ຝຶກອົບຮົມແຮງງານລາວ ກ່ອນສົ່ງໄປອອກແຮງງານຢູ່ຕ່າງປະເທດ ( ປະເທດໄທ ) ບໍລິສັດຄ່າກິ່ວມິດ ( ງານໄກແປຮູບ ) ໄທແລນຈໍາກັດ. ຝຶກອົບຮົມໃນຄັ້ງນີ້ ມີຄູຝຶກມາຈາກ ປກສ ແຂວງ 1 ທ່ານ, ກໍາມະບານແຂວງ 1 ທ່ານ, ຊາວໜຸ່ມແຂວງ 1 ທ່ານ ແລະ ອປສ ປະຈໍາແຂວງ 1 ທ່ານ ລວມທັງໝົດ 4 ທ່ານ. ຈໍານວນແຮງງານທີ່ຝຶກ 85 ຄົນ, ຍິງ 49 ຄົນ ໂດຍຜ່ານບໍລິສັດວຽງໄຊ ບໍລິການຈັດຫາງານ. ຈະສົ່ງອອກໃນວັນທີ 24/1/2014 ນີ້.
ຂ່າວໃໝ່
Loading...
Wednesday, January 22, 2014
ໄປທັດສະນະສຶກສາ ແລກປ່ຽນບົດຮຽນ ຢູ່ ແຂວງບໍລິຄໍາໄຊ, ຄັ້ງວັນທີ 16-20/12/2013
By:
laboursalavane Province
On:
1:49 PM
ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງ ໄປທັດສະນະສຶກສາແລກປ່ຽນບົດຮຽນ ວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ ຢູ່ ແຂວງບໍລິຄໍາໄຊ ມີຈໍານວນ 19 ທ່ານ, ຍິງ 3 ທ່ານ ( ສະໜັບສະໜູນທຶນໂດຍ ອົງການອ໋ອກສະຟາມ ອົດສະຕາລີ ປະຈໍາລາວ )
ໄປທັດສະນະສຶກສາ ແລກປ່ຽນບົດຮຽນ ຢູ່ ແຂວງບໍລິຄໍາໄຊ, ຄັ້ງວັນທີ 16-20/12/2013
By:
laboursalavane Province
On:
10:09 AM
ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງ ໄປທັດສະນະສຶກສາແລກປ່ຽນບົດຮຽນ ວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ ຢູ່ ແຂວງບໍລິຄໍາໄຊ ມີຈໍານວນ 19 ທ່ານ, ຍິງ 3 ທ່ານ ( ສະໜັບສະໜູນທຶນໂດຍ ອົງການອ໋ອກສະຟາມ ອົດສະຕາລີ ປະຈໍາລາວ )
Monday, January 20, 2014
ອົງກາອາຫານໂລກ ປະຈໍາລາວ ໃຫ້ການຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບເຄາະຮ້າຍຈາກ ນໍ້າຖ້ວມ ຢູ່ ເມືອງຄົງເຊໂດນ, ແຂວງສາລະວັນ, ໃນຄັ້ງວັນທີ 15 ມັງກອນ 2014
By:
laboursalavane Province
On:
11:14 AM
ອົງກາອາຫານໂລກ ປະຈໍາລາວ ໃຫ້ການຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບເຄາະຮ້າຍຈາກ ນໍ້າຖ້ວມ ຢູ່ ເມືອງຄົງເຊໂດນ, ແຂວງສາລະວັນ, ມີ ເຂົ້າສານຈ້າວ 223 ໂຕນ ແລະ ນໍ້າມັນພືດ 12,77 ໂຕນ, ມີຜູ້ໄດ້ຮັບຜົນປະໂຫຍດທັງໝົ້ດ ຈໍານວນ 14,866 ຄົນ, 2,294 ຄອບຄົບ, 53 ບ້ານ ( ເຂົ້າສານ 1 ຄົນ/115 ກິໂລ ແລະ ນໍ້າມັນພືດ 1 ຄົນ / 1 ລິດ )
Thursday, January 16, 2014
ບົດສະຫຼຸບ ວຽກງານອົງການອ໋ອກສະຟາມ ອົດສະຕາລີ ສົກປີ 2012-2013
By:
laboursalavane Province
On:
8:59 AM
![]() |
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ
ເອກະພາບ ວັດທະນາຖາວອນ
-------------------------
ພະແນກແຮງງານ ແລະ
ສະຫວັດດີການສັງຄົມແຂວງ ເລກທີ................/ຮສສຂທີ່
ສາລະວັນ, ວັນທີ.............................
ບົດສະຫຼຸບ
ການຈັດຕັ້ງປະຕິບັດວຽກງານ ຂອງອົງການອ໋ອກສະຟາມ
ອົດສະຕຣາລີ ສົກປີ 2012-2013
( ໂຄງການຫຼຸດຜ່ອນຄວາມສ່ຽງໄພພິບັດຊຸມຊົນເຂດພູດອຍ)
ອົງການ
ອ໋ອກສະຟາມອົດສະຕາລີ ປະກອບມີພະນັກງານທັງໝົດ 8 ຄົນ, ຍິງ 3 ຄົນ, ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມສ່ຽງໄພພິບັດຊຸມຊົນເຂດພູດອຍ
ຢູ່ເມືອງຕະໂອ້ຍ, ມີ
30 ບ້ານເປົ້າໝາຍ, ຊຶ່ງສາມາດສະຫຼຸບສັງລວມໂດຍຫໍ້ຍ ລະອຽດດັ່ງນີ້:
I.
ເປົ້າໝາຍຂອງໂຄງການ:
1)
ຄຸ້ມຄອງ ແລະ
ຫຼຸດຜ່ອນຜົນກະທົບຈາກໄພພິບັດທີ່ເກີດຂື້ນຈາກໄພທໍາມະຊາດ ແລະ ມະນຸດສ້າງຂື້ນ.
2)
ການພັດທະນາຄວາມສາມາດໃຫ້ເພື່ອນຮ່ວມງານ.
3)
ການບໍລິຫານໂຄງການ.
II.
ຈຸດປະສົງຂອງໂຄງການ.
1)
ເພື່ອຍົກລະດັບຄວາມຮັບປະກັນທາງດ້ານສະບຽງອາຫານ
ແລະ ການສ້າງລາຍຮັບເພີ່ມແກ່ຄອບຄົວ ໃຫ້ດີຂື້ນກວ່າເກົ່າ.
2)
ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ
ມີຄວາມຮູ້ຄວາມສາມາດ ດ້ານວິຊາການ.
3)
ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພພິບັດທີ່ເກີດຂື້ນ
ແລະ ເພື່ອຕອບໂຕ້ໄພພິບັດ ໃຫ້ເຂົ້າສູ້ສະພາບປົກກະຕິໂດຍໄວ້.
III.
ການຈັດຕັ້ງປະຕິບັດ
ແຕ່ລະໜ້າວຽກ ມີດັ່ງລຸ່ມນີ້:
-
ຝຶກອົບຮົມໃຫ້ໝໍຕໍາແຍມີ
5 ກຸ່ມບ້ານ, ຈໍານວນພົນ 36 ຄົນ, ໃນ 18
ບ້ານເປົ້າໝາຍ,1ຄັ້ງ/ບ້ານ.
-
ຕິດຕາມທຶນໜູນວຽນຈໍານວນ
14 ບ້ານ.
-
ຝຶກອົບຮົມໃຫ້ອາສາສະໝັກຂັ້ນບ້ານ
ກ່ຽວກັບການໂຄສະນາ ຜົນຮ້າຍຂອງລູກລະເບີດບໍ່ທັນແຕກ ໄດ້ຈໍານວນ 80
ຄົນ, ຍິງ 20 ຄົນ,ໃນ 30 ບ້ານເປົ້າໜາຍ 2ຄັ້ງ( 15 ບ້ານ / ຄັ້ງ ).
-
ປັບປຸງ
ຄະນະກໍາມະການ ປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນບ້ານ ໃນ 30 ບ້ານເປົ້າໝາຍ,
ຊຶ່ງມີຜູ້ເຂົ້າຮ່ວມ 88 ທ່ານ, ຍິງ 23 ຄົນ.
-
ກວດແມ່ຫຼັງເກີດ
ໄດ້ 793 ຄົນ.
