ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Friday, December 19, 2014

ປະຕິບັດນະໂຍບາຍຕາມດຳລັດ 343/ນຍ,ຄັ້ງວັນທີ 18 ທັນວາ 2014

By: Unknown On: 12:47 PM
  • Share The Gag





  • ໃນຄັ້ງວັນທີ 18 ທັນວາ 2014 ຢູ່ທີ່ ຫ້ອງປະຊຸມ ຂອງ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ ໄດ້ ຈັດ ພິທີມອບ-ຮັບເງິນນະໂຍບາຍ ຕາມດຳລັດ 343/ນຍ ຕໍ່ຜູ່ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນໄລຍະ ຕໍ່ສູ້ກູ້ຊາດ ຮັບໃຊ້ການປະຕິວັດ ປະຊາທິປະໄຕ ໃ້ຫກຽດເປັນປະທານ ໂດຍ ທ່ານ ສີເຮັງ ຫອມສົມບັດ ຮອງເຈົ້າແຂວງ ສາລະວັນ ແລະ ມີ ຄະນະກຳມະການ ຄົ້ນຄວ້າ ວຽກງານ ນະໂຍບາຍ ຂັ້ນແຂວງ ແລະ ເມືອງ ເຂົ້າຮ່ວມ ຊ້ອງໜ້າ ເປັນສັກຂີ ພິຍານ ແລະ ໄດ້ ປະຕິບັດນະໂຍບາຍ ໃນຄັ້ງນີ້ ຈຳນວນ 6 ເປົ້າໝາຍ;

    Thursday, October 16, 2014

    ຮູບພາບການເຄື່ອນໄຫວຂອງ ພະແນກ ຮສສ ໃນໄລຍະຜ່ານມາ

    By: laboursalavane Province On: 9:54 AM
  • Share The Gag
  • Photo
    Photo
    Photo
    Photo
    Photo
    Photo
    Photo
    Photo
    Photo
    Photo
    Photo
    Photo

