ພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງ
ຮວ່ມກັບ ຫ້ອງການ ຮສສ ເມືອງຕະໂອ້ຍ ຈັດພິທີມອບ-ຮັບເງີນຊ່ວຍເຫຼືອ
ໃຫ້ແກ່ຜູ້ທີ່ປະສົບເຄາະຮ້າຍຈາກ ອັກຄີໄພ ເປັນປະທານ ຮ່ວມລະ ຫວ່າງ ທ່ານ ບຸນຍົງ ພາສີ
ຫົວໜ້າພະແນກ ຮສສ ແຂວງ ແລະ ທ່ານ ສາຍຄໍາ ລິຂະສິດ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງຕະໂອ້ຍ, ມີຄະນະກໍາມະການປ້ອງກັນ
ແລະ ຄວບຄຸມ ໄພພິບັດຂັ້ນ, ອໍານາດການປົກຄອງບ້ານ ແລະ
ຄອບຄົວຜູ້ທີ່ໄດ້ຮັບຜົນປະໂຫຍດ ເຂົ້າຮ່ວມ ລວມທັງໝົດ 45 ທ່ານ, ຍິງ 10 ທ່ານ.
ມອບໂດຍທ່ານ ບຸນຍົງ ພາສີ
ຫົວໜ້າພະແແນກ ຮສສ ແຂວງ, ມີຜູ້ໄດ້ຮັບຜົນປະໂຫຍດ 212 ຄົນ, ຍິງ 113 ຄົນ, 24 ຄອບຄົວ, 14 ບ້ານ, ເປັນເງີນ 21,150,000 ກີບ.
ໃນກອງປະຊຸມ ທ່ານ ບຸນຍົງ ພາສີ ໄດ້ມີຄໍາເຫັນ
ເພື່ອເຮັດໃຫ້ພິທີດັ່ງກ່າວ ມີຄວາມໝາຍຄວາມສໍາຄັນ ໂດຍສະເພາະ ແມ່ນ ທ່ານ ໄດ້ເນັ້ນໃສ່ 3 ບັນຫາໃຫຍ່ ຄື:
1. ທີ່ມາຂອງເງີນຊ່ວຍເຫຼືອດັ່ງກ່າວ.
2.ຫຼັງຈາກທີ່ຮັບເງີນໄປແລ້ວເຮັດຈັງໃດຊີ່ນໍາໃຊ້ເງີນດັ່ງກ່າວໃຫ້ເກີດດອກອອກຜົນຫຼື ມີຜົນປະໂຫຍດຕໍ່ຄອບຄົວ.
3. ປຸກລະດົມ ໃຫ້ພໍ່ແມ່ປະຊາຊົນ
ຍາມໃດກໍ່ໃຫ້ມີສະຕິຕືນຕົວສູງ ຕໍ່ກັບໄພພິບັດ,
ຂຽນໂດຍ:ເມດຕາ ດອນກົມຍະເດດ
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