ​ວຽງ
    ຈັນ ໃຫ້​ຮູ້​ວ່າ: ໃນ​ເວ­ລາ​ປະ­ມານ 24 ໂມງ ຂອງ​ວັນ​ທີ 25 ກໍ­ລະ­ກົດ 2014 ໄດ້​ເກີດເຫດ​ຄາ­ຕະ­ກຳ​ຂຶ້ນ​ກັບ​ຄອບ­ຄົວ
    ທ້າວ ສຸ​ກັນ ອາ­ຍຸ 48 ປີ ອາ­ຊີບ​ກຳ­ມະ­ກອນ ແລະ ນາງ ມະ­ນີ​ວັນ ອາ­ຍຸ 49 ປີ ແລະ ລູກ​ອີກສອງ​ຄົນ​ຊື່ ນາງ ເປບ
    ​ຊີ ອາ­ຍຸ 12 ປີ, ນາງ ມີ​ຣິນ​ດາ ອາ­ຍຸ 7 ປີ ປະ­ຈຸ​ບັນ​ອາ­ໄສຢູ່​ບ້ານ​ໂພນ​ສະ­ຫວ່າງ ໄດ້​ມາ​ເຮັດ​ວຽກ​ຢູ່ຕະ­ຫຼາດ​ສວນ​ມອນ
    ເມືອງ​ສີ​ສັດ­ຕະ​ນາກ ຖືກ​ຄົນ​ຮ້າຍ​ທຳ­ຮ້າຍ​ຮ່າງ­ກາຍ​ໄດ້​ຮັບບາດ­ເຈັບ​ສາ­ຫັດ.
    ພາຍ­ຫຼັງ​ທີ່​ຖືກ​ທຳ­ຮ້າຍ​ຮ່າງ­ກາຍ​ຈົນ​ປະ­ມານ​ເວ­ລາ 5 ໂມງ ປະ­ຊາ­ຊົນ​ມາ​ຕະ­ຫຼາດ​ຈິ່ງ​ໄດ້​ພົບ​ເຫັນ​ພວກ​ເຂົາ​ທັງ 4
    ຄົນ ນອນ​ຈົມ​ກອງ​ເລືອດກໍ​ໄດ້​ແຈ້ງ​ໃຫ້​ໜ່ວຍກູ້​ໄພ​ເພື່ອ​ນຳ​ສົ່ງ​ໂຮງ­ໝໍ ​ຕໍ່​ມາ​ໃນ​ວັນ​ທີ 27 ກໍ­ລະ­ກົດ 2014 ນາງ
    ມະ­ນີ​ວັນ ຜູ້ເປັນ​ເມຍ​ກໍ​ໄດ້​ເສຍ​ຊີ­ວິດ​ສ່ວນ​ຜົວ ແລະ ລູກ​ໄດ້​ພົ້ນ​ຂີດ​ອັນ­ຕະ­ລາຍ​ແລ້ວ.
    ຈາກ​ນັ້ນ​ເຈົ້າ​ໜ້າ­ທີ່​ກໍ​ລົງ​ໄປ​ກວດ­ກາສະ­ຖານ­ທີ່​ເກີດ​ເຫດ​ໄດ້​ພົບ​ເຫັນ​ຮ່ອງຮອຍ​ມີ​ການ​ຕໍ່­ສູ້ ແລະ  ໄດ້​ພົບ​ເຫັນ
    ​ຄາບເລືອດ​ຕິດ​ຂຽງ​ຢູ່​ ຄາດ​ວ່າ​ຄົນ​ຮ້າຍ​ນຳ​ໃຊ້ຂຽງ​ໜ້າ​ປະ­ມານ 25 ຊັງ​ຕີ​ແມັດ​ທຸບ​ຕີ ຊຶ່ງ​ຄາດ​ວ່າ​ຄົນ​ຮ້າຍ​ອາດ
    ​ມີ​ປະ­ມານ 2 ຄົນ. ທີ່​ເຈົ້າ​ໜ້າ­ທີ່​ກໍ​ລົງ​ຕິດ­ຕາມ​ເປົ້າ​ໝາຍ​ຢູ່.
    ແຫຼ່ງຂ່າວ: http://www.sedthakid.la/home/khao/19693.html
         ຂະ­ນະ​ທີ່​ການ​ກໍ່​ເຫດ​ຄັ້ງ​ນີ້​ຄົນ​ຮ້າຍໄດ້​ເອົາ​ຊັບ​ຄອບ­ຄົວ​ຜູ້​ເຄາະ​ຮ້າຍ​ເປັນ​ເງິນສົດ​ປະ­ມານ 4Œ5 ລ້ານ​ກີບ​ນຳ​ອີກ.

    ລາຍຊື່ 9 ນັກໂທດຄະດີສໍ້ລາດບັງຫຼວງແຂວງຫົວພັນ!

    By: laboursalavane Province On: 1:11 PM
  • Share The Gag

  • tvhvuos5 copy

    ເມື່ອບໍ່ດົນມານີ້ ສານປະຊາຊົນແຂວງຫົວພັນ ໄດ້ຕັດສີນລົງໂທດພະນັກງານທີ່ສໍ້ລາດບັງຫລວງເງິນລັດ
    ຊຶ່ງມີຜູ້ຕ້ອງຫາ 9 ຄົນຄື:

    1. ທ້າວ ສີລອນ ອູ່ມະນີຈັນ ອາຍຸ 55 ປີ ອະດີດພະນັກງານຫົວໜ້າຫ້ອງງົບປະມານ ແລະ ຫົວໜ້າຫ້ອງບັນ
    ຊີພະແນກການເງິນ ແຂວງຫົວພັນໃຫ້ຈຳຄຸກເປັນເວລາ 18 ປີ ພ້ອມປັບໃໝ ເງິນ 11 ລ້ານກວ່າກີບໃນຂໍ້
    ຫາສໍ້ລາດບັງຫລວງເອົາເງິນລັດຈຳນວນ 1 ຕື້ ກວ່າກີບ.

    2. ທ້າວ ນິຍົມ ບຸນພະຈັນ ອາຍຸ 50 ປີ ອະດີດພະນັກງານວິຊາການຫ້ອງງົບປະມານພະແນກການເງິນ
    ແຂວງຫົວພັນໃຫ້ຈຳຄຸກຕະຫລອດຊີວິດ ແລະ ປັບໃໝເງິນ 24 ລ້ານກວ່າກີບ ໃນຂໍ້ຫາສໍ້ລາດບັງຫລວງ
    ເອົາເງິນລັດຫລາຍ ກວ່າ 2,4 ຕື້ ກວ່າກີບ.

    3. ນາງ ມະລິສາ ອຸ່ນແສນບານ ອາຍຸ 29 ປີ ອະດີດພະນັກງານວິຊາການຫ້ອງງົບປະມານການເງິນແຂວງ
    ຫົວພັນໃຫ້ຈຳຄຸກເປັນເວລາ 8 ປີພ້ອມປັບໃໝເງິນ 4 ລ້ານກວ່າກີບ (ຜູ້ກ່ຽວບໍ່ໄດ້ຖືກກັກຕົວແຕ່ຖືກກັກ
    ບໍລິເວນຍ້ອນລູກຍັງນ້ອຍ) ໃນຂໍ້ຫາສໍ້ລາດບັງຫລວງເອົາເງິນລັດຈຳນວນ 412 ລ້ານກວ່າກີບ.

    4. ທ້າວ ບຸນທອນ ບ່າວປາກດີ ອາຍຸ 55 ປີອະດີດພະນັກງານ ຫົວໜ້າຫ້ອງການກວດກາພະແນກການເງິນ
    ແຂວງຫົວພັນ ໃຫ້ຈຳຄຸກເປັນເວລາ 10 ປີພ້ອມປັບໃໝເງິນ 5 ລ້ານກວ່າກີບ ໃນຂໍ້ຫາສໍ້ລາດບັງຫລວງເອົາ
    ເງິນລັດຈຳນວນ 587 ລ້ານກວ່າກີບ.

    5. ທ້າວ ຄຳປານ ພັນວົງສາ ອາຍຸ 54 ປີ ອະດີດພະນັກງານວິຊາການພະແນກສຶກສາທິການ ແລະ ກິລາແຂວງ
    ຫົວພັນ ໃຫ້ຈຳຄຸກຕະຫລອດຊີວິດ ພ້ອມປັບໃໝເງິນ 26 ລ້ານກວ່າກີບໃນຂໍ້ຫາສໍ້ລາດບັງຫຼວງເອົາເງິນລັດ
    ຈຳນວນ 2,6 ຕື້ກວ່າກີບ.

    6. ທ້າວ ຄຳຂາວ ລາດທະວີຄຳ ອາຍຸ 54 ປີ ອະດີດພະນັກງານວິຊາການພະແນກສຶກສາທິການ ແລະ ກິລາ
    ແຂວງຫົວພັນໃຫ້ຈຳຄຸກເປັນເວລາ 16 ປີ ພ້ອມປັບໃໝເງິນ 9 ລ້ານກວ່າກີບ ໃນຂໍ້ຫາສໍ້ລາດບັງຫລວງເອົາ
    ເງິນລັດຈຳນວນ 900 ລ້ານກວ່າກີບ.

