ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Tuesday, August 19, 2014

Monday, August 18, 2014

ການອອກກຳລັງກາຍສຳລັບຄົນບໍ່ມີເວລາ

By: laboursalavane Province On: 2:58 PM
  • Share The Gag
  • ຫຼາຍໆ ຄົນຈະໃຊ້ຄຳອ້າງວ່າ “ບໍ່ມີເວລາອອກກຳລັງກາຍ” ແຕ່ເພື່ອສຸຂະພາບ ແລະຮ່າງກາຍທີ່ແຂງແຮງຂອງເຮົາ ລອງມາໃຊ້ຊີວິດປະຈຳວັນຂອງທ່ານ ໃນການອອກກຳລັງກາຍເບິ່ງດຸ .
    1. ຕື່ນນອນ : ຂະຍັບຮ່າງກາຍ ຢຽດໂຕສຸດໆ ໃຫ້ຄາຍເສັ້ນ ຫາຍໃຈເລິກໆ ໃຫ້ສົດຊື່ນ .
    2. ຖູແຂ້ວ : ກາງຂາກວ້າງໆ ຢໍ້ແລ້ວຢືດ ຢໍ້ແລ້ວຢືດ .
    3. ອາບນ້ຳ : ໝຸນແອວໄປມາ ຊ້າຍແລ້ວຂວາ ຊ້າຍແລ້ວຂວາ .
    4. ເຖິງບ່ອນເຮັດວຽກ : ຍ່າງໄວໆ
    5. ນັ່ງເຮັດວຽກ : ຢຽດໂຕຕົງ ກຶງທ້ອງ ກຶງ-ປ່ອຍ  ກຶງ-ປ່ອຍ .
    6. ຫຼັງພົກທ່ຽງ : ຍ່າງໄປຊື້ໝາກໄມ້ ໄວ້ເປັນຂອງວ່າງຍາມບ່າຍ .
    7. ເມື່ອເຮືອນ : ອາບນ້ຳອຸ່ນໆ ກົ້ມ-ເງີຍຫົວ ໝຸນຄໍ ແກ່ງແຂນ ບິດແອວ .
    8. ເຂົ້ານອນ : ຫາຍໃຈເລິກໆ ໃຫ້ເຖິງທ້ອງ ປ່ອຍກາຍ ແລະໃຈໃຫ້ຜ່ອນຄາຍ ຫຼັບຕາລົງໃຫ້ສະບາຍ ຫາຍກັງວົນ .
    ຖ້າເຮັດຢ່າງຈິ່ງຈັງ ແລະສະໝ່ຳສະເໝີ ວິທີອອກກຳລັງກາຍ ຄວບຄູ່ໄປກັບການໃຊ້ຊີວິດປະຈຳວັນ ຕັ້ງແຕ່ຕື່ນນອນ ຈົນເຂົ້ານອນ ຈະຊ່ວຍເສີມສ້າງກ້າມຊີ້ນ ລະບົບເຜົາຜານຈະດີຂື້ນ ຮ່າງກາຍຈະແຂງແຮງ ແລະຄວາມເມື່ອຍທັ້ງໝົດ ຈະລົດໄຂມັນທີ່ສະສົມ ຮູບຮ່າງສວຍງາມ ສະບາຍກາຍສະບາຍໃຈ ບໍ່ຕ່າງຈາກການອອກກຳລັງກາຍແບບປະຈຳວັນ

    10 ຂະໜົມອັນຕະລາຍ !

    By: laboursalavane Province On: 2:55 PM
  • Share The Gag
  • ຟັງແລ້ວກໍ່ເປັນຕາຢ້ານ ແຕ່ຈິ່ງແລ້ວຂະໜົມທີ່ເຮົາຮູ້ໆກັນຢູ່ ເບື້ອງຕົ້ນແລ້ວມັນມີແປ້ງນົວຫຼາຍ ກິນໄປບໍ່ດີຕໍ່ຮ່າງກາຍຢູ່ແລ້ວ ແຕ່ມັນກໍ່ຫ້າມຍາກຄືກັນ ເດັກນ້ອຍກໍ່ເກິດມາຄູ່ກັບຂະໜົມ ບາງເທື່ອຜູ້ໃຫຍ່ຢ່າງພວກເຮົານີ້ແລະມັກກິນ ຖືວ່າຫຼີກຍາກຫຼາຍໆ ຈັງໃດຊະເພື່ອສຸຂະພາບ ກໍ່ຄວນບໍລິໂພກໃຫ້ມັນນ້ອຍໆ ເລິກໃດ້ກໍ່ເລິກໄປ…
    10.ເຂົ້າກຽບ ຄາ F F ລົດໝາກເລັ່ນ
    9. ເຂົ້າກຽບກຸ້ງ ຕາໂນລາ
    8. ເຂົ້າກຽບປາ ຕາໂນລາ
    7. ເຂົ້າກຽບກຸ້ງ ຕາຄາບີ້ ລົດຕົ້ມຍຳແຊບ
    6. ແປ້ງສາລີອົບກອບ ຕາໂຈໂຕ້ ລົດປາໝຶກ
    5. ແປ້ງມັນຝຣັ່ງອົບກອບ ຕາໂລເລີ່ ໂຄສເຕີ ລົດຫົວຫອມສົງເຄື່ອງ
    4. ເຂົ້າກຽບກຸ້ງ ຕາຮານາມິ ລົດເມັກຊິກັນຊິວລີ່ 
     3. ເຂົ້າກຽບທອດ ຕາເອັຟບີ ລົດໝາກເພັດຢວກ
    2. ຂະໜົມທອດກອບຕາປູໄທຍ
    1. ເຂົ້າກຽບປາໝຶກ ຕາອາຣິງາໂຕ

    ຂີງ ຢາອາຍຸວັດທະນະ

    By: laboursalavane Province On: 2:31 PM
  • Share The Gag

  • ຂີງ ເປັນພືດຜັກສວນຄົວລົດເຜັດຮ້ອນ ທີ່ມີສັບພະຄຸນຫຼາຍປະການທີ່ໃຫ້ປະໂຫຍດຕໍ່ກັບຮ່າງກາຍ ແລະ
    ທີ່ສຳຄັນຍັງມອບປະໂຫຍດໃນດ້ານຄວາມງາມ ໃຫ້ແກ່ສາວໆອີກດ້ວຍ, ສຳລັບໃຜທີ່ປູກຂີງໄວ້ໃນຮົ້ວເຮືອນ
    ຫຼື ມັກກິນຂີງ ກໍລອງແບ່ງມາໃຊ້ແກ້ບັນຫາຮ່ອງຮອຍສິວເທິງໃບໜ້າລອງເບິ່ງ.
    ຂີງ ສາມາດເຮັດໃຫ້ຜິວພັນຂອງທ່ານເບິ່ງອ່ອນເຍົາ ແລະ ຊ່ວຍປັບສີຜິວໃຫ້ສະໝ່ຳສະເໝີກັນໄດ້ອີກດ້ວຍ
    ສະນັ້ນ ຫາກສາວໆທ່ານໃດທີ່ຫາກໍເຊົາຈາກປັນຫາສິວແລ້ວ ເຊິ່ງມັນຈະປະຮ່ອງຮອຍດ່າງດຳໄວ້ເຕັມໄປໝົດ
    ກໍລອງເອົາຂີງມາມາກໜ້າເບິ່ງ ໂດຍນຳຜົງຂີງມາປະສົມກັບນ້ຳໝາກນາວ ໃນປະລິມານເທົ່າກັນ ແລ້ວໃສ່
    ນ້ຳເຜິ້ງຕື່ມລົງໄປປະສົມອີກ ຈາກນັ້ນກໍນຳມາທາເທິງໜ້າ ແລ້ວນວດໄປມາປະມານ 5 ນາທີ ຈິ່ງຄ່ອຍລ້າງ
    ອອກ ໂດຍເຮັດປະທານ 1 – 2 ຄັ້ງຕໍ່ອາທິດ ຜິວຂອງທ່ານກໍຈະງາມສົດໄສເປັ່ງປັ່ງຂຶ້ນທັນຕາ.
     ໃນເມື່ອຮູ້ຄືແນວນີ້ແລ້ວ ກໍລອງເອົາຂີງມາບຳລຸງຜິວພັນຂອງຕົນເອງ ເຊິ່ງນອກຈາກຈະເຫັນຜົນແທ້, ເຮັດ
    ໃຫ້ຜິວງາມຂຶ້ນແລ້ວ ຍັງປະຢັດເງິນນຳອີກ.

    ການເປິດໄຟນອນຈະເຮັດໃຫ້ອ້ວນຂື້ນງ່າຍ

    By: laboursalavane Province On: 2:26 PM
  • Share The Gag
  • ການເປິດໄຟນອນຈະເຮັດໃຫ້ອ້ວນຂື້ນງ່າຍ ຫາກເປັນຜູ້ຍິງແລ້ວ ການເປິດໄຟນອນຈະເຮັດໃຫ້ພຸງໃຫຍ່ຂື້ນ
              ທີມນັກວິໃຈຂອງສະຖາບັນ ວິໃຈໂລກມະເຮັງໃນລອນດອນ ໃດ້ສຶກສາກັບແມ່ຍິງຈຳນວນຫຼາຍ ໂດຍໃຫ້ທຸກບັນຍາຍເຖິງຄວາມສະຫວ່າງຂອງໄຟໃນຫ້ອງນອນ ແລະນຳໄປປຽບທຽບກັບຄວາມອ້ວນຂອງຮ່າງກາຍ.
             ສາດສະດາຈານ Anthony Edward Lowe ຫົວໜ້າຂະນະວິໃຈ ກ່າວວ່າ : ໃນກຸ່ມຄົນຫຼາຍໆ ເຮັດໃຫ້ເຫັນເຖິງຄວາມກ່ຽວພັນລະຫວ່າງ ການຖຶກແສງສະຫວ່າງຍາມກາງຄືນ ກັບການມີນ້ຳໜັກເກິນແລະອ້ວນ ແຕ່ຍັງບໍ່ມີຫຼັກຖານ ຫຼາຍພໍທີ່ຈະລົງຄວາມເຫັນໃດ້ວ່າ ຫາກດັບໄຟນອນຈະເຮັດໃຫ້ນ້ຳໜັກໂຕລົດລົງໃດ້ ອາດຈະມີເຫດຜົນອື່ນກ່ຽວຂ້ອງດ້ວຍ ແຕ່ການຄົ້ນພົບທີ່ໜ້າສົນໃຈ ຈຶ່ງຄວນຈະມີການຄົ້ນຄວ້າຕໍ່ໄປ .
              ກຸ່ມນັກວິຊາການໃຫ້ຄວາມເຫົນເພີ່ມວ່າ ເຫດທີ່ແສງສະຫວ່າງກ່ຽວພັນກັບຄວາມອ້ວນ ອາດຈະເປັນເພາະແສງໄຟໄປລົບກວນ   ໂມງຊີວະພາບ ເຊິ່ງການພັດທະນາການຕັ້ງແຕ່ມະນຸດຍຸກຕົ້ນໆ ຄອຍປຸກໃຫ້ມະນຸດແຂ່ງຂັນຍາມກາງເວັນ ແລະພັກຜ່ອນຕອນກາງຄືນ .ນອກຈາກນີ້ ສະແດງວ່າຍັງມີອິດທິພົນຕໍ່ອາລົມ ຄວາມແຂງແຮງ ແລະ ແມ້ແຕ່ການກິນອາຫານດ້ວຍ.

