![]() |
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ
ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
---------------------
ແຂວງສາລະວັນ ເລກທີ............../ຈຂ.ສວ
ສາລະວັນ, ວັນທີ
........................
ບົດລາຍງານ
ຂອງຄະນະກໍາມະການ
ປ້ອງກັນ ແລະ ແກ້ໄຂໄພພິບັດຂັ້ນແຂວງ ກ່ຽວກັບພາຍຸດີເພຣຊັນ
ທີ່ເກີດຂື້ນໃນລະຫວ່າງວັນທີ 17-25 ກັນຍາ
2013.
ພາຍຫຼັງທີ່ໄດ້ຮັບຂ່າວແຈ້ງເຕືອນທາງວິທະຍຸ-ໂທລະພາບ
ຈາກພາຍໃນປະເທດ - ສົບທົບຂ່າວຈາກຕ່າງປະເທດ ແຈ້ງໃຫ້ຮູ້ວ່າ: ລະຫວ່າງ
ວັນທີ 17-25 ກັນຍາ 2013 ນີ້ຈະມີພາຍຸດີເພຣຊັນ ພັດຜ່ານເຂດພາກໃຕ້ຂອງລາວ.
ຈາກນັ້ນ, ຄະນະກໍາມະການປ້ອງກັນ ແລະ ແກ້ໄຂໄພພິບັດຂັ້ນແຂວງ
ກໍ່ໄດ້ແຈ້ງເຕື່ອນໄປຍັງອໍານາດການປົກຄອງເມືອງ ແລະ
ຄະນະກໍາມະການໄພພິບັດຂັ້ັນເມືອງ ເພື່ອໃຫ້ແຈ້ງຂ່າວດັ່ງກ່າວໃຫ້ປະຊາຊົນໃນເຂດທີ່ມີຄວາມສ່ຽງ
ຮັບຮູ້ ເພື່ອກະກຽມຮັບມື.
ຈາກນັ້ນ, ຕົກມາຮອດ ວັນທີ 17-18
ກັນຍາ 2013 ພາຍຸດັ່ງກ່າວ ກໍ່ໄດ້ພັດຜ່ານ ແລະ ປົກຄຸມແຂວງສາລະວັນ
ຕາມຖະແຫຼ່ງຂ່າວ. ຈາກນັ້ນມາຄະນະປະຈໍາພັກແຂວງ ກໍ່ໄດ້ຈັດໃຫ້ມີກອງປະຊຸມ
ເພື່ອຕີລາຄາສະພາບການ ແລະ ແບ່ງກັນລົງຊີ້ນໍາ ແຕ່ລະເມືອງ ແລະ
ມອບໃຫ້ຄະນະກໍາມະການປ້ອງກັນ ແລະ ແກ້ໄຂໄພພິບັດຂັ້ນແຂວງ-ເມືອງ
ເປັນເຈົ້າການ...
ສັງເກດເຫັນວ່າ: ພາຍຸດີເພຣຊັນຄັ້ງນີ້
ມີຄວາມຮ້າຍແຮງກວ່າຄັ້ງທີ່ຜ່ານມາ. ທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ກໍ່ແມ່ນເມືອງຄົງເຊໂດນ,
ວາປີ, ສາລະວັນ ແລະ ເມືອງອື່ນໆ. ສະເພາະເມືອງຄົງເຊໂດນ
ວັດແທກໄດ້ລະດັບນໍ້າຂຶ້ນສູງ 14,50 ແມັດ ( ເຂດລະວັງໄພ 11,30 ແມັດ ).
I. ສັງລວມຜົນກະທົບຈາກນໍ້າຖ້ວມ ທັງໝົດ
1.
ຜົນກະທົບຈາກນໍ້າຖ້ວມໃນເບື້ອງຕົ້ນ:
-
ມີທັງໝົດ 205 ບ້ານ, ມີ
14.104 ຄອບຄົວ, ຈໍານວນພົນ 69.836 ຄົນ, ຍິງ 36.189 ຄົນ.
-
ເນື້ອທີ່ຖືກຖ້ວມທັງໝົດ 16.278
ເຮັກຕາ.
-
ເນື້ອທີ່ພືດຕ່າງໆ 2.000
ເຮັກຕາ.
-
ສັດລ້ຽງປະເພດຕ່າງໆ 10.875 ໂຕ.
-
ໜອງປາ 2.762 ໜອງ.
