ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Tuesday, August 12, 2014

Tagged Under:

ວິທີຮັກສາແບັດເຕີຣີ ສຳລັບອຸປະກອນພົກພາ

By: laboursalavane Province On: 2:28 PM
  • Share The Gag

  • battery 150ລົບລ້າງຄວາມເຊື່ອຜິດໆກ່ຽວກັບແບັດເຕີຣີ
    ດຽວນີ້ໄປໃສມາໃສກໍເຫັນຫລາຍໆຄົນໃຊ້ໂນດບຸກ ໂທລະສັບມືຖື ຫລືວ່າອຸປະກອນທີ່ກຳລັງເລີ່ມນິຍົມກັນຢ່າງ
    Tablet ແຕ່ວ່າສາລະພັດອຸປະກອນທີ່ເຫມາະແກ່ການພົກພາໄປໃຊ້ນອກສະຖານທີ່ເຫລົ່ານັ້ນ ມີສິ່ງນຶ່ງທີ່ຈຳ
    ເປັນແລະຂາດບໍ່ໄດ້ຄື ແບັດເຕີຣີ ແລະແບັດເຕີຣີນີ້ເອງທີ່ເປັນບັນຫາກວນໃຈແກ່ຜູ່ໃຊ້ຫລາຍຄົນ ເຊັ່ນວ່າ
    ແບັດຫມົດໄວແທ້ ແບັດເຊື່ອມໄວໃຊ້ບໍ່ຮອດປີກໍເຊື່ອມແລ້ວ ຊື້ໃຫມ່ກໍແພງແສນແພງ. ເຊິ່ງບັນຫາຂອງແບັດ
    ເຕີຣີນັ້ນ ຜູ່ໃຊ້ທຸກຄົນຕ້ອງພໍ້ຢ່າງຫລີກລ່ຽງບໍ່ໄດ້ ແລະຮ້າຍແຮງໄປກວ່ານັ້ນ ຍັງມີຄວາມເຊື່ອຜິດໆຫລາຍຢ່າງ
    ກ່ຽວກັບການໃຊ້ແບັດເຕີຣີ ເຊິ່ງຄວາມເຊື່ອເຫລົ່ານັ້ນອາດເຮັດໃຫ້ທ່ານເສຍແບັດສຸດທີ່ຮັກໄປກ່ອນໄວອັນຄວນ.
    + ມາເລີ່ມຮູ້ຈັກກ່ຽວກັບແບັດເຕີຣີ
    ແບັດທີ່ເຮົາໃຊ້ກັນທຸກມື້ນີ້ເອີ້ນວ່າ ແບັດແບບ Lithium ເຊິ່ງທີ່ພົບເຫັນຫລາຍມີຢູ່ 2 ແບບຄື:
    - Lithium-ion ຫລືຫຍໍ້ໆວ່າ Li-ion ເປັນແບັດທີ່ພົບເຫັນຫລາຍ ໃນອຸປະກອນເອເລັກໂຕຣນິກ ເຊັ່ນໂນ໋ດບຸກ, ມືຖື…
    - Lithium-ion polymer ຫລືຫຍໍ້ໆວ່າ Li-Poly ເປັນແບບທີ່ພັດທະນາມາຈາກ Li-on ເຊິ່ງມີຄວາມຈຸໄຟຟ້າຫລາຍກວ່າແບບເກົ່າ 20% ໃນຂະນະທີ່ຂະຫນາດທໍ່ເກົ່າ ເຊິ່ງມີຈຸດເດັ່ນບ່ອນວ່າສາມາດເຮັດເປັນຮູບຮ່າງໄດ້ຫລາກຫລາຍແບບ ເຮັດໃຫ້ບາງໄດ້ ຫລືເປັນຮູບຊົງຕ່າງໆ
    ໄດ້ຕາມໃຈ.
    + Cycle ແມ່ນຫຍັງ? ນັບແນວໃດ?
