ສາລະວັນສຳຫລວດແຫລ່ງທ່ອງທ່ຽວ 80 ບ່ອນ ເພື່ອຂຶ້ນບັນຊີຂໍທຶນພັດທະນາ
ຂ່າວໃໝ່
Loading...
Wednesday, June 13, 2012
Sunday, June 10, 2012
ແຜນງານສະເຫຼີມສະຫຼອງວຽງຈັນ ເປັນນະຄອນຫຼວງ ຄົບຮອບ 450 ປີ
By:
laboursalavane Province
On:
11:57 AM
I.
ຄວາມເປັນມາ ແລະ
ຈຸດປະສົງລະດັບຄາດໝາຍຂອງການສະເຫຼີມສະຫຼອງວຽງຈັນ
ເປັນນະຄອນຫຼວງ ຄົບຮອບ 450 ປີ:
1.ຄວາມ
ເປັນມາຂອງການສະເຫຼີມສະຫຼອງວຽງຈັນ 450 ປີ:
ວຽງຈັນ ເປັນເມືອງບູຮານເກົ່າແກ່ມີອາຍຸຫຼາຍກ່ວາ 2.000 ກ່ວາປີ
ການຂະໜານນາມ "ເມືອງວຽງຈັນ" ແມ່ນເອົາຕາມຊື່ທ້າວ ບູລີຈັນ
ຜູ້ມາສ້າງຕັ້ງເມືອງຄົນທຳອິດ ໃນປີ ພສ 236 ມາເຖິງປີ ຄສ 1560
"ວຽງຈັນ" ໄດ້ກາຍມາເປັນນະຄອນຫຼວງຂອງປະເທດລາວລ້ານຊ້າງ
ສືບເນື່ອງຈົນມາຮອດເທົ້າທຸກວັນນີ້.
ຕະຫຼອດໄລຍະ 450 ປີຜ່ານມານັ້ນ
ພວກເຮົາບໍ່ເຄີຍສະເຫຼີມສະຫຼອງວຽງຈັນ ເປັນນະຄອນຫຼວງຈັກເທື່ອ
ກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ປີ 2005
ໄດ້ກຳນົດຄາດໝາຍສູ້ຊົນໃຫຍ່ ມີ 13 ແຜນງານ 160 ໂຄງການຈຸດສຸມ:
ໃນນັ້ນມີ 1 ແຜນງານ ຄື: ແຜນງານສະເຫຼີມສະຫຼອງວຽງຈັນ
ເປັນນະຄອນຫຼວງ ຄົບຮອບ 450 ປີ ປະກອບມີ 3 ແຜນວຽກ 21 ໂຄງການ
ກົມການເມືອງສູນກາງພັກ ແລະ ລັດຖະບານ
ໄດ້ອອກນິຕິກຳສຳຄັນຈຳນວນໜຶ່ງ ທີ່ເປັນບ່ອນອີງໃຫ້ອົງຄະນະພັກ
ອົງການປົກຄອງນະຄອນຫຼວງວຽງຈັນ
ກະກຽມຈັດງານສະເຫຼີມສະຫຼອງວຽງຈັນ ເປັນນະຄອນຫຼວງ ຄົບຮອບ 450 ປີ
ດັ່ງນີ້:
- ແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 352/ຫສພ
ລົງວັນທີ 4 ກໍລະກົດ 2007 ກົມການເມືອງສູນກາງພັກ
ເຫັນດີໃຫ້ນະຄອນຫຼວງວຽງຈັນ ຈັດງານສະເຫຼີມສະຫຼອງວຽງຈັນ
ເປັນນະຄອນຫຼວງ ຄົບຮອບ 450 ປີ.
- ມະຕິຂອງຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ສະບັບເລກທີ
64/ຄພນວ ລົງວັນທີ 11 ຕຸລາ 2007 ວ່າດ້ວຍການສະເຫຼີມສະຫຼອງວຽງຈັນ
ນະຄອນຫຼວງ ຄົບຮອບ 450 ປີ.
- ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 78/ນຍ ລົງວັນທີ
30/7/2007 ວ່າດ້ວຍການສະເຫຼີມສະຫຼອງວຽງຈັນ ເປັນນະຄອນຫຼວງ ຄົບຮອບ
450 ປີ.
- ຂໍ້ຕົກລົງຂອງຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ
ປະທານຄະນະກຳມະການຈັດງານສະເຫຼີມສະຫຼອງວຽງຈັນ ເປັນນະຄອນຫຼວງ
ຄົບຮອບ 450 ປີ ສະບັບເລກທີ 134/ນຍ ລົງວັນທີ 20/11/2007.
- ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 143/ນຍ ລົງວັນທີ
29/9/2009 ວ່າດ້ວຍການຈັດງານສະເຫຼີມສະຫຼອງວຽງຈັນ ເປັນນະຄອນຫຼວງ
ຄົບຮອບ 450 ປີ ໃນປີ 2010.
2.
ຈຸດປະສົງ ລະດັບຄາດໝາຍ:
2.1 ແນໃສ່ເຮັດໃຫ້ຊາວລາວທົ່ວປະເທດ
ໂດຍສະເພາະຊາວນະຄອນຫຼວງວຽງຈັນ ທຸກເຜົ່າ ທຸກຊັ້ນຄົນ ທຸກເພດໄວ
ເຫັນໄດ້ຕົ້ນກຳເນີດ ມູນເຊື້ອ ແລະ
ຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງນະຄອນຫຼວງວຽງຈັນ
ບົນພື້ນຖານດັ່ງກ່າວ ເພື່ອເຊີດຊູຄວາມຕື່ນຕົວດ້ານການເມືອງ
ເພີ່ມທະວີຄວາມສາມັກຄີປອງດອງເປັນປຶກແຜ່ນ
ເສີມຂະຫຍາຍນ້ຳໃຈຮັກຊາດ ສິດເປັນເຈົ້າຕົນເອງ ເພິ່ງຕົນເອງ ແລະ
ສ້າງຄວາມເຂັ້ມແຂງດ້ວຍຕົນເອງ
ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ
ສ້າງສານະຄອນຫຼວງວຽງຈັນ ເຊິ່ງແມ່ນນະຄອນຫຼວງຂອງປະເທດຊາດ
ໃຫ້ກາຍເປັນຫົວໜ່ວຍຍຸດທະສາດທີ່ໜັກແໜ້ນ-ເຂັ້ມແຂງຮອບດ້ານ
ເສດຖະກິດຂະຫຍາຍຕົວໄວ ຕົວເມືອງມີໂສມໜ້າໃໝ່ ແລະ
ທັນສະໄໝຢ່າງບໍ່ຢຸດຢັ້ງ ສັງຄົມມີຄວາມຍຸຕິທຳ ແລະ ສີວິໄລ.
2.2 ເປີດໂອກາດໃຫ້ປະຊາຊົນລາວທັງຢູ່ພາຍໃນ ແລະ ຕ່າງປະເທດ
ບັນດານະຄອນເພື່ອນມິດ ແລະ ສາກົນ ຮັບຮູ້ວຽງຈັນ ຫຼາຍຂຶ້ນກວ່າເກົ່າ
ສ້າງໃຫ້ໄດ້ເພື່ອນມິດທີ່ຢູ່ໃກ້ ແລະ ຢູ່ໄກໃຫ້ຫຼາຍຂຶ້ນ
ຕີຖອຍຄວາມເຂົ້າໃຈຜິດ ແລະ ຄວາມອາຄາດບາດໝາງຂອງກຸ່ມຄົນບໍ່ດີ
ທີ່ມີຕໍ່ນະຄອນຫຼວງວຽງຈັນ ກໍຄືຕໍ່ ສປປ ລາວ
ເຮັດໃຫ້ຊື່ສຽງອິດທິພົນຂອງນະຄອນຫຼວງວຽງຈັນ
ພົ້ນເດັ່ນຂຶ້ນໃນເວທີສາກົນອີກບາດກ້າວໜຶ່ງ
ຖັດຈາກຜົນສຳເລັດຂອງການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ
ຄັ້ງທີ 10 ປີ 2004.
