ຂ່າວໃໝ່
Loading...
Thursday, July 31, 2014
Tagged Under:
ຂ່າວພາຍໃນປະເທດ
ເກີດເຫດຄາດຕະກໍາແມ່ຕູ້ໝໍດູອາຍຸ 75 ປີ ເພື່ອປຸ້ນເອົາຄໍາຮູບປະພັນນໍ້າໜັກ 7 ບາດ, ແລ້ວຫຼາກສົບຖິ້ມລົງຫ້ວຍນໍ້າ ເຂດບ້ານນາແຫກ ເມືອງປາເຊ ແຂວງຈໍາປາສັກ ໃນວັນທີ 25 ກໍລະກົດນີ້.
ທ່ານ ພັຕ ສີນໍາ ຈິດປັນຍາ ຮອງກອງບັນຊາການ ປກສ ເມືອງປາກເຊ ແຂວງຈໍາປາສັກ ເວົ້າວ່າ: ຜູ້ເສຍຊີວິດຄື: ແມ່ຕູ້ດວງໃສ ອາຍຸ 75 ປີ, ປະຊາຊົນ ບ້ານດົງເວີນທອງ ເມືອງ ແລະ ແຂວງຈໍາປາສັກ ມາພັກເຊົາຢູ່ເຮືອນນ້ອງສາວ ຢູ່ບ້ານນາແຫກ ເມືອງປາກເຊ ເພື່ອຊອກຫາດູດວງຊາຕາໃຫ້ປະຊາຊົນໃນເຂດດັ່ງກ່າວ; ມື້ເກີດເຫດ, ນ້ອງສາວຂອງຜູ້ເສຍຊີວິດ ເຂົ້າແຈ້ງຄວາມວ່າ: ເອື້ອຍຂອງຜູ້ກ່ຽວຫາຍໄປຈາກບ້ານ; ດັ່ງນັ້ນ, ຈຶ່ງນໍາກໍາລັງສົມທົບກັບອໍານາດການປົກຄອງບ້ານດັ່ງກ່າວຄົ້ນຫາ, ແຕ່ບໍ່ພົບ. ວັນຕໍ່ມາ ( 26 ກໍລະກົດ) ຈຶ່ງພົບເຫັນແມ່ຕູ້ດວງໃສ ເສຍຊີວິດດ້ວຍສະພາບສົບຟູນໍ້າໄຫຼມາຕາມລໍາຫ້ວຍຫ່າງຈາກບ້ານນາແຫກ ປະມານ 1 ກິໂລແມັດ ໃນສະພາບສົບຖືກແທງດ້ວຍຂອງມີຄົມບໍລິເວນດ້ານຫຼັງ ແລະ ຄໍຫອຍຖືກປາດເລິກກວ່າ 2 ຊັງຕີແມັດ ພວກເຮົາໄດ້ຂຶ້ນເປົ້າໝາຍ ແລ້ວຂັດຈ້ອນເຂົ້າ. ຮອດເວລາ 15:00 ໂມງຂອງວັນດຽວ ຈຶ່ງສາມາດກັກຕົວຄາດຕະກອນມາດໍາເນີນຄະດີ; ຜູ້ຖືກຫາຊື່ ນາງ ຄອນສະຫວັນ ຫຼື ຫຼ້າ ອາຍຸ 24 ປີ, ປະຊາຊົນບ້ານນາແຫກ ເມືອງປາກເຊ ແຂວງຈໍາປາສັກ.
