ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Sunday, June 10, 2012

ແຜນງານສະເຫຼີມສະຫຼອງວຽງຈັນ ເປັນນະຄອນຫຼວງ ຄົບຮອບ 450 ປີ

By: laboursalavane Province On: 11:57 AM
  • Share The Gag
  • I. ຄວາມ​ເປັນ​ມາ ແລະ ຈຸດ­ປະ­ສົງ​ລະ­ດັບ​ຄາດ­ໝາຍ​ຂອງ​ການ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ:
    1.ຄວາມ ​ເປັນ​ມາ​ຂອງ​ການ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ 450 ປີ:

    ວຽງ​ຈັນ ເປັນ​ເມືອງ​ບູ­ຮານ​ເກົ່າ​ແກ່​ມີ​ອາ­ຍຸ​ຫຼາຍ​ກ່ວ​າ 2.000 ກ່ວ​າ​ປີ ການ​ຂະ­ໜານ​ນາມ "ເມືອງ​ວຽງ​ຈັນ" ແມ່ນ​ເອົາ​ຕາມ​ຊື່​ທ້າວ ບູ​ລີ​ຈັນ ຜູ້​ມາ​ສ້າງ­ຕັ້ງ​ເມືອງ​ຄົນ​ທຳ​ອິດ ໃນ​ປີ ພສ 236 ມາ​ເຖິງ​ປີ ຄສ 1560 "ວຽງ​ຈັນ" ໄດ້​ກາຍ​ມາ​ເປັນ​ນະ­ຄອນ­ຫຼວງ​ຂອງ​ປະ­ເທດ​ລາວ​ລ້ານ​ຊ້າງ ສືບ​ເນື່ອງ​ຈົນ​ມາ​ຮອດ​ເທົ້າ​ທຸກ​ວັນ​ນີ້.
    ຕະ­ຫຼອດ​ໄລ­ຍະ 450 ປີ­ຜ່ານ­ມາ​ນັ້ນ ພວກ​ເຮົາ​ບໍ່​ເຄີຍ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ​ຈັກ​ເທື່ອ ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ IV ຂອງ​ອົງ­ຄະ​ນະ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ ປີ 2005 ໄດ້​ກຳ­ນົດ​ຄາດ­ໝາຍ​ສູ້​ຊົນ​ໃຫຍ່ ມີ 13 ແຜນ​ງານ 160 ໂຄງ­ການ​ຈຸດ​ສຸມ: ໃນ​ນັ້ນ​ມີ 1 ແຜນ​ງານ ຄື: ແຜນ​ງານ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ ປະ­ກອບ​ມີ 3 ແຜນ​ວຽກ 21 ໂຄງ­ການ ກົມ​ການ­ເມືອງ​ສູນ​ກາງ​ພັກ ແລະ ລັດ­ຖະ­ບານ ໄດ້​ອອກ​ນິ­ຕິ​ກຳ​ສຳ­ຄັນ​ຈຳ­ນວນ​ໜຶ່ງ ທີ່​ເປັນ​ບ່ອນ​ອີງ​ໃຫ້​ອົງ­ຄະ​ນະ​ພັກ ອົງ­ການ​ປົກ­ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ກະ­ກຽມ​ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ ດັ່ງ­ນີ້:
    - ແຈ້ງ​ການ​ຂອງ​ຫ້ອງ​ວ່າ­ການ​ສູນ​ກາງ​ພັກ ສະ­ບັບ​ເລກ​ທີ 352/ຫສພ ລົງ​ວັນ​ທີ 4 ກໍ­ລະ­ກົດ 2007 ກົມ​ການ­ເມືອງ​ສູນ​ກາງ​ພັກ ເຫັນ​ດີ​ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນ ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ.