2.3 ຮັບປະກັນຍາດແຍ່ງໃຫ້ໄດ້ຄວາມເປັນໃຈ
ການສະໜັບສະໜູນຂອງຄົນລາວ ທຸກເຜົ່າ ທຸກຊັ້ນຄົນ ທຸກເພດໄວ
ທັງພາຍໃນ ແລະ ຕ່າງປະເທດ ເພື່ອນມິດບັນດານະຄອນ
ໃຫ້ຫັນໜ້າເຂົ້າມາລົງທຶນ ທ່ອງທ່ຽວຢ່າງກ້ວາງຂວາງ ສ້າງກິດຈະກຳ
ແລະ ລາຍການຕ່າງໆຂອງງານ ເປັນຄືກັບ ປາງບຸນໃຫຍ່ໜຶ່ງຂອງຊາດ
ມີຄວາມປະທັບໃຈ ຈູງໃຈ ສີວິໄລ ສວຍງາມ ນຳໃຊ້ເຕັກນິກທັນສະໄໝ
ປະຢັດມັດທະຍັດ ແລະ ລຽບງ່າຍ.
2.4 ຫຼັງຈາກງານສະເຫຼີມສະຫຼອງແລ້ວ ເຮັດໃຫ້ນະຄອນຫຼວງວຽງຈັນ
ມີບາດກ້າວພັດທະນາຂຶ້ນທຸກດ້ານ
ບັນລຸບັນດາຄາດໝາຍທີ່ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກ ແລະ
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກນະຄອນຫຼວງວຽງຈັນ
ວາງອອກ.
3.
ບັນດາແຜນວຽກ ແລະ ໂຄງການຈຸດສຸມທີ່ລັດຖະບານ ຮັບຮອງເອົາ
ປະກອບມີ:
3.1 ແຜນວຽກສຶກສາອົບຮົມແນວຄິດ ປູກຈິດສຳນຶກຮັກຊາດ
ຮັກນະຄອນຫຼວງວຽງຈັນ 450 ປີ (2010) ປະຕິບັດຂໍ້ແຂ່ງຂັນ 7 ປະການ
ແລະ ພັດທະນານະຄອນຫຼວງວຽງຈັນ ໃຫ້ບັນລຸຄາດໝາຍ 6 ສ
ຢ່າງເປັນຮູບປະທຳ.
3.2 ແຜນວຽກຈັດວາງໂຄງຮ່າງ ການໃຫ້ທັດສະນະ ແລະ
ພິຈາລະນາປະຫວັດສາດວຽງຈັນ (ເອກະສານສະບັບທີ I).
3.3 ແຜນວຽກອອກແບບ ຈັດຫາທຶນ ແລະ
ແບ່ງຄະນະຮັບຜິດຊອບກຳກັບໂຄງການ ແລະ ພັດທະນາຕົວເມືອງ ມີ 21
ໂຄງການ ຄື:
1.ໂຄງການສ້າງຄຸ້ມເມືອງໃໝ່ 450 ປີ.
2.ໂຄງການກໍ່ສ້າງສະໜາມກີລາຊີເກມ ຄັ້ງທີ 25 ແລະ ສະໜາມກ໋ອບ.
3.ໂຄງການພັດທະນາແຄມແມ່ນ້ຳຂອງ.
4.ໂຄງການສ້າງພື້ນຖານໂຄງລ່າງ.
5.ໂຄງການປັບປຸງສະໜາມຫຼວງ ສວນໄຊເຊດຖາ ກົມມະລຽນ
ເດີ່ນພະທາດຫຼວງ ແລະ ໜອງສະພັງເລນ.
6.ໂຄງການກໍ່ສ້າງສຳນັກງານປົກຄອງ ແລະ ສະພາເຂດ I
ນະຄອນຫຼວງວຽງຈັນ.
7.ໂຄງການປັບປຸງຍົກລະດັບຖະໜົນສຸພານຸວົງ.
8.ໂຄງການບູລະນະປະຕິສັງຂອນວັດສີສະເກດ.
9.ໂຄງການພັດທະນາໜອງທາ.
10.ໂຄງການກຳນົດຜັງເມືອງວຽງຈັນ ສະບັບທີ 3.
11.ໂຄງການບູລະນະປະຕິສັງຂອນຫໍພະແກ້ວ.
12.ໂຄງການປັບປຸງຕະຫຼາດ 4 ແຫ່ງ ໃນຕົວເມືອງ (ຕະຫຼາດເຊົ້າ
ຕະຫຼາດທາດຫຼວງ ຕະຫຼວດທົ່ງຂັນຄຳ ແລະ ຕະຫຼາດສີໄຄ).
13.ໂຄງການສ້າງສວນດອກໄມ້ປະດັບ (ທາງເຂົ້າ-ອອກຕົວເມືອງ 4 ຈຸດ).
