ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Friday, November 22, 2013

Tagged Under:

ບົດສະຫຼຸບ ວຽກງານສັງຄົມສົງເຄາະ ພະແນກ ແຮງງານ ແລະ ສະຫວັດດີການສັຄົມແຂວງສາລະວັນ ສົກປີ 2012-2013

By: laboursalavane Province On: 7:46 AM
  • Share The Gag



  • ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
    ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
    ----------------------
    ພະແນກ​ແຮງ​ງານ​ແລະ​ສະຫັວດດີກາ​ນສັງ​ຄົມແຂວງ
    ຂະແໜງສັງຄົມສົງເຄາະ                                                                                   ເລກທີ......../ຮສສ,ສສຄ
                                                                                                 ທີ່ ສາລະ​ວັນ, ວັນທີ......................​...
    ບົດສະຫຼຸບ
    ການຈັດຕັ້ງປະຕິບັດວຽກງານສັງຄົມສົງເຄາະ ສົກປີ 2012-2013
    ແລະ ແຜນການ ສົກ​ປີ 2013-2014.
    -    ອີງ​ຕາມ: ຂໍ້​ຕົກລົງຂອງ​ກະຊວງ ຮສສ, ​ສະບັບ​ເລກທີ 4890/ຮສສ, ລົງວັນ​ທີ 18/10/2007  ວ່າ​ດ້ວຍ​ການຈັດ​ຕັ້ງ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ພະ​ແນ​ກ​ແຮງ​ງານ​ແລະສະຫວັດດີ​ການ​ສັງຄົມ​ແຂວງ ​ແລະ ນະຄອ.
    -    ອີງຕາມ: ແຜນພັດທະນາວຽກງານແຮງງານແລະສະຫັວດດີການສັງຄົມ ສົກປີ 2012-2013, ສະບັບເລກທີ 378/ຮສສຂ.ສວ, ລົງວັນທີ 03/8/2011.
    -    ອີງ​ຕາມ: ​ການ​ຈັດ​ຕັ້ງ​ປະຕິບັ​ດວຽກງານ​ສັງຄົມ​ສົງ​ເຄາະ​ ໃນ​ໄລຍະ 1 ປີ​ຜ່ານ​ມາ ສົກ​ປີ 2012-2013
    ພາກ​ທີ I
    ສະຫຼຸບຕີ​ລາຄາ​ສະພາບການ​ຈັດ​ຕັ້ງ​ປະຕິບັດ​ ວຽກງານ​ສັງຄົມ​ສົງ​ເຄາະ ສົກ​ປີ 2012-2013
        I.      ວຽກການເມືອງ​ແນວ​ຄິດ:
    -    ພະນັກງານ-ລັດຖະກອນພາຍ​ໃນຂະ​ແໜງສັງຄົມ​ສົງ​ເຄາະ ປະກອບ ມີ 3 ຄົນ,​ ຍິງ 0 ຄົນ, ໃນນັ້ນ ມີ​ຫົວໜ້າຂະແໜງ 1 ຄົນ, ວິຊາການ 2 ຄົນ.
    -     ພະນັກງານ-ລັດຖະກອນພາຍໃນຂະແໜງ​ໄດ້​ເຂົ້າ​ຮວ່ມສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ ແລະ ເຊື່ອມຊືມບັນດາມະຕິຄໍາສັ່ງ, ລະບຽບກົດໝາຍທີ່ຕິດພັນກັບການສຶກສາ-ອົບຮົມ​ແນວ​ຄິດໃຫ້ມີທັດສະນະຫຼັກໝັ້ນ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ແລະ ຫ້າວຫັນປະຕິບັດໜ້າທີ່ວິຊາສະເພາະຂອງຕົນໃຫ້ມີປະສິດທິຜົນສູງ.
       II.      ຜົນສໍາເລັດ​ການ​ຈັດ​ຕັ້ງປະຕິບັດ​ວຽກງານ ​ວິຊາ​ສະ​ເພາະ.
    1.   ວຽກງານ ສົງ​ເຄາະ ​ແລະ ພັດທະນາ.
    -    ໄດ້ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ​​ໂດຍ​ສະ​ເພາະ ​ແມ່ນຫ້ອງການ​ແຮງ​ງານ​ແລະສະຫັວດດີກາ​ນເມືອງ ເພື່ອເກັບກໍາຂໍ້ມູນ​ຜູ້​ປະສົບ​ເຄາະ​ຮ້າຍຈາກ​ໄພ​ພິບັດ​ຕ່າງໆ ທີ່ເກີດຂື້ນພາຍໃນແຂວງສາລະວັນ ​ເປັນ​ຕົ້ນ: ​ອັກຄີ​ໄພ, ລົມພາຍຸພັດ ​ແລະ ອື່ນໆ ເຊິ່ງສາມາດເກັບກໍາຂໍ້ມູນ​ໄດ້ລະອຽດ ດັ່ງລຸ່ມນີ້:
    ·         ​ອັກຄີ​ໄພ: ມີ 7 ​ເມືອງ ຄື: ​ເມືອງສາລະ​ວັນ, ​ວາປີ, ຄົງ​ເຊ​ໂດນ, ຕຸ້ມ​ລານ, ​ເລົ່າ​ງາມ, ​​ຕະ​ໂອ້​ຍ ​ແລະ ​ເມືອງ​ລະຄອນ​ເພັງ, ລວມມີ 44 ບ້ານ, 70 ຄອບຄົວ, ຈໍານວນຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ 506 ຄົນ, ຍິງ 219 ຄົນ, ມູນ​ຄ່າ​ການ​ເສຍ​ຫາຍ 1,696,442,000 ກີບ.
    ·         ລົມພາຍຸ​ພັດ: ມີ 5 ​ເມືອງ ຄື: ​ເມືອ​ງ ວາປີ, ຕຸ້ມ​ລານ, ຄົງ​ເຊ​ໂດນ, ລະຄອນ​ເພັງ ​ແລະ ​ເມືອງ​ ສາລະ​ວັນ ລວມມີ 32 ບ້ານ, 408 ຄອບຄົວ, ຈໍານວນຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ 2,572 ຄົນ, ຍິງ 1,326 ຄົນ, ມູນ​ຄ່າ​ການ​ເສຍ​ຫາຍ 850,728,000 ກີບ.
