ໝວດທີ I ລະບອບການເມືອງ
ມາດຕາ 1. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນປະເທດເອກະລາດ, ມີອໍານາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ ລວມທັງເຂດນ່ານນໍ້າ ແລະນ່ານຟ້າ; ເປັນປະເທດເອກະພາບຂອງທຸກຊົນເຜົ່າ ທີ່ຕັດແຍກອອກຈາກກັນບໍ່ໄດ້.ມາດຕາ 2. ລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນລັດປະຊາທິປະໄຕປະ ຊາຊົນ. ອໍານາດທັງໝົດ ເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອຜົນປະໂຫຍດຂອງປະຊາ ຊົນບັນດາເຜົ່າ ຊຶ່ງປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກໍາມະກອນ, ກະສິກອນ ແລະນັກຮຽນຮູ້ປັນຍາຊົນເປັນຫຼັກແຫຼ່ງ.
ມາດຕາ 3. ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປະຕິບັດແລະຮັບປະກັນດ້ວຍການເຄື່ອນໄຫວຂອງລະບົບການ ເມືອງ ຊຶ່ງມີພັກປະຊາຊົນປະຕິວັດລາວເປັນແກນນໍາ.
ມາດຕາ 4(ໃໝ່). ປະຊາຊົນເປັນຜູ້ສ້າງຕັ້ງອົງການຕົວແທນແຫ່ງສິດອໍານາດ ແລະຜົນປະໂຫຍດ ຂອງຕົນ ຊຶ່ງມີຊື່ວ່າສະພາແຫ່ງຊາດ.ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແມ່ນປະຕິບັດຕາມຫຼັກການທົ່ວໄປ,ສະເໝີພາບ, ໂດຍກົງ ແລະລົງຄະແນນສຽງປິດລັບ.ຜູ້ປ່ອນບັດເລືອກຕັ້ງມີສິດສະເໜີປົດ ຜູ້ແທນຂອງຕົນໄດ້ ຖ້າຫາກເຫັນວ່າມີການປະພຶດຕົນບໍ່ສົມກຽດສັກສີ ແລະຂາດຄວາມໄວ້ວາງໃຈຈາກປະຊາຊົນ.
ມາດຕາ 5. ສະພາແຫ່ງຊາດ ແລະທຸກອົງການຂອງລັດໄດ້ຮັບການຈັດຕັ້ງ ແລະເຄື່ອນໄຫວຕາມຫຼັກການລວມສູນປະຊາທິປະໄຕ.
ມາດຕາ 6. ລັດປົກປ້ອງສິດອິດສະລະພາບ ແລະສິດປະຊາທິປະໄຕຂອງປະຊາຊົນ ທີ່ບໍ່ມີໃຜຈະລ່ວງລະເມີດໄດ້. ທຸກອົງການ ແລະພະນັກງານຂອງລັດ ຕ້ອງໂຄສະນາອົບຮົມບັນດານະໂຍບາຍ ແລະລະບຽບກົດໝາຍໃຫ້ປະຊາຊົນ ແລະພ້ອມກັນຈັດຕັ້ງປະຕິບັດ ເພື່ອຮັບປະກັນສິດ ແລະຜົນປະໂຫຍດອັນຊອບທໍາຂອງປະຊາຊົນ. ຫ້າມທຸກການກະທໍາແບບອາດຍາສິດ, ຂົ່ມຂູ່ ອັນຈະກໍ່ຄວາມ ເສຍຫາຍ ເຖິງກຽດສັກສີ, ຮ່າງກາຍ, ຊີວິດ, ຈິດໃຈ ແລະຊັບສົມບັດຂອງປະຊາຊົນ.
ມາດຕາ 7. ແນວລາວສ້າງຊາດ, ສະຫະພັນກໍາມະບານລາວ, ຄະນະຊາວໜຸ່ມປະຊາຊົນປະຕິ ວັດລາວ, ສະຫະພັນແມ່ຍິງລາວ ແລະບັນດາອົງການຈັດຕັ້ງສັງຄົມ ເປັນບ່ອນເຕົ້າໂຮມຄວາມສາ ມັກຄີ ແລະປຸກລະດົມບັນດາຊັ້ນຄົນຂອງທຸກຊົນເຜົ່າເຂົ້າຮ່ວມໃນພາລະ ກິດປົກປັກຮັກສາ ແລະສ້າງສາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປົກປັກຮັກສາສິດ ແລະຜົນປະໂຫຍດ ອັນຊອບທໍາຂອງສະມາຊິກໃນອົງການຈັດຕັ້ງຂອງຕົນ.
ມາດຕາ 8. ລັດປະຕິບັດນະໂຍບາຍສາມັກຄີ ແລະສະເໝີພາບລະຫວ່າງຊົນເຜົ່າຕ່າງໆ. ທຸກຊົນເຜົ່າລ້ວນແຕ່ມີສິດປົກປັກຮັກສາ, ເສີມຂະຫຍາຍຮີດຄອງປະເພນີ ແລະວັດທະນະທໍາອັນດີງາມຂອງຕົນ ແລະຂອງຊາດ. ຫ້າມທຸກການກະທໍາແບ່ງແຍກ ແລະການປະພຶດຈໍາແນກລະຫວ່າງຊົນເຜົ່າ.ລັດປະຕິບັດທຸກມາດຕະການ ເພື່ອຂະຫຍາຍ ແລະຍົກລະດັບເສດຖະກິດ-ສັງຄົມຂອງທຸກຊົນເຜົ່າໃຫ້ສູງຂຶ້ນ.
ມາດຕາ 9 (ໃໝ່). ລັດເຄົາລົບ ແລະປົກປ້ອງການເຄື່ອນໄຫວອັນຖືກກົດໝາຍຂອງພຸດທະສາສະ ນິກະຊົນ ແລະສາສະນິກະຊົນອື່ນ. ປຸກລະດົມສົ່ງເສີມພະພິກຂຸສາມະເນນ ແລະນັກບວດຂອງສາສະ ໜາໃຫ້ເຂົ້າຮ່ວມ ໃນການເຄື່ອນໄຫວທີ່ເປັນປະໂຫຍດແກ່ປະເທດຊາດ ແລະປະຊາຊົນ. ຫ້າມທຸກ ການກະທໍາ ທີ່ເປັນການແບ່ງແຍກສາສະໜາ, ແບ່ງແຍກປະຊາຊົນ.
ມາດຕາ 10 (ໃໝ່່). ລັດຄຸ້ມຄອງສັງຄົມດ້ວຍລັດຖະທໍາມະນູນ ແລະກົດໝາຍ. ອົງການຈັດຕັ້ງ ຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະພົນລະເມືອງທຸກຄົນຕ້ອງເຄົາລົບ ແລະປະຕິບັດລັດຖະທໍາມະນູນ ແລະກົດໝາຍຢ່າງເຂັ້ມງວດ.
ມາດຕາ 11 (ໃໝ່). ລັດປະຕິບັດແນວທາງ, ນະໂຍບາຍປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ແລະຮອບດ້ານ; ປັບປຸງ ແລະກໍ່ສ້າງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເຂັ້ມ ແຂງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະຕໍ່ປະຊາຊົນ, ມີຄວາມສາມາດປະຕິບັດໜ້າທີ່ປົກປັກຮັກສາໝາກຜົນຂອງການປະຕິ ວັດ, ຊີວິດ, ຊັບສິນ ແລະການອອກແຮງງານຂອງປະຊາຊົນ; ປະ ກອບສ່ວນເຂົ້າໃນພາລະກິດພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ.
ມາດຕາ 12. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຕິບັດນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມື; ຂະຫຍາຍສາຍພົວພັນ ແລະການຮ່ວມມືກັບທຸກປະເທດ ບົນຫຼັກການຢູ່ຮ່ວມກັນໂດຍສັນຕິ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໝີພາບ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະໜັບສະໜູນການຕໍ່ສູ້ຂອງປະຊາຊົນໃນໂລກ ເພື່ອສັນຕິພາບ,ເອກະລາດແຫ່ງຊາດ,ປະຊາທິປະໄຕແລະຄວາມກ້າວໜ້າ ທາງສັງຄົມ.
