![0.Find-My-Phone-379-0](http://ecorneronline.com/wp-content/uploads/2014/07/0.Find-My-Phone-379-0-150x150.jpg)
ມືຖື Samsung ເສຍຢ່າຕົກໃຈ! ສາມາດຄົ້ນຫາໄດ້ດ້ວຍ Find my mobile.ໃນຍຸກທີ່ Smartphone ເປັນອຸປະກອນອຳນວຍຄວາມສະດວກຂອງຊີວິດ ຝັນຮ້າຍຂອງຄົນໃຊ້ Smartphone ທີ່ທຸກຄົນບໍ່ຢາກພົບ ນອກຈາກເຄື່ອງມີການເປ່ເພແລ້ວ ຍັງມີເລື່ອງການສູນຫາຍ ບໍ່ວ່າຈະສູນຫາຍຈາກຄວາມ ປະໝາດຂອງຜູ່ໃຊ້ ຫາຍຈາກການຖືກລັກຕ່າງໆ ບໍ່ມີໃຜຢາກພົບເຈິແນ່ນອນ ດັ່ງນັ້ນ, ເຮົາມາກຽມປ້ອງກັນເຫດ ການທີ່ບໍ່ຄາດຄິດ ໂດຍການຕັ້ງຄ່າ Find my mobile ເຊິ່ງເປັນລູກຫຼິ້ນທີ່ Samsung ສ້າງມາເພື່ອນຳຫາເຄື່ອງ Samsung Galaxy ຂອງເຮົາໃຫ້ໄດ້ກັບຄືນມາ ສ່ວນການຕັ້ງຄ່ານັ້ນຕ້ອງເຮັດແນວໃດແດ່ ໃຊ້ງານແນວໃດ ມາເບິ່ງກັນເລີຍ..
ວິທີຕັ້ງຄ່າໃຊ້ງານ Find my mobile
ການຕັ້ງຄ່າ Find my mobile ພຽງແຕ່ສະໝັກ ແລະ ຕັ້ງຄ່າ Samsung Account ເອົາໄວ້ໃນ Settings -> Accounts -> Samsung Account ພຽງເທົ່ານີ້ກໍ່ສາມາດນຳໃຊ້ Samsung Account ເຂົ້າໄປຄົ້ນຫາ Samsung Galaxy ຂອງເຮົາໄດ້ໃນ http://findmymobile.samsung.com/login.do
Find my mobile ສາມາດຈັດການຫຍັງກັບເຄື່ອງທີ່ເສຍໄດ້ແດ່
ສິ່ງທີ່ໜ້າສົນໃຈໃນ Find my mobile ທີ່ຈະແນະນຳໃຫ້ໃຊ້ງານກັນມີ່ທັງໝົດ 4 ຢ່າງດັ່ງນີ້:
1 ສະແດງຕຳແໜ່ງລ່າສຸດຂອງເຄື່ອງ.
Find my mobile ສາມາດສະແດງຕຳແໜ່ງລ່າສຸດຂອງໂທລະສັບມືຖືທີ່ໃຊ້ງານຢູ່ໄດ້ໂດຍສະແດງຕຳແໜ່ງລົງໃນ Google Maps ເຊິ່ງໃຫ້ຄວາມລະອຽດຂອງຕຳແໜ່ງ ສາມາດບອກຕຳແໜ່ງລ່າໃນຮອບ 12 ຊົ່ວໂມງ ຫາກໂທລະສັບມີການປ່ຽນສະຖານທີ່ຈາກຈຸດເກົ່າໄປ ຜູ້ໃຊ້ງານຕ້ອງເປີດ GPS ແລະ 3G ຂອງເຄື່ອງເອົາໄວ້ຕະຫຼອດເວລາເພື່ອສະແດງຕຳແໜ່ງຂອງເຄື່ອງ ແລະ ຫາກເຄື່ອງມີການຕໍ່ Wifi ຕຳແໜ່ງທີ່ໄດ້ຈະແນ່ນອນກວ່າເກົ່າ.
