ນິຍາມໜ້າວຽກຂອງແຕ່ລະໜ່ວຍງານ

  • ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

    ມອບເຄື່ອງຊ່ວຍຫຼືອທີ່ເມືອງຄົງເຊໂດນ

  • ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

    ທ່ານລັດຖະມົນຕີຊ່ວຍວ່າການກະຊວງ ຮສສ

  • ທ່ານ ບຸນຍົງ ພາສີ

    ທ່ານ ບຸນຍົງ ພາສີ

  • ກອງປະຊຸມໜ່ວຍພັກ

    ກອງປະຊຸມໜ່ວຍພັກ

  • ທ່ານ ສີເຮັງ ຫອມສົມບັດ

    Sunbathing

Drop Down MenusCSS Drop Down MenuPure CSS Dropdown Menu



ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນ

ຂ່າວໃໝ່

Loading...

Saturday, June 2, 2012

Tagged Under:

10 ປີ ອປສ ມີສະມາຊິກ 58 ພັນກ່ວາຄົນ

By: laboursalavane Province On: 1:52 PM
  • Share The Gag
  • ອົງ­ການ​ປະ­ກັນ​ສັງ­ຄົມ ພາກ​ວິ​ສາ​ຫະ​ກິດ (ອປສ) ໄດ້​ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່​ປຶ້ມ​ລາຍ​ງານ 10ປີ ຂອງ​ອົງ­ການ​ປະ­ກັນ​ສັງ­ຄົມ​ຂຶ້ນ ທີ່​ສູນ​ຮ່ວມ​ມື​ສາ­ກົນ ແລະ ການ​ເຝິກ­ອົບ­ຮົມ (ICTC) ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ທ່ານ ສີ​ມູນ ອຸ່ນ​ລາ­ສີ ຮອງ​ປະ­ທານ​ສູນ​ກາງ​ສະ­ຫະ­ພັນ​ກຳ­ມະ­ບານ​ລາວ ທັງ​ເປັນ​ຮອງ​ປະ­ທານ​ສະ­ພາ​ບໍ­ລິ­ຫານ​ອົງ­ການ​ປະ­ກັນ​ສັງ­ຄົມ ມີ​ບັນ­ດາ​ຕາງ­ໜ້າ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ 400ກ່ວ​າ​ຄົນ.
    ທ່ານ ຄຳ​ພວງ ອິນ​ທະ​ແສງ ຜູ້­ອຳ­ນວຍ­ການ ອປສ ໄດ້​ລາຍ​ງານ​ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ປະ­ກັນ​ສັງ­ຄົມ ໄລ­ຍະ 10ປີ ຜ່ານ​ມາ​ໂດຍ​ຫຍໍ້​ວ່າ: ອົງ­ການ​ປະ­ກັນ​ສັງ­ຄົມ ໄດ້​ອອກ­ແຮງ​ເຄື່ອນ​ໄຫວ​ວຽກ​ງານ​ປະ­ສົບ​ຜົນ­ສຳ­ເລັດ​ຫຼາຍ​ດ້ານ ເຊິ່ງ​ເຫັນ​ໄດ້​ວ່າ​ປັດ­ຈຸ­ບັນ​ຊາວ​ຜູ້​ອອກ­ແຮງ​ງານ ທີ່​ເຮັດ​ວຽກ​ໃນ​ຂົງ­ເຂດ​ວິ​ສາ​ຫະ​ກິດ ໄດ້​ຖືກ​ຄ້ຳ­ປະ­ກັນ​ສິດ­ຜົນ­ປະ­ໂຫຍດ​ທາງ​ດ້ານ​ສະ­ຫວັດ­ດີ​ການ-ສັງ­ຄົມ ຕາມ​ກົດ­ໝາຍ​ລວມ​ທັງ​ຄອບ­ຄົວ​ຂອງ​ເຂົາ­ເຈົ້າ ທີ່​ໄດ້​ຮັບ​ສິດ​ໃນ​ການ​ປິ່ນ­ປົວ​ສຸ­ຂະ­ພາບ.
