ປະຈຸບັນ ການລ້ຽງປາເປັນອາຊີບຫນຶ່ງທີ່ກໍາລັງໄດ້ຮັບຄວາມສົນໃຈຫລາຍໃນຫມູ່ຊາວກະສິກອນເພາະວ່າການລ້ຽງປານັ້ນຈະຊ່ວຍສ້າງລາຍໄດ້ໃຫ້ແກ່ຜູ້ລ້ຽງຫລາຍຂຶ້ນ, ສໍາລັບປານິນເປັນປາທີ່ລ້ຽງງ່າຍເຮົາສາມາດລ້ຽງໄດ້ທັງແບບທໍາມະ ຊາດ ຫລື ຈະລ້ຽງແບບວິທະຍາສາດກໍ່ໄດ້. ປານິນນອກຈາກຈະເປັນປາທີ່ລ້ຽງງ່າຍແລ້ວຍັງໃຫ້ຄຸນປະໂຫຍດຫລາຍຢ່າງທາງໂພຊະນາການ.
ເພື່ອເປັນການສົ່ງເສີມຊາວກະສິກອນໃຫ້ມີອາຊີບທີ່ຫມັ້ນຄົງ ແລະ ເປັນການສ້າງລາຍຮັບໃຫ້ແກ່ຊາວກະສິກອນຫລາຍຂຶ້ນຕາມແນວທາງຂອງພັກ-ລັດຖະບານວາງອອກ ເພື່ອໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ, ສະນັ້ນ ຈະພາໄປຮູ້ຈັກວິທີການລ້ຽງປາແບບງ່າຍໆທັງຍັງປະຢັດງົບປະມານໃນການລົງທຶນ, ການລ້ຽງປານິນກ່ອນອື່ນຕ້ອງກະກຽມສະຖານທີ່ໃຫ້ເຫມາະສົມເຊັ່ນ: ການກະກຽມບໍ່ລ້ຽງ, ແນວພັນປາ, ອາຫານປາ, ວິທີການເບິ່ງແຍງ.
ການເລືອກແນວພັນ: ສໍາລັບປາພໍ່ພັນ ແລະ ແມ່ພັນຕ້ອງເປັນປາທີ່ມີຄວາມສົມບູນ, ແຂງແຮງ, ຈະເລີນເຕີບໂຕໄວ, ສຸຂະພາບດີຈິ່ງຈະເອົາມາເຮັດພໍ່ພັນ ແລະ ແມ່ພັນໄດ້, ຕ້ອງເປັນປາທີ່ມີນ້ຳຫນັກປະມານ 150-200 ກຣາມ.
ສຳລັບການລ້ຽງໃນບໍ່ອະນຸບານ: ລູກປາທີ່ຈະເອົາມາລ້ຽງໃນບໍ່ອະນຸບານຕ້ອງມີອາຍຸປະມານ 2 ອາທິດ, ຂະຫນາດ 2000 ຕາແມັດ, ສາມາດລ້ຽງລູກປາໄດ້ປະມານ 5-6 ແສນໂຕ, ລ້ຽງເອົາໄວ້ໃຫ້ໄດ້ປະມານເດືອນເຄິ່ງກໍ່ສາມາດປ່ອຍລົງບໍ່ລ້ຽງໄດ້ແລ້ວ, ສ່ວນອາຫານໃນການລ້ຽງປາໄລຍະອະນຸບານຈະເປັນເປືອກຖົ່ວປົ່ນ, ຮໍາອ່ອນ, ປາປົ່ນ, ວິຕາມິນ ແລະ ເກືອນໍາມາປະສົມເຂົ້າກັນແລ້ວໃຫ້ລູກປາກິນ.
ສ່ວນບໍ່ລ້ຽງ: ເຮົາຕ້ອງເບິ່ງໃຫ້ລະອຽດດ້ານຂະຫນາດຂອງບໍ່ວ່າສາມາດປ່ອຍປາໄດ້ຈັກໂຕຈິ່ງຈະເຫມາະສົມ, ເຊິ່ງຕ້ອງຢຶດຫລັກການທີ່ວ່າເນື້ອທີ່ 1 ຕາແມັດ ສາມາດລ້ຽງປາໄດ້ຫນຶ່ງໂຕ ຈິ່ງຈະເຫມາະສົມທີ່ສຸດ, ຖ້າຫາກປ່ອຍປາເກີນຂະຫນາດກໍ່ຈະເຮັດໃຫ້ປາຈະເລີນເຕີບໂຕຊ້າລົງ.
ສໍາລັບອາຫານ: ການໃຫ້ອາຫານແມ່ນ 3 ຄັ້ງຕໍ່ມື້, ສ່ວນ ໃຫຍ່ປານິນເປັນປາທີ່ກິນພືດຈິ່ງ ລ້ຽງໄດ້ງ່າຍ, ປາຈະຫາກິນເອງ ໃນທຳມະຊາດ, ແຕ່ກໍ່ຄວນເສີມດ້ວຍອາຫານເສີມເຂົ້າໄປອີກ ເພື່ອຄວາມຈະເລີນຂອງປາເອງ ແລະ ຈະໄດ້ນ້ຳຫນັກຫລາຍຂຶ້ນ, ອາຫານທີ່ຈະເສີມໃຫ້ປາກິນນັ້ນໄດ້ແກ່: ຮໍາອ່ອນ, ເປືອກຖົ່ວລວມກັບຫົວອາຫານປາປະສົມເຂົ້າກັນ, ກໍ່ສາມາດຈະເລີນເຕີບໂຕໄດ້ດີກວ່າການລ້ຽງແບບທໍາມະຊາດ, ຖ້າເຮົາໃຫ້ອາຫານສະຫມໍ່າສະເຫມີປາຈະໃຫຍ່ໄວອາຍຸ 3 ເດືອນຈະມີນ້ໍາຫນັກ 30 ກຣາມ, 6 ເດືອນນ້ໍາຫນັກ 200 ກຣາມ ແລະ 12 ເດືອນ ນ້ໍາຫນັກ 500-800 ກຣາມ ສາມາດສົ່ງຂາຍພ້ອມທັງສ້າງລາຍຮັບໄດ້ແລ້ວ.
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