ຂ່າວໃໝ່
Loading...
Tuesday, July 29, 2014
Tagged Under:
ຂ່າວກະຊວງ
ໃນລະຫວ່າງວັນທີ 1-2 ກໍລະກົດ 2014 ທີ່ເມືອງວັງວຽງ ແຂວງວຽງຈັນ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ສປປ ລາວ ແລະ ກະຊວງພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ລາຊະອານາຈັກໄທໄດ້ຈັດກອງປະຊຸມຄະນະປະຕິບັດງານຮ່ວມມືຕ້ານການຄ້າມະນຸດລາວ - ໄທ ຄັ້ງທີ 15 ຂຶ້ນ, ຊຶ່ງຝ່າຍລາວນຳໂດຍ ທ່ານ ຄຳຂານ ພິນສະຫວັນ ຫົວໜ້າຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຄະນະກອງເລຂາຄະນະກຳມະການປົກປ້ອງ ແລະ ຊ່ວຍເຫຼືອຜູ້ເຄາະຮ້າຍຈາກການຄ້າມະນຸດຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງອື່ນໆ, ຝ່າຍໄທ ນຳໂດຍ ທ່ານ ພົນຕຳຫຼວດເອກ ຊັດຊະວານ ສຸກສົມຈິດ ຫົວໜ້າກົມສອບສວນຄະດີພິເສດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍໄທເຂົ້າຮ່ວມ. ທ່ານ ປະເດີມພອນ ສົນທະນີ ຫົວໜ້າກົມສັງຄົມສົງເຄາະ ໄດ້ໃຫ້ລາຍລະອຽດກ່ຽວກັບກອງປະຊຸມຮ່ວມມືລະດັບຜູ້ປະຕິບັດການປົກປ້ອງ ແລະ ຊ່ວຍເຫຼືອຜູ້ເຄາະຮ້າຍຈາກການຄ້າມະນຸດລາວ-ໄທ ແມ່ນໄດ້ຈັດຂຶ້ນທຸກໆປີ ໂດຍຜັດປ່ຽນກັນເປັນເຈົ້າພາບ ເພື່ອທົບທວນຄືນການປະສານງານຮ່ວມມືກັນໃນການປົກປ້ອງ ແລະ ຊ່ວຍເຫຼືອເບິ່ງແຍງແຮງງານລາວທີ່ຕົກເຂົ້າສູ່ຂະບວນການຄ້າມະນຸດທີ່ປະເທດໄທ ຊຶ່ງໃນໜຶ່ງປີຜ່ານມາເຫັນວ່າໄດ້ມີຄວາມຄືບໜ້າຫຼາຍດ້ານ ເປັນຕົ້ນການແລກປ່ຽນຂໍ້ມູນຂ່າວສານ, ການດຳເນີນຄະດີຕໍ່ຜູ້ກະທຳຜິດ, ການຝຶກວິຊາຊີບ, ການຕິດ ຕາມຊ່ວຍເຫຼືອເບິ່ງແຍງຜູ້ເຄາະຮ້າຍໃນເວລາສົ່ງກັບຄືນສູ່ຄອບຄົວ ແລະ ຊຸມຊົນ ເພື່ອໃຫ້ເຂົາເຈົ້າສາມາດຢູ່ຮ່ວມໃນສັງຄົມຢ່າງເປັນປົກກະຕິ, ໃນໜຶ່ງປີຜ່ານມາມີຜູ້ຕົກເປັນເຫຍື່ອຂະບວນການຄ້າມະນຸດໄດ້ຖືກສົ່ງກັບຈາກປະເທດໄທ ທັງໝົດ 144 ຄົນ, ຍິງ 143 ຄົນ ອາຍຸຕໍ່າກວ່າ 