ໝວດທີ II ລະບອບເສດຖະກິດ ແລະສັງຄົມ
ມາດຕາ 13 (ໃໝ່). ເສດຖະກິດແຫ່ງຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນເສດຖະກິດຫຼາຍພາກສ່ວນທີ່ຄົງຕົວຢ່າງຍາວນານ ຊຶ່ງລ້ວນແຕ່ໄດ້ຮັບການສົ່ງເສີມ ເພື່ອຂະຫຍາຍກໍາລັງການຜະລິດ, ເປີດກວ້າງການຜະລິດ, ທຸລະກິດ ແລະການບໍລິການ, ຫັນເສດຖະກິດທໍາມະຊາດໄປສູ່ເສດຖະກິດສິນຄ້າ, ປະຕິບັດການຫັນເປັນອຸດສາຫະກໍາ ແລະການຫັນເປັນທັນສະໄໝ; ເຊື່ອມໂຍງກັບເສດຖະກິດຂອງພາກພື້ນ ແລະຂອງໂລກ, ເຮັດໃຫ້ເສດຖະກິດແຫ່ງຊາດມີສະຖຽນລະພາບ ແລະຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໃຫ້ສູງຂຶ້ນ. ທຸກພາກສ່ວນເສດຖະກິດລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະເຄື່ອນໄຫວຕາມກົນໄກເສດຖະກິດຕະຫຼາດ,ທັັງແຂ່ງຂັນ ແລະຮ່ວມມືກັນຂະຫຍາຍການຜະລິດ, ທຸລະກິດ ພາຍໃຕ້ການດັດສົມຂອງລັດຕາມທິດສັງຄົມນຍົມ.ມາດຕາ 14 (ໃໝ່). ລັດສົ່ງເສີມທຸກພາກສ່ວນເສດຖະກິດພາຍໃນປະເທດ ລົງທຶນເຂົ້າໃນການຜະລິດ,ທຸລະກິດ ແລະການບໍລິການ,ປະກອບສ່ວນເຂົ້າໃນການຫັນເປັນອຸດສາຫະກໍາ ແລະການຫັນເປັນທັນສະໄໝ,ເຮັດໃຫ້ເສດຖະກິດແຫ່ງຊາດເຕີບໃຫຍ່ເຂັ້ມ ແຂງ.
ມາດຕາ 15 (ໃໝ່). ລັດສົ່ງເສີມການລົງທຶນຂອງຕ່າງປະເທດຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,ສ້າງສິ່ງແວດລ້ອມອໍານວຍຄວາມສະດວກໃຫ້ແກ່ການນໍາເອົາ ທຶນ, ເຕັກໂນໂລຢີແລະການຄຸ້ມຄອງທີ່ກ້າວໜ້າເຂົ້າສູ່ຂະບວນການຜະລິດ ,ທຸລະກິດ ແລະການບໍລິການ.
ຊັບສົມບັດ ແລະທຶນທີ່ຖືກຕ້ອງຕາມກົດໝາຍຂອງຜູ້ລົງທຶນຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະບໍ່ຖືກເກັບເກນ, ບໍ່ຖືກຍຶດ ຫຼືໂອນເປັນຂອງລັດ.
ມາດຕາ 16. ລັດປົກປ້ອງ ແລະເສີມຂະຫຍາຍບັນດາຮູບການກໍາມະສິດຂອງລັດ, ຂອງລວມໝູ່, ເອກະເທດ, ເອກະຊົນພາຍໃນ ແລະຕ່າງປະເທດທີ່ລົງທຶນຢູ່ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ.
ມາດຕາ 17(ໃໝ່). ລັດປົກປ້ອງສິດກ່ຽວກັບກໍາມະສິດ (ສິດຄອບຄອງ, ສິດນໍາໃຊ້, ສິດໄດ້ຮັບ ໝາກຜົນ, ສິດຊີ້ຂາດ) ແລະສິດສືບທອດຊັບສົມບັດຂອງການຈັດຕັ້ງ ແລະຂອງບຸກຄົນ. ສໍາລັບທີ່ດິນແມ່ນເປັນກໍາມະສິດຂອງວົງຄະນະຍາດແຫ່ງຊາດ, ລັດຮັບປະກັນສິດນໍາໃຊ້, ສິດໂອນ ແລະສິດສືບທອດຕາມກົດໝາຍ.
ມາດຕາ 18(ໃໝ່). ລັດຄຸ້ມຄອງເສດຖະກິດ ຕາມກົນໄກເສດຖະກິດຕະຫຼາດທີ່ມີການດັດສົມຂອງລັດ, ປະຕິບັດຫຼັກການສົມທົບການຄຸ້ມຄອງລວມສູນ ເປັນເອກະພາບຂອງຂະແໜງການສູນກາງກັບການແບ່ງຄວາມຮັບຜິດຊອບຄຸ້ມ ຄອງໃຫ້ທ້ອງຖິ່ນ ຕາມລະບຽບກົດໝາຍ.
ມາດຕາ 19. ທຸກອົງການຈັດຕັ້ງ ແລະພົນລະເມືອງທຸກຄົນ ຕ້ອງປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາຊັບພະຍາກອນທໍາມະຊາດ: ໜ້າດິນ, ພື້ນດິນ, ປ່າໄມ້, ສັດ, ແຫຼ່ງນໍ້າ ແລະອາກາດ.
ມາດຕາ 20(ໃໝ່). ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຕິບັດນະໂຍບາຍເປີດ ກວ້າງການພົວພັນຮ່ວມມືເສດຖະກິດກັບຕ່າງປະເທດ ໂດຍນໍາໃຊ້ຮູບການສໍາພັນເສດຖະກິດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍຮູບແບບ ບົນຫຼັກການເຄົາລົບເອກະລາດ, ອະທິປະໄຕ ຂອງກັນ, ສະເໝີພາບ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ມາດຕາ 21(ໃໝ່). ລັດໃຫ້ຄວາມສໍາຄັນແກ່ການພັດທະນາເສດຖະກິດ ຕິດພັນກັບການພັດທະນາ ວັດທະນະທໍາ-ສັງຄົມ ໂດຍໃຫ້ບູລິມະສິດແກ່ການພັດທະນາຊັບພະຍາກອນມະນຸດ.
ມາດຕາ 22(ໃໝ່). ລັດເອົາໃຈໃສ່ປະຕິບັດນະໂຍບາຍພັດທະນາການສຶກສາ, ປະຕິບັດລະບອບ ການສຶກສາຊັ້ນປະຖົມແບບບັງຄັບ ເພື່ອສ້າງຄົນລາວໃຫ້ເປັນພົນລະເມືອງດີ, ມີຄຸນສົມບັດສິນທໍາ ປະຕິວັດ, ມີຄວາມຮູ້ ແລະຄວາມສາມາດ.
ລັດ ແລະທົ່ວສັງຄົມ ຕັ້ງໜ້າພັດທະນາການສຶກສາແຫ່ງຊາດໃຫ້ມີຄຸນນະພາບ, ສ້າງໂອ ກາດ ແລະເງື່ອນໄຂໃຫ້ປະຊາຊົນໄດ້ຮັບການສຶກສາຢ່າງທົ່ວເຖິງ ໂດຍສະເພາະປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ, ຊົນເຜົ່າ, ແມ່ຍິງ, ເດັກນ້ອຍ ແລະຜູ້ດ້ອຍໂອກາດ.
ລັດສົ່ງເສີມ ແລະຊຸກຍູ້ໃຫ້ເອກະຊົນລົງທຶນເຂົ້າໃນການພັດທະນາການສຶກສາແຫ່ງຊາດຕາມກົດໝາຍ.
ມາດຕາ 23(ໃໝ່). ລັດສົ່ງເສີມການອະນຸລັກວັດທະນະທໍາ ທີ່ເປັນເອກະລັກ ແລະເປັນມູນເຊື້ອອັນ ດີງາມຂອງຊາດ ແລະຂອງຊົນເຜົ່າ ສົມທົບກັບການຮັບເອົາວັດທະນະທໍາທີ່ກ້າວໜ້າຂອງໂລກຢ່າງ ມີການເລືອກເຟັ້ນ.
ລັດສົ່ງເສີມການເຄື່ອນໄຫວວັດທະນະທໍາ, ສິນລະປະວັນນະຄະດີ, ການປະດິດຄິດແຕ່ງ, ຄຸ້ມຄອງ ແລະປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາ, ປະຫວັດສາດ ແລະທໍາມະຊາດ, ບູ ລະນະປະຕິສັງຂອນວັດຖຸບູຮານ ແລະປູຊະນີຍະສະຖານ.
ລັດເອົາໃຈໃສ່ປັບປຸງ ແລະຂະຫຍາຍວຽກງານສື່ມວນຊົນ ເພື່ອຮັບໃຊ້ພາລະກິດປົກປັກຮັກ ສາ ແລະພັດທະນາປະເທດຊາດ.
ຫ້າມທຸກການເຄື່ອນໄຫວດ້ານວັດທະນະທໍາ ຫຼືນໍາໃຊ້ສື່ມວນຊົນ ເພື່ອກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງຊາດ, ທໍາລາຍຮີດຄອງປະເພນີອັນດີງາມ ຫຼືກຽດສັກສີຂອງຄົນລາວ.
ມາດຕາ 24(ໃໝ່). ລັດເອົາໃຈໃສ່ສົ່ງເສີມສະຕິປັນຍາ ແລະຫົວຄິດປະດິດສ້າງໃນວຽກງານການ ຄົ້ນຄວ້າ ແລະການນໍາໃຊ້ວິທະຍາສາດ-ເຕັກໂນໂລຢີ, ປົກປ້ອງຊັບສິນທາງປັນຍາ ໄປຄຽງຄູ່ກັບ ການບໍາລຸງ ແລະກໍ່ສ້າງນັກວິທະຍາສາດ ເພື່ອຊຸກຍູ້ການຫັນເປັນອຸດສາຫະກໍາ ແລະການຫັນເປັນ ທັນສະໄໝ.
ມາດຕາ 25(ໃໝ່). ລັດເອົາໃຈໃສ່ປັບປຸງ ແລະຂະຫຍາຍວຽກງານສາທາລະນະສຸກ ເພື່ອຮັກສາສຸຂະພາບຂອງປະຊາຊົນ.