    ໝາກຫວ້າ” ໝາກໄມ້ພື້ນເມືອງຊ່ວຍຢຸດມະເຮັງ"

    By: laboursalavane Province On: 2:22 PM
  • Share The Gag
  • “ໝາກຫວ້າ” ໝາກໄມ້ພື້ນເມືອງຊ່ວຍຢຸດມະເຮັງ
    ໝາກຫວ້າ ເມື່ອສຸກຈະມີສີມ່ວງເຂັ້ມຈົນເຖິງດຳ ຄ້າຍໝາກອະງຸ່ນ ລົດຊາດຈະອອກຫວານແລະມີລົດຝາດເລັກໜ້ອຍ ນິຍົມເອົາມາກິນເລີຍ ຫຼື ເອົາມາເຮັດນ້ຳໝາກຫວ້າ, ເຢລລີ່ ແລະແຢມ ສານທີ່ມີຢູ່ໃນໝາກຫວ້າຈະເປັນສານກຸ່ມແອນໂທໄຊຍານິນ (ໄຊຍານິດິນ) ກົດເອລລາຈິກ ກົດເຟີຣູລິກ ເຊິ່ງສານກຸ່ມນີ້ຈະມີລິດຕ້ານອະນຸມູນອິດສະລະ ຕ້ານລິດຂອງສານກໍ່ມະເຮັງໂດຍພົບວ່າ ສາມາດຢຸດເຊລມະເຮັງປາກ ແລະມະເຮັງເຕົ້ານົມໄດ້.

    ແອບເປີ້ນ ຕ້ານພະຍາດ ມະເຮັງເຕົ້ານົມ

    By: laboursalavane Province On: 2:20 PM
  • Share The Gag
  • ແອບເປີ້ນ ຕ້ານພະຍາດ ມະເຮັງເຕົ້ານົມ
    ນັກ​ວິ​ໄຈ​ຜູ້​ມີ​ຊື່​ສຽງ​ຂອງ​ມະຫາ​ວິທະຍາ​ໄລ ​ຄໍ​ເນນ​ຊື່​ດັງ​ຂອ​ງອາເມຣິກາ ໄດ້​ຫລັກ​ຖານ​ຈາກ​ການສຶກສາ​ເຖິງ 6ເລື່ອງ ຢືນຢັນ​ວ່າ ​ຖ້າ​ຫາກ​ກິນ ແອບ​ເປີ້ນ ມື້​ລະ 1ໜ່ວຍ ຈະ​ບໍ່​ຕ້ອງ​ເພິ່ງໝໍ ເລື່ອງພະຍາດ​ມະ​ເຮັງ​ເຕົ້າ​ນົ


    ວາລະ​ສານ​ວິ​ຊາ​ການ ກະເສດກະສິກຳ​ ແລະ ​ເຄ​ມີ​ອາຫານ ລາຍ​ງານ​ວ່າ ລາຍ​ງານ​ຜົນ​ການສຶກສາ​ຂອງ​ຮອງ​ສາດສະດາ​​ຈານ ລຸຍ ໄອ ລິວ ອາຈານ​ວິ​ຊາ​ວິທະຍາ​ສາດ​ການ​ອາຫານ​ກ່າວ​ວ່າ ນ້ຳ​ສະ​ກັດ​ຈາກແອບ​ເປີ້ນ ມີ​ສັບ​ພະຄຸນ​ຊ່ວຍ​ສະ​ກັດ​ກັ້ນ​ ຂະໜາດ​ຂອງ​ເນື້ອ​ຮ້າຍ​ຕ່ອມ​ນ້ຳ​ນົມ​ ຂອງ​ໜູ​ທົດລອງ​ຢ່າງ​ເຫັນ​ໄດ້​ແຈ້ງ ແລະ ​ຍິ່ງ​ໃຫ້​ກິນ​ຫລາຍ ກໍ​ຍິ່ງ​ກີດ​ກັ້ນ​ໄດ້​ຫລາຍ​ຂຶ້ນເທົ່າ​ນັ້ນ ​ເຮົາ​ບໍ່​ແຕ່​ພຽງ​ສັງເກດ​ວ່າ ​ໜູ​ທີ່​ຜ່ານ​ການ​ປິ່ນປົວ​ມີ​ເນື້ອ​ຮ້າຍ​ຫລົງ​ເຫລືອ​ພຽງ​ບໍ່​ຈັກ​ແຫ່ງ ຫາກ​ແຕ່​ຍັງ​ພົບ​ວ່າ​ເນື້ອ​ຮ້າຍ​ໄດ້​ຫົດ​ຕົວ​ລົງ​ນໍາອີກ ຫລຸດ​ຄວາມ​ຮຸນແຮງ​ລົງ ແລະ ​ຂະຫຍາຍ​ຕົວ​ໄດ້​ຊ້າໆ ເມື່ອ​ທຽບ​ກັບ​ເນື້ອ​ຮ້າຍ​ໃນ​ໜູ​ໂຕ​ທີ່​ບໍ່​ໄດ້​ຮັກ​ສາ

    ອາຫານ​ທີ່ຫ້າມຮັບປະທານໃນ​ຕອນສວາຍ ໃນວັນເຮັດວຽກ

    By: laboursalavane Province On: 2:16 PM
  • Share The Gag


    • ຊັອກ​ໂກ​ແລັດ    ນອກ​ຈາກ​ຈະ​ແຊບ​ແບບ​ບໍ່​ມີ​ລິ​ມິດ​ແລ້ວ ຊັອກ​ໂກ​ແລດ​ຍັງມີ​ສານ Phenylethylamine ຢູ່​ຢ່າງຫລວງຫລາຍ ແລະ ​ຈະ​ເຮັດໃຫ້​ເຈົ້າ​ຢາກນອນ​ໄດ້​ໃນ​ທັນ​ທີ​ ນີ້​ຍັງ​ບໍ່​ນັບ​ນ້ຳ​ຕານ ​ແລະ​ ໄຂ​ມັນ​ອີກ​ມະຫາ​ສານ
    • ຂະໜົມ​ປັງ​ຂາວ ​ແລະ ​ເຂົ້າ​ຂາວ  ໃນ​ແປ້ງ​ຂັດ​ສີ​ຈະ​ມີ​ຄາ​ໂບ​ໄຮ​ເດ​ດ​ຊະນິດ​ຮີບດ່ວນ ຊຶ່ງ​ຈະ​ເຂົ້າ​ສູ່​ຕັບ​ອ່ອນ​ໄດ້​ທັນ​ທີ ຈາກ​ນັ້ນ​ຕັບ​ອ່ອນ​ກໍ​ຈະ​ຫລັ່ງ​ ອິນ​ຊູ​ລິນ​ ອອກ​ມາ ເຮັດໃຫ້​ເລືອດ​ມີ​ນ້ຳ​ຕານ​ເພີ່ມ​ຂຶ້ນ ທີ​ນີ້​ສະຫມອງ​ເຮົາ​ກໍ​ຈະລົງໆລືມໆ ແລະ ​ຫລັບ
    • ຜະລິດຕະພັນ​  ບໍ່​ວ່າ​ຈະ​ເປັນ​ນົມ​ສົ້ມ ໂຢ​ເ​ກີດ ​ຫລື ​ຊາ​ໃສ່​ນົມ ເນື່ອງ​ຈາກ​ໂປ​ຕີນ​ໃນ​ນົມ​ຈະ​ຫລັ່ງ​ກົດ​ ອະ​ມິ​ໂນ​ອອກ​ມາ ແລະ​   ເມື່ອ​ຮ່າງກາຍ​ມີ​ກົດ​ຫລາຍ​ເກີນ​ໄປ​ເຮົາ​ກໍ​ຈະ​ຢາກນອນ
    • ກ້ວຍ   ກ້ວຍ​ເປັນ​ອາຫານ​ທີ່ກິນແລ້ວຜ່ອນຄາຍ ເພາະ​ມັນ​ອຸດົມ​ໄປ​ດ້ວຍ ​ຮໍ​ໂມນ​ ເຊ​ໂລ​ໂທ​ນິນ​ ແລະ​     ນໍ​ເອ​ພິນ​ຟ​ຣິນ ຊຶ່ງ​ເຮັດໃຫ້​ຮ່າງກາຍ​ຫລັ່ງ​ສານ​ແຫ່ງ​ຄວາມ​ສຸກ​ອອກ​ມາ ແຕ່​ໃນ​ສະຖານນະການ​ນີ້ ຄວາມ​ສຸກ​ທີ່​ເຈົ້າ​ໄດ້ຮັບ​ຈະ​ມາ​ພ້ອມ​ຄວາມ​ທຸກ ຖ້າ​ຫົວໜ້າ​ຜ່ານມາ​ເຫັນ​ຕອນ​ທ່ານ​ຫລັບ​ຄາ​ໂຕະ​ເຮັດ​ວຽກ

    ໄຂ່ຕົ້ມ ສາລະພັດປະໂຫຍດເພື່ອສຸຂະພາບ

    By: laboursalavane Province On: 2:11 PM
  • Share The Gag

  • 3

    ໄຂ່​ຕົ້ມ ເມ​ນູ​ອາຫານ​ທີ່​ບໍ່​ຄ່ອຍ​ມີ​ໃຜ​ຄິດ​ຮອດ ແຕ່​ຮູ້​ກັນ​ບໍ່​ວ່າ ປະໂຫຍດ​ຂອງ​ ໄຂ່​ຕົ້ມ ​ນັ້ນ ມີ​ຫລາຍກວ່າ​ທີ່​ທ່ານ​ເຫັນ ນອກ​ຈາກ​ຈະໃຫ້​ໂປ​ຕີນ​ສູງ​ແລ້ວ ໄຂ່​ຕົ້ມ ໜ່ວຍ​ນ້ອຍ​ໆ ທີ່​ທ່ານ​ເຫັນ​ນັ້ນ ຍັງ​ເຕັມ​ໄປ​ດ້ວຍ ກົດ​ອະ​ມິ​ໂນ ທີ່​ມີ​ຄວາມ​ຈຳ​ເປັນ​ຕໍ່​ຮ່າງກາຍ​ເປັນ​ຢ່າງ​ຫລວງຫລາຍມີ​ຜົນ​ການ​ວິ​ໄຈ​ອອກ​ມາ​ແລ້ວ ຈາກ​ການ​ວິ​ໄຈ​ຂອງ​ມະຫາ​ວິທະຍາ​ໄລ ​ຮາ​ເວີດ ພົບ​ວ່າ ໃນ​ໄຂ່​ຂາວ​ຈະ​ມີ​ໂປ​ຕີນ​ສູງ ແລະ​ ເປັນ​ໂປ​ຕີນ ​ທີ່​ມີ​ຄຸນນະພາບ​ສູງ ຄື​ມີ​ກົດ​ ອະ​ມິ​ໂນ ​ທີ່​ຈຳ​ເປັນ​ຕໍ່​ຮ່າງກາຍ (Essential Amino Acid) ສ່ວນ​ໃນ​ໄຂ່​ແດງ​ນັ້ນ ກໍ​ຍັງມີ​ສານ​ອາຫານ​ຫລາຍ​ຊະນິດ ບໍ່​ວ່າ​ຈະ​ເປັນ​ໂປ​ຕີນ ໄຂ​ມັນ ວິ​ຕາ​ມິນ ​ແລະ ​ແຮ່ທາດ ຊຶ່ງ​ມີ​ຄຸນຄ່າ​ເຊັ່ນ​ດຽວ​ກັບ​ ໄຂ​ມັນ​ໃນ​ປາ​ແຊວ​ມອນ ​ແລະ ​ປາ​ທະເລ . ເພາະ​ໃນ​ໄຂ່​ຕົ້ມ​ນັ້ນ ຍັງມີ ໄຂ​ມັນ​ຊະນິດ​ບໍ່​ອິ່ມ​ຕົວ​ ຫລື ​ເອດ​ດີ​ແອນ (HDL Cholesterol) ຊຶ່ງ​ເປັນ​ໄຂ​ມັນ​ຊະນິດ​ດີ ບໍ່​ມີ​ຜົນ​ຕໍ່​ການ​ເພີ່ມ​ຄໍ​ເລດ​ເຕີ​ລໍ ຊຶ່ງ​ສົ່ງ​ຜົນດີີ​ຕໍ່​ຮ່າງກາຍ ຖ້າ​ຫາກວ່າ ທ່ານ​ເລືອກ​ກິນໄຂ່​ຕົ້ມ​ເປັນ​ປະຈຳມື້​ລະ 1 ໜ່ວຍ ກໍ​ຈະ​ສາມາດ​ຊ່ວຍ​ປ້ອງ​ກັນ​ທ່ານ ໃຫ້​ຫ່າງ​ໄກ​ຈາກ ພະຍາດ​ຫົວ​ໃຈ ໄດ້​ຢ່າງ​ແນ່ນອນ​ ໂດຍ​ ໄຂ່​ຕົ້ມ 1ໜ່ວຍ ຈະ​ມີ​ນ້ຳ​ໜັກ​ປະ​ມານ 30ກຣາມ ຊຶ່ງ​ຈະໃຫ້​ພະລັງ​ງານ 80ກິ​ໂລ​ແຄ​ລໍລີ ​ປະໂຫຍດຂອງ  ໄຂ່​ຕົ້ມ ຍັງ​ບໍ່​ໝົດ​ພຽງແຕ່ເທົ່ານັ້ນ​ ເພາະ​ມີ​ຄວາມ​ເຊື່ອ​ກັນ​ວ່າ ໄຂ່​ຕົ້ມ ສາມາດ​ໃຫ້​ປະໂຫຍດ ​ໄດ້​ຫລາຍ ເທົ່າ​ກັບ​ການ​ທີ່​ທຸກຄົນ ກິນ​ຮັງ​ນົກ 10ກ່ອງ