-
ສໍາຫຼວດ
ຊົນລະປະທານຂະໜາດຄອບຄົວ ຈໍານວນ 3 ຄອບຄົວ.
-
ສະໜັບສະໜູນທຶນ
ຈັດລາຍການວິທະຍຸ ຢູ່ຫ້ອງການຖະແຫຼ່ງຂ່າວວັດທະນະທໍາແລະທ່ອງທ່ຽວເມືອງຕະໂອ້ຍ
ຈໍານວນ 3ຄັ້ງ.
-
ຝຶກອົບຮົມການລ້ຽງແບ້ 19 ບ້ານ 1 ຄັ້ງ.
-
ລົງຕິດຕາມການປ່ອຍທຶນລ້ຽງແບ້ໃນຈໍານວນ
9 ບ້ານ.
-
ຝຶກອົບຮົມການຄຸ້ມຄອງນໍາໃຊ້ທະນາຄານເຂົ້າ 3 ບ້ານ.
-
ຝຶກອົບຮົມ
ອາສາສະໝັກ HIV/AID ຈໍານວນ
30
ບ້ານ, ຈໍານວນ 60 ຄົນ, 2ຄັ້ງ(15ບ້ານ/ຄັ້ງ)
-
ຝຶກອົບຮົມ ການຕິດຕາມ - ປະເມີນຜົນ
ຂອງໂຄງການອ໋ອກສະຟາມ ອົດສະຕາລີ.
-
ຝືກອົບຮົມ ໃຫ້ອາສາສະໝັກ ກ່ຽວກັບການໂຄສະນາ
ເພື່ອຮັກສາສຸຂະພາບ ຈໍານວນ 30 ບ້ານ,ຈັດ 3ຄັ້ງ(1 ຄັ້ງ/10ບ້ານ ).
-
ຢາຍຄູ່ມືໝໍຕໍາແຍ
ໃຫ້ຈໍານວນ 18
ບ້ານ.
-
ຕິດຕາມການຍ້າຍທຶນລ້ຽງສັດໃຫ້ຄອບຄົວໄໝ່ 19 ບ້ານ.
-
ຕອບສະໜອງນໍ້າບາດານຈໍານວນ 3 ບໍໃນ 3 ບ້ານ.
-
ຝຶກອົບຮົມການຄຸ້ມຄອງນໍາໃຊ້ນໍ້າບາດານ 3 ບ້ານ 1 ຄັ້ງ.
-
ຝຶກອົບຮົມເລື່ອງສິດທິຄົນພິການໃຫ້ແກ່ພະນັກງານເມືອງຈໍານວນ 38 ຄົນ,
ມີ 5 ຫ້ອງການ.
-
ລົງເອົາຂໍ້ມູນແລະສະຫຼຸບຜົນການຈັດຕັ້ງປະຕິບັດແຕ່ລະກິດຈະກໍາ
ຈໍານວນ 10 ບ້ານ.
-
ຕິດຕາມການຈັດຕັ້ງປະຕິບັດ
ຂອງທະນາຄານເຂົ້າຈໍານວນ 3 ບ້ານ.
-
ຝຶກອົບຮົມບົດບາດຍິງ-ຊາຍໃຫ້ພະນັກງານຂັ້ນເມືອງມີຜູ້ເຂົ້າຮ່ວມ 16 ຄົນ.
-
ຈັດກອງປະຊຸມຄະນະຄຸ້ມຄອງໄພພິບັດຂັ້ນບ້ານ 2 ກຸ່ມຄື:ກຸ່ມປະໂສມ, ກຸ່ມຕະປືນພູມີ 7 ບ້ານເຂົ້າຮ່ວມຈໍານວນ 16 ຄົນ.
-
ລົງຊຸກຍູ້ຕິດຕາມການກໍ່ສ້າງນໍ້າລິນທີ່ບໍ່ທັນສໍາເລັດຈໍານວນ
2 ບ້ານ.
-
ລົງຕິດຕາມຊຸກຍູ້ ຕິດຕາມການນໍາໃຊ້ວິດຖ່າຍ ຈໍານວນ 4
ບ້ານ.