    ປົກກະຕິແລ້ວແບັດເຕີມີອາຍຸການໃຊ້ງານຂອງມັນ ເຊິ່ງເມື່ອໃຊ້ຄົບຕາມອາຍຸ ມັນກໍຈະເສື່ອມໄປຕາມມາດຕະຖານເອງ ບໍ່ສາມາດຫ້າມບໍ່ໃຫ້ມັນເສື່ອມ
    ໄດ້ ແຕ່ເຮົາຈະໃຊ້ແນວໃດໃຫ້ມັນຢູ່ໄດ້ເຕັມອາຍຸການໃຊ້ງານ ເຊິ່ງວິທີກວດວ່າແບັດເຕີຣີເຮົາໃຊ້ໄປແລ້ວຈັກເປີເຊັນຂອງອາຍຸມັນສາມາດນັບຈາກ
    ຮອບການສາກໄດ້ ຫລືເອີ້ນວ່າ Cycle.
    ຈຳນວນ Cycle ແມ່ນໂຕເລກທີ່ບອກອາຍຸການນຳໃຊ້ Battery ວ່າແບັດເຮົານັ້ນຈະເລີ່ມເສື່ອມຕອນໃດ ການນັບ Cycle ຈະຂຶ້ນກັບຈຳນວນຮອບທີ່
    ເຮົາສາກ ແຕ່ບໍ່ແມ່ນວ່າທຸກຄັ້ງທີ່ສາກຈະເປັນ 1Cycle ຢ່າເຂົ້າໃຈຜິດແບບນັ້ນ ເພາະການນັບ Cycle ທີ່ແທ້ຈິງແມ່ນຈະໄດ້ 1 ຮອບ ເທົ່າກັບການ
    ສາກໄຟຈາກ 0% ໄປຈົນເຕັມ 100% ເຊັ່ນວ່າ: ແບັດຍັງເຫລືອ 40% ແລ້ວສາກໃຫ້ເຕັມ 100% ກໍຈະເປັນ 0,6 Cycle ຖ້າໃຊ້ໄປອີກຈົນແບັດ
    ຫລຸດລົງມາເຫລືອ 60% ແລ້ວສາກໃຫ້ເຕັມ ກໍຈະເປັນ 0,6+0,4 = 1 Cycle ຫວັງວ່າຈະບໍ່ງົງສຳລັບການນັບ Cycle ສະນັ້ນກໍຕ້ອງເບິ່ງວ່າ ແບັດ
    ທີ່ເຮົາໃຊ້ຢູ່ມີຈຳນວນ Cycle ຈັກຮອບ ເຊິ່ງຈະບົ່ງບອກວ່າເຮົາໃຊ້ມັນຈົນໃກ້ຈະຫມົດອາຍຸການໃຊ້ງານຫລືຍັງ
    ຕົວຢ່າງ: MacBook Pro ຂອງຂ້າພະເຈົ້າ ໃຊ້ມາໄດ້ປະມານເກືອບເດືອນນຶ່ງ ສາກໄປແລ້ວ 13Cycle ເຊິ່ງໃນສະເປັກລະບຸວ່າແບັດໂຕນີ້ມີຮອບ
    1000 ຮອບ ສະເລ່ຍການໃຊ້ຂອງເຮົາປະມານ 15cycle ຕໍ່ເດືອນ ເອົາ 1000/15 = 66/12=5.5 ຫລືຫມາຍຄວາມວ່າ ຕົກຢູ່ປະມານ 5 ປິ ເຄິ່ງ
    ແບັດຈຶ່ງຫມົດອາຍຸການໃຊ້ງານ ອັນນີ້ໄລ່ແບບລວກໆເນາະ ເພາະການໃຊ້ງານໂຕຈິງບໍ່ຮອດແນ່ນອນ ເນື່ອງຈາກມີຫລາຍປັດໄຈກວ່ານີ້ທີ່ຈະເຮັດ
    ໃຫ້ແບັດເສື່ອມ ຕິດຕາມໃນຂໍ້ຕໍ່ໄປ.
