ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Wednesday, July 23, 2014

Tagged Under: ,

ກອງປະຊຸມປະຈຳປີ 2014 ຄັ້ງທີ 103 ຂອງອົງການແຮງງານສາກົນ

By: laboursalavane Province On: 11:04 AM
  • Share The Gag

  • ກອງປະຊຸມປະຈຳປີ 2014 ຄັ້ງທີ 103 ຂອງອົງການແຮງງານສາກົນ ໄດ້ໄຂຂື້ນ ທີ່ ນະຄອນຫຼວງເຊີແນວ, ປະເທດ ສະວິດເຊີແລນ (Switzerland) ແຕ່ວັນທີ 27 ພືດສະພາ - 12 ມິຖຸນາ 2014 ໂດຍການເຂົ້າຮ່ວມຂອງຜູ້ຕ່າງໜ້າອົງການຈັດ ຕັ້ງ 3 ຝ່າຍ ເຊັ່ນ: ລັດຖະບານ, ຜູ້ຕ່າງໜ້າຜູ້ອອກແຮງງານ ແລະ ຜູ້ຕ່າງໜ້າຜູ້ໃຊ້ແຮງງານ ຂອງບັນດາປະເທດສະມາຊິກຂອງອົງການແຮງງານສາກົນ ຈຳນວນ 185 ປະເທດທົ່ວໂລກ. ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ໃບຄຳ ຂັດທິຍະ ລັດຖະມົນຕີຊ່ວຍວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ວັນນາ ດວງພະຈັນ ຮອງປະທານສູນກາງສະຫະພັນ ກໍາມະບານລາວ, ທ່ານ ອຸເດດ ສຸວັນນະວົງ ຮອງປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ພ້ອມດ້ວຍຄະນະວິຊາການຈຳນວນໜື່ງ. ກອງປະຊຸມປະຈຳປີ 2014 ຂອງອົງການແຮງງານສາກົນ ຄັ້ງນີ້ໄດ້ລົງເລິກຄົ້ນຄວ້າ ແລະ ປະ ກອບຄຳເຫັນບົດລາຍງານຂອງເລຂາທິການໃຫຍ່ອົງການແຮງງານສາກົນກ່ຽວກັບການເຄື່ອນຍ້າຍແຮງງານແບບຍຸຕິທໍາ (Fair Migration), ປະຈຸບັນມີແຮງງານເຄື່ອນຍ້າຍໃນທົ່ວໂລກປະມານ 3,32 ລ້ານຄົນ ເຊີ່ງເຂົາເຈົ້າລ້ວນແຕ່ເປັນກໍາລັງແຮງງານທີ່ສໍາຄັນໃນການປະກອບ ສ່ວນເຂົ້າໃນເສດຖະກິດ-ສັງຄົມ ຂອງໂລກ. ນອກຈາກນັ້ນ, ກອງປະຊຸມໄດ້ປຶກສາຫາລືເຖີງບັນຫາໂລກຂອງການເຮັດວຽ( World of Work) ໂດຍເໜັ້ນໃສ່ການປັບປຸງເງື່ອນໄຂຂອງການເຮັດວຽກຕ້ານການຂູດຮີດແຮງງານ ແລະ ຈຳກັດການນຳໃຊ້ແຮງງານແບບຂ້າທາດ, ການຊຸກຍູ້ໃຫ້ພາກທຸລະກິດສ້າງວຽກເຮັດທີ່ມີຄ່າ ແລະ ເປັນທໍາ, ການປົກປ້ອງສັງຄົມຄຽງຄູ່ກັບການເຕີບໂຕທາງດ້ານເສດຖະກິດແລະ ບົດບາດສັງຄົມໃນການພັດທະນາກັບການສ້າງຕຳແໜ່ງງານ.ກອງປະຊຸມຍັງໄດ້ພ້ອມກັນລົງຄະແນນສຽງຄັດເລືອກເອົາຄະນະບໍລິຫານງານຂອງອົງການແຮງງານສາກົນ ໄລຍະປີ (2014 - 2017) ຊື່ງປະກອບມີ 56 ທ່ານຈາກລັດຖະບານ, 33 ທ່ານຕົວແທນຈາກຜູ້ໃຊ້ແຮງງານ ແລະ 33 ທ່ານຕົວແທນຈາກຜູ້ອອກແຮງງານ,ໃນວາລະດຳເນີນກອງປະຊຸມຄະນະຜູ້ແທນ ສປປ ລາວ ກໍໄດ້ຕ່າງໜ້າລັດຖະບານ, ສູນກາງສະຫະພັນກຳມະບານລາວ ແລະ ຕ່າງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະກອບຄຳເຫັນຕໍ່ກອງປະຊຸມ, ພ້ອມນີ້ກໍໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊີ-ປາຊິຟີກ, ກອງປະຊຸມລັດຖະມົນຕີແຮງງານປະເທດບໍ່ຮ່ວມກຸ່ມ ແລະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ (ASEAN Breakfast Meeting). ນອກຈາກນີ້ ຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າພົບ ທ່ານ Guy Rider ເລຂາທິການໃຫຍ່ ອົງການແຮງງານສາກົນ ເພື່ອຍື່ນສານປະກາດໃຫ້ສັດຕະຍາບັນຂອງປະທານປະເທດ ແຫ່ງ ສປປ ລາວ, ແລະ ສານສັດຕະຍາບັນ ຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກ່ຽວກັບການໃຫ້ສັນຕະຍາບັນຕໍ່ສົນທິສັນຍາຂອງອົງການແຮງານສາກົນ ສະບັບເລກທີ 171 ວ່າດ້ວຍການເຮັດວຽກກາງຄືນ ແລະ ຍົກເລີກສົນທິສັນຍາ ສະບັບເລກທີ 04 ວ່າດ້ວຍການເຮັດວຽກການຄືນສຳລັບແຮງງານເພດຍິງ ອີກດ້ວຍ. 



    0 ความคิดเห็น :

    Post a Comment

    ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ

    Share ເວັບໄຊອອກເຟສບຸກ