ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Friday, August 1, 2014

Tagged Under:

ລາວເປັນທັງ ແຫຼ່ງທີ່ມາ ທາງຜ່ານ ແລະປາຍທາງຂອງການຄ້າມະນຸດ

By: laboursalavane Province On: 9:37 AM
  • Share The Gag
  • ລາຍງານປະຈຳປີ 2014 ວ່າດ້ວຍການຄ້າມະນຸດ ຂອງກະຊວງການຕ່າງປະເທດ ສຫລ
    ລາຍ​ງານ​ປະຈຳປີ 2014 ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ
    ຍັງ​ຈັດ ສປປ ລາວ​ເຂົ້າໄວ້​ໃນ​ກຸ່ມທີ 2 ຫຼື Tiers 2 ຂອງ​ຈໍານວນທັງ
    ​ໝົດ 3 ກຸ່ມ​ ຊຶ່ງ​ກຸ່ມ​ທີ 2 ນີ້ ແມ່ນ​ໝາຍ​ເຖິງ​ພວກ​ປະ​ເທດ ທີ່​ຍັງ​ຕ້ອງ
    ​ຖືກຕິດຕາມ​ສິ້ງ​ຊອມ​ເບິ່ງ​ຢູ່.
    ລາວເປັນທັງ ແຫຼ່ງທີ່ມາ ທາງຜ່ານ ແລະປາຍທາງ
    ລາຍ​ງານຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ເວົ້າວ່າ ສປປ ລາວ ​ແມ່ນ​ເປັນ​ແຫຼ່ງທີ່​
    ມາ ແລະກໍ­­​ເປັນທັງ​ທາງ​ຜ່ານ ພ້ອມທັງປາຍທາງ ​ແຕ່ໃນ​ຂອບ​ເຂດ​ທີ່ຫຼຸດ​ລົງ​ມາ ຂອງ​ພວກ​
    ແມ່ຍິງເດັກນ້ອຍ ແລະຊາຍໜຸ່ມທີ່ຕົກ​ເປັນ​ເຫຍື່ອ ຂອງການ​ຄ້າ​ປະ​ເວ​ນີ ແລະຕົກ​ຢູ່​ໃນ​ສະ
    ພາບ​ຖືກ​ບີບ​ບັງຄັບໃຊ້​ແຮງງານ. ພວກ​ທີ່​ຕົ​ກ​ເປັນ​ເຫຍື່ອ​ຂອງ​ການ​ຄ້າມະນຸດ​ຢູ່​ລາວມັກ​ຈະ​
    ເປັນ​ພວກ​ທີ່ພາກັນໄປ​ຊອກຫາ​ວຽກ​ການ​ເຮັດ​ຢູ່​ໃນຕ່າງປະ​ເທດຊຶ່ງໃນບາງຄັ້ງແມ່ນໄດ້ຮັບ
    ຄວາມຊ່ອຍເຫຼືອຈາກພວກນາຍໜ້າທີ່ຮຽກເອົາຄ່າທຳນຽມສູງ ຊຶ່ງ​ກຸ່ມຄົນເຫຼົ່ານີ້ໄດ້​ປະ​ເຊີນ
    ​ກັບ​ສະພາບຖືກບີບ​ບັງຄັບສວຍ​ໃຊ້ ດ້ວຍຄວາມບໍ່ສະໝັກໃຈ ຫຼັງຈາກ​ເຂົາ​ເຈົ້າ​ໄປ​ຮອດ​ປະ
    ​ເທດ​ປາຍທາງ​ແລ້ວ ສ່ວ​ນ​ໃຫຍ່ກໍແມ່ນປະ​ເທດໄທ. ພວກທີ່ຕົກເປັນເຫຍື່ອ ຈຳນວນຫລາຍ ໂດຍ ສະເພາະແມ່ນພວກແມ່ຍິງ ແລະເດັກຍິງ ໄດ້ຖືກສວຍໃຊ້ຢູ່ໃນອຸດສາຫະກຳການຄ້າ ປະເວນີຂອງໄທ ແລະບາງຄັ້ງ ກໍຖືກບັງຄັບໃຊ້ແຮງງານ ເປັນຄົນຮັບໃຊ້ ຢູ່ຕາມບ້ານເຮືອນ ຢູ່ຕາມໂຮງງານຕັດຫຍິບ ຫລືອຸດສາຫະກຳການກະເສດ ຊຶ່ງມີຮວມທັງ ພວກເດັກຍິງອາຍຸ ພຽງແຕ່ 11 ຫລື 12 ປີ ​ແຕ່​ກໍ​ມີຈຳນວນ ບໍ່ຫລາຍປານໃດ. ສ່ວນພວກ​ຊາຍໜຸ່ມ ແລະ​ເດັກ ນ້ອຍ​ຜູ້​ຊາຍລາວ ກໍ​ໄດ້​ຕົກ​ຢູ່​ໃນ​ສະພາບ ຖືກ​ບີບ​ບັງຄັບ ​ໃຊ້​ແຮງ​ງານ ໂດຍສະເພາະແລ້ວ ແມ່ນໃນອຸດສາຫະກຳປະມົງ​ ການກໍ່ສ້າງແລະການກະເສດເຊັ່ນຟາມລ້ຽງເປັດຂອງໄທເປັນ ຕົ້ນ.​ ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ລາຍງານວ່າ ມີກຸ່ມບຸກຄົນໄດ້ສະເໜີຈັດ ແຈງການບໍລິການຂົນສົ່ງ ໃກ້ຊາຍແດນໄທ ເພື່ອອຳນວຍຄວາມສະດວກ ໃນການສວຍໃຊ້ ແຮງງານເສດຖະກິດເຫຼົ່ານີ້ ເຂົ້າໃນການບີບບັງຄັບໃຊ້ແຮງງານຫລືການຄ້າປະເວນີໃນປະ ເທດໄທ. ຍິ່ງໄປກວ່ານັ້ນ ພວກທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດຈຳນວນນຶ່ງອາດຮວມ
    ຢູ່​ໃນຈຳນວນພວກຄົນງານ 17,000 ກວ່າຄົນ ທີ່ຖືກເນລະເທດຫຼືສົ່ງກັບຈາກໄທ ໂດຍບໍ່ມີ ໜັງສືຢ່າງເປັນທາງການ ທີ່ມັກຈະຖືກສົ່ງກັບຄືນໄປລາວ ໂດຍທາງເຮືອ ຂ້າມແມ່ນໍ້າຂອງ
    ນັ້ນ. ບາງຄັ້ງພວກຂັບລົດຕູ້ນ້ອຍ ໄດ້ໄປລັດພໍ້ພວກຄົນງານເຫລົ່ານີ້ ເວລາເຂົາເຈົ້າຖືກສົ່ງ ກັບຄືນໄປຮອດລາວ ແລະຈັດແຈງອຳນວຍຄວາມສະດວກເພື່ອສົ່ງເຂົາເຈົ້າກັບຄືນເຂົ້າໄປ ໃນໄທໃໝ່. ມີແມ່ຍິງແລະເດັກຍິງລາວ ຈຳນວນນ້ອຍໆຈຸນຶ່ງໄດ້ຖືກຂາຍໄປເປັນເຈົ້າສາວຢູ່ ຈີນແລະເກົາຫຼີໃຕ້ ຊຶ່ງໃນເວລາຕໍ່ມາ ກໍຖືກບັງຄັບ ໃຫ້ຄ້າປະເວນີ. ນອກນັ້ນ ຍັງມີພວກແມ່ ຍິງລາວຈຳນວນນຶ່ງ ໄດ້ຕົກເປັນເຫຍື່ອການຄ້າປະເວນີ ຢູ່ມາເລເຊຍແລະບາງທີອາດຢູ່ອິນ ໂດເນເຊຍນຳດ້ວຍ. ມີຈໍານວນທີ່ບໍ່ຫຼາຍປານ​ໃດ ໄດ້ຕົກເປັນເຫຍື່ອຂອງການຄ້າມະນຸດ ຢູ່ ຫວຽດນາມ.
