- ໃນໄລຍະແຕ່ປີ 1975-1982 ແມ່ນໄລຍະຟື້ນຟູເສດຖະກິດ, ຮໍາບາດແຜສົງຄາມ ປັບປຸງ ແລະ ກໍ່ສ້າງອໍານາດການປົກຄອງປະຕິວັດ ແລະ ກວດລ້າງພວກປະຕິການພັັັດຖິ່ນທີ່ຍັງເຫຼືອຢູ່, ຕະ ຫລອດໄລຍະດັ່ງກ່າວ ຄະນະນໍາຂອງແຂວງ ໄດ້ນໍາພາ 3 ຂະບວນການໃຫຍ່ ຄື:
- ຂະບວນການຟື້ນຟູເສດຖະກິດຮໍາບາດແຜສົງຄາມປະຊາຊົນຜູ້ອົບພະຍົກຫລົບໄພສົງຄາມ ໄດ້ ກັບຄືນບ້ານເກົ່າ ເພື່ອຕັ້ງຖິ່ນຖານປົວແປງຊີວິດການເປັນຢູ່ ຟື້ນຟູໄຮ່ນາຮົ້ວສວນຄືນໃໝ່.
- ຂະບວນການຫັນລົງຮາກຖານປັບປຸງ ແລະ ກໍ່ສ້າງອໍານາດການປົກຄອງປະຕິວັດກວດລ້າງປະ ຕິການ ທີ່ຍັງເຫຼືອຢູ່.
- ຂະບວນການຂົນຂວາຍສ້າງຕັ້ງສະຫະກອນກະເສດກໍ່ສ້າງເສດຖະກິດລວມໝູ່ ແລະ ເສດຖະກິດ ຂອງລັດ: ວຽກງານສະຫວັດດີການສັງຄົມໃນໄລຍະນັ້ນ ແມ່ນບໍ່ທັນມີການຈັດຕັ້ງຫຍັງ , ບໍ່ທັນມີລະບຽບການນະໂຍບາຍວຽກງານດັ່ງກ່າວ. ແມ່ນຂື້ນກັບອໍານາດການປົກຄອງ ເປັນຜູ້ນະໂຍບາຍຊີ້ນໍາໆພາຈັດຕັ້ງຊ່ວຍເຫຼືອສັງຄົມ. ໃນໄລຍະນັ້ນ ວຽກງານດັ່ງກ່າວ ແມ່ນຂື້ນກັບຫລາຍພາກສ່ວນຫລາຍຂະແຫນງການຮັບຜິດຊອບ ແລະ ຂື້ນກັບ ຄື: ກ່ອນປີ 1982 ວຽກງານບໍານານ ແມ່ນຂື້ນກັບ ຫອງການຈັດຕັ້ງແຂວງ, ວຽກງານສົງເຄາະ ແມ່ນຂື້ນກັບພະແນກປ້ອງກັນແຂວງ. ມາໄລຍະ 1982 ແມ່ນຂື້ນກັບຫ້ອງວ່າການປົກຄອງ ແຂວງ ໂດຍໃສ່ຊື່ວ່າ: ຂະແໜງສະຫວັດດີການສັງຄົມ ແລະ ນັກຮົບເກົ່າແຂວງ. ມາຮອດ ໄຍະປີ 1987 ແມ່ນຂື້ນກັບພະແນກ ສາທາລະນະສຸກແຂວງ , ຊຶ່ງເອີ້ນວ່າ: ພະແນກ ສາທາ ແລະ ສະຫວັດດີການ. ມາປີ 1989 ແມ່ນຂື້ນກັບຄະນະປົກຄອງແຂວງ ແລະ ໃສ່ຊື່ວ່າ: ພະແແນກສະຫວັດດີການສັງຄົມນັກຮົບເກົ່າ ແລະ ພົວພັນຕ່າງປະເທດ, ມາຮອດປີ 1994 ມາເຖີງປະຈຸບັນ ແມ່ນໃສ່ຊື່ວ່າ: ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ຂື້ນກັບສາຍຕັ້ງກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ສາຍຂວາງໃຕ້ການນໍາພາ ຂອງຄະນະພັກ ອໍານາດການປົກຄອງແຂວງ
- ໃນໄລຍະແຕ່ປີ 1982-1983 ແມ່ນໄລຍະປະຕິບັດມະຕິເລກທີ 83 ຂອງກົມການ ເມືອງສູນກາງພັກ, ຂໍ້ກໍານົດເລກທີ 17 ຂອງສະພາລັດຖະມົນຕີ, ຂໍ້ກໍານົດເລກທີ 53-54 ຂອງສະພາລັດຖະມົນຕີ ເປັນບ່ອນອິງໃນການ ຈັດຕັ້ງປະຕິບັດວຽກງານນະໂຍບາຍຕໍ່ພະນັກງານບໍານານອາອຸໂສເຖົ້າແກ່, ການນະໂຍບາຍຕໍ່ສັງຄົມອື່ນໆ. ໃນໄລຍະນີ້ດ້ານຈໍານວນພົນ ແລະ ການຈັດຕັ້ງຂອງວຽກງານ ຮສສ ມີທັງໝົດ 16 ຄົນ, ຍິງ 1 ຄົນ ຢູ່ ຂັ້ນເມືອງ ມີ 5 ຄົນ, ຍິງ 0 ຄົນ.
- ມາຮອດໄລຍະປີ 1994 ດ້ານການຈັດຕັ້ງກໍ່ໄດ້ຮັບການປັບປຸງຂື້ນຕາມມະຕິ 21 ຂອງກົມການ ເມືອງສູນກາງພັກ ພາລະບົດບາດການຄຸ້ມຄອງຕາມຂະແໜງການ, ກະຊວງ ຮສສ ກໍ່ໄດ້ ຮັບການສ້າງຕັ້ງຂື້ນປະຕິບັດຕາມສິດໜ້າທີ່ພາລະບົດບາດຂອງຕົນ, ພະແນກ ຮສສ ແຂວງ ແມ່ນຂື້ນກັບສາຍຕັ້ງ ໃຕ້ການນໍາພາຂອງອໍານາດການປົກຄອງທ້ອງຖິ່ນ ພົວພັນສາຍຂວາງ. ປະຕິບັດຕາມຂໍ້ກໍານົດ, ດໍາລັດຕ່າງໆ ກ່ຽວກັບວຽກນະໂຍບາຍອຸດໜູນບໍານານ ເສຍອົງຄະ ຊ່ວຍເຫຼືອສົງເຄາະຕ່າງໆ.
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