-
ເສັ້ນທາງ 71 ເສັ້ນ, ຍາວ
1.015 ກິໂລແມັດ.
-
ຂົວ 30 ແຫ່ງ, ຍາວ 384 ແມັດ.
-
ຊົນລະປະທານ 45 ແຫ່ງ.
-
ບໍ່ນໍ້າບາດານ 266 ບໍ່.
-
ໂຮງໝໍ 1 ແຫ່ງ.
-
ສຸກສາລາ 4 ແຫ່ງ.
-
ໂຮງຮຽນ 53 ຫຼັງ.
-
ສໍານັກງານ 9 ຫ້ອງການ.
-
ເລົ້າເຂົ້າ 5.193 ຫຼັງ, ເຂົ້າເສຍຫາຍ 1.771 ໂຕນ.
-
ພາຫະນະ 472 ຄັນ, ໃນນັ້ນ;
ລົດຮຸນໃດ 24 ຄັນ, ລົດຕູ້ 5 ຄັນ, ລົດຈັກ 180 ຄັນ ແລະ ລົດໄຖນາເດີນຕາມ 263
ຄັນ.
-
ເຮືອນຖືກເສຍຫາຍ 23 ຫຼັງ
- ລະບົບຕາຂ່າຍໄຟຟ້າ 22 KV ແລະ 0,4 KV
ຖືກກະທົບໃນ 4 ຕົວເມືອງ ຄື: ເມືອງສາລະວັັນ, ວາປີ, ຄົງເຊໂດນ ແລະ ເມືອງລະຄອນເພັງ
ໄດ້ຖືກຕັດໄຟ ມີ 72 ປ້ອມ, ມີເສົາໄຟຟ້າຖືກເຊາະເຈືອນ 238 ຕົ້ນ, ແລະ ເສົາຫັກ 4 ຕົ້ນ. ນອກນັ້ນ
ກໍ່ມີສາຍໄຟຟ້າຂາດ 3 ຈຸດ ຢູ່ເມືອງວາປີ ແລະ ເມືອງຄົງເຊໂດນ,
ມີໝໍ້ນັບໄຟຟ້າຖືກຖ້ວມເສຍຫາຍ 2.410 ໜ່ວຍ, ມູນຄ່າ 2.325.043.000 ກີບ.
2. ປະເມີນມູນຄ່າຜົນເສຍຫາຍ ແຕ່ລະໂຂງເຂດ:
1)
ຂົງເຂດສຶກສາ,
ມູນຄ່າຖືກເສຍຫາຍທັງໝົດ 952.125.000 ກີບ.
2)
ຂົງເຂດສາທາລະນະສຸກ,
ມູນຄ່າຖືກເສຍຫາຍ 4.629.402.000 ກີບ.
3)
ຂົງເຂດກະສິກໍາ,
ມູນຄ່າຖືກເສຍຫາຍ 145.023.924.000 ກີບ.
4)
ຂົງເຂດໂຍທາທິການ ແລະ ຂົນສົ່ງ,
ມູນຄ່າຖືກເສຍຫາຍ 180.189.962.000 ກີບ.
5) ໄຟຟ້າຖືກກະທົບເສຍຫາຍ, ມູນຄ່າ 2.325.043.000 ກີບ.
ລວມມູນຄ່າຖືກເສຍຫາຍທັງໝົດ 333.093.456.000 ກີບ.
II. ການໂຕ້ຕອບ ແລະ ການຊ່ວຍເຫຼືອປະຊາຊົນ.
·
ຂໍ້ສະດວກ:
- ພວກເຮົາມີການຊີ້ນຳໆພາຢ່າງໃກ້ຊິດຈາກຄະນະພັກ-ອຳນາດການປົກຄອງແຂວງ ແລະ ເມືອງ.
- ພວກເຮົາມີການຈັດຕັ້ງຄະນະກຳມະການ ປ້ອງກັນ ແລະ ແກ້ໄຂໄພພິບັດຂັ້ນແຂວງ-ຂັ້ນເມືອງ.
- ຮັບການຊ່ວຍເຫຼືອ ຈາກກອງພົນທີ 4 ( ເຮືອທ້ອງແບນ 1 ລຳ, ພ້ອມກຳລັງ 6 ທ່ານ, ກອງພົນທີ 5 ເຮືອ 2 ລຳ
ພ້ອມກຳລັງ 12 ທ່ານ
).
