ພະແນກແຮງງານ
ແລະສະຫວັດດີການສັງຄົມ ໄດ້ຈັດພິທີສະຫຼອງວັນຜູ້ພິການແຫ່ງຊາດ 27
ກັນຍາ ແລະວັນສາກົນຜູ້ອາຍຸສູງ 1 ຕຸລາ ປະຈຳປີ 2014. ໃນວັນທີ
15 ຕຸລານີ້, ຢູ່ສະໂມສອນແຂວງ,
ໂດຍການເປັນປະທານ
ຂອງ ທ່ານ
ບົວສີ
ຄ່ຽມມະນີຂັນໄຊ
ຮອງເລຂາພັກແຂວງ
ປະທານແນວລາວສ້າງຊາດແຂວງ
ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງພະແນກການອ້ອມຂ້າງແຂວງ, ພະນັກງານອາວຸໂສບຳນານ, ຜູ້ພິການ-ຜູ້ອາຍຸສູງ ແລະອຳນາດການປົກຄອງບ້ານເທດສະບານເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ຮັບຟັງການປາໄສກ່ຽວກັບວັນຜູ້ພິການ-ວັນສາກົນຜູ້ອາຍຸສູງ ເພື່ອເປັນການເສີມຂະຫຍາຍຄຸນລັກສະນະອັນດີເລີດຂອງຄົນພິການ ແລະຜູ້ອາຍຸສູງ ທັງເປັນການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້, ເຂົ້າໃຈປະຫວັດຄວາມເປັນມາເພື່ອໃຫ້ຄວາມສຳຄັນວັນດັ່ງກ່າວ,
ພ້ອມນັ້ນຍັງເຮັດໃຫ້ຄົນພິການ ແລະຜູ້ມີອາຍຸສູງທີ່ດ້ອຍໂອກາດໄດ້ຮັບການພັດທະນາຕົນເອງ, ທັງໄດ້ຮັບການເບີ່ງແຍງຊ່ວຍເຫຼືອດ້ານວັດຖຸ ແລະຈິດໃຈຈາກສັງຄົມໃຫ້ນັບມື້ນັບດີຂື້ນ,
ສ້າງໂອກາດເງື່ອນໄຂໃຫ້ທຸກອົງການຈັດຕັ້ງລວມທັງພາກລັດ ແລະເອກະຊົນ,
ຄອບຄົວ, ສັງຄົມ
ມີການພົບປະແລກປ່ຽນບົດຮຽນໃນການດຳລົງຊີວິດທີ່ມີຄວາມຜາສຸກ,
ອົບອຸ່ນສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕາມເງື່ອນໄຂ ແລະຄວາມສາມາດໃຫ້ຄົນພິການ,
ຜູ້ອາຍຸສູງໄດ້ຖ່າຍທອດຄຸນງາມຄວາມດີ, ມູນເຊື້ອວັດທະນະທຳອັນດີງາມໃຫ້ແກ່ລຸ້ນຕໍ່ໄປສືບທອດ.
ທັງນີ້,
ສະເພາະແຂວງສາລະວັນ ຈຳນວນພົນລະເມືອງຈະເພີ່ມຂື້ນ
400.000 ກວ່າຄົນ,
ໃນນັ້ນຜູ້ອາຍຸສູງມີ 60 ພັນກ່ວາຄົນ
ຫຼືປະມານ
15%ປີ ຂອງພົນລະເມືອງທົ່ວແຂວງ.
ໃນຕອນທ້າຍນີ້, ໄດ້ຮຽກຮ້ອງໃຫ້ບັນດາຜູ້ເປັນລູກ, ຫຼານ, ອົງການຈັດຕັ້ງຕ່າງໆ ຂອງພັກ - ລັດ, ສັງຄົມຕ້ອງມີຄວາມຮັບຜິດຊອບສູງ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການເບິ່ງແຍງດູແລຜູ້ພິການ ແລະ ຜູ້ອາຍຸສູງເຊັ່ນວ່າ: ການຮັກສາປິ່ນປົວ ແລະ ການຟື້ນຟູສຸຂະພາບ, ການປ້ອງກັນ ແລະ ການສະຫວັດດີການຕໍ່ຜູ້ພິການ ແລະ ຜູ້ອາຍຸສູງ, ການສຶກສາ ແລະ ການສະໜອງຂໍ້ມູນຂ່າວສານ, ການສ້າງເງື່ອນໄຂໃຫ້ມີລາຍຮັບ ແລະ ການຖ່າຍທອດຄວາມຮູ້, ຄວາມສາມາດຂອງຜູ້ອາຍຸສູງ ທັງນີ້ກໍ່ເພື່ອເຮັດໃຫ້ຄົນຕ່າງດ້າວ ທ້າວຕ່າງແດນຮັບຮູ້ ແລະ ເຂົ້າໃຈມູນເຊື້ອວັດທະນາທຳອັນດີງາມຂອງຊາດ ນອກຈາກນັ້ນ, ຍັງໄດ້ບໍລິການກວດສຸຂະພາບ, ແຈກຢາຍຢາຟຣີໃຫ້ຜູ້ອາວຸໂສ ແລະຜູ້ພິການຢ່າງອົບອຸ່ນ.
ໂດຍ:ສົມລິດ ໂພທິລາດ
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