ໃນຕອນເຊົ້າຂອງວັນທີ 25 ມິຖຸນາ 2014 ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ນາງ
ອ່ອນຈັນ ທຳມະວົງ ກຳມະການສູນກາງພັກ ລັດຖະມົນຕີວ່າການກະຊວງແຮງງານ ແລະ
ສະຫວັດດີການສັງຄົມ, ໄດ້ຕ້ອນຮັບຄະນະຜູ້ແທນ
ສ.ເກົາຫລີ ຊຶ່ງນຳໂດຍການທ່ານ Lee Sangho ເອກອັກຄະລັດຖະທູດ
ວິສາມັນຜູ້ມີອຳນາດເຕັມ ປະເທດເກົາຫລີ ປະຈຳ ສປປ ລາວ, ທ່ານຫົວໜ້າພະແນກນະໂຍບາຍກຳລັງແຮງງານຕ່າງປະເທດຂອງ ສ.ເກົາຫລີ ພ້ອມດ້ວຍຄະນະ
ທີມາເຮັດວຽກຮ່ວມກັບ ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ
ສະຫວັດດີການສັງຄົມ. ໃນໂອກາດນີ້ທ່ານ ນາງ ອ່ອນຈັນ ທຳມະວົງ ລັດຖະມົນຕີວ່າການກະຊວງ ຮສສ
ໄດ້ສະແດງຄວາມຍິນດີຕ້ອນຮັບ ຍ້ອງຍໍຊົມເຊີຍ ແລະ ພ້ອມທັງຕີລາຄາສູງຕໍ່ທ່ານ
ທູດທີ່ໄດ້ມາດຳລົງຕໍ່າແໜງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມປະຈຳ ສປປລາວ
ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ປະເທດເກົາຫລີ
ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ, ພ້ອມນີ້ທ່ານລັດຖະມົນຕີວ່າການຍັງໄດ້ສະແດງຄວາມ
ຂອບໃຈທີ່ທ່ານທູດກໍ່ຄືປະເທດເກົາຫລີທີ່ໄດ້ໃຫ້ການຊ່ວຍເຫຼືອໃນຫລາຍໆດ້ານແກ່ ສປປ ລາວ
ໃນໄລຍະຜ່ານມາເວົ້າລວມ, ເວົ້າສະເພາະກໍ່ຄືການຊ່ວຍເຫຼືອໃນຂະແໜງແຮງງານ
ແລະ ສະຫວັດດີການສັງຄົມ, ກໍ່ຄື
ການສ້າງສູນພັດທະນາສີມືແຮງງານ, ສູນຝຶກວິຊີບລາວ -
ເກົາຫລີ ແລະ ການສ້າງມາດຕະຖານສີມືແຮງງານ, ໃນການເຂົ້າຢ້ຽມພົບປະໃນຄັ້ງນີ້ທ່ານທູດ ແລະ ທ່ານລັດຖະມົນຕີວ່າການ
ຍັງໄດ້ປຶກສາຫາລື ຫລາຍບັນຫາທີ່ກ່ຽວຂ້ອງ ເຊັ່ນ:
ກ່ຽວກັບການຮ່ວມມືທາງດ້ານການແລກປ່ຽນກຳລັງແຮງງານນຳ ສປປ ລາວ ແລະ
ຂັ້ນຕອນໃນການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະ ເທດ. ໃນນີ້ທ່ານ ທູດກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີວ່າການທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້
ພ້ອມທັງຢືນຢັນຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ພ້ອມແລ້ວທີ່ຈະໃຫ້ຄວາມຮ່ວມມືແກ່ ສປປລາວ
ໃນທຸກໆດ້ານ. ພ້ອມນີ້ຄະນະຜູ້ແທນຂອງ ສ
ເກົາຫລີຍັງຈະໄດ້ພົບປະນໍາຜູ້ອຳນວຍການບໍລິສັດຈັດຫາງານທີ່ເປັນຂອງລັດ ແລະ ເອກະຊົນ, ຜູ້ອໍານວຍການສູນຝຶກວິຊາຊີບ ແລະ ບັນດາໂຮງໝໍ, ຄຣີນິກຕ່າງໆຕື່ມອີກ.
ຂ່າວໃໝ່
Loading...
Thursday, July 24, 2014
Tagged Under:
ຂ່າວກະຊວງ
,
ຂ່າວພາຍໃນພະແນກ
ທ່ານລັດຖະມົນຕີວ່າການ ກະຊວງ ຮສສ ຕ້ອນຮັບ ຜູ້ແທນ ສ. ເກົາຫລີ
By:
laboursalavane Province
On:
2:50 PM
Subscribe to:
Post Comments
(
Atom
)
Labels
- IT ( 4 )
- ກະສິກຳ ( 8 )
- ຂ່າວກະຊວງ ( 6 )
- ຂ່າວເສດຖະກິດ ( 1 )
- ຂ່າວເດັ່ນ ( 2 )
- ຂ່າວຕ່າງປະເທດ ( 3 )
- ຂ່າວທົ່ວໄປ ( 5 )
- ຂ່າວພາຍໃນປະເທດ ( 5 )
- ຂ່າວພາຍໃນພະແນກ ( 87 )
- ຂ້າໄວຣັດ ( 1 )
- ຄລິບຕະຫລົກ ( 15 )
- ຈາກເລື່ອງເລົ່າເຊົ້ານີ້ ( 2 )
- ເພງວີດີໂອ ( 1 )
- ເພື່ອສຸຂະພາບ ( 14 )
- ຮູບພາບ ( 1 )
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