- ຮັບການຊ່ວຍເຫຼືອຈາກພະແນກ
ສາທາລະນະສຸກ ແຂວງ ຈັດແພດເຄື່ອນທີ່
ຈຳນວນ 20 ທ່ານ ພ້ອມດ້ວຍຢາປົວພະຍາດ ແລະ
ອຸປະກອນການແພດ ແລະ
ມຸ້ງຈຳນວນໜຶ່ງ.
- ຮັບການຊ່ວຍເຫຼືອຈາກກອງບັນຊາການທະຫານແຂວງ ໄດ້ເອົາກໍາລັງ ຈາກກອງພັນ 16-17
ແລະ ອື່ນໆ ເຂົ້າຊ່ວຍເຫຼືອປະຊາຊົນ.
- ຮັບການຊ່ວຍເຫຼືອຈາກກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ມອບໃຫ້ແຂວງ ( ເຮືອກູ້ໄພສຸກເສີນ 1 ລໍາ,
ລົດສະແຕ໋ກນໍ້າ 1 ຄັນ ແລະ ເຕັນສຸກເສີນ ຈໍານວນ 10 ດາງ ).
- ຮັບການຊ່ວຍເຫຼືອຈາກ ກະຊວງສາທາລະນະສຸກ ລົດຜະລິດນ້ຳສະອາດ 1 ຄັນ, ອຸປະກອນຈໍານວນໜຶ່ງ ພ້ອມພະນັກງານ ແລະ ນັກສຶກສາແພດ ຈໍານວນ 30 ທ່ານ.
- ຮັບການຊ່ວຍເຫຼືອດ້ານວັດຖຸ, ເງິນ, ພາຫະນະຂົນສົ່ງຈາກບໍລິສັດ, ຫ້າງຮ້ານ, ລັດວິສາຫະກິດ, ທຸລະກິດພາຍໃນ ແລະ ຕ່າງແຂວງ ເພື່ອຊ່ວຍເຫຼືອບັນເທົາທຸກ.
- ພວກເຮົາມີບົດຮຽນ, ປະສົບການຈຳນວນໜຶ່ງ ໃນການແກ້ໄຂຈາກພາຍຸເກດສະໜາ.
- ຕົ້ນຕໍ
ແມ່ນຄວາມເປັນເຈົ້າການຂອງຄະນະພັກ-ອໍານາດການປົກຄອງ,
ພະນັກງານຂອງເມືອງທີ່ກ່ຽວຂ້ອງ ໄດ້ເປັນເຈົ້າຕົນເອງ.
·
ຂໍ້ຫຍຸ້ງຍາກ:
- ພວກເຮົາຂາດພາຫະນະຮັບໃຊ້ໃນການລຳລຽງຂົນສົ່ງການເຂົ້າຊ່ວຍເຫຼືອປະຊາຊົນ ເປັນຕົ້ນ: ແມ່ນເຮືອ ແລະ ອື່ນໆ
ເພື່ອລໍາລຽງຂົນສົ່ງຄົນ, ສັດ, ເຂົ້າປາອາຫານ...
- ປະຊາຊົນຈຳນວນໜຶ່ງຂາດສະຕິໃນການແຈ້ງຂ່າວ ແລະ ແຈ້ງເຕືອນ
ຈາກອຳນາດການປົກຄອງ ຈົນເຖີງເວລານ້ຳຖ້ວມແຮງຈະຢູ່ບໍ່ໄດ້ ຈຶ່ງຮຽກຮ້ອງການຊ່ວຍເຫຼືອ
ກົງກັນຂ້າມ ຜູ້ຈະໄປຊ່ວຍກໍ່ບໍ່ທ່ວງທັນ.
- ການແຈກຢາຍວັດຖຸສິ່ງຂອງ ເປັນຕົ້ນ:
ແມ່ນເຄື່ອງກິນ, ເຄື່ອງດື່ມ ແລະ ອື່ນໆ ບໍ່ຄົບຖ້ວນພຽງພໍ.
