ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Wednesday, January 22, 2014

ຝຶກອົບຮົມແຮງງານລາວ ກ່ອນສົ່ງໄປອອກແຮງງານຢູ່ຕ່າງປະເທດ ( ປະເທດໄທ ) ໃນຄັ້ງວັນທີ 22/1/2014

By: laboursalavane Province On: 1:58 PM
  • Share The Gag
  • ຝຶກອົບຮົມແຮງງານລາວ ກ່ອນສົ່ງໄປອອກແຮງງານຢູ່ຕ່າງປະເທດ ( ປະເທດໄທ ) ບໍລິສັດຄ່າກິ່ວມິດ ( ງານໄກແປຮູບ )  ໄທແລນຈໍາກັດ. ຝຶກອົບຮົມໃນຄັ້ງນີ້ ມີຄູຝຶກມາຈາກ ປກສ ແຂວງ 1 ທ່ານ, ກໍາມະບານແຂວງ 1 ທ່ານ, ຊາວໜຸ່ມແຂວງ 1 ທ່ານ ແລະ ອປສ ປະຈໍາແຂວງ 1 ທ່ານ ລວມທັງໝົດ 4 ທ່ານ. ຈໍານວນແຮງງານທີ່ຝຶກ 85 ຄົນ, ຍິງ 49 ຄົນ ໂດຍຜ່ານບໍລິສັດວຽງໄຊ ບໍລິການຈັດຫາງານ. ຈະສົ່ງອອກໃນວັນທີ 24/1/2014 ນີ້.



    ໄປທັດສະນະສຶກສາ ແລກປ່ຽນບົດຮຽນ ຢູ່ ແຂວງບໍລິຄໍາໄຊ, ຄັ້ງວັນທີ 16-20/12/2013

    By: laboursalavane Province On: 1:49 PM
  • Share The Gag
  • ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງ ໄປທັດສະນະສຶກສາແລກປ່ຽນບົດຮຽນ ວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ ຢູ່ ແຂວງບໍລິຄໍາໄຊ ມີຈໍານວນ 19 ທ່ານ, ຍິງ 3 ທ່ານ ( ສະໜັບສະໜູນທຶນໂດຍ ອົງການອ໋ອກສະຟາມ ອົດສະຕາລີ ປະຈໍາລາວ )







    ຝຶກອົບຮົມ

    By: laboursalavane Province On: 1:40 PM
  • Share The Gag
  • ໄປທັດສະນະສຶກສາ ແລກປ່ຽນບົດຮຽນ ຢູ່ ແຂວງບໍລິຄໍາໄຊ, ຄັ້ງວັນທີ 16-20/12/2013

    By: laboursalavane Province On: 10:09 AM
  • Share The Gag
  • ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະ ຂັ້ນເມືອງ ໄປທັດສະນະສຶກສາແລກປ່ຽນບົດຮຽນ ວຽກງານປ້ອງກັນ ແລະ ຄວບຄຸມໄພພິບັດ ຢູ່ ແຂວງບໍລິຄໍາໄຊ ມີຈໍານວນ 19 ທ່ານ, ຍິງ 3 ທ່ານ ( ສະໜັບສະໜູນທຶນໂດຍ ອົງການອ໋ອກສະຟາມ ອົດສະຕາລີ ປະຈໍາລາວ )

    Monday, January 20, 2014

    ອົງກາອາຫານໂລກ ປະຈໍາລາວ ໃຫ້ການຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບເຄາະຮ້າຍຈາກ ນໍ້າຖ້ວມ ຢູ່ ເມືອງຄົງເຊໂດນ, ແຂວງສາລະວັນ, ໃນຄັ້ງວັນທີ 15 ມັງກອນ 2014