    ຂະນະ​ດຽວ​ກັນ ​ກໍ​ມີລາຍງານວ່າ ລາວໄດ້​ກາຍ​ເປັນ​ທາງ​ຜ່ານ​ຫຼາຍຂຶ້ນນັບ​ມື້ສຳລັບ​ພວກແມ່ ຍິງ ​ແລະເດັກຍິງຫວຽດນາມ ແລະຈີນ ທີ່​ຖືກ​ບັງຄັບ ​ໃຫ້​ຄ້າ​ປະ​ເວ​ນີ​ ແລະ​ຖືກ​ບັງຄັບ​ໃຊ້​ແຮງ ງານ​ ຢູ່ໃນບັນດາປະ​ເທດ​ເພື່ອນ​ບ້ານ ໂດຍສະເພາະ ຢູ່​ໃນໄທ. ບັນດາອົງການຈັດຕັ້ງທ້ອງ
    ຖິ່ນ ໄດ້ສະ​ແດງຄວາມເປັນຫ່ວງວ່າ ​ຊາວໜຸ່ມແລະແມ່ຍິງ​ຫວຽດນາມຈຳນວນ​ນຶ່ງ ເຮັດວຽກ
    ຢູ່​ໃນເຂດຕັດໄມ້ ຊຶ່ງສ່ວນໃຫຍ່ເປັນບ່ອນຕັດໄມ້ທີ່ຜິດກົດໝາຍ ​ແລະ​ຢູ່​ໃນເຂດກໍ່ສ້າງເລາະ ຕາມຊາຍແດນລາວຫວຽດນາມ ອາດ​ໄດ້ເປັນເຫຍື່ອຂອງການຄ້າມະນຸດ. ຍັງມີຂໍ້ມູນໜ້ອຍ​ຫລາຍ ກ່ຽວກັບຂອບເຂດຂອງການຄ້າມະນຸດ​ຢູ່ພາຍໃນລາວ ແຕ່ພວກແມ່ຍິງແລະເດັກຍິງ ຫວຽດນາມ ແລະຈີນຈໍານວນນຶ່ງ ຕະຫລອດທັງເດັກຍິງແລະເດັກຊາຍຈາກລາວເອງໄດ້ຕົກ ເປັນເຫຍື່ອການຄ້າປະເວນີ ຢູ່ພາຍໃນປະເທດ ຊຶ່ງປົກກະຕິແລ້ວແມ່ນຢູ່ໃກ້ໆກັບເຂດຊາຍ ແດນ ບ່ອນຫລິ້ນກາຊີໂນ ຫລືເຂດເສດຖະກິດພິເສດ ຫລື ຢູ່ຕາມຫົວເມືອງໃຫຍ່ໆ ຊຶ່ງລາຍ ງານຂ່າວ​ເວົ້າວ່າ ເພື່ອສະໜອງຄວາມ​ຕ້ອງການ ພວກແຮງງານຍ້າຍຖິ່ນຖານ ແລະຄວາມ ຕ້ອງການດ້ານ​ເພດຂອງນັກທ່ອງທ່ຽວຊາວເອເຊຍ.
    ລາຍ​ງານ​ຂອງກະຊວງ​ຕ່າງປະ​ເທດ​ສະຫະລັດ ເວົ້າວ່າ ລັດຖະບານ​ລາວ​ບໍ່​ໄດ້ປະຕິ​ບັດ​ຢ່າງ​ ຄົບຖ້ວນ ຕາມ​ມາດຕະຖານ​ຂັ້ນຕໍ່າ​ສຸດ​ ໃນການ​ລຶບລ້າງ​ການ​ຄ້າ​ມະນຸດ ​ແຕ່​ແນວ​ໃດ​ກໍ​ຕາມ ລາວ​ກໍກໍາລັງດຳ​ເນີນຄວາມ​ພະຍາຍາມ ​ທີ່​ສຳຄັນ ເພື່ອ​ໃຫ້​ບັນລຸ​ມາດຕະຖານ​ດັ່ງກ່າວ. ລັດ ຖະບານ​ລາວໄດ້ສືບຕໍ່ດຳເນີນຄະດີແລະຕັດສິນລົງໂທດພວກຄ້າມະນຸດແລະໃຫ້ການຊ່ອຍ ເຫຼືອໄລຍະສັ້ນ ແກ່ພວກເຄາະຮ້າຍຈຳນວນນຶ່ງ ໂດຍສ່ວນໃຫຍ່ແມ່ນອີງໃສ່ການຊ່ອຍເຫຼືອ ຈາກອົງການຊ່ອຍເຫຼືອລ້າຕ່າງປະເທດ. ເຖິງແມ່ນໄດ້ມີນຳໃຊ້ມາດຕະການເຫຼົ່ານີ້ກໍຈິງ ແຕ່ ລັດຖະບານລາວກໍບໍ່ສະແດງໃຫ້ເຫັນ ເຖິງຫຼັກຖານໃນການດຳເນີນຄວາມພະຍາຍາມເພີ້ມ ຂຶ້ນໂດຍລວມໃນການປາບປາມການຄ້າມະນຸດ ນັບແຕ່ການລາຍງານເທື່ອກ່ອນດ້ວຍເຫດ ນີ້ລາວຈຶ່ງໄດ້ຖືກຈັດເຂົ້າໄວ້ໃນບັນຊີກຸ່ມທີ 2 ຂອງບັນດາປະເທດທີ່ຍັງຖືກຕິດຕາມສິ້ງຊອມ ເບິ່ງ.