ລັດ ແລະສັງຄົມຕັ້ງໜ້າກໍ່ສ້າງ ແລະປັບປຸງລະບົບການກັນພະຍາດ ແລະປິ່ນປົວຄົນເຈັບຢ່າງທົ່ວເຖິງ, ສ້າງເງື່ອນໄຂໃຫ້ປະຊາຊົນທຸກຄົນໄດ້ຮັບການເບິ່ງແຍງດ້ານສຸຂະ ພາບ ໂດຍສະເພາະແມ່ນແມ່ ແລະເດັກນ້ອຍ, ປະຊາຊົນຜູ້ທຸກຍາກ ແລະຜູ້ຢູ່ເຂດຫ່າງໄກສອກຫຼີກ ເພື່ອໃຫ້ທຸກຄົນມີ ສຸຂະພາບດີ.
ລັດສົ່ງເສີມ ແລະຊຸກຍູ້ໃຫ້ເອກະຊົນລົງທຶນ ເປີດການບໍລິການດ້ານສາທາລະນະສຸກ ຕາມ ລະບຽບກົດໝາຍ.
ຫ້າມທຸກການບໍລິການດ້ານສາທາລະນະສຸກ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.
ມາດຕາ 26(ໃໝ່). ລັດ ແລະສັງຄົມເອົາໃຈໃສ່ຊຸກຍູ້, ສົ່ງເສີມ ແລະລົງທຶນເຂົ້າໃນການກິລາກາຍຍະກໍາຂອງມະຫາຊົນ ນັບທັງປະເພດກິລາທີ່ເປັນມູນເຊື້ອອັນດີງາມຂອງເຜົ່າຕ່າງໆ ແລະກິລາສາ ກົນ ເພື່ອຍົກລະດັບຄວາມສາມາດດ້ານການກິລາໃຫ້ສູງຂຶ້ນ, ເສີມສ້າງກໍາລັງ ແລະສຸຂະພາບຂອງປະຊາຊົນ.
ມາດຕາ 27 (ໃໝ່). ລັດ ແລະສັງຄົມເອົາໃຈໃສ່ພັດທະນາສີມືແຮງງານ; ຍົກສູງວິໄນແຮງງານ, ສົ່ງເສີມວິຊາຊີບ ແລະວຽກເຮັດງານທໍາຂອງປະຊາຊົນ; ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທໍາຂອງຜູ້ອອກແຮງງານ.
ມາດຕາ 28(ໃໝ່). ລັດ ແລະສັງຄົມເອົາໃຈໃສ່ປະຕິບັດນະໂຍບາຍສະຫວັດດີການສັງຄົມເປັນ ຢ່າງ ດີ ໂດຍສະເພາະຕໍ່ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານບໍານານ, ຜູ້ເສຍອົງຄະ, ຄອບຄົວຜູ້ເສຍສະລະຊີວິດ ເພື່ອພາລະກິດປະຕິວັດ ແລະຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.
ມາດຕາ 29 (ໃໝ່). ລັດ, ສັງຄົມ ແລະຄອບຄົວເອົາໃຈໃສ່ປະຕິບັດນະໂຍບາຍພັດທະນາ ແລະສົ່ງ ເສີມຄວາມກ້າວໜ້າຂອງແມ່ຍິງ, ປົກປ້ອງສິດ ແລະຜົນປະໂຫຍດຂອງແມ່ຍິງ ແລະເດັກນ້ອຍ.
ມາດຕາ 30(ໃໝ່). ລັດ ແລະສັງຄົມສົ່ງເສີມ, ພັດທະນາ ແລະເປີດກວ້າງການທ່ອງທ່ຽວວັດທະນະ ທໍາ, ປະຫວັດສາດ ແລະທໍາມະຊາດ.
ຫ້າມ ການທ່ອງທ່ຽວ ທີ່ຈະສ້າງຄວາມເສື່ອມເສຍຕໍ່ວັດທະນະທໍາອັນດີງາມຂອງຊາດ ຫຼືຂັດ ກັບລະບຽບກົດໝາຍ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໝວດທີ III ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ມາດຕາ 31. ພົນລະເມືອງລາວ ມີພັນທະປົກປັກຮັກສາປະເທດຊາດ ແລະປ້ອງກັນຄວາມສະຫງົບ, ປະຕິບັດພັນທະການທະຫານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.ມາດຕາ 32. ຊາວຕ່າງດ້າວ ແລະຜູ້ບໍ່ມີສັນຊາດກໍ່ມີສິດໄດ້ຮັບການປ້ອງກັນສິດ ແລະເສລີພາບຕາມທີ່ໄດ້ກໍານົດໄວ້ຢູ່ໃນກົດໝາຍຂອງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ມີສິດຮ້ອງຟ້ອງຕໍ່ສານ ແລະອົງການທີ່ກ່ຽວຂ້ອງຂອງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ, ມີພັນທະເຄົາລົບລັດຖະທໍາມະນູນ ແລະລະບຽບກົດໝາຍຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ.
ມາດຕາ 33. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອະນຸຍາດການລີ້ໄພໃຫ້ແກ່ຄົນຕ່າງປະເທດ ທີ່ຖືກປາບປາມ ຍ້ອນໄດ້ທໍາການຕໍ່ສູ້ ເພື່ອອິດສະລະພາບ, ຄວາມເປັນທໍາ, ສັນຕິພາບ ແລະພາລະກິດວິທະຍາສາດ.
ໝວດທີ IV ສິດ ແລະພັນທະພື້ນຖານຂອງພົນລະເມືອງ
ມາດຕາ 34. ພົນລະເມືອງລາວ ແມ່ນຜູ້ທີ່ມີສັນຊາດລາວ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.ມາດຕາ 35. ພົນລະເມືອງລາວ ໂດຍບໍ່ຈໍາແນກຍິງຊາຍ, ຖານະທາງດ້ານສັງຄົມ, ລະດັບການສຶກສາ, ຄວາມເຊື່ອຖື ແລະຊົນເຜົ່າ ລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ.
ມາດຕາ 36(ໃໝ່). ພົນລະເມືອງລາວຜູ້ທີ່ມີອາຍຸແຕ່ສິບແປດປີຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະຜູ້ທີ່ມີອາຍຸແຕ່ຊາວເອັດປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ ເວັ້ນເສຍແຕ່ຜູ້ເປັນບ້າ, ເສຍຈິດ ແລະຜູ້ທີ່ຖືກສານຕັດສິນປົດສິດເລືອກຕັ້ງ ແລະສະໝັກຮັບເລືອກຕັ້ງ.
ມາດຕາ 37. ພົນລະເມືອງລາວຍິງຊາຍ ມີສິດເທົ່າທຽມກັນ ໃນດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະຄອບຄົວ.
ມາດຕາ 38. ພົນລະເມືອງລາວ ມີສິດໄດ້ຮັບການສຶກສາຮໍ່າຮຽນ, ຍົກສູງຄວາມກ້າວໜ້າ.
ມາດຕາ 39(ໃໝ່). ພົນລະເມືອງລາວມີສິດເຮັດວຽກ ແລະປະກອບອາຊີບທີ່ບໍ່ຂັດກັບກົດໝາຍ. ຜູ້ອອກແຮງງານມີສິດໄດ້ຮັບການພັກຜ່ອນ, ໄດ້ຮັບການປິ່ນປົວໃນເວລາເຈັບເປັນ, ໄດ້ຮັບການຊ່ວຍເຫຼືອໃນກໍລະນີທີ່ໝົດຄວາມສາມາດອອກແຮງງານ, ເສຍອົງຄະ, ໃນເວລາເຖົ້າແກ່ ແລະໃນກໍລະນີອື່ນໆຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 40. ພົນລະເມືອງລາວ ມີສິດເສລີພາບໃນການຕັ້ງພູມລໍາເນົາ ແລະໃນການໄປມາ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 41(ໃໝ່). ພົນລະເມືອງລາວ ມີສິດຮ້ອງທຸກ, ຮ້ອງຟ້ອງແລະສະເໜີຄວາມເຫັນຕໍ່ອົງການທີ່ກ່ຽວ ຂ້ອງກ່ຽວກັບບັນຫາທີ່ພົວພັນເຖິງສິດ ແລະຜົນປະໂຫຍດລວມ ຫຼືສິດ ແລະຜົນປະໂຫຍດສະ ເພາະຂອງຕົນ.
ຄໍາຮ້ອງທຸກ, ຄໍາຮ້ອງຟ້ອງ ແລະຄວາມເຫັນຂອງພົນລະເມືອງຕ້ອງໄດ້ຮັບການພິຈາລະນາ ແລະແກ້ໄຂຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 42(ໃໝ່). ພົນລະເມືອງລາວມີສິດໂດຍບໍ່ມີໃຜຈະລ່ວງລະເມີດໄດ້ທາງດ້ານຮ່າງ ກາຍ, ກຽດສັກສີ ແລະເຄຫະສະຖານ. ພົນລະເມືອງລາວຈະບໍ່ຖືກຈັບຕົວ ຫຼືກວດຄົ້ນເຄຫະສະຖານ ຖ້າຫາກບໍ່ມີຄໍາສັ່ງຂອງໄອຍະການ ຫຼືສານປະຊາຊົນ ເວັ້ນເສຍແຕ່ໃນກໍລະນີທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 43. ພົນລະເມືອງລາວ ມີສິດເສລີພາບໃນການເຊື່ອຖື ຫຼືບໍ່ເຊື່ອຖືສາສະໜາ.