    By: laboursalavane Province On: 11:14 AM
  • Share The Gag
  • ອົງກາອາຫານໂລກ ປະຈໍາລາວ ໃຫ້ການຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບເຄາະຮ້າຍຈາກ ນໍ້າຖ້ວມ ຢູ່ ເມືອງຄົງເຊໂດນ, ແຂວງສາລະວັນ, ມີ ເຂົ້າສານຈ້າວ 223 ໂຕນ ແລະ ນໍ້າມັນພືດ 12,77 ໂຕນ, ມີຜູ້ໄດ້ຮັບຜົນປະໂຫຍດທັງໝົ້ດ ຈໍານວນ 14,866 ຄົນ, 2,294 ຄອບຄົບ, 53 ບ້ານ ( ເຂົ້າສານ 1 ຄົນ/115 ກິໂລ ແລະ ນໍ້າມັນພືດ 1 ຄົນ / 1 ລິດ )




















    Thursday, January 16, 2014

    ບົດສະຫຼຸບ ວຽກງານອົງການອ໋ອກສະຟາມ ອົດສະຕາລີ ສົກປີ 2012-2013

    By: laboursalavane Province On: 8:59 AM
  • Share The Gag
  • Lao National logo 1

    ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
    ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
    -------------------------
    ພະແນກ​ແຮງ​ງານ ​ແລະ​ ສະຫວັດດີ​ການ​ສັງຄົມແຂວງ                        ເລກທີ................/ຮສສຂທີ່ ສາລະວັນ, ວັນທີ.............................
    ບົດ​ສະຫຼຸບ
    ການຈັດ​ຕັ້ງ​ປະຕິບັດວຽກງານ ຂອງອົງການອ໋ອກສະ​ຟາ​ມ ອົດ​ສະຕຣາລີ ສົກ​ປີ 2012-2013
    ( ໂຄງການຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ​ຊຸມ​ຊົນ​ເຂດ​ພູດ​ອຍ)
    ອົງການ ​ອ໋​ອກສະ​ຟາ​ມອົດ​ສະ​ຕາ​ລີ ປະກອບມີພະນັກງານທັງໝົດ 8 ຄົນ, ຍິງ ​3 ຄົນ, ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ​ຊຸມ​ຊົນ​ເຂດ​ພູດ​ອຍ​ ຢູ່​ເມືອງ​ຕະ​ໂອ້​ຍ, ມີ 30 ບ້ານ​ເປົ້າໝາຍ, ຊຶ່ງສາມາດ​ສະຫຼຸບສັງ​ລວມ​ໂດຍ​ຫໍ້​ຍ ລະອຽດດັ່ງນີ້:
    I.          ​ເປົ້າໝາຍຂອງ​ໂຄງການ:
    1)     ຄຸ້ມ​ຄອງ ​ແລະ ຫຼຸດຜ່ອນ​ຜົນ​ກະທົບ​ຈາກ​ໄພພິບັດ​ທີ່​ເກີດ​ຂື້ນຈາກ​ໄພ​ທໍາ​ມະ​ຊາດ ​ແລະ ມະນຸດ​ສ້າງ​ຂື້ນ.
    2)    ການ​ພັດທະນາ​ຄວາມ​ສາມາດ​​ໃຫ້​ເພື່ອນ​ຮ່ວມ​ງານ.
    3)    ການ​ບໍລິຫານ​ໂຄງ​ການ.