    7. ທ້າວ ຫວັງທໍ ລໍເບລຍປາວ ອາຍຸ 47 ປີ ອະດີດຫົວໜ້າໜ່ວຍງານການເງິນພະແນກສືກສາທິການ ແລະ
    ກິລາແຂວງຫົວພັນ ໃຫ້ຈຳຄຸກເປັນເວລາ 16 ປີ ພ້ອມປັບໃໝເງິນ 8 ລ້ານກວ່າກີບ ໃນຂໍ້ຫາສໍ້ລາດບັງຫລວງ
    ເອົາເງິນລັດຈຳນວນ 869 ລ້ານກວ່າກີບ.

    8. ທ້າວ ຄຳພັດ ທິບປັນຍາ ອາຍຸ 55 ປີ ອະດີດພະນັກງານຂະແໜງຈັດຕັ້ງພະນັກງານ ພະແນກສຶກສາທິການ
    ແລະ ກິລາ ແຂວງຫົວພັນ ໃຫ້ຈຳຄຸກເປັນເວລາ 6 ປີ ພ້ອມ ປັບໃໝເງິນ 2 ລ້ານກວ່າກີບ ໃນຂໍ້ຫາສໍ້ລາດບັງ
    ຫລວງເອົາເງິນລັດຈຳນວນ 222 ລ້ານກວ່າກີບ.

    9. ທ້າວ ສົມພອນ ສຸລິເດດ ອາຍຸ 54 ປີອະດີດພະນັກງານຫົວໜ້າຫ້ອງການການເງິນເມືອງຊຳເໜືອ ແລະ ອະດີດ
    ຫົວໜ້າຫ້ອງການພັດທະນາຊົນນະບົດເມືອງຊຳເໜືອໃຫ້ຈຳຄຸກເປັນເວລາ 12 ປີ ພ້ອມປັບໃໝເງິນ 6 ລ້ານກວ່າ
    ກີບໃນຂໍ້ຫາສໍ້ລາດບັງຫຼວງເອົາເງິນ ລັດຈຳນວນ 689 ລ້ານກວ່າກີບ.

    ໂດຍຮູບການສໍ້ລາດບັງຫລວງຂອງພວກກ່ຽວນີ້ ແມ່ນການສວຍໂອກາດຕື່ມໂຕເລກໃສ່ແຜນງົບປະມານຂອງ
    ພະແນກສຶກສາທິການ ແລະ ກິລາແຂວງ, ເມືອງຊຳເໜືອ, ເມືອງຫົວເມືອງ ແລະ ແຜນງົບປະມານຂອງບັນດາ
    ພະແນກອ້ອມຂ້າງໃນຮ່ວງເງິນໂມງເກີນ ແລະ ເງິນຄູອາສາສະໝັກ, ມີຈຳນວນຫລາຍເຖິງ 9 ຕື້ 865 ລ້ານກວ່າ
    ກີບ. ໃນນີ້ພວກກ່ຽວໄດ້ສົ່ງຄືນໃຫ້ລັດແລ້ວປະມານ 5 ຕື້ກວ່າກີບ ແລະ ສ່ວນຍັງເຫລືອ ລັດຍັງສືບຕໍ່ໃຫ້ພວກກ່ຽວ
    ສືບຕໍ່ຊຳລະໃຫ້ຄົບຕາມຈຳນວນ.

    ແຫຼ່ງຂ່າວ: http://laophatthananews.blogspot.com/2014/07/blog-post_82.html

    ເຂື່ອນໄຟຟ້ານ້ຳຕົກມີປະໂຫຍດຫຼາຍຢ່າງ ລັດຖະບານ ມີແຜນຈະສ້າງອີກນັບຮ້ອຍ!

    By: laboursalavane Province On: 1:06 PM
  • Share The Gag

  • Image.aspx

    ເຂື່ອນນ້ຳງື່ມ 1 ທີ່ບ້ານທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ເຂື່ອນໄຟຟ້ານ້ຳຕົກແຫ່ງທຳອິດຂອງລາວ. (ພາບປະກອບຂ່າວ)

    ໃນວາລະການດຳເນີນກອງປະຊຸມສະ​ໄໝສາມັນ​ເທື່ອ​ທີ 7 ​ສະພາ​ແຫ່ງ​ຊາດຊຸດທີ VII  ເຊິ່ງເປັນມື້ທີ​ 13 ໃນວັນທີ
    23 ເດືອນກໍລະກົດ ປີ 2014 ນີ້ ທ່ານ ດາວົງ ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງ
    ພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່​ຂໍ້ຂ້ອງໃຈຂອງປະຊາຊົນ ຜ່ານໂທລະສັບ​ສາຍ​ດ່ວນ​ຂອງ​ສະພາ
    ​ແຫ່ງ​ຊາດ ກ່ຽວກັບການສ້າງເຂື່ອນໄຟຟ້ານ້ຳຕົກວ່າ: ​ເປັນ​ຫຍັງ ສປປ ລາວ ຈຶ່ງສ້າງເຂື່ອນໄຟຟ້ານ້ຳຕົກຫຼາຍ.


    ທ່ານ ດາວົງ ພອນແກ້ວ ກ່າວວ່າ: ​ເຫດຜົນ​ທີ່ ສປປ ລາວ ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳຕົກ​ຫລາຍ ຍ້ອນ​ວ່າປະ​ເທດ​ລາວ

    ​ມີເງື່ອນໄຂທຳມະຊາດທີ່ເໝາະສົມ, ​ມີ​ຫ້ວຍ​ນ້ຳ​ລຳ​ເຊ​, ພູຜາ​ປ່າ​ໄມ້ທີ່​ອຸດົມສົມບູນ​ແຕ່​ເໜືອ​ຮອດ​ໃຕ້ ​​ເຊິ່ງ​ເປັນ
    ເງື່ອນ​ໄຂ​​ເອື້ອອຳນວຍໃຫ້​ແກ່ການ​ສ້າງ​ເຂື່ອນ​ໄຟຟ້າ ​ແລະ ອີກ​ຢ່າງ​ໜຶ່ງ ສປປ ລາວ ບໍ່​ມີ​ຊັບພະ​ຍາກອນ​ພະລັງ
    ງານ​ທາງ​ເລືອກ​​ອື່ນ​ເຊັ່ນ: ອາຍ​ແກ໋ດ, ນ້ຳມັນ, ຖ່ານ​ຫີນ ​ເພື່ອ​ເປັນ​ພະລັງງານ​ໄຟຟ້າ​ ຮັບ​ໃຊ້​ໃຫ້​ແກ່ການພັດທະ
    ນາ​ເສດຖະກິດ-​ສັງຄົມ ​ແບບ​ໜູນ​ວຽນ​ບໍ່​ໝົດ ຄື​ກັບ​ພະລັງງານຈາກ​ໄຟຟ້າ​ນ້ຳຕົກ. ປັດຈຸບັນ​ນີ້ ສາມາດ​​ສະໜອງ​
    ໄຟຟ້າ​ໃຫ້​ແກ່​ປະຊາຊົນ ​ແລະ ອຸດສາຫະກຳ​ຕ່າງໆ​ຢ່າງ​ຕໍ່​ເນື່ອງ ​ແລະ ສາມາດ​​ເປັນ​ຕະຫຼາດ​ຈຳໜ່າຍ​ໄຟຟ້າ ​ຂາຍ
    ໃຫ້​ແກ່​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ຄວາມ​ຕ້ອງການ​ສູງ ​ເຊິ່ງສາມາດສ້າງ​ລາຍ​ຮັບ​ໃຫ້​ປະ​ເທດ.

    ທ່ານ ດາວົງ ພອນແກ້ວ ຍັງໃຫ້ຮູ້ຕື່ມວ່າ:  ພະລັງງານ​ໄຟຟ້າ​ນ້ຳຕົກ ​ເປັນ​ພະລັງງານ​ທີ່​ສະອາດ ບໍ່​ສ້າງ​ມົນ​ລະ​ພິດ
    ບໍ່​ປ່ອຍ​ອາຍກາກໂບນິກ (CO2) ​ເຊິ່ງ​ເປັນສາ​ເຫດ​ຕົ້ນຕໍ​ຂອງ​ພາວະ​ເຮືອນ​ແກ້ວ ທີ່​ສ້າງ​ບັນຫາ​ໃຫ້​ມີ​ການ​ປ່ຽນ​​
    ແປງ​ທາງດ້ານດິນຟ້າ​ອາກາດ. ການ​ພັດທະນາ​ໄຟຟ້າ​ນ້ຳຕົກ ​ບໍ່​ພຽງ​ແຕ່​ໄດ້​ພະລັງງານ​ໄຟຟ້າ​ທີ່​ສະອາດ​​ເທົ່າ​ນັ້ນ
    ​ແຕ່​ຍັງ​ໄດ້​ປະ​ໂຫຍ​ດ​ໃຫ້​ກັບຂະ​ແໜ່​ງອື່ນໆ​ຫລາຍ​ດ້ານ​ ຄື: ຫລຸດຜ່ອນ​ນ້ຳ​ຖ້ວມ, ມີ​ແຫ​ລ່ງນ້ຳ​ໃຊ້​ໃນ​ລະດູ​ແລ້ງ
    ​ ກະສິກຳ​ປູກຝັງ, ນ້ຳ​ດື່ມ, ນ້ຳ​ໃຊ້ ​ໃຫ້​ຊຸມ​ຊົນ, ​ເປັນ​ແຫ​ລ່ງ​​ລ້ຽງ​ປາ (​ແຫ​ລ່ງອາຫານ), ​ເປັນ​ແຫ​ລ່ງທ່ອງ​ທ່ຽວ.