    -    ​ໄດ້ສັງ​ລວມຂໍ້​ມູນ ​ເພື່ອຂໍການຊ່ວຍເຫຼືອປະ​ເພດ​ເຄື່ອງ​ອຸປະ​ໂພ​ກ ​ແລະ ບໍລິ​ໂພ​ກ ຈາກກະຊວງ ຮສສ ໃຫ້​ແກ່​ປະຊາຊົນຜູ້ທີ່​ໄດ້​ຮັບຜົນກະທົບຈາກລົມພາຍຸພັດແລະ ອັກຄີໄພ ​ໃນສົກ​ປີ 2012-2013 ​​ໄດ້ 3 ງວດ, ລວມມີ 7 ເມືອງ ຄື: ​ເມືອງສາລະວັນ, ​ເລົ່າ​ງາມ, ຄົງ​ເຊ​ໂດນ, ລະຄອນ​ເພັງ, ​ວາປີ, ຕຸ້ມ​ລານ ​ແລະ ​ເມືອງ ​ຕະ​ໂອ້​ຍ ມີ 66 ບ້ານ, 360 ຄອບຄົວ, ຈໍານວນຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ 2,333 ຄົນ, ຍິງ 1,169 ຄົນ, ​ມູນຄ່າ​​ເສຍຫາຍ 2,057,080,000 ກີບ.
    -    ໄດ້ຮັບງົບປະມານຈາກກະຊວງ ຮສສ ອະນຸມັດໃຫ້ແຂວງສາລະວັນ ເພື່ອຊ່ວຍເຫຼືອສົງເຄາະໃຫ້ແກ່ຄອບຄົວທີ່ໄດ້ຮັບເຄາະຮ້າຍຈາກ ລົມພາຍຸພັດແລະ ອັກຄີໄພ ສົກປີ 2012-2013  ​ມີ 3 ງວດ ມີ 7 ເມືອງ: ​ເມືອງ ສາລະວັນ, ວາປີ, ເລົ່າງາມ, ຄົງເຊໂດນ, ລະຄອນເພັງ, ຕຸ້ມລານ ​ແລະ ​ເມ​ືອງ ຕະ​ໂອ້​ຍ, ມູນຄ່າການຊ່ວຍເຫຼືອ 209,650,000 ກີບ, ມີ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດຈໍານວນ 64 ບ້ານ, 375 ຄອບຄົວ, ຈໍານວນ​ພົນ 2,315 ຄົນ, ຍິງ 1,165 ຄົນ.
    -    ໄດ້ສັງ​ລວມຂໍ້​ມູນ ​ເພື່ອຂໍການຊ່ວຍເຫຼືອປະເພດເຄື່ອງນຸ່ງຫົ່ມ​​​ ຈາກກະຊວງ ຮສສ ໃຫ້ແກ່ປະຊາຊົນ​ເຂດ​ເມືອງ​ພູດ​ອຍສໍາລັບຜູ້​ທີ່​ຂາດ​ເຄື່ອງນຸ່ງ​ຮົ່ມ​ໃນ​ລະດູໜາວ ຈໍານວນ 3 ເມືອງ ຄື: ​ເມືອງ ຕຸ້ມລານ,​ ຕະໂອ້ແລະ ເມືອງ ສະໝ້ວຍ ​ມີ 127 ບ້ານ, 6.279 ຄອບຄົວ, ຈໍານວນພົນ 44.673 ຄົນ, ຍິງ 23.004 ຄົນ.
    -    ​ໄດ້ສັງ​ລວມຂໍ້​ມູນ ​ເພື່ອ​ຂໍການຊ່ວຍເຫຼືອປະ​ເພດ​ເຂົ້າ​ກິນ ຈາກ​ກະຊວງ ຮສສ ໃຫ້ແກ່ປະຊາຊົນຜູ້​ທີ່ຍົກຍ້າຍບ້ານ ( ຍົກ ຍ້າຍຖິ່ນ​ຖານ ) ຢູ່ພາຍ​​ໃນແຂວງສາລະວັນ ມີ 2 ເມືອງ ຄື: ເມືອງ ຕະໂອ້ຍ ແລະ ເມືອງ ສະໝ້ວຍ ຈໍານວນ 16 ບ້ານ, 948 ຄອບ​ຄົວ, ຈໍານວນພົນ 5,599 ຄົນ, ຍິງ 2,804 ຄົນ.
    -    ​ໄດ້ຮັບງົບປະມານ​ ໃນການລົງ​ຕິດຕາມ ​ແລະ ​ເກັບ​ກໍາ​ຂໍ້​ມູນຜູ້​ລອດ​ຊີວິດ​ຈາກ​ລະ​ເບີດ​ບໍ່​ທັນ​​ແຕກໃນ​ປາງ​ສົງຄາມ ຈາກ​ຫ້ອງການ​ຄະນະ​ກໍ​າມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ​ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ.ລາວ ໃຫ້ຫ້ອງການ ຮສສເມືອງ 5 ຕົວ​ເມືອງ ຄື: ເມືອງສາລະວັນ, ​ເລົ່າງາມ, ລະຄອນເພັງ, ວາປີ ​ແລະ ​ເມືອງ​​ຕຸ້ມລານ ​ສົກ​ປີ 2012-2013  ​ໃນ​ມູນ​ຄ່າ 11.035,000 ກີບ, ​ຈໍານວນ 92 ບ້ານ, ຈໍານວນ​ຜູ້​ລອດ​ຊີວິດ​ຈາກ​ປາງ​ສົງຄາມ 289 ຄົນ.
    -    ໄດ້​ມອບ​ອຸປະກອນ​​ເຄື່ອງຮັບ​ໃຊ້ ປະ​ເພດຈົກ ​ແລະ ຊວ້ານ (ອົງການ​ອາຫານ​ໂລກ ​ແລ​ະ ອົງການ​ອ໋ອກສະ​ຟາ​ມ ອົດ​ສະ​ຕາ​ລີ ) ​ໃຫ້​ເມືອງ​ ຕະ​ໂອ້​ຍ ມີ 2 ບ້ານ ຄື: ບ້ານ ​ປະຈຸ​ດອນ ​ແລະ ບ້ານ ຕະຮວກ ມີ ຈໍານວນ 210 ຄອບຄົວ, ຈໍານວນ​ຈົກ ​ແລະ ຊວ້ານ ມີທັງໝົດ 420 ອັນ.