    F31_Batt
    + ສາເຫດທີ່ເຮັດໃຫ້ແບັດເຕີຣີເສື່ອມ
    1. ເມື່ອໃຊ້ວຽກຈົນຄົບຈຳນວນ Cycle ແບັດກໍຈະເລີ່ມເສື່ອມເອງຕາມປົກກະຕິ (ບໍ່ມີຫຍັງຢູ່ຍົງຄົງກະພັນແມ່ນແຕ່ມະນຸດກະຍັງຕາຍ)
    2. ເມື່ອຮອດເວລາແບັດເສື່ອມມັນກໍຈະເສື່ອມເຊິ່ງເວລານັ້ນເລີ່ມນັບຕັ້ງແຕ່ມື້ທີ່ຜະລິດ ບໍ່ແມ່ນມື້ເລີ່ມນຳໃຊ້ ສະນັ້ນໃຜທີ່ຄຶດວ່າຊື້ແບັດມາສຳຮອງ
    ໄວ້ດົນໆເວລາກ້ອນນຶ່ງເພກໍໃຊ້ກ້ອນທີ່ຊື້ໄວ້ນັ້ນແທນແມ່ນຄຶດຜິດ ເພາະເມື່ອຊື້ມາປະໄວ້ແບັດເຕີຣີກໍຈະເສື່ອມໄປຕາມເວລາທີ່ເຮົາຊື້ມານັ້ນ ຄວນຊື້
    ແລ້ວໃຊ້ເລີຍດີກວ່າ.
    3. ການສາກໄຟຂອງຫົວສາກໄຟ  ຫມາຍຄວາມວ່າຖ້າເຮົາສາກໄຟດ້ວຍກະແສໄຟສູງໆ ໃນເວລາສັ້ນ ຫລືໃຊ້ໄຟຈາກແບັດໃນປະລິມານສູງ
    (ໃຊ້ວຽກປະມວນຜົນຫນັກໆຕໍ່ເນື່ອງກັນ) ໃນເວລາສັ້ນໆ ຈະເຮັດໃຫ້ແບັດແບບLithium ເສື່ອມໄວຂຶ້ນ. ນີ້ເປັນສາເຫດທີ່ອຸປະກອນແຕ່ລະໂຕບໍ່
    ທາງບໍລິສັດເຂົາຈະເຮັດຫົວສາກໄຟ ທີ່ຂະຫນາດການຈ່າຍແຮງໄຟແຕກຕ່າງກັນ ຮຸ່ນທີ່ແບັດເຕີຣີບັນຈຸຂະຫນາດໄຟໄດ້ຫນ້ອຍກໍຈະໄດ້ຫົວສາກທີ່
    ຈ່າຍໄຟໄດ້ຫນ້ອຍ ຮຸ່ນທີ່ແບັດເຕີຣີບັນຈຸໄຟຫລາຍກໍໄດ້ຫົວສາກທີ່ຈ່າຍໄຟແຮງກວ່າ ສະນັ້ນເຖິງວ່າຫົວສາກຈະໃຊ້ນຳກັນໄດ້ ແຕ່ບໍ່ຄວນຢືມຫມູ່ໃຊ້
    ຕົວຢ່າງ ທ່ານມີໂທລະສັບມືຖືຮຸ່ນຈໍຂາວດຳ ກິນໄຟຫນ້ອຍໆ ແຕ່ໄປຢືມຫົວສາກໄຟນຳຫມູ່ທີ່ມືຖືຈໍສີໃຫຍ່ແລະເປັນຈໍສຳຜັດເຊິ່ງກິນໄຟຫລາຍ ເມື່ອໃຊ້ສາຍສາກທີ່ຈ່າຍໄຟແຮງ ຈະສັງເກດວ່າສາກເຕັມໄວ ເຮັດໃຫ້ບາງຄົນຕິດໃຈ ຢືມຫມູ່ໃຊ້ເລື້ອຍໆ ແຕ່ຍິ່ງເຮັດແບບນັ້ນຫລາຍຄັ້ງທໍ່ໃດ
    ແບັດເຕີຣີກໍຈະເສື່ອມໄວທໍ່ນັ້ນ ທາງທີ່ດີທີ່ສຸດຖ້າບໍ່ຈຳເປັນບໍ່ຄວນໃຊ້ວິທີນີ້.