-
ສືບຕໍ່ຝຶກອົບຮົມຕູ້ຢາປະຈໍາບ້ານ ຈໍານວນ 20 ບ້ານ/ຄັ້ງ.
-
ສົ່ງເສີມການລ້ຽງປາ ຈໍານວນ 15 ບ້ານ.
-
ຝຶກອົບຮົມການນໍາໃຊ້ຊົນລະປະທານ
ຈໍານວນ 5 ບ້ານ.
-
ລົງສົມທົບກັບອົງການຈັດຕັ້ງຂັ້ນບ້ານເພື່ອຂະຫຍາຍທຶນໃຫ້ສະມາຊິກໃນການລ້ຽງແບ້
4 ບ້ານ.
-
ລົງຕິດຕາມທະນາຄານເຂົ້າຈໍານວນ 11 ບ້ານ.
-
ລົງຕິດຕາມການລ້ຽງປາ ຈໍານວນ 9 ບ້ານ.
IV.
ດ້ານດີ ແລະ ດ້ານອ່ອນ:
ກ. ດ້ານດີ:
1)
ໃນການຈັດຕັ້ງປະຕິບັດໂຄງການແມ່ນໄດ້ຮັບການຮ່ວມມືຈາກທຸກພາກສ່ວນ
ເປັນຕົ້ນ: ຂັ້ນແຂວງ, ເມືອງ, ອໍານາດການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ
ແມ່ນໄດ້ປະກອບສ່ວນບັນດາກິດຈະກໍາຫຼາຍຢ່າງໄດ້ຕາມແຜນທີ່ໄດ້ວາງໄວ້.
2)
ໄດ້ສ້າງຄວາມເຂັ້ມແຂງໃຫ້ພະນັກງານຂັ້ນແຂວງ,
ຂັ້ນເມືອງ ແລະ ຂັ້ນບ້ານ ທາງດ້ານວິຊາການເປັນຕົ້ນ:ການຝຶກອົບຮົມກ່ຽວກັບການແຜນຫຼຸດຜ່ອນຄວາມສ່ຽງໄພພິບັດຂັ້ນເມືອງ,
ຂັ້ນບ້ານ, ການປະສານງານ, ການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ.
3)
ມີການສ້າງຕັ້ງຄະນະກໍາມະການປ້ອງກັນ
ແລະ ຄວບຄຸມໄພພິບັດຂັ້ນເມືອງ, ຂັ້ນບ້ານ, ພ້ອມດ້ວຍກອງເລຂາມີຫຼາຍກິດຈະກໍາທີ່ໄດ້ຮັບຜົນສໍາເລັດ
ແລະ ເປັນຕົວແບບເປັນຕົ້ນ: ກິດຈະກໍາປູກເຂົ້າດ້ວຍກ້າກີບດຽວ,
ທະນາຄານເຂົ້າ ແລະ ອື່ນໆ...
4)
ປະສິດທິຜົນຂອງການຊ່ວຍເຫຼືອແມ່ນສອດຄ່ອງກັບແຜນພັດທະນາເສດຖະກິດສັງຄົມ
ເຊັ່ນ: ໃນບັນດາກິດຈະກໍາຂ້າງເທິງລ້ວນແຕ່ຕິດພັນກັບການດໍາລົງຊີວິດຂອງຊາວບ້ານເປັນສ່ວນໃຫຍ່
ແມ່ນຈະເນັ້ນໃສ່ການປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນເປັນຕົ້ນ: ການສົ່ງເສີມໃນການປູກຝັງ
ແລະ ລ້ຽງສັດ ທີ່ເໝາະສົມກັບສະພາບພື້ນທີ່ຂອງເຂົາເຈົ້າ, ນອກນັ້ນຍັງມີກິດຈະກໍາໃນການກໍ່ສ້າງນໍ້າລິນ,
ບ້ານສາມສະອາດ, ການໂຄສະນາວຽກງານລະເບີດບໍ່ທັນແຕກ...
5)
ກຸ່ມເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ
ແມ່ນເມືອງຕະໂອ້ຍ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນຈໍານວນ 30 ບ້ານເປົ້າໝາຍ,
ເຊິ່ງເປັນເມືອງທຸກຍາກລະດັບຊາດ. ມາຮອດປະຈຸບັນຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃນເຂດບ້ານເປົ້າໝາຍໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.