    ກອງປະຊຸມຝຶກອົບຮົມ ວຽກງານ ການກຳນົດຕຳແໜ່ງງານ,ທີ 18 ສິງຫາ 2014

    By: laboursalavane Province On: 11:19 AM
  • Share The Gag

  • ທີ່ຫ້ອງປະຊຸມໃຫຍ່ ພະແນກ ແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ,ຄັ້ງວັນທີ 18 ສິງຫາ 2014. ໄດ້ຈັດກອງປະຊຸມຝຶກອົມຮົມ ວຽກງານ ກຳນົດຕຳແໜ່ງງານ ໂດຍການເປັນຄະນະປະທານ ຂອງ ທ່ານ ສຸດດາໄລ ອິນ ດາວົງ ຮອງພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງ ແລະ ທ່ານ ນາງ ຄຳພາບ ຮອງກົມ ຈັດຕັ້ງ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ມີຫົວໜ້າຫ້ອງການ ,ຫົວໜ້າຂະແໜງ,ຮອງຂະແໜງ ທີ່ສັງກັດໃນພະແນກ  ແລະ ມີ ຫົວໜ້າ ຫ້ອງການ ມາຈາກ ຮສສ ເມືອງ ໃນ 8 ຕົວເມືອງ ຕະຫລອດຮອດ ພະນັກງານ ວິຊາການ ຈາກພະແນກ ຮສສ ແຂວງ ແລະ ວິຊາການ ຈາກ ຮສສ ຂັ້ນ ເມືອງ ເຂົ້າຮ່ວມ ຢ່າງ ພ້ອມພຽງ ລວມທັງໝົດ 30 ທ່ານ ,ຍິງ 6 ທ່ານ .               ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ເຊິ່ງແມ່ນ ກົມຈັດຕັ້ງ ຂອງກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ່ລົງມາ ຝຶກອົບຮົມ ໃຫ້ພະນັກງານ ຂັ້ນແຂວງ ແລະ ເມືອງ ໂດຍກົງ.ບົດຮຽນທີ່ນຳມາເຜີຍແຜ່ ແມ່ນຟອມເອກະສານ ໃນການກຳນົດຕຳແໜ່ງງານ ໂດຍສ່ວນໃຫຍ່ ແມ່ນ ອີງໃສ່ຕາມຟອມເອກະສານ ທີ່ໄດ້ກຳນົດມາແລ້ວ ແລະ ອີງໃສ່ໜ້າວຽກຕົວຈິງ ຕາມຄວາມຮັບຜິດຊອບ ຂອງຂະແໜງການໃຜລາວ.ທັງນີ້ກໍ່ເພື່ອໃຫ້ ມີຄວາມ ຈະແຈ້ງ ແລະ ຊັດເຈນ ທາງດ້ານ ໜ້າວຽກ ສອດຄ່ອງ ຕາມຄວາມຮູ້ ຄວາມສາມາດ , ເຮັດວຽກເປັນໝູ່ຄະນະ ມອບວຽກ ມອບຄວາມຮັບຜິດຊອບ ຢ່າງຂາດຕົວ ໃຫ້ແຕ່ລະບຸກຄົນ.
          ກອງປະຊຸມໄດ້ກຳເນີນໄປເປັນເວລາ 1 ມື້ ແລະ ໄດ້ອັດລົງ ໃນຕອນແລງ ຂອງມື້ດຽວກັນ.



    Thursday, August 14, 2014

    ເອກະສານການປູກຝັງ ແລະ ລ້ຽງສັດ

    By: laboursalavane Province On: 10:24 AM
  • Share The Gag
  • ການປູກຝັງແລະລ້ຽງສັດ
    ພາບປະກອບ

    1.ການລ້ຽງແບ້......................ດາວໂຫຼດ 2.ການລ້ຽງໝູ.......................ດາວໂຫຼດ 3.ການລ້ຽງໄກ່ລາດ..................ດາວໂຫຼດ 4.ການລ້ຽງໄກ່ພື້ນບ້ານ...............ດາວໂຫລດ 5.ການລ້ຽງປາຮ່ວມກັບການລ້ຽງໄກ່..ດາວໂຫລດ 6.ການລ້ຽງປາໃນນາເຂົ້າ.............ດາວໂຫລດ 7.ການລ້ຽງປາກະຊັງ.................ດາວໂຫລດ 8.ການລ້ຽງປາຈີນ....................ດາວໂຫລດ 9.ການລ້ຽງກົບໃນກະຊັງ..............ດາວໂຫລດ 10.ການລ້ຽງປາດຸກພັນ(ອຸຍ)..........ດາວໂຫລດ 11.ການປູກຜັກຊູ.....................ດາວໂຫລດ

    12.ການປູກຜັກບົ່ວແບ່ງ..............ດາວໂຫລດ

    13.ການປູກຜັກບົ່ວ..................ດາວໂຫລດ

    14.ການປູກຜັກກາດຫົວ.............ດາວໂຫລດ

    15.ການປູກຜັກກາດຂາວ............ດາວໂຫລດ

    16.ການປູກຜັກກະຫລ່ຳດອກ........ດາວໂຫລດ

    17.ການປູກຜັກກາດນາ..............ດາວໂຫລດ

    ການນຳໃຊ້ Microsoft Office ( word,excel,powerpoint ) ຂັ້ນພື້ນຖານ

    By: laboursalavane Province On: 9:01 AM
  • Share The Gag
  • Ms Office

    ທ່ານ ສາມາດ ດາວໂຫລດໄປສຶກສາຄົ້ນຄວ້າ ເພື່ອເປັນບົດຮຽນຂັ້ນພື້ນຖານລາຍລະອຽດດັ່ງລຸ່ມນີ້:

    1.Excel...................Download.
    2.word....................Download.
    3.Powerpoint.........Download

    Tuesday, August 12, 2014

    ວິທີຮັກສາແບັດເຕີຣີ ສຳລັບອຸປະກອນພົກພາ

    By: laboursalavane Province On: 2:28 PM
  • Share The Gag

  • battery 150ລົບລ້າງຄວາມເຊື່ອຜິດໆກ່ຽວກັບແບັດເຕີຣີ
    ດຽວນີ້ໄປໃສມາໃສກໍເຫັນຫລາຍໆຄົນໃຊ້ໂນດບຸກ ໂທລະສັບມືຖື ຫລືວ່າອຸປະກອນທີ່ກຳລັງເລີ່ມນິຍົມກັນຢ່າງ
    Tablet ແຕ່ວ່າສາລະພັດອຸປະກອນທີ່ເຫມາະແກ່ການພົກພາໄປໃຊ້ນອກສະຖານທີ່ເຫລົ່ານັ້ນ ມີສິ່ງນຶ່ງທີ່ຈຳ
    ເປັນແລະຂາດບໍ່ໄດ້ຄື ແບັດເຕີຣີ ແລະແບັດເຕີຣີນີ້ເອງທີ່ເປັນບັນຫາກວນໃຈແກ່ຜູ່ໃຊ້ຫລາຍຄົນ ເຊັ່ນວ່າ
    ແບັດຫມົດໄວແທ້ ແບັດເຊື່ອມໄວໃຊ້ບໍ່ຮອດປີກໍເຊື່ອມແລ້ວ ຊື້ໃຫມ່ກໍແພງແສນແພງ. ເຊິ່ງບັນຫາຂອງແບັດ
    ເຕີຣີນັ້ນ ຜູ່ໃຊ້ທຸກຄົນຕ້ອງພໍ້ຢ່າງຫລີກລ່ຽງບໍ່ໄດ້ ແລະຮ້າຍແຮງໄປກວ່ານັ້ນ ຍັງມີຄວາມເຊື່ອຜິດໆຫລາຍຢ່າງ
    ກ່ຽວກັບການໃຊ້ແບັດເຕີຣີ ເຊິ່ງຄວາມເຊື່ອເຫລົ່ານັ້ນອາດເຮັດໃຫ້ທ່ານເສຍແບັດສຸດທີ່ຮັກໄປກ່ອນໄວອັນຄວນ.
    + ມາເລີ່ມຮູ້ຈັກກ່ຽວກັບແບັດເຕີຣີ
    ແບັດທີ່ເຮົາໃຊ້ກັນທຸກມື້ນີ້ເອີ້ນວ່າ ແບັດແບບ Lithium ເຊິ່ງທີ່ພົບເຫັນຫລາຍມີຢູ່ 2 ແບບຄື:
    - Lithium-ion ຫລືຫຍໍ້ໆວ່າ Li-ion ເປັນແບັດທີ່ພົບເຫັນຫລາຍ ໃນອຸປະກອນເອເລັກໂຕຣນິກ ເຊັ່ນໂນ໋ດບຸກ, ມືຖື…
    - Lithium-ion polymer ຫລືຫຍໍ້ໆວ່າ Li-Poly ເປັນແບບທີ່ພັດທະນາມາຈາກ Li-on ເຊິ່ງມີຄວາມຈຸໄຟຟ້າຫລາຍກວ່າແບບເກົ່າ 20% ໃນຂະນະທີ່ຂະຫນາດທໍ່ເກົ່າ ເຊິ່ງມີຈຸດເດັ່ນບ່ອນວ່າສາມາດເຮັດເປັນຮູບຮ່າງໄດ້ຫລາກຫລາຍແບບ ເຮັດໃຫ້ບາງໄດ້ ຫລືເປັນຮູບຊົງຕ່າງໆ
    ໄດ້ຕາມໃຈ.
    + Cycle ແມ່ນຫຍັງ? ນັບແນວໃດ?
    ປົກກະຕິແລ້ວແບັດເຕີມີອາຍຸການໃຊ້ງານຂອງມັນ ເຊິ່ງເມື່ອໃຊ້ຄົບຕາມອາຍຸ ມັນກໍຈະເສື່ອມໄປຕາມມາດຕະຖານເອງ ບໍ່ສາມາດຫ້າມບໍ່ໃຫ້ມັນເສື່ອມ
    ໄດ້ ແຕ່ເຮົາຈະໃຊ້ແນວໃດໃຫ້ມັນຢູ່ໄດ້ເຕັມອາຍຸການໃຊ້ງານ ເຊິ່ງວິທີກວດວ່າແບັດເຕີຣີເຮົາໃຊ້ໄປແລ້ວຈັກເປີເຊັນຂອງອາຍຸມັນສາມາດນັບຈາກ
    ຮອບການສາກໄດ້ ຫລືເອີ້ນວ່າ Cycle.
    ຈຳນວນ Cycle ແມ່ນໂຕເລກທີ່ບອກອາຍຸການນຳໃຊ້ Battery ວ່າແບັດເຮົານັ້ນຈະເລີ່ມເສື່ອມຕອນໃດ ການນັບ Cycle ຈະຂຶ້ນກັບຈຳນວນຮອບທີ່
    ເຮົາສາກ ແຕ່ບໍ່ແມ່ນວ່າທຸກຄັ້ງທີ່ສາກຈະເປັນ 1Cycle ຢ່າເຂົ້າໃຈຜິດແບບນັ້ນ ເພາະການນັບ Cycle ທີ່ແທ້ຈິງແມ່ນຈະໄດ້ 1 ຮອບ ເທົ່າກັບການ
    ສາກໄຟຈາກ 0% ໄປຈົນເຕັມ 100% ເຊັ່ນວ່າ: ແບັດຍັງເຫລືອ 40% ແລ້ວສາກໃຫ້ເຕັມ 100% ກໍຈະເປັນ 0,6 Cycle ຖ້າໃຊ້ໄປອີກຈົນແບັດ
    ຫລຸດລົງມາເຫລືອ 60% ແລ້ວສາກໃຫ້ເຕັມ ກໍຈະເປັນ 0,6+0,4 = 1 Cycle ຫວັງວ່າຈະບໍ່ງົງສຳລັບການນັບ Cycle ສະນັ້ນກໍຕ້ອງເບິ່ງວ່າ ແບັດ
    ທີ່ເຮົາໃຊ້ຢູ່ມີຈຳນວນ Cycle ຈັກຮອບ ເຊິ່ງຈະບົ່ງບອກວ່າເຮົາໃຊ້ມັນຈົນໃກ້ຈະຫມົດອາຍຸການໃຊ້ງານຫລືຍັງ
    ຕົວຢ່າງ: MacBook Pro ຂອງຂ້າພະເຈົ້າ ໃຊ້ມາໄດ້ປະມານເກືອບເດືອນນຶ່ງ ສາກໄປແລ້ວ 13Cycle ເຊິ່ງໃນສະເປັກລະບຸວ່າແບັດໂຕນີ້ມີຮອບ
    1000 ຮອບ ສະເລ່ຍການໃຊ້ຂອງເຮົາປະມານ 15cycle ຕໍ່ເດືອນ ເອົາ 1000/15 = 66/12=5.5 ຫລືຫມາຍຄວາມວ່າ ຕົກຢູ່ປະມານ 5 ປິ ເຄິ່ງ
    ແບັດຈຶ່ງຫມົດອາຍຸການໃຊ້ງານ ອັນນີ້ໄລ່ແບບລວກໆເນາະ ເພາະການໃຊ້ງານໂຕຈິງບໍ່ຮອດແນ່ນອນ ເນື່ອງຈາກມີຫລາຍປັດໄຈກວ່ານີ້ທີ່ຈະເຮັດ
    ໃຫ້ແບັດເສື່ອມ ຕິດຕາມໃນຂໍ້ຕໍ່ໄປ.
    F31_Batt
    + ສາເຫດທີ່ເຮັດໃຫ້ແບັດເຕີຣີເສື່ອມ
    1. ເມື່ອໃຊ້ວຽກຈົນຄົບຈຳນວນ Cycle ແບັດກໍຈະເລີ່ມເສື່ອມເອງຕາມປົກກະຕິ (ບໍ່ມີຫຍັງຢູ່ຍົງຄົງກະພັນແມ່ນແຕ່ມະນຸດກະຍັງຕາຍ)
    2. ເມື່ອຮອດເວລາແບັດເສື່ອມມັນກໍຈະເສື່ອມເຊິ່ງເວລານັ້ນເລີ່ມນັບຕັ້ງແຕ່ມື້ທີ່ຜະລິດ ບໍ່ແມ່ນມື້ເລີ່ມນຳໃຊ້ ສະນັ້ນໃຜທີ່ຄຶດວ່າຊື້ແບັດມາສຳຮອງ
    ໄວ້ດົນໆເວລາກ້ອນນຶ່ງເພກໍໃຊ້ກ້ອນທີ່ຊື້ໄວ້ນັ້ນແທນແມ່ນຄຶດຜິດ ເພາະເມື່ອຊື້ມາປະໄວ້ແບັດເຕີຣີກໍຈະເສື່ອມໄປຕາມເວລາທີ່ເຮົາຊື້ມານັ້ນ ຄວນຊື້
    ແລ້ວໃຊ້ເລີຍດີກວ່າ.
    3. ການສາກໄຟຂອງຫົວສາກໄຟ  ຫມາຍຄວາມວ່າຖ້າເຮົາສາກໄຟດ້ວຍກະແສໄຟສູງໆ ໃນເວລາສັ້ນ ຫລືໃຊ້ໄຟຈາກແບັດໃນປະລິມານສູງ
    (ໃຊ້ວຽກປະມວນຜົນຫນັກໆຕໍ່ເນື່ອງກັນ) ໃນເວລາສັ້ນໆ ຈະເຮັດໃຫ້ແບັດແບບLithium ເສື່ອມໄວຂຶ້ນ. ນີ້ເປັນສາເຫດທີ່ອຸປະກອນແຕ່ລະໂຕບໍ່
    ທາງບໍລິສັດເຂົາຈະເຮັດຫົວສາກໄຟ ທີ່ຂະຫນາດການຈ່າຍແຮງໄຟແຕກຕ່າງກັນ ຮຸ່ນທີ່ແບັດເຕີຣີບັນຈຸຂະຫນາດໄຟໄດ້ຫນ້ອຍກໍຈະໄດ້ຫົວສາກທີ່
    ຈ່າຍໄຟໄດ້ຫນ້ອຍ ຮຸ່ນທີ່ແບັດເຕີຣີບັນຈຸໄຟຫລາຍກໍໄດ້ຫົວສາກທີ່ຈ່າຍໄຟແຮງກວ່າ ສະນັ້ນເຖິງວ່າຫົວສາກຈະໃຊ້ນຳກັນໄດ້ ແຕ່ບໍ່ຄວນຢືມຫມູ່ໃຊ້
    ຕົວຢ່າງ ທ່ານມີໂທລະສັບມືຖືຮຸ່ນຈໍຂາວດຳ ກິນໄຟຫນ້ອຍໆ ແຕ່ໄປຢືມຫົວສາກໄຟນຳຫມູ່ທີ່ມືຖືຈໍສີໃຫຍ່ແລະເປັນຈໍສຳຜັດເຊິ່ງກິນໄຟຫລາຍ ເມື່ອໃຊ້ສາຍສາກທີ່ຈ່າຍໄຟແຮງ ຈະສັງເກດວ່າສາກເຕັມໄວ ເຮັດໃຫ້ບາງຄົນຕິດໃຈ ຢືມຫມູ່ໃຊ້ເລື້ອຍໆ ແຕ່ຍິ່ງເຮັດແບບນັ້ນຫລາຍຄັ້ງທໍ່ໃດ
    ແບັດເຕີຣີກໍຈະເສື່ອມໄວທໍ່ນັ້ນ ທາງທີ່ດີທີ່ສຸດຖ້າບໍ່ຈຳເປັນບໍ່ຄວນໃຊ້ວິທີນີ້.
    4. ອຸນຫະພູມຂອງແບັດ ຖ້າແບັດຢູ່ໃນສະພາບແວດລ້ອມທີ່ມີຄວາມຮ້ອນສູງ ມັນກໍຈະເສື່ອມໄວ ດັ່ງນັ້ນບໍ່ຄວນປະຄອມຫລືແບັດໄວ້ໃນລົດທີ່ຈອດ
    ຕາກແດດ ອັນຕະລາຍເດີ້ອັນນີ້
    how-to-save-iphone-battery
    ໄດ້ຮູ້ຈັກກັບແບັດເຕີຣີ ແລະສາເຫດທີ່ພາໃຫ້ແບັດເສື່ອມໄປແລ້ວ ບາດນີ້ຂ້າພະເຈົ້າໄດ້ຮວບຮວມ ຄວາມເຂົ້າໃຈຜິດໆ ທີ່ມັກພົບພໍ້ເລື້ອຍໆໃນປະເທດ
    ລາວພວກເຮົາຄວາມເຂົ້າໃຈຜິດອັນທີ 1: ຊື້ໂທລະສັບຫລືໂນ໋ດບຸກມາໃຫມ່ຄວນສາກປະໄວ້ປະມານ 8 ຊົ່ວໂມງຈັ່ງໃຊ້
    ອັນນີ້ໄດ້ຍິນມາເລື້ອຍໆ ຮ້າຍແຮງໄປກວ່ານັ້ນ ຄົນຂາຍຫລືເຈົ້າຂອງຮ້ານເອງທີ່ເປັນຄົນແນະນຳລູກຄ້າ ຄວາມເຊື່ອແບບນີ້ມັນກໍຖືກຖ້າເປັນແບັດ
    ເຕີຣີສະໄຫມກ່ອນ ແຕ່ໃນປັດຈຸບັນແບັດທີ່ເປັນແບບ Lithium ນັ້ນບໍ່ຈຳເປັນຕ້ອງສາກກາຍໂມງກາຍເວລາໄປໃສດອກ ສາກໃຫ້ມັນເຕັມກໍພໍ ແລະທີ່ສຳຄັນບໍ່ຈຳເປັນຕ້ອງປະໃຫ້ແບັດຫມົດແລ້ວຄ່ອຍສາກ ເຮົາສາມາດສາກໄດ້ທຸກຄັ້ງທີ່ຢາກສາກ ບໍ່ວ່າແບັດສິເຫລືອ 90% 80% 50% 40%
    ກໍສາກໄດ້ໂລດ ກົງກັນຂ້າມຖ້າປ່ອຍໃຫ້ແບັດຫມົດຈົນເຫລືອ 0% ຈະເຮັດໃຫ້ແບັດເສື່ອມໄວກວ່າເກົ່າ ດັ່ງນັ້ນຖ້າໃຜບອກວ່າໃຫ້ສາກປະໄວ້ 8ຊົ່ວໂມງ
    ກໍຢ່າເຮັດຕາມເຂົາບອກ.
    ຄວາມເຂົ້າໃຈຜິດອັນທີ 2: ເວລາໃຊ້ Notebook ຖ້າສຽບປັກໃຊ້ຄວນປົດແບັດເຕີຣີອອກດີບໍ່
    ອັນນີ້ຕອບຍາກວ່າດີຫລືບໍ່ດີ ເອົາເປັນວ່າເຮົາເບິ່ງຂໍ້ດີແລະບໍ່ດີຂອງທັງສອງກໍລະນີກັນກ່ອນ ແລ້ວໃຫ້ທ່ານພິຈາລະນາວ່າອັນໃດດີແລະບໍ່ດີ
    ສຳລັບທ່ານ
    1. ສຽບໄຟໃຊ້ວຽກ ແຕ່ບໍ່ປົດແບັດ
    ຂໍ້ດີ:
    - ຫາກລະບົບໄຟຟ້າມີບັນຫາ ກໍບໍ່ມີຜົນຕໍ່ການເຮັດວຽກ ເນື່ອງຈາກມີແບັດຈ່າຍໄຟຢູ່ ຄືກັບເຮົາໃຊ້ PC ທີ່ມີ UPS ນັ້ນລະ
    - ຂົ້ວແບັດເຕີຣີ ຈະບໍ່ເກີດບັນຫາ ຂີ້ຝຸ່ນໄປຈັບ ຫລືມີຄວາມຊຸ່ມຢູ່ບໍລິເວນດັ່ງກ່າວ ເຮັດໃຫ້ປອດໄພຕໍ່ໂຕແບັດເອງ
    - ມີຄວາມສະດວກສະບາຍໃນການນຳໃຊ້ ບໍ່ຕ້ອງປົດເຂົ້າປົດອອກ
    ບໍ່ດີ:
    - ແບັດອາດໄດ້ຮັບຄວາມຮ້ອນຈາກໂຕເຄື່ອງຄອມພິວເຕີ ເຮັດໃຫ້ແບັດເສື່ອມໄວກວ່າປົກກະຕິເລັກນ້ອຍ
    2. ສຽບໄຟໃຊ້ວຽກ ແຕ່ປົດແບັດ
    ຂໍ້ດີ:
    - ແບັດຈະປອດໄພຈາກຄວາມຮ້ອນຂອງຄອມພິວເຕີ
    ບໍ່ດີ:
    - ຂົ້ວແບັດອາດເກີດມີຂີ້ຝຸ່ນໄປຈັບ ແລະເຮັດໃຫ້ຄວາມຊຸ່ມ ເຊິ່ງອາດສົ່ງຜົນເວລາເອົາແບັດໄປສຽບເຂົ້າເຄື່ອງແລ້ວໄຟບໍ່ເຂົ້າ (ຕາມປະສົບການໂຕຈິງ ເຄີຍພົບມາຄືຄອມພິວເຕີຂອງໂຄງການເພິ່ນໃຫ້ຖອດແບັດໂນດບຸກປະໄວ້ ສຸດທ້າຍເມື່ອຢາກເອົາມາໃຊ້ ປາກົດວ່າແບັດເຫລົ່ານັ້ນໃຊ້ບໍ່ໄດ້ເລີຍ)
    - ຫາກໄຟຟ້າມີບັນຫາວຽກທີ່ເຮັດຢູ່ Save ບໍ່ທັນແນ່ນອນ. XD
    ວິທີໃດດີຫລືບໍ່ດີ ກໍໃຫ້ທ່ານຜູ່ອ່ານເລືອກເອົາເອງວ່າຄວນໃຊ້ແນວໃດ ຕາມປະສົບການໂຕຈິງຂອງຂ້າພະເຈົ້າ ແບັດເຕີຣີຈະເສື່ອມໄວເສື່ອມຊ້າ ແມ່ນຂຶ້ນກັບລັກສະນະການສາກໄຟຂອງຜູ່ໃຊ້ເອງ ຂ້າພະເຈົ້າແນະນຳວ່າ ບໍ່ຄວນສຽບໄຟໄວ້ແລ້ວນັ່ງຫລິ້ນໂນດບຸກຫມົດມື້ ຄວນສາກໃຫ້ເຕັມ
    ເຕັມແລ້ວກໍປົດໄຟ ເມື່ອໃຊ້ໄປຈົນແບັດເຫລືອປະມານ 30-40% ຈຶ່ງສາກໃຫມ່ ເຕັມແລ້ວກໍປົດຄືເກົ່າ ຖ້າເຮັດແບບນີ້ຮັບຮອງວ່າແບັດເຕີຣີ
    ທ່ານຈະຢູ່ນຳທ່ານດົນກວ່າເກົ່າ.

