ອົງການປະກັນສັງຄົມ ພາກວິສາຫະກິດ (ອປສ)
ໄດ້ຈັດກອງປະຊຸມເຜີຍແຜ່ປຶ້ມລາຍງານ 10ປີ
ຂອງອົງການປະກັນສັງຄົມຂຶ້ນ ທີ່ສູນຮ່ວມມືສາກົນ ແລະ
ການເຝິກອົບຮົມ (ICTC) ພາຍໃຕ້ການເປັນປະທານຂອງທ່ານ ສີມູນ
ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ
ທັງເປັນຮອງປະທານສະພາບໍລິຫານອົງການປະກັນສັງຄົມ
ມີບັນດາຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ 400ກ່ວາຄົນ.
ທ່ານ ຄຳພວງ ອິນທະແສງ ຜູ້ອຳນວຍການ ອປສ
ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ໄລຍະ
10ປີ ຜ່ານມາໂດຍຫຍໍ້ວ່າ: ອົງການປະກັນສັງຄົມ
ໄດ້ອອກແຮງເຄື່ອນໄຫວວຽກງານປະສົບຜົນສຳເລັດຫຼາຍດ້ານ
ເຊິ່ງເຫັນໄດ້ວ່າປັດຈຸບັນຊາວຜູ້ອອກແຮງງານ
ທີ່ເຮັດວຽກໃນຂົງເຂດວິສາຫະກິດ
ໄດ້ຖືກຄ້ຳປະກັນສິດຜົນປະໂຫຍດທາງດ້ານສະຫວັດດີການ-ສັງຄົມ
ຕາມກົດໝາຍລວມທັງຄອບຄົວຂອງເຂົາເຈົ້າ
ທີ່ໄດ້ຮັບສິດໃນການປິ່ນປົວສຸຂະພາບ.
ເລີ່ມແຕ່ເດືອນມິຖຸນາ 2001ອປສ
ໄດ້ເລີ່ມຂຶ້ນທະບຽນຫົວໜ່ວຍວິສາຫະກິດໃຫຍ່ ທີ່ມີຜູ້ອອກແຮງງານ
10ຄົນຂຶ້ນໄປ ຢູ່ນະຄອນຫຼວງວຽງຈັນ ຈາກນັ້ນ
ໄດ້ຂະຫຍາຍສູ່ວິສາຫະກິດຂະໜາດກາງ ຂະໜາດນ້ອຍ ແລະ
ຂະຫຍາຍສູ່ຕ່າງແຂວງ ສຳລັບວິສາຫະກິດທີ່ມີຜູ້ອອກແຮງງານ
ຕ່ຳກ່ວາ 10ຄົນ ກໍສາມາດສະໝັກເປັນສະມາຊິກໄດ້.
ຮອດປັດຈຸບັນ ມີສະມາຊິກ 848ວິສາຫະກິດ ມີຜູ້ປະກັນຕົນ 58.818ຄົນ
ທີ່ໄດ້ຈ່າຍເງິນສົມທົບເຂົ້າລະບົບປະກັນສັງຄົມ ໃນນີ້
ຜູ້ສະໝັກສືບຕໍ່ປະກັນຕົນດ້ວຍຕົນເອງ ມີ 1.009ຄົນ ແລະ
ມີຜູ້ເກີດສິດປິ່ນປົວ 121.478ຄົນ (ລວມທັງຜູ້ປະກັນຕົນ ຄູ່ສົມລົດ
ແລະ ລູກ).
ແຕ່ປີ 2001-2010ມີຍອດລາຍຮັບທັງໝົດ 304.792ລ້ານກີບ ລາຍຈ່າຍ 89.316ລ້ານກີບ ຍອດເງິນສະສົມ ມີ 215.476ລ້ານກີບ.
ສະເພາະໄລຍະໄຕມາດ 1ປີ 2012ນີ້ ອປສ ມີຍອດລາຍຮັບທັງໝົດ
405.147ລ້ານກີບ ລາຍຈ່າຍ 119.340ລ້ານກີບ ແລະ
ມີເງິນສະສົມໃນກອງທຶນປະກັນສັງຄົມທັງໝົດ 285.807ລ້ານກີບ
ອັນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກ
ໃຫ້ແກ່ຜູ້ອອກແຮງງານທີ່ເຮັດວຽກໃນຫົວໜ່ວຍວິສາຫະກິດ
ສາມາດເຂົ້າຮັບການປິ່ນປົວຢ່າງທົ່ວເຖິງ ແລະ
ໄດ້ຮັບການຊົດເຊີຍຕ່າງໆຢ່າງສົມເຫດສົມຜົນ
ຄຽງຄູ່ກັບການຄິດໄລ່ເງິນອຸດໜູນໃຫ້ກັບສະມາຊິກຕາມລະບຽບການ
ຂອງ ອປສ.
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