    ເລີ່ມ​ແຕ່​ເດືອນ​ມິ­ຖຸ­ນາ 2001ອປສ ໄດ້​ເລີ່ມ​ຂຶ້ນ​ທະ­ບຽນ​ຫົວ­ໜ່ວຍ​ວິ​ສາ​ຫະ​ກິດ​ໃຫຍ່ ທີ່​ມີ​ຜູ້​ອອກ­ແຮງ​ງານ 10ຄົນ​ຂຶ້ນ​ໄປ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ຈາກ​ນັ້ນ ໄດ້​ຂະ­ຫຍາຍ​ສູ່​ວິ​ສາ​ຫະ​ກິດ​ຂະ­ໜາດ​ກາງ ຂະ­ໜາດ​ນ້ອຍ ແລະ ຂະ­ຫຍາຍ​ສູ່​ຕ່າງ​ແຂວງ ສຳ­ລັບ​ວິ​ສາ​ຫະ​ກິດ​ທີ່​ມີ​ຜູ້​ອອກ­ແຮງ​ງານ ຕ່ຳ​ກ່ວ​າ 10ຄົນ ກໍ​ສາ­ມາດ​ສະ­ໝັກ​ເປັນ​ສະ­ມາ­ຊິກ​ໄດ້.
    ຮອດ​ປັດ­ຈຸ­ບັນ ມີ​ສະ­ມາ­ຊິກ 848ວິ​ສາ​ຫະ​ກິດ ມີ​ຜູ້​ປະ­ກັນ​ຕົນ 58.818ຄົນ ທີ່​ໄດ້​ຈ່າຍ​ເງິນ​ສົມ­ທົບ​ເຂົ້າ​ລະ­ບົບ​ປະ­ກັນ​ສັງ­ຄົມ ໃນ​ນີ້ ຜູ້​ສະ­ໝັກ​ສືບ­ຕໍ່​ປະ­ກັນ​ຕົນ​ດ້ວຍ​ຕົນ​ເອງ ມີ 1.009ຄົນ ແລະ ມີ​ຜູ້​ເກີດ​ສິດ​ປິ່ນ­ປົວ 121.478ຄົນ (ລວມ​ທັງ​ຜູ້​ປະ­ກັນ​ຕົນ ຄູ່​ສົມ­ລົດ ແລະ ລູກ).
    ແຕ່​ປີ 2001-2010ມີ​ຍອດ​ລາຍ​ຮັບ​ທັງ​ໝົດ 304.792ລ້ານ​ກີບ ລາຍ​ຈ່າຍ 89.316ລ້ານ​ກີບ ຍອດ​ເງິນ​ສະ​ສົມ ມີ 215.476ລ້ານ​ກີບ.
    ສະ­ເພາະ​ໄລ­ຍະ​ໄຕ​ມາດ 1ປີ 2012ນີ້ ອປສ ມີ​ຍອດ​ລາຍ​ຮັບ​ທັງ​ໝົດ 405.147ລ້ານ​ກີບ ລາຍ​ຈ່າຍ 119.340ລ້ານ​ກີບ ແລະ ມີ​ເງິນ​ສະ​ສົມ​ໃນ​ກອງ​ທຶນ​ປະ­ກັນ​ສັງ­ຄົມ​ທັງ​ໝົດ 285.807ລ້ານ​ກີບ ອັນ​ໄດ້​ສ້າງ​ເງື່ອນ­ໄຂ​ອຳ­ນວຍ​ຄວາມ​ສະ­ດວກ ໃຫ້​ແກ່​ຜູ້​ອອກ­ແຮງ​ງານ​ທີ່​ເຮັດ​ວຽກ​ໃນ​ຫົວ­ໜ່ວຍ​ວິ​ສາ​ຫະ​ກິດ ສາ­ມາດ​ເຂົ້າ​ຮັບ​ການ​ປິ່ນ­ປົວ​ຢ່າງ​ທົ່ວ​ເຖິງ ແລະ ໄດ້​ຮັບ​ການ​ຊົດ​ເຊີຍ​ຕ່າງໆ​ຢ່າງ​ສົມ​ເຫດ​ສົມ​ຜົນ ຄຽງ​ຄູ່​ກັບ​ການ​ຄິດ­ໄລ່​ເງິນ​ອຸດ​ໜູນ​ໃຫ້​ກັບ​ສະ­ມາ­ຊິກ​ຕາມ​ລະ­ບຽບ​ການ​ ຂອງ ອປສ.

    0 ความคิดเห็น :

    Post a Comment

    ກະລຸນາສະແດງຄວາມຄິດເຫັນຢ່າງກົງໄປກົງມາ

    Share ເວັບໄຊອອກເຟສບຸກ