    ລາຍງານ ຂອງກະຊວງການຕ່າງປະເທດ ເວົ້າວ່າ ລັດຖະບານລາວ ບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບຄະດີຕ່າງໆ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າທຸກຄະດີທີ່ມີລາຍງານນັ້ນພົວພັນກັບການຄ້າ ມະນຸດ. ລັດຖະບານລາວແມ່ນໄດ້ກາງຕໍ່ເກືອບວ່າທັງໝົດນຳອົງການຈັດຕັ້ງທ້ອງຖິ່ນແລະ ອົງການຈັດຕັ້ງນາໆຊາດ ກ່ຽວກັບການຈັດຕັ້ງປະຕິບັດ ໂຄງການຕໍ່ຕ້ານການຄ້າມະນຸດຢູ່ ໃນລາວ. ລັດຖະບານບໍ່ໄດ້ລາຍງານ ການລະບຸໂຕພວກເຄາະຮ້າຍ ທີ່ຕົກເປັນເຫຍື່ອການ ຄ້າມະນຸດໃດໆ ​ແລະສະຖິຕິຂອງທາງການ ​ແມ່ນ​ປະກ​ອບ​ດ້ວຍ  ພວກເຄາະຮ້າຍທີ່ຖືກລະ ບຸໂຕ ໂດຍເຈົ້າໜ້າທີ່ ຫລືອົງການຈັດຕັ້ງຕ່າງໆ ຢູ່ປະເທດໄທ. ການ​ທີ່ລັດຖະບານລາວ​ຍັງ​
    ສືບ​ຕໍ່ ​ບໍ່ຮັບຮອງເອົາ ບົດບັນທຶກຄວາມເຂົ້າໃຈ ກັບບັນດາອົງການຕໍ່ຕ້ານການຄ້າມະນຸດ ໂດຍໄວນັ້ນ ໄດ້ເປັນອຸບປະສັກຖ່ວງດຶງຕໍ່ປະສິດທິຜົນໂດຍລວມຂອງວຽກງານຕໍ່ຕ້ານການ ຄ້າມະນຸດຢູ່ໃນປະເທດລາວ.
    ການດຳເນີນຄະດີ ແລະການລົງໂທດ
    ​ໃນ​ເລື້ອງ​ການ​ລົງ​ໂທດ​ພວກ​ຄ້າມະນຸດນັ້ນ ລາຍງານຂອງກະຊວງການຕ່າງປະເທດສະຫະ
    ລັດ​ເວົ້າວ່າ ລັດຖະບານໄດ້ດຳເນີນຄະດີ ແລະລົງໂທດພວກມີຄວາມຜິດ ໃນລະດັບພໍປານ
    ກາງ. ລັດຖະບານລາວ ໄດ້ຫ້າມ ທຸກຮູບແບບຂອງການຄ້າມະນຸດ ດ້ວຍການດັດ​ແປງ​ແກ້
    ​ໄຂມາດຕາ 134 ຂອງ​ກົດໝາຍ​ອາຍາສະບັບ​ປີ 2006 ຊຶ່ງ​ໄດ້​ລະບຸ​ໂທດ​ຈຳ​ຄຸກຕັ້ງແຕ່ 5 ປີ​
    ເຖິງ​ຕະຫຼອດຊີວິດ ການ​ປັບ​ໃໝ​ທຽບ​ເທົ່າ​ກັບ 1,250 ​ໂດ​ລາຫາ 12,500 ​ໂດ​ລາແລະ​ການ ​ຢຶດຊັບ​ສິນ ຊຶ່ງ​ຖືວ່າໜັກພໍ ແລະທຽບເທົ່າ​ໄດ​້ກັບ​ໂທດໃນການກະທຳຄວາມຜິດ​ທາ​ງອາຍາ
    ອື່ນໆເຊັ່ນ​ການ​ຂົ່ມຂືນ​ສຳ​ເລົາ​ເປັນຕົ້ນ. ລັດຖະບານລາຍງານວ່າຕົນໄດ້ເລີ້ມຮ່າງຂອບກ່ຽວ
    ກັບຮ່າງກົດໝາຍ ຕໍ່ຕ້ານການຄ້າມະນຸດ ຮອບດ້ານ ຢ່າງເປັນການສະເພາະ ແຕ່ບັນດາອົງ
    ການຈັດຕັ້ງທີ່ມີຄວາມຮູ້ຄວາມຊ່ຽວຊານໃນວຽກງານຕ້ານການຄ້າມະນຸດໄດ້ສະແດງຄວາມ ເປັນຫ່ວງ ທີ່ລັດຖະບານບໍ່ໄດ້ຮວມເອົາພວກເຂົາເຈົ້າເຂົ້າຮ່ວມໃນຂັ້ນຕອນດັ່ງກ່າວ.
    ໃນໄລຍະຂອງການລາຍງານນີ້ ເຈົ້າໜ້າທີ່ແຈ້ງວ່າ ໄດ້ມີການສືບສວນ 56 ຄະດີທີ່ສົງໄສວ່າ ພົວພັນກັບການຄ້າມະນຸດ ແລະໄດ້ຍື່ນ 24 ຄະດີ ໃນນັ້ນ ເພື່ອຟ້ອງຮ້ອງ ໃຫ້ມີການຕັດສິນ ລົງໂທດ. ມີລາຍງານວ່າການດຳເນີນຄະດີຂອງສານ​ໄດ້​ຍັງ​ຜົນໃຫ້ມີການຕັດສິນ​ຄວາມ​ຜິດ
    ຕໍ່ 35 ຄົນ ຊຶ່ງເປັນຈຳນວນທີ່ເພີ້ມຂຶ້ນ ຈາກ 18 ຄົນ ໃນປີກ່ອນ.  ລາຍງານຂອງສື່ມວນຊົນ ແລະຂໍ້ມູນຂອງອົງການຈັດຕັ້ງນາໆຊາດສະແດງໃຫ້ເຫັນວ່າ ມີຢ່າງໜ້ອຍ 5 ຄະດີທີ່ພົວພັນ ກັບຄົນລາວທີ່ຕົກເປັນເຫຍື່ອການຄ້າມະນຸດຢູ່ໄທແລະພວກທີ່ກະທໍາຜິດໄດ້ຖືກໂທດຈໍາຄຸກ 15 ປີ ຫຼືຫລາຍກວ່ານັ້ນ.
