ທີ່ຫ້ອງປະຊຸມໃຫຍ່ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ,ຄັ້ງວັນທີ 18 ສິງຫາ 2014. ໄດ້ຈັດກອງປະຊຸມຝຶກອົມຮົມ ວຽກງານ ກຳນົດຕຳແໜ່ງງານ ໂດຍການເປັນຄະນະປະທານ ຂອງ ທ່ານ ສຸດດາໄລ ອິນ ດາວົງ ຮອງພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ແລະ ທ່ານ ນາງ ຄຳພາບ ຮອງກົມ ຈັດຕັ້ງ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ມີຫົວໜ້າຫ້ອງການ ,ຫົວໜ້າຂະແໜງ,ຮອງຂະແໜງ ທີ່ສັງກັດໃນພະແນກ ແລະ ມີ ຫົວໜ້າ ຫ້ອງການ ມາຈາກ ຮສສ ເມືອງ ໃນ 8 ຕົວເມືອງ ຕະຫລອດຮອດ ພະນັກງານ ວິຊາການ ຈາກພະແນກ ຮສສ ແຂວງ ແລະ ວິຊາການ ຈາກ ຮສສ ຂັ້ນ ເມືອງ ເຂົ້າຮ່ວມ ຢ່າງ ພ້ອມພຽງ ລວມທັງໝົດ 30 ທ່ານ ,ຍິງ 6 ທ່ານ . ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ເຊິ່ງແມ່ນ ກົມຈັດຕັ້ງ ຂອງກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ່ລົງມາ ຝຶກອົບຮົມ ໃຫ້ພະນັກງານ ຂັ້ນແຂວງ ແລະ ເມືອງ ໂດຍກົງ.ບົດຮຽນທີ່ນຳມາເຜີຍແຜ່ ແມ່ນຟອມເອກະສານ ໃນການກຳນົດຕຳແໜ່ງງານ ໂດຍສ່ວນໃຫຍ່ ແມ່ນ ອີງໃສ່ຕາມຟອມເອກະສານ ທີ່ໄດ້ກຳນົດມາແລ້ວ ແລະ ອີງໃສ່ໜ້າວຽກຕົວຈິງ ຕາມຄວາມຮັບຜິດຊອບ ຂອງຂະແໜງການໃຜລາວ.ທັງນີ້ກໍ່ເພື່ອໃຫ້ ມີຄວາມ ຈະແຈ້ງ ແລະ ຊັດເຈນ ທາງດ້ານ ໜ້າວຽກ ສອດຄ່ອງ ຕາມຄວາມຮູ້ ຄວາມສາມາດ , ເຮັດວຽກເປັນໝູ່ຄະນະ ມອບວຽກ ມອບຄວາມຮັບຜິດຊອບ ຢ່າງຂາດຕົວ ໃຫ້ແຕ່ລະບຸກຄົນ.
ກອງປະຊຸມໄດ້ກຳເນີນໄປເປັນເວລາ 1 ມື້ ແລະ ໄດ້ອັດລົງ ໃນຕອນແລງ ຂອງມື້ດຽວກັນ.
ກອງປະຊຸມຝຶກອົບຮົມ ວຽກງານ ການກຳນົດຕຳແໜ່ງງານ,ທີ 18 ສິງຫາ 2014
ReplyDelete~
ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ >>>>> Download Now
>>>>> Download Full
ກອງປະຊຸມຝຶກອົບຮົມ ວຽກງານ ການກຳນົດຕຳແໜ່ງງານ,ທີ 18 ສິງຫາ 2014
~
ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ >>>>> Download LINK
>>>>> Download Now
ກອງປະຊຸມຝຶກອົບຮົມ ວຽກງານ ການກຳນົດຕຳແໜ່ງງານ,ທີ 18 ສິງຫາ 2014
~
ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ >>>>> Download Full
>>>>> Download LINK