    4. ອຸນຫະພູມຂອງແບັດ ຖ້າແບັດຢູ່ໃນສະພາບແວດລ້ອມທີ່ມີຄວາມຮ້ອນສູງ ມັນກໍຈະເສື່ອມໄວ ດັ່ງນັ້ນບໍ່ຄວນປະຄອມຫລືແບັດໄວ້ໃນລົດທີ່ຈອດ
    ຕາກແດດ ອັນຕະລາຍເດີ້ອັນນີ້
    how-to-save-iphone-battery
    ໄດ້ຮູ້ຈັກກັບແບັດເຕີຣີ ແລະສາເຫດທີ່ພາໃຫ້ແບັດເສື່ອມໄປແລ້ວ ບາດນີ້ຂ້າພະເຈົ້າໄດ້ຮວບຮວມ ຄວາມເຂົ້າໃຈຜິດໆ ທີ່ມັກພົບພໍ້ເລື້ອຍໆໃນປະເທດ
    ລາວພວກເຮົາຄວາມເຂົ້າໃຈຜິດອັນທີ 1: ຊື້ໂທລະສັບຫລືໂນ໋ດບຸກມາໃຫມ່ຄວນສາກປະໄວ້ປະມານ 8 ຊົ່ວໂມງຈັ່ງໃຊ້
    ອັນນີ້ໄດ້ຍິນມາເລື້ອຍໆ ຮ້າຍແຮງໄປກວ່ານັ້ນ ຄົນຂາຍຫລືເຈົ້າຂອງຮ້ານເອງທີ່ເປັນຄົນແນະນຳລູກຄ້າ ຄວາມເຊື່ອແບບນີ້ມັນກໍຖືກຖ້າເປັນແບັດ
    ເຕີຣີສະໄຫມກ່ອນ ແຕ່ໃນປັດຈຸບັນແບັດທີ່ເປັນແບບ Lithium ນັ້ນບໍ່ຈຳເປັນຕ້ອງສາກກາຍໂມງກາຍເວລາໄປໃສດອກ ສາກໃຫ້ມັນເຕັມກໍພໍ ແລະທີ່ສຳຄັນບໍ່ຈຳເປັນຕ້ອງປະໃຫ້ແບັດຫມົດແລ້ວຄ່ອຍສາກ ເຮົາສາມາດສາກໄດ້ທຸກຄັ້ງທີ່ຢາກສາກ ບໍ່ວ່າແບັດສິເຫລືອ 90% 80% 50% 40%
    ກໍສາກໄດ້ໂລດ ກົງກັນຂ້າມຖ້າປ່ອຍໃຫ້ແບັດຫມົດຈົນເຫລືອ 0% ຈະເຮັດໃຫ້ແບັດເສື່ອມໄວກວ່າເກົ່າ ດັ່ງນັ້ນຖ້າໃຜບອກວ່າໃຫ້ສາກປະໄວ້ 8ຊົ່ວໂມງ
    ກໍຢ່າເຮັດຕາມເຂົາບອກ.