    -    ໄດ້​ສັງ​ລວມບັນດາ​ນິຕິ​ກໍາ ​ແລະ ຮ່າງ​ເກັບ​ກໍາ​ຂໍ້​ມູນຕ່າງໆ ຂອງ​ວຽກງານ ສັງຄົມ-​ສົງ​ເຄາະ ທີ່​ຕິດ​ພັນ​ກັບ​ວຽກງານ 3 ​ສ້າງ ​​ເພື່ອ​ສົ່ງໃຫ້​ຫ້ອງການ ຮສສ ເມືອງ.
    -    ປະສານ​ສົມທົບ ກັບ​ຫ້ອງການ​ຄະ​ນະ​ກໍາມະການ​ຄຸ້ມ​ຄອງ​ແຫ່ງ​ຊາດ ​ເພື່ອ​ແກ້​ບັນຫາ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ ຢູ່ ສປປລາວ ຈັດ​ພິທີ​ມອບ-ຮັບ​ໂຄງການ​ເກັບ​ກູ້​ລະ​ເບີດ​ແຂວງ​ສາລະ​ວັນ ລະຫວ່າງ ພະ​ແນ​ກ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ແຂວງ ​ໃຫ້​ຂື້ນກັບ ຫ້ອງການ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ປະ​ຈໍາ​ແຂວງ​ສາລະ​ວັນ.
    2.   ວຽກງານ​ຊ່ວຍ​ເຫຼືອ​ເດັກ.
    1)     ໄດ້ຈັດກອງປະຊຸມ ເຜີຍແຜ່ວຽກງານຕາໜ່າງປົກປ້ອງເດັັັກຂັ້ນແຂວງ, ມີ​ຜູ້​ເຂົ້ົຮ່ວມ ຈໍານວນ 26 ຄົນ, ຍິງ 8 ຄົນ, ຊຶ່ງໄດ້ຮັບງົບປະມານຈາກ ກົມສັງຄົມສົງເຄາະ ກະຊວງ ຮສສ, ໃນມູນຄ່າ 2,300,000 ກີບ.
    2)    ປະສານສົມກັບກະຊວງ ຮສສ ແລະ ຫ້ອງການ ຮສສ ເມືອງ ຊ່ວຍເຫຼືອຈັດສົ່ງເດັກນ້ອຍທີ່ຖືກເຄາະຮ້າຍຈາກການຄ້າມະນຸດກັບຄືນພູມລຳເນົາສົ່ງໃຫ້ອຳນາດການປົກຄອງບ້ານ ແລະ ຜູ້ປົກຄອງ ​ຈຳ​ນວນ 24 ຄົນ; ຍິງ 14 ຄົນ, ​ໃນ​ນັ້ນ ​ເມືອງ​ ສາລະ​ວັນ ມີ 7 ຄົນ, ຍິງ 3 ​ຄົນ, ​ເມືອງ ​ເລົ່າ​ງາມ ມີ 9 ​ຄົນ, ຍິງ 4 ຄົນ, ຄົງ​ເຊ​ໂດນ 7 ຄົນ, ຍິງ 7 ຄົນ ​ແລະ ​ເມືອງ ​ຕຸ້ມ​ລານ ມີ 1 ຄົນ, ຍິງ 0 ຄົນ.
    3)    ​​ໄດ້​ຮ່ວມ​ກັບ ກ​ົມສັງຄົມ​ສົງ​ເຄາະ ກະຊວງ ຮສສ ລົງ​ມອບ​ເງີ​ນ​ໃຫ້​ເດັກນ້ອຍ​ຜູຸ້ຖືກ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະນຸດ ທີ່​ສົ່ງ​​ກັບ​ພູມ​ລໍາ​ເນົາ ( ກຸ່ມ​ຜັກກາດ​ດອງ ) ມູນ​ຄ່າ 21,000 ບາດ, ຈໍານວນ 7 ຄົນ. ຜູ້​ລະ 3,000 ບາດ. ( ​​ເງິນ​ກອງ​ທຶນ​ຄ້າ​ມະນຸດ​ ກົມ​ພັດທະນາ​ສັງຄົມ ​ແລະ ສະຫັວດດີກາ​ນ ຂອງປະ​ເທດ​ໄທ ).
    4)    ໄດ້​ຮ່ວມ​ກັບ​ໂຄ​ງການ ຊ່ວຍ​ເຫຼືອ​ເດັກ​ຂ້າງ​ຖະໜົນ ​ແລະ ຫ້ອງການ ຮສສ ​ເມືອງ ​ຄົງ​ເຊ​ໂດ​ນ ລົງ​ຕິດຕາມ​ຄວາມ​ຄືບໜ້າ ການ​ເປີດ​ຮ້ານ​ສ້ອມ​ແປງ​ລົດ​ຈັກ ທີ່​ໂຄງການ​​ໄດ້​ຊ່ວຍ​ເຫຼືອ​ໃນ​ເມື່ອ​ກອ່ນ ມີ 1 ຄັ້ງ, ມີ 1 ຄົນ, ຍິງ 0 ຄົນ.​ ​ເຫັນ​ວ່າຜູູ້ກ່ຽວມີ​ຄວາມສາມາດ​​ໃນ​ການດໍາ​ເນີ​ນກິດຈະ​ກໍາ ​​ແລະ ໄດ້​ຮັບ​ຜົນ​ດີມາ​ຮອດ​ປະຈຸ​ບັນ​ຜູ້ກ່ຽວ​ສາມາດ​ກຸ້ມ​ຕົນ​ເອງ​ທາງ​ດ້ານ​ທຶນຮອນ. ທາງ​ໂຄງການຈິ່ງ​ໄດ້​ປິດ​ການ​ຊ່ວຍ​ເຫຼືອ.
    5)    ໄດ້​ຮ່ວມ​ກັບ ກົມ​ສັງຄົມ​ສົງ​ເຄາະ ກະຊວງ ຮສສ, ອົງການ VFI, IOM ​ແລະ ຫ້ອງການ ຮສສ ​ເມືອງ ລົງ​ຕິດ​ຕາມ ​ແລະ ຢ້ຽມຢາມ ​ເດັກນ້ອຍ​ຜູ້​ທີ່​ຖືກ​ເຄາະ​ຮ້າຍ​ຈາກ​ການ​ຄ້າ​ມະນຸ​ດ ທີ່​ສົ່ງ​ກັບ​ພູມ​ລໍາ​ເນົາ​ໃນ​ເມື່ອ​ກ່ອນ ຈໍານວນ 25 ຄົນ, ຍິງ 11 ຄົນ, ມີ 3 ​ເມືອງ: ​ເມືອງ​ ສາລະ​ວັນ 10 ຄົນ, ຍິງ 3 ຄົນ, ​ເມືອງ ຄົງ​ເຊ​ໂດນ 7 ຄົນ, ຍິງ 7 ຄົນ, ​ເມືອງ ​ເລົ່າ​ງາມ 7 ຄົນ, ຍິງ 1 ຄົນ ​ແລະ ​ເມືອງ ​ຕຸ້ມ​ລານ 1 ຄົນ, ຍິງ 0 ຄົນ.
    -    ເດັກນ້ອຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ຈໍານວນ 3 ຄົນ. (​ ເຂົ້າ​ຝຶກ​ອົບຮົມ ຢູ່ສູ​ນ VFI ແຂວງ​ຈໍາປາ​ສັກ ມີ ​ຕັດຫຍິບ ​ແລະ ປຸງ​ແຕ່ງ​ອາຫານ )
    -    ຍັງ​ບໍ່​ທັນ​ຕັດສິນ​ໃຈ ​​ເຂົ້າ​ຝືກອົບຮົມ ມີ ຈໍານວນ 17 ຄົນ.
    -    ແຕ່ງງານ​ແລ້ວ ບໍ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ 2 ຄົນ.
    -    ກັບ​ຄືນ​ປະ​ເທດ​ໄທ 3 ຄົນ​.
    6)    ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ວຽກງານ​ປົກ​ປ້ອງ ​ແລະ ຊ່ວຍ​ເຫຼືອ​ເດັກ 1 ຄັ້ງ, ຢູ່​ແຂວງຈໍາປາ​ສັກ.
    7)    ໄດ້ສົ່ງຂໍ້​ມູນເດັກ​ກໍາພ້າ ​ແລະ ກໍາພອຍ ໃຫ້​ສູນ SOS ​ແຂວງ​ຈໍາປາ​ສັກ ​​ເພື່ອ​​ມາ​ສໍາພາດ​ເອົາ​ເຂົ້ົາສູນ ໄດ້ 3 ຄັ້ັງ, ​ມີ  ​ເມືອງ: ​​ເມືອງ ​ສາລະ​ວັນ, ຕຸ້ມ​ລານ, ​ເມືອງ​ ວາປີ, ຕະ​ໂອ້​ຍ, ສະໝ້ວຍ ແລະ​ ເມືອ​ງ ລະຄອນ​ເພັງ, ຈໍານວນ 48 ບ້ານ, 191 ຄອບຄົວ, ຈໍານວນ 206 ຄົນ, ຍິງ 85 ຄົນ ( ຍັງ​ສືບ​ຕໍ່​ ​ເກັບ​ກໍາ​ຂໍ້​ມູນ ).
    8)    ​ໄດ້ຂຽນບົດ​ສະ​ເໜີ​ໂຄງການ ( ສົ່ງ​ເສີມ​ວິຊາ​ການ ) ​ໂຄງການ​ປົກ​ປ້ອງ ​ແລະ ສະກັດ​ກັ້ນ​ເດັກນ້ອຍ​ທີ່​ມີ​ຄວາມ​ສ່ຽງຕໍ່​ການ​ຄ້າ​ມະນຸດ ຢູ່ ​ແຂວງ​ສາລະ​ວັນ, ​ໃນ​ມູນ​ຄ່າ 150,295,000 ກີບ ​ເພື່ອ​ຂໍ​ງົບປະມານ ສົກ​ປີ 2013-2014.
    9)    ເກັບ​ກໍາ​ຂໍ້​ມູນ ​ເດັກ​ກໍາພ້າ-ກໍາພອຍ, ຜູ້​ດ້ອຍ​ໂອກາດ, ບ້າ​ໃບ​ເສຍ​ຈິດ, ຜູ້​ປ່ຽວພອຍ-ອານາ​ຖາ, ຜູ້​ຍົກຍ້າຍ​ຖິ່ນ​ຖານ ​ແລະ  ຜູ້​ມີ​ບັນຫາຢູ່​ໃນ​ສັງຄົມອື່ນໆ ຊຶ່ງ​ມີ​ລາຍ​ລະອຽດດັ່ງລຸ່ມນີ້:
    -    ເດັກ​ກໍາພ້າ-ກໍາພອຍ ມີ 3 ​ເມືອງ ຄື: ​ເມືອງ​ ວາປີ, ຕຸ້ມ​ລານ ​ແລະ ​ເມືອງ​ ລະຄອນ​ເພັງ ມີ 108 ບ້ານ, 216 ຄອບຄົວ, ຈໍານວນ​ພົນ 280 ຄົນ, ຍິງ 116 ຄົນ.
    -    ຜູ້​ເຖົ້າ​ປ່ຽວປອຍ-ອານາ​ຖາ ຢູ່ ​ເມືອງ​ ລະຄອນ​ເພັງ ມີ 10 ບ້ານ, ຈໍານວນ​ພົນ 23 ຄົນ, 16 ຄົນ.
    -    ຄົນ​ພິການ ຢູ່ ​ເມືອງ​ ລະຄອນ​ເພັງ, ມີ 20 ບ້ານ, 72 ຄອບຄົວ, ຈໍານວນ​ພົນ 90 ຄົນ, ຍິງ 31 ຄົນ.