ມາດຕາ 44. ພົນລະເມືອງລາວ ມີສິດເສລີພາບໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງ ສະມາຄົມ ແລະເດີນຂະບວນ ທີ່ບໍ່ຂັດກັບລະບຽບກົດໝາຍ.
ມາດຕາ 45. ພົນລະເມືອງລາວມີສິດເສລີພາບໃນການຄົ້ນຄວ້າ ແລະນໍາໃຊ້ຄວາມກ້າວໜ້າ ທາງ ດ້ານວິທະຍາສາດ, ເຕັກນິກ ແລະເຕັກໂນໂລຢີ, ປະດິດສ້າງສິລະປະວັນນະຄະດີ ແລະດໍາເນີນການເຄື່ອນໄຫວວັດທະນະທໍາ ທີ່ບໍ່ຂັດກັບລະບຽບກົດໝາຍ.
ມາດຕາ 46. ລັດປົກປ້ອງສິດ ແລະຜົນປະໂຫຍດອັນຖືກກົດໝາຍຂອງພົນລະເມືອງລາວທີ່ຢູ່ຕ່າງປະເທດ.
ມາດຕາ 47. ພົນລະເມືອງລາວ ມີພັນທະເຄົາລົບລັດຖະທໍາມະນູນ ແລະກົດໝາຍ, ປະຕິບັດລະບຽບການອອກແຮງງານ, ລະບຽບການດໍາລົງຊີວິດຂອງສັງຄົມ ແລະຄວາມເປັນລະບຽບຮຽບຮ້ອຍຂອງບ້ານເມືອງ.
ມາດຕາ 48. ພົນນລະເມືອງລາວມີພັນທະເສຍພາສີ ແລະສ່ວຍສາອາກອນຕາມລະບຽບກົດໝາຍ.
ມາດຕາ 49. ພົນລະເມືອງລາວ ມີພັນທະປົກປັກຮັກສາປະເທດຊາດ ແລະປ້ອງກັນຄວາມສະຫງົບ, ປະຕິບັດພັນທະການທະຫານຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 50. ຊາວຕ່າງດ້າວ ແລະຜູ້ບໍ່ມີສັນຊາດ ກໍມີສິດໄດ້ຮັບການປົກປ້ອງສິດ ແລະເສລີພາບ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີສິດຮ້ອງຟ້ອງຕໍ່ສານ ແລະອົງການທີ່ກ່ຽວຂ້ອງຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີພັນ ທະເຄົາລົບລັດຖະທໍາມະນູນ ແລະກົດໝາຍ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ມາດຕາ 51. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອະນຸຍາດການລີ້ໄພໃຫ້ແກ່ຄົນຕ່າງປະເທດ ທີ່ຖືກປາບປາມຍ້ອນໄດ້ທໍາການຕໍ່ສູ້ເພື່ອອິດສະລະພາບ, ຄວາມເປັນທໍາ, ສັນຕິພາບ ແລະພາລະກິດວິທະຍາສາດ.
ໝວດທີ V ສະພາແຫ່ງຊາດ
ມາດຕາ 52(ໃໝ່). ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດອໍານາດ ແລະຜົນປະໂຫຍດ ຂອງ ປະຊາຊົນບັນດາເຜົ່າ, ເປັນອົງການອໍານາດແຫ່ງລັດ ແລະທັງເປັນອົງການນິຕິບັນຍັດ ທີ່ມີສິດຕົກລົງບັນ ຫາພື້ນຖານຂອງປະເທດຊາດ, ຕິດຕາມກວດກາການເຄື່ອນໄຫວຂອງອົງການບໍລິຫານ, ສານປະຊາຊົນ ແລະອົງການໄອຍະການປະຊາຊົນ.ມາດຕາ 53 (ໃໝ່). ສະພາແຫ່ງຊາດມີສິດ ແລະໜ້າທີ່ດັ່ງນີ້:
1.ສ້າງ, ຮັບຮອງເອົາ ຫຼືປ່ຽນແປງລັດຖະທໍາມະນູນ.
2. ພິຈາລະນາ, ຮັບຮອງເອົາ, ປ່ຽນແປງ ຫຼື ລົບລ້າງກົດໝາຍ.
3. ພິຈາລະນາຮັບຮອງເອົາການກໍານົດ, ການປ່ຽນແປງ ຫຼື ລົບລ້າງພາສີ ແລະສ່ວຍສາອາກອນ.
4. ພິຈາລະນາ, ຮັບຮອງເອົາແຜນຢຸດທະສາດແຫ່ງການພັດທະນາເສດຖະກິດ-ສັງຄົມແລະແຜນ ງົບປະມານແຫ່ງລັດ.
5. ເລືອກຕັ້ງ ຫຼືປົດຕໍາແໜ່ງປະທານ, ຮອງປະທານ ແລະກໍາມະການຄະນະປະຈໍາສະພາແຫ່ງຊາດ.
6. ເລືອກຕັ້ງ ຫຼືປົດຕໍາແໜ່ງປະທານປະເທດ ແລະຮອງປະທານປະເທດຕາມການສະເໜີຂອງຄະນະ ປະຈໍາສະພາແຫ່ງຊາດ.
7. ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ຫຼືປົດຕໍາແໜ່ງນາຍົກລັດຖະມົນຕີຕາມການສະ ເໜີຂອງປະທານປະເທດ, ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ, ການແຕ່ງຕັ້ງ, ການຍົກຍ້າຍ ຫຼືການປົດຕໍາແໜ່ງສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ.
8. ເລືອກຕັ້ງ ຫຼື ປົດຕໍາແໜ່ງປະທານສານປະຊາຊົນສູງສຸດ ແລະໄອຍະການປະຊາຊົນສູງສຸດຕາມ ການສະເໜີຂອງປະທານປະເທດ.
9. ຕົກລົງສ້າງຕັ້ງ ຫຼືຍຸບເລີກກະຊວງ, ອົງການທຽບເທົ່າກະຊວງ, ແຂວງ ແລະນະຄອນ,ຕົກລົງເຂດ ແດນຂອງແຂວງ ແລະນະຄອນ ຕາມການສະເໜີຂອງນາຍົກລັດຖະມົນຕີ.
10. ຕົກລົງໃຫ້ນິລະໂທດກໍາ.
11. ຕົກລົງໃຫ້ສັດຕະຍາບັນ ຫຼື ລົບລ້າງສົນທິສັນຍາ,ສັນຍາທີ່ໄດ້ເຊັນກັບຕ່າງປະເທດຕາມກົດ ໝາຍ.
12. ຕົກລົງບັນຫາສົງຄາມ ຫຼືສັນຕິພາບ.
13. ຕິດຕາມກວດກາການເຄົາລົບ ແລະປະຕິບັດລັດຖະທໍາມະນູນ ແລະກົດໝາຍ.
14. ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 54(ໃໝ່). ສະພາແຫ່ງຊາດ ແຕ່ລະຊຸດມີອາຍຸການຫ້າປີ.
ສະມາຊິກສະພາແຫ່ງຊາດ ແມ່ນພົນລະເມືອງລາວເປັນຜູ້ເລືອກຕັ້ງຕາມລະບຽບການທີ່ໄດ້ກໍາ ນົດໄວ້ໃນກົດໝາຍ.
- ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວຢ່າງຊ້າຫົກສິບວັນ ກ່ອນສະ ພາແຫ່ງຊາດຊຸດເກົ່າຈະໝົດອາຍຸການ.
- ໃນກໍລະນີທີ່ເກີດສົງຄາມ ຫຼືດ້ວຍສາຍເຫດອື່ນ ຊຶ່ງກໍໍ່ຄວາມຫຍຸ້ງຍາກໃຫ້ແກ່ການເລືອກຕັ້ງນັ້ນ ສະພາແຫ່ງຊາດອາດຈະຕໍ່ອາຍຸການຂອງຕົນກໍໄດ້ ແຕ່ຕ້ອງດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງ ຊາດຊຸດໃໝ່ ຢ່າງຊ້າບໍ່ໃຫ້ເກີນຫົກເດືອນ ພາຍຫຼັງສະພາບການໄດ້ກັບຄືນສູ່ປົກກະຕິ.
- ໃນກໍລະນີທີ່ມີຄວາມຈໍາເປັນ ສະພາແຫ່ງຊາດຈະດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ກ່ອນການໝົດອາຍຸການຂອງຕົົນກໍໄດ້ແຕ່ຕ້ອງໄດ້ຮັບຄວາມເຫັນດີ ຢ່າງໜ້ອຍສອງສ່ວນສາມຂອງຈໍານວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ.
ມາດຕາ 55. ສະພາແຫ່ງຊາດເລືອກຕັ້ງຄະນະປະຈໍາຂອງຕົນ ຊຶ່ງປະກອບດ້ວຍປະທານ, ຮອງປະທານ ແລະກໍາມະການຈໍານວນໜຶ່ງ.
ປະທານ ແລະຮອງປະທານສະພາແຫ່ງຊາດ ເປັນທັງປະທານ ແລະຮອງປະທານຄະນະປະ ຈໍາສະພາແຫ່ງຊາດ.
ມາດຕາ 56(ໃໝ່). ຄະນະປະຈໍາສະພາແຫ່ງຊາດ ແມ່ນອົງການປະຈໍາການຂອງສະພາແຫ່ງຊາດ, ປະຕິບັດໜ້າທີ່ແທນສະພາແຫ່ງຊາດ ໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດ ກອງປະຊຸມ.
ຄະນະປະຈໍາສະພາແຫ່ງຊາດມີສິດ ແລະໜ້າທີ່ດັ່ງນີ້:
- ກະກຽມກອງປະຊຸມສະພາແຫ່ງຊາດ ແລະຮັບປະກັນໃຫ້ສະພາແຫ່ງຊາດ ປະຕິບັດແຜນ ການທີ່ໄດ້ກໍານົດໄວ້.
- ຕີຄວາມໝາຍ ແລະອະທິບາຍລັດຖະທໍາມະນູນ ແລະກົດໝາຍຕ່າງໆ.
- ຕິດຕາມກວດກາການເຄື່ອນໄຫວຂອງອົງການບໍລິຫານ, ສານປະຊາຊົນ ແລະອົງການ ໄອຍະການປະຊາຊົນ ໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມ.
- ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງຜູ້ພິພາກສາຂອງສານປະຊາຊົນທຸກຂັ້ນ ແລະຜູ້ພິພາກສາຂອງສານທະຫານ.
- ຮຽກໂຮມກອງປະຊຸມສະພາແຫ່ງຊາດ.
- ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 57. ສະພາແຫ່ງຊາດເປີດກອງປະຊຸມສະໄໝສາມັນປີລະສອງເທື່ອ ໂດຍແມ່ນຄະນະປະ ຈໍາສະພາແຫ່ງຊາດເປັນຜູ້ຮຽກໂຮມ.ຄະນະປະຈໍາສະພາແຫ່ງຊາດ ອາດຈະຮຽກໂຮມກອງປະຊຸມສະໄໝວິສາມັນກໍໄດ້ ຖ້າຫາກເຫັນວ່າມີຄວາມຈໍາເປັນ.
ມາດຕາ 58. ກອງປະຊຸມສະພາແຫ່ງຊາດຈະດໍາເນີນໄດ້ ກໍຕໍ່ເມື່ອຫາກມີສະມາຊິກສະພາແຫ່ງ ຊາດເຂົ້າ ຮ່ວມຫຼາຍກວ່າເຄິ່ງໜຶ່ງຂອງຈໍານວນສະມາຊິກສະພາແຫ່ງຊາດທັງໝົດ .
ມະຕິຂອງກອງປະຊຸມສະພາແຫ່ງຊາດ ຈະມີຄຸນຄ່າໄດ້ກໍຕໍ່ເມື່ອໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງ ຂອງຈໍານວນສະມາຊິກທີ່ເຂົ້າຮ່ວມກອງປະຊຸມ ເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນມາດຕາ 54, 66 ແລະມາດຕາ 97 ຂອງລັດຖະທໍາມະນູນ.
ມາດຕາ 59 (ໃໝ່). ອົງການຈັດຕັ້ງ ແລະບຸກຄົນທີ່ມີສິດສະເໜີສ້າງຮ່າງກົດໝາຍມີດັ່ງນີ້:
1. ປະທານປະເທດ.
2. ຄະນະປະຈໍາສະພາແຫ່ງຊາດ.
3. ລັດຖະບານ.
4. ສານປະຊາຊົນສູງສຸດ.
5. ອົງການໄອຍະການປະຊາຊົນສູງສຸດ.
6. ແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງ.
ມາດຕາ 60. ກົດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວນັ້ນ ຕ້ອງໄດ້ປະກາດໃຊ້ໂດຍປະ ທານປະເທດ ຢ່າງຊ້າບໍ່ໃຫ້ເກີນສາມສິບວັນ ນັບແຕ່ວັນໄດ້ຮັບຮອງເປັນຕົ້ນໄປ. ໃນໄລຍະເວລາດັ່ງກ່າວນັ້ນ ປະທານປະເທດມີສິດສະເໜີໃຫ້ສະພາແຫ່ງຊາດພິຈາລະນາຄືນໃໝ່. ກົດໝາຍທີ່ໄດ້ນໍາອອກພິຈາລະນາຄືນໃໝ່ນັ້ນ ຖ້າວ່າສະພາແຫ່ງຊາດຫາກຍັງຕົກລົງຢັ້ງຢືນເອົາຕາມເດີມແລ້ວ ປະ ທານປະເທດກໍຕ້ອງປະກາດໃຊ້ພາຍໃນກໍານົດສິບຫ້າວັນ.
ມາດຕາ 61. ບັນດາບັນຫາທີ່ກ່ຽວພັນເຖິງຊາຕາກໍາຂອງປະເທດຊາດ ແລະ ຜົນປະໂຫຍດອັນໃຫຍ່ ຫຼວງຂອງປະຊາຊົນ ຕ້ອງຜ່ານສະພາແຫ່ງຊາດ ຫຼືຄະນະປະຈໍາສະພາແຫ່ງຊາດ ໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ ເປີດກອງປະຊຸມ.
ມາດຕາ 62(ໃໝ່). ສະພາແຫ່ງຊາດສ້າງຕັ້ງບັນດາກໍາມາທິການຂອງຕົນ ຊຶ່ງມີໜ້າທີ່ພິຈາລະນາຮ່າງກົດໝາຍ ແລະຮ່າງລັດຖະບັນຍັດ ແລ້ວນໍາສະເໜີຕໍ່ຄະນະປະຈໍາສະພາແຫ່ງຊາດ ແລະປະ ທານປະເທດ ພ້ອມທັງຊ່ວຍສະພາແຫ່ງຊາດ ແລະຄະນະປະຈໍາສະພາແຫ່ງຊາດປະຕິບັດສິດກວດກາການເຄື່ອນໄຫວຂອງ ອົງການບໍລິຫານ, ສານປະຊາຊົນ ແລະອົງການໄອຍະການປະຊາຊົນ.
ມາດຕາ 63(ໃໝ່). ສະມາຊິກສະພາແຫ່ງຊາດມີສິດຊັກຖາມນາຍົກລັດຖະມົນຕີ ຫຼືສະມາຊິກລັດ ຖະບານ, ປະທານສານປະຊາຊົນສູງສຸດ ແລະໄອຍະການປະຊາຊົນສູງສຸດ. ບຸກຄົນທີ່ຖືກຊັກຖາມນັ້ນ ຕ້ອງຊີ້ແຈງຕໍ່ກອງປະຊຸມສະພາແຫ່ງຊາດດ້ວຍວາຈາ ຫຼືເປັນລາຍລັກອັກສອນ.
ມາດຕາ 64. ສະມາຊິກສະພາແຫ່ງຊາດ ຈະບໍ່ຖືກດໍາເນີນຄະດີ ຫຼືກັກຂັງ ຖ້າຫາກບໍ່ໄດ້ຮັບຄວາມ ເຫັນດີຂອງສະພາແຫ່ງຊາດ ຫຼືຂອງຄະນະປະຈໍາສະພາແຫ່ງຊາດ ໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມ.
ໃນກໍລະນີທີ່ມີການກະທໍາຜິດເຊິ່ງໜ້າ ຫຼືຮີບດ່ວນນັ້ນ ອົງການທີ່ກັກຂັງສະມາຊິກສະພາແຫ່ງຊາດ ຕ້ອງລາຍງານທັນທີໃຫ້ສະພາແຫ່ງຊາດ ຫຼືຄະນະປະຈໍາສະພາແຫ່ງຊາດໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີ ດ ກອງປະຊຸມເພື່ອພິຈາລະນາຕົກລົງ. ການສືບສວນ-ສອບສວນບໍ່ເປັນສາຍເຫດພາໃຫ້ສະມາຊິກສະພາແຫ່ງ ຊາດທີ່ຖືກດໍາເນີນຄະດີນັ້ນ ຂາດປະຊຸມສະພາແຫ່ງຊາດ.
ໝວດທີ VI ປະທານປະເທດ
ມາດຕາ 65. ປະທານປະເທດ ເປັນປະມຸກລັດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ, ເປັນຜູ້ຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າທັງຢູ່ພາຍໃນ ແລະຕ່າງປະ ເທດ.ມາດຕາ 66(ໃໝ່). ປະທານປະເທດ ແມ່ນສະພາແຫ່ງຊາດ ເປັນຜູ້ເລືອກຕັ້ງໂດຍໄດ້ຮັບ ຄະແນນສຽງຢ່າງໜ້ອຍສອງສ່ວນສາມ ຂອງຈໍານວນສະມາຊິກສະພາແຫ່ງຊາດທີ່ເຂົ້າ ຮ່ວມກອງປະຊຸມ.
ປະທານປະເທດມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ.