    - ມະ­ຕິ​ຂອງ​ຄະ­ນະ​ບໍ­ລິ­ຫານ​ງານ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ສະ­ບັບ​ເລກ​ທີ 64/ຄພ​ນວ ລົງ​ວັນ​ທີ 11 ຕຸ­ລາ 2007 ວ່າ​ດ້ວຍ​ການ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ.
    - ຂໍ້​ຕົກ­ລົງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 78/ນຍ ລົງ​ວັນ​ທີ 30/7/2007 ວ່າ​ດ້ວຍ​ການ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ.
    - ຂໍ້​ຕົກ­ລົງ​ຂອງ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ຜູ້​ປະ­ຈຳ­ການ​ລັດ­ຖະ­ບານ ປະ­ທານ​ຄະ­ນະ​ກຳ­ມະ­ການ​ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ ສະ­ບັບ​ເລກ​ທີ 134/ນຍ ລົງ​ວັນ​ທີ 20/11/2007.
    - ຂໍ້​ຕົກ­ລົງ​ຂອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 143/ນຍ ລົງ​ວັນ​ທີ 29/9/2009 ວ່າ​ດ້ວຍ​ການ​ຈັດ​ງານ​ສະ­ເຫຼີມ­ສະ­ຫຼອງ​ວຽງ​ຈັນ ເປັນ​ນະ­ຄອນ­ຫຼວງ ຄົບ­ຮອບ 450 ປີ ໃນ​ປີ 2010.
    2. ຈຸດ­ປະ­ສົງ ລະ­ດັບ​ຄາດ­ໝາຍ:
    2.1 ແນ­ໃສ່​ເຮັດ​ໃຫ້​ຊາວ​ລາວ​ທົ່ວ​ປະ­ເທດ ໂດຍ​ສະ­ເພາະ​ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ ທຸກ​ເຜົ່າ ທຸກ​ຊັ້ນ​ຄົນ ທຸກ​ເພດ​ໄວ ເຫັນ​ໄດ້​ຕົ້ນ​ກຳ­ເນີດ ມູນ­ເຊື້ອ ແລະ ຂະ​ບວນ​ວິ­ວັດ​ແຫ່ງ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ບົນ​ພື້ນ­ຖານ​ດັ່ງ­ກ່າວ ເພື່ອ​ເຊີດ​ຊູ​ຄວາມ​ຕື່ນ​ຕົວ​ດ້ານ​ການ­ເມືອງ ເພີ່ມ​ທະ­ວີ​ຄວາມ​ສາ­ມັກ­ຄີ​ປອງ​ດອງ​ເປັນ​ປຶກ​ແຜ່ນ ເສີມ​ຂະ­ຫຍາຍ​ນ້ຳ­ໃຈ​ຮັກ​ຊາດ ສິດ​ເປັນ​ເຈົ້າ​ຕົນ​ເອງ ເພິ່ງ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ວຍ​ຕົນ​ເອງ ປະ­ກອບ­ສ່ວນ​ເຂົ້າ​ໃນ​ພາ­ລະ­ກິດ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ແມ່ນ​ນະ­ຄອນ­ຫຼວງ​ຂອງ​ປະ­ເທດ​ຊາດ ໃຫ້​ກາຍ­ເປັນ​ຫົວ­ໜ່ວຍ​ຍຸດ​ທະ​ສາດ​ທີ່​ໜັກ​ແໜ້ນ-ເຂັ້ມ­ແຂງ​ຮອບ­ດ້ານ ເສດ­ຖະ­ກິດ​ຂະ­ຫຍາຍ­ຕົວ​ໄວ ຕົວ​ເມືອງ​ມີ​ໂສມ​ໜ້າ​ໃໝ່ ແລະ ທັນ​ສະ­ໄໝ​ຢ່າງ​ບໍ່​ຢຸດ​ຢັ້ງ ສັງ­ຄົມ​ມີ​ຄວາມ​ຍຸ­ຕິ​ທຳ ແລະ ສີ­ວິ­ໄລ.