    ຄວາມເຂົ້າໃຈຜິດອັນທີ 2: ເວລາໃຊ້ Notebook ຖ້າສຽບປັກໃຊ້ຄວນປົດແບັດເຕີຣີອອກດີບໍ່
    ອັນນີ້ຕອບຍາກວ່າດີຫລືບໍ່ດີ ເອົາເປັນວ່າເຮົາເບິ່ງຂໍ້ດີແລະບໍ່ດີຂອງທັງສອງກໍລະນີກັນກ່ອນ ແລ້ວໃຫ້ທ່ານພິຈາລະນາວ່າອັນໃດດີແລະບໍ່ດີ
    ສຳລັບທ່ານ
    1. ສຽບໄຟໃຊ້ວຽກ ແຕ່ບໍ່ປົດແບັດ
    ຂໍ້ດີ:
    - ຫາກລະບົບໄຟຟ້າມີບັນຫາ ກໍບໍ່ມີຜົນຕໍ່ການເຮັດວຽກ ເນື່ອງຈາກມີແບັດຈ່າຍໄຟຢູ່ ຄືກັບເຮົາໃຊ້ PC ທີ່ມີ UPS ນັ້ນລະ
    - ຂົ້ວແບັດເຕີຣີ ຈະບໍ່ເກີດບັນຫາ ຂີ້ຝຸ່ນໄປຈັບ ຫລືມີຄວາມຊຸ່ມຢູ່ບໍລິເວນດັ່ງກ່າວ ເຮັດໃຫ້ປອດໄພຕໍ່ໂຕແບັດເອງ
    - ມີຄວາມສະດວກສະບາຍໃນການນຳໃຊ້ ບໍ່ຕ້ອງປົດເຂົ້າປົດອອກ
    ບໍ່ດີ:
    - ແບັດອາດໄດ້ຮັບຄວາມຮ້ອນຈາກໂຕເຄື່ອງຄອມພິວເຕີ ເຮັດໃຫ້ແບັດເສື່ອມໄວກວ່າປົກກະຕິເລັກນ້ອຍ
    2. ສຽບໄຟໃຊ້ວຽກ ແຕ່ປົດແບັດ
    ຂໍ້ດີ:
    - ແບັດຈະປອດໄພຈາກຄວາມຮ້ອນຂອງຄອມພິວເຕີ
    ບໍ່ດີ:
    - ຂົ້ວແບັດອາດເກີດມີຂີ້ຝຸ່ນໄປຈັບ ແລະເຮັດໃຫ້ຄວາມຊຸ່ມ ເຊິ່ງອາດສົ່ງຜົນເວລາເອົາແບັດໄປສຽບເຂົ້າເຄື່ອງແລ້ວໄຟບໍ່ເຂົ້າ (ຕາມປະສົບການໂຕຈິງ ເຄີຍພົບມາຄືຄອມພິວເຕີຂອງໂຄງການເພິ່ນໃຫ້ຖອດແບັດໂນດບຸກປະໄວ້ ສຸດທ້າຍເມື່ອຢາກເອົາມາໃຊ້ ປາກົດວ່າແບັດເຫລົ່ານັ້ນໃຊ້ບໍ່ໄດ້ເລີຍ)
    - ຫາກໄຟຟ້າມີບັນຫາວຽກທີ່ເຮັດຢູ່ Save ບໍ່ທັນແນ່ນອນ. XD
    ວິທີໃດດີຫລືບໍ່ດີ ກໍໃຫ້ທ່ານຜູ່ອ່ານເລືອກເອົາເອງວ່າຄວນໃຊ້ແນວໃດ ຕາມປະສົບການໂຕຈິງຂອງຂ້າພະເຈົ້າ ແບັດເຕີຣີຈະເສື່ອມໄວເສື່ອມຊ້າ ແມ່ນຂຶ້ນກັບລັກສະນະການສາກໄຟຂອງຜູ່ໃຊ້ເອງ ຂ້າພະເຈົ້າແນະນຳວ່າ ບໍ່ຄວນສຽບໄຟໄວ້ແລ້ວນັ່ງຫລິ້ນໂນດບຸກຫມົດມື້ ຄວນສາກໃຫ້ເຕັມ
    ເຕັມແລ້ວກໍປົດໄຟ ເມື່ອໃຊ້ໄປຈົນແບັດເຫລືອປະມານ 30-40% ຈຶ່ງສາກໃຫມ່ ເຕັມແລ້ວກໍປົດຄືເກົ່າ ຖ້າເຮັດແບບນີ້ຮັບຮອງວ່າແບັດເຕີຣີ
    ທ່ານຈະຢູ່ນຳທ່ານດົນກວ່າເກົ່າ.