ມາດຕາ 67(ໃໝ່). ປະທານປະເທດ ມີສິດ ແລະໜ້າທີ່ດັ່ງນີ້:
1. ປະກາດໃຊ້ລັດຖະທໍາມະນູນແລະກົດໝາຍທີ່ສະພາແຫ່ງຊາດໄດ້ຕົກລົງຮັບຮອງເອົາແລ້ວ.
2. ອອກລັດຖະບັນຍັດ ແລະລັດຖະດໍາລັດ.
3. ສະເໜີການແຕ່ງຕັ້ງ ຫຼືປົດຕໍາແໜ່ງນາຍົກລັດຖະມົນຕີຕໍ່ສະພາແຫ່ງຊາດ ເພື່ອພິຈາ ລະນາຕົກລົງ.
4. ແຕ່ງຕັ້ງ ຫຼືປົດຕໍາແໜ່ງນາຍົກລັດຖະມົນຕີ, ແຕ່ງຕັ້ງ, ຍົກຍ້າຍ ຫຼືປົດຕໍາແໜ່ງສະມາ ຊິກລັດຖະບານ ພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ.
5. ແຕ່ງຕັ້ງຫຼືປົດຕໍາແໜ່ງຮອງປະທານສານປະຊາຊົນສູງສຸດຕາມການສະ ເໜີຂອງປະທານສານປະຊາຊົນສູງສຸດ, ແຕ່ງຕັ້ງ ຫຼືປົດຕໍາແໜ່ງຮອງໄອຍະການປະຊາຊົນສູງສຸດ ຕາມການສະ ເໜີຂອງໄອຍະການ ປະຊາຊົນສູງສຸດ.
6. ແຕ່ງຕັ້ງ, ຍົກຍ້າຍ ຫຼືປົດຕໍາແໜ່ງເຈົ້າແຂວງ, ເຈົ້າຄອງນະຄອນ ຕາມການສະເໜີ ຂອງນາຍົກລັດຖະມົນຕີ.
7. ເປັນແມ່ທັບກໍາລັງປະກອບອາວຸດປະຊາຊົນ.
8. ຕົກລົງເລື່ອນຊັ້ນ ຫຼືປົດຊັ້ນນາຍພົນຢູ່ໃນກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມການສະເໜີຂອງນາຍົກລັດຖະມົນຕີ.
9. ຮຽກໂຮມ ແລະເປັນປະທານກອງປະຊຸມພິເສດຂອງລັດຖະບານ.
10. ຕົກລົງປະດັບຫຼຽນຄໍາແຫ່ງຊາດ, ຫຼຽນກຽດຕິຄຸນ, ຫຼຽນໄຊ ແລະນາມມະຍົດສູງສຸດ ແຫ່ງລັດ.
11. ຕົກລົງການໃຫ້ອະໄພຍະໂທດ.
12. ຕົກລົງການລະດົມພົນທົ່ວໄປ ຫຼືເປັນພາກສ່ວນ, ຕົກລົງພາວະສຸກເສີນໃນທົ່ວປະເທດ ຫຼືໃນທ້ອງຖິ່ນໃດໜຶ່ງ.
13. ປະກາດການໃຫ້ສັດຕະຍາບັນ ຫຼືການລົບລ້າງສົນທິສັນຍາ ແລະສັນຍາທີ່ໄດ້ເຊັນ ກັບຕ່າງປະເທດ.
14. ແຕ່ງຕັ້ງຜູ້ຕາງໜ້າທີ່ມີອໍານາດເຕັມຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄປປະຈໍາຢູ່ຕ່າງປະເທດ ຫຼືຮຽກກັບຄືນປະເທດ ຕາມການສະເໜີຂອງນາຍົກລັດ ຖະມົນຕີ, ຮັບຮອງເອົາຜູ້ຕາງໜ້າທີ່ມີອໍານາດເຕັມຂອງຕ່າງປະເທດ ທີ່ມາປະຈໍາຢູ່ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
15. ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 68(ໃໝ່). ປະທານປະເທດມີຮອງປະທານປະເທດ ຊຶ່ງແມ່ນສະພາແຫ່ງຊາດ ເປັນຜູ້ເລືອກຕັ້ງ ໂດຍໄດ້ຮັບຄະແນນສຽງຫຼາຍກວ່າເຄິ່ງໜຶ່ງ ຂອງຈໍານວນສະມາຊິກ ສະ ພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ.
ຮອງປະທານປະເທດ ປະຕິບັດໜ້າທີ່ຕາມການມອບໝາຍ ຂອງປະທານປະເທດ ແລະຕາງໜ້າໃຫ້ປະທານປະເທດໃນເວລາປະທານປະເທດຕິດຂັດ.
ໝວດທີ VII ລັດຖະບານ
ມາດຕາ 69. ລັດຖະບານ ແມ່ນອົງການບໍລິຫານແຫ່ງລັດ.ລັດຖະບານ ຄຸ້ມຄອງຢ່າງເປັນເອກະພາບການປະຕິບັດໜ້າທີ່ຂອງລັດໃນທຸກດ້ານ: ການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ.
ມາດຕາ 70 (ໃໝ່). ລັດຖະບານມີສິດ ແລະໜ້າທີ່ດັ່ງນີ້:
1. ປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດ ແລະລັດຖະດໍາລັດຂອງປະທານປະເທດ.
2. ສະເໜີຮ່າງກົດໝາຍ ແລະຮ່າງລັດຖະບັນຍັດຕໍ່ສະພາແຫ່ງຊາດ, ຮ່າງລັດຖະດໍາລັດຕໍ່ປະທານປະເທດ.
3. ກໍານົດແຜນຢຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດປະຈໍາປີ ແລ້ວນໍາສະເໜີໃຫ້ສະພາແຫ່ງຊາດພິຈາລະນາ ແລະຮັບຮອງເອົາ.
4. ລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ສະພາແຫ່ງຊາດ, ຕໍ່ຄະນະປະຈໍາສະພາ ແຫ່ງຊາດ (ໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມ) ແລະລາຍງານຕໍ່ປະທານ ປະເທດ.
5. ອອກດໍາລັດ, ມະຕິຕົກລົງ ກ່ຽວກັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກນິກ, ເຕັກໂນໂລຢີ, ຊັບພະຍາກອນແຫ່ງຊາດ, ສິ່ງແວດລ້ອມ, ການປ້ອງກັນຊາດ -ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ.
6. ຈັດຕັ້ງ, ຊີ້ນໍາ ແລະກວດກາການເຄື່ອນໄຫວຂອງບັນດາຂະແໜງການ ແລະອົງການປົກຄອງທ້ອງຖິ່ນ.
7. ຈັດຕັ້ງ ແລະກວດກາການເຄື່ອນໄຫວຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
8. ຊັນສົນທິສັນຍາ, ສັນຍາກັບຕ່າງປະເທດ ແລະຊີ້ນໍາການປະຕິບັດສົນທິສັນຍາ ແລະສັນຍາທີ່ໄດ້ເຊັນແລ້ວ.
9. ງົດການປະຕິບັດ, ລົບລ້າງ ຫຼືຍົກເລີກຂໍ້ຕົກລົງ, ຄໍາສັ່ງຂອງກະຊວງ, ອົງການທຽບເທົ່າ ກະຊວງ, ອົງການທີ່ຂຶ້ນກັບລັດຖະບານ ແລະອົງການປົກຄອງທ້ອງຖິ່ນທີ່ຂັດກັບລະບຽບກົດໝາຍ.
10. ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 71 (ໃໝ່). ລັດຖະບານ ປະກອບດ້ວຍນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ.
ລັດຖະບານມີອາຍຸການ ເທົ່າກັບອາຍຸການຂອງສະພາແຫ່ງຊາດ.
ມາດຕາ 72 (ໃໝ່). ນາຍົກລັດຖະມົນຕີ ແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫຼືປົດຕໍາແໜ່ງ ພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ.
ມາດຕາ 73 (ໃໝ່). ນາຍົກລັດຖະມົນຕີເປັນຫົວໜ້າລັດຖະບານ ແລະຕາງໜ້າໃຫ້ລັດຖະບານ ຊີ້ ນໍາ ແລະອໍານວຍຄວບຄຸມວຽກງານຂອງລັດຖະບານ, ຊີ້ນໍາວຽກງານຂອງກະຊວງ, ອົງການທຽບເທົ່າກະຊວງ, ທະບວງ ແລະອົງການອື່ນໆ ທີ່ຂຶ້ນກັບລັດຖະບານ, ຊີ້ນໍາວຽກງານຂອງແຂວງ ແລະນະ ຄອນ.
ນາຍົກລັດຖະມົນຕີ ແຕ່ງຕັ້ງ, ຍົກຍ້າຍ ຫຼືປົດຕໍາແໜ່ງລັດຖະມົນຕີຊ່ວຍວ່າການ, ຮອງ ຫົວໜ້າອົງການທຽບເທົ່າກະຊວງ, ຫົວໜ້າທະບວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນ, ເລື່ອນ ຊັ້ນ ຫຼືປົດຊັ້ນພັນເອກຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຕໍາແໜ່ງອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ບັນດາຮອງນາຍົກລັດຖະມົນຕີ ເປັນຜູ້ຊ່ວຍວຽກນາຍົກລັດຖະມົນຕີ ແລະຮັບຜິດຊອບວຽກ ງານໃດໜຶ່ງ ຕາມການມອບໝາຍຂອງນາຍົກລັດຖະມົນຕີ. ເມື່ອນາຍົກລັດຖະມົນຕີຕິດຂັດ ແມ່ນ ຮອງນາຍົກລັດຖະມົນຕີຜູ້ທີ່ໄດ້ຮັບມອບໝາຍ ເປັນຜູ້ວ່າການແທນ.