    II.         ຈຸດປະສົງ​ຂອງ​ໂຄງການ.
    1)     ເພື່ອ​ຍົກ​ລະດັບ​ຄວາມຮັບປະກັນ​ທາງ​ດ້ານ​ສະບຽງອາຫານ ​ແລະ ການ​ສ້າງ​ລາຍ​ຮັບ​ເພີ່ມ​ແກ່​ຄອບ​ຄົວ ​ໃຫ້​ດີ​ຂື້ນກວ່າ​ເກົ່າ.
    2)    ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພະນັກງານ​ ມີ​ຄວາມ​ຮູ້​ຄວາມ​ສາມາດ ດ້ານ​ວິຊາ​ການ.
    3)    ​ເພື່ອຫຼຸດຜ່ອນ​ຄວາມ​ສ່ຽງຈາກ​ໄພພິບັ​ດທີ່​ເກີດ​ຂື້ນ ​ແລະ ​ເພື່ອ​ຕອບ​ໂຕ້​ໄພພິບັດ ​ໃຫ້​ເຂົ້າ​ສູ້​ສະພາບ​ປົກກະຕິ​ໂດຍ​ໄວ້.
    III.       ການຈັດ​ຕັ້ງ​ປະຕິບັດ​​ ແຕ່ລະໜ້າວຽກ ມີ​ດັ່ງ​ລຸ່ມ​ນີ້:
    -    ຝຶກ​ອົບຮົມ​ໃຫ້​ໝໍ​ຕໍາ​ແຍ​ມີ 5 ກຸ່ມບ້ານ, ຈໍານວນພົນ 36 ຄົນ, ໃນ  18 ບ້ານເປົ້າໝາຍ,1ຄັ້ງ/ບ້ານ.
    -    ຕິດຕາມທຶນໜູນວຽນຈໍານວນ 14 ບ້ານ.
    -    ຝຶກອົບຮົມໃຫ້ອາສາສະໝັກຂັ້ນບ້ານ ກ່ຽວກັບການໂຄສະນາ ຜົນຮ້າຍຂອງລູກລະເບີດບໍ່ທັນແຕກ ໄດ້ຈໍານວນ 80 ຄົນ, ຍິງ 20 ຄົນ,ໃນ 30 ບ້ານເປົ້າໜາຍ 2ຄັ້ງ( 15 ບ້ານ / ຄັ້ງ ).
    -    ປັບປຸງ ຄະນະກໍາມະການ ປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນບ້ານ ໃນ 30 ບ້ານເປົ້າໝາຍ, ຊຶ່ງ​ມີ​ຜູ້​ເຂົ້າ​ຮ່ວມ 88 ທ່ານ, ຍິງ 23 ຄົນ.
    -    ກວດ​​ແມ່​ຫຼັງ​​ເກີດ​​ ໄດ້ 793 ຄົນ.
    -    ສໍາ​ຫຼວດ ​ ​ຊົນລະປະທານ​ຂະໜາດຄອບ​ຄົວ ຈໍານວນ 3 ຄອບຄົວ.
    -    ສະໜັບສະໜູນທຶນ ຈັດ​ລາຍການ​ວິທະຍຸ ຢູ່​ຫ້ອງການຖະ​ແຫຼ່ງຂ່າວ​ວັດທະນະ​ທໍາ​ແລະ​ທ່ອງ​ທ່ຽວເມືອງຕະ​ໂອ້​ຍ ຈໍານວນ 3ຄັ້ງ.
    -    ຝຶກອົບຮົມການລ້ຽງແບ້ 19 ບ້ານ 1 ຄັ້ງ.
    -    ລົງ​ຕິດຕາມ​ການ​ປ່ອຍ​ທຶນ​ລ້ຽງ​ແບ້​ໃນ​ຈໍານວນ 9 ບ້ານ.
    -    ຝຶກອົບຮົມການຄຸ້ມຄອງນໍາໃຊ້ທະນາຄານເຂົ້າ 3 ບ້ານ.
    -    ຝຶກ​ອົບຮົມ ອາສາ​ສະໝັກ HIV/AID ຈໍານວນ 30 ບ້ານ, ຈໍານວນ 60 ຄົນ,  2ຄັ້ງ(15ບ້ານ/ຄັ້ງ)