14.ໂຄງການສ້າງຮູບເງົາວຽງຈັນ 450 ປີ.
15.ໂຄງການສ້າງຕະຫຼາດຊາຍແດນ.
16.ໂຄງການປັບປຸງຫຼັກເມືອງ.
17.ໂຄງການປັບປຸງສວນສາທາລະນະໜອງຈັນ ແລະ ຕະຫຼາດໜອງຈັນ.
18.ໂຄງການສ້າງບ້ານ ແລະ ກຸ່ມບ້ານພັດທະນາ.
19.ໂຄງການຜະລິດຂອງຂວັນ 450 ປີ.
20.ໂຄງການແກ້ໄຂປະກົດການຫຍໍ້ທໍ້ ຈັດສັນ ແລະ ລະດົມທາສີເຮືອນ.
21.ໂຄງການບູລະນະສວນວັດຊຽງຄວນ (ເມືອງຫາດຊາຍຟອງ) ແລະ
ທາດຖິ່ນສ້ອຍ (ເມືອງປາກງື່ມ).
Saturday, June 2, 2012
ສາລະວັນສຳຫລວດແຫລ່ງທ່ອງທ່ຽວ 80 ບ່ອນ ເພື່ອຂຶ້ນບັນຊີຂໍທຶນພັດທະນາ
By:
laboursalavane Province
On:
3:40 PM
ໂດຍ: ສົມສະຫວິນ
ແຂວງສາລະວັນມີແຜນພັດທະນາສະຖານທີ່ທ່ອງທ່ຽວຫລາຍແຫ່ງເພື່ອຮອງຮັບນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາທ່ຽວພາຍໃນແຂວງຂອງຕົນນັບມື້ນັບຫລາຍຂຶ້ນໃນຕໍ່ຫນ້າ ເຊິ່ງສັງເກດເຫັນຕະຫລອດ 4 ເດືອນຜ່ານມານັບແຕ່ປະກາດເປັນປີທ່ອງທ່ຽວລາວຮອດປະຈຸບັນມີນັກທ່ອງທ່ຽວຈຳນວນຫລາຍຫລັ່ງເຂົ້າທ່ຽວແຂວງເປັນທີ່ຫນ້າເພີງພໍ ໃຈຂະ ນະທີ່ເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຮ້ານກິນດື່ມ-ບັນເທີງຕ່າງໆກໍ່ໄດ້ມີການປັບປຸງຕະຫລອດຮອດສະຖານທີ່ທ່ອງທ່ຽວພ້ອມທັງຍັງໄດ້ເຄື່ອນໄຫວດຳເນີນ ການສຳຫລວດ ແລະ ຂຶ້ນບັນຊີເພື່ອຂໍທຶນພັດທະນາ.
ທ່ານ ບຸນຖົມ ພົມມະວົງສີ, ຮອງຫົວຫນ້າພະແນກຖະແຫລງຂ່າວ,ວັດທະນະທຳແລະທ່ອງທ່ຽວແຂວງສາລະວັນໃຫ້ຮູ້ວ່າ: ແຂວງສາລະວັນໄດ້ສຸມທຶນຮອນມະຫາສານເຂົ້າໃນ ການກໍ່ສ້າງພື້ນຖານໂຄງລ່າງໃຫ້ມີຄວາມສະດວກສະບາຍອັນເປັນພື້ນຖານແລະສິ່ງເອື້ອອຳນວຍຄວາມສະດວກແກ່ການພັດທະນາ ແລະ ຂະຫຍາຍວຽກງານທ່ອງທ່ຽວພາຍໃນ ແຂວງ. ໃນຕົ້ນເດືອນເມສາຜ່ານມາພະແນກຖວທແຂວງກໍ່ຄືຂະແຫນງການທ່ອງທ່ຽວໄດ້ມີແຜນການເຄື່ອນໄຫວໂດຍສະເພາະໃນສົກປີ 2011-2012 ໄດ້ປະສານສົມທົບກັບສູນ ກາງ ແລະ ບັນດາພະແນກ ການທີ່ກ່ຽວຂ້ອງອ້ອມຂ້າງແຂວງເພື່ອລົງສຳຫລວດ, ເກັບກຳສະຖິຕິ ແລະ ຂຶ້ນບັນຊີແຫລ່ງທ່ອງທ່ຽວທີ່ສຳຄັນຢູ່ບັນດາເມືອງເພື່ອສ້າງສູນຂໍ້ມູນການ ທ່ອງທ່ຽວ, ສະເຫນີຂໍທຶນເພື່ອພັດທະນາ ແລະ ຈັດບຸລິມະສິດແຫລ່ງທ່ອງທ່ຽວແນໃສ່ປັບປຸງບູລະນະແຫລ່ງທ່ອງທ່ຽວທັງສ້າງສິ່ງເອື້ອອຳນວຍໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າມາ ທ່ຽວຢູ່ແຂວງສາລະ ວັນ. ອີກຢ່າງຫນຶ່ງກໍ່ເພື່ອສະກັດກັ້ນການລຸກລ້ຳ; ສະແດງກຳມະສິດ ແລະ ການສຳ ປະທານຊະຊາຍທີ່ເປັນການກົດຫນ່ວງການພັດທະນາທັງເປັນການສົ່ງ ຜົນກະທົບ ແລະ ສ້າງບັນ ຫາໃນການຈັດສັນ ແລະ ພັດທະນາໃນຕໍ່ຫນ້າເປັນຕົ້ນແມ່ນ: ເຂດປ່າສະຫງວນແຫ່ງຊາດພູຊຽງທອງ (ຜາແຕ້ມ-ພູລະຫິດ) ເມືອງຄົງເຊໂດນ; ແຫລ່ງ ທ່ອງທ່ຽວ 4.000 ຂຸມແລະ ບໍລິ ເວນອ້ອມຂ້າງ (ເຮືອນຫີນ, ປ່າສະຫງວນ, ຫີນສະໂງກ) ບ້ານທ່າເມືອງລະຄອນເພັງ; ສຳຫລວດ-ຈັດສັນແຫລ່ງທ່ອງທ່ຽວຕາດໄມ້ເຮ້ຍ, ຕາດ ແຝດ, ຕາດສອງແມ່ລູກຢູ່ບ້ານພໍ່ເຂັມ ແລະ ສຳຫລວດຕາມລຳນ້ຳເຊເສັດເຊັ່ນ: ຫ້ວຍຕະປຸງເມືອງເລົ່າງາມ; ບໍລິເວນແກ້ງກຸແລະປາກເສັດເມືອງວາປີໃຫ້ສຳເລັດ; ສຳຫລວດເສດສົງ ຄາມຕາມເສັ້ນທາງເລກທີ 23 ເມືອງຕຸມ ລານ ແຂວງສາລະວັນ-ເມືອງທ່າປາງທອງແຂວງສະ ຫວັນນເຂດ; ສຳ ຫລວດເສັ້ນທາງໂຮ່ຈິ ມິນ-ຫນອງບົວເມືອງສາລະວັນເພື່ອສ້າງເປັນ ແຫລ່ງທ່ອງທ່ຽວ; ສຳຫລວດແຫລ່ງທ່ອງ ທ່ຽວເມືອງຕະໂອ້ຍ ແລະ ສະຫມ້ວຍ; ຂະຫຍາຍວົງຈອນທ່ອງທ່ຽວອະນຸຮັກອຸທິຍານຕາດເລາະ, ວົງຈອນການຍ່າງປ່າພູກົກກ້ວຍເຂດ ຕະກາວແລະອື່ນໆ ເຊິ່ງສຳຫລວດ ແລະ ຂຶ້ນ ບັນຊີແຫລ່ງທ່ອງທ່ຽວທີ່ສຳຄັນພາຍໃນແຂວງທັງຫມົດມີ80 ແຫ່ງ, ໃນນັ້ນແຫລ່ງທ່ອງທ່ຽວທຳມະຊາດ47 ແຫ່ງ, ວັດທະນະທຳ27 ແຫ່ງແລະປະຫວັດສາດ 6 ແຫ່ງ.
ສາລະວັນບ່ອນທີ່ເຂົາເຈົ້າຂຶ້ນຊື່ລືນາມວ່າເປັນອູ່ເຂົ້າອູ່່ປາອັນອຸດົມສົມບູນໄປດ້ວຍພືດພັນທັນຍາຫານຫລວງຫລາຍທັງເປັນຈຸດນັດພົບຂອງຜູ້ໂດຍສານທີ່ເດີນທາງໄປມາຜ່ານເສັ້ນ ທາງເລກທີ13 ໃຕ້ ອາຫານທີ່ໄດ້ຮັບຄວາມນິຍົມແລະເປັນທີ່ຮູ້ຈັກກັນດີໃນນາມຜູ້ ໂດຍສານກໍ່ຄົງຈະຫນີບໍ່ຫມົ້ມປີ້ງໄກ່ນາປົ່ງ ແລະ ເຄື່ອງຝາກຂອງຕ້ອນອື່ນໆວາງຂາຍກັນຢ່າງ ຫລວງຫລາຍໃນດິນແດນວີລະຊົນແຫ່ງນີ້.