    ເຕັກນິກພິເສດອັດທ້າຍ: ການ Calibrate Battery

    ປົກກະຕິແລ້ວພາຍໃນແບັດຈະມີວົງຈອນທີ່ຈະກວດສອບສະຖານະການເຮັດວຽກຂອງແບັດວ່າຍັງເຫລືອທໍ່ໃດ ໃຊ້ໄປແລ້ວດົນປານໃດ ສາກໄດ້ຈັກ
    Cycle ແລ້ວ ເຊິ່ງເມື່ອເຮົາໃຊ້ໄປດົນໆ ການກວດສອບສະຖານະຕ່າງໆຫລືການເກັບຄ່າຕ່າງໆຈະບໍ່ເປັນປົກກະຕິ ບາງຄົນເມື່ອໃຊ້ໄປດົນໆອາດພົບ
    ບັນຫາສາກເທົ່າໃດກໍບໍ່ເຕັມ 100% ຫລືໃຊ້ໄດ້ບໍ່ຫລາຍຊົ່ວໂມງຄືຕອນຊື້ມາໃຫມ່ໆ ເຊິ່ງອາດເປັນຍ້ອນການເກັບຄ່າຂອງວົງຈອນກວດສອບນີ້ ບໍ່ປົກ
    ກະຕິສະນັ້ນເຮົາກໍມາ Calibrate ມັນ ຫລືປຽບທຽບງ່າຍໆວ່າເຮົາ Reset ແບັດເພື່ອໃຫ້ການກວດສອບເປັນໄປຢ່າງປົກກະຕິນັ້ນເອງ
    ວິທີ Calibrate ແບັດເຕີຣີ (ຂໍຍົກຕົວຢ່າງສຳລັບ Notebook ສ່ວນອຸປະກອນອື່ນໆກໍສາມາດປະຕິບັດໄດ້ຄ້າຍຄືກັນ)
    1. ສຽບປັກໄຟ ສາກໄຟໃຫ້ເຕັມ 100%
    2. ຫລັງຈາກເຕັມແລ້ວບໍ່ຟ້າວປົດປັກໄຟອອກ ໃຫ້ສຽບຕໍ່ໄປອີກປະມານ 1-2 ຊົ່ວໂມງ (ໃນລະຫວ່າງນີ້ເຮົາສາມາດໃຊ້ວຽກໄປນຳກໍໄດ້)
    3. ປົດສາຍສາກອອກ ແລ້ວໃຊ້ວຽກໂດຍໃຊ້ໄຟຈາກແບັດໃຊ້ຈົນຫມົດ ມັນຈະມີຫນ້າເຕືອນວ່າແບັດອ່ອນ ບໍ່ຕ້ອງສົນໃຈ ໃຊ້ຕໍ່ໄປຈົນມັນຄອມດັບ
    ເລີຍ (ແຕ່ຢ່າລືມ Save ວຽກແນ່ເດີ້)
    4. ປ່ອຍໃຫ້ຄອມດັບຕໍ່ໄປອີກ ປະມານ 5 ຊົ່ວໂມງຂຶ້ນໄປ (ສາມາດນອນຖ້າໄດ້)
    5. ສຽບສາຍສາກ ແລ້ວສາກຈົນເຕັມ ກໍເປັນອັນສຳເລັດການ Calibrate Battery ແລ້ວ
    ຫມາຍເຫດ: ຄວນເຮັດ Calibrate Battery ປະມານ 2 ເດືອນຕໍ່ຄັ້ງ ບໍ່ຄວນເຮັດຖີ່ໆກັນເພາະຈະເຮັດໃຫ້ແບັດເສື່ອມໄວ ດັ່ງທີ່ຂຽນໄວ້ທາງເທິ່ງວ່າບໍ່
    ຄວນປ່ອຍໃຫ້ແບັດຫມົດແລ້ວຄ່ອຍສາກເລື້ອຍໆ.
    ທີ່ມາ:ລາວໄອທີ

    ເຄັດລັບຄອມພິວເຕີສະອາດ…….ປັດສະຈາກເຊື້ອໂຣກ!!

    By: laboursalavane Province On: 2:20 PM
  • Share The Gag

  • safe_imageຫຼາຍຄົນອາດຈະບໍ່ຮູ້ເລີຍວ່າອຸປະກອນໃກ້ໂຕເຮົາເຊັ່ນ: ຄອມພິວເຕີນັ້ນເປິເປື້ອນຫຼາຍປານໃດ ເຊື່ອ ຫຼືບໍ່ວ່າ ເຊື້ອໂຣກທີ່ມີຢູ່ຕາມອຸປະກອນຕ່າງໆນັ້ນມີຫຼາຍກວ່າໃນຫ້ອງນ້ຳອີກ! ເຮົາມາເບິ່ງເຄັດລັບການອານາໄມ ເຄື່ອງຄອມພິວເຕີ ຂອງເຮົາກັນດີກວ່າ.




    springclean1
    ໜ້າຈໍ ຖ້າຕ້ອງການອານາໄມລະຫວ່າງວັນອາດຈະໃຊ້ລູກກິ້ງທີ່ເປັນຂອບກາວສຳລັບກຳຈັດຂົນນ້ອຍໆເທິງເສື້ອຜ້າ ມາກິ້ງໄປກິ້ງມາທີ່ໜ້າຈໍ ເພື່ອກຳຈັດຝຸ່ນກໍໄດ້ ຫຼືຖ້າໃຜມີອັນປັດຝຸ່ນລົດທີ່ເປັນແບບໄມໂຄຣໄຟເບີກໍສາມາດນຳມາປັດໄດ້ຄືກັນແຕ່ຕ້ອງແນ່ໃຈວ່າໄມໂຄຣໄຟເບີແຫ້ງພໍ ແລະຈະບໍ່ມີນ້ຳຢາມາຕິດຕາມໜ້າຈໍຫຼັງຈາກປັດແລ້ວ
    ສຳລັບຂອບພາສຕິກຂອງຈໍບາງຮຸ່ນອາດຈະເຮັດປະຕິກິລິຍາກັບສານເຄມີໄດ້ ດັ່ງນັ້ນຄວນຈະເລືອກນ້ຳຢາໃຫ້ດີ ແຕ່ໂດຍປົກກະຕິໃຫ້ໃຊ້ຜ້າຊຸ່ມ ນ້ຳອຸ້ນແລ້ວບິດໃຫ້ແຫ້ງມາເຊັດກໍໄດ້ແລ້ວ ຖ້າຕ້ອງການໃຊ້ນ້ຳຢາທີ່ມີຂາຍທົ່ວໄປກໍໃຫ້ລອງກັບພື້ນທີ່ນ້ອຍໆ ເບິ່ງກ່ອນວ່າມີຜົນຫຍັງ ຫຼືບໍ່ ຄ້າຍກັບ ລົດກ່ອນທີ່ຈະລົງນ້ຳຢາກໍໃຫ້ລອງກັບພື້ນທີ່ນ້ອຍໆກ່ອນ ວ່າມີົຜົນຕໍ່ພື້ນຜິວຫຼາຍປານໃດສ່ວນການເຊັດໃຫ້ໃຊ້ຜ້າ ຫຼືເສື້ອເກົ່າໆ ມາທານ້ຳຢາແລ້ວ ເຊັດສ່ວນທີ່ເປັນຫຼືບນ້ອຍໆໃຫ້ໃຊ້ແປງຖູແຂ້ວຄ່ອຍໆເຊາະເຂົ້າໄປກໍພຽງພໍຫຼັງຈາກໃຊ້ນ້ຳຢາເຊັດແລ້ວໃຫ້ໃຊ້ຜ້າແຫ້ງສະອາດ ເຊັດອີກເທື່ອນຶ່ງ ເພື່ອເຊັດນ້ຳຢາອອກ ອາດຈະເລືອກຄຣີມ ຫຼືນ້ຳຢາບາງຕົວຈະມີສ່ວນປະສົມທີ່ຮັກສາຄວາມຊຸ່ມຊື່ນຂອງພາສຕິກໄວ້ແດ່ ກໍຈະຢືດອາຍຸການໃຊ້ ງານໄປໄດ້ອີກ
    ຫາກເປັນເຄສຄອມພິວເຕີຄວນຖອດສາຍໄຟຕ່າງອອກກ່ອນແລ້ວຈຶ່ງໃຊ້ຜ້າຊູ່ມນ້ຳເຊັດ ສ່ວນບ່ອນທີ່ເປິເປື້ອນໃຫ້ໃຊ້ຄຣີມອານາໄມເຊັດເປັນຈຸດໆ ບໍ່ຈຳເປັນຕ້ອງຖູໃຫ້ທົ່ວເຄສສ່ວນທີ່ເປັນພາສຕິກເກືອບຈະບໍ່ຕ່າງຈາກຂອບຈໍພາບ ແຕ່ສ່ວນທີ່ເປັນໂລຫະກໍອາດເບິ່ງເປັນສ່ວນໆໄປວ່າຄວາມເປິ ເປື້ອນຫຼາຍປານໃດລວມເຖິງຄາບທີ່ຝັງແໜ້ນ ຈະໄດ້ແຍກຮູ້ແບບການອານາໄມອອກຈາກກັນ
    ເມົ້າ ແລະຄີບອດ ວິທີງ່າຍໆທີ່ສາມາດເຮັດໄດ້ໄວກໍຄື ປີ້ນຄີບອດລົງແລ້ວໃຊ້ມືຕົບຄ່ອຍໆດ້ານຫຼັງໃຫ້ເສດຂີ້ເຫຍື້ອທີ່ຢູ່ຕາມຊອກດ່ານໃນຫຼົ່ນລົງມາ ຈາກນ້ຳໃຊ້ຜ້າຊຸ່ມນ້ຳເຊັດໃຫ້ທົ່ວ ຫຼືຖ້າຢາກຈະໃຫ້ສະອາດ ແລະບໍ່ມີເຊື້ອໂຣກກໍອາດຈະໃຊ້ນ້ຳຢາຂ້າເຊື້ອໂຣກປະສົມນ້ຳແລ້ວເຊັດ ວິທີນີບໍ່ແນະນຳ ສຳລັບຄີບອດເຮືອງແສງ ຫຼືຈຸດທີ່ມີຄວາມອ່ອນໄຫວເປັນພິເສດ
    ແຕ່ໃນລະຫວ່າງມື້ເຊັ່ນ: ຕອນເຊົ້າທີ່ຈະໃຊ້ຄີບອດເທື່ອທຳອິດ ອາດຈະເລືອກໃຊ້ເຄື່ອງມືອະນາໄມທີ່ມີລັກສະນະຄ້າຍຊິລິໂຄນກ້ອນອ່ອນໆ ກິ້ງໄປມາ ເທິງຄີບອດໃຫ້ທົ່ວ ເພື່ອເປັນການອານາໄມ ແລະເກັບເສດຂີ້ເຫຍື້ອນ້ອຍໆ ທີ່ຢູ່ຕາມຊອກອອກໄປ ເນື່ອງຈາກເຮັດໄດ້ງ່າຍ ແລະໃຫ້່ທ່ານເລີ່ມວຽກ ໄດ້ໄວຂື້ນ
    ແຕ່ຖ້າມີເວລາຫຼາຍ ຫຼືການອະນາໄມປະຈຳປີ ອາດຈະເລືອກໃຊ້ວິທີລ້າງຄີບອດ ໂດຍການຖອດປຸ່ມຄີບອດອອກໃຫ້ໝົດ ຈາກນັ້ນອະນາໄມໂຕ ຄີບອດດ້ວຍຜ້າຊຸ່ມນ້ຳ ຫຼືການໃຊ້ແປງກຳຈັດສິ່ງເປິເປື້ອນ ທີ່ຕົກລົງໄປໃນຊ່ອງລະຫວ່າງປຸ່ມ ຈາກນັ້ນຖ້າມີນ້ຳຢາເຮັດຄວາມສະອາດກໍໃຊ້ຕາມຫຼັງ ໄດ້ຂໍ້ຄວນລະວັງກໍຄື ໃຫ້ລະວັງບໍໃຫ້ຖືກໜ້າສຳຜັດຂອງຄືບອດແຮງຈົນເກີນໄປ ລວງເຖິງບັນດາຂາລ໊ອກຂອງປຸ່ມແຕ່ລະໂຕອີກ ຈະໄດ້ບໍມີປັນຫາ ເວລາຕິດຕັ້ງກັບເຂົ້າໄປພາຍຫຼັງ ສ່ວນປຸ່ມທີ່ປກະອອກມາກໍໃຫ້ແຊ່ນ້ຳໄວ້ບຶດນຶ່ງແລ້ວຈຶ່ງນຳມາຕາກໃຫ້ແຫ້ງ ແລ້ວໆນຳໄປປະກອບເຂົ້າບ່ອນເກົ່າ