    -    ຝຶກ​ອົບຮົມ ການ​ຕິດຕາມ - ​ປະ​ເມີນ​ຜົນ ຂອງ​ໂຄງການອ໋ອກສະ​ຟາ​ມ ອົດ​ສະ​ຕາ​ລີ.
    -    ຝືກອົບຮົມ ​ໃຫ້ອາສາ​ສະໝັກ ​ກ່ຽວກັບການ​ໂຄສະນາ ​ເພື່ອຮັກສາສຸຂະພາບ ຈໍານວນ 30 ບ້ານ,ຈັດ 3ຄັ້ງ(1 ຄັ້ງ/10ບ້ານ ).
    -    ຢາຍ​ຄູ່​ມືໝໍຕໍາ​ແຍ ​ໃຫ້​ຈໍານວນ 18 ບ້ານ​.
    -    ຕິດຕາມການຍ້າຍທຶນລ້ຽງສັດໃຫ້ຄອບຄົວໄໝ່ 19 ບ້ານ.
    -    ຕອບສະໜອງນໍ້າບາດານຈໍານວນ 3 ບໍໃນ 3 ບ້ານ.
    -    ຝຶກອົບຮົມການຄຸ້ມຄອງນໍາໃຊ້ນໍ້າບາດານ 3 ບ້ານ 1 ຄັ້ງ.
    -    ຝຶກອົບຮົມເລື່ອງສິດທິຄົນພິການໃຫ້ແກ່ພະນັກງານເມືອງຈໍານວນ 38 ຄົນ, ມີ 5 ຫ້ອງການ.
    -    ລົງເອົາຂໍ້ມູນແລະສະຫຼຸບຜົນການຈັດຕັ້ງປະຕິບັດແຕ່ລະກິດຈະກໍາ ຈໍານວນ 10 ບ້ານ.
    -    ຕິດຕາມການຈັດຕັ້ງປະຕິບັດ ຂອງທະນາຄານເຂົ້າຈໍານວນ 3 ບ້ານ.
    -    ຝຶກອົບຮົມບົດບາດຍິງ-ຊາຍໃຫ້ພະນັກງານຂັ້ນເມືອງມີຜູ້ເຂົ້າຮ່ວມ 16 ຄົນ.
    -    ຈັດກອງປະຊຸມຄະນະຄຸ້ມຄອງໄພພິບັດຂັ້ນບ້ານ 2 ກຸ່ມຄື:ກຸ່ມປະໂສມ, ກຸ່ມຕະປືນພູມີ  7 ບ້ານເຂົ້າຮ່ວມຈໍານວນ 16 ຄົນ.
    -    ລົງ​ຊຸກຍູ້​ຕິດຕາມ​ການ​ກໍ່​ສ້າງ​ນໍ້າ​ລິນ​ທີ່​ບໍ່​ທັນ​ສໍາ​ເລັດ​ຈໍານວນ 2 ບ້ານ.
    -    ລົງ​ຕິດຕາມ​ຊຸກຍູ້ ຕິດຕາມ​ການ​ນໍາ​ໃຊ້​ວິດ​ຖ່າຍ ຈໍານວນ 4 ບ້ານ.
    -    ສືບ​ຕໍ່​ຝຶກ​ອົບຮົມ​ຕູ້​ຢາ​ປະ​ຈໍາ​ບ້ານ ຈໍານວນ 20 ບ້ານ/ຄັ້ງ.
    -    ສົ່ງ​ເສີມ​ການ​ລ້ຽງ​ປາ ຈໍານວນ 15 ບ້ານ.
    -    ຝຶກ​ອົບຮົມ​ການ​ນໍາ​ໃຊ້​ຊົນລະປະທານ ຈໍານວນ 5 ບ້ານ.
    -    ລົງ​ສົມທົບ​ກັບ​ອົງການ​ຈັດ​ຕັ້ງ​ຂັ້ນ​ບ້ານ​ເພື່ອ​ຂະຫຍາຍທຶນ​ໃຫ້​ສະມາ​ຊິກ​​ໃນການ​ລ້ຽງ​ແບ້ 4 ບ້ານ.
    -    ລົງ​ຕິດຕາມ​ທະນາຄານ​ເຂົ້າ​ຈໍານວນ 11 ບ້ານ.
    -    ລົງ​ຕິດຕາມ​ການ​ລ້ຽງ​ປາ ຈໍານວນ 9 ບ້ານ.

