ໃນລະຫວ່າງວັນທີ 19 – 20 ມິຖຸນາ 2014 ທີ່ ສູນພັດທະນາສີມືແຮງງານ ນະຄອນຫລວງວຽງຈັນ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດພິທີ ການທົດລອງທົດສອບມາດຕະຖານສີມືແຮງງານແຫ່ງຊາດ ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ໂດຍການເປັນປະທານຂອງ ທ່ານ ພູວັນ ຈັນທະວົງ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ມີຄະນະອຳນວຍການ, ຄະນະກຳມະການ, ພະນັກງານວິຊາການ ແລະ ບັນດານັກທົດລອງທົດສອບເຂົ້າຮ່ວມ. ໃນການເຂົ້າຮ່ວມທົດລອງທົດສອບມາດຕະຖານສີມືແຮງງານແຫ່ງຊາດ ຂະແໜງເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການສື່ສານ(ICT) ໃນ 3 ສາຂາອາຊີບຄື: ສາຂາອາຊີບຕິດຕັ້ງ ແລະ ສ້ອມແປງເຄືອ ຂ່າຍຄອມພີວເຕີ, ສາຂາອາຊີບສ້າງຖານຂໍ້ມູນ ແລະ ສາຂາອາຊີບພັດທະນາເວັບໄຊ, ໂດຍມີນັກທົດສອບ ຈຳນວນ 28 ຄົນເຂົ້າຮ່ວມ, ທີ່ເປັນຕົວແທນມາຈາກຂະແໜງການຕ່າງໆ ເຊັ່ນ: ສູນພັດທະນາສີມືແຮງງານ, ສູນຝຶກວິຊາຊີບລາວ - ເກົາຫລີ, ສະຖາບັນໄປສະນີລາວໂທລະຄົມມະນາຄົມ, ສະຖາບັນເຕັກໂນໂລຊີວຽງຈັນ, ວິທະຍາໄລເຕັກນິກວິຊາຊີບວຽງຈັນ - ຮ່າໂນ້ຍ ແລະ ສູນການແພດພື້ນພູຄົນພິການ, ໂດຍການສະໜັບສະໜູນຈາກ ລັດຖະບານ ສ. ເກົາຫລີ ຜ່ານອົງການແຮງງານສາກົນ. ການທົດລອງທົດສອບສີມືແຮງງານແຫ່ງຊາດໃນຄັ້ງນີ້ກໍ່ເພື່ອເປັນການສ້າງກຳລັງແຮງງານລາວໃຫ້ໄດ້ມາດຕະຖານ, ມີຄວາມຮູ້, ຄວາມສາມາດ, ມີສີມື, ມີທັດສະນະອຸດສາຫະກຳ, ມີຄວາມກະຕືລືລົ້ນໃນການພັດທະນາຕົນເອງ ຈະເປັນພື້ນຖານອັນດີໃຫ້ແກ່ການມີວຽກເຮັດງານທຳທີ່ໝັ້ນຄົງ, ມີລາຍໄດ້, ມີສະຫວັດດີການແຮງງານທີ່ສົມເຫດສົມຜົນ ແລະ ມີຫລັກຄ້ຳປະກັນໃນຊີວິດ ລວມທັງການຈັດຕັ້ງປະຕິບັດແຜນງານວ່າດ້ວຍການເຮັດວຽກທີ່ມີຄຸນຄ່າ ແລະ ເປັນທຳ ແຕ່ນີ້ຮອດປີ 2015 ໃຫ້ເປັນຮູບປະທຳເທື່ອລະກ້າວ. (ນັກຂ່າວກະຊວງ ຮສສ)
ຂ່າວໃໝ່
Loading...
