ໂດຍ: ສົມສະຫວິນ
ແຂວງສາລະວັນມີແຜນພັດທະນາສະຖານທີ່ທ່ອງທ່ຽວຫລາຍແຫ່ງເພື່ອຮອງຮັບນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາທ່ຽວພາຍໃນແຂວງຂອງຕົນນັບມື້ນັບຫລາຍຂຶ້ນໃນຕໍ່ຫນ້າ ເຊິ່ງສັງເກດເຫັນຕະຫລອດ 4 ເດືອນຜ່ານມານັບແຕ່ປະກາດເປັນປີທ່ອງທ່ຽວລາວຮອດປະຈຸບັນມີນັກທ່ອງທ່ຽວຈຳນວນຫລາຍຫລັ່ງເຂົ້າທ່ຽວແຂວງເປັນທີ່ຫນ້າເພີງພໍ ໃຈຂະ ນະທີ່ເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຮ້ານກິນດື່ມ-ບັນເທີງຕ່າງໆກໍ່ໄດ້ມີການປັບປຸງຕະຫລອດຮອດສະຖານທີ່ທ່ອງທ່ຽວພ້ອມທັງຍັງໄດ້ເຄື່ອນໄຫວດຳເນີນ ການສຳຫລວດ ແລະ ຂຶ້ນບັນຊີເພື່ອຂໍທຶນພັດທະນາ.
ທ່ານ ບຸນຖົມ ພົມມະວົງສີ, ຮອງຫົວຫນ້າພະແນກຖະແຫລງຂ່າວ,ວັດທະນະທຳແລະທ່ອງທ່ຽວແຂວງສາລະວັນໃຫ້ຮູ້ວ່າ: ແຂວງສາລະວັນໄດ້ສຸມທຶນຮອນມະຫາສານເຂົ້າໃນ ການກໍ່ສ້າງພື້ນຖານໂຄງລ່າງໃຫ້ມີຄວາມສະດວກສະບາຍອັນເປັນພື້ນຖານແລະສິ່ງເອື້ອອຳນວຍຄວາມສະດວກແກ່ການພັດທະນາ ແລະ ຂະຫຍາຍວຽກງານທ່ອງທ່ຽວພາຍໃນ ແຂວງ. ໃນຕົ້ນເດືອນເມສາຜ່ານມາພະແນກຖວທແຂວງກໍ່ຄືຂະແຫນງການທ່ອງທ່ຽວໄດ້ມີແຜນການເຄື່ອນໄຫວໂດຍສະເພາະໃນສົກປີ 2011-2012 ໄດ້ປະສານສົມທົບກັບສູນ ກາງ ແລະ ບັນດາພະແນກ ການທີ່ກ່ຽວຂ້ອງອ້ອມຂ້າງແຂວງເພື່ອລົງສຳຫລວດ, ເກັບກຳສະຖິຕິ ແລະ ຂຶ້ນບັນຊີແຫລ່ງທ່ອງທ່ຽວທີ່ສຳຄັນຢູ່ບັນດາເມືອງເພື່ອສ້າງສູນຂໍ້ມູນການ ທ່ອງທ່ຽວ, ສະເຫນີຂໍທຶນເພື່ອພັດທະນາ ແລະ ຈັດບຸລິມະສິດແຫລ່ງທ່ອງທ່ຽວແນໃສ່ປັບປຸງບູລະນະແຫລ່ງທ່ອງທ່ຽວທັງສ້າງສິ່ງເອື້ອອຳນວຍໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າມາ ທ່ຽວຢູ່ແຂວງສາລະ ວັນ. ອີກຢ່າງຫນຶ່ງກໍ່ເພື່ອສະກັດກັ້ນການລຸກລ້ຳ; ສະແດງກຳມະສິດ ແລະ ການສຳ ປະທານຊະຊາຍທີ່ເປັນການກົດຫນ່ວງການພັດທະນາທັງເປັນການສົ່ງ ຜົນກະທົບ ແລະ ສ້າງບັນ ຫາໃນການຈັດສັນ ແລະ ພັດທະນາໃນຕໍ່ຫນ້າເປັນຕົ້ນແມ່ນ: ເຂດປ່າສະຫງວນແຫ່ງຊາດພູຊຽງທອງ (ຜາແຕ້ມ-ພູລະຫິດ) ເມືອງຄົງເຊໂດນ; ແຫລ່ງ ທ່ອງທ່ຽວ 4.000 ຂຸມແລະ ບໍລິ ເວນອ້ອມຂ້າງ (ເຮືອນຫີນ, ປ່າສະຫງວນ, ຫີນສະໂງກ) ບ້ານທ່າເມືອງລະຄອນເພັງ; ສຳຫລວດ-ຈັດສັນແຫລ່ງທ່ອງທ່ຽວຕາດໄມ້ເຮ້ຍ, ຕາດ ແຝດ, ຕາດສອງແມ່ລູກຢູ່ບ້ານພໍ່ເຂັມ ແລະ ສຳຫລວດຕາມລຳນ້ຳເຊເສັດເຊັ່ນ: ຫ້ວຍຕະປຸງເມືອງເລົ່າງາມ; ບໍລິເວນແກ້ງກຸແລະປາກເສັດເມືອງວາປີໃຫ້ສຳເລັດ; ສຳຫລວດເສດສົງ ຄາມຕາມເສັ້ນທາງເລກທີ 23 ເມືອງຕຸມ ລານ ແຂວງສາລະວັນ-ເມືອງທ່າປາງທອງແຂວງສະ ຫວັນນເຂດ; ສຳ ຫລວດເສັ້ນທາງໂຮ່ຈິ ມິນ-ຫນອງບົວເມືອງສາລະວັນເພື່ອສ້າງເປັນ ແຫລ່ງທ່ອງທ່ຽວ; ສຳຫລວດແຫລ່ງທ່ອງ ທ່ຽວເມືອງຕະໂອ້ຍ ແລະ ສະຫມ້ວຍ; ຂະຫຍາຍວົງຈອນທ່ອງທ່ຽວອະນຸຮັກອຸທິຍານຕາດເລາະ, ວົງຈອນການຍ່າງປ່າພູກົກກ້ວຍເຂດ ຕະກາວແລະອື່ນໆ ເຊິ່ງສຳຫລວດ ແລະ ຂຶ້ນ ບັນຊີແຫລ່ງທ່ອງທ່ຽວທີ່ສຳຄັນພາຍໃນແຂວງທັງຫມົດມີ80 ແຫ່ງ, ໃນນັ້ນແຫລ່ງທ່ອງທ່ຽວທຳມະຊາດ47 ແຫ່ງ, ວັດທະນະທຳ27 ແຫ່ງແລະປະຫວັດສາດ 6 ແຫ່ງ.
ສາລະວັນບ່ອນທີ່ເຂົາເຈົ້າຂຶ້ນຊື່ລືນາມວ່າເປັນອູ່ເຂົ້າອູ່່ປາອັນອຸດົມສົມບູນໄປດ້ວຍພືດພັນທັນຍາຫານຫລວງຫລາຍທັງເປັນຈຸດນັດພົບຂອງຜູ້ໂດຍສານທີ່ເດີນທາງໄປມາຜ່ານເສັ້ນ ທາງເລກທີ13 ໃຕ້ ອາຫານທີ່ໄດ້ຮັບຄວາມນິຍົມແລະເປັນທີ່ຮູ້ຈັກກັນດີໃນນາມຜູ້ ໂດຍສານກໍ່ຄົງຈະຫນີບໍ່ຫມົ້ມປີ້ງໄກ່ນາປົ່ງ ແລະ ເຄື່ອງຝາກຂອງຕ້ອນອື່ນໆວາງຂາຍກັນຢ່າງ ຫລວງຫລາຍໃນດິນແດນວີລະຊົນແຫ່ງນີ້.
0 ความคิดเห็น :
Post a Comment
ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