    • ວັນສາກົນຜູ້ອາຍຸສູງ 15 ຕຸລາ 2014






















    Wednesday, October 15, 2014

    ພະ​ແນ​ກ ຮສສ ສະຫຼອງ​ວັນ​ຜູ້​ພິການ ​ແລະ​ ຜູ້​ອາຍຸ​ສູງ

    By: laboursalavane Province On: 3:43 PM
  • Share The Gag






  •           ພະແນແຮງງານແລະະຫວັດດີການສັງຄົມໄດ້ຈັດພິທີສະຫຼອງວັນຜູ້ພິການແຫ່ງຊາດ 27 ກັນຍາແລະວັນສາກົນຜູ້ອາຍຸສູງ 1 ຕຸລາ ປະຈຳປີ 2014. ​ໃນວັນທີ 15 ຕຸລານີ້, ຢູ່ສະໂມສອນແຂວງ, ​ໂດຍການເປັນປະທານ ຂອງ ທ່ານ ບົວສີ ຄ່ຽມມະນີຂັນໄຊ ຮອງເລຂາພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້​ຊີ້​ນຳ​ວຽກ​ງານ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ມີບັນດາທ່ານຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງພະແນກການອ້ອມຂ້າງແຂວງ, ພະນັກງານອາວຸໂສບຳນານ, ຜູ້ພິການ-ຜູ້ອາຍຸສູງ​ ​ແລະອຳນາດການປົກຄອງບ້ານເທດສະບານເຂົ້າຮ່ວມຢ່າງພ້ອມພຽງ.
                        ໃນກອງປະຊຸມໄດ້ຮັບຟັງການປາໄສກ່ຽວກັບວັນຜູ້ພິການ-ວັນສາກົນຜູ້ອາຍຸສູງເພື່ອເປັນການເສີມຂະຫຍາຍຄຸນລັກສະນະອັນດີເລີດຂອງຄົນພິການແລະຜູ້ອາຍຸສູງ ທັງເປັນການໂຄສະນາເຜີຍ​​​ແຜ່ໃຫ້ສັງຄົມຮັບຮູ້, ​ເຂົ້າໃຈປະຫວັດຄວາມເປັນມາເພື່ອໃຫ້ຄວາມສຳຄັນວັນດັ່ງກ່າວ, ພ້ອມນັ້ນຍັງເຮັດໃຫ້ຄົນພິການແລະຜູ້ມີອາຍຸສູງທີ່ດ້ອຍໂອກາດໄດ້ຮັບການພັດທະນາຕົນເອງ, ທັງໄດ້ຮັບການເບີ່ແຍງຊ່ວຍເຫຼືອດ້ານວັດຖຸແລະຈິດໃຈຈາກສັງຄົມໃຫ້ນັບມື້ນັບດີຂື້ນ, ສ້າງໂອກາດເງື່ອນໄຂ​​ໃຫ້ທຸກອົງການຈັດຕັ້ງລວມທັງພາກລັດແລະເອກະຊົນ, ຄອບຄົວ, ສັງຄົມມີການພົບປະແລກປ່ຽນບົດຮຽນໃນການດຳລົງຊີວິດທີ່ມີຄວາມຜາສຸກ, ອົບອຸ່ນສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕາມເງື່ອນໄຂ​ ​ແລະຄວາມສາມາດໃຫ້ຄົນພິການ, ຜູ້ອາຍຸສູງໄດ້ຖ່າຍທອດຄຸນງາມຄວາມດີ, ມູນເຊື້ອວັດທະນະທຳອັນດີງາມໃຫ້ແກ່ລຸ້ນຕໍ່ໄປສືບທອດ. ທັງນີ້, ສະເພາະແຂວງສາລະວັນ ຈຳນວນພົນລະເມືອງຈະເພີ່ມຂື້ນ 400.000 ກວ່າຄົນ, ​ໃນນັ້ນຜູ້ອາຍຸສູງມີ 60 ພັນກ່ວາຄົນ ຫຼືປະມານ 15%ປີ ຂອງພົນລະເມືອງທົ່ວແຂວງ.
                                ​​ໃນ​ຕອນ​ທ້າຍ​ນີ້, ໄດ້​ຮຽກຮ້ອງ​ໃຫ້ບັນດາຜູ້ເປັນລູກ, ຫຼານ, ອົງການຈັດຕັ້ງຕ່າງໆ ຂອງພັກ - ລັດ, ສັງຄົມຕ້ອງມີຄວາມຮັບຜິດຊອບສູງ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການເບິ່ງແຍງດູແລຜູ້ພິການ ແລະ ຜູ້ອາຍຸສູງເຊັ່ນວ່າ: ການຮັກສາປິ່ນປົວ ແລະ ການຟື້ນຟູສຸຂະພາບ, ການປ້ອງກັນ ແລະ ການສະຫວັດດີການຕໍ່ຜູ້ພິການ ແລະ ຜູ້ອາຍຸສູງ, ການສຶກສາ ແລະ ການສະໜອງຂໍ້ມູນຂ່າວສານ, ການສ້າງເງື່ອນໄຂໃຫ້ມີລາຍຮັບ ແລະ ການຖ່າຍທອດຄວາມຮູ້, ຄວາມສາມາດຂອງຜູ້ອາຍຸສູງ ທັງນີ້ກໍ່ເພື່ອເຮັດໃຫ້ຄົນຕ່າງດ້າວ ທ້າວຕ່າງແດນຮັບຮູ້ ແລະ ເຂົ້າໃຈມູນເຊື້ອວັດທະນາທຳອັນດີງາມຂອງ​ຊາດ ນອກ​ຈາກ​ນັ້ນ, ​ຍັງ​ໄດ້​ບໍລິການ​ກວດ​ສຸຂະພາບ​, ​ແຈກ​ຢາຍ​ຢາຟຣີ​ໃຫ້​ຜູ້​ອາວຸ​ໂສ ​ແລະ​ຜູ້​ພິການຢ່າງ​ອົບ​ອຸ່ນ.
    ໂດຍ:ສົມລິດ ໂພທິລາດ

