3 ປະເທດ ເພີ່ມທະວີການຮ່ວມມືປ້ອງກັນຕ້ານອາດຊະຍາກຳ

ຂປລ. ຕາມຂ່າວ VOV, ວັນທີ 29 ກໍລະກົດ, ຫວຽດນາມ, ລາວ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືປ້ອງກັນຕ້ານອາດຊະຍາກຳ. ນີ້ແມ່ນຄຳໝັ້ນສັນຍາບັນລຸໄດ້ລະຫວ່າງການນຳກະຊວງພາຍໃນ ແຫ່ງລາຊະອານາຈັກກຳປູເຈຍ, ກະຊວງປ້ອງກັນຄວາມສະຫງົບສປປ ລາວ ແລະ ກະຊວງຕຳຫລວດຫວຽດນາມ ທີ່ກອງປະຊຸມລັດຖະມົນຕີ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ກ່ຽວກັບການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ ຄັ້ງທີ່ 2 ເຊິ່ງດຳເນີນ ຢູ່ນະຄອນດ່າລາດ ແຂວວງເລີມດົ່ງ ປະເທດຫວຽດນາມ.
ກອງປະຊຸມ ໄດ້ຍົກອອກຖະແຫລງການຮ່ວມ 8 ຂໍ້, ຊີ້ແຈງທິດທາງການພົວພັນຮ່ວມມືລະຫວ່າງກຳລັງຕຳຫລວດ 3 ປະເທດ ໃນໄລຍະຈະມາເຖິງ. ໃນນັ້ນສຸມໃສ່ເຂົ້າໃນບັນດາມາດຕະການເພີ່ມທະວີການສົມທົບແກ້ໄຂບັນຫາພົນລະເມືອງຂອງປະເທດນີ້ໄປອົບພະຍົບຢູ່ປະເທດອື່ນ; ແບ່ງປັນບົດຮຽນໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳ ແລະ ຄວບຄຸມດ້ານຂາອອກ-ຂາເຂົ້າ ຢູ່ເຂດຊາຍແດນ.
ຖະແຫລງການຮ່ວມຊີ້ແຈງວ່າ: ກຳລັງຕຳຫລວດ 3 ປະເທດ ຈະສືບຕໍ່ສົມທົບກັນໃນການຄົ້ນພົບ, ຕໍ່ສູ້, ສະກັດກັ້ນຢ່າງມີປະສິດທິຜົນຕໍ່ກົນອຸບາຍ, ການເຄື່ອນໄຫວທຳລາຍ, ແບ່ງແຍກການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 3 ປະເທດ ແລະ ສົມທົບກັນຕໍ່ສູ້ກັບບັນດາອາດ ຊະຍາກຳຢ່າງມີປະສິດທິຜົນ.
ທີ່ມາຂ່າວ:http://kpl.net.la/lao/world/world2.htm
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