    ລາຍ​ງານ​ເວົ້າ​ອີກ​ວ່າ ການດຳເນີນຄະດີຂອງສານ ຂາດຄວາມໂປ່ງໃສ ບໍ່​ມີການຈົດບັນທຶກ ທີ່ລະອຽດຢ່າງພຽງພໍແລະຂະແໜງຕຸລາການຂອງລາວແມ່ນຍັງອ່ອນແອບໍ່ມີປະສິດທິພາບ. ລັດຖະບານໄດ້ເປັນຜູ້ນຳພາ ການຝຶກອົບຮົມຕໍ່ຕ້ານການຄ້າມະນຸດ ທີ່ສະໜັບສະໜຸນໂດຍ ຜູ້ໃຫ້ທຶນ ​ໃຫ້​ແກ່ເຈົ້າໜ້າທີ່ທ້ອງຖິ່ນ ຢ່າງໜ້ອຍ 224 ຄົນ. ລັດຖະບານລາຍງານວ່າ ໄດ້ທຳ ການສືບສວນຮ່ວມກັບລັດຖະບານມາເລເຊຍ ຈີນ ແລະໄທ. ຍິ່ງໄປກວ່ານັ້ນ ການທີ່ປະຊາ ຊົນຍັງສືບຕໍ່ມີຄວາມລັງເລໃຈ ໃນການທີ່ຈະເຮັດວຽກຮ່ວມກັນກັບຕຳຫຼວດ ແລະການກາງ ຕໍ່ໃສ່ ການໄກ່ເກ່ຍນອກສານ ໄດ້​ເປັນ​ອຸບ​ປະ​ສັກ​ຂັດ​ຂວາງ ​ຕໍ່​ຄວາມ​ສາ​ມາດ​ ໃນ​ການ​ສືບ​
    ສວນ​ຂອງ​ລັດ​ຖ​ະ​ບານ​ກ່ຽວ​ກັບ​ຄະ​ດີ​ຄ້າ​ມະ​ນຸດ​ທັງພາຍ​ໃນຫຼືຂ້າມ​ຊາດຢ່າງ​ມີ​ປະ​ສິດ​ທິ​ຜົນ.
    ການ​ສໍ້ລາດ​ບັງ​ຫຼວງ​ຍັງ​ຄົງ​ເປັນ​ບັນ​ຫາຊ້ຳ​ເຮື້ອຢູ່ໃນລາວ. ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຕໍ່​ຕ້ານ​ການ
    ​ຄ້​າ​ມະ​ນຸດ ​ລາຍ​ງານ​ວ່າ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ຈຳ​ນວນ​ນຶ່ງ ໄດ້​ຮັບ​ສິນບົນ ​ເພື່ອອຳ​ນວຍ​ຄວາມ​
    ສະ​ດວກ​ໃນ​ການ​ເຂົ້າ​ອອກ​ເມືອງ ຫລື​ການ​ຂົນ​ສົ່ງ​ພວກ​ເດັກ​ຍິງ​ໄປປະ​ເທດ​ໄທ. ລັດ​ຖະ​ບານ
    ​ບໍ່​ໄດ້​ລາຍ​ງານ​ໃຫ້​ຊາບວ່າ ​ໄດ້​ມີການ​ສືບ​ສວນ ​ດຳເນີນ​ຄະ​ດີຫຼື​ວ່າ​ຕັດ​ສິນ​ລົງ​ໂທດ​ພວກ​ເຈົ້າ
    ​ໜ້​າ​ທີ່ຄົນ​ໃດ ​ໃນ​ຂໍ້​ຫາ​ສົມ​ຮູ້​ຮ່​ວມ​ຄິດ​ ກ່ຽວ​ກັບ​ການຄ້າ​ມະ​ນຸດຫຼື​ກິດ​ຈະ​ກຳ​ຕ່າງໆ​ທີ່​ກ່ຽວ​ຂ້ອງ
    ກັບ​ການ​ຄ້າ​ມະ​ນຸດ ໃນລະ​ຫວ່າງ​ປີ​ທີ່​ມີການ​ລາຍ​ງານນີ້.