    2.2 ເປີດ​ໂອ­ກາດ​ໃຫ້​ປະ­ຊາ­ຊົນ​ລາວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ­ປະ­ເທດ ບັນ­ດາ​ນະ­ຄອນ​ເພື່ອນ​ມິດ ແລະ ສາ­ກົນ ຮັບ​ຮູ້​ວຽງ​ຈັນ ຫຼາຍ​ຂຶ້ນ​ກວ່າ​ເກົ່າ ສ້າງ​ໃຫ້​ໄດ້​ເພື່ອນ​ມິດ​ທີ່­ຢູ່​ໃກ້ ແລະ ຢູ່​ໄກ​ໃຫ້​ຫຼາຍ​ຂຶ້ນ ຕີ​ຖອຍ​ຄວາມ​ເຂົ້າ­ໃຈ​ຜິດ ແລະ ຄວາມ​ອາ​ຄາດ​ບາດ­ໝາງ​ຂອງ​ກຸ່ມ​ຄົນ​ບໍ່​ດີ ທີ່​ມີ​ຕໍ່​ນະ­ຄອນ­ຫຼວງ​ວຽງ​ຈັນ ກໍ​ຄື​ຕໍ່ ສປປ ລາວ ເຮັດ​ໃຫ້​ຊື່​ສຽງ​ອິດ​ທິ​ພົນ​ຂອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ພົ້ນ​ເດັ່ນ​ຂຶ້ນ​ໃນ​ເວ­ທີ​ສາ­ກົນ​ອີກ​ບາດ­ກ້າວ​ໜຶ່ງ ຖັດ​ຈາກ​ຜົນ­ສຳ­ເລັດ​ຂອງ​ການ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 10 ປີ 2004.
    2.3 ຮັບ­ປະ­ກັນ​ຍາດ​ແຍ່ງ​ໃຫ້​ໄດ້​ຄວາມ​ເປັນ­ໃຈ ການ​ສະ­ໜັບ­ສະ­ໜູນ​ຂອງ​ຄົນ​ລາວ ທຸກ​ເຜົ່າ ທຸກ​ຊັ້ນ​ຄົນ ທຸກ​ເພດ​ໄວ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ເພື່ອນ​ມິດ​ບັນ­ດາ​ນະ­ຄອນ ໃຫ້​ຫັນ​ໜ້າ​ເຂົ້າ​ມາ​ລົງ­ທຶນ ທ່ອງ​ທ່ຽວ​ຢ່າງ​ກ້ວ​າງ​ຂວາງ ສ້າງ​ກິດ­ຈະ­ກຳ ແລະ ລາຍ­ການ​ຕ່າງໆ​ຂອງ​ງານ ເປັນ​ຄື​ກັບ ປາງ​ບຸນ​ໃຫຍ່​ໜຶ່ງ​ຂອງ​ຊາດ ມີ​ຄວາມ​ປະ​ທັບ​ໃຈ ຈູງ​ໃຈ ສີ­ວິ­ໄລ ສວຍ​ງາມ ນຳ​ໃຊ້​ເຕັກ­ນິກ​ທັນ​ສະ­ໄໝ ປະ­ຢັດ​ມັດ­ທະ­ຍັດ ແລະ ລຽບ​ງ່າຍ.
    2.4 ຫຼັງ​ຈາກ​ງານ​ສະ­ເຫຼີມ­ສະ­ຫຼອງ​ແລ້ວ ເຮັດ​ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ບາດ­ກ້າວ​ພັດ­ທະ­ນາ​ຂຶ້ນ​ທຸກ​ດ້ານ ບັນ­ລຸ​ບັນ­ດາ​ຄາດ­ໝາຍ​ທີ່​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VIII ຂອງ​ພັກ ແລະ ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ອົງ­ຄະ​ນະ​ພັກ​ນະ­ຄອນ­ຫຼວງ​ວຽງ​ຈັນ ວາງ​ອອກ.
    3. ບັນ­ດາ​ແຜນ​ວຽກ ແລະ ໂຄງ­ການ​ຈຸດ​ສຸມ​ທີ່​ລັດ­ຖະ­ບານ ຮັບ­ຮອງ​ເອົາ ປະ­ກອບ​ມີ:
    3.1 ແຜນ​ວຽກ​ສຶກ​ສາ​ອົບ­ຮົມ​ແນວ​ຄິດ ປູກ​ຈິດ​ສຳ­ນຶກ​ຮັກ​ຊາດ ຮັກ​ນະ­ຄອນ­ຫຼວງ​ວຽງ​ຈັນ 450 ປີ (2010) ປະ­ຕິ­ບັດ​ຂໍ້​ແຂ່ງ­ຂັນ 7 ປະ­ການ ແລະ ພັດ­ທະ­ນາ​ນະ­ຄອນ­ຫຼວງ​ວຽງ​ຈັນ ໃຫ້​ບັນ­ລຸ​ຄາດ­ໝາຍ 6 ສ ຢ່າງ​ເປັນ​ຮູບ​ປະ​ທຳ.
