ລັດຖະມົນຕີລາວ ຍອມຮັບວ່າ ລັດຖະບານຈະບໍ່ສາມາດບັນລຸເປົ້າໝາຍ ການຫລຸດຜ່ອນບັນຫາຄວາມທຸກຍາກ ຂອງປະຊາຊົນ
ໃນປີ 2015 ໂດຍສະເພາະແມ່ນໃນເຂດຊົນນະບົດຂອງ 10 ແຂວງ.
ທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ຫົວໜ້າຄະນະພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກຂັ້ນສູນກາງ ໄດ້ຖະແຫລງຍອມຮັບ ຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດລາວຊຸດທີ
7 ໃນທ້າຍເດືອນກໍລະກົດນີ້ ວ່າເປັນການຍາກຢ່າງຍິ່ງ ທີ່ລັດຖະບານລາວ ຈະຈັດຕັ້ງປະຕິບັດ ໃຫ້ບັນລຸເປົ້າໝາຍ ສະຫັດສະຫວັດການພັດທະນາ ເພື່ອການລົບລ້າງບັນຫາຄວາມທຸກຍາກຂອງປະຊາຊົນລາວ ໄດ້ຕາມແຜນການທີ່ວາງໄວ້ໃນປີ 2015.
ຄວາມທຸກຍາກຂອງປະຊາຊົນລາວ ໄດ້ຕາມແຜນການທີ່ວາງໄວ້ໃນປີ 2015.
ທັງນີ້ກໍເນື່ອງຈາກວ່າການຈັດຕັ້ງປະຕິບັດແຜນການໃນລະຍະ
3 ປີ ທີ່ຜານມານີ້ ລັດຖະບານ ສາມາດລົບລ້າງບັນຫາຄວາມ
ຍາກຈົນຂອງປະຊາຊົນລາວໄດ້ໃນພື້ນທີ່ 886 ບ້ານ ຄິດເປັນ
9.9 ເປີເຊັນ ຂອງຈຳນວນບ້ານທີ່ມີຢູ່ທັງໝົດໃນທົ່ວປະເທດ
ຊຶ່ງຄິດສະເລ່ຍເປັນລະດັບຄວາມສາມາດ ໃນການລົບລ້າງບັນ
ຫາຄວາມຍາກຈົນໄດ້ພຽງແຕ່ 3 ເປີເຊັນ ກວ່າເທົ່ານັ້ນ ໃນແຕ່
ລະປີ ຫາກແຕ່ວ່າໃນປັດຈຸບັນກໍຍັງເຫຼືອບ້ານຍາກຈົນຢູ່ໃນລາວ
ເຖິງ 2,289 ບ້ານຫຼືຄິດເປັນ 26.72 ເປີເຊັນ ຂອງຈຳນວນບ້ານ
ທັງໝົດ ດັ່ງທີ່ທ່ານບຸນເຮືອງໄດ້ຊີ້ແຈງວ່າ:

“ຄາດໝາຍສູ້ຊົນສົກປີ 2014-2015 ແມ່ນມີຄວາມເປັນ
ໄປໄດ້ພຽງໃດ ບ້ານທຸກຍາກບໍ່ມີທາງເຂົ້າເຖິງທຽວໄດ້ຕະ
ຫລອດປີ ປະຊາຊົນມີລາຍຮັບຕ່ຳ ແລະບໍ່ມີນ້ຳສະອາດ
ຊົມໃຊ້ ບ້ານທຸກຍາກຍັງເຫຼືອ 27 ເປີເຊັນ ຂອງບ້ານທັງໝົດ.”
ໄປໄດ້ພຽງໃດ ບ້ານທຸກຍາກບໍ່ມີທາງເຂົ້າເຖິງທຽວໄດ້ຕະ
ຫລອດປີ ປະຊາຊົນມີລາຍຮັບຕ່ຳ ແລະບໍ່ມີນ້ຳສະອາດ
ຊົມໃຊ້ ບ້ານທຸກຍາກຍັງເຫຼືອ 27 ເປີເຊັນ ຂອງບ້ານທັງໝົດ.”
ຍິ່ງໄປກວ່ານັ້ນ ການພັດທະນາທາງເສດຖະກິດໃນລາວ ໃນລະຍະທີ່ຜ່ານມາກໍຍັງເຮັດ
ໃຫ້ເກີດມີບັນຫາກ່ຽວກັບຄວາມແຕກໂຕນກັນ ໃນລະດັບການພັດທະນາທາງເສດຖະກິດ
ລະຫວ່າງເຂດເມືອງກັບເຂດຊົນນະບົດ ເພີ້ມຂຶ້ນນັບມືອີກດ້ວຍ ໂດຍຈະເຫັນໄດ້ຈາກການ
ພັດທະນາທາງເສດຖະກິດ ໃນເຂດນະຄອນຫລວງວຽງຈັນ ທີ່ຄາດວ່າຈະມີຍອດຜະລິດ
ຕະພັນລວມ (GDP) ເຖິງ 29,912 ຕື້ກີບໃນຕະຫລອດແຜນການປີ 2013-2014 ນີ້
ຊຶ່ງຈະຖົວສະເລ່ຍເປັນລາຍໄດ້ຂອງປະຊາຊົນໃນເຂດນະຄອນຫລວງວຽງຈັນໄດ້ເຖິງ
30 ລ້ານກີບ ຫຼື 3,800 ດອນລາຕໍ່ຄົນຕໍ່ປີ.

