ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Sunday, May 27, 2012

Tagged Under:

ລາວຍອມຮັບວ່າ ບໍ່ສາມາດທີ່ຈະຜັກດັນ ໃຫ້ແຮງງານ ຫວຽດນາມກັບຈີນ ອອກຈາກລາວ ໄປໄດ້

By: laboursalavane Province On: 4:35 PM
  • Share The Gag
  • ເຈົ້າໜ້າທີ່ຂັ້ນສູງຂອງລາວ ຍອມຮັບວ່າ ເປັນການຍາກຫລາຍທີ່ຈະຜັກດັນໃຫ້ແຮງງານ ຫວຽດນາມແລະຈີນ ທີ່ລັກລອບທໍາງານຢູ່ໃນລາວ ຫລາຍກວ່າ 2 ແສນຄົນໃຫ້ກັບຄືນໄປ ປະເທດຂອງພວກເຂົາເຈົ້າ.


    ໂຮງງານຜະລິດເຫລັກຂອງຈີນໃນແຂວງຄໍາມ່ວນ ທີ່ນໍາກໍາມະກອນຈາກປະເທດຈີນຈໍານວນນຶ່ງ ເຂົ້າມາທໍາງານໃນນັ້ນ.



    ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສະຫວັດດີການສັງຄົມຂອງລາວ ໄດ້ໃຫ້
    ການຍອມຮັບວ່າ ການດໍາເນີນ ມາດຕະການຜັກດັນໃຫ້ແຮງງານຕ່າງດ້າວໃນລາວ ເດີນທາງກັບຄືນໄປປະເທດທີ່ເປັນພູມລໍາເນົາ ຂອງພວກເຂົາເຈົ້ານັ້ນ ນັບເປັນເລື້ອງ
    ທີ່ຍາກຢ່າງຍິ່ງ ເນື່ອງຈາກວ່າແຮງງານຕ່າງດ້າວ ສ່ວນໃຫຍ່ທີ່ລັກລອບທໍາງານຢູ່ໃນ
    ລາວ ໂດຍບໍ່ຖືກຕ້ອງຕາມກົດໝາຍນັ້ນ ເປັນແຮງງານຈາກຫວຽດນາມ ແລະຈີນ ທີ່ ມີຄວາມສໍາພັນຢ່າງໃກ້ກັບລາວນັ້ນເອງ.
    ເພາະສະນັ້ນ ການດໍາເນີນມາດຕະການຕ່າງໆ ຕໍ່ບັນດາແຮງງານຈາກຫວຽດນາມ
    ແລະຈີນໃນໄລຍະທີ່ຜ່ານມາ ຈຶ່ງໄດ້ຄໍານຶງເຖິງສາຍພົວພັນມິດຕະພາບລະຫວ່າງລາວ
    ກັບຫວຽດນາມ ແລະຈີນເປັນສໍາຄັນ ຊຶ່ງກໍໄດ້ ເປັນຜົນເຮັດໃຫ້ທາງການລາວສາມາດ ດໍາເນີນມາດຕະການໄດ້ພຽງການກ່າວຕັກເຕືອນ ແລະໂຄສະນາ ອົບຮົມໃຫ້ພວກເຂົາ
    ເຈົ້າຍິນຍອມປະຕິບັດຕາມລະບຽບກົດໝາຍຂອງລາວ ຢ່າງຖືກຕ້ອງເທົ່ານັ້ນ ດັ່ງທີ່ເຈົ້າ
    ໜ້າທີ່ລາວຄົນດັ່ງກ່າວນີ້ ໄດ້ໃຫ້ການຢືນຢັນວ່າ:
    Songrit Pongern
    ໂຄງການສ້າງສູນເສດຖະກິດການຄ້າຂອງຫວຽວນາມ ທີ່ນະຄອນວຽງ ຈັນ ຊຶ່ງນໍາເອົາກໍາມະກອນຈາກຫວຽດນາ ເຂົ້າມາເຮັດວຽກຈໍານວນນຶ່ງ.
    “ພວກເຮົາໄດ້ສົມທົບ
    ກັບພາກສ່ວນແຮງງານ
    -ສະຫວັດດີການກັບຕໍາ
    ຫລວດຄົນເຂົ້າເມືອງແລະ
    ກໍຜະແນກການຄ້າກະ
    ແມ່ນວ່າ ໄດ້ລົງໂຄສະນາ
    ໃຫ້ພວກເຂົາເຈົ້າຫັ້ນໄດ້
    ກັບຄືນ ແລະອັນນຶ່ງອີກ
    ກະແມ່ນໃຫ້ເຮັດເອກະ
    ສານ ຢ່າງຖືກຕ້ອງ ກ່ອນ