6)
ກົນໄກການປະສານງານ
ການຕິດຕາມ, ກວດກາ, ການປະເມີນຜົນ ແລະ ການສະຫຼຸບລາຍງານໃນໄລຍະຜ່ານມາ
ແມ່ນໄດ້ຮັບການຮ່ວມມືເປັນຢ່າງດີ ເປັນຕົ້ນ: ການສະຫຼຸບເດືອນ,3 ເດືອນ,
6 ເດືອນ, 9 ເດືອນແລະ ປະຈໍາປີ.
ຂ.
ດ້ານອ່ອນ
1) ອໍານາດການປົກຄອງບ້ານ ກໍ່ຄືປະຊາຊົນບ້ານເປົ້າໝາຍ
ລະດັບການສຶກສາຍັງຕໍ່າເຮັດໃຫ້ນໍາເອົາຄວາມຮູ້ດ້ານວິຊາການຕ່າງໆໄປນໍາໃຊ້ຍັງບໍ່ທັນເຕັມເມັດເຕັມໜ່ວຍ.
2) ຈໍານວນບ້ານເປົ້າໝາຍຕັ້ງຢູ່ເຂດຫ່າງໄກສອກຫຼີກ
ແລະ ເປັນບ້ານທຸກຍາກ.
3) ບຸກຄະລາກອນຂັ້ນເມືອງ, ຂັ້ນບ້ານຍັງບໍ່ທັນພຽງພໍ, ຄວາມຮູ້ຄວາມສາມາດປະສົບການຍັງບໍ່ທັນສູງໃນການວາງແຜນ,
ການຕິດຕາມ, ກວດກາ ແລະ ປະເມີນຜົນບວກກັບງົບປະມານຍັງຂາດເຂີນ.
4) ພະນັກງານ-ລັດຖະກອນຂັ້ນແຂວງ ແລະ ຂັ້ນເມືອງ ໃນການລົງຕິດຕາມ,
ກວດກາ ບັນດາກິດຈະກໍາຕ່າງໆຂອງໂຄງການ ຍັງບໍ່ທັນດີເທົ່າທີ່ຄວນ.
5) ຄວາມເຂົ້າໃຈຂອງປະຊາຊົນ
ກ່ຽວກັບກິດຈະກໍາຂອງໂຄງການຍັງບໍ່ທັນສູງ ສ່ວນຫຼາຍແມ່ນເນັ້ນແຕ່ກິດຈະກໍາ
ທີ່ເຫັນຜົນທັນທີ, ສ່ວນກິດຈະກໍາທີ່ປູກຈິດສໍານຶກຍັງຊັກຊ້າ.
6) ການສະຫຼຸບລາຍງານການຈັດຕັ້ງປະຕິບັດ
ຂອງອົງການຈັດຕັ້ງພາກລັດ ກັບ ອົງການຈັດຕັ້ງສາກົນ ແມ່ນບໍ່ຖືກກັນ ເຊັ່ນ: ພາກລັດ
ສົກປີແມ່ນ ນັບແຕ່ເດືອນ 10 ຫາ ເດືອນ 9 ແລະ ສ່ວນອົງການຈັດຕັ້ງສາກົນ ແມ່ນ
ນັບແຕ່ເດືອນ 1 ຫາ ເດືອນ 12.
V.
ທິດທາງແຜນການການຈັດຕັ້ງປະຕິບັດສົກປີ
2013-2014.
ອົງການອ໋ອກສະຟາມອົດສະຕາລີ
ຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມສ່ຽງໄພພິບັດຊຸມຊົນເຂດພູ
ດອຍຢູ່ເມືອງຕະໂອ້ຍ ຊຶ່ງສາມາດວາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ
ໄດ້ດັ່ງນີ້:
1. ຫ້ອງການສາທາລະນະສຸກເມືອງ:
-
ລົງກວດກາພະຍາດເຄື່ອນທີ່ແລະ
ໂຄສະນາສຸຂະສຶກສາພະຍາດທີ່ມັກເກີດຕາມລະດູການໃຫ້ໄດ້ 2 ຄັ້ງ.
