ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Monday, July 30, 2012

ກອງປະຊຸມ ກ່ຽວກັບການຂຽນ ການວາງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດ ຢູ່ເມືອງຕະໂອ້ຍ ຄັ້ງວັນທີ 30/7/2012-3/8/2012

By: Unknown On: 2:00 PM
  • Share The Gag








  • ກອງປະຊຸມຝຶກອົບຮົມ ກ່ຽວກັບການຂຽນ ການວາງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດ ຢູ່ເມືອງຕະໂອ້ຍ ຄັ້ງວັນທີ 30/7/2012-3/8/2012 ເປັນປະທານ ຂອງທ່ານ ບຸນຍົງພາສີ  ຮອງປະທານກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ຫົວໜ້າພະແນກ ຮສສແຂວງສາລະວັນ ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເຮືອງ ວຽງມະນີ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆຕະໂອ້ຍ ພ້ອມດ້ວຍ ທ່ານ ກິນດາວົງ ຫຼວງຣາຊ ຮອງຫົວໜ້າກອງເລຂາຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ມີຜູ້ເຂົ້າຮ່ວມ ຈາກບັນດາຫ້ອງການອ້ອມຂ້າງເມືອງ ແລະ ກຸ່ມບ້ານ.

    Thursday, July 26, 2012

    ພິທີເປີດຫ້ອງການ ສາຂາ ອົງການປະກັນສັງຄົມ ພາກວິສາຫະກິດ (ອປສ) ປະຈໍາແຂວງສາລະວັນ ຄັ້ງວັນທີ 24 ກໍລະກົດ 2012

    By: Unknown On: 4:18 PM
  • Share The Gag
  • ພິທີເປີດຫ້ອງການ ສາຂາ ອົງການປະກັນສັງຄົມ ພາກວິສາຫະກິດ (ອປສ) ປະຈໍາແຂວງສາລະວັນ ຄັ້ງວັນທີ 24 ກໍລະກົດ 2012

    Monday, July 23, 2012

    By: Unknown On: 4:33 PM
  • Share The Gag



  • ກອງປະຊຸມ ຝຶກອົບຮົມ ກ່ຽວກັບການວາງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດ ໃຫ້ພະນັກງານ ເມືອງຄົງເຊໂດນ ຄັ້ງວັນທີ 23-27/7/2012 ຊຶ່ງເປັນປະທານ ຂອງທ່ານ ບຸນຍົງ ພາສີ ຮອງປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ຫົວໜ້າພະແນກ ຮສສ ແຂວງສາລະວັນ ເປັນກຽດເຂົ້າຮ່ວມຂອງທ່ານ ຈັນຖາວອນ ບຸນຈິດ ປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງ ຮອງເຈົ້າເມືອງໆຄົງເຊໂດນ ແລະ ທ່ານ ກິນດາວົງ ຫຼວງລາດ ຮອງຫົວໜ້າຫ້ອງການຄຸ້ມຄອງໄພພິບັດແຫ່ງຊາດ.

    Friday, July 20, 2012

    ຝຶກອົບຮົມການການນໍາໃຊ້ ແລະ ຮັກສາພາຫານະ ໃນການຕອບໂຕ້ໄພພິບັດສຸກເສີນ

    By: Unknown On: 1:52 PM
  • Share The Gag









  • ພະນັກງານວິຊາການ ພະແນກ ຮສສ ແຂວງສາລະວັນ ເຂົ້າຮ່ວມຝຶກອົບຮົມການ ການນໍາໃຊ້ ແລະ ຮັກສາພາຫານະ ໃນການຕອບໂຕ້ໄພພິບັດສຸກເສີນ ຄັ້ງວັນທີ 17-19/7/2012 ທີ່ ນະຄອນຫຼວງວຽງຈັນ ຊຶ່ງ ມີຜູ້ເຂົ້າຮ່ວມ 17 ແຂວງ ທົ່ວປະເທດ