    IV.       ດ້ານ​ດີ ​ແລະ ດ້ານ​ອ່ອນ:
    ກ. ດ້ານ​ດີ:
    1)     ໃນ​ການຈັດ​ຕັ້ງ​ປະຕິບັດ​​ໂຄງການ​​​ແມ່ນ​ໄດ້​ຮັບ​ການ​ຮ່ວມ​​ມື​ຈາກ​ທຸກ​ພາກສ່ວນ​ ເປັນ​ຕົ້ນ: ຂັ້ນ​ແຂວງ,​ ເມືອງ, ​ອໍານາດ​ການ​ປົກຄອງ​ບ້ານ ​ຕະຫຼອດຮອດພໍ່​ແມ່​ປະຊາຊົນ ​ແມ່ນ​ໄດ້​ປະກອບສ່ວນ​ບັນດາ​ກິດຈະ​ກໍາ​ຫຼາຍ​ຢ່າງ​ໄດ້​ຕາມ​ແຜນ​ທີ່​ໄດ້​ວາງ​ໄວ້.
    2)    ໄດ້​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ພະນັກງານ​ຂັ້ນ​ແຂວງ, ຂັ້ນ​ເມືອງ ​ແລະ ຂັ້ນ​ບ້ານ ທາງ​ດ້ານ​ວິຊາ​ການ​ເປັນ​ຕົ້ນ​:ການ​ຝຶກ​ອົບຮົມ​ກ່ຽວກັບ​ການ​​ແຜນຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ​ຂັ້ນ​ເມືອງ, ຂັ້ນ​ບ້ານ, ການ​ປະສານ​ງານ, ການຈັດ​ຕັ້ງ​ປະຕິບັດບັນດາ​ກິດຈະ​ກໍາ​ຕ່າງໆ.
    3)    ມີ​ການ​ສ້າງ​ຕັ້ງ​ຄະນະ​ກໍາມະການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ຂັ້ນ​ເມືອງ​, ຂັ້ນ​ບ້ານ, ພ້ອມ​ດ້ວຍ​ກອງ​ເລຂາມີ​ຫຼາຍ​ກິດຈະ​ກໍາ​ທີ່ໄດ້​ຮັບ​ຜົນ​ສໍາ​ເລັດ​ ແລະ​ ເປັນ​ຕົວ​ແບບ​​ເປັນ​ຕົ້ນ​: ກິດ​ຈະ​ກໍາ​ປູກ​ເຂົ້າດ້ວຍກ້າ​ກີບ​ດຽວ, ທະ​ນາ​ຄານ​ເຂົ້າ ​ແລະ ອື່ນໆ...
    4)    ປະສິດທິ​ຜົນຂອງ​ການ​ຊ່ວ​ຍ​ເຫຼືອ​ແມ່ນ​ສອດຄ່ອງ​ກັບ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ ​ເຊັ່ນ: ​ໃນ​ບັນດາ​ກິດຈະ​ກໍາ​ຂ້າງ​ເທິງ​ລ້ວນ​ແຕ່​ຕິດ​ພັນ​ກັບ​ການ​ດໍາລົງ​ຊີວິດ​ຂອງ​ຊາວບ້ານ​​ເປັນສ່ວນ​ໃຫຍ່ ​ແມ່ນ​ຈະເນັ້ນ​ໃສ່​ການປັບປຸງ​ຊີວິດ​ການ​ເປັນ​ຢູ່​​ໃຫ້​ດີ​ຂຶ້ນເປັນ​ຕົ້ນ: ການ​ສົ່ງ​ເສີມ​ໃນ​ການ​ປູກ​ຝັງ ​ແລະ ລ້ຽງສັດ ທີ່​ເໝາະ​ສົມ​ກັບ​ສະພາບ​ພື້ນ​ທີ່​ຂອງ​ເຂົາ​ເຈົ້າ, ນອກ​ນັ້ນ​ຍັງ​ມີ​ກິດຈະ​ກໍາ​ໃນ​ການ​ກໍ່ສ້າງ​ນໍ້າ​ລິນ, ບ້ານ​ສາມ​ສະ​ອາດ​, ການ​ໂຄສະນາ​ວຽກ​ງານ​ລະ​ເບີດ​ບໍ່​ທັນ​ແຕກ...
    5)    ກຸ່ມ​ເປົ້າ​ໝາຍ​ທີ່​ໄດ້​ຮັບ​ຜົນ​ປະ​​​ໂຫຍດຈາກ​​ໂຄງການ​ດັ່ງ​ກ່າວ​ ແມ່ນ​ເມືອງຕະ​ໂອ້​ຍ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ ກໍ່​ແມ່ນ​ຈໍ​ານວນ 30 ບ້ານ​ເປົ້າໝາຍ, ​ເຊິ່ງ​ເປັນ​ເມືອງ​ທຸກ​ຍາກ​ລະດັບ​ຊາດ. ມາ​ຮ​ອດປະຈຸ​ບັນຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ​​ໃນ​ເຂດ​ບ້ານ​ເປົ້າ​ໝາຍ​​ໄດ້​ຮັບ​ການ​ພັດທະນາ​ດີ​ຂຶ້ນ​​ເປັນ​ກ້າວໆ.
    6)    ກົນ​ໄກ​ການ​ປະສານ​ງານ ​​​ການ​ຕິດ​ຕາມ, ​ກວດກາ, ການ​ປະ​ເມີນ​ຜົນ ​ແລະ ການ​ສະຫຼຸບລາຍ​ງານ​ໃນ​ໄລຍະ​ຜ່ານ​ມາ​ ແມ່ນ​ໄດ້​ຮັບ​ການ​ຮ່ວມມື​​ເປັນ​ຢ່າງ​ດີ​ ເປັນ​ຕົ້ນ​: ການ​ສະຫຼຸບ​​​ເດືອນ,3 ​ເດືອນ, 6​ ເດືອນ, 9​ ເດືອນ​ແລະ ປະ​ຈໍາປີ.