ມາດຕາ 74(ໃໝ່). ລັດຖະບານ ຫຼືສະມາຊິກລັດຖະບານທ່ານໃດທ່ານໜຶ່ງ ອາດຈະຖືກສະ ພາແຫ່ງຊາດພິຈາລະນາ ແລະລົງມະຕິບໍ່ໄວ້ວາງໃຈ ຖ້າວ່າຄະນະປະຈໍາສະພາແຫ່ງຊາດ ຫຼືມີຢ່າງ ໜ້ອຍ ໜຶ່ງສ່ວນສີ່ຂອງຈໍານວນສະມາຊິກສະພາແຫ່ງຊາດທັງໝົດຫາກສະເໜີບັນ ຫານີ້ຂຶ້ນ.
ໃນໄລຍະເວລາຊາວສີ່ຊົ່ວໂມງ ພາຍຫຼັງທີ່ສະພາແຫ່ງຊາດ ໄດ້ລົງມະຕິບໍ່ໄວ້ວາງໃຈແລ້ວ ປະທານປະເທດມີສິດສະເໜີໃຫ້ສະພາແຫ່ງຊາດພິຈາລະນາຄືນໃໝ່. ການພິຈາລະນາເທື່ອທີສອງຕ້ອງຫ່າງຈາກການພິຈາລະນາເທື່ອທີໜຶ່ງ ສີ່ສິບແປດຊົ່ວໂມງ. ຖ້າວ່າການລົງມະຕິເທື່ອໃໝ່ຫາກບໍ່ໄດ້ຮັບຄວາມໄວ້ວາງໃຈອີກແລ້ ວ ລັດຖະບານ ຫຼືສະມາຊິກລັດຖະບານທ່ານນັ້ນຕ້ອງລາອອກ.
ໝວດທີ VIII ການປົກຄອງທ້ອງຖິ່ນ
ມາດຕາ 75 (ໃໝ່). ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແບ່ງການປົກຄອງທ້ອງຖິ່ນ ອອກເປັນສາມຂັ້ນຄື: ຂັ້ນແຂວງ, ຂັ້ນເມືອງ ແລະຂັ້ນບ້ານ.ຂັ້ນແຂວງ ມີແຂວງ ແລະນະຄອນ.
ຂັ້ນເມືອງ ມີເມືອງ ແລະເທດສະບານ.
ຂັ້ນບ້ານ ມີບ້ານ.
ແຂວງ ມີເຈົ້າແຂວງ, ນະຄອນ ມີເຈົ້າຄອງນະຄອນ, ເມືອງ ມີເຈົ້າເມືອງ, ເທດສະບານ ມີຫົວໜ້າເທດສະບານ, ບ້ານ ມີນາຍບ້ານ.
ເຈົ້າແຂວງ ມີຮອງເຈົ້າແຂວງ, ເຈົ້າຄອງນະຄອນ ມີຮອງເຈົ້າຄອງນະຄອນ, ເຈົ້າເມືອງມີ ຮອງເຈົ້າເມືອງ, ຫົວໜ້າ ເທດສະບານ ມີຮອງຫົວໜ້າເທດສະບານ, ນາຍບ້ານ ມີຮອງນາຍບ້ານ ເປັນຜູ້ຊ່ວຍວຽກ.
ໃນກໍລະນີທີ່ຈໍາເປັນອາດຈະສ້າງຕັ້ງເຂດພິເສດຂຶ້ນ ຕາມການຕົກລົງຂອງສະພາແຫ່ງຊາດ.ເຂດພິເສດມີຖານະ ທຽບເທົ່າກັບແຂວງ.
ມາດຕາ 76(ໃໝ່). ເຈົ້າແຂວງ, ເຈົ້າຄອງນະຄອນ, ເຈົ້າເມືອງມີສິດ ແລະໜ້າທີ່ລວມດັ່ງນີ້:
1. ຮັບປະກັນການປະຕິບັດລັດຖະທໍາມະນູນ ແລະກົດໝາຍ, ຈັດຕັ້ງປະຕິບັດທຸກມະຕິຄໍາສັ່ງ ທີ່ຂັ້ນເທິງວາງອອກຢ່າງ ເຂັ້ມງວດ.
2. ຊີ້ນໍາ ແລະກວດກາການເຄື່ອນໄຫວຂອງທຸກຂະແໜງການ, ທຸກຂັ້ນ ທີ່ຂຶ້ນກັບຂອບເຂດຄວາມຮັບຜິດຊອບຂອງ ຕົນ.
3. ງົດການປະຕິບັດ, ລົບລ້າງ ຫຼືຍົກເລີກຂໍ້ຕົກລົງຂອງທຸກຂະແໜງການ ທີ່ຢູ່ຂັ້ນຂອງຕົນ ຫຼືຂັ້ນລຸ່ມ ທີ່ຂັດກັບລະ ບຽບກົດໝາຍ.
4. ຄຸ້ມຄອງພົນລະເມືອງ, ພິຈາລະນາ ແລະແກ້ໄຂຄໍາຮ້ອງທຸກ ແລະຄໍາສະເໜີຂອງປະຊາຊົນ ຢູ່ໃນຂອບເຂດ ສິດອໍານາດຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
5. ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 77(ໃໝ່). ຫົວໜ້າເທດສະບານມີສິດ ແລະໜ້າທີ່ໃນການວາງແຜນການ, ຈັດຕັ້ງປະຕິບັດ ແລະຄຸ້ມຄອງການ ພັດທະນາຕົວເມືອງ, ບໍລິການສາທາລະນະໃຫ້ທົ່ວເຖິງ, ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດ ແລະສວຍງາມໃນ ຂອບເຂດຕົວເມືອງ ຕາມທີ່ໄດ້ກໍານົດໄວ້ໃນຜັງເມືອງ, ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກໍານົດໄວ້ໃນລະບຽບ ກົດໝາຍ.
ມາດຕາ 78. ນາຍບ້ານມີຄວາມຮັບຜິດຊອບຈັດຕັ້ງປະຕິບັດລະບຽບກົດໝາຍ ແລະມະຕິຄໍາສັ່ງຂອງລັດ, ປົກປັກຮັກ ສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງບ້ານ ແລະພັດທະນາບ້ານໃຫ້ມີຄວາມໜັກແໜ້ນ ໃນທຸກດ້ານ.
ໝວດທີ IX ສານປະຊາຊົນ ແລະອົງການໄອຍະການປະຊາຊົນ
ມາດຕາ 79 (ໃໝ່). ສານປະຊາຊົນແມ່ນອົງການພິພາກສາຂອງລັດ ຊຶ່ງປະກອບດ້ວຍ:ສານປະຊາຊົນສູງສຸດ.
ສານອຸທອນ.
ສານປະຊາຊົນແຂວງ, ນະຄອນ.
ສານປະຊາຊົນເມືອງ.
ສານທະຫານ.
ໃນກໍລະນີທີ່ຈໍາເປັນ ອາດຈະສ້າງຕັ້ງສານສະເພາະ ຕາມຂະແໜງການຂຶ້ນກໍໄດ້ ໂດຍການ ຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ.
ມາດຕາ 80(ໃໝ່). ສານປະຊາຊົນສູງສຸດ ແມ່ນອົງການພິພາກສາສູງສຸດຂອງລັດ.
ສານປະຊາຊົນສູງສຸດ ຄຸ້ມຄອງດ້ານບໍລິຫານຕໍ່ສານປະຊາຊົນທຸກຂັ້ນ, ສານທະຫານ ແລະ ກວດກາຄໍາຕັດສິນຂອງສານດັ່ງກ່າວ.
ມາດຕາ 81(ໃໝ່). ຮອງປະທານສານປະຊາຊົນສູງສຸດ ແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫຼື ປົດຕໍາແໜ່ງ ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ.
ບັນດາຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ, ຮອງປະທານ, ບັນດາຜູ້ພິພາກສາຂອງສານອຸທອນ, ປະທານ, ຮອງປະທານ ແລະບັນດາຜູ້ພິພາກສາຂອງສານປະຊາຊົນແຂວງ, ນະຄອນ, ເມືອງ, ຫົວໜ້າ, ຮອງຫົວໜ້າ ແລະບັນດາຜູ້ພິພາກສາຂອງສານທະຫານ ແມ່ນຄະນະປະຈໍາສະພາແຫ່ງຊາດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫຼືປົດຕໍາແໜ່ງຕາມການສະເໜີຂອງປະທານສານປະຊາຊົນສູງສຸດ.
ມາດຕາ 82. ສານປະຊາຊົນພິຈາລະນາຕັດສິນເປັນໝູ່ຄະນະ. ໃນເວລາພິຈາລະນາຕັດສິນ ຜູ້ພິ ພາກສາຕ້ອງເປັນເອກະລາດ ແລະມີແຕ່ປະຕິບັດຕາມກົດໝາຍເທົ່ານັ້ນ.
