
-----------ຂ່າວຈາກເຈົ້າໜ້າທີ່ ໜອງຄາຍປະເທດໄທ ລາຍງານວ່າ ວັນທີ 5 ກໍລະກົດ ທີ່ຜ່ານມາ ໄດ້ມີການກວດຄົ້ນ ລົດກະບະ ອີຊູຊູ ດີແມັກ ໝາຍເລກທະບຽນ ກຳແພງນະຄອນ ກສ 0833 ຂ້າມຂົວມິດຕະພາບ ໄປໄທ. ຈາກການກວດຄົ້ນໄດ້ພົບຢາບ້າ ຈຳນວນ 396 ເມັດເຊິ່ງ ເຈົ້າຂອງລົດແມ່ນ ນາງ ອະນຸພອນ ແກ້ວມະນີ ອາຍຸ 34 ປີ ຄົນລາວ.
ຢາບ້າຈຳນວນດັ່ງກ່າວແມ່ນຖືກຫໍ່ດ້ວຍຖົງຢາງສີຟ້າ ເຊື່ອງໄວ້ກ່ອງທີດຊູ ທີ່ປະໄວ້ກ້ອງເບາະຄົນຂັບ.
ຈາກການສືບສວນ ນາງອະນຸພອນ ແມ່ນຮ້ອງໄຫ້ ແລະ ອ້າງວາ ຈະພາຄອບຄົວໄປທ່ຽວ ຈັ່ງຫວັດອຸດອນ ເທົ່ານັ້ນ, ສ່ວນເລື່ອງຢາບ້າ ຜູ້ກ່ຽວບໍ່ຮູ້ເລື່ອງ. ເຖິງຢ່າງໃດກໍ່ດີ ເຈົ້າໜ້າທີ່ໄທ ກໍ່ໄດ້ຈັບກຸມຜູ້ກ່ຽວເພື່ອການກວດສອບໃຫ້ລະອຽດ.
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