    ມືຖື SAMSUNG ເສຍຢ່າຕົກໃຈ! ສາມາດຄົ້ນຫາໄດ້ດ້ວຍ FIND MY MOBILE

    By: laboursalavane Province On: 1:57 PM
  • Share The Gag
  • 0.Find-My-Phone-379-0

    ມືຖື Samsung ເສຍຢ່າຕົກໃຈ! ສາມາດຄົ້ນຫາໄດ້ດ້ວຍ Find my mobile.ໃນຍຸກທີ່ Smartphone ເປັນອຸປະກອນອຳນວຍຄວາມສະດວກຂອງຊີວິດ ຝັນຮ້າຍຂອງຄົນໃຊ້ Smartphone ທີ່ທຸກຄົນບໍ່ຢາກພົບ ນອກຈາກເຄື່ອງມີການເປ່ເພແລ້ວ ຍັງມີເລື່ອງການສູນຫາຍ ບໍ່ວ່າຈະສູນຫາຍຈາກຄວາມ ປະໝາດຂອງຜູ່ໃຊ້ ຫາຍຈາກການຖືກລັກຕ່າງໆ ບໍ່ມີໃຜຢາກພົບເຈິແນ່ນອນ ດັ່ງນັ້ນ, ເຮົາມາກຽມປ້ອງກັນເຫດ ການທີ່ບໍ່ຄາດຄິດ ໂດຍການຕັ້ງຄ່າ Find my mobile ເຊິ່ງເປັນລູກຫຼິ້ນທີ່ Samsung ສ້າງມາເພື່ອນຳຫາເຄື່ອງ Samsung Galaxy ຂອງເຮົາໃຫ້ໄດ້ກັບຄືນມາ ສ່ວນການຕັ້ງຄ່ານັ້ນຕ້ອງເຮັດແນວໃດແດ່ ໃຊ້ງານແນວໃດ ມາເບິ່ງກັນເລີຍ..

    ວິທີຕັ້ງຄ່າໃຊ້ງານ Find my mobile 
    ການຕັ້ງຄ່າ Find my mobile ພຽງແຕ່ສະໝັກ ແລະ ຕັ້ງຄ່າ Samsung Account ເອົາໄວ້ໃນ Settings -> Accounts -> Samsung Account ພຽງເທົ່ານີ້ກໍ່ສາມາດນຳໃຊ້ Samsung Account ເຂົ້າໄປຄົ້ນຫາ Samsung Galaxy ຂອງເຮົາໄດ້ໃນ http://findmymobile.samsung.com/login.do
    Find my mobile ສາມາດຈັດການຫຍັງກັບເຄື່ອງທີ່ເສຍໄດ້ແດ່
    ສິ່ງທີ່ໜ້າສົນໃຈໃນ Find my mobile ທີ່ຈະແນະນຳໃຫ້ໃຊ້ງານກັນມີ່ທັງໝົດ 4 ຢ່າງດັ່ງນີ້:
    1   ສະແດງຕຳແໜ່ງລ່າສຸດຂອງເຄື່ອງ.
    Find my mobile ສາມາດສະແດງຕຳແໜ່ງລ່າສຸດຂອງໂທລະສັບມືຖືທີ່ໃຊ້ງານຢູ່ໄດ້ໂດຍສະແດງຕຳແໜ່ງລົງໃນ Google Maps ເຊິ່ງໃຫ້ຄວາມລະອຽດຂອງຕຳແໜ່ງ ສາມາດບອກຕຳແໜ່ງລ່າໃນຮອບ 12 ຊົ່ວໂມງ ຫາກໂທລະສັບມີການປ່ຽນສະຖານທີ່ຈາກຈຸດເກົ່າໄປ ຜູ້ໃຊ້ງານຕ້ອງເປີດ GPS ແລະ 3G ຂອງເຄື່ອງເອົາໄວ້ຕະຫຼອດເວລາເພື່ອສະແດງຕຳແໜ່ງຂອງເຄື່ອງ ແລະ ຫາກເຄື່ອງມີການຕໍ່ Wifi ຕຳແໜ່ງທີ່ໄດ້ຈະແນ່ນອນກວ່າເກົ່າ.
    1. Find-My-Phone-2-0
    2   ສັ່ງລ໋ອກເຄື່ອງ.
    ຫຼາຍຄົນບໍ່ໄດ້ຕັ້ງຄ່າໃຫ້ໃສ່ລະຫັດກ່ອນປົດລ໋ອກໜ້າຈໍເພື່ອສ້າງປະການຄວາມປອດໄພດ່ານທຳອິດໃນການປ້ອງກັນການເຂົ້າເຖິງຂໍ້ມູນໃນເຄື່ອງ Find my mobile ສາມາດສ້າງລະຫັດລ໋ອກໜ້າຈໍເປັນໂຕເລກ 4 ໂຕ ພ້ອມກັບຂຽນຂໍ້ຄວາມສົ່ງໄປສະແດງຜົນທີ່ໜ້າຈໍເຄື່ອງເຮົາໄດ້ທັນທີ ນອກຈາກນີ້ ຜູ່ໃຊ້ສາມາດໃສ່ເບີໂທລະສັບຮູ້ຄວາມເຄື່ອນໄຫວຂອງເຄື່ອງທີ່ເສຍໄປ ຫາກມີການປ່ຽນຊິມ ຈະມີການສົ່ງ SMS ແຈ້ງກັບມາທີ່ເບີໂທລະສັບທີ່ແຈ້ງ ກັບລະບົບໄວ້ເພື່ອຮູ້ເຖິງການເຄື່ອນໄຫວຂອງເຄື່ອງເຊັ່ນດຽວກັນ.
    2.Find-My-Phone-3-0
    3   ບັນທຶກການໂທ.
    ຄວາມສາາດນີ້ ຖືວ່າເປັນຈຸດທີ່ແຕກຕ່າງຈາກລະບົບຄົ້ນຫາ Smartphone ຂອງລະບົບອື່ນໆ ເພາະ Find my mobile ສາມາດດຶງຂໍ້ມູນການ ໃຊ້ໂທລະສັບກັບມາສະແດງໃນ Account ຂອງເຮົາ ການດຶງຂໍ້ມູນທີ່ນີ້ ອາດເປັນຂໍ້ມູນທີ່ສຳຄັນທີ່ເຮັດໃຫ້ສາມາດຊອກຫາເຄື່ອງໄດ້ເຊັ່ນດຽວກັນ.
    3.Find-My-Phone-4-0
    4   ສັ່ງລ້າງຂໍ້ມູນທັງໝົດ.
    ໃນບາງກໍລະນີທີ່ຂ້ມູນອາດສຳຄັນກວ່າລາຄາເຄື່ອງ ການຍອມສະລະຖິ້ມເຄື່ອງເພື່ອຮັກສາຄວາມປອດໄພຂອງຂໍ້ມູນ ອາດເປັນທາງອອກ ທີ່ດີກວ່າການຊອກຫາເຄື່ອງ ໃນ Find my mobile ສາມາດສັ່ງລ້າງຂໍ້ມູນໃນເຄື່ອງ ແລະ MicroSD ທັງໝົດໄດ້ທັນທີ ພ້ອມກັບການ ສັ່ງລ້າງເຄື່ອງໃຫ້ເປັນຄ່າມາດຕະຖານຈາກໂຮງງານຜ່ານເມນູນີ້ເຊັ່ນກັນ.
    4.Find-My-Phone-5-0
    ທີ່ມາຂໍ້ມູນ:Samsung

    Saturday, August 9, 2014

    ລວມໂປຣແກຣມຂ້າໄວຣັດ

    By: laboursalavane Province On: 3:58 PM
  • Share The Gag

  • 1.Eset smart security ເປັນໂປຣມແກຣມຂ້າໄວຣັດ ຄອມພິວເຕີ້ ທີ່ຈັດໃນປະເພດດີເດັ່ນຂອງໂລກ.ທ່ານສາມາດ  ດາວໂຫລດ ໄປໃຊ້ຟຣີ ມີລາຍເຊັນຕະຫລອດຊີບ,ອັບເດດໄດ້ຕະຫລອດ.

    2.