10 ປີ ອປສ ມີສະມາຊິກ 58 ພັນກ່ວາຄົນ
By:
laboursalavane Province
On:
1:52 PM
ອົງການປະກັນສັງຄົມ ພາກວິສາຫະກິດ (ອປສ)
ໄດ້ຈັດກອງປະຊຸມເຜີຍແຜ່ປຶ້ມລາຍງານ 10ປີ
ຂອງອົງການປະກັນສັງຄົມຂຶ້ນ ທີ່ສູນຮ່ວມມືສາກົນ ແລະ
ການເຝິກອົບຮົມ (ICTC) ພາຍໃຕ້ການເປັນປະທານຂອງທ່ານ ສີມູນ
ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ
ທັງເປັນຮອງປະທານສະພາບໍລິຫານອົງການປະກັນສັງຄົມ
ມີບັນດາຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ 400ກ່ວາຄົນ.
ທ່ານ ຄຳພວງ ອິນທະແສງ ຜູ້ອຳນວຍການ ອປສ
ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ໄລຍະ
10ປີ ຜ່ານມາໂດຍຫຍໍ້ວ່າ: ອົງການປະກັນສັງຄົມ
ໄດ້ອອກແຮງເຄື່ອນໄຫວວຽກງານປະສົບຜົນສຳເລັດຫຼາຍດ້ານ
ເຊິ່ງເຫັນໄດ້ວ່າປັດຈຸບັນຊາວຜູ້ອອກແຮງງານ
ທີ່ເຮັດວຽກໃນຂົງເຂດວິສາຫະກິດ
ໄດ້ຖືກຄ້ຳປະກັນສິດຜົນປະໂຫຍດທາງດ້ານສະຫວັດດີການ-ສັງຄົມ
ຕາມກົດໝາຍລວມທັງຄອບຄົວຂອງເຂົາເຈົ້າ
ທີ່ໄດ້ຮັບສິດໃນການປິ່ນປົວສຸຂະພາບ.
ເລີ່ມແຕ່ເດືອນມິຖຸນາ 2001ອປສ
ໄດ້ເລີ່ມຂຶ້ນທະບຽນຫົວໜ່ວຍວິສາຫະກິດໃຫຍ່ ທີ່ມີຜູ້ອອກແຮງງານ
10ຄົນຂຶ້ນໄປ ຢູ່ນະຄອນຫຼວງວຽງຈັນ ຈາກນັ້ນ
ໄດ້ຂະຫຍາຍສູ່ວິສາຫະກິດຂະໜາດກາງ ຂະໜາດນ້ອຍ ແລະ
ຂະຫຍາຍສູ່ຕ່າງແຂວງ ສຳລັບວິສາຫະກິດທີ່ມີຜູ້ອອກແຮງງານ
ຕ່ຳກ່ວາ 10ຄົນ ກໍສາມາດສະໝັກເປັນສະມາຊິກໄດ້.
ຮອດປັດຈຸບັນ ມີສະມາຊິກ 848ວິສາຫະກິດ ມີຜູ້ປະກັນຕົນ 58.818ຄົນ
ທີ່ໄດ້ຈ່າຍເງິນສົມທົບເຂົ້າລະບົບປະກັນສັງຄົມ ໃນນີ້
ຜູ້ສະໝັກສືບຕໍ່ປະກັນຕົນດ້ວຍຕົນເອງ ມີ 1.009ຄົນ ແລະ
ມີຜູ້ເກີດສິດປິ່ນປົວ 121.478ຄົນ (ລວມທັງຜູ້ປະກັນຕົນ ຄູ່ສົມລົດ
ແລະ ລູກ).
ແຕ່ປີ 2001-2010ມີຍອດລາຍຮັບທັງໝົດ 304.792ລ້ານກີບ ລາຍຈ່າຍ 89.316ລ້ານກີບ ຍອດເງິນສະສົມ ມີ 215.476ລ້ານກີບ.