    Tuesday, August 19, 2014

    Monday, August 18, 2014

    ການອອກກຳລັງກາຍສຳລັບຄົນບໍ່ມີເວລາ

    By: laboursalavane Province On: 2:58 PM
  • Share The Gag
  • ຫຼາຍໆ ຄົນຈະໃຊ້ຄຳອ້າງວ່າ “ບໍ່ມີເວລາອອກກຳລັງກາຍ” ແຕ່ເພື່ອສຸຂະພາບ ແລະຮ່າງກາຍທີ່ແຂງແຮງຂອງເຮົາ ລອງມາໃຊ້ຊີວິດປະຈຳວັນຂອງທ່ານ ໃນການອອກກຳລັງກາຍເບິ່ງດຸ .
    1. ຕື່ນນອນ : ຂະຍັບຮ່າງກາຍ ຢຽດໂຕສຸດໆ ໃຫ້ຄາຍເສັ້ນ ຫາຍໃຈເລິກໆ ໃຫ້ສົດຊື່ນ .
    2. ຖູແຂ້ວ : ກາງຂາກວ້າງໆ ຢໍ້ແລ້ວຢືດ ຢໍ້ແລ້ວຢືດ .
    3. ອາບນ້ຳ : ໝຸນແອວໄປມາ ຊ້າຍແລ້ວຂວາ ຊ້າຍແລ້ວຂວາ .
    4. ເຖິງບ່ອນເຮັດວຽກ : ຍ່າງໄວໆ
    5. ນັ່ງເຮັດວຽກ : ຢຽດໂຕຕົງ ກຶງທ້ອງ ກຶງ-ປ່ອຍ  ກຶງ-ປ່ອຍ .
    6. ຫຼັງພົກທ່ຽງ : ຍ່າງໄປຊື້ໝາກໄມ້ ໄວ້ເປັນຂອງວ່າງຍາມບ່າຍ .
    7. ເມື່ອເຮືອນ : ອາບນ້ຳອຸ່ນໆ ກົ້ມ-ເງີຍຫົວ ໝຸນຄໍ ແກ່ງແຂນ ບິດແອວ .
    8. ເຂົ້ານອນ : ຫາຍໃຈເລິກໆ ໃຫ້ເຖິງທ້ອງ ປ່ອຍກາຍ ແລະໃຈໃຫ້ຜ່ອນຄາຍ ຫຼັບຕາລົງໃຫ້ສະບາຍ ຫາຍກັງວົນ .
    ຖ້າເຮັດຢ່າງຈິ່ງຈັງ ແລະສະໝ່ຳສະເໝີ ວິທີອອກກຳລັງກາຍ ຄວບຄູ່ໄປກັບການໃຊ້ຊີວິດປະຈຳວັນ ຕັ້ງແຕ່ຕື່ນນອນ ຈົນເຂົ້ານອນ ຈະຊ່ວຍເສີມສ້າງກ້າມຊີ້ນ ລະບົບເຜົາຜານຈະດີຂື້ນ ຮ່າງກາຍຈະແຂງແຮງ ແລະຄວາມເມື່ອຍທັ້ງໝົດ ຈະລົດໄຂມັນທີ່ສະສົມ ຮູບຮ່າງສວຍງາມ ສະບາຍກາຍສະບາຍໃຈ ບໍ່ຕ່າງຈາກການອອກກຳລັງກາຍແບບປະຈຳວັນ

    10 ຂະໜົມອັນຕະລາຍ !

    By: laboursalavane Province On: 2:55 PM
  • Share The Gag
  • ຟັງແລ້ວກໍ່ເປັນຕາຢ້ານ ແຕ່ຈິ່ງແລ້ວຂະໜົມທີ່ເຮົາຮູ້ໆກັນຢູ່ ເບື້ອງຕົ້ນແລ້ວມັນມີແປ້ງນົວຫຼາຍ ກິນໄປບໍ່ດີຕໍ່ຮ່າງກາຍຢູ່ແລ້ວ ແຕ່ມັນກໍ່ຫ້າມຍາກຄືກັນ ເດັກນ້ອຍກໍ່ເກິດມາຄູ່ກັບຂະໜົມ ບາງເທື່ອຜູ້ໃຫຍ່ຢ່າງພວກເຮົານີ້ແລະມັກກິນ ຖືວ່າຫຼີກຍາກຫຼາຍໆ ຈັງໃດຊະເພື່ອສຸຂະພາບ ກໍ່ຄວນບໍລິໂພກໃຫ້ມັນນ້ອຍໆ ເລິກໃດ້ກໍ່ເລິກໄປ…
    10.ເຂົ້າກຽບ ຄາ F F ລົດໝາກເລັ່ນ
    9. ເຂົ້າກຽບກຸ້ງ ຕາໂນລາ
    8. ເຂົ້າກຽບປາ ຕາໂນລາ
    7. ເຂົ້າກຽບກຸ້ງ ຕາຄາບີ້ ລົດຕົ້ມຍຳແຊບ
    6. ແປ້ງສາລີອົບກອບ ຕາໂຈໂຕ້ ລົດປາໝຶກ
    5. ແປ້ງມັນຝຣັ່ງອົບກອບ ຕາໂລເລີ່ ໂຄສເຕີ ລົດຫົວຫອມສົງເຄື່ອງ
    4. ເຂົ້າກຽບກຸ້ງ ຕາຮານາມິ ລົດເມັກຊິກັນຊິວລີ່ 
     3. ເຂົ້າກຽບທອດ ຕາເອັຟບີ ລົດໝາກເພັດຢວກ
    2. ຂະໜົມທອດກອບຕາປູໄທຍ
    1. ເຂົ້າກຽບປາໝຶກ ຕາອາຣິງາໂຕ

