ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Friday, August 1, 2014

Tagged Under:

ແມ່ຕູ້ທວດຫວຽດນາມ ຂຶ້ນແທ່ນອາຍຸຍືນທີ່ສຸດໃນໂລກ

By: laboursalavane Province On: 10:33 AM
  • Share The Gag

  • a7dkjgja9a59cbcfddka5


    ກິນເນສບຸກ ຫາກໍປະກາດເມື່ອເດືອນພຶດສະພາວ່າ ບຸກຄົນອາຍຸຍືນທີ່ສຸດຂອງໂລກເວລານີ້ ຄື ແມ່ຕູ້ທວດ ມິຊາໂອະ ໂອຄາວະ ຄົນຍີ່ປຸ່ນອາຍຸ 115 ປີ. ແຕ່ຫວຽດນາມພັດກຽມສົ່ງຜູ້ທ້າຊິງໄວ 121 ປີໄປທຳລາຍສະຖິຕິ.
    ແມ່ຕູ້ທວດ ຫງວຽນ ທິຈູ ເກີດເມື່ອວັນທີ 4 ພຶດສະພາ 1893 ເປັນຄົນຫວຽດນາມທີ່ອາຍຸຍືນທີ່ສຸດ. ແມ່ຕູ້ຜູ້ນີ້ເປັນຄົນແຂວງ ລອງແອງ ເຂດສາມລ່ຽມປາກແມ່ນ້ຳຂອງ ມີລູກທັງໝົດ 11 ຄົນ ແຕ່ເຫຼືອຊີວິດຢູ່ພຽງ 4 ຄົນ ເທົ່ານັ້ນ ສ່ວນສາມີຈາກໄປຕັ້ງແຕ່ ປີ 1963 ປັດຈຸບັນ ອາໄສຢູ່ເຂດຊານເມືອງຂອງນະຄອນຫຼວງໂຮຈິມິນ ກັບລູກຊາຍຫຼ້າທີ່ອາຍຸ 72 ປີແລ້ວ.

    jd56i75gfb9ka6g9b7abh

    ກົມຄຸ້ມຄອງສຳມະໂນຄົວຫວຽດນາມ ຢືນຢັນວ່າມີຫຼັກຖານຫຼາຍພໍທີ່ຈະຢືນຢັນວັນເດືອນປີເກີດ ລວມທັງເອກະສານທີ່ລັດຖະບານເຈົ້າອານານິຄົມຝຣັ່ງອອກໃຫ້ ແລະຈະຍື່ນເອກະສານໄປຍັງ ເອເຊຍ ບຸກ ອອຟ ເຣັກຂອດ ແລະກິນເນສບຸກເວີລ ອອຟ ເຣັກຂອດ ຕໍ່ໄປ.
    ສຳລັບເຄັດລັບການມີອາຍຸຍືນຂອງແມ່ຕູ້ທວດຜູ້ນີ້ ບໍ່ມີຫຍັງຍາກ ພຽງແຕ່ກິນອາຫານໃຫ້ຖືກເວລາ ຊ່ວຍເຫຼືອຜູ້ອື່ນ ແລະເຮັດໃຈໃຫ້ສະບາຍ.

    ທີ່ມາ: http://www.laopost.com/

    0 ความคิดเห็น :

    Post a Comment

    ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ

    Share ເວັບໄຊອອກເຟສບຸກ