ຄາດຕະກອນ ສາລະພາບວ່າ: ຕົນເປັນຄົນລົງມືຄາດຕະກໍາແທ້ເພາະຢາກໄດ້ສາຍຄໍຄໍາ ແລະ ສາຍແຂນຄໍາຂອງແມ່ຕູ້ ເພື່ອເອົາໄປໃຊ້ໜີ້ການພະນັນ ທີ່ຕົນເອງໄດ້ສ້າງໄວ້ ແລະ ມື້ເກີດເຫດຕົນເອງໄດ້ໄປເບິ່ງດວງຊາຕານໍາຜູ້ເສຍຊີວິດ ເພາະຜູ້ກ່ຽວເປັນໝໍດູທີ່ປະຊາຊົນພາຍໃນບ້ານໃຫ້ການເຊື່ອຖືກັນວ່າ ເບິ່ງດວງຊາຕາຄິ້ວ ແລະ ຖືກໃຈຫຼາຍໆຄົນ; ແຕ່ໃນຂະນະທີ່ໃຫ້ຜູ້ກ່ຽວເບິ່ງດວງຊາຕາໃຫ້ນັ້ນ, ກໍ່ໄດ້ແນມເຫັນສາຍຄໍຄໍາ ແລະ ສາຍແຂນຄໍາ ທີ່ສວມໃສ່ເປັນຈໍານວນຫຼາຍບາດ ແລະ ເກີດຄວາມຄິດຢາກໄດ້ ຈຶ່ງຫາວິທີທາງວາງແຜນຄາດຕະກໍາເອົາຄໍາດັ່ງກ່າວນັ້ນ.
ພາຍຫຼັງເບິ່ງດວງຊາຕາແລ້ວ, ນາງ ຫຼ້າຈຶ່ງຊວນຜູ້ກ່ຽວມາຫຼິ້ນເຮືອນ ເພາະເຮືອນຢູ່ໃກ້ກັນ. ຫຼັງຈາກນັ້ນ, ຈຶ່ງຊວນເຂົ້າໄປຫາໜໍ່ໄມ້ແຄມເຮືອນປະມານ 10 ແມັດ; ໂດຍຕົນເອງໄດ້ຖືມີດຍາວປະມານ 30 ຊັງຕີແມັດໄປນໍາ ແລະ ສວຍໂອກາດໃນຂະນະທີ່ແມ່ຕູ້ດວງໃສ ກໍາລັງກົ້ມລົງຫັກໜໍ່ໄມ້ຢູ່ນັ້ນ, ໄດ້ເອົາມີດທີ່ກຽມມາແທງເຂົ້າດ້ານຫຼັງ 1 ບາດ ເຮັດໃຫ້ຜູ້ຕາຍລົ້ມພຸບລົງກັບຟື້ນດິນເພື່ອໃຫ້ແນ່ໃຈຕົນເອງ ຈຶ່ງປາດຄໍຊໍ້າອີກ 1 ບາດ ຈົນເຮັດໃຫ້ແມ່ຕູ້ຂາດໃຈຕາຍ; ຫຼັງຈາກນັ້ນ, ຜູ້ກ່ຽວໄດ້ປົດເອົາສາຍຄໍ ແລະ ສາຍແຂນນໍ້າໜັກລວມ 7 ບາດ ແລ້ວລາກສົບຖິ້ມລົງນໍ້າຫ້ວຍ ແລ້ວກໍ່ກັບມາເຮືອນ; ມື້ຕໍ່ມາ, ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີ.
ຂໍ້ມູນຈາກ: ໜັງສືພິມຄວາມສະຫງົບ
ຕິດການພະນັນຈົນລົງມືຂ້າຄົນປົ້ນຊັບ
By:
laboursalavane Province
On:
3:43 PM

Subscribe to:
Post Comments
(
Atom
)
Labels
- IT ( 4 )
- ກະສິກຳ ( 8 )
- ຂ່າວກະຊວງ ( 6 )
- ຂ່າວເສດຖະກິດ ( 1 )
- ຂ່າວເດັ່ນ ( 2 )
- ຂ່າວຕ່າງປະເທດ ( 3 )
- ຂ່າວທົ່ວໄປ ( 5 )
- ຂ່າວພາຍໃນປະເທດ ( 5 )
- ຂ່າວພາຍໃນພະແນກ ( 87 )
- ຂ້າໄວຣັດ ( 1 )
- ຄລິບຕະຫລົກ ( 15 )
- ຈາກເລື່ອງເລົ່າເຊົ້ານີ້ ( 2 )
- ເພງວີດີໂອ ( 1 )
- ເພື່ອສຸຂະພາບ ( 14 )
- ຮູບພາບ ( 1 )
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