    ຂີງ ຢາອາຍຸວັດທະນະ

    By: laboursalavane Province On: 2:31 PM
  • Share The Gag

  • ຂີງ ເປັນພືດຜັກສວນຄົວລົດເຜັດຮ້ອນ ທີ່ມີສັບພະຄຸນຫຼາຍປະການທີ່ໃຫ້ປະໂຫຍດຕໍ່ກັບຮ່າງກາຍ ແລະ
    ທີ່ສຳຄັນຍັງມອບປະໂຫຍດໃນດ້ານຄວາມງາມ ໃຫ້ແກ່ສາວໆອີກດ້ວຍ, ສຳລັບໃຜທີ່ປູກຂີງໄວ້ໃນຮົ້ວເຮືອນ
    ຫຼື ມັກກິນຂີງ ກໍລອງແບ່ງມາໃຊ້ແກ້ບັນຫາຮ່ອງຮອຍສິວເທິງໃບໜ້າລອງເບິ່ງ.
    ຂີງ ສາມາດເຮັດໃຫ້ຜິວພັນຂອງທ່ານເບິ່ງອ່ອນເຍົາ ແລະ ຊ່ວຍປັບສີຜິວໃຫ້ສະໝ່ຳສະເໝີກັນໄດ້ອີກດ້ວຍ
    ສະນັ້ນ ຫາກສາວໆທ່ານໃດທີ່ຫາກໍເຊົາຈາກປັນຫາສິວແລ້ວ ເຊິ່ງມັນຈະປະຮ່ອງຮອຍດ່າງດຳໄວ້ເຕັມໄປໝົດ
    ກໍລອງເອົາຂີງມາມາກໜ້າເບິ່ງ ໂດຍນຳຜົງຂີງມາປະສົມກັບນ້ຳໝາກນາວ ໃນປະລິມານເທົ່າກັນ ແລ້ວໃສ່
    ນ້ຳເຜິ້ງຕື່ມລົງໄປປະສົມອີກ ຈາກນັ້ນກໍນຳມາທາເທິງໜ້າ ແລ້ວນວດໄປມາປະມານ 5 ນາທີ ຈິ່ງຄ່ອຍລ້າງ
    ອອກ ໂດຍເຮັດປະທານ 1 – 2 ຄັ້ງຕໍ່ອາທິດ ຜິວຂອງທ່ານກໍຈະງາມສົດໄສເປັ່ງປັ່ງຂຶ້ນທັນຕາ.
     ໃນເມື່ອຮູ້ຄືແນວນີ້ແລ້ວ ກໍລອງເອົາຂີງມາບຳລຸງຜິວພັນຂອງຕົນເອງ ເຊິ່ງນອກຈາກຈະເຫັນຜົນແທ້, ເຮັດ
    ໃຫ້ຜິວງາມຂຶ້ນແລ້ວ ຍັງປະຢັດເງິນນຳອີກ.