    -    ບ້າ​ໃບ​ເສຍ​ຈິດ ຢູ່ ​ເມືອງ​ ລະຄອນ​ເພັງ ມີ 4 ບ້ານ, 22 ຄອບຄົວ, ຈໍານວນ​ພົນ 23 ຄົນ, ຍິງ 9 ຄົນ.
    3.   ວຽກງານ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ:
    -    ​​​ ​ໄດ້​ຮ່ວມ​ກັບ ຫ້ອງການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ແຫ່ງ​ຊາດ ກະຊວງ ຮສສ ຈັດ​ກອງ​ປະຊຸມ ປະ​ເມີນ​ຜົນ​ການຈັດ​ຕັ້ງ​ປະຕິບັດ ວຽກງານ​ປ້ອງ​ກັນ ​ແລະ ຄວມຄຸມ​ໄພພິບັດ ທີ່​ຈັດ​ຕັ້ງ​ປະຕິບັດ ຢູ່​ແຂວງ​ສາລະ​ວັນ.
    -    ​ໄດ້​ສ້າງ​ຂໍ້​ຕົກລົງ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ ຄະນະ​ຮັບຜິ​ດຊອບພາຫາ​ນະ ​ແລະ ​ເຄື່ອງ​ອຸປະກອນ ຮັບ​ໃຊ້​ຕອບ​ໂຕ້​ໄພ​ພິບັດ​ຂັ້ນ​ແຂວງ ທີ່ ​ຫ້ອງການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ແຫ່ງ​ຊາດ ກະຊວງ ຮສສ ​ໄດ້​ມອບ​ໃຫ້.
    -    ໄດ້ຮ່ວມກັບອົງການ​ອ໋ອກສະ​ຟາ​ມ ອົດ​ສະ​ຕາ​ລີ ຈັດ​ກອງ​ປະຊຸມກະກຽມ ຕອບ​ໂຕ້ ວຽກງານ​ປ້ອງກັນ ​ແລະ ຄວບ​ຄຸ​ມ​ໄພພິບັດ​ຂັ້ນ​ແຂວງໆສາລະ​ວັນ ​ໂດຍ​ສະ​ເພາະ ​ແມ່ນ​ການ​ສ້າງ​ຕັ້ງ​ກອງ​ທຶນ​ສົງ​ເຄາະ​ຂັ້ນ​ແຂວງ ( ສະໜັບສະໜູນທຶນ​ໂດຍ​ອົງການ ​ອ໋ອກສະ​ຟາ​ມ ອົດ​ສະ​ຕາ​ລີ ຈໍານວນ​ເງີ​ນ 22,045,000 ກີບ ).
    -    ສ້າງ​ຕັ້ງ​ກອງ​ທຶນ​ສົງ​ເຄາະຂັ້ນ​ແຂວງ ​ແລະ ກອງ​ທຶນ​ສົງ​ເຄາະ​ຂັ້ນ​ເມືອງ.
    -    ​ໄດ້ຮັບ​​ພາຫາ​ນະ ​ແລະ ວັດຖຸ​ອຸປະກອນ​ຈາກ​ຫ້ອງການກອງ​ເລຂາ​ຄະນະ​ກໍາມະການ ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ແຫ່ງ​ຊາດ ກະຊວງ ຮສສ ( ຊ່ວຍ​ເຫຼືອລ້າຈາກ​ລັດຖະບານ ​ແລະ ປະຊາຊົນ​ຍີ່​ປຸ່ນ ) , ​ເຊິ່ງປະກອບ​ມີ ດັ່ງ​ລຸ່ມ​ນີ້:
    1.     ​ລົດ​ບັນທຸກ​ນໍ້າ​                                      ຈໍາ​ນວນ 1 ຄັນ.
    2.    ​ເຕັນ​ທີ່​ພັກ​ຊົ່ວຄາວ                                  ຈໍານວນ 10 ຫຼັງ
    3.    ​​ເຮືອ​ກູ້​ໄພ​ແບບສູບ​ລົມ​ມີ​ເຄື່ອງ​ຈັກ​                  ຈໍານວນ 1 ລໍາ
    4.    ​ເຮືອ​ກູ້​ໄພ​ແບບ​ສູບ​ລົມ​ແບບ​ພາຍ​ເອົາ                ຈໍານວນ 2 ລໍາ
    5.    ​ເຄື່ອງ​ຈັກ​ປັ່ນ​ໄຟ​ຟ້າ​ສຸກ​ເສີນ                         ຈໍານວນ 1 ​ເຄື່ອງ
    6.    ​ເຊືອກ​ກູ້​ໄພ                                         ຈໍານວນ 2 ກໍ້
    7.    ຖັງ​ເກັບ​ນໍ້າ                                          ຈໍານວນ 7 ໜ່ວຍ​
    -    ​ໄດ້​ຮັບ​ອຸປະກອນ ຈາກ​ຫ້ອງການກອງ​ເລ​ຂາ​ຄະນະ​ກໍາມະການ ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄພພິບັດ​ແຫ່ງ​ຊາດ ກະຊວງ ຮສສ ( ທຶນ​ຂອງ​ທະນາຄານ​ໂລກ ) ມີ​ລະອຽດ ດັ່ງນີ້:
    1.     ໂທລະສັບ+​ແຟ໋ກ                                       ຈໍານວນ 3  ໜ່ວຍ.
    2.    ນ໋ອດບຸກ (acer )                                      ຈໍານວນ 1 ເຄື່ອງ.
    4.   ວຽກງານ​ຮ່ວມ​ມື​ກັບ​ອົງການ​ຈັດ​ຕັ້ງ​ສາກົນ ​ ( NGO )
    ໄດ້ປະສານ​ສົມທົບກັບອົງການຈັດຕັ້ງສາກົນ ເພື່ອຈັດ​ຕັ້ງ​ປະຕິບັດ​ວຽກງານ ​​ໂດຍ​ສະ​ເພາະ ​ແມ່ນອົງການອອ໋ກສະຟາມ ອົດສະຕາລີປະ​ຈໍາ​ແຂວງ​ສາລະ​ວັນ. ອົງກາ​ນດັ່ງກ່າວ ປະກອບມີພະນັກງານຈໍານວນ 8 ຄົນ, ຍິງ ​3 ຄົນ, ຊຶ່ງໄດ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ຢູ່ ​ເມືອງ​ ຕະ​ໂອ້​ຍ ມີຈໍານວນ 30 ບ້ານ​ເປົ້າໝາຍ ( ​ໂຄງການ ເພື່ອ​ຫຼຸດ​ຜ່ອນຄວາມ​ສ່ຽງ​ໄພພິບັດ​ເຂດ​ຊຸມ​ຊົນ​ພູດ​ອຍ ) ມີລາຍລະອຽດ ດັ່ງລຸ່ມນີ້:
    1)     ຝຶກ​ອົບຮົມ​ໃຫ້​ໝໍ​ຕໍາ​ແຍ​ ມີ 5 ກຸ່ມບ້ານ, ຈໍານວນພົນ 36 ຄົນ, ໃນ  18 ບ້ານເປົ້າໝາຍ, 1 ຄັ້ງ/ບ້ານ.