    3.2 ແຜນ​ວຽກ​ຈັດ​ວາງ​ໂຄງ​ຮ່າງ ການ​ໃຫ້​ທັດ­ສະ­ນະ ແລະ ພິ­ຈາ­ລະ­ນາ​ປະ­ຫວັດ­ສາດ​ວຽງ​ຈັນ (ເອ­ກະ­ສານ​ສະ­ບັບ​ທີ I).
    3.3 ແຜນ​ວຽກ​ອອກ​ແບບ ຈັດ​ຫາ​ທຶນ ແລະ ແບ່ງ​ຄະ­ນະ​ຮັບ­ຜິດ­ຊອບ​ກຳ­ກັບ​ໂຄງ­ການ ແລະ ພັດ­ທະ­ນາ​ຕົວ​ເມືອງ ມີ 21 ໂຄງ­ການ ຄື:
    1.ໂຄງ­ການ​ສ້າງ​ຄຸ້ມ​ເມືອງ​ໃໝ່ 450 ປີ.
    2.ໂຄງ­ການ​ກໍ່­ສ້າງ​ສະ­ໜາມ​ກີ­ລາ​ຊີ­ເກມ ຄັ້ງ​ທີ 25 ແລະ ສະ­ໜາມ​ກ໋ອບ.
    3.ໂຄງ­ການ​ພັດ­ທະ­ນາ​ແຄມ​ແມ່­ນ້ຳ​ຂອງ.
    4.ໂຄງ­ການ​ສ້າງ​ພື້ນ­ຖານ​ໂຄງ​ລ່າງ.
    5.ໂຄງ­ການ​ປັບ­ປຸງ​ສະ­ໜາມ​ຫຼວງ ສວນ​ໄຊ​ເຊດ​ຖາ ກົມ​ມະ​ລຽນ ເດີ່ນ​ພະ​ທາດ­ຫຼວງ ແລະ ໜອງ​ສະ­ພັງ​ເລນ.
    6.ໂຄງ­ການ​ກໍ່­ສ້າງ​ສຳ­ນັກ­ງານ​ປົກ­ຄອງ ແລະ ສະ­ພາ​ເຂດ I ນະ­ຄອນ­ຫຼວງ​ວຽງ​ຈັນ.
    7.ໂຄງ­ການ​ປັບ­ປຸງ​ຍົກ​ລະ­ດັບ​ຖະ­ໜົນ​ສຸ​ພາ­ນຸ​ວົງ.
    8.ໂຄງ­ການ​ບູ­ລະ­ນະ​ປະ­ຕິ­ສັງ­ຂອນ​ວັດ​ສີ­ສະ​ເກດ.
    9.ໂຄງ­ການ​ພັດ­ທະ­ນາ​ໜອງ​ທາ.
    10.ໂຄງ­ການ​ກຳ­ນົດ​ຜັງ­ເມືອງ​ວຽງ​ຈັນ ສະ­ບັບ​ທີ 3.
    11.ໂຄງ­ການ​ບູ­ລະ­ນະ​ປະ­ຕິ­ສັງ­ຂອນ​ຫໍ­ພະ­ແກ້ວ.
    12.ໂຄງ­ການ​ປັບ­ປຸງ​ຕະ­ຫຼາດ 4 ແຫ່ງ ໃນ​ຕົວ​ເມືອງ (ຕະ­ຫຼາດ​ເຊົ້າ ຕະ­ຫຼາດ​ທາດ­ຫຼວງ ຕະ​ຫຼວດ​ທົ່ງ​ຂັນ​ຄຳ ແລະ ຕະ­ຫຼາດ​ສີ​ໄຄ).
    13.ໂຄງ­ການ​ສ້າງ​ສວນ​ດອກ​ໄມ້​ປະ­ດັບ (ທາງ​ເຂົ້າ-ອອກ​ຕົວ​ເມືອງ 4 ຈຸດ).
    14.ໂຄງ­ການ​ສ້າງ​ຮູບ­ເງົາ​ວຽງ​ຈັນ 450 ປີ.
    15.ໂຄງ­ການ​ສ້າງ​ຕະ­ຫຼາດ​ຊາຍ​ແດນ.
    16.ໂຄງ­ການ​ປັບ­ປຸງ​ຫຼັກ​ເມືອງ.
    17.ໂຄງ­ການ​ປັບ­ປຸງ​ສວນ​ສາ­ທາ­ລະ­ນະ​ໜອງ​ຈັນ ແລະ ຕະ­ຫຼາດ​ໜອງ​ຈັນ.
    18.ໂຄງ­ການ​ສ້າງ​ບ້ານ ແລະ ກຸ່ມ​ບ້ານ​ພັດ­ທະ­ນາ.
    19.ໂຄງ­ການ​ຜະ­ລິດ​ຂອງ­ຂວັນ 450 ປີ.
    20.ໂຄງ­ການ​ແກ້​ໄຂ​ປະ­ກົດ​ການ​ຫຍໍ້­ທໍ້ ຈັດ​ສັນ ແລະ ລະ­ດົມ​ທາ­ສີ​ເຮືອນ.
    21.ໂຄງ­ການ​ບູ­ລະ­ນະ​ສວນ​ວັດ​ຊຽງ​ຄວນ (ເມືອງ​ຫາດ​ຊາຍ​ຟອງ) ແລະ ທາດ​ຖິ່ນ​ສ້ອຍ (ເມືອງ​ປາກ​ງື່ມ).