III. ການຊ່ວຍເຫຼືອບັນເທົາທຸກ:
-
ຄະນະພັກ-ອໍານາດການປົກຄອງແຂວງ
ແລະ ເມືອງ ໄດ້ມີການແຕ່ງຕັ້ງຄະນະຊີ້ນໍາ ແລະ ແບ່ງຄວາມຮັບຜິດຊອບເປັນຕົ້ນ:
ຂັ້ນແຂວງ ແລະ ເມືອງ ໄດ້ມີການແຕ່ງຕັ້ງຄະນະກໍາມະການປ້ອງກັນ ແລະ
ແກ້ໄຂ້ໄພພິບັດ ລົງຕິດຕາມຊີ້ນໍາ-ບັນຊາການຊ່ວຍເຫຼືອ ຢ່າງໃກ້ຊິດ.
-
ແຕ່ລະຂະແໜງການຂອງແຂວງ ແລະ
ເມືອງ ພ້ອມທັງກໍາລັງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນຕ່າງໆຂອງສັງຄົມ ໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກປະຊາຊົນຜູ້ທີ່ຖືກນໍ້າຖ້ວມ
ເປັນຕົ້ນ: ໄດ້ໃຫ້ກໍາລັງໃຈ ແລະ ຊ່ວຍພາຫານະລໍາລຽງຂົນສົ່ງທາງເຮືອ-ລົດ
ຍົກຍ້າຍປະຊາຊົນ, ວັດຖຸສິ່ງຂອງ ແລະ ສັດລ້ງງ ແລະ ອື່ນໆ ໄປໄວບ່ອນປອດໄພ.
ພ້ອມນັ້ນ ຍັງໄດ້ຊ່ວຍເຫຼືອເຂົ້າສານ, ອານຫານແຫ້ງ, ນໍ້າດື່ມ ແລະ ປາປ໋ອງ ແຈກຢາຍປະຊາຊົນຢູ່ຕາມບ້ານ
ແລະ ຕາມຈຸດຈັດສັນຊົ່ວຄາວ.
-
ພາກລັດ
ໄດ້ຕັ້ງຈຸດຮັບບໍລິຈາກການຊ່ວຍເຫຼືອຢູ່ຂັ້ນເມືອງ ແລະ ຂັ້ນແຂວງ.
-
ປຸກລະດົມການຊ່ວຍເຫຼືອຈາກອົງການຈັດຕັ້ງພັກ-ລັດ,
ເອກະຊົນ, ອົງການຈັດຕັ້ງສັງຄົມ ແລະ ອົງການຈັດຕັ້ງສາກົນ ຢູ່ພາຍໃນ ແລະ ຕ່າງປະເທດ,
ໃຫ້ການຊ່ວຍເຫຼືອທັງໝົດ ຈໍານວນ 2,663,197,000
ກີບ, ໃນນັ້ນ: ວັດຖຸ
ມູນຄ່າ 2,006,259,000 ກີບ ແລະ ເງິນສົດ 656,183,000 ກີບ.
IV. ສັງລວມການເສຍຫາຍ
ໃນການກວດກາຕົວຈິງຫຼັງຈາກນໍ້າຫຼຸດລົງ:
-
ຈໍານວນບ້ານ 187 ບ້ານ, 10.683 ຄອບຄົວ, ຈໍານວນພົນ 68.442 ຄົນ, ຍິງ 34.478 ຄົນ.
-
ເນື້ອທີ່ເສຍຫາຍ 13.702 ເຮັກຕາ.
-
ເນື້ອທີ່ພືດຕ່າງໆ 789 ເຮັກຕາ.
-
ສັດລ້ຽງປະເພດຕ່າງໆ 28,653 ໂຕ.
-
ໜອງປາ 2.050 ໜອງ.
-
ເສັ້ນທາງ 71 ເສັ້ນ, ຍາວ
1.015 ກິໂລແມັດ.
-
ຂົວ 27 ແຫ່ງ, ຍາວ 324 ແມັດ.
-
ຊົນລະປະທານ 54 ແຫ່ງ.
-
ບໍ່ນໍ້າບາດານ 1,147 ບໍ່.
-
ໂຮງຮຽນ 3 ຫຼັງ.
-
ເລົ້າເຂົ້າ 5.193 ຫຼັງ, ເຂົ້າເສຍຫາຍ 1.771ໂຕນ.
-
ເຮືອນຖືກເສຍຫາຍ 23 ຫຼັງ.
- ລະບົບຕາຂ່າຍໄຟຟ້າ, ມູນຄ່າ 2.325.043.000 ກີບ.
·
ລວມມູນຄ່າຖືກເສຍຫາຍທັງໝົດ
227,610,394,844 ກີບ.