    ການ​ປົກ​ປ້ອງ​ຄຸ້ມ​ຄອງ​
    ໃນ​ພາກສ່ວນ​ ທີ່​ເວົ້າ​ເຖິງ​ ການ​ໃຫ້ຄວາມປົກ​ປ້ອງ​ຄຸ້ມ​ຄອງ​ນັ້ນ
    ລາຍງານ​ຂອງ​ກະຊວງການຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ໃນ​
    ຂະ​ນະ​ທີ່ລັດຖະບານລາວ​ສືບຕໍ່ໃຫ້​ຄວາມ​ຊ່ອຍ​ເຫລືອພໍປະ​ມານ
    ແກ່​ພວກ​ທີ່ຕົກ​ເປັນ​ເຫຍື່ອການ​ຄ້າ​ມະນຸດທີ່ຖືກ​ສົ່ງກັບ​ຄືນ​ໄປ​ລາວ
    ໂດຍ​ລັດ​ຖະ​ບານໄທ ​ແຕ່ລັດ​ຖະ​ບານ​ລາວ ​ກໍບໍ່​ສາ​ມາດ​ລະ​ບຸ​ໂຕ​
    ໄດ້ຢ່າງ​ໝັ້ນ​ໃຈ ພວກທີ່​ຕົກ​ເປັນ​ຫຍື່ອຢູ່​ພາຍໃນ​ປະ​ເທດ​ເອງ ຫລື​
    ໃນໝູ່​ພວກ​ເຄາະ​ຮ້າຍ​ ທີ່​ຖືກ​ສົ່ງກັບ​ມາ ​ແຕ່​ປະ​ເທດ​ອື່ນໆ ແລະ
    ​ການດຳເນີນ​ຄວາມພະ​ຍາ​ຍາມ​ເພື່ອ​ປົກ​ປ້ອງ​ຜູ້ເຄາະ​ຮ້າຍນັ້ນ ​ໂດຍ​ລວມ​ແລ້ວ ແມ່ນ​ຍັງ​ບໍ່
    ເປັນທີ່​ພຽງ​ພໍ​ເທື່ອ. ​ແລະໃນລະ​ຫວ່າງ​ປີ ທີ່​ມີການ​ລາຍ​ງານ ມີ​ພວກ​ທີ່​ຕົກ​ເປັນ​ເຫຍື່ອ​ການ
    ຄ້າມະນຸດ ທີ່ຖືກ​ລະບຸ​ໂຕ ​ໂດຍເຈົ້າ​ໜ້າ​ທີ່​ໄທ 103 ຄົນ ​ໄດ້​ຖືກ​ສົ່ງ​ກັບຄືນໄປ​ລາວ ​ພາຍ​ໃຕ້
    ລະບົບ​ຈັດ​ສົ່ງພວກເຄາະ​ຮ້າຍ​ກັບ​ຄືນ​ປະ​ເທດ ​ຢ່າງ​ເປັນ​ທາງການ ລະ​ຫວ່າງ​ປະ​ເທດ​ທັງ
    ສອງ. ພວກເຂົາເຈົ້າເຫຼົ່າ​ນີ້​ເປັນ​ພຽງ​ຜູ້​ເຄາະ​ຮ້າຍ​ທີ່​ຖືກ​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ໂດຍລັດ​
    ຖະ​ບານ​ລາວ. ສະ​ຖິ​ຕິທາງ​ການ​ຂອງ​ລັດ​ຖະ​ບານ​ບໍ່​ໄດ້​ຮວມ​ເອົາ​ພວກ​ເຄາະຮ້າຍ​ທີ່​ຖືກ​ລະ
    ​ບຸ​ໂຕ​ໂດຍ​ວິ​ທີ​ອື່ນ ເຖິງແມ່ນ​ວ່າ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ອົງ​ການ​ນຶ່ງ​ລາຍ​ງານ
    ວ່າ ໄດ້​ສະ​ໜອງ​ການບໍ​ລິ​ການ​ ໃຫ້​ແກ່​ຜູ້​ເຄາະ​ຮ້າຍ​ອື່ນໆອີກ 43 ຄົນ.
    ລາຍ​ງານຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ ເວົ້າວ່າ ລັດຖະບານລາວ​ ຍັງ​ສືບ​ຕໍ່ເພິ່ງ​ພາອາ​ໄສການ​ຊ່ວຍ​ເຫລືອ​ເກືອບ​ວ່າທັງ​ໝົດ​ ຈາກ​ບັນດາ​ອົງການ​ຈັດຕັ້ງທີ່​ບໍ່​ຂຶ້ນກັບລັດຖະ ບານ​ ຫລື NGO ແລະ​ອົງການ​ຈັດຕັ້ງ​ນາໆ​ຊາດ ​ເພື່ອ​ໃຫ້ການ​ບໍລິການ​ຫລື​ສະໜອງ​ທຶນແກ່​ ພວກທີ່​ຕົກເປັນເຫຍື່ອ. ​ແຕ່​ແນວ​ໃດ​ກໍ​ຕາມ ລັດຖະບານ​ລາວ ໄດ້ຮ່​ວມ​ມື​ ກັບ​ອົງ​ການ​ຈັດ​ຕັ້ງ​ NGO  ອົງ​ການນຶ່ງ ​ເພື່ອ​ບໍ​ລິ​ຫານ​ສູນພັກ​ເຊົາ​ຊົ່ວຄາວ ທີ່​ນະຄອນ​ວຽງ​ຈັນ. ​ລຸນຫລັງ​ຖືກ​ສົ່ງ
    ​ກັບ​ຄືນ​ມາ​ຈາກ​ໄທ​ແລ້ວ ຜູ້​ເຄາະ​ຮ້າຍ​ກໍ​ໄປ​ພັກເຊົາ​ຢູ່​ສູນ​ດັ່ງ​ກ່າວ ​ເປັນ​ເວ​ລາ​ປະມານ​ນຶ່ງອາ
    ​ທິດ ຂະນະ​ທີ່ມີການ​ປະ​ເມີນ ກ່ຽວ​ກັບ​ການຈັດ​ແຈງຊ່ວຍ​ເຫລືອ​ໃນ​ໄລຍະ​ຍາວໂດຍ​ເຈົ້າ​ໜ້າ
    ​ທີ່ ຫລື​ບໍ່​ກໍ​ຖື​ກ​ສົ່ງ​ໂດຍ​ກົງ​ ໄປ​ໃຫ້​ສູນ​ຮັບ​ຮອງ ​ຫລື​ໜ່ວຍ​ງານ ​ໃຫ້​ການ​ດູ​ແລ ​ທາງ​ການ​ແພດ ໜ່ວຍ​ງານ​ໃຫ້​ຄຳ​ປຶກ​ສາ ແລະ​ສູນ​ຝຶກ​ອາຊີບ​ອື່ນໆ. ຜູ້​ມີ​ສ່ວນ​ຮ່ວມ​ທັງ​ພາກ​ລັດ​ແລະ​ເອກ​ກະ
    ​ຊົນ​ລາຍ​ງານ​ວ່າ ໂຄງ​ການ​ຈັດຕັ້ງ​ປະ​ຕິ​ບັດ​ ໂດຍ​ອົງ​ການ​ຈັດ​ຕັ້ງສາກົນ​ອົງ​ການ​ນຶ່ງ ເພື່ອ​ປັບ
    ​ປຸງ​ການ​ປະສານ​ງາ​ນ​ລະ​ຫວ່າງ​ສູນ​ຮັບ​ຮອງ​ຂອງ​ລັດ​ແລະ​ເອກ​ກະ​ຊົນ​ໄດ້​ເສີມ​ສ້າງ​ປະ​ສິດທິ
    ພາບ​ຂອງ​ຕາ​ໜ່າງ​ນຳ​ສົ່ງໃນ​ລະ​ຫວ່າງ​ປີ​ທີ່​ມີ​ການ​ລາ​ຍ​ງານ. ສະ​ຫະ​ພັນ​ແມ່​ຍິງລາວຊຶ່ງ​ເປັນ
    ​ອົງ​ການ​ຈັດ​ຕັ້ງ​ເຄິ່ງ​ລັດ​ຖະ​ບານ ໄດ້​ບໍ​ລິ​ຫານ​ ສູນ​ຮັບ​ຮອງ​ແຫ່ງນຶ່ງ ທີ່​ເບິ່ງ​ແຍງ ຜູ້ເຄາະ​ຮ້າຍ
    ແມ່ຍິງ 20 ຄົນ ​ແ​ລະ​ຜູ້​ຊາຍ 12 ຄົນ ຊຶ່ງ​ສ່ວນ​ໃຫ​ຍ່​ແລ້ວ ​ໄດ້​ຖືກ​ສົ່ງ​ ກັບ​ຄືນ​ບ້ານ​ເກີດ ​ຂອງ
    ​ພວກ​ເຂົາ​ເຈົ້າ​ ໃນ​ເວ​ລາ​ຕໍ່​ມາ ຫລັງ​ຈາກ​ໄດ້​ພັກ​ເຊົາ​ຢູ່​ທີ່ນັ້ນ ເປັນ​ເວ​ລາ​ສັ້ນໆ.