    ຂ. ດ້ານ​ອ່ອນ
    1)     ອໍາ​ນາດ​ການ​ປົກຄອງບ້ານ ​ກໍ່​ຄື​ປະຊາຊົນ​ບ້ານ​ເປົ້າ​ໝາຍ ລະ​ດັບ​ການ​ສຶກສາ​ຍັງຕໍ່າເຮັດ​​ໃຫ້ນໍາ​​ເອົາ​ຄວາມ​ຮູ້ດ້ານວິຊາ​ການ​ຕ່າງໆ​ໄປ​ນໍາ​ໃຊ້​ຍັງ​ບໍ່ທັນເຕັມ​ເມັດ​ເຕັມ​ໜ່ວຍ.
    2)    ຈໍານວນ​ບ້ານ​ເປົ້າ​ໝາຍ​ຕັ້ງ​ຢູ່​ເຂດ​ຫ່າ​ງ​ໄກ​ສອກຫຼີກ ​​ແລະ ​ເປັນ​ບ້ານ​ທຸກ​ຍາກ.
    3)    ບຸກຄະລາ​ກອນຂັ້ນ​ເມືອງ, ຂັ້ນ​ບ້ານ​ຍັງ​ບໍ່​ທັນ​ພຽງ​ພໍ,​ ​ຄວາມ​ຮູ້​ຄວາມ​ສາມ​າດ​ປະສົບ​ການ​ຍັງ​ບໍ່ທັນ​ສູງ​ໃນ​ການວາງ​ແຜນ, ການ​ຕິດຕາມ​, ກວດກາ ​ແລະ ປະ​ເມີນ​ຜົນ​ບວກ​ກັບ​ງົບປະມານ​ຍັງ​ຂາດ​ເຂີນ.
    4)    ພະນັກງານ​-ລັດຖະກອນ​ຂັ້ນ​ແຂວງ ​ແລະ ຂັ້ນ​ເມືອງ ​ໃນການ​ລົງຕິດຕາມ, ​ກວດກາ​ ບັນດາ​ກິດຈະ​ກໍາ​ຕ່າງໆຂອງ​ໂຄງການ ຍັງບໍ່​ທັນ​ດີ​ເທົ່າ​ທີ່​ຄວນ.
    5)    ຄວາມ​ເຂົ້າ​ໃຈ​ຂອງ​ປະຊາຊົນ ກ່ຽວກັບກິດຈະ​ກໍາ​ຂອງ​ໂຄງການ​ຍັງ​ບໍ່​ທັນ​ສູງ ສ່ວນຫຼາຍ​ແມ່ນ​ເນັ້ນ​ແຕ່​ກິດຈະ​ກໍາ ທີ່​ເຫັນ​ຜົນ​ທັນທີ, ສ່ວນ​ກິດຈະ​ກໍາ​ທີ່​ປູກ​ຈິດ​ສໍານຶກ​ຍັງ​ຊັກ​ຊ້າ.
    6)    ການສະຫຼຸບລາຍ​ງານການຈັດ​ຕັ້ງ​ປະຕິບັດ ​ຂອງ​ອົງການ​ຈັດ​ຕັ້ງພາກລັດ ກັບ ອົງການ​ຈັດ​ຕັ້ງ​ສາກົນ ​ແມ່ນ​ບໍ່​ຖືກ​ກັນ ​ເຊັ່ນ: ພາກ​ລັດ​ ສົກ​ປີແມ່ນ ນັບ​ແຕ່​ເດືອນ 10 ຫາ ​ເດືອນ 9 ​ແລະ ສ່ວນ​ອົງການ​ຈັດ​ຕັ້ງ​ສາກົນ ​ແມ່ນ ນັບ​ແຕ່​ເດືອນ 1 ຫາ ​ເດືອນ 12.