    ຈະເຂົ້າມາ ແຕ່ວ່າການ
    ປະຕິບັດພາກຕົວຈິງນັ້ນ 
    ກະບໍ່ທັນໄດ້ດີເທື່ອ ແລະກໍຈໍານວນນຶ່ງ ລະຖືວ່າກໍຍັງບໍ່ທັນປະຕິບັດໄດ້.”
    ໃນປັດຈຸບັນນີ້ ມີແຮງງານຕ່າງດ້າວຢູ່ໃນລາວຫລາຍກວ່າ 230,000 ຄົນ ຊຶ່ງຈາກການ
    ເກັບກໍາຂໍ້ມູນໃນໄລຍະ 1 ປີທີ່ຜ່ານມາ ກໍພົບວ່າແຮງງານຕ່າງດ້າວສ່ວນໃຫຍ່ນັ້ນ ເດີນ
    ທາງມາຈາກປະເທດຫວຽດນາມ, ຈີນ ແລະໄທຕາມລໍາດັບ ກັບທັງຍັງສໍາຫລວດພົບ
    ອີກດ້ວຍວ່າ ໃນຈໍານວນແຮງງານຕ່າງດ້າວເຫລົ່ານີ້ ຄິດເປັນຫລາຍກວ່າ 90% ທີ່ເປັນ
    ແຮງງານທີ່ລັກລອບທໍາງານຢູ່ໃນລາວໂດຍຜິດກົດໝາຍ ຊຶ່ງກໍໝາຍຄວາມວ່າ ມີກໍາລັງ
    ແຮງງານຕ່າງດ້າວພຽງແຕ່ 21,000 ກວ່າຄົນເທົ່ານັ້ນ ທີ່ໄດ້ຮັບອະນຸຍາດໃຫ້ທໍາງານ
    ໃນລາວຢ່າງຖືກຕ້ອງ.
    ທັງນີ້ກໍເນື່ອງຈາກວ່າ ແຮງງານລາວສ່ວນໃຫຍ່ໃນປັດຈຸບັນນີ້ ເປັນແຮງງານທີ່ບໍ່ມີຝີມື ຈຶ່ງບໍ່ສາມາດທີ່ຈະຕອບສະໜອງຄວາມຕ້ອງການດ້ານແຮງງານຂອງບັນດາບໍລີສັດ
    ຕ່າງຊາດ ທີ່ລົງທຶນຢູ່ໃນລາວໄດ້ຢ່າງພຽງພໍຈຶ່ງຕ້ອງພາກັນແກ້ໄຂບັນຫາອີກ ດ້ວຍການ
    ນໍາເຂົ້າແຮງງານມີຝີມືຈາກຕ່າງປະເທດເປັນຫລັກ.
    ຕໍ່ກໍລະນີດຽວກັນນີ້ ທ່ານນາງອ່ອນຈັນ ທໍາມະວົງ ລັດຖະມົນຕີວ່າ ການກະຊວງແຮງ
    ງານ ກໍໄດ້ຖະແຫລງຍອມຮັບວ່າ ການທີ່ທາງການລາວ ມີຂໍ້ຈໍາກັດໃນດ້ານການພັດ
    ທະນາຝີມືແຮງງານນັ້ນ ນັບເປັນສາເຫດທີ່ສໍາຄັນປະການນຶ່ງ ທີ່ເຮັດໃຫ້ບໍ່ສາມາດ
    ຕອບສະໜອງແຮງງານມີຝີມື ໃຫ້ກັບບັນດາບໍລິສັດຕ່າງຊາດ ທີ່ລົງທຶນຢູ່ໃນລາວໄດ້
    ຢ່າງພຽງພໍ ສ່ວນການການຄຸ້ມຄອງແຮງງານໃນລາວ ກໍຍັງປະຕິບັດໄດ້ຍ່າງບໍ່ທົ່ວເຖິງ
    ແລະຂາດ ປະສິດທິພາບໃນທຸກໆດ້ານ.
    songrit
    ງານສະຫລອງຄົບຮອບ 10 ປີ ຂອງທະນາຄານ ລາວ-ຫວຽດ ຢູ່ນະຄອນຫລວງວຽງຈັນໃນທ້າຍປີ 2010 ຊຶ່ງເປັນທະນາຄານ ທີ່ນໍາວິຊາການຫວຽດນາມຈໍານວນນຶ່ງມາເຮັດວຽກ
    ນອກຈາກນັ້ນ ທາງການ
    ລາວ ຍັງໄດ້ຄາດໝາຍ
    ດ້ວຍວ່າ ຄວາມຕ້ອງການ
    ແຮງງານໃນລາວຈະເພີ້ມ
    ສູງຂຶ້ນ ຢ່າງຕໍ່ເນື່ອງໃນ
    ຕະຫລອດໄລຍະ 5 ປີຕໍ່
    ໄປນີ້ ຊຶ່ງເຮັດໃຫ້ທາງການ
    ລາວຈະຕ້ອງເລັ່ງດໍາເນີນ
    ການພັດທະນາຝີມືແຮງ
    ງານລາວໃຫ້ໄດ້ເຖິງ 3.3
    ລ້ານຄົນ.