    Friday, July 13, 2012

    ກອງປະຊຸມ ຝືກອົມຮົມໃຫ້ແກ່ແຮງງານລາວ ກ່ອນການສົ່ງອອກ ໄປເຮັດວຽກຢູ່ຕ່າງປະເທດ (ປະເທດໄທ) ຄັ້ງວັນທີ 5 / 7 / 2012 ທີ່ຫ້ອງປະຊຸມພະແນກ ຮສສ ແຂວງສາລະວັນ

    By: Unknown On: 12:41 PM
  • Share The Gag


  • ກອງປະຊຸມ ຝືກອົມຮົມໃຫ້ແກ່ແຮງງານລາວ ກ່ອນການສົ່ງອອກ ໄປເຮັດວຽກຢູ່ຕ່າງປະເທດ (ປະເທດໄທ) ຄັ້ງວັນທີ 5 / 7 / 2012 ທີ່ຫ້ອງປະຊຸມພະແນກ ຮສສ ແຂວງສາລະວັນ
    By: Unknown On: 7:57 AM
  • Share The Gag
  • ກອງປະຊຸມ ຝືກອົບຮົມໃຫ້ແຮງງານລາວ ກ່ອນການສົ່ງລໄປເຮັດວຽກ ຢູ່ຕ່າງປະເທດ ຢູ່ ທີ່ຫ້ອງປະຊຸມພະແຮກ ຮສສ ແຂວງສາລະວັນ ຄັ້ງວັນທີ 5 ກໍລະກົດ 2012

    Thursday, July 12, 2012

    By: Unknown On: 4:07 PM
  • Share The Gag
  • ຝຶກອົບຮົມໃຫ້ແກ່ແຮງງານລາວ ກ່ອນການ ສົ່ງອອກໄປເຮັດວຽກຢູ່ຕ່າງປະເທດ (ປະເທດໄທ) ໃນວັນທີ 5 ກໍລະກົດ 2012

    Wednesday, July 11, 2012

    ກອງປະຊຸມ ຄົ້ນຄວ້າຕົກລົງ ປະຕິບັດນະໂຍບາຍ ຕາມດໍາລັດ 343/ນຍ ຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດ ຮັບໃຊການປະຕິວັດຊາດ ປະຊາທິປະໄຕ ຄັ້ງວັນທີ 11 ກໍລະກົດ 2012 ທີ່ ຫ້ອງປະຊຸມພະແນກ ຮສສ ແຂວງ ສາລະວັນ

    By: Unknown On: 4:18 PM
  • Share The Gag

  • ທ່ານ ບຸນຍົງ ພາສີ ຫົວໜ້າພະແນກ ຮສສ ແຂວງ ພ້ອມດ້ວຍຄະນະກໍາມະການຄົ້ນຄວ້າປະຕິບັດນະໂຍບາຍຂັ້ນແຂວງ ເປີດກອງປະຊຸມ ຄົ້ນຄວ້າຕົກລົງ ປະຕິບັດນະໂຍບາຍ ຕາມດໍາລັດ 343/ນຍ ຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດ ຮັບໃຊການປະຕິວັດຊາດ ປະຊາທິປະໄຕ ຄັ້ງວັນທີ 11 ກໍລະກົດ 2012 ທີ່ ຫ້ອງປະຊຸມພະແນກ ຮສສ ແຂວງ ສາລະວັນ

    ກອງປະຊຸມ ຊຸກຍູ້ ແລະ ຕິດຕາມ ເກັບກໍາຂໍ້ມູນ ວຽກງານສະຖິຕິ ຂອງຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ

    By: Unknown On: 3:01 PM
  • Share The Gag

  • ພະນັກງານ-ລັດຖະກອນ ພາຍໃນພະແນກ ຮສສ ແຂວງສາລະວັນ ຮ່ວມກັບ ສູນສະຖະຕິກະຊວງ ຮສສ ເປີດກອງປະຊຸມປຶກສາຫາລື ວຽກງານສະຖິຕິ ຂອງຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ ຄັ້ງວັນທີ 9 / 7 / 2012

