ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Friday, August 1, 2014

Tagged Under:

ສະພາ​ແຫ່ງ​ຊາດ​ລາວ ມີ​ມະຕິ​ຮັບຮອງ​ເອົາ​ ກົດໝາຍ​ຕໍ່​ຕ້ານ​ ການ​ຟອກ​ເງິນ

By: laboursalavane Province On: 10:02 AM
  • Share The Gag

  • ສະມາຊິກສະພາແຫ່ງຊາດລາວຊຸດທີ 7 ໄດ້ມີມະຕິຮັບຮອງເອົາ ກົດໝາຍ ຕໍ່ຕ້ານແລະສະກັດກັ້ນການຟອກເງິນ ແລະການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ.
    ສະພາ​ແຫ່ງ​ຊາດ​ລາວ ມີ​ມະຕິ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍການ​ຕ້ານ​ການ​ຟອກ​ເງິນ ​ແລະ​ການ​ສະໜອງ​ທຶນ ​ໃຫ້​ແກ່​ການ​
    ກໍ່​ການ​ຮ້າຍ ​ໂດຍ​ເຊື່ອ​ວ່າ ຈະ​ຊ່ວຍ​ພັດທະນາ ​ໃຫ້​ລະບົບ​ການ​ເງິນ​ຂອງ​ລາວ ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ.

    ສະມາຊິກສະພາແຫ່ງຊາດລາວຊຸດທີ 7 ໄດ້ມີມະຕິຮັບຮອງເອົາກົດໝາຍ ວ່າດ້ວຍການຕ້ານ ແລະການສະກັດກັ້ນການຟອກເງິນ ແລະການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍຕາມການສະເໜີຂອງ ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງ ສປປ.ລາວ ໃນໂອກາດ ກອງປະຊຸມສະໄໝສາມັນຄັ້ງທີ 7 ຂອງສະພາແຫ່ງຊາດຊຸດທີ 7 ທີ່ໄດ້ຊິ້ນສຸດການປະຊຸມໃນທ້າຍເດືອນກໍລະກົດນີ້.

    ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງ ສປປ.ລາວ ໄດ້ຖະ ແຫລງຕໍ່ກອງປະຊຸມສະພາແຫ່ງຊາດ.ທ່ານສົມພາວ ໄພສິດ ຜູ້ວ່າການທະນາຄານແຫ່ງ ສປປ.ລາວ ໄດ້ຖະ ແຫລງຕໍ່ກອງປະຊຸມສະພາແຫ່ງຊາດ.

    ​ໂດຍກົດໝາຍດັ່ງກ່າວນີ້ຖືເປັນກົດໝາຍຕ້ານການຟອກເງິນ
    ສະບັບທຳອິດໃນລາວ ເນື່ອງຈາກວ່າການຈັດຕັ້ງປະຕິບັດ ເພື່ອຕ້ານການຟອກເງິນໃນລາວນັ້ນ ເປັນການປະຕິບັດຕາມດຳລັດ ທີ່ປະກາດບັງຄັບໃຊ້ໃນປີ 2006 ໂດຍມີໜ່ວຍງານຂໍ້ມູນຕ້ານການຟອກເງິນໃນສັງກັດ ຂອງທະນາຄານແຫ່ງ ສປປ.ລາວເປັນໜ່ວຍງານຮັບຜິດຊອບ ຊຶ່ງກໍໄດ້ມີການກວດພົບການຟອກເງິນ ຜ່ານລະບົບທະນາຄານໃນລາວ ເພີ້ມຂຶ້ນ
    ຢ່າງຕໍ່ເນື່ອງດັ່ງທີ່ ທ່ານສົມພາວ ໄດ້ຖະແຫລງຢືນຢັນຕໍ່ ກອງປະຊຸມສະພາແຫ່ງຊາດລາວວ່າ:
    “ໜ່ວຍງານຂໍ້ມູນຕ້ານການຟອກເງິນ ທີ່ຢູ່ພາຍໃຕ້ການ
    ຊີ້ນຳໂດຍກົງ ຂອງທະນາຄານ ແຫ່ງ ສປປ.ລາວ ສາມາດ
    ເກັບກຳຂໍ້ມູນ ກ່ຽວກັບ ການເຄື່ອນໄຫວທຸລະກຳ ທີ່ສົງໄສ
    ວ່າເປັນການຟອກເງິນ ໄດ້ 104 ກໍລະນີ.”

    ທາງດ້ານທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີກໍໄດ້ຖະແຫລງຢືນຢັນ ໃນໂອກາດດຽວກັນນີ້ວ່າ ສາເຫດສຳຄັນປະການໜຶ່ງ ທີ່ເຮັດໃຫ້ມີການລັກລອບປູກຝິ່ນເພີ້ມຂຶ້ນ ຢູ່ໃນເຂດແຂວງພາກເໜືອຂອງລາວ ກໍເພາະວ່າ ໄດ້ມີການລັກລອບໂອນເງິນ ຈາກຕ່າງປະເທດ ເຂົ້າມາຊຸກຍູ້ປະຊາຊົນລາວ ໃຫ້ພາກັນສືບຕໍ່ ປູກຝິ່ນ
    ຢູ່ເລື້ອຍມາ ໂດຍເມື່ອປະກອບກັບປະຊາຊົນລາວ ກໍຍັງມີສະພາບຊີວິດການເປັນຢູ່ ທີ່ຍາກຈົນຢ່າງຍິ່ງ ຈຶ່ງໄດ້ພາກັນລັກລອບປູກຝິ່ນຢູ່ເລື້ອຍມາ.

    ທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີ ປະຈຳສຳນັກງານນາຍົກ ລັດຖະມົນຕີ ກໍໄດ້ຖະແຫລງຢືນຢັນ ຕໍ່ກອງປະຊຸມສະພາແຫ່ງຊາດ.ທ່ານບຸນເຮືອງ ດວງພະຈັນ ລັດຖະມົນຕີ ປະຈຳສຳນັກງານນາຍົກ ລັດຖະມົນຕີ ກໍໄດ້ຖະແຫລງຢືນຢັນ ຕໍ່ກອງປະຊຸມສະພາແຫ່ງຊາດ.

    ນອກຈາກນັ້ນ ການບັງຄັບໃຊ້ກົດໝາຍ ທີ່ຍັງຂາດປະສິດທິພາບ ໃນລາວ ກໍນັບເປັນອີກປັດໄຈໜຶ່ງ ທີ່ເຮັດໃຫ້ລາວ ຕ້ອງປະເຊີນກັບບັນຫາອາຊະຍາກຳ ທີ່ກ່ຽວກັບຢາເສບຕິດ
    ຫຼາຍຂຶ້ນນັບມື້ ແລະດ້ວຍສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທາງການ ສະຫະລັດອາເມຣິກາ ໄດ້ຕົກລົງໃຫ້ການຊ່ວຍເຫຼືອ
    ທາງການລາວ ໃນການພັດທະນາປັບປຸງການບັງຄັບໃຊ້ກົດໝາຍ ຕໍ່ຜູ້ກະທຳຄວາມຜິດ ກ່ຽວກັບຢາເສບຕິດໃນລາວ ໃຫ້
    ມີປະສິດທິພາບສູງຂຶ້ນ ເມື່ອບໍ່ນານມານີ້ ໂດຍເປັນການລົງນາມຮ່ວມກັນລະຫວ່າງ ທ່ານກຸ ຈັນສີນາ ປະທານຄະນະກຳ
    ມະການກວດກາ  ແລະຄວບຄຸມ ຢາເສບຕິດ ແຫ່ງຊາດລາວກັບທ່ານ Daniel A. Clune ເອກອັກຄະລັດຖະທູດ ສະຫະລັດ ປະຈຳນະຄອນຫລວງວຽງຈັນ.ໂດຍການຕົກລົງໃນຄັ້ງຫລ້າສຸດນີ້ ກໍຍັງລວມເຖິງ ການຊ່ວຍເຫຼືອ ເພື່ອຍົກລະດັບປະສິດທິພາບ ໃນການບຳບັດຜູ້ຕິດຢາເສບຕິດ ຢູ່ສູນບຳບັດຕ່າງໆທັງໃນເຂດນະຄອນຫລວງວຽງຈັນ ແລະຕ່າງແຂວງທົ່ວປະເທດລາວ ອີກດ້ວຍ ທັງນີ້ໂດຍຖືເປັນໂຄງການຕໍ່ເນື່ອງ ທີ່ທາງການສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ນັບຕັ້ງແຕ່ປີ 1989 ເປັນຕົ້ນມາ ແລະ ຈົນເຖິງປັດຈຸບັນນີ້ ກໍປາກົດວ່າ ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ໃນການແກ້ໄຂບັນຫາ ກ່ຽວກັບຢາເສບຕິດນີ້ ຄິດເປັນມູນຄ່າລວມເຖິງ 45ລ້ານດອນລາແລ້ວ.ສຳຫລັບການຊ່ວຍເຫຼືອໃນຄັ້ງຫລ້າສຸດນີ້ ກໍມີມູນຄ່າລວມ 450,000 ດອນລາ ໂດຍແບ່ງ ເປັນການຊ່ວຍເຫຼືອເພື່ອການພັດທະນາ ປັບປຸງລະບົບການບັງຄັບໃຊ້ກົດໝາຍ ໃນມູນຄ່າ150,000 ດອນລາ ແລະການຍົກລະດັບປະສິດທິພາບ ໃນການບຳບັດຜູ້ຕິດຢາເສບຕິດໃນມູນຄ່າ 300,000 ໂດຍພ້ອມກັນນີ້ ສະຫະລັດ ກໍຍັງໄດ້ສົມທົບທຶນໃນມູນຄ່າ 200,000ດອນລາ ເພື່ອໃຫ້ອົງການອະນາໄມໂລກ ແລະອົງການຄວບຄຸມຢາເສບຕິດ ແລະອາຊະຍາກຳແຫ່ງສະຫະປະຊາຊາດ ນຳໃຊ້ ໃນການບຳບັດຜູ້ຕິດຢາເສບຕິດ ໃນລາວດ້ວຍ.ທາງດ້ານທ່ານກຸ ກໍໄດ້ຖະແຫລງຍອມຮັບວ່າການຊົມໃຊ້ ແລະລັກລອບຄ້າຢາເສບຕິດໄດ້ເປັນບັນຫາ ທີ່ມີລະດັບຄວາມຮຸນແຮງເພີ້ມຂຶ້ນ ທັງໃນເມືອງ ແລະຊົນນະບົດ ໂດຍຈະເຫັນໄດ້ຈາກການຈັບກຸມນັກຄ້າຢາເສບຕິດໄດ້ 2,148 ຄົນ ຢຶດຢາບ້າໄດ້ 3 ລ້ານ 8 ແສນກວ່າເມັດ ເຮໂຣອີນ 238 ກິໂລກຣາມ ມໍລຟີນ 83 ກິໂລກຣາມ ຝິ່ນ 47 ກິໂລກຣາມກັນຊາແຫ້ງ 1,480 ກິໂລກຣາມ ແລະຢາໄອຊ໌ 22 ກິໂລກຣາມ ໃນຮອບ 1 ປີທີ່ຜ່ານມາ.

    0 ความคิดเห็น :

    Post a Comment

    ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ

    Share ເວັບໄຊອອກເຟສບຸກ