    V.        ​ທິດ​ທາງແຜນການ​ການຈັດ​ຕັ້ງ​ປະຕິ​ບັດ​ສົກ​ປີ 2013-2014.
    ອົງການອ໋ອກສະ​ຟາ​ມອົດ​ສະ​ຕາ​ລີ ຈັດ​ຕັ້ງ​ປະຕິບັດ​ໂຄງການຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ​ຊຸມ​ຊົນ​ເຂດ​ພູ
    ດ​ອຍ​ຢູ່ເມືອງຕະ​ໂອ້​ຍ  ຊຶ່ງ​ສາມາດວາງແຜນການ​​ຈັດ​ຕັ້ງ​ປະຕິບັດໃນ​ຕໍ່ໜ້າ ​ໄດ້ດັ່ງນີ້:

    1.    ຫ້ອງການ​ສາທາລະນະ​ສຸກ​ເມືອງ:
    -    ລົງ​ກວດກາ​ພະຍາດ​ເຄື່ອນ​ທີ່​ແລະ ​ໂຄສະນາ​ສຸຂະ​ສຶກສາ​ພະຍາດ​ທີ່​ມັກ​ເກີດ​ຕາມ​ລະ​ດູ​ການ​ໃຫ້​ໄດ້ 2 ຄັ້ງ.
    -    ສ້ອມ​ແປງ​ນໍ້າ​ບາ​ດານ​ໃຫ້​ໄດ້  2 ບ້ານ.
    -    ຕິດຕາມ​ການ​ບໍລິການໝໍຕໍາ​ແຍ​ຂັ້ນ​ບ້ານ.
    -    ສ້ອມ​ແປງ​ກ໋ອກນໍ້າ​ລິນ ​ຢູ່​ໃນ 7 ບ້ານ
    -    ກໍ່ສ້າງ​ວິດຖ່າຍ 1 ບ້ານ.
    -    ໂຄສະນາ​ການ​ນໍ້າ​ໃຊ້​ວິ​ດຖ່າຍ.
    -    ​ເຈາະ​ນໍ້າ​ບາ​ດານ 2 ບ້ານ.