-
ສ້ອມແປງນໍ້າບາດານໃຫ້ໄດ້ 2 ບ້ານ.
-
ຕິດຕາມການບໍລິການໝໍຕໍາແຍຂັ້ນບ້ານ.
-
ສ້ອມແປງກ໋ອກນໍ້າລິນ ຢູ່ໃນ 7 ບ້ານ
-
ກໍ່ສ້າງວິດຖ່າຍ 1 ບ້ານ.
-
ໂຄສະນາການນໍ້າໃຊ້ວິດຖ່າຍ.
-
ເຈາະນໍ້າບາດານ 2 ບ້ານ.
2. ຫ້ອງການກະສິກໍາປ່າໄມ້.
-
ສືບຕໍ່ສົ່ງເສີມປູກພືດສວນຄົວໃຫ້ໄດ້ 15 ບ້ານ.
-
ສົ່ງເສີມປູກເຂົ້າດ້ວຍກ້າກີບດຽວໃຫ້ໄດ້ 5 ບ້ານ.
-
ຝຶກອົບຮົມການປ້ອງກັນສັດຕູພືດໃຫ້ໄດ້ 15 ບ້ານ.
-
ຝຶກອົບຮົມການເກັບຮັກສາອາຫານສັດໃຫ້ໄດ້ 10 ບ້ານ.
-
ຝຶກອົບຮົມການຄຸ້ມຄອງຊັບພະຍາກອນທໍາມະຊາດໃຫ້ໄດ້ 5
ບ້ານ.
-
ສ້ອມແປງຊົນລະປະທານ ໃຫ້ໄດ້ 3 ບ້ານ.
3. ຫ້ອງການຖະແຫຼ່ງຂ່າວແລະວັດທະນະທໍາ.
- ສືບຕໍ່ປັບປຸງແຮງສົ່ງສັນຍານວິທະຍຸ
( ເພີ່ມຄວາມແຮງ ).
-ຂໍທຶນໄປທັດສະນະສຶກສາການຄຸ້ມຄອງວິທະຍຸ.
- ຂໍທຶນສ້ອມແປງຫ້ອງສົ່ງວິທະຍຸຢູ່ຂັ້ນເມືອງ.
4.ຫ້ອງການສະຫະພັນແມ່ຍິງເມືອງ.
- ລົງໂຄສະນາບົດບາດຍິງ-ຊາຍໃຫ້ໄດ້ 30 ບ້ານເປົ້າໝາຍ.
- ຕິດຕາມການຕໍ່າຫູກແລະຂະຫຍາຍຕື່ມອີກໃຫ້ໄດ້ຈໍານວນ
4 ບ້ານ.
5.
ຫ້ອງການແຮງງານ ແລະສະຫັວດດີການ-ສັງຄົມເມືອງ.
- ມອບໂອນໂຄງການຂັ້ນບ້ານ ໃນຈໍານວນ
30 ບ້ານເປົ້າໝາຍ.
- ມອບໂອນໂຄງການຂັ້ນ ເມືອງ.
ຫົວໜ້າພະແນກຮສສ
ແຂວງສາລະວັນ
ຫົວໜ້າຂະແໜງສັງຄົມ-ສົງເຄາະ
Subscribe to:
Posts
(
Atom
)
Labels
- IT ( 4 )
- ກະສິກຳ ( 8 )
- ຂ່າວກະຊວງ ( 6 )
- ຂ່າວເສດຖະກິດ ( 1 )
- ຂ່າວເດັ່ນ ( 2 )
- ຂ່າວຕ່າງປະເທດ ( 3 )
- ຂ່າວທົ່ວໄປ ( 5 )
- ຂ່າວພາຍໃນປະເທດ ( 5 )
- ຂ່າວພາຍໃນພະແນກ ( 87 )
- ຂ້າໄວຣັດ ( 1 )
- ຄລິບຕະຫລົກ ( 15 )
- ຈາກເລື່ອງເລົ່າເຊົ້ານີ້ ( 2 )
- ເພງວີດີໂອ ( 1 )
- ເພື່ອສຸຂະພາບ ( 14 )
- ຮູບພາບ ( 1 )