ຂ່າວໃໝ່
Loading...
Tuesday, July 29, 2014
Tagged Under:
ຂ່າວກະຊວງ
ໃນລະຫວ່າງວັນທີ 16-17 ກໍລະກົດ 2014 ທີ່ໂຮງແຮມເສດຖາປາລາດສ ນະຄອນຫລວງວຽງຈັນ ກົມແຜນການ ແລະ ການຮ່ວມມື ຮ່ວມກັບ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມແຂງດ້ານການບໍລິການຈັດຫາງານອາຊຽນຂຶ້ນ, ໂດຍການເປັນປະທານຂອງທ່ານ ພູວັນ ຈັນທະວົງ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ມີຜູ້ແທນຈາກປະເທດສະມາຊິກອາຊຽນເຊັ່ນ: ປະເທດຟີລິປິນ, ສິງກະໂປ, ມາເລເຊຍ, ກຳປູເຈຍ ແລະ ສສ ຫວຽດນາມ , ບັນດາບໍລິສັດຈັດຫາງານ ແລະ ສູນບໍລິການຈັດຫາງານ, ພະນັກງານວິຊນການ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍລາວເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດການບໍລິການຈັດຫາງານຂອງບັນດາປະເທດສະມາຊິກອາຊຽນ, ຊຶ່ງຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນຳສະເໜີບົດຮຽນຂອງທ່ານ ນາງ ກາເມລາ ຕໍເລດ ຜູ້ຕາງໜ້າອົງການແຮງງານສາກົນ(ILO) ກ່ຽວກັບເນື້ອໃນ ແລະ ວິທີການຈັດຕັ້ງປະຕິບັດສົນທີສັນຍາອົງການແຮງງານສາກົນ ດ້ານການບໍລິການຈັດຫາງານ ລວມທັງກົນໄກ ແລະ ຂັ້ນຕອນໃນການຄຸ້ມຄອງບໍລິສັດຈັດຫາງານ ພ້ອມກັນນີ້ຍັງໄດ້ມີການແລກປ່ຽນບົດຮຽນດ້ານການບໍລິການຈັດຫາງານ ຂອງແຕ່ລະປະເທດສະມາຊິກອາຊຽນ, ເພື່ອປົກປ້ອງ ແລະ ສົ່ງເສີມແຮງງານໃຫ້ມີລາຍໄດ້ແກ່ຄອບຄົວ, ປະກອບສ່ວນໃນການລົບລ້າງຄວາມທຸກຍາກ, ພ້ອມທັງກົນໄກການປະສານງານ ແລະ ການຮ່ວມມືຂອງແຕ່ລະປະເທດ ແລະ ພາກພື້ນ ລວມທັງການຮ່ວມມືສອງຝ່າຍ ດ້ານການບໍລິການຈັດຫາງານເພື່ອເປັນການຈັດຕັ້ງປະຕິບັດຖະແຫລງການອາຊ່ຽນວ່າດ້ວຍການປົກປ້ອງ ແລະ ສົ່ງເສີມສິດຂອງແຮງງານເຄື່ອນຍ້າຍ, ນອກຈາກນີ້ຍັງໄດ້ສຸມໃສ່ການປຶກສາຫາລືໃນການອຳນວຍຄວາມສະດວກໃຫ້ແກ່ການເຄື່ອນຍ້າຍແຮງງານທີ່ມີສີມືໃນປີ 2015ນີ້. ( ນັກຂ່າວ: ກະຊວງ ຮສສ )
ກອງປະຊຸມສ້າງຄວາມເຂັ້ມແຂງການບໍລິການຈັດຫາງານອາຊຽນ
By:
laboursalavane Province
On:
11:54 AM
Subscribe to:
Post Comments
(
Atom
)
Labels
- IT ( 4 )
- ກະສິກຳ ( 8 )
- ຂ່າວກະຊວງ ( 6 )
- ຂ່າວເສດຖະກິດ ( 1 )
- ຂ່າວເດັ່ນ ( 2 )
- ຂ່າວຕ່າງປະເທດ ( 3 )
- ຂ່າວທົ່ວໄປ ( 5 )
- ຂ່າວພາຍໃນປະເທດ ( 5 )
- ຂ່າວພາຍໃນພະແນກ ( 87 )
- ຂ້າໄວຣັດ ( 1 )
- ຄລິບຕະຫລົກ ( 15 )
- ຈາກເລື່ອງເລົ່າເຊົ້ານີ້ ( 2 )
- ເພງວີດີໂອ ( 1 )
- ເພື່ອສຸຂະພາບ ( 14 )
- ຮູບພາບ ( 1 )
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