    Friday, July 6, 2012

    ກອງປະຂຸມເປີດຂະບວນການ ປະຕິບັດຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າ

    By: Unknown On: 9:14 PM
  • Share The Gag






  • ກອງປະຊຸມ ເປີດຂະບວນການ ປະຕິບັດຂໍ້ແຂ້ງຂັ້ນ 2 ດີ 5 ເປັນເຈົ້າ ຂອງຮາກຖານກໍາມະບານ ພະແນກແຮງງານແລະສະຫວັດດີການສັງຄົມ   ຄັ້ງວັນທີ 19 ມີຖຸນາ 2012.

    ກອງປະຊຸມແລກປ່ຽນບົດຮຽນວຽກງານໄພພິບັດ ຢູ່ແຂວງໄຊຍະບູລີ ຄັ້ງວັນທີ 5-10 ກຸມພາ 2012

    By: Unknown On: 8:03 PM
  • Share The Gag


  • ຫົວໜ້າພະແນກ ຮສສ ແຂວງສາລະວັນ ຮອງປະທານກໍາມະການປ້ອງກັນແລະຄວບຄຸມໄພພິບັດຂັ້ນແຂວງ ພ້ອມດ້ວຍກອງເລຂາ ເຂົ້າຮ່ວມກອງປະຊຸມ ແລກປ່ຽນບົດຮຽນ ວຽກງານປ້ອງກັນແລະຄວບຄຸມໄພພິບັດ ຢູ່ແຂວງໄຊຍະບູລີ, ຄັ້ງວັນທີ 5-10 ກຸມພາ 2012, ຊຶ່ງມີບັນດາແຂວງເຂົ້າຮ່ວມ ມີ ແຂວງເຊກອງ ແລະ ແຂວງອັດຕະປື.






















    ປຶກສາຫາລືວຽກງານ ໂຄງການເກັບກູ້ລະເບີດຈີມັດ (JMAS)

    By: Unknown On: 11:36 AM
  • Share The Gag


  • ຫົວໜ້າພະແນກ ຮສສ ແຂວງສາລະວັນ ພ້ອມດ້ວຍຜູ້ປະສານງານຂັ້ນແຂວງ ຮ່ວມປຶກສາຫາລື ວຽກງານ ກັບໂຄງການເກັບກູ້ລະເບີດຈີມັດ ຍີ່ປຸ່ນ (JAMAS) ຄັ້ງວັນທີ 3/7/2012

    Thursday, July 5, 2012

    By: Unknown On: 8:58 PM
  • Share The Gag
  • ທ່ານ ບຸນຍົງ ພາສີ ຫົວໜ້າພະແນກ ແລະ  ຜູ້ປະສານງານ ຮ່ວມປຶກສາຫາລື ວຽກງານ ກັບທີມງານ ໂຄງການເກັບກູ້ລະເບີດເຈມັດສ ຍີ່ປຸ່ນ (JMAS) ເພື່ອຈັດຕັ້ງປະຕິບັດວຽກງານ ເກັບກູ້ລະເບີດທີ່ບໍ່ທັນແຕກ ຢູ່ ເມືອງເລົ່າງາມ

    ຫົວໜ້າພະແນກ ຮສສ ແຂວງສາລະວັນ ຮ່ວມກັບອົງການອາຫານໂລກ ປຶກສາຫາລືການຈັດຕັ້ງປະຕິບັດວຽກງານ

    By: Unknown On: 6:56 PM
  • Share The Gag
  • ຫົວໜ້າພະແນກ ພ້ອມດ້ວຍພະນັກງານ ພາຍພະແນກ ຮສສ ແຂວງ ຮ່ວມປຶກສາຫາລື ວຽກງານ  ຮ່ວມກັບອົງການຫານໂລກປະຈໍາແຂວງ ກ່ຽວກັບແຜນການຈັດຕັ້ງປະຕິບັດວຽກງານ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນ ເຂດເມືອງພູດອຍ ມີ ເມືອງຕຸ້ມລານ,​ ຕະໂອ້ຍ ແລະ ເມືອງສະໝ້ວຍ.