    ເຕັກນິກພິເສດອັດທ້າຍ: ການ Calibrate Battery

    ປົກກະຕິແລ້ວພາຍໃນແບັດຈະມີວົງຈອນທີ່ຈະກວດສອບສະຖານະການເຮັດວຽກຂອງແບັດວ່າຍັງເຫລືອທໍ່ໃດ ໃຊ້ໄປແລ້ວດົນປານໃດ ສາກໄດ້ຈັກ
    Cycle ແລ້ວ ເຊິ່ງເມື່ອເຮົາໃຊ້ໄປດົນໆ ການກວດສອບສະຖານະຕ່າງໆຫລືການເກັບຄ່າຕ່າງໆຈະບໍ່ເປັນປົກກະຕິ ບາງຄົນເມື່ອໃຊ້ໄປດົນໆອາດພົບ
    ບັນຫາສາກເທົ່າໃດກໍບໍ່ເຕັມ 100% ຫລືໃຊ້ໄດ້ບໍ່ຫລາຍຊົ່ວໂມງຄືຕອນຊື້ມາໃຫມ່ໆ ເຊິ່ງອາດເປັນຍ້ອນການເກັບຄ່າຂອງວົງຈອນກວດສອບນີ້ ບໍ່ປົກ
    ກະຕິສະນັ້ນເຮົາກໍມາ Calibrate ມັນ ຫລືປຽບທຽບງ່າຍໆວ່າເຮົາ Reset ແບັດເພື່ອໃຫ້ການກວດສອບເປັນໄປຢ່າງປົກກະຕິນັ້ນເອງ
    ວິທີ Calibrate ແບັດເຕີຣີ (ຂໍຍົກຕົວຢ່າງສຳລັບ Notebook ສ່ວນອຸປະກອນອື່ນໆກໍສາມາດປະຕິບັດໄດ້ຄ້າຍຄືກັນ)
    1. ສຽບປັກໄຟ ສາກໄຟໃຫ້ເຕັມ 100%
    2. ຫລັງຈາກເຕັມແລ້ວບໍ່ຟ້າວປົດປັກໄຟອອກ ໃຫ້ສຽບຕໍ່ໄປອີກປະມານ 1-2 ຊົ່ວໂມງ (ໃນລະຫວ່າງນີ້ເຮົາສາມາດໃຊ້ວຽກໄປນຳກໍໄດ້)
    3. ປົດສາຍສາກອອກ ແລ້ວໃຊ້ວຽກໂດຍໃຊ້ໄຟຈາກແບັດໃຊ້ຈົນຫມົດ ມັນຈະມີຫນ້າເຕືອນວ່າແບັດອ່ອນ ບໍ່ຕ້ອງສົນໃຈ ໃຊ້ຕໍ່ໄປຈົນມັນຄອມດັບ
    ເລີຍ (ແຕ່ຢ່າລືມ Save ວຽກແນ່ເດີ້)
    4. ປ່ອຍໃຫ້ຄອມດັບຕໍ່ໄປອີກ ປະມານ 5 ຊົ່ວໂມງຂຶ້ນໄປ (ສາມາດນອນຖ້າໄດ້)
    5. ສຽບສາຍສາກ ແລ້ວສາກຈົນເຕັມ ກໍເປັນອັນສຳເລັດການ Calibrate Battery ແລ້ວ
    ຫມາຍເຫດ: ຄວນເຮັດ Calibrate Battery ປະມານ 2 ເດືອນຕໍ່ຄັ້ງ ບໍ່ຄວນເຮັດຖີ່ໆກັນເພາະຈະເຮັດໃຫ້ແບັດເສື່ອມໄວ ດັ່ງທີ່ຂຽນໄວ້ທາງເທິ່ງວ່າບໍ່
    ຄວນປ່ອຍໃຫ້ແບັດຫມົດແລ້ວຄ່ອຍສາກເລື້ອຍໆ.
    ທີ່ມາ:ລາວໄອທີ

    0 ความคิดเห็น :

    Post a Comment

    ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ

    Share ເວັບໄຊອອກເຟສບຸກ