    Friday, August 8, 2014

    ຂໍ້ມູນເບື້ອງຕົ້ນກ່ຽວກັບນ້ຳຖ້ວມເມືອງຄົງເຊໂດນ ແຂວງສາລະວັນ ໃນຊ້ວງທ້າຍເດືອນ 7 ຫາ ຕົ້ນເດືອນ 8 ປິ 2014

    By: laboursalavane Province On: 3:53 PM
  • Share The Gag
  • ຂໍ້​ມູນ​ເບື້ອງ​ຕົ້ນ ສະພາບ​ນ້ຳຖ້ວມ ​ເມືອງ​ຄົນ​ໂດນ ວັນ​ທີ ​30 ກໍລະກົດ- ທີ 6 ສິງຫາ 2014

    ອີງ​ໃສ່ ບົດ​ລາຍ​ງານ​ຂອງ ຫ້ອງ​ວ່າການ​ປົກຄອງ​ເມືອງ​ຄົງ​ເຊ​ໂດນ,ສະບັບ​ເລກທີ 08/ຫປມ.ຄດ,ລົງ​ວັນ​ທີ 07 ສິງຫາ 2014.
           ຍ້ອນ​ສາ​ເຫດ​ຝົນຕົກ​ຢ່າງ​ຕໍ່​ເນື່ອງນິດ​ລຽນຕິດ ​ເປັນ​ເວລາ​ຫລາຍ​ວັນ,ຍ້ອນ​ສະພາບ​ທີ່​ຕັ້ງພູມ​ສັນຖານ ​ຂອງ​ເມືອງ​ຄົງ​ເຊ​ໂດນ​ທີ່​ມີ​ລັກສະນະ​ຕ່ຳ.
      ດັ່ງນັ້ນ,ຈິ່ງ​ເຮັ​ດ​ໃຫ້​ນ້ຳຖ້ວມ​ສູງ​ພໍ​ສົມຄວນ ປະມານ 12.60 ມ. ປະລິມານ​ນ້ຳຝົນ​ວັດ​ແທກ​ໄດ້ 1.683,7 ມມ.
    ຕໍ່​ເຫດການ​ດັ່ງກ່າວ ​ທາງ​ອຳນາດ​ກາ​ນປົກຄອງບ້ານ,​ເມືອງ ສົມທົບ​ກັບ​ຄະນະ​ກຳມະການ​ຄຸ້ມ​ຄອງ​ໄພພິບັດ​ຂັ້ນ​ເມືອງ​ໄດ້​ເກັບ​ກຳ​ຂໍ້​ມູນ​ສາມາດ​ເກັບ​ກຳ​ໄດ້​ຂັ້ນພື້ນຖານ​ດັ່ງນີ້:
    -         ນ້ຳຖ້ວມ​ທັງ​ໝົດລວມມີ 9 ກຸ່ມ​ບ້ານ.
    -         ບ້ານ​ທີ່​ຖືກ​ຜົນກະທົບ 60 ບ້ານ.
    -         ​ເນື້ອທີ່​ຖ້ວມ​ທັງ​ໝົດ 7.153 ​ເຮັກຕາ.
    -         ຈຳນວນ​ຄອບຄົວ​ທີ່​ຖືກ​ຜົນ​ກະທົບ ​ແລະ ​ເສຍ​ຫາຍ 8.325 ຄອບ​ຄົວ.
    -         ພົນລະ​ເມືອງ​ທີ່​ຖືກ​ຜົນ​ສະທ້ອນ​ເສຍ​ຫາຍ 46.092; ຍິງ24,​043 ຄົນ,ລາຍ​ລະອຽດ​ດັ່ງ​ນີ້:
    1.   ຂົງ​ເຂດ​ກະສິກຳ
    -         ຖ້ວມ​ເນື້ອທີ່​ທຳ​ການ​ຜະລິດ​ກະສິກຳ 6,251 ​ເຮັກຕາ, ມີ 4,664 ຄອບຄົວ, ມີ​ພົນລະ​ເມືອງ 24,050 ຄົນ, ຍິງ 13,397 ຄົນ.
    -         ຊົນລະປະ​ທ່ານ 29 ​ແຫ່ງ, ​ໃນ​ນັ້ນ​ຝາຍ​ລົ້ນ 03 ​ແຫ່່ງ .
    -         ໜອງ​ປາ 273 ໜອງ, ຈຳນວນ​ປາ 112,560 ​ໂຕ.
    2.         ຂົງ​ເຂດ​ສາທາ
    -                      ພື້ນ​ທີ່​ນ້ຳ​ຖ້ວມ​ບໍ່​ນ້ຳ​ບາ​ດານ​ມີ 1,121ບໍ່, ວິດຖ່າຍ 828 ໜ່ວຍ.
    3.  ຂົງ​ເຂດ​ສຶກສາ
    -                      ​ໂຮງຮຽໜທີ່​ຖືກ​ນ້ຳ​ຖ້ວມ​ມີ 09 ​​ໂຮງຮຽນຄື: ມໍຕ ​ແກ້ງ​ໂຄນ, ປະຖົມ​ແກ້ງ​ໂຄ​ນ, ປະຖົມ​ສະ​ໂອ, ປະຖົມ​ຮັງ​ແຮ້ງ, ​ໂຮງຮຽນ​ມູນ​ດອນ​ແກ້ວ, ​ໂຮງຮຽນ​ມູນ​ໜອງ​ຫອຍ, ປະຖົມ​ຕ່ານດ່ຽວ, ປະຖົມ​ຫາດ​ຊາຍ​ຄຳ ​ແລະ ປະຖົມ​ໜອງ​ແຕງ.
    4.   ຂົງ​ເຂດ​ໂຍທາ​ທິການ ​ແລະ ຂົນ​ສົ່ງ
    -         ​ເສັ້ນທາງ​ທີ່​ຖືກ​ຖ້ວມ​ມີ 33 ​ເສັ້ນທາງ, ມີ​ລວງ​ຍາວ 111 ກມ.
    v   ​ໃນ​ວັນ​ທີ 03 ສິງຫາ 2014 ນີ້ ມີ​ປະຊາຊົນ​ຍົກຍ້າຍ​ອອກ​ມາ ຈາກ​ບ້ານ ມາ​ປະຈຳ​ຢູ່​ບ່ອນ​ຈຸດ​ສູງ ມີ​ທັງ​ຫມົດ 02 ບ້ານ, ມີ 154 ຄອບຄົວ ມີ​ຈຳນວນ​ພົນ 1,065ຄົນ, ຍິງ 517 ຄົນ.
    # ການຈັດ​ຕັ້ງ​ປະຕິບັດ​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ
              ຈາກ​ສະພາບ​ຜົນ​ກະທົບ​ດັ່ງກ່າວ ທາງ​ອຳນາດ​ການ​ປົກຄອງ​ເມືອງ ກໍ​ຄື​ຄະນະ​ຄຸ້ມ​ຄອງ​ໄພພິບັດ​ຂອງ​ເມືອງ​ໄດ້​ສະ​ເຫ​ນີ​ໄປ​ຍັງ ຄະນະ​ຄຸ້ມ​ຄອງ​ໄພພິບັດ​ຂັ້ນ​ແຂວງ ​ແລະ ກົມ​ກອງທີ່​ກ່ຽວຂ້ອງ ​ໂດຍ​ສະ​ເພາະ​ແມ່ນ ອຳນາດ​ການ​ປົກຄອງ​ແຂວງ, ທະຫານ​ແຂວງ, ປກສ ​ແຂວງ,      ພະ​ແນກ ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ແຂວງ ​ເຊິ່ງພວກ​ເພິ່ນ​ກ່ໍ​ໄດ້​ລົງ​ມາ​ຊ່ວຍເຫຼືອ ພ້ອມ​ທັງ​ນຳ​ເອົາ​ພາຫະນະ ​ແລະ ​ເຄື່ອງ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ​ຢ່າງ​ຮີບ​ດ່ວນ ​ແລະ ທັນ​ການ.


    # ການ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ໃນ​ເບື້ອງ​ຕົ້ນ
        ​ໄດ້​ມີ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ, ບໍລິສັດ​ຫ້າງ​ຮ້ານ ​ແລະ ນັກທຸລະກິດ ນັບ​ແຕ່​ວັນ​ທີ 03 ສິງຫາ 2014 ຫາ​ວັນ​ທີ 06 ສິງຫາ 2014, ລວມມີ ​ເຂົ້າສານ, ອາຫານ​ແຫ້ງ, ນ້ຳ​ດື່ມ, ​ເງິນສົດ ​ແລະ ​ແຮງ​ງານ​ຈຳນວນ​ໜຶ່ງ ສາມາດ​ສະຫລຸບ​ການ​ຊ່ວຍ​ເຫລືອ​ໄດ້​ດັ່ງ​ນີ້:
    ລວມມູນ​ຄ່າ​ທັງໝົດ = 80,518,000 ກີບ
    ​ເປັນ​ວັດຖຸ            = 44,518,000 ກີບ
    ​ເງິນສົດ              =  36,000,000 ກີບ

    ​ໃນ​ນັ້ນ​ມີ:

             ​ເຂົ້າສານ​ຫນຽວ​ຈຳນວນ 30 ກິ​ໂລ, ໝີ່ 217 ​ແກັດ, ນ້ຳ​ດື່ມ 635 ​ແກັດ, ກັບ 140 ​ໂຫຼ , ປາປ໋ອງ 10 ​ແຟັກ, ​ເຄື່ອງນຸ່ງ​ຫົ່ມ 15 ສອບ , ສະບູ​ກ້ອນ 100 ກ້ອນ, ກະຕຸກ 100 ຫນ່ວຍ, ​ແຜ່ນ​ພັບ 50 , ຢາ 300 ​ເມັດ. 


