ໂດຍປະຕິບັດຕາມ ແຈ້ງການຂອງ ກະຊວງ ຮສສ,ສະບັບເລກທີ 2329/ຮສສ
,
ໃນຕອນເຊົ້າ
ຂອງວັນທີ 4 ສິງຫາ 2014 ທີ່ພະແນກແນງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ ໄດ້ໄຂກອງປະຊຸມປຶກສາຫາລືວຽກງານ ການຮອງຮັບຜູ້ອອກແຮງງານລາວ
ທີ່ຖືກທາງການໄທຜັກດັນກັບຄືນປະເທດ ຂຶ້ນ. ໂດຍການເປັນປະທານ ຂອງທ່ານ
ສີສຸວັນ ວົງຈອມສີ ຄະນະປະຈຳພັກແຂວງ,ຮອງເຈົ້າແຂວງສາລະວັນ.ມີ
ທ່ານ ນາງ ບຸນທະວີ
ດວງລາສີ ກຳມະການພັກແຂວງ ປະທານ ສະຫາພັນແມ່ຍິງແຂວງ,ທ່ານ
ບຸນຍົງ ພາສີ ເລຂາໜ່ວຍ
ຫົວໜ້າພະແນກ ຮສສ ແຂວງ ແລະ ມີບັນດາທ່ານ ທີ່ຢູ່ໃນຄະນະກຳມະການ ແກ້ໄຂບັນຫາແຮງງານລາວທີ່ລັກລອບໄປທຳງານຢູ່ປະເທດໄທແບບຜິດກົດໝາຍ
ຕະຫລອດຮອດ ພະນັກງານວິຊາການ ຢູ່ໃນ
ພະແນກ ເຂົ້າຮ່ວມຢ່າງພ້ອມພຽງ
ລວມທັງໝົດ 19 ທ່ານ,ຍິງ 7 ທ່ານ.
ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສາລະວັນ,ສະບັບເລກ…………..ວ່າດ້ວຍ
ການແຕ່ງຕັ້ງຄະນະຊີ້ນຳຂັ້ນແຂວງ ແລະ ຄະນະປະຕິບັດງານຂັ້ນແຂວງ ປັບສະຖານະພາບໃຫ້ແຮງງານລາວທີ່ໄປອອກແຮງງານຜິດກົດໝາຍ
ແລະ ແຈ້ງການຂອງກະຊວງ ຮສສ,ສະບັບເລກທີ 2329/ຮສສ,ເລື່ອງການຮອງຮັບຜູ້ອອກແຮງງານລາວ
ທີ່ກັບມາຈາກປະເທດໄທ ສະເໜີ ໂດຍທ່ານ ບຸນຍົງ ພາສີ ເລຂາໜ່ວຍ
ຫົວໜ້າພະແນກ ຮສສ ແຂວງ.ແລະ ກອງປະຊຸມຍັງໄດ້ຮັບຟັງທ່ານ ຂັນໄຊ
ຣັດຖະເຮົ້າ ຫົວໜ້າພະແນກ ການຕ່າງປະເທດ ຜ່ານ
ແຈ້ງການຂອງກະຊວງການຕ່າງປະເທດ ສະບັບເລກທີ 1479/ຕປທ.ກກສ.1,ລົງວັນທີ 15,ກໍລະກົດ 2014.
ເລື່ອງ ທາງການໄທຈະເພີ່ມມາດຕະການຕໍຜູ້ຈະເດີນທາງເຂົ້າປະເທດຕົນ.ກອງປະຊຸມນຳເອົາເນື້້ອໃນຈິດໃຈຂອງເອກະສານທີ່ໄດ້ຜ່ານມາຂ້າງເທິງນັ້ນ
ມາປຶກສາຫາລື ແລກປ່ຽນຄຳຄິດເຫັນ ແລະ
ໄດ້ຕົກລົງເຫັນດີເປັນເອກະພາບຄື:ໃຫ້ຄະນະກຳມະການຊີ້ນຳຂັ້ນ
ແຂວງ ແລະ ຄະນະປະຕິບັດງານຂັ້ນແຂວງ ຮີບຮ້ອນ ເອົາໃຈໃສ່ ຈັດຕັ້ງປະຕິບັດ
ໂດຍຖືເອົາສອງເມືອງທີ່ມີຊາຍແດນຕິດຈອດກັບປະເທດໄທຄື:
ເມືອງຄົງເຊໂດນ ແມ່ນ ດ່ານ ຄັນທຸງໄຊ ແລະ ເມືອງລະຄອນເພັງ ແມ່ນ ດ່ານ ຕະພານ
ເປັນຈຸດປະຕິບັດງານ ເຊິ່ງສອງເມືອງນີ້ ກວມຜູ້ອອກແຮງງານລາວ
ທີ່ລັກລອບລອບໄປທຳງານຢູ່ໄທຫລາຍທີ່ສຸດ ແລະ
ຈະໄດ້ມີການກວດກາສຸຂະພາບໃຫ້ຈຳນວນແຮງງານລາວທີ່ກັບຄືນປະເທດນັ້ນ
ໂດຍບໍ່ເສຍຄ່າໃດໆເລີຍ.
ຕອນທ້າຍຂອງກອງປະຊຸມ ທ່ານ ປະທານ ກອງປະຊຸມ ກໍ່ໄດ້ ເນັ້ນໜັກ
ກ່ຽວກັບວິທີການຈັດຕັ້ງປະຕິບັດຂອງຄະນະກຳມະການ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງປະສານງານກັນຢ່າງກົມກຽວ
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກໄດ້ຮັບປະສິດພາບ
ຢ່າງສູງສຸດ,ກອງປະຊຸມດຳເນີນໄປ 1 ຄາບ ແລະ
ໄດ້ອັດລົງໃນຕອນທ່ຽງຂອງວັນດຽວກັນ.
ຂຽນໂດຍ:ນັກຂ່າວພະແນກ ຮສສ ແຂວງສາລະວັນ
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