    2.   ຫ້ອງການ​ກະສິກໍາ​ປ່າ​ໄມ້.
    -    ສືບ​ຕໍ່​ສົ່ງ​ເສີມ​ປູກ​ພື​​ດສວນ​ຄົວ​ໃຫ້​ໄດ້ 15 ບ້ານ.
    -    ສົ່ງ​ເສີມ​ປູກ​ເຂົ້າ​ດ້ວຍກ້າ​ກີບ​ດຽວ​ໃຫ້​ໄດ້ 5 ບ້ານ.
    -    ຝຶກ​ອົບຮົມ​ການ​ປ້ອງ​ກັນ​ສັດຕູ​ພືດ​ໃຫ້​ໄດ້ 15 ບ້ານ.
    -    ຝຶກ​ອົບຮົມ​ການ​ເກັບ​ຮັກສາ​ອາຫານ​ສັດ​ໃຫ້​ໄດ້ 10 ບ້ານ.
    -    ຝຶກ​ອົບຮົມ​ການ​ຄຸ້ມ​ຄອງ​ຊັບ​ພະຍາກອນ​ທໍ​າມະ​ຊາດ​ໃຫ້​ໄດ້ 5 ບ້ານ.
    -    ສ້ອມ​ແປງ​ຊົນລະປະທານ ​ໃຫ້​ໄດ້ 3 ບ້ານ.
    3.   ຫ້ອງການ​ຖະ​ແຫຼ່ງຂ່າວ​ແລະ​ວັດທະນະ​ທໍາ.
    - ສືບ​ຕໍ່​ປັບປຸງ​ແຮງ​ສົ່ງ​ສັນຍານ​ວິທະຍຸ ( ​ເພີ່ມຄວາມ​ແຮງ ).
    -ຂໍ​ທຶນ​ໄປ​ທັດສະນະ​ສຶກສາ​ການ​ຄຸ້ມ​ຄອງ​ວິ​ທະ​ຍຸ.
    - ຂໍ​ທຶນ​ສ້ອມ​ແປງ​ຫ້ອງ​ສົ່ງ​ວິທະຍຸ​ຢູ່​ຂັ້ນ​ເມືອງ.
    4.ຫ້ອງການ​ສະຫະພັນ​ແມ່ຍິງ​ເມືອງ.
       - ລົງ​ໂຄສະນາ​ບົດບາດ​ຍິງ​-ຊາຍ​ໃຫ້​ໄດ້ 30 ບ້ານ​ເປົ້າ​ໝາຍ.
       - ຕິດຕາມ​ການ​ຕໍ່າ​ຫູກ​ແລະຂະຫຍາຍ​ຕື່ມ​ອີກ​​ໃຫ້​ໄດ້ຈໍານວນ 4 ບ້ານ.
    5. ຫ້ອງການ​ແຮງ​ງານ​ ​ແລະ​ສະຫັວດດີກ​ານ-ສັງຄົມ​​ເມືອງ.
    - ຝຶກ​ອົບຮົມ​ການ​ບໍລິການ​​​ໃຫ້​ຄະນະ​ຮັບຜິດຊອບ​ກອງ​ທຶນ​ຂັ້ນ​ບ້ານ ​ໃຫ້​ໄດ້ 17 ບ້ານ.
    - ມອບ​ໂອນ​ໂຄງການ​ຂັ້ນ​ບ້ານ ​ໃນຈໍານວນ 30 ບ້ານ​ເປົ້າໝາຍ.
    - ມອບ​ໂອນ​ໂຄງການ​ຂັ້ນ ​ເມືອງ.

         ຫົວໜ້າພະ​ແນ​ກຮສສ ​ແຂວງ​ສາລະ​ວັນ  ຫົວໜ້າຂະ​ແໜງສັງຄົມ​-ສົງ​ເຄາະ

         ​







    Share ເວັບໄຊອອກເຟສບຸກ