    Saturday, June 2, 2012

    ສາລະວັນສຳຫລວດແຫລ່ງທ່ອງທ່ຽວ 80 ບ່ອນ ເພື່ອຂຶ້ນບັນຊີຂໍທຶນພັດທະນາ

    By: laboursalavane Province On: 3:40 PM
  • Share The Gag




  • ໂດຍ:  ສົມສະຫວິນ
     ແຂວງສາລະວັນມີແຜນພັດທະນາສະຖານທີ່ທ່ອງທ່ຽວຫລາຍແຫ່ງເພື່ອຮອງຮັບນັກທ່ອງທ່ຽວທີ່ຈະເດີນທາງເຂົ້າມາທ່ຽວພາຍໃນແຂວງຂອງຕົນນັບມື້ນັບຫລາຍຂຶ້ນໃນຕໍ່ຫນ້າ ເຊິ່ງສັງເກດເຫັນຕະຫລອດ 4 ເດືອນຜ່ານມານັບແຕ່ປະກາດເປັນປີທ່ອງທ່ຽວລາວຮອດປະຈຸບັນມີນັກທ່ອງທ່ຽວຈຳນວນຫລາຍຫລັ່ງເຂົ້າທ່ຽວແຂວງເປັນທີ່ຫນ້າເພີງພໍ  ໃຈຂະ ນະທີ່ເຮືອນພັກ, ໂຮງແຮມ, ຮ້ານອາຫານ, ຮ້ານກິນດື່ມ-ບັນເທີງຕ່າງໆກໍ່ໄດ້ມີການປັບປຸງຕະຫລອດຮອດສະຖານທີ່ທ່ອງທ່ຽວພ້ອມທັງຍັງໄດ້ເຄື່ອນໄຫວດຳເນີນ ການສຳຫລວດ ແລະ ຂຶ້ນບັນຊີເພື່ອຂໍທຶນພັດທະນາ.
      ທ່ານ ບຸນຖົມ ພົມມະວົງສີ, ຮອງຫົວຫນ້າພະແນກຖະແຫລງຂ່າວ,ວັດທະນະທຳແລະທ່ອງທ່ຽວແຂວງສາລະວັນໃຫ້ຮູ້ວ່າ: ແຂວງສາລະວັນໄດ້ສຸມທຶນຮອນມະຫາສານເຂົ້າໃນ ການກໍ່ສ້າງພື້ນຖານໂຄງລ່າງໃຫ້ມີຄວາມສະດວກສະບາຍອັນເປັນພື້ນຖານແລະສິ່ງເອື້ອອຳນວຍຄວາມສະດວກແກ່ການພັດທະນາ ແລະ ຂະຫຍາຍວຽກງານທ່ອງທ່ຽວພາຍໃນ ແຂວງ. ໃນຕົ້ນເດືອນເມສາຜ່ານມາພະແນກຖວທແຂວງກໍ່ຄືຂະແຫນງການທ່ອງທ່ຽວໄດ້ມີແຜນການເຄື່ອນໄຫວໂດຍສະເພາະໃນສົກປີ 2011-2012 ໄດ້ປະສານສົມທົບກັບສູນ ກາງ ແລະ ບັນດາພະແນກ ການທີ່ກ່ຽວຂ້ອງອ້ອມຂ້າງແຂວງເພື່ອລົງສຳຫລວດ, ເກັບກຳສະຖິຕິ ແລະ ຂຶ້ນບັນຊີແຫລ່ງທ່ອງທ່ຽວທີ່ສຳຄັນຢູ່ບັນດາເມືອງເພື່ອສ້າງສູນຂໍ້ມູນການ ທ່ອງທ່ຽວ, ສະເຫນີຂໍທຶນເພື່ອພັດທະນາ ແລະ ຈັດບຸລິມະສິດແຫລ່ງທ່ອງທ່ຽວແນໃສ່ປັບປຸງບູລະນະແຫລ່ງທ່ອງທ່ຽວທັງສ້າງສິ່ງເອື້ອອຳນວຍໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າມາ ທ່ຽວຢູ່ແຂວງສາລະ ວັນ. ອີກຢ່າງຫນຶ່ງກໍ່ເພື່ອສະກັດກັ້ນການລຸກລ້ຳ; ສະແດງກຳມະສິດ ແລະ ການສຳ ປະທານຊະຊາຍທີ່ເປັນການກົດຫນ່ວງການພັດທະນາທັງເປັນການສົ່ງ ຜົນກະທົບ ແລະ ສ້າງບັນ ຫາໃນການຈັດສັນ ແລະ ພັດທະນາໃນຕໍ່ຫນ້າເປັນຕົ້ນແມ່ນ: ເຂດປ່າສະຫງວນແຫ່ງຊາດພູຊຽງທອງ (ຜາແຕ້ມ-ພູລະຫິດ)  ເມືອງຄົງເຊໂດນ; ແຫລ່ງ ທ່ອງທ່ຽວ 4.000 ຂຸມແລະ ບໍລິ ເວນອ້ອມຂ້າງ (ເຮືອນຫີນ, ປ່າສະຫງວນ, ຫີນສະໂງກ)  ບ້ານທ່າເມືອງລະຄອນເພັງ; ສຳຫລວດ-ຈັດສັນແຫລ່ງທ່ອງທ່ຽວຕາດໄມ້ເຮ້ຍ, ຕາດ ແຝດ, ຕາດສອງແມ່ລູກຢູ່ບ້ານພໍ່ເຂັມ ແລະ ສຳຫລວດຕາມລຳນ້ຳເຊເສັດເຊັ່ນ: ຫ້ວຍຕະປຸງເມືອງເລົ່າງາມ; ບໍລິເວນແກ້ງກຸແລະປາກເສັດເມືອງວາປີໃຫ້ສຳເລັດ;  ສຳຫລວດເສດສົງ ຄາມຕາມເສັ້ນທາງເລກທີ 23 ເມືອງຕຸມ ລານ ແຂວງສາລະວັນ-ເມືອງທ່າປາງທອງແຂວງສະ ຫວັນນເຂດ; ສຳ ຫລວດເສັ້ນທາງໂຮ່ຈິ ມິນ-ຫນອງບົວເມືອງສາລະວັນເພື່ອສ້າງເປັນ ແຫລ່ງທ່ອງທ່ຽວ; ສຳຫລວດແຫລ່ງທ່ອງ ທ່ຽວເມືອງຕະໂອ້ຍ ແລະ ສະຫມ້ວຍ; ຂະຫຍາຍວົງຈອນທ່ອງທ່ຽວອະນຸຮັກອຸທິຍານຕາດເລາະ, ວົງຈອນການຍ່າງປ່າພູກົກກ້ວຍເຂດ ຕະກາວແລະອື່ນໆ ເຊິ່ງສຳຫລວດ ແລະ ຂຶ້ນ ບັນຊີແຫລ່ງທ່ອງທ່ຽວທີ່ສຳຄັນພາຍໃນແຂວງທັງຫມົດມີ80 ແຫ່ງ, ໃນນັ້ນແຫລ່ງທ່ອງທ່ຽວທຳມະຊາດ47 ແຫ່ງ, ວັດທະນະທຳ27 ແຫ່ງແລະປະຫວັດສາດ 6 ແຫ່ງ.
      ສາລະວັນບ່ອນທີ່ເຂົາເຈົ້າຂຶ້ນຊື່ລືນາມວ່າເປັນອູ່ເຂົ້າອູ່່ປາອັນອຸດົມສົມບູນໄປດ້ວຍພືດພັນທັນຍາຫານຫລວງຫລາຍທັງເປັນຈຸດນັດພົບຂອງຜູ້ໂດຍສານທີ່ເດີນທາງໄປມາຜ່ານເສັ້ນ ທາງເລກທີ13 ໃຕ້  ອາຫານທີ່ໄດ້ຮັບຄວາມນິຍົມແລະເປັນທີ່ຮູ້ຈັກກັນດີໃນນາມຜູ້ ໂດຍສານກໍ່ຄົງຈະຫນີບໍ່ຫມົ້ມປີ້ງໄກ່ນາປົ່ງ ແລະ ເຄື່ອງຝາກຂອງຕ້ອນອື່ນໆວາງຂາຍກັນຢ່າງ ຫລວງຫລາຍໃນດິນແດນວີລະຊົນແຫ່ງນີ້.