    ປັດຈຸບັນ ​ປະ​ເທດ​ລາວ​ມີ​ເຂື່ອນທີ່ ໄດ້​ຜະລິດກະແສ​ໄຟຟ້າແລ່ວ 24 ​ແຫ່ງ, ​ ​ພວມ​ຢູ່​ໃນ​ໄລຍະ​ກໍ່ສ້າງ​ ​ປະມານ 38 ​
    ໂຄງການ ແລະ ຍັງ​ຢູ່​ໃນ​ໄລຍະ​ສຶກສາ, ສຳ​ຫລວດ​ອອກ​ແບບ ​ແລະ ​ໄລຍະ​ຊອກ​ຫາ​ທຶນຮອນ​ມາ​ກໍ່ສ້າງ ​ປະມານ
    100 ກວ່າ​ໂຄງການ.

    ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

    Tuesday, July 29, 2014

    ການລ້ຽງປາສະຫວາຍ

    By: laboursalavane Province On: 3:27 PM
  • Share The Gag
  • ການລ້ຽງປາຄໍ່

    By: laboursalavane Province On: 3:17 PM
  • Share The Gag

  • ການລ້ຽງປາດຸກ

    By: laboursalavane Province On: 3:03 PM
  • Share The Gag


  • ການລ້ຽງກົບ

    By: laboursalavane Province On: 2:54 PM
  • Share The Gag




  • ການລ້ຽງປານິນ

    By: laboursalavane Province On: 2:32 PM
  • Share The Gag

  • ບົດຮຽນການລ້ຽງປານິນ
       ປະ­ຈຸ​ບັນ ການ​ລ້ຽງ​ປາເປັນ​ອາ­ຊີບ​ຫນຶ່ງ​ທີ່​ກໍາ­ລັງ​ໄດ້​ຮັບຄວາມ​ສົນ­ໃຈ​ຫລາຍໃນ​ຫມູ່​ຊາວກະ­ສິ­ກອນເພາະ­ວ່າ​ການ​ລ້ຽງປາ​ນັ້ນ​ຈະ​ຊ່ວຍ​ສ້າງ​ລາຍ​ໄດ້​ໃຫ້ແກ່​ຜູ້​ລ້ຽງ​ຫລາຍ​ຂຶ້ນສໍາ­ລັບປາ​ນິນ​ເປັນ​ປາ​ທີ່​ລ້ຽງ​ງ່າຍເຮົາສາ­ມາດ​ລ້ຽງ​ໄດ້​ທັງ​ແບບ​ທໍາມະ ຊາດ ຫລື ຈະ​ລ້ຽງ​ແບບ​ວິ­ທະ­ຍາສາດ​ກໍ່​ໄດ້. ປາ​ນິນ​ນອກ­ຈາກ​ຈະເປັນ​ປາ​ທີ່​ລ້ຽງ​ງ່າຍ​ແລ້ວ​ຍັງ​ໃຫ້ຄຸນ​ປະ­ໂຫຍດ​ຫລາຍ​ຢ່າງ​ທາງໂພ­ຊະ​ນາ​ການ.
       ເພື່ອ​ເປັນ​ການ​ສົ່ງ­ເສີມ​ຊາວກະ­ສິ­ກອນ​ໃຫ້​ມີ​ອາ­ຊີບ​ທີ່​ຫມັ້ນ­ຄົງ ແລະ ເປັນ​ການ​ສ້າງ​ລາຍ​ຮັບ​ໃຫ້ແກ່​ຊາວ​ກະ­ສິ­ກອນ​ຫລາຍ​ຂຶ້ນຕາມ​ແນວ­ທາງ​ຂອງ​ພັກ-ລັດ​ຖະບານ​ວາງ​ອອກ ເພື່ອ​ໃຫ້​ຫລຸດ​ພົ້ນອອກ​ຈາກ​ຄວາມ­ທຸກ​ຍາກ, ສະນັ້ນ ຈະ​ພາ​ໄປ​ຮູ້­ຈັກ​ວິ­ທີ​ການ​ລ້ຽງປາ​ແບບ​ງ່າຍໆທັງ​ຍັງ​ປະ­ຢັດງົບ­ປະ­ມານ​ໃນ​ການ​ລົງ­ທຶນ, ການ​ລ້ຽງ​ປາ​ນິນ​ກ່ອນ​ອື່ນ​ຕ້ອງກະ­ກຽມ​ສະ­ຖານ­ທີ່​ໃຫ້​ເຫມາະສົມ​ເຊັ່ນ: ການ​ກະ­ກຽມ​ບໍ່​ລ້ຽງ, ແນວ​ພັນ​ປາ, ອາ­ຫານ​ປາ, ວິ­ທີການ​ເບິ່ງ­ແຍງ.
       ການ​ເລືອກ​ແນວ​ພັນ: ສໍາ­ລັບປາ​ພໍ່​ພັນ ແລະ ແມ່​ພັນ​ຕ້ອງ​ເປັນປາ​ທີ່​ມີ​ຄວາມ​ສົມ­ບູນ, ແຂງແຮງ, ຈະ­ເລີນ​ເຕີບ​ໂຕ​ໄວ, ສຸ​ຂະພາບ​ດີ​ຈິ່ງ​ຈະ​ເອົາ​ມາ​ເຮັດ​ພໍ່​ພັນ ແລະ ແມ່​ພັນ​ໄດ້, ຕ້ອງ​ເປັນ​ປາ​ທີ່ມີ​ນ້ຳ­ຫນັກ​ປະ­ມານ 150-200 ກຣາມ.
    ສຳ­ລັບ​ການ​ລ້ຽງ​ໃນ​ບໍ່​ອະ­ນຸບານ: ລູກ​ປາ​ທີ່​ຈະ​ເອົາ​ມາ​ລ້ຽງໃນ​ບໍ່​ອະ­ນຸ­ບານ​ຕ້ອງ​ມີ​ອາ­ຍຸ​ປະມານ 2 ອາ­ທິດ, ຂະ­ຫນາດ 2000 ຕາ​ແມັດ, ສາ­ມາດ​ລ້ຽງ​ລູກ​ປາໄດ້​ປະ­ມານ 5-6 ແສນ​ໂຕ, ລ້ຽງເອົາ​ໄວ້​ໃຫ້​ໄດ້​ປະ­ມານ​ເດືອນ​ເຄິ່ງກໍ່​ສາ­ມາດ​ປ່ອຍ​ລົງ​ບໍ່​ລ້ຽງ​ໄດ້ແລ້ວ, ສ່ວນ​ອາ­ຫານ​ໃນ​ການລ້ຽງ​ປາ​ໄລ­ຍະ​ອະ­ນຸ­ບານ​ຈະ​ເປັນເປືອກ​ຖົ່ວ​ປົ່ນ, ຮໍາ​ອ່ອນ, ປາ​ປົ່ນ, ວິ­ຕາ­ມິນ ແລະ ເກືອ​ນໍາມາ​ປະ­ສົມເຂົ້າ­ກັນ​ແລ້ວ​ໃຫ້​ລູກ​ປາ​ກິນ.
       ສ່ວນ​ບໍ່​ລ້ຽງ: ເຮົາ​ຕ້ອງ​ເບິ່ງໃຫ້​ລະ­ອຽດ​ດ້ານ​ຂະ­ຫນາດ​ຂອງບໍ່ວ່າ​ສາ­ມາດ​ປ່ອຍ​ປາ​ໄດ້​ຈັກ​ໂຕຈິ່ງ​ຈະ​ເຫມາະ​ສົມ, ເຊິ່ງ​ຕ້ອງ​ຢຶດຫລັກ­ການ​ທີ່​ວ່າ​ເນື້ອ­ທີ່ 1 ຕາ​ແມັດ ສາ­ມາດ​ລ້ຽງ​ປາ​ໄດ້​ຫນຶ່ງ​ໂຕ ຈິ່ງຈະ​ເຫມາະ​ສົມ​ທີ່​ສຸດ, ຖ້າ​ຫາກປ່ອຍ​ປາ​ເກີນ​ຂະ­ຫນາດ​ກໍ່​ຈະ​ເຮັດໃຫ້​ປາ​ຈະ­ເລີນ​ເຕີບ​ໂຕ​ຊ້າ​ລົງ.
       ສໍາ­ລັບ​ອາ­ຫານ: ການ​ໃຫ້ອາ­ຫານ​ແມ່ນ 3 ຄັ້ງ​ຕໍ່​ມື້, ສ່ວນ ໃຫຍ່​ປາ​ນິນ​ເປັນ​ປາ​ທີ່​ກິນ​ພືດຈິ່ງ ລ້ຽງ​ໄດ້​ງ່າຍ, ປາ​ຈະ​ຫາ​ກິນ​ເອງ ໃນ​ທຳ​ມະ​ຊາດ, ແຕ່​ກໍ່​ຄວນ​ເສີມດ້ວຍ​ອາ­ຫານ​ເສີມ​ເຂົ້າ​ໄປ​ອີກ ເພື່ອ​ຄວາມ​ຈະ­ເລີນ​ຂອງ​ປາ​ເອງ ແລະ ຈະ​ໄດ້​ນ້ຳ­ຫນັກ​ຫລາຍ​ຂຶ້ນ, ອາ­ຫານ​ທີ່​ຈະ​ເສີມ​ໃຫ້​ປາ​ກິນ​ນັ້ນໄດ້­ແກ່: ຮໍາ​ອ່ອນ, ເປືອກ​ຖົ່ວລວມ​ກັບ​ຫົວ­ອາ­ຫານ​ປາ​ປະ­ສົມເຂົ້າ­ກັນ, ກໍ່​ສາ­ມາດ​ຈະ­ເລີນ​ເຕີບໂຕ​ໄດ້​ດີກ​ວ່າ­ການ​ລ້ຽງ​ແບບ​ທໍາມະ​ຊາດ,  ຖ້າ​ເຮົາ​ໃຫ້​ອາ­ຫານ​ສະຫມໍ່າ​ສະ­ເຫມີ​ປາ​ຈະ​ໃຫຍ່​ໄວອາຍຸ 3 ເດືອນຈະ​ມີ​ນ້ໍາຫນັກ 30 ກຣາມ, 6 ເດືອນ​ນ້ໍາຫນັກ 200 ກຣາມ ແລະ 12 ເດືອນ ນ້ໍາຫນັກ 500-800 ກຣາມ ສາ­ມາດ​ສົ່ງຂາຍ​ພ້ອມ​ທັງ​ສ້າງ​ລາຍ​ຮັບ​ໄດ້ແລ້ວ.