ສະເພາະໄລຍະໄຕມາດ 1ປີ 2012ນີ້ ອປສ ມີຍອດລາຍຮັບທັງໝົດ
405.147ລ້ານກີບ ລາຍຈ່າຍ 119.340ລ້ານກີບ ແລະ
ມີເງິນສະສົມໃນກອງທຶນປະກັນສັງຄົມທັງໝົດ 285.807ລ້ານກີບ
ອັນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ
ໃຫ້ແກ່ຜູ້ອອກແຮງງານທີ່ເຮັດວຽກໃນຫົວໜ່ວຍວິສາຫະກິດ
ສາມາດເຂົ້າຮັບການປິ່ນປົວຢ່າງທົ່ວເຖິງ ແລະ
ໄດ້ຮັບການຊົດເຊີຍຕ່າງໆຢ່າງສົມເຫດສົມຜົນ
ຄຽງຄູ່ກັບການຄິດໄລ່ເງິນອຸດໜູນໃຫ້ກັບສະມາຊິກຕາມລະບຽບການ
ຂອງ ອປສ.
ແຜນທາງຣົຖໄຟດ່ວນ ຈີນ-ລາວ
By:
laboursalavane Province
On:
10:41 AM
ທາງການຈີນແລະລາວໄດ້ຕົກລົງສ້າງທາງຣົຖໄຟດ່ວນ
ເພື່ອຂົນສົ່ງຄົນໂດຍສານ ແລະສິນຄ້າຜ່ານລາວ. ທາງເສັ້ນນີ້ຈະເລີ້ມ
ແຕ່ເມືອງບໍ່ເຕັນ ຈົນເຖິງນະຄອນວຽງຈັນ ແລ້ວຈະຊອດຜ່ານປະເທດໄທຍ
ຈົນໄປເຖິງສິງກະໂປ.
ເສັ້ນທາງຂອງທາງຣົຖໄຟ ນີ້ຈະຜ່ານດິນລາວປະມານ 460 ກິໂລແມຕ. ການກໍ່ສ້າງທາງທີ່ຜ່ານລາວນີ້ ຈະເລື້ມຂຶ້ນໃນຕົ້ນປີ 2011 ແລະກຳນົດວ່າຈະສຳເຣັດໃນປີ 2015.
ເຊີນທ່ານເບິ່ງຣາຍຣະອຽດນຳ ຂໍ້ສເນີໃນວິເດໂອນີ້ ວ່າເສັ້ນທາງຣົຖໄຟນີ້ ຜ່ານເມືອງໃດແດ່ໃນປະເທດລາວ.
ເສັ້ນທາງຂອງທາງຣົຖໄຟ ນີ້ຈະຜ່ານດິນລາວປະມານ 460 ກິໂລແມຕ. ການກໍ່ສ້າງທາງທີ່ຜ່ານລາວນີ້ ຈະເລື້ມຂຶ້ນໃນຕົ້ນປີ 2011 ແລະກຳນົດວ່າຈະສຳເຣັດໃນປີ 2015.
ເຊີນທ່ານເບິ່ງຣາຍຣະອຽດນຳ ຂໍ້ສເນີໃນວິເດໂອນີ້ ວ່າເສັ້ນທາງຣົຖໄຟນີ້ ຜ່ານເມືອງໃດແດ່ໃນປະເທດລາວ.
Subscribe to:
Posts
(
Atom
)
Labels
- IT ( 4 )
- ກະສິກຳ ( 8 )
- ຂ່າວກະຊວງ ( 6 )
- ຂ່າວເສດຖະກິດ ( 1 )
- ຂ່າວເດັ່ນ ( 2 )
- ຂ່າວຕ່າງປະເທດ ( 3 )
- ຂ່າວທົ່ວໄປ ( 5 )
- ຂ່າວພາຍໃນປະເທດ ( 5 )
- ຂ່າວພາຍໃນພະແນກ ( 87 )
- ຂ້າໄວຣັດ ( 1 )
- ຄລິບຕະຫລົກ ( 15 )
- ຈາກເລື່ອງເລົ່າເຊົ້ານີ້ ( 2 )
- ເພງວີດີໂອ ( 1 )
- ເພື່ອສຸຂະພາບ ( 14 )
- ຮູບພາບ ( 1 )