    ການເປິດໄຟນອນຈະເຮັດໃຫ້ອ້ວນຂື້ນງ່າຍ

    By: laboursalavane Province On: 2:26 PM
  • Share The Gag
  • ການເປິດໄຟນອນຈະເຮັດໃຫ້ອ້ວນຂື້ນງ່າຍ ຫາກເປັນຜູ້ຍິງແລ້ວ ການເປິດໄຟນອນຈະເຮັດໃຫ້ພຸງໃຫຍ່ຂື້ນ
              ທີມນັກວິໃຈຂອງສະຖາບັນ ວິໃຈໂລກມະເຮັງໃນລອນດອນ ໃດ້ສຶກສາກັບແມ່ຍິງຈຳນວນຫຼາຍ ໂດຍໃຫ້ທຸກບັນຍາຍເຖິງຄວາມສະຫວ່າງຂອງໄຟໃນຫ້ອງນອນ ແລະນຳໄປປຽບທຽບກັບຄວາມອ້ວນຂອງຮ່າງກາຍ.
             ສາດສະດາຈານ Anthony Edward Lowe ຫົວໜ້າຂະນະວິໃຈ ກ່າວວ່າ : ໃນກຸ່ມຄົນຫຼາຍໆ ເຮັດໃຫ້ເຫັນເຖິງຄວາມກ່ຽວພັນລະຫວ່າງ ການຖຶກແສງສະຫວ່າງຍາມກາງຄືນ ກັບການມີນ້ຳໜັກເກິນແລະອ້ວນ ແຕ່ຍັງບໍ່ມີຫຼັກຖານ ຫຼາຍພໍທີ່ຈະລົງຄວາມເຫັນໃດ້ວ່າ ຫາກດັບໄຟນອນຈະເຮັດໃຫ້ນ້ຳໜັກໂຕລົດລົງໃດ້ ອາດຈະມີເຫດຜົນອື່ນກ່ຽວຂ້ອງດ້ວຍ ແຕ່ການຄົ້ນພົບທີ່ໜ້າສົນໃຈ ຈຶ່ງຄວນຈະມີການຄົ້ນຄວ້າຕໍ່ໄປ .
              ກຸ່ມນັກວິຊາການໃຫ້ຄວາມເຫົນເພີ່ມວ່າ ເຫດທີ່ແສງສະຫວ່າງກ່ຽວພັນກັບຄວາມອ້ວນ ອາດຈະເປັນເພາະແສງໄຟໄປລົບກວນ   ໂມງຊີວະພາບ ເຊິ່ງການພັດທະນາການຕັ້ງແຕ່ມະນຸດຍຸກຕົ້ນໆ ຄອຍປຸກໃຫ້ມະນຸດແຂ່ງຂັນຍາມກາງເວັນ ແລະພັກຜ່ອນຕອນກາງຄືນ .ນອກຈາກນີ້ ສະແດງວ່າຍັງມີອິດທິພົນຕໍ່ອາລົມ ຄວາມແຂງແຮງ ແລະ ແມ້ແຕ່ການກິນອາຫານດ້ວຍ.

    ໝາກຫວ້າ” ໝາກໄມ້ພື້ນເມືອງຊ່ວຍຢຸດມະເຮັງ"

    By: laboursalavane Province On: 2:22 PM
  • Share The Gag
  • “ໝາກຫວ້າ” ໝາກໄມ້ພື້ນເມືອງຊ່ວຍຢຸດມະເຮັງ
    ໝາກຫວ້າ ເມື່ອສຸກຈະມີສີມ່ວງເຂັ້ມຈົນເຖິງດຳ ຄ້າຍໝາກອະງຸ່ນ ລົດຊາດຈະອອກຫວານແລະມີລົດຝາດເລັກໜ້ອຍ ນິຍົມເອົາມາກິນເລີຍ ຫຼື ເອົາມາເຮັດນ້ຳໝາກຫວ້າ, ເຢລລີ່ ແລະແຢມ ສານທີ່ມີຢູ່ໃນໝາກຫວ້າຈະເປັນສານກຸ່ມແອນໂທໄຊຍານິນ (ໄຊຍານິດິນ) ກົດເອລລາຈິກ ກົດເຟີຣູລິກ ເຊິ່ງສານກຸ່ມນີ້ຈະມີລິດຕ້ານອະນຸມູນອິດສະລະ ຕ້ານລິດຂອງສານກໍ່ມະເຮັງໂດຍພົບວ່າ ສາມາດຢຸດເຊລມະເຮັງປາກ ແລະມະເຮັງເຕົ້ານົມໄດ້.