    ຫົວໜ້າພະແນກ ຮສສ ແຂວງສາລະວັນ ລົງມອບເຄື່ອງຊ່ວຍເຫຼືອສຸກເສີນໃຫ້ຄອບຄົວຜູ້ທີ່ຖືກຜົນກະທົບຈາກໄຟໄໝ້ ຢູ່ເມືອງຄົງເຊໂດນ, ແຂວງສາລະວັນ ຄັ້ງວັນທີ 3/7/2012

    By: Unknown On: 3:07 PM
  • Share The Gag






  • ທ່ານ ບົວທອງ ຄຸນຍອດປັນຍາ ຄະນະພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ,​ພ້ອມດ້ວຍທ່ານ ບຸນຍົງ ພາສີ ຫົວໜ້າພະແນກ ຮສສ ແຂວງ ສາລະວັນ ລົງມອບເຄື່ອງຊ່ວຍເຫຼືອສຸກເສີນ ໃຫ້ແກ່ຄອບຄົວຜູ້ຖືກເຄາະຮ້າຍຈາກໄຟໄໝ້ ຢູ່ບ້ານຫາດດູ, ເມືອງຄົງເຊໂດນ, ແຂວງສາລະວັນ ຊຶ່ງການຊ່ວຍເຫຼືອສຸກເສີນໃນຄັ້ງນີ້ ມີເງີນສົດ ຈໍານວນ 4.950.000 ກີບ ແລະ ເຄື່ອງອຸປະໂພກ ຈໍານວນໜ່ຶງ. ນອກຈາກພາກລັດແລ້ວ ຍັງມີ ບໍລິສັດ ເພີ່ນກໍ່ຍັງໄດ້ມອບເຄື່ອງໃຊ້ທີ່ຈໍາເປັນໃນເວລາສຸກເສີນ ຈໍານວນໜຶ່ງ.
    By: Unknown On: 1:53 PM
  • Share The Gag






  • ທ່ານ ບົວທອງ ຄຸນຍອດປັນຍາ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງສາລະວັນ,​ ພ້ອມທ່ານ ບຸນຍົງ ພາສີ ຫົວໜ້າພະແນກ ຮສສ ແຂວງ ສາລະວັນ ລົງມອບເຄື່ອງຊ່ວຍເຫຼືອສຸກເສີນ ໃຫ້ແກ່ຜູ້ຖືກເຄາະຮ້າຍ ຈາກໄຟໄໝ້ ຢູ່ບ້ານ ຫາດດູ, ເມືອງຄົງເຊໂດນ, ແຂວງສາລະວັນ, ຜູ້ຖືກເຄາະຮ້າຍຈໍານວນ 6 ຄອບຄົວ, ຈໍານວນພົນ 34 ຄົນ, ຍິງ 16 ຄົນ, ມູນຄ່າເສຍຫາຍທັງໝົດ 525.380.000 ກີບ ຊຶ່ງທາງ ອໍານາດການປົກຄອງໄດ້ຊ່ວຍເຫຼືອສຸກເສີນຄັ້ງນີ້ ມີເງີນສົດ ຈໍານວນ 4.950.000 ກີບ ແລະ ເຄື່ອງອຸປະໂພກ ຈໍານວນໜຶ່ງ ນອກນັ້ນ ຍັງມີ ບໍລິສັດ ກໍຍັງໃຫ້ການຊ່ວຍເຄື່ອງໃຊ້ທີ່ຈໍາເປັນ ຈໍານວນໜຶ່ງ ຄັ້ວວັນທີ 3/7/2012.

    Share ເວັບໄຊອອກເຟສບຸກ