    2)    ຕິດຕາມທຶນໜູນວຽນ ຈໍານວນ 14 ບ້ານ.
    3)    ຝຶກອົບຮົມໃຫ້ອາສາສະໝັກຂັ້ນບ້ານ ກ່ຽວກັບການໂຄສະນາ ຜົນຮ້າຍຂອງລູກລະເບີດບໍ່ທັນແຕກ ໄດ້ຈໍານວນ 80 ຄົນ, ຍິງ 20 ຄົນ, ໃນ 30 ບ້ານເປົ້າໜາຍ 2 ຄັ້ງ ( 15 ບ້ານ / ຄັ້ງ ).
    4)    ປັບປຸງ ຄະນະກໍາມະການ ປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນບ້ານ ໃນ 30 ບ້ານເປົ້າໝາຍ, ຊຶ່ງ​ມີ​ຜູ້​ເຂົ້າ​ຮ່ວມ 88 ທ່ານ, ຍິງ 23 ຄົນ.
    5)    ກວດ​​ແມ່​ຫຼັງ​​ເກີດ​​ ໄດ້ 793 ຄົນ.
    6)    ສໍາ​ຫຼວດ ​ຊົນລະປະທານ​ຂະໜາດຄອບ​ຄົວ ຈໍານວນ 3 ຄອບຄົວ.
    7)    ສະໜັບສະໜູນທຶນ ຈັດ​ລາຍການ​ວິທະຍຸ ຢູ່​ຫ້ອງການຖະ​ແຫຼ່ງຂ່າວ​ວັດທະນະ​ທໍາ​ແລະ​ທ່ອງ​ທ່ຽວເມືອງຕະ​ໂອ້​ຍ ຈໍານວນ 3 ຄັ້ງ.
    8)    ຝຶກອົບຮົມການລ້ຽງແບ້ 19 ບ້ານ 1 ຄັ້ງ.
    9)    ລົງ​ຕິດຕາມ​ການ​ປ່ອຍ​ທຶນ​ລ້ຽງ​ແບ້​ ໃນ​ຈໍານວນ 9 ບ້ານ.
    10)  ຝຶກອົບຮົມການຄຸ້ມຄອງນໍາໃຊ້ທະນາຄານເຂົ້າ 3 ບ້ານ.
    11)   ຝຶກ​ອົບຮົມ ອາສາ​ສະໝັກ HIV/AID ຈໍານວນ 30 ບ້ານ, ຈໍານວນ 60 ຄົນ,  2 ຄັ້ງ ( 15ບ້ານ/ຄັ້ງ )
    12)  ຝຶກ​ອົບຮົມ ການ​ຕິດຕາມ - ​ປະ​ເມີນ​ຜົນ ຂອງ​ໂຄງການອ໋ອກສະ​ຟາ​ມ ອົດ​ສະ​ຕາ​ລີ.
    13)  ຝືກອົບຮົມ ​ໃຫ້ອາສາ​ສະໝັກ ​ກ່ຽວກັບການ​ໂຄສະນາ ​ເພື່ອຮັກສາສຸຂະພາບ ຈໍານວນ 30 ບ້ານ, ຈັດ 3 ຄັ້ງ (1 ຄັ້ງ/10ບ້ານ ).
    14)  ຢາຍ​ຄູ່​ມືໝໍຕໍາ​ແຍ ​ໃຫ້​ຈໍານວນ 18 ບ້ານ​.
    15)  ຕິດຕາມການຍ້າຍທຶນລ້ຽງສັດໃຫ້ຄອບຄົວໄໝ່ 19 ບ້ານ.
    16)  ຕອບສະໜອງນໍ້າບາດານຈໍານວນ 3 ບໍ ໃນ 3 ບ້ານ.
    17)  ຝຶກອົບຮົມການຄຸ້ມຄອງນໍາໃຊ້ນໍ້າບາດານ 3 ບ້ານ 1 ຄັ້ງ.
    18)  ຝຶກອົບຮົມເລື່ອງສິດທິຄົນພິການໃຫ້ແກ່ພະນັກງານເມືອງ ຈໍານວນ 38 ຄົນ, ມີ 5 ຫ້ອງການ.
    19)  ລົງເອົາຂໍ້ມູນ ແລະ ສະຫຼຸບຜົນການຈັດຕັ້ງປະຕິບັດແຕ່ລະກິດຈະກໍາ ຈໍານວນ 10 ບ້ານ.
    20) ຕິດຕາມການຈັດຕັ້ງປະຕິບັດ ຂອງທະນາຄານເຂົ້າ ຈໍານວນ 3 ບ້ານ.
    21)   ຝຶກອົບຮົມບົດບາດຍິງ-ຊາຍໃຫ້ພະນັກງານຂັ້ນເມືອງມີຜູ້ເຂົ້າຮ່ວມ 16 ຄົນ.
    22) ຈັດກອງປະຊຸມຄະນະຄຸ້ມຄອງໄພພິບັດຂັ້ນບ້ານ 2 ກຸ່ມ ຄື: ກຸ່ມປະໂສມ, ກຸ່ມຕະປືນພູ ມີ  7 ບ້ານເຂົ້າຮ່ວມ   ຈໍານວນ 16 ຄົນ.