    ແຕ່ຢ່າງໃດກໍຕາມ ທາງການລາວກໍຄາດໝາຍວ່າຈະສາມາດພັດທະນາຝີມືແຮງງານ ແລະສ້າງແຮງງານທໍາໃຫ້ແກ່ປະຊາຊົນລາວ ໄດ້ປະມານ 276,828 ຄົນ ນັບຈາກປັດ
    ຈຸບັນເຖິງປີ 2015 ໂດຍໃນຕໍາແໜ່ງງານ ເຫລົ່ານີ້ ກໍຍັງຈະເປັນແຮງງານທີ່ມີຝີມືເປັນທີ່
    ຍອມຮັບຂອງບັນດາບໍລິສັດຕ່າງຊາດ ທີ່ລົງທຶນຢູ່ໃນລາວອີກດ້ວຍ.
    ຫາກແຕ່ວ່າ ໃນໄລຍະ 1 ປີ ທີຜ່ານມາ ທາງການລາວກໍສາມາດພັດທະນາແຮງງານ
    ມີຝີມືໄດ້ 44,000 ກວ່າຄົນ ຫລືຄິດເປັນພຽງແຕ່ 15% ຂອງແຜນການສ້າງວຽກເຮັດ
    ງານທໍາ ຈົນເຖິງປີ 2015 ດັ່ງກ່າວເທົ່ານັ້ນ ຊຶ່ງກໍໝາຍຄວາມວ່າ ທາງການລາວຈະສາ ມາດບັນລຸເປົ້າໝາຍທີ່ວາງໄວ້ດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຕ້ອງດໍາເນີນການພັດທະນາ
    ແຮງງານມີຝີມື ໃຫ້ໄດ້ບໍ່ໜ້ອຍກວ່າ 55,000 ຄົນໃນແຕ່ລະປີນັ້ນເອງ.

    0 ความคิดเห็น :

    Post a Comment

    ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ

    Share ເວັບໄຊອອກເຟສບຸກ