ມາດຕາ 83. ການໄຕ່ສວນຄະດີໃນທີ່ປະຊຸມສານ ຕ້ອງດໍາເນີນຢ່າງເປີດເຜີຍ ເວັ້ນເສຍແຕ່ກໍລະນີທີ່ໄດ້ກໍານົດໄວ້ໃນກົດໝາຍ. ຜູ້ຖືກຫາມີສິດຕໍ່ສູ້ຄະດີທີ່ຕົນຖືກກ່າວຟ້ອງ, ທະນາຍຄວາມມີສິດຊ່ວຍເຫຼືອທາງດ້ານກົດໝາຍແກ່ຜູ້ຖືກກ່າວຟ້ອງ.
ມາດຕາ 84. ຜູ້ຕາງໜ້າບັນດາອົງການຈັດຕັ້ງສັງຄົມ ມີສິດເຂົ້າຮ່ວມໃນການດໍາເນີນຄະດີຢູ່ສານ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ມາດຕາ 85(ໃໝ່). ຄໍາຕັດສິນຂອງສານປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ທຸກອົງການຈັດ ຕັ້ງພັກ, ອົງການຈັດຕັ້ງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະພົນລະເມືອງທຸກຄົນ ຕ້ອງເຄົາລົບ, ບຸກຄົນ ແລະອົງການຈັດຕັ້ງທີ່ມີສ່ວນກ່ຽວຂ້ອງ ຕ້ອງປະຕິ ບັດຢ່າງເຂັ້ມງວດ.
ມາດຕາ 86(ໃໝ່). ອົງການໄອຍະການປະຊາຊົນ ແມ່ນອົງການຕິດຕາມກວດກາການປະຕິບັດກົດ ໝາຍ ຊຶ່ງປະກອບດ້ວຍ:
ອົງການໄອຍະການປະຊາຊົນສູງສຸດ.
ອົງການໄອຍະການປະຊາຊົນຂັ້ນອຸທອນ.
ອົງການໄອຍະການປະຊາຊົນແຂວງ, ນະຄອນ.
ອົງການໄອຍະການປະຊາຊົນເມືອງ.
ອົງການໄອຍະການທະຫານ.
ອົງການໄອຍະການປະຊາຊົນມີສິດ ແລະໜ້າທີ່ດັ່ງນີ້:
ຕິດຕາມກວດກາການເຄົາລົບລະບຽບກົດໝາຍຢ່າງຖືກຕ້ອງ ແລະເປັນເອກະພາບຢູ່ໃນ ທຸກກະຊວງ, ອົງການທຽບເທົ່າກະຊວງ, ອົງການທີ່ຂຶ້ນກັບລັດຖະບານ, ແນວລາວສ້າງ ຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງທ້ອງຖິ່ນ, ວິສາ ຫະກິດ, ລັດຖະກອນ ແລະພົນລະເມືອງ.ປະຕິບັດສິດກ່າວຟ້ອງ.
ມາດຕາ 87(ໃໝ່). ໄອຍະການປະຊາຊົນສູງສຸດ ຊີ້ນໍາການເຄື່ອນໄຫວຂອງອົງການໄອຍະການປະ ຊາຊົນທຸກຂັ້ນ.
ຮອງໄອຍະການປະຊາຊົນສູງສຸດແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫຼື ປົດຕໍາແໜ່ງຕາມການສະເໜີຂອງໄອຍະການປະຊາຊົນສູງສຸດ.
ໄອຍະການປະຊາຊົນ ແລະຮອງໄອຍະການປະຊາຊົນຂັ້ນອຸທອນ, ແຂວງ, ນະຄອນ, ເມືອງ, ໄອຍະການທະຫານ ແມ່ນໄອຍະການປະຊາຊົນສູງສຸດ ເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫຼືປົດຕໍາແໜ່ງ.
ມາດຕາ 88(ໃໝ່). ໃນເວລາປະຕິບັດໜ້າທີ່ຂອງຕົນນັ້ນ ໄອຍະການປະຊາຊົນມີແຕ່ປະຕິບັດຕາມ ກົດໝາຍ ແລະຄໍາສັ່ງຂອງໄອຍະການປະຊາຊົນສູງສຸດເທົ່ານັ້ນ.
ໝວດທີ X ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພັງຊາດ, ວັນຊາດ, ສະກຸນເງິນ ແລະນະຄອນຫລວງ
ມາດຕາ 89. ພາສາ ແລະອັກສອນລາວເປັນພາສາ ແລະອັກສອນທີ່ໃຊ້ເປັນທາງການ.ມາດຕາ 90. ເຄື່ອງໝາຍຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຮູບວົງມົນ ດ້ານລຸ່ມມີຮູບເຄິ່ງກົງຈັກເປັນແຂ້ວ ແລະໂບສີແດງຂຽນອັກສອນ " ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ", ສອງຂ້າງອ້ອມດ້ວຍຮວງເຂົ້າສຸກເປັນຮູບເຟື້ອງພະຈັນ ແລະໂບສີແດງຂຽນອັກສອນ " ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ ", ລະຫວ່າງກາງ ຂອງສອງປາຍຮວງເຂົ້າມີຮູບທາດຫຼວງ, ຢູ່ກາງຮູບວົງມົນມີຫົນທາງ, ທົ່ງນາ, ປ່າໄມ້ ແລະເຂື່ອນໄຟຟ້ານໍ້າຕົກ.
ມາດຕາ 91. ທຸງຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນທຸງພື້ນສີຄາມ, ແຂບສີແດງ ແລະວົງເດືອນສີຂາວຢູ່ເຄິ່ງກາງຂອງທຸງຊາດ. ລວງກວ້າງຂອງທຸງເທົ່າກັບສອງສ່ວນ ສາມຂອງລວງຍາວ, ລວງກວ້າງຂອງແຂບສີແດງແຕ່ລະເບື້ອງເທົ່າກັບເຄິ່ງໜຶ່ງຂອງລວງ ກວ້າງແຂບສີຄາມ ແລະວົງເດືອນສີຂາວ ກວ້າງເທົ່າກັບສີ່ສ່ວນຫ້າຂອງລວງກວ້າງແຂບສີຄາມ.
ມາດຕາ 92. ເພງຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນເພງທີ່ມີຊື່ວ່າ " ຊາດລາວ ".
ມາດຕາ 93(ໃໝ່). ວັນຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນວັນສະ ຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄື: ວັນທີ 2 ເດືອນ ທັນວາ ປີ 1975.
ມາດຕາ 94(ໃໝ່). ສະກຸນເງິນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນເງິນກີບ.
ມາດຕາ 95. ນະຄອນຫຼວງຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນນະ ຄອນຫຼວງວຽງຈັນ.
ໝວດທີ XI ບົດບັນຍັດສຸດທ້າຍ
ມາດຕາ 96(ໃໝ່). ລັດຖະທໍາມະນູນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນກົດໝາຍພື້ນຖານຂອງຊາດ. ທຸກກົດໝາຍຕ້ອງໃຫ້ສອດຄ່ອງກັບລັດຖະທໍາມະນູນ.ມາດຕາ 97. ມີແຕ່ກອງປະຊຸມສະພາແຫ່ງຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເທົ່ານັ້ນຈຶ່ງມີສິດປ່ຽນແປງລັດຖະທໍາມະນູນ. ໃນການປ່ຽນແປງລັດຖະທໍາມະນູນຕ້ອງມີສະມາຊິກສະພາແຫ່ງ ຊາດ ຢ່າງໜ້ອຍສອງສ່ວນສາມຂອງຈໍານວນສະມາຊິກທັງໝົດ ເປັນຜູ້ລົງຄະແນນສຽງເຫັນດີ.
ມາດຕາ 98(ໃໝ່). ລັດຖະທໍາມະນູນສະບັບນີ້ ມີຜົນສັກສິດນັບແຕ່ວັນປະທານປະເທດແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດໍາລັດປະກາດໃຊ້ເປັນຕົ້ນໄປ.
ຂໍຝາກ ເວັບ ຂອງຄົນຮັກກະເສດ http://hukased.blogspot.com/ ເຊິ່ງລວມເລື່ອງກະສິກຳຂອງລາວ ວິທີການປູກ ຂະຫຍາຍພັນ ປະສົມພັນ ແລະ ອື່ນ ທີ່ມີຢ່າງຫລວງຫລາຍ ເຫມາະແກ່ນັກທຸລະກິດທີ່ຈະລົງທຶນໃນຂະແຫນງການນີ້ ສາມາດປຶກສາໄດ້ ແລະ ເປັນຄວາມຮູພື້ນຖານໃຫ້ນັກຮຽນນັກສຶກສາທີ່ກຳລັງສຶກສາ ແລະ ຕ້ອງການສຶກສາຫາຂໍ້ມູນ ເພື່ອນຳໄປຂຽນບົດ ຫລື ນຳໄປນຳໃຊກໍ່ດີ ເຊີນທ່ານເຂົ້າໄປຢ້ຽມຢາມໄດ້ ຫວັງວ່າທ່ານຄົງບໍ່ຜິດຫວັງ http://hukased.blogspot.com/
ReplyDeletethanks for comment
ReplyDelete