ຫາກແຕ່ວ່າສຳຫລັບປະຊາຊົນລາວ ທີ່ຢູ່ແຂວງຜົ້ງສາລີ ກັບຍັງມີລາຍໄດ້ສະເລ່ຍພຽງ 6 ລ້ານກີບ ຫຼື 745 ດອນລາຕໍ່ຄົນຕໍ່ປີເທົ່ານັ້ນ ໃນຂະນະທີ່ອັດຕາຄວາມຍາກຈົນຂອງປະຊາຊົນລາວໃນແຂວງດັ່ງກ່າວກໍຍັງສູງກວ່າ 45 ເປີເຊັນ ຂອງປະຊາກອນທັງໝົດ ໃນປັດຈຸບັນ ເພາະສະນັ້ນ ຈຶ່ງເປັນການຍາກຢ່າງຍິ່ງທີ່ແຂວງຜົ້ງສາລີຈະສາມາດລົບລ້າງບັນຫາຄວາມຍາກຈົນໄດ້ຕາມເປົ້າໝາຍທີ່ລັດຖະບານລາວໄດ້ວາງໄວ້ ໃນປີ 2015 ດັ່ງກ່າວ ໂດຍນອກຈາກແຂວງຜົ້ງສາລີແລ້ວ ກໍຍັງມີອີກ 9 ແຂວງທີ່ມີອັດຕາຄວາມຍາກຈົນ ໃນລະດັບສະເລ່ຍທີ່ສູງເຊັ່ນກັນ ກໍຄືແຂວງຫົວພັນ ອຸດົມໄຊ ຫລວງນ້ຳທາ ບໍ່ແກ້ວ ໄຊສົມບູນ ຄຳມ່ວນ ເຊກອງ ສາລະວັນ ແລະ ແຂວງອັດຕະປື.ໂດຍລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະລົບລ້າງບັນຫາຄວາມຍາກຈົນຂອງປະຊາຊົນບັນດາເຜົ່າໃຫ້ໄດ້ໂດຍພື້ນຖານພາຍໃນປີ 2015 ກໍຄືການລົດບັນຫາຄວາມຍາກຈົນຂອງປະຊາຊົນລາວລົງສູ່ບໍ່ເກີນ 10 ເປີເຊັນຂອງຈຳນວນ ຄອບຄົວທັງໝົດ ໃນປີ 2015 ທັງນີ້ກໍເພື່ອໃຫ້ເປັນພື້ນຖານ ຮອງຮັບເປົ້າໝາຍ ທີ່ພັກປະຊາຊົນປະຕິວັດລາວ ແລະລັດຖະບານລາວ ຈະນຳພາປະເທດຊາດໄປສູ່ການຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ພາຍໃນປີ 2020 ຕໍ່ໄປ ຊຶ່ງໃນສະພາບການຕົວຈິງ ກໍຄົງຈະເປັນໄປໄດ້ຍາກ ໂດຍມີສາເຫດມາຈາກ ບັນຫາທີ່ກ່ຽວກັບຄວາມແຕກໂຕນກັນ ໃນລະດັບຂອງການພັດທະນາດັ່ງກ່າວ.
ກ່ອນໜ້ານີ້ ທ່ານທອງສິງ ທຳມະວົງ ນາຍົກລັດຖະມົນຕີລາວ
ໄດ້ຖະແຫລງວ່າ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ 5 ປີ ຄັ້ງທີ 7 ໃນລະຍະເຄິ່ງແຜນການທີ່ຜ່ານມາ ໄດ້ມີໝາກຜົນທີ່ພົ້ນເດັ່ນ ເກີດຂຶ້ນໃນຫຼາຍດ້ານ ເຊັ່ນດ້ານເສດຖະກິດ ກໍໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະໝັ້ນທ່ຽງ ໂດຍເຮັດໃຫ້ GDP ເພີ້ມຂຶ້ນໃນອັດຕາສະເລ່ຍເຖິງ 8.2 ເປີເຊັນຕໍ່ປີ ແລະກໍຖົວສະເລ່ຍເປັນລາຍຮັບຂອງປະຊາຊົນລາວໄດ້ເຖິງ 1,500 ດອນລາຕໍ່ຄົນໃນປັດຈຸບັນນີ້.ຍິ່ງໄປກວ່ານັ້ນ ດ້ວຍການຈັດຕັ້ງ ປະຕິບັດແຜນການ ໃນລະຍະທີ່ຜ່ານມາດັ່ງກ່າວ ກໍຍັງເຮັດໃຫ້ອັດຕາສະເລ່ຍຄວາມທຸກຍາກ ຂອງປະຊາຊົນລາວລົດລົງ
ມາຢູ່ທີ່ລະດັບ 19 ເປີເຊັນ ຂອງຈຳນວນປະຊາກອນທັງໝົດ ຫຼື ບໍ່ເກີນ 14.8 ເປີເຊັນ ຂອງຈຳນວນຄົວເຮືອນທັງໝົດໃນທ້າຍປີ 2013 ທີ່ຜ່ານມາອີກດ້ວຍ.
ແຫລ່ງຂ່າວ:VOA ລາວ
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