ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

ວຽກງານສະຫວັດດີການສັງຄົມ

By: laboursalavane Province On: 2:20 PM
ຄົ້ນຄ້ວາຮ່າງ​ລະບຽບ​ການ​ຕ່າງໆ ກ່ຽວ​ກັບ​ການ​ຄຸ້​ມຄອງ ​ແລະ ປະຕິບັດ​ນະ​ໂຍບາຍ​ບັນ​ເທົາທຸກ ​ແລະ ຊ່ວຍ​ເຫລືອ​ເດັກ​ກຳພ້າ-ກຳພອຍ, ຜູ້​ອາຍຸ​ສູງ ​ທີ່​ປ່ຽວພອຍ ຂາດ​ທີ່​ເພິ່ງ​ພາ​ອາ​ໃສ, ຄົນ​ເປັນ​ບ້າ ​ເສຍ​ຈິດ ທີ່​ບໍ່​ມີ​ຜູ້​ລ້ຽງ​ດູ​ເບິ່ງ​ແຍງ, ຄົ້ນຄ້ວາ, ອອກ​ຂໍ້​ຕົກລົງ, ລະບຽບການ​ຕ່າງໆໃນການຈັດຕັ້ງ ປະຕິບັດ​ ນະ​ໂຍບາຍການ​ສົງ​ເຄາະ ​ເພື່ອ​ຊ່ວຍ​ບັນ​ເທົາ​ທຸກ​ໃຫ້​ແກ່​ປະຊາຊົນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ ​ແລະ ​ໄພ​ສັງຄົມ​ອື່ນໆ.  ຄຸ້ມຄອງ, ວາງ​ແຜນ ແລະ ຊີ້ນຳ ການຈັດຕັ້ງປະຕິບັດ​ວຽກ​ງານ​ໄພພິບັດ​ຕ່າງໆ ໃນ​ທົ່ວປະ​ເທດຕາມຂອບ​ເຂດ​ສິດ​ຄວາມ​ຮັບຜິດຊອບ ຂອງ​ກະຊວງຮສສ.ຄົ້ນຄ້ວາ​ຮ່າງ​ກົດຫມາຍ ​ແລະ ລະບຽບ​ການ​ຕ່າງໆ ກ່ຽວ​ກັບ​ວຽກ​ງານ​ປະກັນ​ສັງຄົມ,  ຈັດຕັ້ງຊີ້ນຳ, ຄຸ້ມຄອງ​ການ​ປະຕິບັດ​ລະບອບ​ປະກັນ​ສັງຄົມ ​ໃຫ້​ຖືກຕ້ອງ​ກັບ​ນະ​ໂຍບາຍ​ຂອງ​ພັກ ​ແລະ​ລັດຖະບານ​ວາງ​ອອກ.

ຄົ້ນຄວ້າ​ຮ່າງ​ນະ​ໂຍບາຍ ​ແລະ​ຈັດຕັ້ງປະຕິບັດ​ບັນດາ​ມະຕິ, ຄຳ​ສັ່ງ, ກົດຫມາຍ ​ແລະ  ​ລະບຽບການ​ຕ່າງໆ​ຂອງ​ພັກ, ລັດຖະບານ​ວາງ​ອອກ ​ແລະ ທິດ​ທາງ​ແຜນການ ຂອງ​ກະຊວງຮສສ ​ໃນ​ແຕ່ລະ​ໄລຍະ ກ່ຽວ​ກັບ​ການ​ຄຸ້ມຄອງ​ພະນັກງານ​ບຳນານ, ນັກຮົບ​ເສຍ​ອົງຄະ, ວິລະ​ຊົນ​ແຫ່ງ​ຊາດ, ນັກຮົບ​ ແຂ່ງຂັນ, ຜູ້​ເສຍສະຫລະ​ຊີວິດ ຄອບຄົວ​ຜູ້​ເສຍສະຫລະ​ຊີວິດ​ເພື່ອ​ຊາດ ທີ່ຂາດຜູ້​ດູ​ແລ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ຊາດ, ຕໍ່​ການ​ປະຕິວັດ, ຜູ້​ອາຍຸ​ສູງ, ເດັກກຳພ້າ-ກຳພອຍ,ຜູ້​ດ້ອຍ​ໂອກາດ, ​ເດັກ​ພິການ, ຕໍ່​ຜູ້​ເສຍ​ອົງຄະຢູ່ບັນດາ​ສູນ​ເສຍ​ອົງຄະ, ຜູ້​ປ່ຽວພອຍ ອານາ​ຖາ ​ແລະ ຊີ້ນຳ​ການຈັດຕັ້ງປະ ຕິບັດ​ນະ​ໂຍບາຍ​ດັ່ງກ່າວ​ໃຫ້ສອດ​ຄ່ອງກັບສະພາບ​ການ​ຕົວ​ຈິງ ​ໃນ​ແຕ່ລະ​ໄລຍະ.

0 ความคิดเห็น :

Post a Comment

ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ

Share ເວັບໄຊອອກເຟສບຸກ