ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Wednesday, July 30, 2014

Tagged Under:

ຢາອູດຍຸງ ຄືຄາຕະກອນງຽບ

By: laboursalavane Province On: 2:45 PM
  • Share The Gag
  • ຢາອູດຍຸງ ຄືຄາຕະກອນງຽບ

    2819
    ຢາອູດຍຸງ ຊື່ກໍບົ່ງບອກຢ່າງຊັດເຈນແລ້ວວ່າໃຊ້ປະໂຫຍດສຳລັບອູດຍຸງ ກັນຍຸງ. ຢາອູດຍຸງມີໃຫ້ເລືອກຫຼາກຫຼາຍ ແຕ່ສຳລັບຢູ່ບ້ານເຮົານັ້ນມັກຈະເປັນຢາອູດຍຸງກາຫ່ານຟ້າ, ກາໄບກອນ ແລະກາເສືອ ສາມາດຫາຊື້ໄດ້ງ່າຍ ພຽງແຕ່ກັບລະ 5,000 ກີບ ເວລາໄຕ້ອູດແລ້ວ ຖ້າອູດໃນເຮືອນ ຍຸງຈະຕົກລົງມາພື້ນຕາຍໃຫ້ເຫັນກັບຕາຢ່າງງ່າຍດາຍ. ແຕ່ຄຽງຄູ່ກັນນັ້ນ ຢາອູດຍຸງສ່ວນຫຼາຍພັດປະກອບດ້ວຍສານ d_Allethrin ເຊິ່ງສານເຄມີຊະນິດນີ້ສາມາດເຮັດໃຫ້ເກີດອັນຕະລາຍຕໍ່ຄົນໄດ້ ໂດຍສະເພາະແມ່ນລະບົບເຮັດວຽກຂອງຢາກັນຍຸງຈະເປັນການປະສົມສານອອກລິດລວມກັບຂີ້ເລື່ອຍ ຖ້າຈູດຢາກັນຍຸງກໍຈະເກີດຄວາມຮ້ອນ ແລ້ວສົ່ງຜົນໃຫ້ສານອອກລິດກາຍເປັນຄວັນ ຫຼືອາຍລະເຫີຍ ອອກມາເຮັດໜ້າທີ່ໃນການກຳຈັດຍຸງ ເຊິ່ງສານລະເຫີຍອອກມານັ້ນຈະມີຜົນເສຍຕໍ່ສຸຂະພາບຂອງຄົນເຊັ່ນກັນ.
    ອັນຕະລາຍຂອງຢາອູດຍຸງ
    ຫຼາຍໆ ຄົນມັກຈູດຢາກັນຍຸງເພື່ອໄລ່ຍຸງໃນບໍລິເວນທີ່ມີຄົນຢູ່ ເຊິ່ງເຮັດໃຫ້ເກີດການສູດດົມສານທີ່ລະເຫີຍຈາກຢາກັນຍຸງເຂົ້າໄປໃນຮ່າງກາຍ ໂດຍອາການເບື້ອງຕົ້ນຂອງການສູດດົມສານລະເຫີຍນີ້ອາດຈະບໍ່ຮຸນແຮງ ເຮົາອາດຈະຮູ້ສຶກຫາຍໃຈຕິດໆຂັດໆ ຫາຍໃຈບໍ່ສະດວກເທົ່ານັ້ນ ແຕ່ຜົນຮ້າຍແຮງກວ່ານັ້ນຈະເກີດຂຶ້ນໃນອະນາຄົດອັນບໍ່ດົນ ເພາະມັນຈະເຂົ້າໄປສະສົມໃນຮ່າງກາຍຂອງເຮົາເລື້ອຍໆ ເຊິ່ງຄວາມຮ້າຍແຮງຂອງສານລະເຫີຍຈາກຢາຈູກກັນຍຸງນີ້ທຽບເທົ່າກັບການສູດດົມຄວັນຈາກຢາສູບໂດຍອັດຕາຈາກສານລະເຫີຍຂອງຢາຈູດກັນຍຸງທີ່ຫຼາຍກວ່າ ພຽງແຕ່ຮູ້ສຶກຫາຍໃຈບໍ່ສະດວກ ຄືສານລະເຫີຍຈາກຢາອູດຍຸງຈະເຂົ້າໄປທຳລາຍເຍື່ອບຸເມືອກ ແລະທາງເດິນຫາຍໃຈສ່ວນເທິງ ຈະເຮັດໃຫ້ຫຼອດລົມແລະກ່ອງສຽງອັກເສບ ອີກທັງຍັງເຂົ້າທຳລາຍປອດ ຊວງອົກ ທາງເດິນອາຫານ ໝາກໄຂ່ຫຼັງ ທໍ່ໝາກໄຂ່ຫຼັງ ພົກຍ່ຽວ ນອກຈາກນັ້ນຍັງເຮັດໃຫ້ເກີດອາການຫາຍໃຈຖີ່ໆ ຮູ້ສຶກວິນວຽນປວດຫົວ ປວດຮາກ ການສຳຜັດທາງຜິວໜັງເຮັດໃຫ້ເກີດການລະຄາຍເຄືອງຢ່າງແຮງ ສາມາດຊຶມຜ່ານຜິວໜັງເຂົ້າສູ່ຮ່າງກາຍໄດ້ງ່າຍ ການກືນຫຼືກິນເຂົ້າໄປເຮັດໃຫ້ເກີດອາການປວດຮາກ ແລະອາດຈະເປັນອັນຕະລາຍເຖິງຊີວິດໄດ້. ນອກຈາກນັ້ນແລ້ວຖ້າຫາກສານຈາກຢາອູດຍຸງເຂົ້າຕາຈະເຮັດໃຫ້ແສບຕາ ຄັນຄາຍຕາ ເຮັດໃຫ້ຕາແດງ ແລະສານຈາກຢາອູດຍຸງນີ້ຍັງເປັນອັນຕະລາຍຕໍ່ລູກໃນທ້ອງຂອງແມ່ອີກດ້ວຍ.
    ດັ່ງນັ້ນ, ທາງທີ່ດີແລ້ວຄວນຈະປັບສະພາບແວດລ້ອມໃນເຮືອນແລະນອກເຮືອນໃຫ້ດີ ບໍ່ໃຫ້ເປັນບ່ອນເພາະພັນຂອງຍຸງ, ອູດດ້ວຍການຈູດເປືອກໝາກກ້ຽງ, ຫົວສີໃຄແຫ້ງ, ໃບວິກແຫ້ງ… ຈະເປັນການດີກວ່າ ຫຼືຖ້າມີຄວາມຈຳເປັນຕ້ອງໃຊ້ຢາອູດຍຸງຢ່າງຫຼີກລ້ຽງບໍ່ໄດ້ ຂໍ້ແນະນຳທີ່ດີທີ່ສຸດ ຄື ໃຫ້ຈູດຢາກັນຍຸງໃນບໍລິເວນທີ່ບໍ່ມີຄົນຢູ່ເທ່ົານັ້ນ, ຈູດຢູ່ໃນບໍລິເວັນນອກເຮືອນທີ່ມີອາກາດລ່ວງດີ ຫຼືຈູດໃຫ້ໄກຈາກບໍລິເວນທີ່ມີຄົນຢູ່ເພື່ອຈະໄດ້ບໍ່ສູດດົມສານຈາກຢາກັນຍຸງເຂົ້າສູ່ຮ່າງກາຍ ທັງຫຼັງການສຳຜັດໂດຍຢາຈູດກັນຍຸງຕ້ອງລ້າງໃຫ້ສະອາດທັນທີ.

    0 ความคิดเห็น :

    Post a Comment

    ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ

    Share ເວັບໄຊອອກເຟສບຸກ