    10 ປີ ອປສ ມີສະມາຊິກ 58 ພັນກ່ວາຄົນ

    By: laboursalavane Province On: 1:52 PM
  • Share The Gag
  • ອົງ­ການ​ປະ­ກັນ​ສັງ­ຄົມ ພາກ​ວິ​ສາ​ຫະ​ກິດ (ອປສ) ໄດ້​ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່​ປຶ້ມ​ລາຍ​ງານ 10ປີ ຂອງ​ອົງ­ການ​ປະ­ກັນ​ສັງ­ຄົມ​ຂຶ້ນ ທີ່​ສູນ​ຮ່ວມ​ມື​ສາ­ກົນ ແລະ ການ​ເຝິກ­ອົບ­ຮົມ (ICTC) ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ທ່ານ ສີ​ມູນ ອຸ່ນ​ລາ­ສີ ຮອງ​ປະ­ທານ​ສູນ​ກາງ​ສະ­ຫະ­ພັນ​ກຳ­ມະ­ບານ​ລາວ ທັງ​ເປັນ​ຮອງ​ປະ­ທານ​ສະ­ພາ​ບໍ­ລິ­ຫານ​ອົງ­ການ​ປະ­ກັນ​ສັງ­ຄົມ ມີ​ບັນ­ດາ​ຕາງ­ໜ້າ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ 400ກ່ວ​າ​ຄົນ.
    ທ່ານ ຄຳ​ພວງ ອິນ​ທະ​ແສງ ຜູ້­ອຳ­ນວຍ­ການ ອປສ ໄດ້​ລາຍ​ງານ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ປະ­ກັນ​ສັງ­ຄົມ ໄລ­ຍະ 10ປີ ຜ່ານ​ມາ​ໂດຍ​ຫຍໍ້​ວ່າ: ອົງ­ການ​ປະ­ກັນ​ສັງ­ຄົມ ໄດ້​ອອກ­ແຮງ​ເຄື່ອນ​ໄຫວ​ວຽກ​ງານ​ປະ­ສົບ​ຜົນ­ສຳ­ເລັດ​ຫຼາຍ​ດ້ານ ເຊິ່ງ​ເຫັນ​ໄດ້​ວ່າ​ປັດ­ຈຸ­ບັນ​ຊາວ​ຜູ້​ອອກ­ແຮງ​ງານ ທີ່​ເຮັດ​ວຽກ​ໃນ​ຂົງ­ເຂດ​ວິ​ສາ​ຫະ​ກິດ ໄດ້​ຖືກ​ຄ້ຳ­ປະ­ກັນ​ສິດ­ຜົນ­ປະ­ໂຫຍດ​ທາງ​ດ້ານ​ສະ­ຫວັດ­ດີ​ການ-ສັງ­ຄົມ ຕາມ​ກົດ­ໝາຍ​ລວມ​ທັງ​ຄອບ­ຄົວ​ຂອງ​ເຂົາ­ເຈົ້າ ທີ່​ໄດ້​ຮັບ​ສິດ​ໃນ​ການ​ປິ່ນ­ປົວ​ສຸ­ຂະ­ພາບ.
    ເລີ່ມ​ແຕ່​ເດືອນ​ມິ­ຖຸ­ນາ 2001ອປສ ໄດ້​ເລີ່ມ​ຂຶ້ນ​ທະ­ບຽນ​ຫົວ­ໜ່ວຍ​ວິ​ສາ​ຫະ​ກິດ​ໃຫຍ່ ທີ່​ມີ​ຜູ້​ອອກ­ແຮງ​ງານ 10ຄົນ​ຂຶ້ນ​ໄປ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ຈາກ​ນັ້ນ ໄດ້​ຂະ­ຫຍາຍ​ສູ່​ວິ​ສາ​ຫະ​ກິດ​ຂະ­ໜາດ​ກາງ ຂະ­ໜາດ​ນ້ອຍ ແລະ ຂະ­ຫຍາຍ​ສູ່​ຕ່າງ​ແຂວງ ສຳ­ລັບ​ວິ​ສາ​ຫະ​ກິດ​ທີ່​ມີ​ຜູ້​ອອກ­ແຮງ​ງານ ຕ່ຳ​ກ່ວ​າ 10ຄົນ ກໍ​ສາ­ມາດ​ສະ­ໝັກ​ເປັນ​ສະ­ມາ­ຊິກ​ໄດ້.
    ຮອດ​ປັດ­ຈຸ­ບັນ ມີ​ສະ­ມາ­ຊິກ 848ວິ​ສາ​ຫະ​ກິດ ມີ​ຜູ້​ປະ­ກັນ​ຕົນ 58.818ຄົນ ທີ່​ໄດ້​ຈ່າຍ​ເງິນ​ສົມ­ທົບ​ເຂົ້າ​ລະ­ບົບ​ປະ­ກັນ​ສັງ­ຄົມ ໃນ​ນີ້ ຜູ້​ສະ­ໝັກ​ສືບ­ຕໍ່​ປະ­ກັນ​ຕົນ​ດ້ວຍ​ຕົນ​ເອງ ມີ 1.009ຄົນ ແລະ ມີ​ຜູ້​ເກີດ​ສິດ​ປິ່ນ­ປົວ 121.478ຄົນ (ລວມ​ທັງ​ຜູ້​ປະ­ກັນ​ຕົນ ຄູ່​ສົມ­ລົດ ແລະ ລູກ).
    ແຕ່​ປີ 2001-2010ມີ​ຍອດ​ລາຍ​ຮັບ​ທັງ​ໝົດ 304.792ລ້ານ​ກີບ ລາຍ​ຈ່າຍ 89.316ລ້ານ​ກີບ ຍອດ​ເງິນ​ສະ​ສົມ ມີ 215.476ລ້ານ​ກີບ.
    ສະ­ເພາະ​ໄລ­ຍະ​ໄຕ​ມາດ 1ປີ 2012ນີ້ ອປສ ມີ​ຍອດ​ລາຍ​ຮັບ​ທັງ​ໝົດ 405.147ລ້ານ​ກີບ ລາຍ​ຈ່າຍ 119.340ລ້ານ​ກີບ ແລະ ມີ​ເງິນ​ສະ​ສົມ​ໃນ​ກອງ​ທຶນ​ປະ­ກັນ​ສັງ­ຄົມ​ທັງ​ໝົດ 285.807ລ້ານ​ກີບ ອັນ​ໄດ້​ສ້າງ​ເງື່ອນ­ໄຂ​ອຳ­ນວຍ​ຄວາມ​ສະ­ດວກ ໃຫ້​ແກ່​ຜູ້​ອອກ­ແຮງ​ງານ​ທີ່​ເຮັດ​ວຽກ​ໃນ​ຫົວ­ໜ່ວຍ​ວິ​ສາ​ຫະ​ກິດ ສາ­ມາດ​ເຂົ້າ​ຮັບ​ການ​ປິ່ນ­ປົວ​ຢ່າງ​ທົ່ວ​ເຖິງ ແລະ ໄດ້​ຮັບ​ການ​ຊົດ​ເຊີຍ​ຕ່າງໆ​ຢ່າງ​ສົມ​ເຫດ​ສົມ​ຜົນ ຄຽງ​ຄູ່​ກັບ​ການ​ຄິດ­ໄລ່​ເງິນ​ອຸດ​ໜູນ​ໃຫ້​ກັບ​ສະ­ມາ­ຊິກ​ຕາມ​ລະ­ບຽບ​ການ​ ຂອງ ອປສ.