V.
ຄວາມຕ້ອງການຟື້ນຟູຫຼັງນໍ້າຖ້ວມ
ໄດ້ຈັດລຽງເຂົ້າໃນແຜນພັດທະນາເສດຖະກິດສັງຄົມ ໃນແຕ່ລະປີ: ລວມມູນຄ່າທັງໝົດ 194,602,294,250 ກີບ, ໃນນັ້ນ:
1) ໂຂງເຂດກະສິກຳ ແລະ ປ່າໄມ້, ມູນຄ່າທັງໝົດ 9,500,000,000 ກີບ
- ດ້ານຊົນລະປະທານ, ມູນຄ່າ
6,941,043,746 ກີບ.
- ດ້ານປັດໃຈການຜະລິດ, ມູນຄ່າ 2,208,956,254 ກີບ.
- ຝຶກອົບຮົບສົ່ງເສີມວິຊາການ, ມູນຄ່າ 350,000,000 ກີບ.
-
ປະຕູນໍ້າ-ຈັກດູດນໍ້າອອກ,
ໂດຍເອົາທາງເລກທີ 13 ເຂດໃຕ້ຂອງເມືອງຄົງເຊໂດນ ເປັນຄຸກັນນໍ້າ.
2) ໂຂງເຂດໂຍທາທິການ ແລະ ຂົນສົ່ງ, ມູນຄ່າທັງໝົດ 180,189,962,250 ກີບ
- ສ້ອມແປງສຸກເສີນແກ້ໄຂໃຫ້ເສັ້ນທາງສາມາດນຳໃຊ້ໄດ້,
ມູນຄ່າ 55,393,192,250 ກີບ.
-
ສ້ອມແປງຫຼັງຝົນເພື່ອຟື້ນຟູໃຫ້ເສັ້ນທາງດີ ແລະ ຮັບປະກັນທາງດ້ານເຕັກນິກ, ມູນຄ່າ 124,796,770,000
ກີບ.
-
ງົບປະມານເຮັດເດີ່ນຖົມດິນ ໃນເຂດທີ່ມີຄວາມສ່ຽງໄພອັນຕະລາຍ ເພື່ອເປັນສະຖານຮອງຮັບປະຊາຊົນໃນເວລາຍົກຍ້າຍ.
-
ທຶນຊື້ເຮືອທ້ອງແບນ ເພື່ອປະຈຳໄວຢູ່ເມືອງ ຈໍານວນ 7 ລໍາ.
3) ໂຂງເຂດສາທາລະນະສຸກ, ມູນຄ່າທັງໝົດ 3,564,797,000 ກີບ
-
ຈັດຊື້ຈັກລົມອານາໄມບໍ່ນໍ້າ
ຈໍານວນ 2 ເຄື່ອງ, ມູນຄ່າ 78,528,000 ກີບ.
-
ສ້ອມແປງ
ແລະ ອານາໄມບໍ່ນໍ້າ ຈໍານວນ 269 ໜ່ວຍ, ມູນຄ່າ 236,269,000 ກີບ.
-
ຈັດຊື້ຢາປົວພະຍາດ
24 ລາຍການ, ມູນຄ່າ 50,000,000 ກີບ.
-
ລົດຜະລິດນໍ້າອຸປະໂພກ
ແລະ ບໍລິໂພກ 1 ຄັນ, ມູນຄ່າ 2,000,000,000 ກີບ.
-
ເຄື່ອງຈັກຂຸດເຈາະບາດານ,
ພາຫະນະເຄື່ອນຍ້າຍ 1 ຊຸດ, ມູນຄ່າ 960,000,000 ກີບ.
-
ເຄື່ອງຈັກຂຸດເຈາະບາດານ,
ພາຫະນະເຄື່ອນຍ້າຍ 2 ຊຸດ, ມູນຄ່າ 240,000,000 ກີບ.
4) ໂຂງເຂດສຶກສາທິການ ແລະ ກິລາ, ມູນຄ່າ 1,347,535,000 ກີບ
- ປຶ້ມແບບຮຽນ
ແລະຄູ່ມືຄູ,ໂຕະຕັ່ງນັກຮຽນ,ໂຕະຕັ່ງຄູ,ກະດານ,ສໍຂາວເຈັ້ຍດາມ,ລວມມູນຄ່າ760,535,000
ກີບ.
