ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Thursday, July 10, 2014

Tagged Under:

ກອງປະຊຸມໃຫຍ່ຂອງໜ່ວຍພັກພະແນກ ຮສສແຂວງ ຄັ້ງທີ V 2014

By: Unknown On: 2:13 PM
  • Share The Gag
  • ພະ​ແນ​ກ​ແຮງ​ງານ​-ສະຫວັດດີ​ການ​ສັງຄົມ​ແຂວງ​ສາລະ​ວັນ​ຈັດກອງ​ປະຊຸມ​ໃຫ່ຍຂອງ​ໜວ່ຍພັກ​ພະ​ແນ​ກ
    --------------000------------








    ພະ​ແນ​ກ​ແຮງ​ງານ ​ແລະ ສະຫວັດ​ດີກາ​ນສັງຄົມ​ແຂວງ​ສາລະ​ວັນ​ແມ່ນ​ການຈັດ​ຕັ້ງ​ໜ່ວຍ​ພັກໜື່ງທີ່​ຂື້ນ​ກັບ​ການ​ຊີ້ນຳໆ​ພາ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ອົງຄະ​ນະ​ພັກ​ແຂວງ ຈຶ່ງ​ໄດ້​ເປີດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ v ຂື້ນ​ຢ່າງ​ເປັນ​ທາງ​ການ​ ​ໃນ​ວັນ​ທີ 9 ກໍລະກົດ​ນີ້, ​ໂດຍ​ການໃຫ້ກຽດການ​ເປັນປະທານຮ່ວມຂອງ ທ່ານ ບຸນ​ທຽມ ​ແກ້ວ​ໄຊ​ຍະ​ວົງ ຄະນະ​ປະຈຳ​ພັກ​ແຂວງ ປະທານ​ສານ​ປະ​ຊາ​ຊົນ​ແຂວງ​ສາລະ​ວັນ​ ແລະ ທ່ານ ບຸນ​ຍົງ ພາສີ ​ເລຂາ​ໜ່ວຍ​ພັກ ຫົວໜ້າ​ພະ​ແນ​ກ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ແລະ ມີ​ບັນດາ​ທ່ານ​ຜູ້​ແທນ​ສົມບູນ​ພ້ອມ​ດ້ວຍ​ແຂກ​ທີ່​ຖຶກ​ເຊີ​ນ​ເຂົ້າ​ຮ່ວມ​ເກືອບ 30 ທ່ານ.
          ​ໃນ​ກອງ​ປະຊຸມ​ ທ່ານ ສຸດ​ດາ​​ໄລ ອີນດາ​ວົງ ໄດ້​​ຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ການ​ຊີ້​ນຳ​ໆ​ພາ​​ໃນ​ໝື່ງສະ​ໄໝຜ່ານ​ມາ: ​​ເຊີ່ງ​ໄດ້ເອົາ​ໃຈ​ໃສ່​ສ້າງ​ຂະ​ບວນການ​ຂໍານັບ​ຮັບ​ຕ້ອນ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ, ພ້ອມ​ທັງ​ຈັດ​ຕັ້ງ​ປະຕິບັດ​ໂຄ​ງການ​ຊຸກ​ຍູ້ ​ແລະ ສົ່ງ​ເສີ​ມພັດທະນາ​ສີມື​ແຮງ​ງານ ດ້ວຍ​ການ​ປະສານ​ສົມທົບ​ກັບ​ບັນດາ​ສູນ​ຝຶກ​ວິຊາ​ອາຊີບ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ຈັດ​ຕັ້ງ​ຝຶກສີມື​ແຮງ​ງານ​ລາວ​ໄດ້​ທັງ​ໝົດ 1.629 ຄົນ, ຍິງ 524 ຄົນ​. ຊຸກຍູ້​ສົ່ງ​ເສີມ ​ແລະ ສົມທົບ​ທືນກັບ​ບໍລິສັດ​ຕ່າງໆ ທັງ​ນີກໍ່​ເພື່ອ​ສ້າງ​ເງື່ອນ​ໄຂ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການຈັດ​ຫາ​ວຽກ​​ເຮັດ​ງານ​ທຳ​ໃຫ້​ແກ່​ພົນລະ​ເມືອງ ​ແນ່​​ໃສ່​ປະກອບສ່ວນ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະ​ຕິ​ບັດ ຄາດໝາຍ​ກ່ຽວ​ການ​ບັນລຸ​ກາ​ນຈ້າງ​ງານ ​​ແລະ ການ​ມີ​ວຽກ​​ເຮັດ​ງານ​ທຳພ້ອມສືບຕໍ່ຝຶກແລະ ພັດທະນາສີມືແຮງງານໄປຕາມໂຄງປະກອບເສດຖະກິດດ້ານການຕ່າງໆໃຫ້ໄດ້ 2,738 ຄົນໃນຕໍ່ໜ້າ
          ພ້ອມກັນ​ນັ້ນ, ທັງຄະນະ​ພັກ​ກໍ່​ໄດ້​ເພີ່ມ​ທະວີ ການ​ສຶກສາ, ອົບຮົມ ນຳພາ​ການ​ເມືອງ​ແນວ​ຄິດ​ເປັນ​ກົກ ​ແລະ ​ເຮັດ​ວຽກ​ນີ້​ເປັນ​ປະຈຳ, ​​ແທດ​​ເຖີງ​ແຕ່ລະ​ເ​ປົ້າໝາຍ-ດຳ​ເນີ​ນດ້ວຍ​ຫຼາຍ​ຮູບ​ຫຼາຍ​ວິທີ, ພ້ອມ​ທັງ​ໄດ້​ເອົາ​ໃຈ​ໃສ່​ເຊື່ອມ​ຊຶມ​ນະ​ໂຍບາຍ​ຂອງ​ພັກ, ປະຕິບັດ​ບົນ​ພື້ນຖານ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ, ທັງ​ຕອບ​ສະໝອງ​ດ້ານ​ງົບປະມານ ​ແລະ ສ້າງ​ເງື່ອນ​ໄຂ​ເອື້ອ​ອຳ​ນວຍຄວາມ​ສະດວກ​ໃຫ້​ວຽກ​ງານ​ເຄື່ອນ​ໄຫວ​ໄດ້​ຢ່າງ​ຄ່ອງ​ຕົວ ​ແລະ ມີ​ປະສິດທິ​ຜົນ​ສູງ ພ້ອມ​ທັງ​ເປັນ​ແບບຢ່າງ​ນຳ​ໜ້າ​ຂອງ​ຄະນະ​ພັກ​ຊຸດ​ໃໝ່​ໃຫ້​ມີຄວາ​ມພົ້ນ​​ເດັ່ນ​ຍິ່ງໆ​ຂື້ນ.
          ຈາ​ກນັ້ນ, ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລື​ອກ ​ແລະ ຮັບຮອງ​ເອົາ ສະຫາຍ ບຸນ​ຍົງ ພາສີ ​ເປັນ​ເລຂາ​ພັກ​ຊຸດ​ໃໝ່ , ສະຫາຍ ສຸດ​ດາ​ໄລ ອີນດາ​ວົງ ​ເປັນ​ຮອງ​ເລຂາ ແລະ ສະຫາຍບຸນເຫຼືອ ສຸມຸນທາ ເປັນຄະນະ ຂອງ​ພະ​ແນ​ກ ຮສສ.
          ​ໃນ​ຕອນ​ທ້າຍ​ກອງປະຊຸມ​ຍັງ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຈາກ​ ທ່ານ ບຸນ​ທຽມ ​ແກ້ວ​ໄຊ​ຍະ​ວົງ​ເຊີ່ງທ່ານ​ໄດ້​ກ່າວ​ຍ້ອງຍໍ​ຊົມ​ເຊີຍ​ຜົນງານ ​ແລະ ຜົນສຳ​ເລັດຂອງ​ຄະນະ​ໜ່ວຍ​ພັກ​ຊຸດ​ເກົ່າ​ທີ່​ຍາດ​ມາ​ໄດ້​ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຄະນະ​ພັກ​ຊຸດ​​ໃໝ່, ສະມາຊິກ​ພັກ​ທຸກ​ສະຫາຍ​ຈົ່ງ​ເຊີດ​ຊູຄວາມ​ເປັນ​ແບບຢ່າງ​​ໃນ​ການນຳພາ​ວຽກ​ງານ​ທຸກ​ດ້ານ​ໃຫ້​ມີ​ຜົນສຳ​ເລັດ​​ເປັນ​ກ້າວໆ.
                        ຂ່າວໂດຍ:ສົ​ມລິດ ​ໂພທິ​ລາດ

    0 ความคิดเห็น :

    Post a Comment

    ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ

    Share ເວັບໄຊອອກເຟສບຸກ