![1. Find-My-Phone-2-0](http://ecorneronline.com/wp-content/uploads/2014/07/1.-Find-My-Phone-2-0-690x420.jpg)
2 ສັ່ງລ໋ອກເຄື່ອງ.
ຫຼາຍຄົນບໍ່ໄດ້ຕັ້ງຄ່າໃຫ້ໃສ່ລະຫັດກ່ອນປົດລ໋ອກໜ້າຈໍເພື່ອສ້າງປະການຄວາມປອດໄພດ່ານທຳອິດໃນການປ້ອງກັນການເຂົ້າເຖິງຂໍ້ມູນໃນເຄື່ອງ Find my mobile ສາມາດສ້າງລະຫັດລ໋ອກໜ້າຈໍເປັນໂຕເລກ 4 ໂຕ ພ້ອມກັບຂຽນຂໍ້ຄວາມສົ່ງໄປສະແດງຜົນທີ່ໜ້າຈໍເຄື່ອງເຮົາໄດ້ທັນທີ ນອກຈາກນີ້ ຜູ່ໃຊ້ສາມາດໃສ່ເບີໂທລະສັບຮູ້ຄວາມເຄື່ອນໄຫວຂອງເຄື່ອງທີ່ເສຍໄປ ຫາກມີການປ່ຽນຊິມ ຈະມີການສົ່ງ SMS ແຈ້ງກັບມາທີ່ເບີໂທລະສັບທີ່ແຈ້ງ ກັບລະບົບໄວ້ເພື່ອຮູ້ເຖິງການເຄື່ອນໄຫວຂອງເຄື່ອງເຊັ່ນດຽວກັນ.
![2.Find-My-Phone-3-0](http://ecorneronline.com/wp-content/uploads/2014/07/2.Find-My-Phone-3-0-690x426.jpg)
3 ບັນທຶກການໂທ.
ຄວາມສາາດນີ້ ຖືວ່າເປັນຈຸດທີ່ແຕກຕ່າງຈາກລະບົບຄົ້ນຫາ Smartphone ຂອງລະບົບອື່ນໆ ເພາະ Find my mobile ສາມາດດຶງຂໍ້ມູນການ ໃຊ້ໂທລະສັບກັບມາສະແດງໃນ Account ຂອງເຮົາ ການດຶງຂໍ້ມູນທີ່ນີ້ ອາດເປັນຂໍ້ມູນທີ່ສຳຄັນທີ່ເຮັດໃຫ້ສາມາດຊອກຫາເຄື່ອງໄດ້ເຊັ່ນດຽວກັນ.
![3.Find-My-Phone-4-0](http://ecorneronline.com/wp-content/uploads/2014/07/3.Find-My-Phone-4-0-690x421.jpg)
4 ສັ່ງລ້າງຂໍ້ມູນທັງໝົດ.
ໃນບາງກໍລະນີທີ່ຂ້ມູນອາດສຳຄັນກວ່າລາຄາເຄື່ອງ ການຍອມສະລະຖິ້ມເຄື່ອງເພື່ອຮັກສາຄວາມປອດໄພຂອງຂໍ້ມູນ ອາດເປັນທາງອອກ ທີ່ດີກວ່າການຊອກຫາເຄື່ອງ ໃນ Find my mobile ສາມາດສັ່ງລ້າງຂໍ້ມູນໃນເຄື່ອງ ແລະ MicroSD ທັງໝົດໄດ້ທັນທີ ພ້ອມກັບການ ສັ່ງລ້າງເຄື່ອງໃຫ້ເປັນຄ່າມາດຕະຖານຈາກໂຮງງານຜ່ານເມນູນີ້ເຊັ່ນກັນ.
![4.Find-My-Phone-5-0](http://ecorneronline.com/wp-content/uploads/2014/07/4.Find-My-Phone-5-0-690x430.jpg)
ທີ່ມາຂໍ້ມູນ:Samsung
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