Wednesday, July 23, 2014
Tagged Under:
ຂ່າວກະຊວງ
,
ຂ່າວພາຍໃນພະແນກ
![](https://lh3.googleusercontent.com/blogger_img_proxy/AEn0k_sVjpY2Wx9NEPnjEF9on3MtTO2xOW1er-Kf2dk5j7N1vI-dPiwF-OqmUPXQPfT3zqN4whJ9CFCcfGsnmgGYIZnk9acBznwjcFVgDtVqSFM4-F6H=s0-d)
ໃນລະຫວ່າງວັນທີ 19 – 20 ມິຖຸນາ 2014 ທີ່ ສູນພັດທະນາສີມືແຮງງານ ນະຄອນຫລວງວຽງຈັນ, ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດພິທີ ການທົດລອງທົດສອບມາດຕະຖານສີມືແຮງງານແຫ່ງຊາດ ຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ໂດຍການເປັນປະທານຂອງ ທ່ານ ພູວັນ ຈັນທະວົງ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ມີຄະນະອຳນວຍການ, ຄະນະກຳມະການ, ພະນັກງານວິຊາການ ແລະ ບັນດານັກທົດລອງທົດສອບເຂົ້າຮ່ວມ. ໃນການເຂົ້າຮ່ວມທົດລອງທົດສອບມາດຕະຖານສີມືແຮງງານແຫ່ງຊາດ ຂະແໜງເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການສື່ສານ(ICT) ໃນ 3 ສາຂາອາຊີບຄື: ສາຂາອາຊີບຕິດຕັ້ງ ແລະ ສ້ອມແປງເຄືອ ຂ່າຍຄອມພີວເຕີ, ສາຂາອາຊີບສ້າງຖານຂໍ້ມູນ ແລະ ສາຂາອາຊີບພັດທະນາເວັບໄຊ, ໂດຍມີນັກທົດສອບ ຈຳນວນ 28 ຄົນເຂົ້າຮ່ວມ, ທີ່ເປັນຕົວແທນມາຈາກຂະແໜງການຕ່າງໆ ເຊັ່ນ: ສູນພັດທະນາສີມືແຮງງານ, ສູນຝຶກວິຊາຊີບລາວ - ເກົາຫລີ, ສະຖາບັນໄປສະນີລາວໂທລະຄົມມະນາຄົມ, ສະຖາບັນເຕັກໂນໂລຊີວຽງຈັນ, ວິທະຍາໄລເຕັກນິກວິຊາຊີບວຽງຈັນ - ຮ່າໂນ້ຍ ແລະ ສູນການແພດພື້ນພູຄົນພິການ, ໂດຍການສະໜັບສະໜູນຈາກ ລັດຖະບານ ສ. ເກົາຫລີ ຜ່ານອົງການແຮງງານສາກົນ. ການທົດລອງທົດສອບສີມືແຮງງານແຫ່ງຊາດໃນຄັ້ງນີ້ກໍ່ເພື່ອເປັນການສ້າງກຳລັງແຮງງານລາວໃຫ້ໄດ້ມາດຕະຖານ, ມີຄວາມຮູ້, ຄວາມສາມາດ, ມີສີມື, ມີທັດສະນະອຸດສາຫະກຳ, ມີຄວາມກະຕືລືລົ້ນໃນການພັດທະນາຕົນເອງ ຈະເປັນພື້ນຖານອັນດີໃຫ້ແກ່ການມີວຽກເຮັດງານທຳທີ່ໝັ້ນຄົງ, ມີລາຍໄດ້, ມີສະຫວັດດີການແຮງງານທີ່ສົມເຫດສົມຜົນ ແລະ ມີຫລັກຄ້ຳປະກັນໃນຊີວິດ ລວມທັງການຈັດຕັ້ງປະຕິບັດແຜນງານວ່າດ້ວຍການເຮັດວຽກທີ່ມີຄຸນຄ່າ ແລະ ເປັນທຳ ແຕ່ນີ້ຮອດປີ 2015 ໃຫ້ເປັນຮູບປະທຳເທື່ອລະກ້າວ. (ນັກຂ່າວກະຊວງ ຮສສ)
ທົດສອບມາດຕະຖານສີມືແຮງງານແຫ່ງຊາດ ຂະແໜງເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການສື່ສານ
By:
laboursalavane Province
On:
11:12 AM

Subscribe to:
Post Comments
(
Atom
)
Labels
- IT ( 4 )
- ກະສິກຳ ( 8 )
- ຂ່າວກະຊວງ ( 6 )
- ຂ່າວເສດຖະກິດ ( 1 )
- ຂ່າວເດັ່ນ ( 2 )
- ຂ່າວຕ່າງປະເທດ ( 3 )
- ຂ່າວທົ່ວໄປ ( 5 )
- ຂ່າວພາຍໃນປະເທດ ( 5 )
- ຂ່າວພາຍໃນພະແນກ ( 87 )
- ຂ້າໄວຣັດ ( 1 )
- ຄລິບຕະຫລົກ ( 15 )
- ຈາກເລື່ອງເລົ່າເຊົ້ານີ້ ( 2 )
- ເພງວີດີໂອ ( 1 )
- ເພື່ອສຸຂະພາບ ( 14 )
- ຮູບພາບ ( 1 )
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