    23) ລົງ​ຊຸກຍູ້​ຕິດຕາມ​ການ​ກໍ່​ສ້າງ​ນໍ້າ​ລິນ​ທີ່​ບໍ່​ທັນ​ສໍາ​ເລັດ​ ຈໍານວນ 2 ບ້ານ.
    24) ລົງ​ຕິດຕາມ​ຊຸກຍູ້ ຕິດຕາມ​ການ​ນໍາ​ໃຊ້​ວິດ​ຖ່າຍ ຈໍານວນ 4 ບ້ານ.
    25) ສືບ​ຕໍ່​ ຝຶກ​ອົບຮົມ​ຕູ້​ຢາ​ປະ​ຈໍາ​ບ້ານ ຈໍານວນ 20 ບ້ານ/ຄັ້ງ.
    26) ສົ່ງ​ເສີມ​ການ​ລ້ຽງ​ປາ ຈໍານວນ 15 ບ້ານ.
    27) ຝຶກ​ອົບຮົມ​ການ​ນໍາ​ໃຊ້​ຊົນລະປະທານ ຈໍານວນ 5 ບ້ານ.
    28) ລົງ​ສົມທົບ​ກັບ​ອົງການ​ຈັດ​ຕັ້ງ​ຂັ້ນ​ບ້ານ​ເພື່ອ​ຂະຫຍາຍທຶນ​ໃຫ້​ສະມາ​ຊິກ​​ໃນການ​ລ້ຽງ​ແບ້ 4 ບ້ານ.
    29) ລົງ​ຕິດຕາມ​ທະນາຄານ​ເຂົ້າ​ຈໍານວນ 11 ບ້ານ.
    30) ລົງ​ຕິດຕາມ​ການ​ລ້ຽງ​ປາ ຈໍານວນ 9 ບ້ານ.
     III.      ຕີລາຄາດ້ານດີ,​ ດ້ານອ່ອນແລະ ບົດຮຽນ​ຖອດ​ຖອນ​ໄດ້
    1.   ດ້ານ​ດີ
    -    ຍ້ອນ​ມີ​ການ​ຊີ້ນໍາໆພາ​ຈາກ​ຂັ້ນ​ເທິງຢ່າງ​ໃກ້ຊິດ ນັບທັງ​ສາຍ​ຕັ້ງ, ສາຍ​ຂວາງ ​ໂດຍ​ສະ​ເພາະ ​ແມ່ນ​ຄະນະ​ນໍາຂອງ​ພະ​ແນ​ກ ຈຶ່ງ​ເຮັດ​ໃຫ້​ການຈັດຕັ້ງປະຕິບັດ​ວຽກງານ ​​ໄດ້​ຮັບ​ຜົນ​ສໍາ​ເລັດ.
    -    ພະນັກງານ-ລັດຖະກອນພາຍ​ໃນ​ຂະ​ແໜງ ແມ່ນຢືດໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ແລະ ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງຄະນະພັກ, ສະຕິເຄົາລົບລະບຽບກົດໝາຍຂອງພະນັກງານ-ລັດຖະກອນກໍໄດ້ຮັບການປັບປຸງດີຂື້ນເປັນລໍາດັບ, ວຽກງານວິຊາສະເພາະກໍໄດ້ຮັບການຈັດຕັ້ງປະຕິບັດຜັນຂະຫຍາຍແລະມີຜົນສໍາເລັດດີໃນແຕ່ລະວຽກງານ ເປັນຕົ້ນ: ວຽກງານ​ສົງ​ເຄາະ ​ແລ​ະ ພັດທະນາ, ວຽກງານຄຸ້ມ​ຄອງ​ໄພພິບັດ ​ແລະ ວຽກງານ​ຊ່ວຍ​ເຫຼືອ​ເດັກ.
    -    ການ​ປະສານ​ສົມທົບ ລະຫວ່າງ ພະນັກງານ​ພາກ​ລັດ ກັບ ພະ​ນັກ​ງານ​ອົງການ​ຈັດ​ຕັ້ງ​ສາກົນ ​ເຫັນ​ວ່າ​ເຮັດ​ໄດ້​ດີພໍ​ສົມຄວນ.
    -    ພະນັກງານ-ລັດຖະກອນພາຍ​ໃນ​ຂະ​ແໜງມີ​ຄວາມ​ສາມັກ​ຄີ​ແລະມີ​ຄວາມ​ຮັບຜິດຊອບ​ສູງຕໍ່​ວຽກງານ​ທີ່​ຖື​ກມອບໝາຍ.
    2.   ດ້ານ​ອ່ອນ
    -    ພະນັກງານ-ລັດຖະກອນຈໍານວນໜຶ່ງພາຍ​ໃນ​ຂະ​ແໜງ ການ​ຄົ້ນ​ຄວ້າ​ສຶກສາຮໍ່າຮຽນບັນດາ​ນິຕິ​ກໍາ​ຕ່າງໆ ຍັງ​ບໍ່​ທັນ​ກວ້າງຂວາງ​ເທົ່າ​ທີ່​ຄວນ.
    -    ການຊ່ວຍເຫຼືອບັນເທົາທຸກສຸກເສີນ ໃຫ້ແກ່ຄອບຄົວຜູ້ປະສົບເຄາະຮ້າຍຈາກໄພພິບັດຕ່າງໆທີ່ເກີດຂື້ນ ຍັງຊັກຊ້າບໍ່ທັນເວລາ.
    3.   ບາງບົດ​ຮຽນທີ່​ຖອດ​ຖອນ​ໄດ້
    1.     ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໄປພ້ອມກັບການເຊື່ອມຊືມ, ກໍາແໜ້ນແນວທາງນະໂຍບາຍຂອງພັກຢ່າງເລິກເຊິ່ງຈຶ່ງເຮັດໃຫ້ການປະຕິບັດໜ້າທີ່ວຽກງານມີປະສິດທິຜົນສູງຂື້ນ.
    2.    ສ້າງກົນໄກ ແລະ ປັບປຸງລະບຽບແບບແຜນວິທີເຮັດວຽກໃຫ້ມີມາດຕະຖານ ແລະ ມີຄວາມຄ່ອງຕົວ​ໃຫ້ດີຂື້ນກ່ວາ​ເກົ່າ.