    ການປ້ອງກັນ
    ໃນ​ດ້ານ​ການ​ປ້ອງ​ກັນນັ້ນລາຍ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດກ່າວວ່າດ້ວຍ​ ຄວາມ​ຊ່ອຍ​ເຫຼືອ​ ຈາກ​ອົງ​ການ​ຈັດ​ຕັ້ງ​ສາກົນ ​ແລະ​ອົງ​ການ​ NGO​ ​ລັດຖະບານ​ລາວໄດ້​ສືບ
    ​ຕໍ່​ດຳ​ເນີນ​ຄວາມ​ພະຍາຍາມໃນ​ລະດັບ​ປານ​ກາງເພື່ອ​ປ້ອງ​ກັນ​ການ​ຄ້າ​ມະນຸດ​. ການ​ຈັດ​ຕັ້ງ
    ປະ​ຕິ​ບັດ​ແຜນງານ​ແຫ່ງ​ຊາດ​ຂອງ​ລັດ​ຖະ​ບານ​ໄດ້​ເລີ້ມ​ຂຶ້ນ​ໃນ​ລະ​ຫວ່າງປີລາຍ​ງານແຕ່​ແມ່ນ ​
    ພວກອົງ​ການ​ສາກົນ​ເປັນ​ຜູ້​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວ​ເປັນ​ສ່ວນ​ໃຫ​ຍ່. ແລະແຜນ​ງານ
    ປີ 2013 ໄດ້ຖືກ​ເລື່ອນອອກ​ໄປ ​ແລະ​ກາຍ​ເປັນ​ສ່ວ​ນ​ນຶ່ງ​ຂອງ​ແຜນ​ການ​ປີ 2014. ໃນເດືອນ​
    ທັນ​ວາ ປີ 2013 ລັດ​ຖະ​ບາ​ນ​ລາວ ​ແລະ​ບັນ​ດາ​ອົງ​ການ​ຄູ່​ຮ່ວມ​ງານ​ ໄດ້​ທຳການ​ປຸກ​ລະ​ດົມ​ເພື່ອສ້າງ​ຄວາມ​ຕື່ນ​ຕົວ​ເປັນ​ເວ​ລາ 10 ມື້ ຢູ່​ໃນ 3 ແຂວງທີ່​ຮວມ​ທັງ​ການ​ປະ​ຖະ​ກະ​ຖາ ການ ​
    ປຸກ​ລະ​ດົມ​ຂອງ​ສື່ມວນ​ຊົນແລະ​ການ​ຍ່າງ​ເພື່ອ​ສຸ​ຂະ​ພາບຊຶ່ງ​ມີ 700 ກວ່າ​ຄົນ​ເຂົ້າ​ຮ່ວມ. ບັນ​ດາໜັງ​ສື​ພິມ ທີ່​ລັດ​ຖະ​ບານ​ຄວບ​ຄຸມ ໄດ້​ພິມ​ເຜີຍ​ແຜ່​ບົດ​ຂຽນ ​ກ່ຽວ​ກັບ​ການ​ຄ້າ​ມະ​ນຸດ ​ໃນ​ປີ 2013 ໂດຍກວມເອົາ​ເລື່ອງ​ຕ່າງໆ​ເຊັ່ນ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ປອດ​ໄພ​ແລະ​ການ​ເຝິກອົບ ​
    ຮົມກ່ຽວ​ກັບ​ການ​ຄ້າ​ມະ​ນຸດ. ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ໄດ້​ແຈກ​ຢາຍ​ເອກ​ກະ​ສານ ກ່ຽວ​ກັບ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ປອດ​ໄພ ແລະ​ການ​ສ່ຽງ​ຕໍ່​ການ​ຕົກ​ເປັນ​ເຫ​ຍື່ອການ​ຄ້າ​ມະ​ນຸດ​ຕໍ່ປະ
    ຊາ​ຊົນ​ທີ່​ໄປ​ຍື່ນ​ຄຳ​ຮ້ອງ ​ຂໍ​ເຮັດ​ໜັງ​ສືຜ່ານ​ແດນ. ລັດ​ຖະ​ບານ​ຍັງ​ສືບ​ຕໍ່​ເປັນ​ຜູ້​ນຳ​ພາ ຫຼືຮ່ວມ
    ​ນຳ​ພາໃນ​ການ​ເຝິກ​ອົບ​ຮົມ​ເຈົ້າ​ໜ້າ​ທີ່​ໂດຍ​ໄດ້​ຮັບທຶນ​ຈາກ​ອົງການສັງ​ຄົມ​ພົນ​ລະ​ເຮືອນແລະ ​
    ໄດ້​ອົບ​ຮົມເຈົ້າ​ໜ້າ​ທີ່​ ຢ່າງ​ໜ້ອຍ 445 ຄົນ ໃນ​ຫົວ​ຂໍ້​ຕ່າງໆ ເຊັ່ນ​ ການ​ປົກ​ປ້ອງຜູ້​ເຄາະ​ຮ້າຍ​ ແລະ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ທີ່​ປອດ​ໄພ. ໃນ​ລະ​ຫວ່າງ​ປີ​ທີ່​ຜ່ານ​ມາລັດ​ຖະ​ບານ​ໄດ້ສົ່ງ​ກັບ​ຄືນ​