    ການຂະຫຍາຍພັນໄມ້ກິນໝາກ

    By: laboursalavane Province On: 2:24 PM
  • Share The Gag


  • ທ່ານສາມາດກົດເຂົ້າເບິ່ງ ວີດີໂອ ໄດ້ເລີຍ

    ການຂະຫຍາຍພັນແລະລ້ຽງປາແກງ

    By: laboursalavane Province On: 2:15 PM
  • Share The Gag

  • ທ່ານສາມາດກົດເຂົ້າເບິ່ງ ວີດີໂອ ໄດ້ດລີຍ


    ********ແຫລ່ງທີ່ມາຂໍ້ມູນ Lao44.org

    ກອງປະຊຸມຄະນະປະຕິບັດງານຕ້ານການຄ້າມະນຸດລາວ-ໄທຄັ້ງທີ 15

    By: laboursalavane Province On: 11:55 AM
  • Share The Gag
  • ໃນລະຫວ່າງວັນທີ 1-2 ກໍລະກົດ 2014 ທີ່ເມືອງວັງວຽງ ແຂວງວຽງຈັນ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ສປປ ລາວ ແລະ ກະຊວງພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ລາຊະອານາຈັກໄທໄດ້ຈັດກອງປະຊຸມຄະນະປະຕິບັດງານຮ່ວມມືຕ້ານການຄ້າມະນຸດລາວ - ໄທ ຄັ້ງທີ 15 ຂຶ້ນ, ຊຶ່ງຝ່າຍລາວນຳໂດຍ ທ່ານ ຄຳຂານ ພິນສະຫວັນ ຫົວໜ້າຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຄະນະກອງເລຂາຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອຜູ້ເຄາະຮ້າຍຈາກການຄ້າມະນຸດຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງອື່ນໆ, ຝ່າຍໄທ ນຳໂດຍ ທ່ານ ພົນຕຳຫຼວດເອກ ຊັດຊະວານ ສຸກສົມຈິດ ຫົວໜ້າກົມສອບສວນຄະດີພິເສດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍໄທເຂົ້າຮ່ວມ. ທ່ານ ປະເດີມພອນ ສົນທະນີ ຫົວໜ້າກົມສັງຄົມສົງເຄາະ ໄດ້ໃຫ້ລາຍລະອຽດກ່ຽວກັບກອງປະຊຸມຮ່ວມມືລະດັບຜູ້ປະຕິບັດການປົກປ້ອງ ແລະ ຊ່ວຍເຫຼືອຜູ້ເຄາະຮ້າຍຈາກການຄ້າມະນຸດລາວ-ໄທ ແມ່ນໄດ້ຈັດຂຶ້ນທຸກໆປີ ໂດຍຜັດປ່ຽນກັນເປັນເຈົ້າພາບ ເພື່ອທົບທວນຄືນການປະສານງານຮ່ວມມືກັນໃນການປົກປ້ອງ ແລະ ຊ່ວຍເຫຼືອເບິ່ງແຍງແຮງງານລາວທີ່ຕົກເຂົ້າສູ່ຂະບວນການຄ້າມະນຸດທີ່ປະເທດໄທ ຊຶ່ງໃນໜຶ່ງປີຜ່ານມາເຫັນວ່າໄດ້ມີຄວາມຄືບໜ້າຫຼາຍດ້ານ ເປັນຕົ້ນການແລກປ່ຽນຂໍ້ມູນຂ່າວສານ, ການດຳເນີນຄະດີຕໍ່ຜູ້ກະທຳຜິດ, ການຝຶກວິຊາຊີບ, ການຕິດ ຕາມຊ່ວຍເຫຼືອເບິ່ງແຍງຜູ້ເຄາະຮ້າຍໃນເວລາສົ່ງກັບຄືນສູ່ຄອບຄົວ ແລະ ຊຸມຊົນ ເພື່ອໃຫ້ເຂົາເຈົ້າສາມາດຢູ່ຮ່ວມໃນສັງຄົມຢ່າງເປັນປົກກະຕິ, ໃນໜຶ່ງປີຜ່ານມາມີຜູ້ຕົກເປັນເຫຍື່ອຂະບວນການຄ້າມະນຸດໄດ້ຖືກສົ່ງກັບຈາກປະເທດໄທ ທັງໝົດ 144 ຄົນ, ຍິງ 143 ຄົນ ອາຍຸຕໍ່າກວ່າ 18 ປີ 31 ຄົນ, ຍັງພັກຢູ່ສູນເພື່ອລໍຖ້າການສືບສວນ-ສອບສວນຕາມຂະບວນການຍຸຕິທຳຢູ່ປະເທດໄທຈຳນວນ 110 ຄົນ, ສ່ວນໃຫຍ່ແມ່ນຜູ້ທີ່ຕົກເຂົ້າສູ່ຂະບວນການຄ້າປະເວນີ, ການໃຊ້ແຮງງານແບບບັງຄັບຢູ່ໂຮງຈັກໂຮງງານ, ເປັນແມ່ບ້ານ, ຮ້ານອາຫານ, ກະສິກຳ, ການປະມົງ ແລະ ອື່ນໆ. ທັງສອງຝ່າຍຍັງໄດ້ມີການປຶກສາຫາລືເພື່ອສືບຕໍ່ຮ່ວມມືກັນໃນຕໍ່ໜ້າໃຫ້ເປັນປົກກະຕິ ແລະ ມີຄວາມຄ່ອງຕົວຫຼາຍຂຶ້ນເປັນຕົ້ນ ການແລກປ່ຽນຂໍ້ມູນຂ່າວສານ ຊຶ່ງກັນ ແລະ ກັນ ຄະນະຮັບຜິດຊອບຝ່າຍໄທຈະສືບຕໍ່ນຳສົ່ງຜູ້ທີ່ຢູ່ສູນກັບຄືນປະເທດໂດຍໄວຕາມເວລາອັນຄວນ. ພ້ອມນັ້ນຄະນະຮັບຜິດຊອບຝ່າຍລາວຍັງຈະສືບຕໍ່ປູກຈິດສຳນຶກໃຫ້ແກ່ຊຸມຊົນ ຫຼື ສັງຄົມໃຫ້ເຫັນໄດ້ເຖິງຜົນຮ້າຍຂອງຂະບວນການຄ້າມະນຸດ ແລະ ຈະສືບຕໍ່ເອົາໃຈໃສ່ຊ່ວຍເຫຼືອເບິ່ງແຍງຜູ້ທີ່ຖືກສົ່ງກັບໃຫ້ສາມາດດຳລົງຊີວິດຢູ່ນຳຄອບຄົວ ແລະ ສັງຄົມຢ່າງເປັນປົກກະຕິ. ກອງປະຊຸມຄັ້ງທີ 16 ຄາດວ່າຈະໄດ້ຈັດຂຶ້ນໃນຕົ້ນປີ 2015 ໂດຍຝ່າຍໄທຈະເປັນເຈົ້າພາບ, ສໍາລັບກອງປະຊຸມຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກອົງການ IOM, World Vision, UN-ACT, VFI ປະຈຳ ສປປ ລາວ. ( ນັກຂ່າວ: ກະຊວງ ຮສສ