    ພາກ​ທີ II
    ທິດທາງແຜນການວຽກງານ​ສັງຄົມ​ສົງ​ເຄາະ ສົກ​ປີ 2013-2014.
    -    ອິງ​ຕາມ: ແຜນພັດທະນາວຽກງານແຮງງານແລະສະຫັວດດີການສັງຄົມ ສົກປີ 2012-2013, ສະບັບເລກທີ 378/ຮສສຂ.ສວ, ລົງວັນທີ 03/8/2011.
    ຂະ​ແໜງສັງຄົມ​ສົງ​ເຄາະ ​ໄດ້​ກໍານົດ​ທິດ​ທາງໃນ​ການຈັດ​ຕັ້ງ​ປະຕິບັດ ວຽກງານ​ສັງຄົມ​ສົງ​ເຄາະ ສົກ​ປີ 2013-2014 ຊຶ່ງສະແດງອອກດັ່ງນີ້:
    I.          ແຜນການ​ຈັດ​ຕັ້ງ​ປະຕິບັດ​ວຽກງານວິຊາ​ສະ​ເພາະ
    -    ສືບ​ຕໍ່ ປະສານ​ສົບ​ທົບ​ກັບ ອໍານາດ​ການ​ປົກຄອງ​ຂັ້ນ​ເມືອງ ​ເພື່ອ​ຈັດ​ພິທີ​ມອບ-ຮັບ​ເງີ​ນຊ່ວຍເຫຼືອສົງເຄາະໃຫ້ແກ່ຄອບຄົວທີ່ໄດ້ຮັບເຄາະຮ້າຍຈາກ ລົມພາຍຸພັດແລະ ອັກຄີໄພ ສົກປີ 2012-2013  ມີ 5 ເມືອງ: ​ເມືອງ ສາລະວັນ, ວາປີ, ເລົ່າງາມ, ຄົງເຊໂດນ ​ແລະ ​ເມືອງ ລະຄອນເພັງ, ມີຈໍານວນ 32 ບ້ານ, 301 ຄອບຄົວ, 1,956 ຄົນ, ຍິງ 984 ຄົນ, ມູນຄ່າການຊ່ວຍເຫຼືອ 167,100,000 ກີບ.
    -    ສືບ​ຕໍ່ ລະດົມ​ທຶນຊ່ວຍເຫຼືອບັນເທົ່າທຸກ ຜູ້ໄດ້ຮັບຜົນກະທົບ ຈາກສາທາລະນະໄພ ໃຫ້ໄດ້ 85 ບ້ານ, 586 ຄອບຄົວ, ຈໍານວນ 1.650 ຄົນ, ມູນຄ່າ 160 ລ້ານກີບ.
    -    ຟື້ນຟູ-ຊ່ວຍເຫຼືອເດັກທີ່ຖືກເຄາະຮ້າຍ ຈາກການຄ້າມະນຸດ ໃຫ້ໄດ້ 25 ຄົນ, ໃນມູນຄ່າ 25 ລ້ານກີບ.
    -    ສືບ​ຕໍ່ ປະສານ​ສົມທົບກັບບັນດາ​ຫ້ອງການ ຮສສ ​ເມືອງທົ່ວ​ແຂວງ ​ເກັບ​ກໍາ​ຂໍ້​ມູນເດັກອານາຖາ ​ເພື່ອ​ສະໜອງ​ເຂົ້າ​ໂຮງຮຽນບ້ານ SOS ໃຫ້ໄດ້ 8 ຄົນ.
    -    ສືບ​ຕໍ່ ສ້າງ​ຕັ້ງ​ກອງ​ທຶນ​ສົງ​ເຄາະຂັ້ນແຂວງ ແລະ ຂັ້ນ​ເມື​ອງ ​ໃຫ້​ສໍາ​ເລັດ.
    II.            ມາດ​ຕະການ​ຈັດ​ຕັ້ງ​ປະຕິບັດ:
    1.   ສຶກສາ-ອົບຮົມວຽກງານການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນ ພາຍ​ໃນ​ຂະ​ແໜງ ດ້ວຍຮູບການເຜີຍແຜ່, ຮໍ່າຮຽນບັນດາແນວທາງນະໂຍບາຍຂອງພັກ-ລັດ ທີ່ວາງ​ອອກ.
    2.   ຂະແໜງຕ້ອງຫັນເອົາແຜນຍຸດທະສາດໄປຜັນຂະຫຍາຍໃຫ້ລະອຽດ ເປັນຕົ້ນ: ແຜນປີ, ແຜນງວດ ແລະ ແຜນເດືອນ.
    3.   ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ​ເກັບ​ກໍາ​ຂໍ້​ມູນ​ໄພພິບັດ​ຕ່າງໆທີ່​ເກີດ​ຂື້ນພາຍ​ໃນ​ແຂວງ​ໃຫ້​ທ່ວງທັນ​ກັບ​ສະພາບ​ການ ​ເພື່ອ​ຂໍ​ການ​ຊ່ວຍ​ເຫຼືອຈາກ​ ອົງການ​ຈັດ​ຕັ້ງ​ພາກ​ລັດ, ​ເອກະ​ຊົນ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ
    4.   ເອົາໃຈໃສ່ຊ່ວຍເຫຼືອຜູ້ປະສົບໄພພິບັດແລະຜູ້ດ້ອຍໂອກາດໃນສັງຄົມໃຫ້ທົ່ວເຖິງ ແລະ ທັນການ
    5.   ຕ້ອງມີການຕິດຕາມ, ກວດກາ, ປະເມີນຜົນ, ສະຫລຸບສັງລວມລາຍງານຜົນການຈັດຕັ້ງປະຕິບັດໃນແຕ່ລະໄລຍະໃຫ້ເປັນປົກກະຕິ ຕາມ​ສາຍ​ຕັ້ງ ​ແລະ ສາຍ​ຂວາງ.
    ຫົວໜ້າພະ​ແນ​ກ ຮສສ ​ແຂວງສາລະ​ວັນ                               ຫົວໜ້າຂະ​ແໜງສັງຄົມ​-ສົງ​ເຄາະ               









    1 ความคิดเห็น :

    ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ

    Share ເວັບໄຊອອກເຟສບຸກ