    ໄປ​ເກົາຫຼີ​ເໜືອ ຊາວ​ໜຸ່ມ 9 ຄົນ​ ທີ່​ຫຼົບໜີ​ມາ ເພື່ອ​ຈະ​ໄປ​ຂໍ​ລີ້​ໄພ ຢູ່​ເກົາຫຼີ​ໃຕ້​ນັ້ນ ​ແລະ​ໄດ້ປະ​ກາດ​ຢ່າງ​ເປັນ​ການ​ເປີດ​ເຜີຍ​ວ່າການ​ກະ​ທຳ​ດັ່ງ​ກ່າວເປັນ​ການ​ຕໍ່​ຕ້ານການ​ຄ້າ​ມະ​ນຸດ. ລາຍ ​ງານ​ຂອງ​ສະຫະລັດ​ເວົ້າ​ວ່າ ​ການທີ່ີລັດຖະບານ​ລາວ​ບໍ່​ພະ​ຍາ​ຍາມປົກ​ປ້ອງພວກ​ເດັກ​ນ້ອຍ​ແລະ​ຊາວ​ໜຸ່ມ​ຈຸ​ດັ່ງ​ກ່າວ ມັນເຮັດ​ໃຫ້ພວກ​ເຂົາ​ເຈົ້າມີ​ຄວາມ​ຫຼໍ່​ແຫຼມ​ເພີ້ມ​ຂຶ້ນຕໍ່​ການ​ຕົກ​ເປັນ
    ​ເຫ​ຍື່ອ​ຂອງ​ການ​ຄ້າ​ມະ​ນຸດ​ ໂດຍລັດ​ຖະ​ບານ​ເກົາ​ຫລີ​ເໜືອ ຊຶ່ງ​ເປັນ​ທີ່​ຮູ້​ກັນ​ດີ​ວ່​າ ໄດ້ຈຳ​ຄຸກ​
    ພວກ​ໂຕນ​ໜີ​ທີ່​ຖືກສົ່ງ​ກັບ​ແລະ​ທຳ​ການ​ທາ​ລຸນ​ພວກ​ເຂົາ​ໃນ​ຮູບ​ແບບ​ຕ່າງໆ ຮວມ​ທັງ​ບັງ​ຄັບ​ໃຊ້ແຮງ​ງານ. ຍິ່ງ​ໄປ​ກວ່ານັ້ນ ການ​ກະ​ທຳ​ເຫຼົ່າ​ນີ້​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ ລັດ​ຖະບານຕັ້ງໃຈ​
    ທີ່​ຈະ​ສວຍ​ໃຊ້ ເລື່ອງການ​ຄ້າ​ມະ​ນຸດ ເພື່ອ​ເຫດ​ຜົນ​ທາງ​ດ້ານ​ການເມືອງ ​ແລະ​ໄດ້​ກໍ່​ໃຫ້​ເກີດ
    ​ມີ​ຄວາມ​ສົງ​ໄສວ່າ ເຈົ້າ​ໜ້າທີ່ລັດ​ຖະບານ​ລາວ ມີຄວາມ​ເຂົ້າ​ໃຈ​ດີ​ຫຼືບໍ່ ໃນ​ເລື່ອງ​ການ​ຄ້າ​ມະ​
    ນຸດນັ້ນ.
    ຄຳແນະນຳຂອງສະຫະລັດ
    ​ເພື່ອ​ຍົກ​ລະດັບ​ພາກ​ປະຕິບັດ ​ໃນ​ການ​ຕ​້ານ​ການ​ຄ້າມະນຸດ​ໃຫ້​ດີ​ຂຶ້ນ​ນັ້ນ ​ກະຊວງ​ການ​ຕ່າງ
    ປະ​ເທດ​ສະຫະລັດໄດ້ແນະນຳ​ ຕໍ່ລັດຖະບານ​ລາວດັ່ງ​ນີ້:
    - ໃຫ້​ຮວມ​ເອົາ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ ​ທີ່​ມີ​ຄວາມ​ຊ່ຽວ​ຊານ ​ໃນ​ການ​ຮ່າງ​ກົດ​ໝາຍ ​
    ຕໍ່​ຕ້ານ​ການ​ຄ້າ​ມະ​ນຸດ ເຂົ້າ​ໃນ​ທຸກ​ຂັ້ນ​ຕອນຂອງ​ການ​ຮ່າງ​ກົດ​ໝາຍ​ໃໝ່.
    - ໃຫ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຂັ້ນ​ຕອນ​ ການ​ລະ​ບຸ​ໂຕ​ຜູ້​ເຄາະ​ຮ້າຍ​ ຢ່າງ​ເປັນ​ທາງ​ການ​ແລະ​
    ເຝິກ​ອົບຮົມ​ຕຳ​ຫຼວດ​ແລະ​ເຈົ້າ​ໜ້າ​ທີ່​ຊາຍ​ແດນໃຫ້​ສາ​ມາດ​ລະ​ບຸ​ໂຕ​ຜູ້​ເຄາະ​ຮ້າຍ
    ຈາກການ​ຄ້າ​ມະ​ນຸດ​ໄດ້​ຢ່າງ​ເປັນ​ລະ​ບົບ ແລະ​ສົ່ງ​ເຂົາເຈົ້າ​ໄປ​ຮັບ​ການ​ຊ່ອຍ​ເຫຼືອ
    ໂດຍ​ສະ​ເພາະ​ພວກ​ແຮງ​ງານ​ທີ່ຖືກ​ສົ່ງ​ກັບ​ຄືນ​ຈາກ ປະ​ເທດ​ໄທ ແລະ​ຜູ້​ເຄາະ​ຮ້າຍ​
    ພາຍ​ໃນ​ປະ​ເທດ.