    ແອບເປີ້ນ ຕ້ານພະຍາດ ມະເຮັງເຕົ້ານົມ

    By: laboursalavane Province On: 2:20 PM
  • Share The Gag
  • ແອບເປີ້ນ ຕ້ານພະຍາດ ມະເຮັງເຕົ້ານົມ
    ນັກ​ວິ​ໄຈ​ຜູ້​ມີ​ຊື່​ສຽງ​ຂອງ​ມະຫາ​ວິທະຍາ​ໄລ ​ຄໍ​ເນນ​ຊື່​ດັງ​ຂອ​ງອາເມຣິກາ ໄດ້​ຫລັກ​ຖານ​ຈາກ​ການສຶກສາ​ເຖິງ 6ເລື່ອງ ຢືນຢັນ​ວ່າ ​ຖ້າ​ຫາກ​ກິນ ແອບ​ເປີ້ນ ມື້​ລະ 1ໜ່ວຍ ຈະ​ບໍ່​ຕ້ອງ​ເພິ່ງໝໍ ເລື່ອງພະຍາດ​ມະ​ເຮັງ​ເຕົ້າ​ນົ


    ວາລະ​ສານ​ວິ​ຊາ​ການ ກະເສດກະສິກຳ​ ແລະ ​ເຄ​ມີ​ອາຫານ ລາຍ​ງານ​ວ່າ ລາຍ​ງານ​ຜົນ​ການສຶກສາ​ຂອງ​ຮອງ​ສາດສະດາ​​ຈານ ລຸຍ ໄອ ລິວ ອາຈານ​ວິ​ຊາ​ວິທະຍາ​ສາດ​ການ​ອາຫານ​ກ່າວ​ວ່າ ນ້ຳ​ສະ​ກັດ​ຈາກແອບ​ເປີ້ນ ມີ​ສັບ​ພະຄຸນ​ຊ່ວຍ​ສະ​ກັດ​ກັ້ນ​ ຂະໜາດ​ຂອງ​ເນື້ອ​ຮ້າຍ​ຕ່ອມ​ນ້ຳ​ນົມ​ ຂອງ​ໜູ​ທົດລອງ​ຢ່າງ​ເຫັນ​ໄດ້​ແຈ້ງ ແລະ ​ຍິ່ງ​ໃຫ້​ກິນ​ຫລາຍ ກໍ​ຍິ່ງ​ກີດ​ກັ້ນ​ໄດ້​ຫລາຍ​ຂຶ້ນເທົ່າ​ນັ້ນ ​ເຮົາ​ບໍ່​ແຕ່​ພຽງ​ສັງເກດ​ວ່າ ​ໜູ​ທີ່​ຜ່ານ​ການ​ປິ່ນປົວ​ມີ​ເນື້ອ​ຮ້າຍ​ຫລົງ​ເຫລືອ​ພຽງ​ບໍ່​ຈັກ​ແຫ່ງ ຫາກ​ແຕ່​ຍັງ​ພົບ​ວ່າ​ເນື້ອ​ຮ້າຍ​ໄດ້​ຫົດ​ຕົວ​ລົງ​ນໍາອີກ ຫລຸດ​ຄວາມ​ຮຸນແຮງ​ລົງ ແລະ ​ຂະຫຍາຍ​ຕົວ​ໄດ້​ຊ້າໆ ເມື່ອ​ທຽບ​ກັບ​ເນື້ອ​ຮ້າຍ​ໃນ​ໜູ​ໂຕ​ທີ່​ບໍ່​ໄດ້​ຮັກ​ສາ