    ກອງປະຊຸມສ້າງຄວາມເຂັ້ມແຂງການບໍລິການຈັດຫາງານອາຊຽນ

    By: laboursalavane Province On: 11:54 AM
  • Share The Gag
  • ໃນລະຫວ່າງວັນທີ 16-17 ກໍລະກົດ 2014 ທີ່ໂຮງແຮມເສດຖາປາລາດສ ນະຄອນຫລວງວຽງຈັນ ກົມແຜນການ ແລະ ການຮ່ວມມື ຮ່ວມກັບ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງດ້ານການບໍລິການຈັດຫາງານອາຊຽນຂຶ້ນ, ໂດຍການເປັນປະທານຂອງທ່ານ ພູວັນ ຈັນທະວົງ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ມີຜູ້ແທນຈາກປະເທດສະມາຊິກອາຊຽນເຊັ່ນ: ປະເທດຟີລິປິນ, ສິງກະໂປ, ມາເລເຊຍ, ກຳປູເຈຍ ແລະ ສສ ຫວຽດນາມ , ບັນດາບໍລິສັດຈັດຫາງານ ແລະ ສູນບໍລິການຈັດຫາງານ, ພະນັກງານວິຊນການ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍລາວເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດການບໍລິການຈັດຫາງານຂອງບັນດາປະເທດສະມາຊິກອາຊຽນ, ຊຶ່ງຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີບົດຮຽນຂອງທ່ານ ນາງ ກາເມລາ ຕໍເລດ ຜູ້ຕາງໜ້າອົງການແຮງງານສາກົນ(ILO) ກ່ຽວກັບເນື້ອໃນ ແລະ ວິທີການຈັດຕັ້ງປະຕິບັດສົນທີສັນຍາອົງການແຮງງານສາກົນ ດ້ານການບໍລິການຈັດຫາງານ ລວມທັງກົນໄກ ແລະ ຂັ້ນຕອນໃນການຄຸ້ມຄອງບໍລິສັດຈັດຫາງານ ພ້ອມກັນນີ້ຍັງໄດ້ມີການແລກປ່ຽນບົດຮຽນດ້ານການບໍລິການຈັດຫາງານ ຂອງແຕ່ລະປະເທດສະມາຊິກອາຊຽນ, ເພື່ອປົກປ້ອງ ແລະ ສົ່ງເສີມແຮງງານໃຫ້ມີລາຍໄດ້ແກ່ຄອບຄົວ, ປະກອບສ່ວນໃນການລົບລ້າງຄວາມທຸກຍາກ, ພ້ອມທັງກົນໄກການປະສານງານ ແລະ ການຮ່ວມມືຂອງແຕ່ລະປະເທດ ແລະ ພາກພື້ນ ລວມທັງການຮ່ວມມືສອງຝ່າຍ ດ້ານການບໍລິການຈັດຫາງານເພື່ອເປັນການຈັດຕັ້ງປະຕິບັດຖະແຫລງການອາຊ່ຽນວ່າດ້ວຍການປົກປ້ອງ ແລະ ສົ່ງເສີມສິດຂອງແຮງງານເຄື່ອນຍ້າຍ, ນອກຈາກນີ້ຍັງໄດ້ສຸມໃສ່ການປຶກສາຫາລືໃນການອຳນວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍແຮງງານທີ່ມີສີມືໃນປີ 2015ນີ້. ( ນັກຂ່າວ: ກະຊວງ ຮສສ )

    Thursday, July 24, 2014

    ທ່ານລັດຖະມົນຕີວ່າການ ກະຊວງ ຮສສ ຕ້ອນຮັບ ຜູ້ແທນ ສ. ເກົາຫລີ

    By: laboursalavane Province On: 2:50 PM
  • Share The Gag
  •            


                  ໃນຕອນເຊົ້າຂອງວັນທີ 25 ມິຖຸນາ 2014 ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ນາງ ອ່ອນຈັນ ທຳມະວົງ ກຳມະການສູນກາງພັກ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຕ້ອນຮັບຄະນະຜູ້ແທນ ສ.ເກົາຫລີ ຊຶ່ງນຳໂດຍການທ່ານ Lee Sangho ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ປະເທດເກົາຫລີ ປະຈຳ ສປປ ລາວ, ທ່ານຫົວໜ້າພະແນກນະໂຍບາຍກຳລັງແຮງງານຕ່າງປະເທດຂອງ ສ.ເກົາຫລີ ພ້ອມດ້ວຍຄະນະ ທີມາເຮັດວຽກຮ່ວມກັບ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ໃນໂອກາດນີ້ທ່ານ ນາງ ອ່ອນຈັນ ທຳມະວົງ ລັດຖະມົນຕີວ່າການກະຊວງ ຮສສ ໄດ້ສະແດງຄວາມຍິນດີຕ້ອນຮັບ ຍ້ອງຍໍຊົມເຊີຍ ແລະ ພ້ອມທັງຕີລາຄາສູງຕໍ່ທ່ານ ທູດທີ່ໄດ້ມາດຳລົງຕໍ່າແໜງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມປະຈຳ ສປປລາວ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ປະເທດເກົາຫລີ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ, ພ້ອມນີ້ທ່ານລັດຖະມົນຕີວ່າການຍັງໄດ້ສະແດງຄວາມ ຂອບໃຈທີ່ທ່ານທູດກໍ່ຄືປະເທດເກົາຫລີທີ່ໄດ້ໃຫ້ການຊ່ວຍເຫຼືອໃນຫລາຍໆດ້ານແກ່ ສປປ ລາວ ໃນໄລຍະຜ່ານມາເວົ້າລວມ, ເວົ້າສະເພາະກໍ່ຄືການຊ່ວຍເຫຼືອໃນຂະແໜງແຮງງານ ແລະ ສະຫວັດດີການສັງຄົມ, ກໍ່ຄື ການສ້າງສູນພັດທະນາສີມືແຮງງານ, ສູນຝຶກວິຊີບລາວ - ເກົາຫລີ ແລະ ການສ້າງມາດຕະຖານສີມືແຮງງານ, ໃນການເຂົ້າຢ້ຽມພົບປະໃນຄັ້ງນີ້ທ່ານທູດ ແລະ ທ່ານລັດຖະມົນຕີວ່າການ ຍັງໄດ້ປຶກສາຫາລື ຫລາຍບັນຫາທີ່ກ່ຽວຂ້ອງ ເຊັ່ນ: ກ່ຽວກັບການຮ່ວມມືທາງດ້ານການແລກປ່ຽນກຳລັງແຮງງານນຳ ສປປ ລາວ ແລະ ຂັ້ນຕອນໃນການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະ ເທດ. ໃນນີ້ທ່ານ ທູດກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີວ່າການທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງຢືນຢັນຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ພ້ອມແລ້ວທີ່ຈະໃຫ້ຄວາມຮ່ວມມືແກ່ ສປປລາວ ໃນທຸກໆດ້ານ. ພ້ອມນີ້ຄະນະຜູ້ແທນຂອງ ສ ເກົາຫລີຍັງຈະໄດ້ພົບປະນໍາຜູ້ອຳນວຍການບໍລິສັດຈັດຫາງານທີ່ເປັນຂອງລັດ ແລະ ເອກະຊົນ, ຜູ້ອໍານວຍການສູນຝຶກວິຊາຊີບ ແລະ ບັນດາໂຮງໝໍ, ຄຣີນິກຕ່າງໆຕື່ມອີກ. 

    Wednesday, July 23, 2014

    ພິທີເປີດ ສູນບໍລິການຈັດຫາງານ

    By: laboursalavane Province On: 11:13 AM
  • Share The Gag

  • ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 3422/ ຮສສ ລົງວັນທີ 30 ກັນຍາ 2013 ວ່າດ້ວຍການ ຫັນລັດວິສາຫະກິດ ລາວຈັດຫາງານ ເປັນສູນບໍລິການຈັດຫາງານ, ດັ່ງນັ້ນໃນວັນທີ 26 ມິຖຸນາ 2014ນີ້ ທີ່ ສູນບໍລິການຈັດຫາງານ ບ້ານ ອູບມຸງ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດພິທີເປີດສູນບໍລິການຈັດຫາງານຂຶ້ນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຫົວໜ້າກົມ, ຮອງກົມ, ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄໍາແສນ ໄຊຍະວົງ ຜູ້ອຳນວຍການ ສູນບໍລິການຈັດຫາງານ ໃຫ້ລາຍລະອຽດກ່ຽວກັບ ຈຸດປະສົງຂອງການສ້າງຕັ້ງສູນບໍລິການຈັດຫາງານນີ້ ແມ່ນເພື່ອເປັນສູນກາງຂໍ້ມູນຂ່າວສານດ້ານຕະຫລາດແຮງງານເພື່ອສະໜອງໃຫ້ແກ່ພົນລະເມືອງລາວ ຜູ້ທີ່ຕ້ອງການມີວຽກເຮັດງານທຳຢູ່ພາຍໃນ ແລະ ຕ່າງປະເທດ ແລະ ຕອບສະໜອງແຮງງານໃຫ້ຫົວໜ່ວຍແຮງງານຕ່າງໆ, ເປັນສູນກາງຝຶກອົບຮົມກຽມຄວາມພ້ອມໃຫ້ແກ່ແຮງງານລາວຜູ້ທີ່ຈະໄປອອກແຮງງານຢູ່ຕ່າງປະເທດ ເປັນຕົ້ນທາງດ້ານສີມືແຮງງານ, ລະບຽບກົດ ໝາຍ, ຮີດຄອງປະເພນີ ແລະ ພາສາຂອງປະເທດທີ່ແຮງງານລາວຈະໄປເຮັດວຽກ ແລະ ຂໍ້ມູນອື່ນໆ, ເຮັດໃຫ້ແຮງງານລາວທີ່ຈະໄປອອກແຮງງານຢູ່ຕ່າງປະເທດມີຄວາມປອດໄພ, ມີລາຍໄດ້ທີ່ເປັນທຳ, ຫລີກລ້ຽງການຖືກກົດຂີ່ຂູດຮີດ, ການຕົກເຂົ້າສູ່ຂະບວນການຄ້າມະນຸດ ແລະ ການກໍ່ອາດຊະຍະກຳອື່ນໆ ພ້ອມກັນນັ້ນສູນດັ່ງກ່າວຍັງເຮັດໜ້າທີ່ບໍລິການຈັດຫາແຮງງານ ເພື່ອສະໜອງໃຫ້ບັນດາຫົວໜ່ວຍແຮງງານ ຫລື ໂຄງການຕ່າງໆຢູ່ພາຍໃນປະເທດຕື່ມອີກ. (ນັກຂ່າວ: ກະຊວງ ຮສສ) 