18 ປີ 31 ຄົນ, ຍັງພັກຢູ່ສູນເພື່ອລໍຖ້າການສືບສວນ-ສອບສວນຕາມຂະບວນການຍຸຕິທຳຢູ່ປະເທດໄທຈຳນວນ 110 ຄົນ, ສ່ວນໃຫຍ່ແມ່ນຜູ້ທີ່ຕົກເຂົ້າສູ່ຂະບວນການຄ້າປະເວນີ, ການໃຊ້ແຮງງານແບບບັງຄັບຢູ່ໂຮງຈັກໂຮງງານ, ເປັນແມ່ບ້ານ, ຮ້ານອາຫານ, ກະສິກຳ, ການປະມົງ ແລະ ອື່ນໆ. ທັງສອງຝ່າຍຍັງໄດ້ມີການປຶກສາຫາລືເພື່ອສືບຕໍ່ຮ່ວມມືກັນໃນຕໍ່ໜ້າໃຫ້ເປັນປົກກະຕິ ແລະ ມີຄວາມຄ່ອງຕົວຫຼາຍຂຶ້ນເປັນຕົ້ນ ການແລກປ່ຽນຂໍ້ມູນຂ່າວສານ ຊຶ່ງກັນ ແລະ ກັນ ຄະນະຮັບຜິດຊອບຝ່າຍໄທຈະສືບຕໍ່ນຳສົ່ງຜູ້ທີ່ຢູ່ສູນກັບຄືນປະເທດໂດຍໄວຕາມເວລາອັນຄວນ. ພ້ອມນັ້ນຄະນະຮັບຜິດຊອບຝ່າຍລາວຍັງຈະສືບຕໍ່ປູກຈິດສຳນຶກໃຫ້ແກ່ຊຸມຊົນ ຫຼື ສັງຄົມໃຫ້ເຫັນໄດ້ເຖິງຜົນຮ້າຍຂອງຂະບວນການຄ້າມະນຸດ ແລະ ຈະສືບຕໍ່ເອົາໃຈໃສ່ຊ່ວຍເຫຼືອເບິ່ງແຍງຜູ້ທີ່ຖືກສົ່ງກັບໃຫ້ສາມາດດຳລົງຊີວິດຢູ່ນຳຄອບຄົວ ແລະ ສັງຄົມຢ່າງເປັນປົກກະຕິ. ກອງປະຊຸມຄັ້ງທີ 16 ຄາດວ່າຈະໄດ້ຈັດຂຶ້ນໃນຕົ້ນປີ 2015 ໂດຍຝ່າຍໄທຈະເປັນເຈົ້າພາບ, ສໍາລັບກອງປະຊຸມຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກອົງການ IOM, World Vision, UN-ACT, VFI ປະຈຳ ສປປ ລາວ. ( ນັກຂ່າວ: ກະຊວງ ຮສສ
ກອງປະຊຸມຄະນະປະຕິບັດງານຕ້ານການຄ້າມະນຸດລາວ-ໄທຄັ້ງທີ 15
By:
laboursalavane Province
On:
11:55 AM
Subscribe to:
Post Comments
(
Atom
)
Labels
- IT ( 4 )
- ກະສິກຳ ( 8 )
- ຂ່າວກະຊວງ ( 6 )
- ຂ່າວເສດຖະກິດ ( 1 )
- ຂ່າວເດັ່ນ ( 2 )
- ຂ່າວຕ່າງປະເທດ ( 3 )
- ຂ່າວທົ່ວໄປ ( 5 )
- ຂ່າວພາຍໃນປະເທດ ( 5 )
- ຂ່າວພາຍໃນພະແນກ ( 87 )
- ຂ້າໄວຣັດ ( 1 )
- ຄລິບຕະຫລົກ ( 15 )
- ຈາກເລື່ອງເລົ່າເຊົ້ານີ້ ( 2 )
- ເພງວີດີໂອ ( 1 )
- ເພື່ອສຸຂະພາບ ( 14 )
- ຮູບພາບ ( 1 )
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