    ອາຫານ​ທີ່ຫ້າມຮັບປະທານໃນ​ຕອນສວາຍ ໃນວັນເຮັດວຽກ

    By: laboursalavane Province On: 2:16 PM
  • Share The Gag


    • ຊັອກ​ໂກ​ແລັດ    ນອກ​ຈາກ​ຈະ​ແຊບ​ແບບ​ບໍ່​ມີ​ລິ​ມິດ​ແລ້ວ ຊັອກ​ໂກ​ແລດ​ຍັງມີ​ສານ Phenylethylamine ຢູ່​ຢ່າງຫລວງຫລາຍ ແລະ ​ຈະ​ເຮັດໃຫ້​ເຈົ້າ​ຢາກນອນ​ໄດ້​ໃນ​ທັນ​ທີ​ ນີ້​ຍັງ​ບໍ່​ນັບ​ນ້ຳ​ຕານ ​ແລະ​ ໄຂ​ມັນ​ອີກ​ມະຫາ​ສານ
    • ຂະໜົມ​ປັງ​ຂາວ ​ແລະ ​ເຂົ້າ​ຂາວ  ໃນ​ແປ້ງ​ຂັດ​ສີ​ຈະ​ມີ​ຄາ​ໂບ​ໄຮ​ເດ​ດ​ຊະນິດ​ຮີບດ່ວນ ຊຶ່ງ​ຈະ​ເຂົ້າ​ສູ່​ຕັບ​ອ່ອນ​ໄດ້​ທັນ​ທີ ຈາກ​ນັ້ນ​ຕັບ​ອ່ອນ​ກໍ​ຈະ​ຫລັ່ງ​ ອິນ​ຊູ​ລິນ​ ອອກ​ມາ ເຮັດໃຫ້​ເລືອດ​ມີ​ນ້ຳ​ຕານ​ເພີ່ມ​ຂຶ້ນ ທີ​ນີ້​ສະຫມອງ​ເຮົາ​ກໍ​ຈະລົງໆລືມໆ ແລະ ​ຫລັບ
    • ຜະລິດຕະພັນ​  ບໍ່​ວ່າ​ຈະ​ເປັນ​ນົມ​ສົ້ມ ໂຢ​ເ​ກີດ ​ຫລື ​ຊາ​ໃສ່​ນົມ ເນື່ອງ​ຈາກ​ໂປ​ຕີນ​ໃນ​ນົມ​ຈະ​ຫລັ່ງ​ກົດ​ ອະ​ມິ​ໂນ​ອອກ​ມາ ແລະ​   ເມື່ອ​ຮ່າງກາຍ​ມີ​ກົດ​ຫລາຍ​ເກີນ​ໄປ​ເຮົາ​ກໍ​ຈະ​ຢາກນອນ
    • ກ້ວຍ   ກ້ວຍ​ເປັນ​ອາຫານ​ທີ່ກິນແລ້ວຜ່ອນຄາຍ ເພາະ​ມັນ​ອຸດົມ​ໄປ​ດ້ວຍ ​ຮໍ​ໂມນ​ ເຊ​ໂລ​ໂທ​ນິນ​ ແລະ​     ນໍ​ເອ​ພິນ​ຟ​ຣິນ ຊຶ່ງ​ເຮັດໃຫ້​ຮ່າງກາຍ​ຫລັ່ງ​ສານ​ແຫ່ງ​ຄວາມ​ສຸກ​ອອກ​ມາ ແຕ່​ໃນ​ສະຖານນະການ​ນີ້ ຄວາມ​ສຸກ​ທີ່​ເຈົ້າ​ໄດ້ຮັບ​ຈະ​ມາ​ພ້ອມ​ຄວາມ​ທຸກ ຖ້າ​ຫົວໜ້າ​ຜ່ານມາ​ເຫັນ​ຕອນ​ທ່ານ​ຫລັບ​ຄາ​ໂຕະ​ເຮັດ​ວຽກ

