![รูปภาพ : ເກີດເຫດຄົນຮ້າຍ (ບໍ່ຮູ້ຈໍານວນ)! ທໍາຮ້າຍຮ່າງກາຍ ແລະ ປຸ້ນຊັບ ຢູ່ສວນມອນ…! ເສຍຊີວິດ 1 ສາຫັດ 3
ຂ່າວນີ້ຕ້ອງອ່ານຕໍ່ທີ່ >>> http://www.lao-dd.com/forum.php?mod=viewthread&tid=570
____________________________________________________
www.l3lackarmy.com | ເພື່ອຕິດຕາມຂ່າວສານເທັກໂນໂລຢີໃຫ້ທັນຍຸກທັນສະໃໝ
____________________________________________________
www.lao-dd.com | ເວັບດີດີຂອງຄົນລາວ
____________________________________________________
Lao-dd.com | ເພຈດີດີຂອງຄົນລາວ](https://fbcdn-sphotos-b-a.akamaihd.net/hphotos-ak-xpa1/t1.0-9/10492084_660575894012580_8814565208785382187_n.png)
ທ່ານ ພັທ ທອງສະຫວັດແສນສຸວາດ ຮອງກອງບັນຊາການ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ຂ້ອນແຈ້ງຂອງວັນທີ 25 ກໍລະກົດຜ່ານມານີ້, ພະນັກງານກອງບັນຊາການ ປກສ ເມືອງໄດ້ຮັບແຈ້ງວ່າ: ຄອບຄົວພະນັກງານເຝົ້າ ແລະ ອະນາໄມຕະຫຼາດຈໍານວນ 4 ຄົນ ຖືກຄົນຮ້າຍບຸກເຂົ້າທໍາຮ້າຍຮ່າງກາຍ ແລະ ປຸ້ນເອົາຊັບຈົນໄດ້ຮັບບາດເຈັບສາຫັດ ໂດຍໃຊ້ຂຽງທຸບຕີໃສ່ບໍລິເວນໃບໜ້າ ແລະ ຫົວຈົນສະຫຼົບນອນອາບເລືອດຄາບ່ອນນອນ.
ຜ່ານການກວດກາ ແລະ ຊັນນະສູດສະຖານທີ່ເກີດເຫດພົບເຫັນທ້າວ ສຸກັນ ອາຍຸ 48 ປີ, ນາງ ມະນີວັນ (ເມຍ) ພ້ອມລູກສາວ 2 ຄົນ ຊື່ນາງ ເປບຊີ ອາຍຸ 12 ປີ ແລະ ນາງ ມິລິນດາ ອາຍຸ 7 ປີ ຖືກທຸບຕີດ້ວຍຂຽງ ຈົນໄດ້ຮັບບາດເຈັບສາຫັດເຊັ່ນກັນ, ຈາກການກວດຈຸດເກີດເຫດພົບວ່າຊັບສິນຈໍານວນໜຶ່ງຖືກຄົນຮ້າຍປຸ້ນໄປປັດຈຸບັນ ຄະດີລາຍນີ້ ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ພວມເລັ່ງດໍາເນີນເກັບກໍາຂໍ້ມູນຂັດຈ້ອນເປົ້າໝາຍທີ່ສົງໄສ ເພື່ອສືບຫາຜູ້ທີ່ລົງມືກໍ່ເຫດຕົວຈິງມາດໍາເນີນຄະດີຕາມກົດໝາຍ.
ທ່ານຮອງກອງບັນຊາການໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 26 ກໍລະກົດ 2014, ເວລາປະມານ 3 ໂມງເຊົ້າ ເກີດເຫດຄາດຕະກໍາທ້າວ ສຸດໃຈ ຫຼື ແອ ອາຍຸ 30 ປີ, ບ້ານໂພນສະອາດ ເມືອງປາກເຊແຂວງຈໍາປາສັກ ຖືກຍິງດ້ວຍປືນສັ້ນ ຈໍານວນ 1 ລູກເຂົ້າບໍລິເວນທ້ອງນ້ອຍເບື້ອງຊ້າຍເສຍຊີວິດ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ເສຍຊີວິດເປັນຄົນໄບ້ບ້າເສຍຈິດ ເລ້ລ້ອນຢູ່ແຖວຕະຫຼາດເຊົ້າ, ກ່ອນເກີດເຫດຜູ້ກ່ຽວໄດ້ເປືອຍກາຍເລາະໄປ-ມາຢູ່ແຖວຕະຫຼາດ, ຜູ້ພົບເຫັນໄດ້ເອົາເຄື່ອງໃຫ້ນຸ່ງ; ຈາກນັ້ນກໍ່ເລ້ລ້ອນໄປຂອບເຂດຕະຫຼາດສວນມອນ, ດ້ວຍການອາລະວາດເອົາພ້າໄລ່ຟັນຜູ້ທີ່ທຽວທາງໄປມາ-, ທາງ ປກສ ບ້ານໄດ້ພາກັນຈັບກຸມແຕ່ຜູ້ກ່ຽວເອົາຕົວຫຼົບໜີ,ຈົນເລີຍມາຮອດເວລາຂ້ອນແຈ້ງຈຶ່ງມີຄົນພົບເຫັນຜູ້ກ່ຽວຖືກຍິງເສຍຊີວິດຢູ່ກາງທາງ.
ຕາມການສັນນິຖານໃນເບື້ອງຕົ້ນຂອງເຈົ້າໜ້າທີ່, ຜູ້ກ່ຽວອາດຈະລັດລົດຄົນໃດຄົນໜຶ່ງຢູ່ກາງທາງຈຶ່ງຖືກຍິງ, ເພາະໃນສະຖານທີ່ເກີດເຫດພົບເຫັນກະສອບລູກປືນສັ້ນຈໍານວນ 3 ລູກ, ແຕ່ຖືກຜູ້ເຄາະຮ້າຍຈໍານວນ 1 ລູກ, ປັດຈຸບັນ ທາງ ປກສ ເມືອງກໍາລັງຕິດຕາມມືຍິງມາລົງໂທດ.
ຂໍ້ມູນດີດີຈາກ ໜັງສືພິມຄວາມສະຫງົບ
Cr. lao-lanexang.com
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