    ທົດສອບມາດຕະຖານສີມືແຮງງານແຫ່ງຊາດ ຂະແໜງເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການສື່ສານ

    By: laboursalavane Province On: 11:12 AM
  • Share The Gag

  • ໃນລະຫວ່າງວັນທີ 19 – 20 ມິຖຸນາ 2014 ທີ່ ສູນພັດທະນາສີມືແຮງງານ ນະຄອນຫລວງວຽງຈັນ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດພິທີ ການທົດລອງທົດສອບມາດຕະຖານສີມືແຮງງານແຫ່ງຊາດ ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ໂດຍການເປັນປະທານຂອງ ທ່ານ ພູວັນ ຈັນທະວົງ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ມີຄະນະອຳນວຍການ, ຄະນະກຳມະການ, ພະນັກງານວິຊາການ ແລະ ບັນດານັກທົດລອງທົດສອບເຂົ້າຮ່ວມ. ໃນການເຂົ້າຮ່ວມທົດລອງທົດສອບມາດຕະຖານສີມືແຮງງານແຫ່ງຊາດ ຂະແໜງເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການສື່ສານ(ICT) ໃນ 3 ສາຂາອາຊີບຄື: ສາຂາອາຊີບຕິດຕັ້ງ ແລະ ສ້ອມແປງເຄືອ ຂ່າຍຄອມພີວເຕີ, ສາຂາອາຊີບສ້າງຖານຂໍ້ມູນ ແລະ ສາຂາອາຊີບພັດທະນາເວັບໄຊ, ໂດຍມີນັກທົດສອບ ຈຳນວນ 28 ຄົນເຂົ້າຮ່ວມ, ທີ່ເປັນຕົວແທນມາຈາກຂະແໜງການຕ່າງໆ ເຊັ່ນ: ສູນພັດທະນາສີມືແຮງງານ, ສູນຝຶກວິຊາຊີບລາວ - ເກົາຫລີ, ສະຖາບັນໄປສະນີລາວໂທລະຄົມມະນາຄົມ, ສະຖາບັນເຕັກໂນໂລຊີວຽງຈັນ, ວິທະຍາໄລເຕັກນິກວິຊາຊີບວຽງຈັນ - ຮ່າໂນ້ຍ ແລະ ສູນການແພດພື້ນພູຄົນພິການ, ໂດຍການສະໜັບສະໜູນຈາກ ລັດຖະບານ ສ. ເກົາຫລີ ຜ່ານອົງການແຮງງານສາກົນ. ການທົດລອງທົດສອບສີມືແຮງງານແຫ່ງຊາດໃນຄັ້ງນີ້ກໍ່ເພື່ອເປັນການສ້າງກຳລັງແຮງງານລາວໃຫ້ໄດ້ມາດຕະຖານ, ມີຄວາມຮູ້, ຄວາມສາມາດ, ມີສີມື, ມີທັດສະນະອຸດສາຫະກຳ, ມີຄວາມກະຕືລືລົ້ນໃນການພັດທະນາຕົນເອງ ຈະເປັນພື້ນຖານອັນດີໃຫ້ແກ່ການມີວຽກເຮັດງານທຳທີ່ໝັ້ນຄົງ, ມີລາຍໄດ້, ມີສະຫວັດດີການແຮງງານທີ່ສົມເຫດສົມຜົນ ແລະ ມີຫລັກຄ້ຳປະກັນໃນຊີວິດ ລວມທັງການຈັດຕັ້ງປະຕິບັດແຜນງານວ່າດ້ວຍການເຮັດວຽກທີ່ມີຄຸນຄ່າ ແລະ ເປັນທຳ ແຕ່ນີ້ຮອດປີ 2015 ໃຫ້ເປັນຮູບປະທຳເທື່ອລະກ້າວ. (ນັກຂ່າວກະຊວງ ຮສສ) 

    ກອງປະຊຸມປະຈຳປີ 2014 ຄັ້ງທີ 103 ຂອງອົງການແຮງງານສາກົນ

    By: laboursalavane Province On: 11:04 AM
  • Share The Gag

  • ກອງປະຊຸມປະຈຳປີ 2014 ຄັ້ງທີ 103 ຂອງອົງການແຮງງານສາກົນ ໄດ້ໄຂຂື້ນ ທີ່ ນະຄອນຫຼວງເຊີແນວ, ປະເທດ ສະວິດເຊີແລນ (Switzerland) ແຕ່ວັນທີ 27 ພືດສະພາ - 12 ມິຖຸນາ 2014 ໂດຍການເຂົ້າຮ່ວມຂອງຜູ້ຕ່າງໜ້າອົງການຈັດ ຕັ້ງ 3 ຝ່າຍ ເຊັ່ນ: ລັດຖະບານ, ຜູ້ຕ່າງໜ້າຜູ້ອອກແຮງງານ ແລະ ຜູ້ຕ່າງໜ້າຜູ້ໃຊ້ແຮງງານ ຂອງບັນດາປະເທດສະມາຊິກຂອງອົງການແຮງງານສາກົນ ຈຳນວນ 185 ປະເທດທົ່ວໂລກ. ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ໃບຄຳ ຂັດທິຍະ ລັດຖະມົນຕີຊ່ວຍວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວັນນາ ດວງພະຈັນ ຮອງປະທານສູນກາງສະຫະພັນ ກໍາມະບານລາວ, ທ່ານ ອຸເດດ ສຸວັນນະວົງ ຮອງປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ພ້ອມດ້ວຍຄະນະວິຊາການຈຳນວນໜື່ງ. ກອງປະຊຸມປະຈຳປີ 2014 ຂອງອົງການແຮງງານສາກົນ ຄັ້ງນີ້ໄດ້ລົງເລິກຄົ້ນຄວ້າ ແລະ ປະ ກອບຄຳເຫັນບົດລາຍງານຂອງເລຂາທິການໃຫຍ່ອົງການແຮງງານສາກົນກ່ຽວກັບການເຄື່ອນຍ້າຍແຮງງານແບບຍຸຕິທໍາ (Fair Migration), ປະຈຸບັນມີແຮງງານເຄື່ອນຍ້າຍໃນທົ່ວໂລກປະມານ 3,32 ລ້ານຄົນ ເຊີ່ງເຂົາເຈົ້າລ້ວນແຕ່ເປັນກໍາລັງແຮງງານທີ່ສໍາຄັນໃນການປະກອບ ສ່ວນເຂົ້າໃນເສດຖະກິດ-ສັງຄົມ ຂອງໂລກ. ນອກຈາກນັ້ນ, ກອງປະຊຸມໄດ້ປຶກສາຫາລືເຖີງບັນຫາໂລກຂອງການເຮັດວຽ( World of Work) ໂດຍເໜັ້ນໃສ່ການປັບປຸງເງື່ອນໄຂຂອງການເຮັດວຽກຕ້ານການຂູດຮີດແຮງງານ ແລະ ຈຳກັດການນຳໃຊ້ແຮງງານແບບຂ້າທາດ, ການຊຸກຍູ້ໃຫ້ພາກທຸລະກິດສ້າງວຽກເຮັດທີ່ມີຄ່າ ແລະ ເປັນທໍາ, ການປົກປ້ອງສັງຄົມຄຽງຄູ່ກັບການເຕີບໂຕທາງດ້ານເສດຖະກິດແລະ ບົດບາດສັງຄົມໃນການພັດທະນາກັບການສ້າງຕຳແໜ່ງງານ.ກອງປະຊຸມຍັງໄດ້ພ້ອມກັນລົງຄະແນນສຽງຄັດເລືອກເອົາຄະນະບໍລິຫານງານຂອງອົງການແຮງງານສາກົນ ໄລຍະປີ (2014 - 2017) ຊື່ງປະກອບມີ 56 ທ່ານຈາກລັດຖະບານ, 33 ທ່ານຕົວແທນຈາກຜູ້ໃຊ້ແຮງງານ ແລະ 33 ທ່ານຕົວແທນຈາກຜູ້ອອກແຮງງານ,ໃນວາລະດຳເນີນກອງປະຊຸມຄະນະຜູ້ແທນ ສປປ ລາວ ກໍໄດ້ຕ່າງໜ້າລັດຖະບານ, ສູນກາງສະຫະພັນກຳມະບານລາວ ແລະ ຕ່າງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະກອບຄຳເຫັນຕໍ່ກອງປະຊຸມ, ພ້ອມນີ້ກໍໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊີ-ປາຊິຟີກ, ກອງປະຊຸມລັດຖະມົນຕີແຮງງານປະເທດບໍ່ຮ່ວມກຸ່ມ ແລະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ (ASEAN Breakfast Meeting). ນອກຈາກນີ້ ຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າພົບ ທ່ານ Guy Rider ເລຂາທິການໃຫຍ່ ອົງການແຮງງານສາກົນ ເພື່ອຍື່ນສານປະກາດໃຫ້ສັດຕະຍາບັນຂອງປະທານປະເທດ ແຫ່ງ ສປປ ລາວ, ແລະ ສານສັດຕະຍາບັນ ຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກ່ຽວກັບການໃຫ້ສັນຕະຍາບັນຕໍ່ສົນທິສັນຍາຂອງອົງການແຮງານສາກົນ ສະບັບເລກທີ 171 ວ່າດ້ວຍການເຮັດວຽກກາງຄືນ ແລະ ຍົກເລີກສົນທິສັນຍາ ສະບັບເລກທີ 04 ວ່າດ້ວຍການເຮັດວຽກການຄືນສຳລັບແຮງງານເພດຍິງ ອີກດ້ວຍ. 