    ໄຂ່ຕົ້ມ ສາລະພັດປະໂຫຍດເພື່ອສຸຂະພາບ

    By: laboursalavane Province On: 2:11 PM
  • Share The Gag

  • 3

    ໄຂ່​ຕົ້ມ ເມ​ນູ​ອາຫານ​ທີ່​ບໍ່​ຄ່ອຍ​ມີ​ໃຜ​ຄິດ​ຮອດ ແຕ່​ຮູ້​ກັນ​ບໍ່​ວ່າ ປະໂຫຍດ​ຂອງ​ ໄຂ່​ຕົ້ມ ​ນັ້ນ ມີ​ຫລາຍກວ່າ​ທີ່​ທ່ານ​ເຫັນ ນອກ​ຈາກ​ຈະໃຫ້​ໂປ​ຕີນ​ສູງ​ແລ້ວ ໄຂ່​ຕົ້ມ ໜ່ວຍ​ນ້ອຍ​ໆ ທີ່​ທ່ານ​ເຫັນ​ນັ້ນ ຍັງ​ເຕັມ​ໄປ​ດ້ວຍ ກົດ​ອະ​ມິ​ໂນ ທີ່​ມີ​ຄວາມ​ຈຳ​ເປັນ​ຕໍ່​ຮ່າງກາຍ​ເປັນ​ຢ່າງ​ຫລວງຫລາຍມີ​ຜົນ​ການ​ວິ​ໄຈ​ອອກ​ມາ​ແລ້ວ ຈາກ​ການ​ວິ​ໄຈ​ຂອງ​ມະຫາ​ວິທະຍາ​ໄລ ​ຮາ​ເວີດ ພົບ​ວ່າ ໃນ​ໄຂ່​ຂາວ​ຈະ​ມີ​ໂປ​ຕີນ​ສູງ ແລະ​ ເປັນ​ໂປ​ຕີນ ​ທີ່​ມີ​ຄຸນນະພາບ​ສູງ ຄື​ມີ​ກົດ​ ອະ​ມິ​ໂນ ​ທີ່​ຈຳ​ເປັນ​ຕໍ່​ຮ່າງກາຍ (Essential Amino Acid) ສ່ວນ​ໃນ​ໄຂ່​ແດງ​ນັ້ນ ກໍ​ຍັງມີ​ສານ​ອາຫານ​ຫລາຍ​ຊະນິດ ບໍ່​ວ່າ​ຈະ​ເປັນ​ໂປ​ຕີນ ໄຂ​ມັນ ວິ​ຕາ​ມິນ ​ແລະ ​ແຮ່ທາດ ຊຶ່ງ​ມີ​ຄຸນຄ່າ​ເຊັ່ນ​ດຽວ​ກັບ​ ໄຂ​ມັນ​ໃນ​ປາ​ແຊວ​ມອນ ​ແລະ ​ປາ​ທະເລ . ເພາະ​ໃນ​ໄຂ່​ຕົ້ມ​ນັ້ນ ຍັງມີ ໄຂ​ມັນ​ຊະນິດ​ບໍ່​ອິ່ມ​ຕົວ​ ຫລື ​ເອດ​ດີ​ແອນ (HDL Cholesterol) ຊຶ່ງ​ເປັນ​ໄຂ​ມັນ​ຊະນິດ​ດີ ບໍ່​ມີ​ຜົນ​ຕໍ່​ການ​ເພີ່ມ​ຄໍ​ເລດ​ເຕີ​ລໍ ຊຶ່ງ​ສົ່ງ​ຜົນດີີ​ຕໍ່​ຮ່າງກາຍ ຖ້າ​ຫາກວ່າ ທ່ານ​ເລືອກ​ກິນໄຂ່​ຕົ້ມ​ເປັນ​ປະຈຳມື້​ລະ 1 ໜ່ວຍ ກໍ​ຈະ​ສາມາດ​ຊ່ວຍ​ປ້ອງ​ກັນ​ທ່ານ ໃຫ້​ຫ່າງ​ໄກ​ຈາກ ພະຍາດ​ຫົວ​ໃຈ ໄດ້​ຢ່າງ​ແນ່ນອນ​ ໂດຍ​ ໄຂ່​ຕົ້ມ 1ໜ່ວຍ ຈະ​ມີ​ນ້ຳ​ໜັກ​ປະ​ມານ 30ກຣາມ ຊຶ່ງ​ຈະໃຫ້​ພະລັງ​ງານ 80ກິ​ໂລ​ແຄ​ລໍລີ ​ປະໂຫຍດຂອງ  ໄຂ່​ຕົ້ມ ຍັງ​ບໍ່​ໝົດ​ພຽງແຕ່ເທົ່ານັ້ນ​ ເພາະ​ມີ​ຄວາມ​ເຊື່ອ​ກັນ​ວ່າ ໄຂ່​ຕົ້ມ ສາມາດ​ໃຫ້​ປະໂຫຍດ ​ໄດ້​ຫລາຍ ເທົ່າ​ກັບ​ການ​ທີ່​ທຸກຄົນ ກິນ​ຮັງ​ນົກ 10ກ່ອງ

    Share ເວັບໄຊອອກເຟສບຸກ