- ກໍ່ສ້າງໂຮງຮຽນປະຖົມສົມໜອງແຕງເມືອງ ຄົງເຊໂດນ ຈໍານວນ
1 ຫຼັງ ມີ 5 ຫ້ອງຮຽນ, 1 ຫ້ອງການຄູ,ເຟີນີເຈີຄົບຊຸດ,ຫ້ອງນໍ້າ 1 ຫຼັງ (
ແຍກຍິງ-ຊາຍ ), ມູນຄ່າ 552,000,000 ກີບ.
- ສ້ອມແປງໂຮງຮຽນປະຖົມ ບ້ານເລົ້າເມືອງ ວາປີ, ມູນຄ່າ 20.000.000
ກີບ
- ສ້ອມແປງໂຮງຮຽນປະຖົມບ້ານ ດອນເມືອງ ເມືອງ
ຄົງເຊໂດນ, ມູນຄ່າ 15,000,000 ກີບ.
VI. ພາກສະເໜີ: ( ຄວາມຕ້ອງການດ່ວນ )
1) ໂຂງເຂດກະສິກໍາ, ມູນຄ່າ 8,607,043,746 ກີບ.
- ສ້ອມແປງລະບົບຊົນລະປະທານ ເພື່ອຜະລິດທົດແທນ, ມູນຄ່າ 6,941,043,746
ກີບ.
- ປັດໃຈການຜະລິດມູນຄ່າ: 1,666,000,000 ກິບ.
2) ໂຂງເຂດໂຍທາທິການ ແລະ ຂົນສົ່ງ, ມູນຄ່າ 19,425,237,000 ກີບ
- ສ້ອມແປງຂົວ-ທາງ, ມູນຄ່າ 19,425,237,000 ກີບ
3) ໂຂງເຂດສາທາລະນະສຸກ, ມູນຄ່າ 364,797,000
ກີບ
- ຈັດຊື້ຈັກລົມອານາໄມບໍ່ນໍ້າ ຈໍານວນ 2 ເຄື່ອງ, ມູນຄ່າ
78,528,000 ກີບ.
- ສ້ອມແປງ ແລະ ອານາໄມບໍ່ນໍ້າ ຈໍານວນ 269 ໜ່ວຍ, ມູນຄ່າ
236,269,000 ກີບ.
- ຈັດຊື້ຢາປົວພະຍາດ 24 ລາຍການ, ມູນຄ່າ 50,000,000 ກີບ.
4) ໂຂງເຂດສຶກສາທິການ-ກິລາ ແລະ ສະຫວັດດີການສັງຄົມ,
ມູນຄ່າ: 795,535,000 ກີບ:
- ປື້ມແບບຮຽນ ແລະ ປື້ມຄູ່ມືຄູ,ໂຕະຕັ່ງນັກຮຽນ,ໂຕະຕັ່ງຄູ,
ກະດານ,ສໍຂາວເຈັ້ຍດາມ,ມູນຄ່າ760,535,000 ກີບ.
- ສ້ອມແປງໂຮງຮຽນປະຖົມບ້ານເລົ້າ ເມືອງວາປີ, ມູນຄ່າ
20,000,000 ກີບ.
- ສ້ອມແປງໂຮງຮຽນປະຖົມບ້ານດອນເມືອງ ເມືອງ ຄົງເຊໂດນ
ມູນຄ່າ: 15,000,000 ກີບ
- ເຂົ້າສານຄິດໄລ່ໄລຍະ
3 ເດືອນ, 3
ເມືອງ ຄື: ເມືອງ ຄົງເຊໂດນ, ວາປີ ແລະ ເມືອງ ສາລະວັນ ລວມຈໍານວນທັງໝົດ 8,682 ຄອບຄົວ, 54,634
ຄົນ, ຍິງ 27,237 ຄົນ, ລວມຈໍານວນເຂົ້າ ປະມານ 2,358 ໂຕນ ( ໃນໄລຍະທຳການຜະລິດເຮັດນາແຊງ ).
-
ສາງເກັບມ້ຽນເຄື່ອງ, ມູນຄ່າ
600,000,000 ກີບ.
ເຈົ້າແຂວງໆສາລະວັນ
(
ປະທານຄະນະກໍາມະການປ້ອງກັນ ແລະ ແກ້ໄຂໄພພິບັດຂັ້ນແຂວງ )
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