    ແຜນທາງຣົຖໄຟດ່ວນ ຈີນ-ລາວ

    By: laboursalavane Province On: 10:41 AM
  • Share The Gag


  • ທາງການຈີນແລະລາວໄດ້ຕົກລົງສ້າງທາງຣົຖໄຟດ່ວນ ເພື່ອຂົນສົ່ງຄົນໂດຍສານ ແລະສິນຄ້າຜ່ານລາວ. ທາງເສັ້ນນີ້ຈະເລີ້ມ ແຕ່ເມືອງບໍ່ເຕັນ ຈົນເຖິງນະຄອນວຽງຈັນ ແລ້ວຈະຊອດຜ່ານປະເທດໄທຍ ຈົນໄປເຖິງສິງກະໂປ.

    ເສັ້ນທາງຂອງທາງຣົຖໄຟ ນີ້ຈະຜ່ານດິນລາວປະມານ 460 ກິໂລແມຕ. ການກໍ່ສ້າງທາງທີ່ຜ່ານລາວນີ້ ຈະເລື້ມຂຶ້ນໃນຕົ້ນປີ 2011 ແລະກຳນົດວ່າຈະສຳເຣັດໃນປີ 2015.

    ເຊີນທ່ານເບິ່ງຣາຍຣະອຽດນຳ ຂໍ້ສເນີໃນວິເດໂອນີ້ ວ່າເສັ້ນທາງຣົຖໄຟນີ້ ຜ່ານເມືອງໃດແດ່ໃນປະເທດລາວ.

    Share ເວັບໄຊອອກເຟສບຸກ