    ຫ້ອງວ່າການລັດຖະບານ ໄດ້ຫົວໜ້າໃໝ່ແລ້ວ !!

    By: laboursalavane Province On: 10:57 AM
  • Share The Gag

  • DSC_2706



    ໃນ​ວັນ​ທີ 18 ​ກໍລະກົດຜ່ານມານີ້, ​ໄດ້​ມີ​ພິທີ​ມອບ​-ຮັບໜ້າທີ່​ຫົວໜ້າຫ້ອງ ວ່າການລັດຖະບານລະຫວ່າ​ງທ່ານ ດຣ ສິນ​ລະ​ວົງ ຄຸດ​ໄພທູນ ລັດຖະມົນຕີຫົວໜ້າ​ຫ້ອງ​ວ່າການ​ລັດຖະບານຜູ້​ເກົ່າ ເຊິ່ງໄປຮັບໜ້າທີ່​ເປັນ​ເຈົ້າ​ຄອງ​ນະຄອນຫລວງ​ວຽງຈັນຜູ້​ໃໝ່ ແລະ ທ່ານ​ ດຣ ສອນ​ໄຊ ສີ​ພັນ​ດອນ ​ເຈົ້າ​ແຂວງ​ໆຈຳປາສັກຜູ້ເກົ່າ ເປັນລັດຖະມົນຕີຫົວໜ້າ ຫ້ອງ​ວ່າການ​ລັດຖະບານຜູ້​ໃໝ່. ໂດຍ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ​.
    ການ​ມອບ-ຮັບໜ້າທີ່​ດັ່ງກ່າວ,​ ແມ່ນ​ປະຕິບັດ​ຕາມ​ມະຕິ​ຕົກລົງ​ຂອງ​ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ສະບັບ​ລົງ​ວັນ​ທີ 11​​ ກໍລະກົດ 2014 ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ການ​ແຕ່ງຕັ້ງ ​ແລະ ຍົກຍ້າຍ​ສະມາຊິກ​ລັດຖະ ບານ ແລະ ດຳລັດ​ຂອງ​ປະທານ​ປະ​ເທດ​ສະບັບ​ເລກທີ 144/ປປທ, ລົງ​ວັນ​ທີ 16 ​ເດືອນ​ກໍລະກົດ 2014 ວ່າ​ດ້ວຍ​ການ​ຍົກຍ້າຍ​ທ່ານ ດຣ ສອນ​ໄຊ ສີ​ພັນ​ດອນ ມາ​ຮັບ ໜ້າທີ່​ໃໝ່ຢູ່ສູນ​ກາງ.


    ແຫລ່ງຂ່າວ:http://www.laopost.com/

    Tuesday, July 15, 2014

    ພິທີມອບ-ຮັບເງີນຊ່ວຍເຫຼືອ ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກ ໄພພິບັດ ຢູ່ ເມືອງຕະໂອ້ຍ, ແຂວງສາລະວັນ, ຄັ້ງວັນທີ 11/7/2014

    By: laboursalavane Province On: 4:06 PM
  • Share The Gag

  •                ພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ ຮວ່ມກັບ ຫ້ອງການ ຮສສ ເມືອງຕະໂອ້ຍ ຈັດພິທີມອບ-ຮັບເງີນຊ່ວຍເຫຼືອ ໃຫ້ແກ່ຜູ້ທີ່ປະສົບເຄາະຮ້າຍຈາກ ອັກຄີໄພ ເປັນປະທານ ຮ່ວມລະ ຫວ່າງ ທ່ານ ບຸນຍົງ ພາສີ ຫົວໜ້າພະແນກ ຮສສ ແຂວງ ແລະ ທ່ານ ສາຍຄໍາ ລິຂະສິດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຕະໂອ້ຍ, ມີຄະນະກໍາມະການປ້ອງກັນ ແລະ ຄວບຄຸມ ໄພພິບັດຂັ້ນ, ອໍານາດການປົກຄອງບ້ານ ແລະ ຄອບຄົວຜູ້ທີ່ໄດ້ຮັບຜົນປະໂຫຍດ ເຂົ້າຮ່ວມ ລວມທັງໝົດ 45 ທ່ານ, ຍິງ 10 ທ່ານ.
         ມອບໂດຍທ່ານ ບຸນຍົງ ພາສີ ຫົວໜ້າພະແແນກ ຮສສ ແຂວງ, ມີຜູ້ໄດ້ຮັບຜົນປະໂຫຍດ 212 ຄົນ, ຍິງ 113 ຄົນ, 24 ຄອບຄົວ, 14 ບ້ານ, ເປັນເງີນ 21,150,000 ກີບ.
      ໃນກອງປະຊຸມ ທ່ານ ບຸນຍົງ ພາສີ ໄດ້ມີຄໍາເຫັນ ເພື່ອເຮັດໃຫ້ພິທີດັ່ງກ່າວ ມີຄວາມໝາຍຄວາມສໍາຄັນ ໂດຍສະເພາະ ແມ່ນ ທ່ານ ໄດ້ເນັ້ນໃສ່ 3 ບັນຫາໃຫຍ່ ຄື:
    1. ທີ່ມາຂອງເງີນຊ່ວຍເຫຼືອດັ່ງກ່າວ.
    2.ຫຼັງຈາກທີ່ຮັບເງີນໄປແລ້ວເຮັດຈັງໃດຊີ່ນໍາໃຊ້ເງີນດັ່ງກ່າວໃຫ້ເກີດດອກອອກຜົນຫຼື ມີຜົນປະໂຫຍດຕໍ່ຄອບຄົວ.
    3. ປຸກລະດົມ ໃຫ້ພໍ່ແມ່ປະຊາຊົນ ຍາມໃດກໍ່ໃຫ້ມີສະຕິຕືນຕົວສູງ ຕໍ່ກັບໄພພິບັດ,











          ຂຽນໂດຍ:ເມດຕາ ດອນກົມຍະເດດ

    Friday, July 11, 2014

    ເຂົ້າຮ່ວມ​ຂະ​ບວນການ​ປ່ອຍ​ປາຂອງແຂວງ ​ໃນ​ວັນ​ອະນຸລັກ​ສັດ​ນ້ຳ ສັດປ່າ 13/7/2014

    By: Unknown On: 10:45 AM
  • Share The Gag



  •      ​​ເນື່ອງ​ໃນ​ໂອກາດ ​ວັນອະນຸລັກ​​,ປົກປັກ​ຮັກສາ ​ແລະ ພັດທະນາສັດ​ນ້ຳ ​ແລະ ​ສັດປ່າ​​ແຫ່ງ​ຊາດ 13 ກໍລະກົດ ທີ່​ໃກ້​ຈະ​ມາ​ເຖິງ​ໃນ​ບໍ່ພໍ​ທໍ່​ໃດ​ວັນນີ້ .​ເພື່ອ​ເຮັດ​ໃຫ້ສະພາບ​ແວດ​ລ້ອມ ​ແລະ ລະບົບ​ນິ​ເວດຂອງ​ຊາດ ກໍ່​ຄື ຂອງ​ໂລກ ​ໃຫ້​ໄດ້​ມີ​ການ​ປ່ຽນ​ແປງ​ໄປ​ໃນ​ທາງ​ທຳ​ມະ​ຊາດ​ເທື່ອ​ລະ​ກ້າວ.
           ທ່ານ ສຸດດາໄລ ອິນດາວົງ ຮອງພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ   ​ໄດ້ນຳພາພະນັກງານ ລັດຖະກອນ ​ເຂົ້າຮ່ວມ​ຂະ​ບວນການ​ປ່ອຍ​ປາລົງແມ່ນ້ຳເຊໂດນ,​ເຊິ່ງມີ​ຫລາຍ​ພາກສ່ວນ,ຫລາຍ​ພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ,ບັນດາ​​​ຫ້ອງການ​ຕ່າງໆ ​ໃນ​ເທດສະບານ​ເມືອງ​ສາລະ​ວັນ ຕະຫລອດຮອດ ພໍ່​ແມ່​ປະຊາຊົນ ​ເຂົ້າຮ່ວມ​ເປັນ​ຂະ​ບວນຢ່າງ​ຟົດ​ຟື້ນ,ປາ​ທີ່​ນຳ​ມາ​ປ່ອຍ​ນີ້ ​ແມ່ນ​ໄດ້​ມາ​ຈາກ​ການ​ສະໜັບສະໜູນ​ຂອງ​ແຂວງ,ບັນດາ​ບໍລິສັດ ທີ່​ມີນ້ຳ​ໃຈ​ໃສ​ສັດທາ ລວມປະມານ 3 ​ແສນ​ກວ່າ​ໂຕ.