    - ດ້ວຍການ​ຊ່ອຍ​ເຫຼືອ​ຂອງ​ຄູ່​ຮ່ວມ​ງານ​ນາໆ​ຊາດໃຫ້ພັດ​ທະ​ນາ​ຖານ​ຂໍ້​ມູນ​ເພື່ອ
    ເກັບ​ກຳ​ລາຍລະ​ອຽດ​ກ່ຽວ​ກັບ​ກິດ​ຈະ​ກຳ ​ຕໍ່​ຕ້ານ​ການ​ຄ້າ​ມະ​ນຸດ ​ຂອງ​ລັດ​ຖະ​ບານ
    ແລະ​ແບ່ງ​ປັນ​ຂໍ້​ມູນ​ດັ່ງ​ກ່າວ ກັບ​ກຸ່ມ​ຮ່ວມ​ງານ​ຕ່າງໆ. ​
    - ໃຫ້​ເພີ້ມ​ ການ​ດຳ​ເນີນ​ຄວາມ​ພະຍາຍາມ ເພື່ອ​ແກ້​ໄຂ​ບັນຫາການ​ຄ້າ​ມະນຸດ​ພາຍ​ໃນປະເທດຮວມ​ທັງ​ພວກ​ເດັກ​ນ້ອຍ ​ທີ່​ຖືກ​ບັງ​ຄັບ​ໃຫ້​ຄ້າ​ປະ​ເວ​ນີ ຕະຫຼອດ​ທັງ​ພວກ​
    ຊາວ​ໜຸ່ມ​ແລະເດັກ​ນ້ອຍ​ ທີ່​ຖືກ​ບັງ​ຄັບ​ໃຊ້​ແຮງ​ງາ​ນ ຢູ່​ໃນ​ພາກ​ສ່ວນ​ການ​ຄ້າ​ກະ​ສິ​ກຳ
    ໂດຍ​ລະ​ບຸ​ໂຕ ​ແລະໃຫ້​ການ​ຊ່ອຍ​ເຫຼືອ​ແກ່​ຄົນ​ລາວ​ ທີ່​ຕົກເປັນ​ເຫ​ຍື່ອ​ການ​ຄ້າ​ມະ​ນຸດ
    ຢູ່​ພາຍ​ໃນ​ປະ​ເທດ ແລະ​ລົງ​ໂທດ​ຕໍ່​ພວກ​ກະ​ທຳ ຄວາມ​ຜິດ​ເຫຼົ່າ​ນີ້.
    ​- ໃຫ້​ການອະນຸມັດ​ ບົດ​ບັນ​ທຶກຄວາມ​ເຂົ້າ​ໃຈ ​ກັບ​ບັນດາ​ອົງການ​ຈັດຕັ້ງ ທີ່​ບໍ່​ຂຶ້ນກັບ​ລັດຖະບານແລະ​ອົງການ​ຈັດຕັ້ງນາໆ​ຊາດ ​ໄວ​ຂຶ້ນກວ່າ​ເກົ່າ ເພື່ອ​ອຳ​ນວຍໃຫ້​ພວກ​
    ເຂົາ​ເຈົ້າ​ໄດ້ຈັດ​ຕັ້ງ​ປະ​ຕິ​ບັດກິດ​ຈະ​ກຳ​ຕ່າງໆ ໃນ​ການ​ຊ່ອຍ​ເຫຼືອ​ຜູ້​ເຄາະຮ້າຍ.
    -ໃຫ້​ເພີ້ມ​ການ​ໃຊ້​ຈ່າຍ​ ໂດຍ​ລວມ​ຂອງ​ລັດ​ຖະ​ບານ ໃນ​ການ​ໃຫ້ການ​ບໍ​ລິ​ການ​ແກ່ຜູ້
    ​ເຄາະ​ຮ້າຍແລະ​ການ​ປຸກ​ລະ​ດົມສ້າງ​ຄວາ​ມ​ຕື່ນໂຕ ເພື່ອ​ເຕືອນ​ເຖິງ​ໄພ​ອັນ​ຕະ​ລາຍ
    ຂອງການ​ຄ້າ​ມະ​ນຸດ.
    - ດ້ວຍ​ການ​ຮ່ວມງານ ກັບ​ອົງ​ການ​ຈັດ​ຕັ້ງ​ທ້​ອງ​ຖິ່ນ ​ແລະ​ອົງ​ການ​ຈັດ​ຕັ້ງ​ສາກົນ ໃຫ້​ເພີ້ມຊັບພະຍາກອນ ​ແລະ​ການ​ຝຶກ​ອົບຮົມ​ໃນ​ດ້ານ​ວິຊາ​ຊີບ ​ເພື່ອ​ໃຫ້ການຊ່ອຍເຫຼືອ
    ແກ່​ພວກເຄາະ​ຮ້າຍ ຮວມທັງ​ພວກ​ເຄາະ​ຮ້າຍ​ຜູ້​ຊາຍໃນ​ການ​ກັບ​ເຂົ້າສູ່​ສັງຄົມ ຫຼັງ
    ຈາກ​ໄດ້​ຖືກ​ສົ່ງຄືນ​ໄປຍັງ ບ້ານ​ເກີດຂອງ​ພວກ​ເຂົາ​ເຈົ້າແລ້ວ.
    - ​ໃຫ້​ສືບ​ຕໍ່ຫຼຸດຜ່ອນ​ ຄວາມ​ຮຽກຮ້ອງ​ຕ້ອງການ​ທາງ​ເພດ ຂອງ​ການທ່ອງ​ທ່ຽວ​ໂດຍ​
    ປຸກລະດົມໃຫ້​ຕື່ນໂຕ​ກ່ຽວ​ກັບ​ເລື່ອງ​ນີ້​ ແລະ​ປະຕິບັດ​ການລົງ​ໂທດ​ດ້ານ​ອາຍາ.
    - ໃຫ້​ເພີ້ມ​ການດຳ​ເນີນ​ຄວາມ​ພະຍາຍ​າມ ​ເພື່ອ​ປາບ​ປາມພວກ​ເຈົ້າໜ້າ​ທີ່ ທີ່​ສົມຮູ້​
    ຮ່ວມ​ຄິດ ​ໂດຍ​ສະ​ເພາະໃນ​ລະດັບທ້ອງ​ຖິ່ນ ຮວມທັງ​ໃຫ້​ລົງ​ໂທດ​ດ້ານ​ອາຍາຕໍ່ພວກ
    ​ເຈົ້​າໜ້າ​ທີ່​  ທີ່​ພົວພັນນຳ​ການ​ກະທຳ​ຄວາມຜິດ​ ກ່ຽວ​ກັບ​ການ​ຄ້າ​ມະນຸດ.



    0 ความคิดเห็น :

    Post a Comment

    ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ

    Share ເວັບໄຊອອກເຟສບຸກ