    Tuesday, August 5, 2014

    ມອບເຂົ້າຊ່ວຍຫຼືອ ໃຫ້ສາມຕົວເມືອງເພື່ອຟື້ນຟູຊີວິດການເປັນຢູ່ພາຍຫຼັງພາຍຸດີເຟຮດຊັນ

    By: laboursalavane Province On: 4:03 PM
  • Share The Gag
  • ໃນຕອນເຊົ້າ ຂອງວັນທີ 1 ສິງຫາ 2014 ນີ້, ທ່ານ ສີສຸວັນ ວົງຈອມສີ ຮອງເຈົ້າແຂວງໆສາລະວັນ, ປະທານຄະນະກໍາມະການປ້ອງກັນ ແລະ ແກ້ໄຂໄພພິບັດຂັ້ນແຂວງ, ລົງມອບເຂົ້າສານໜຽວ ໃຫ້ບັນດາເມືອງທີ່ຖືກຜົນກະທົບ ເພື່ອຟື້ນຟູຊີວິດການເປັນຢູ່ພາຍຫຼັງຈາກພາຍຸດີເຟຣດຊັນ ໃນທ້າຍປີ 2013 ເປັນຕົ້ນ: ເມືອງສາລະວັນ, ວາປີ ແລະ ເມືອງຄົງເຊໂດນ. ຊຶ່ງພິທີມອບ-ຮັບ ເຂົ້າ ຊ່ວຍເຫຼືອແມ່ນໄດ້ຈັດຂື້ນ ທີ່ກຸ່ມບ້ານທີ 5ເມືອງສາລະວັນ, ກຸ່ມບ້ານທີ2 ເມືອງວາປີ ແລະ ຫ້ອງວ່າການປົກຄອງເມືອງຄົງເຊໂດນຫຼັງເກົ່າ. ໂດຍເປັນກຽດກ່າວຮັບຂອງທ່ານການນໍາ ຂອງທັງ ສາມເມືອງ. ໂດຍຊອງໜ້າຂອງທ່ານ ບຸນຍົງ ພາສີ ຫົວໜ້າພະແນກ ແຮງງານ ແລະສະຫວັດ ດີການສັງຄົມແຂວງ. ພ້ອມດ້ວຍຄະນະກໍາມະການຈາກພາກສ່ວນທີ່ກ່ຽວຂ້ອງຈາກຂັ້ນແຂວງ,ຂັ້ນເມືອງ ພ້ອມພໍ່ແມ່ປະຊາຊາຊົນເຂົ້າຮ່ວມ ເປັນສັກຂິພີຍານ.
    ສໍາລັບເຂົ້າສານໜຽວ ທີ່ 3 ເມືອງໄດ້ຮັບໃນຄັ້ງນີ້ ມີທັງໝົດ 150 ໂຕນ 465 ກິໂລກະກຼາມ, ມູນຄ່າ 1,421,856,000 ກີບ, ໃນນັ້ນ, ເມືອງສາລະວັນ ມີຜູ້ໄດ້ຮັບຜົນປະໂຫຍດ  200 ຄອບຄົວ, ມີ 4 ບ້ານ, ໄດ້ຮັບເຂົ້າຈໍານວນ  11 ໂຕນ, 200 ກິໂລກະກຼາມ, ເມືອງວາປີ ມີຜູ້ໄດ້ຮັບຜົນປະໂຫຍດ  216 ຄອບຄົວ, ມີ 15 ບ້ານ, ໄດ້ຮັບເຂົ້າຈໍານວນ  20 ໂຕນ, 250 ກິໂລກະກຼາມ ແລະ ເມືອງຄົງເຊໂດນ ມີຜູ້ໄດ້ຮັບຜົນປະໂຫຍດ  1.829 ຄອບຄົວ, ມີ 64 ບ້ານ, ໄດ້ຮັບເຂົ້າຈໍານວນ  119 ໂຕນ, 15 ກິໂລກະກຼາມ. ສ່ວນເຂົ້າຊ່ວຍເຫຼືອ ແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ແຫ່ງ ສປປລາວ. ທັງນີ້ກໍ່ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃນ 3 ຕົວເມືອງ ທີ່ຖືກຜົນກະທົບໄດ້ມີ ຊີວິດນັນມື້ນັບດີຂື້ນເທື່ອລະກ້າວ ແລະ ເປັນກໍາລັງແຮງຜັກດັນແກ້ໄຂຄວາມທຸກຍາກ ໃນປີ 2015 ຕາມແນວທາງນະໂຍບາຍຂອງພັກ-ລັດໄດ້ວາງໄວ້ ແລະ ເຮັດໃຫ້ປະຊາຊົນຫຼຸດພົ້ນຈາກຄວາມດ້ອຍພັດທະນາ ໃນປີ 2020 ໂດຍຊີ້ນເຊີງ.
    ໃນຕອນທ້າຍຂອງພິທີ ທ່ານຄະນະກໍາມະການປ້ອງກັນ ແລະ ແກ້ໄຂໄພພິບັດຂັ້ນແຂວງ ຍັງໄດ້ເນັ້ນໃຫ້ຄະນະກໍາມະການແຈກຢາຍເຂົ້າຂັ້ນແຂວງ ແລະ ຂັ້ນເມືອງ ໃນຄັ້ງນີ້ຕື່ມອີກວ່າ: ການແຈກ ຢາຍຊ່ວຍເຫຼືອເຂົ້າພໍ່ແມ່ປະຊາຊົນ ຕ້ອງຫລີກລ້ຽງການສໍ້ລາດບັງຫຼວງຕ້ອງເຖີງມືພໍ່ແມ່ປະຊາຊົນຄົບຕາມຈໍານວນຕົວຈິງ, ດ້ານຄຸນນະພາບ ແລະ ປະລິມານ ຕ້ອງມີການກວດກາຈາກຄະນະກໍາມະການ ຕາມຂັ້ນຕອນຢ່າງລະອຽດ, ຫຼີກເວັ້ນການ ຈົ່ມວ່າຫ່າງສຽງຈາກສັງຄົມ ແລະ ຫ່າງສຽງທີ່ຈະຕາມມາທີ່ມີເນື້ອໃນລັກສະນະເຊື່ອມເສຍກຽດ ສັກສີຂອງການນໍາທຸກຂັ້ນ.




















    Monday, August 4, 2014

    ກອງປະຊຸມ ປຶກສາຫາລື ວຽກງານການຮອງຮັບຜູ້ອອກແຮງານລາວ ທີ່ກັບມາຈາກໄທ

    By: laboursalavane Province On: 2:06 PM
  • Share The Gag


  • ​        ໂດຍປະຕິບັດຕາມແຈ້ງການຂອງ ກະຊວງ ຮສສ,ສະບັບເລກທີ 2329/ຮສສ , ໃນຕອນເຊົ້າ ຂອງວັນທີ 4 ສິງຫາ 2014   ທີ່ພະແນແນງງານແລະ ສະຫວັດດີການສັງຄົມແຂວງສາລະວັນໄດໄຂກອງປະຊຸມປຶກສາຫາລືວຽກງານ ການຮອງຮັບຜູ້ອອກແຮງງານລາວ ທີ່ຖືກທາງການໄທຜັກດັນກັບຄືນປະເທດຂຶ້ນ. ​ໂດຍການເປັນປະທານ ຂອງທ່ານ ສີສຸວັນ ວົງຈອມສີ ຄະນະປະຈຳພັກແຂວງ,ຮອງເຈົ້າແຂວງສາລະວັນ.ມີ ທ່ານ ນາງ ບຸນທະວີ ດວງລາສີ ກຳມະການພັກແຂວງ ປະທານ ສະຫາພັນແມ່ຍິງແຂວງ,ທ່ານ ບຸນຍົງພາສີເລຂາໜ່ວຍ ຫົວໜ້າພະແນ ຮສສແຂວງແລະ ມີບັນດາທ່ານ ທີ່ຢູ່ໃນຄະນະກຳມະການແກ້ໄຂບັນຫາແຮງງານລາວທີ່ລັກລອບໄປທຳງານຢູ່ປະເທດ​​ໄທແບບຜິດກົດໝາຍ ຕະຫລອດຮອດ ພະນັກງານວິຊາການ ຢູ່ໃນ ພະແນເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດ 19 ທ່ານ,ຍິງ 7 ທ່ານ.
                  ກອງ​ປະຊຸມ​ໄດ້​ຮັບ​ຟັງ​ການ​ຜ່ານ​ຂໍ້​ຕົກລົງ​ຂອງ​ທ່ານ​ເຈົ້າ​ແຂວງ​ສາລະ​ວັນ,ສະບັບ​ເລກ…………..ວ່າ​ດ້ວຍ ການ​ແຕ່ງຕັ້ງຄະນະຊີ້ນຳ​ຂັ້ນ​ແຂວງ ​ແລະ ຄະນະ​ປະຕິບັດ​ງານ​ຂັ້ນ​ແຂວງ ປັບ​ສະຖານະ​ພາບ​ໃຫ້​ແຮງ​ງານ​ລາວ​ທີ່​ໄປ​ອອກ​ແຮງ​ງານ​ຜິດ​ກົດໝາຍ ​ແລະ ​ແຈ້ງ​ການ​ຂອງ​ກະຊວງ ຮສສ,ສະບັບ​ເລກທີ 2329/ຮສສ,​ເລື່ອງ​ການ​ຮອງ​ຮັບ​ຜູ້​ອອກ​ແຮງ​ງານ​ລາວ ທີ່​ກັບ​ມາ​ຈາກ​ປະ​ເທດ​ໄທ ສະ​ເໜີ ​ໂດຍ​ທ່ານ ບຸນ​ຍົງ ພາສີ ​ເລຂາ​ໜ່ວຍ ຫົວ​ໜ້າ​ພະ​ແນ​ກ ຮສສ ​ແຂວງ.​ແລະ ກອງ​ປະຊຸມ​ຍັງ​ໄດ້​ຮັບ​ຟັງ​ທ່ານ​ ຂັນ​ໄຊ ຣັດຖະ​ເຮົ້າ ຫົວໜ້າ​ພະ​ແນ​ກ ການ​ຕ່າງປະ​ເທດ ຜ່ານ ​ແຈ້ງ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ສະບັບ​ເລກທີ 1479/ຕປທ.ກກສ.1,ລົງວັນທີ 15,ໍລະກົດ 2014.
    ເລື່ອງ ທາງການໄທຈະເພີ່ມມາດຕະການຕໍຜູ້ຈະເດີນທາງເຂົ້າປະເທດຕົນ.ກອງ​ປະຊຸມ​ນຳ​ເອົາ​ເນື້້ອ​ໃນ​ຈິດ​ໃຈ​ຂອງ​​ເອກະສານ​ທີ່​ໄດ້​ຜ່ານ​ມາ​ຂ້າງ​ເທິງ​ນັ້ນ ມາປຶກສາ​ຫາລື ​ແລກປ່ຽນ​ຄຳ​ຄິດ​ເຫັນ ​ແລະ  ​ໄດ້​ຕົກລົງ​ເຫັນ​ດີ​ເປັນ​ເອກະ​ພາບ​ຄື:​ໃຫ້​ຄະ​ນະ​ກຳມະການ​ຊີ້​ນຳ​ຂັ້ນ ​ແຂວງ ​ແລະ ຄະນະ​ປະຕິບັດ​ງານ​ຂັ້ນ​ແຂວງ ຮີບ​ຮ້ອນ ​ເອົາ​ໃຈ​ໃສ່ ຈັດຕັ້ງປະຕິບັດ ​ໂດຍ​ຖື​ເອົາ​ສອງ​ເມືອງ​ທີ່​ມີ​ຊາຍ​​ແດນ​ຕິດ​ຈອດ​ກັບປະ​ເທດ​ໄທ​ຄື: ​ເມືອງ​ຄົງ​ເຊ​ໂດນ ​ແມ່ນ ດ່ານ ຄັນ​ທຸງ​ໄຊ ​ແລະ ​ເມືອງ​ລະຄອນ​ເພັງ ​ແມ່ນ ດ່ານ ຕະພານ ​ເປັນຈຸດ​ປະຕິບັດ​ງານ ​ເຊິ່ງສອງ​ເມືອງນີ້ ກວມ​ຜູ້​ອອກ​ແຮງ​ງານ​ລາວ ທີ່​ລັກລອບ​ລອບ​ໄປ​ທຳ​ງານ​ຢູ່​ໄທ​ຫລາຍ​ທີ່​ສຸດ ​ແລະ ຈະ​ໄດ້​ມີ​ການ​ກວດກາ​ສຸຂະພາບ​ໃຫ້​ຈຳນວນ​ແຮງ​ງານ​ລາວ​ທີ່​ກັບ​ຄືນ​ປະ​ເທດ​ນັ້ນ ​ໂດຍ​ບໍ່​ເສຍ​ຄ່າ​ໃດໆ​ເລີຍ.
              ຕອນ​ທ້າຍ​ຂອງ​ກອງ​ປະຊຸມ ທ່ານ ປະທານ ກອງ​ປະຊຸມ ກໍ່​ໄດ້ ​ເນັ້ນ​ໜັກ ກ່ຽວ​ກັບ​ວິທີ​ການຈັດຕັ້ງປະຕິບັດ​ຂອງ​ຄະນະ​ກຳມະການ ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຈົ່ງ​ປະສານ​ງານ​ກັນ​ຢ່າງ​ກົມກຽວ ​ເພື່ອ​ເຮັດ​ໃຫ້ການ​ຈັດຕັ້ງປະຕິບັດ​ວຽກ​ໄດ້​ຮັບ​ປະສິດ​ພາບ ຢ່າງ​ສູງ​ສຸ​ດ,ກອງ​ປະຊຸມ​ດຳ​ເນີນ​ໄປ 1 ຄາບ ​ແລະ ​ໄດ້​ອັດ​ລົງ​ໃນຕອນ​ທ່ຽງ​ຂອງ​ວັນ​ດຽວ​ກັນ.

    ຂຽນ​ໂດຍ:ນັກ​ຂ່າວ​ພະ​ແນ​ກ ຮສສ ​ແຂວງ​ສາລະ​ວັນ


    Share ເວັບໄຊອອກເຟສບຸກ