    ໂດຍ:ສົມ​ລິດ ​ໂພທິ​ລາດ

    Thursday, July 10, 2014

    ກອງປະຊຸມໃຫຍ່ຂອງໜ່ວຍພັກພະແນກ ຮສສແຂວງ ຄັ້ງທີ V 2014

    By: Unknown On: 2:13 PM
  • Share The Gag
  • ພະ​ແນ​ກ​ແຮງ​ງານ​-ສະຫວັດດີ​ການ​ສັງຄົມ​ແຂວງ​ສາລະ​ວັນ​ຈັດກອງ​ປະຊຸມ​ໃຫ່ຍຂອງ​ໜວ່ຍພັກ​ພະ​ແນ​ກ
    --------------000------------








    ພະ​ແນ​ກ​ແຮງ​ງານ ​ແລະ ສະຫວັດ​ດີກາ​ນສັງຄົມ​ແຂວງ​ສາລະ​ວັນ​ແມ່ນ​ການຈັດ​ຕັ້ງ​ໜ່ວຍ​ພັກໜື່ງທີ່​ຂື້ນ​ກັບ​ການ​ຊີ້ນຳໆ​ພາ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ອົງຄະ​ນະ​ພັກ​ແຂວງ ຈຶ່ງ​ໄດ້​ເປີດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ v ຂື້ນ​ຢ່າງ​ເປັນ​ທາງ​ການ​ ​ໃນ​ວັນ​ທີ 9 ກໍລະກົດ​ນີ້, ​ໂດຍ​ການໃຫ້ກຽດການ​ເປັນປະທານຮ່ວມຂອງ ທ່ານ ບຸນ​ທຽມ ​ແກ້ວ​ໄຊ​ຍະ​ວົງ ຄະນະ​ປະຈຳ​ພັກ​ແຂວງ ປະທານ​ສານ​ປະ​ຊາ​ຊົນ​ແຂວງ​ສາລະ​ວັນ​ ແລະ ທ່ານ ບຸນ​ຍົງ ພາສີ ​ເລຂາ​ໜ່ວຍ​ພັກ ຫົວໜ້າ​ພະ​ແນ​ກ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ແລະ ມີ​ບັນດາ​ທ່ານ​ຜູ້​ແທນ​ສົມບູນ​ພ້ອມ​ດ້ວຍ​ແຂກ​ທີ່​ຖຶກ​ເຊີ​ນ​ເຂົ້າ​ຮ່ວມ​ເກືອບ 30 ທ່ານ.
          ​ໃນ​ກອງ​ປະຊຸມ​ ທ່ານ ສຸດ​ດາ​​ໄລ ອີນດາ​ວົງ ໄດ້​​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ການ​ຊີ້​ນຳ​ໆ​ພາ​​ໃນ​ໝື່ງສະ​ໄໝຜ່ານ​ມາ: ​​ເຊີ່ງ​ໄດ້ເອົາ​ໃຈ​ໃສ່​ສ້າງ​ຂະ​ບວນການ​ຂໍານັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ພ້ອມ​ທັງ​ຈັດ​ຕັ້ງ​ປະຕິບັດ​ໂຄ​ງການ​ຊຸກ​ຍູ້ ​ແລະ ສົ່ງ​ເສີ​ມພັດທະນາ​ສີມື​ແຮງ​ງານ ດ້ວຍ​ການ​ປະສານ​ສົມທົບ​ກັບ​ບັນດາ​ສູນ​ຝຶກ​ວິຊາ​ອາຊີບ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ຈັດ​ຕັ້ງ​ຝຶກສີມື​ແຮງ​ງານ​ລາວ​ໄດ້​ທັງ​ໝົດ 1.629 ຄົນ, ຍິງ 524 ຄົນ​. ຊຸກຍູ້​ສົ່ງ​ເສີມ ​ແລະ ສົມທົບ​ທືນກັບ​ບໍລິສັດ​ຕ່າງໆ ທັງ​ນີກໍ່​ເພື່ອ​ສ້າງ​ເງື່ອນ​ໄຂ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການຈັດ​ຫາ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ພົນລະ​ເມືອງ ​ແນ່​​ໃສ່​ປະກອບສ່ວນ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະ​ຕິ​ບັດ ຄາດໝາຍ​ກ່ຽວ​ການ​ບັນລຸ​ກາ​ນຈ້າງ​ງານ ​​ແລະ ການ​ມີ​ວຽກ​​ເຮັດ​ງານ​ທຳພ້ອມສືບຕໍ່ຝຶກແລະ ພັດທະນາສີມືແຮງງານໄປຕາມໂຄງປະກອບເສດຖະກິດດ້ານການຕ່າງໆໃຫ້ໄດ້ 2,738 ຄົນໃນຕໍ່ໜ້າ
          ພ້ອມກັນ​ນັ້ນ, ທັງຄະນະ​ພັກ​ກໍ່​ໄດ້​ເພີ່ມ​ທະວີ ການ​ສຶກສາ, ອົບຮົມ ນຳພາ​ການ​ເມືອງ​ແນວ​ຄິດ​ເປັນ​ກົກ ​ແລະ ​ເຮັດ​ວຽກ​ນີ້​ເປັນ​ປະຈຳ, ​​ແທດ​​ເຖີງ​ແຕ່ລະ​ເ​ປົ້າໝາຍ-ດຳ​ເນີ​ນດ້ວຍ​ຫຼາຍ​ຮູບ​ຫຼາຍ​ວິທີ, ພ້ອມ​ທັງ​ໄດ້​ເອົາ​ໃຈ​ໃສ່​ເຊື່ອມ​ຊຶມ​ນະ​ໂຍບາຍ​ຂອງ​ພັກ, ປະຕິບັດ​ບົນ​ພື້ນຖານ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ, ທັງ​ຕອບ​ສະໝອງ​ດ້ານ​ງົບປະມານ ​ແລະ ສ້າງ​ເງື່ອນ​ໄຂ​ເອື້ອ​ອຳ​ນວຍຄວາມ​ສະດວກ​ໃຫ້​ວຽກ​ງານ​ເຄື່ອນ​ໄຫວ​ໄດ້​ຢ່າງ​ຄ່ອງ​ຕົວ ​ແລະ ມີ​ປະສິດທິ​ຜົນ​ສູງ ພ້ອມ​ທັງ​ເປັນ​ແບບຢ່າງ​ນຳ​ໜ້າ​ຂອງ​ຄະນະ​ພັກ​ຊຸດ​ໃໝ່​ໃຫ້​ມີຄວາ​ມພົ້ນ​​ເດັ່ນ​ຍິ່ງໆ​ຂື້ນ.
          ຈາ​ກນັ້ນ, ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລື​ອກ ​ແລະ ຮັບຮອງ​ເອົາ ສະຫາຍ ບຸນ​ຍົງ ພາສີ ​ເປັນ​ເລຂາ​ພັກ​ຊຸດ​ໃໝ່ , ສະຫາຍ ສຸດ​ດາ​ໄລ ອີນດາ​ວົງ ​ເປັນ​ຮອງ​ເລຂາ ແລະ ສະຫາຍບຸນເຫຼືອ ສຸມຸນທາ ເປັນຄະນະ ຂອງ​ພະ​ແນ​ກ ຮສສ.
          ​ໃນ​ຕອນ​ທ້າຍ​ກອງປະຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຈາກ​ ທ່ານ ບຸນ​ທຽມ ​ແກ້ວ​ໄຊ​ຍະ​ວົງ​ເຊີ່ງທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຜົນງານ ​ແລະ ຜົນສຳ​ເລັດຂອງ​ຄະນະ​ໜ່ວຍ​ພັກ​ຊຸດ​ເກົ່າ​ທີ່​ຍາດ​ມາ​ໄດ້​ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຄະນະ​ພັກ​ຊຸດ​​ໃໝ່, ສະມາຊິກ​ພັກ​ທຸກ​ສະຫາຍ​ຈົ່ງ​ເຊີດ​ຊູຄວາມ​ເປັນ​ແບບຢ່າງ​​ໃນ​ການນຳພາ​ວຽກ​ງານ​ທຸກ​ດ້ານ​ໃຫ້​ມີ​ຜົນສຳ​ເລັດ​​ເປັນ​ກ້າວໆ.
                        ຂ່າວໂດຍ:ສົ​ມລິດ ​ໂພທິ​ລາດ

    Share ເວັບໄຊອອກເຟສບຸກ